7025

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 12/05/2025 xtgmf]k; ຫ້ອງວ່າການສູນກາງພັກ... ຕົ້ນມາ ກົງຈັກການຈັດຕັ້ງຂອງ ລະບອບການເມືອງໄດ້ຮັບການ ປັບປຸງ, ບູລະນະຢ່າງຕໍ່ເນື່ອງ ເຮັດ ໃຫ້ການນຳພາ-ຊີ້ນຳ, ການບໍລິ ຫານຄຸ້ມຄອງ ໄດ້ມີປັດໄຈໃໝ່ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ສາມາດເສີມຂະຫຍາຍ ແລະ ດຳລົງ ບົດບາດ ໃນການຫັນແນວທາງ ປ່ຽນແປງໃໝ່ ຂອງພັກມາເປັນນະ ໂຍບາຍ, ເປັນແຜນພັດທະນາ, ເປັນ ກົດໝາຍ ເພື່ອອໍານວຍຄວາມສະ ດວກໃນການຄວບຄຸມການບໍລິ ຫານ, ຄຸ້ມຄອງລັດ, ຄຸ້ມຄອງເສດ ຖະກິດ-ສັງຄົມ. ເຖິງຢ່າງນັ້ນກໍ ຕາມ, ເມື່ອທຽບກັບໜ້າທີ່ການ ເມືອງ ຂອງພາລະກິດປະຕິວັດ ຂອງ ພັກເຮົາແລ້ວ, ກົງຈັກການຈັດຕັ້ງ ຂອງປະເທດຍັງບໍ່ທັນໜັກແໜ້ນ, ເຂັ້ມແຂງ ໄດ້ຢ່າງເຕັມສ່ວນ, ຈຶ່ງ ຕ້ອງໄດ້ມີການປັບປຸງປ່ຽນແປງໄປ ຕາມລະດັບການຂະຫຍາຍຕົວທາງ ດ້ານການເມືອງ, ການພັດທະນາ ເສດຖະກິດ-ສັງຄົມ ກໍຄື ການປ່ຽນ ແປງດ້ານແນວທາງ, ແຜນນະໂຍ ບາຍ ຂອງພັກ ໃນແຕ່ລະໄລຍະ. ນອກຈາກນີ້, ສະຫາຍ ທອງ ສະລິດ ມັງໜໍ່ເມກ ກໍໄດ້ເຜີຍແຜ່ ມະຕິ ກອງປະຊຸມຄົບຄະນະສະໄໝ ວິສາມັນຂອງຄະນະບໍລິຫານງານ ສູນກາງພັກສະໄໝທີ XI ໂດຍສະ ເພາະ ກ່ຽວກັບການປັບປຸງລັດຖະ ທຳມະນູນ ສະບັບ ປີ 2015, ກອງ ປະຊຸມໄດ້ຕີລາຄາໝາກຜົນແຫ່ງ ການຈັດຕັ້ງປະຕິບັດລັດຖະທຳມະ ນູນ ໃນໄລຍະຜ່ານມາ ເຊິ່ງແມ່ນ ການຜັນຂະຫຍາຍແນວທາງປ່ຽນ ແປງໃໝ່ ຮອບດ້ານ ມີຫລັກການ ຂອງພັກ ເຂົ້າສູ່ຊີວິດຕົວຈິງ, ເປັນ ພື້ນຖານສໍາຄັນ ໃຫ້ແກ່ການຍົກສູງ ປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມ ທິດສ້າງລັດທີ່ປົກຄອງດ້ວຍກົດ ໝາຍ ຢູ່ປະເທດ. ຄະນະບໍລິຫານ ງານສູນກາງພັກ ໄດ້ເອກະພາບ ກັນຢືນຢັນ ຄວາມຈໍາເປັນໃນການ ປັບປຸງລັດຖະທຳມະນູນ ໃຫ້ສອດ ຄ່ອງ ແລະ ເປັນພື້ນຖານຮອງຮັບ ແນວທາງການເມືອງແລະແນວທາງ ການຈັດຕັ້ງຂອງພັກ ໃນໄລຍະໃໝ່. ໂອກາດດຽວກັນ, ຜູ້ເຂົ້າຮ່ວມ ກໍໄດ້ຟັງຄໍາແນະນໍາຂອງຄະນະຈັດ ຕັ້ງສູນກາງພັກ ກ່ຽວກັບການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ແຈ້ງການ ຂອງຄະນະ ຈັດຕັ້ງສູນກາງພັກ ວ່າດ້ວຍການ ໂຈະການຄົ້ນຄວ້າຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງ ບໍລິຫານ. ຫລັງຈາກນັ້ນ, ກໍໄດ້ປະ ກາດການສ້າງຕັ້ງກົງຈັກການຈັດ ຕັ້ງ ແລະ ຕໍາແໜ່ງບໍລິຫານ ເຊິ່ງ ຄະນະເລຂາທິການສູນກາງພັກ ຕົກ ລົງແຕ່ງຕັ້ງ ສະຫາຍ ນາງ ເກສອນ ວໍລະເພັດ ເປັນຫົວໜ້າກົມບໍລິຫານ ຫ້ອງວ່າການສູນກາງພັກ, ຄະນະ ປະຈໍາພັກ ຫສພ ຕົກລົງ ບົ່ງຕົວແຕ່ງ ຕັ້ງຄະນະໜ່ວຍພັກ ກົມບໍລິຫານ ຫສພ ຄື: ສະຫາຍ ນາງ ເກສອນ ວໍລະເພັດ ເປັນເລຂາໜ່ວຍພັກ, ສະຫາຍ ຄໍາເຟືອງ ພິມມະເສນ ເປັນຮອງເລຂາໜ່ວຍພັກທັງເປັນ ປະທານກວດກາໜ່ວຍພັກ, ເຫັນດີ ສ້າງຕັ້ງຫ້ອງການປະຕິຮູບ ລັດວິ ສາຫະກິດ ເປັນກົງຈັກໜຶ່ງທຽບເທົ່າ ກົມຂຶ້ນກັບຫ້ອງວ່າການສູນກາງ ພັກ, ຫົວໜ້າຫ້ອງວ່າການສູນກາງ ພັກ ຕົກລົງຮັບເອົາລັດຖະກອນ ທີ່ ຍົກຍ້າຍມາຈາກກະຊວງການເງິນ ມາປະຈໍາການຢູ່ຫ້ອງການຄະນະ ປະຕິຮູບລັດວິສາຫະກິດ ຫສພ ຈໍາ ນວນ 7 ສະຫາຍ, ຫົວໜ້າ ຫສພ ຕົກລົງມອບໃຫ້ ສະຫາຍ ສົມພາວັນ ສີຫາປັນຍາ ຮອງຫົວໜ້າຫ້ອງ ການປະຕິຮູບລັດວິສາຫະກິດ ຮັບ ຜິດຊອບນໍາພາ-ຊີ້ນໍາ ບໍລິຫານວຽກ ງານຢູ່ພາຍໃນຫ້ອງການຄະນະ ປະຕິຮູບລັດວິສາຫະກິດ ຈົນກວ່າ ຈະມີການປັບປຸງຕໍາແໜ່ງດັ່ງກ່າວ, ເລື່ອນ ສະຫາຍ ວຽງສະຫວັນ ຜາງ ວິລະດອນ ຮອງຫົວໜ້າພະແນກ ບັນທຶກ ຂຶ້ນເປັນຫົວໜ້າພະແນກ ບັນທຶກ, ກົມເລຂານຸການ-ການນໍາ, ສະຫາຍ ນາງ ສາຍສະໝອນ ສຸບັນ ລັດຖະກອນພະແນກນິຕິໄນ ເປັນ ຮອງຫົວໜ້າພະແນກນິຕິໄນ ກົມ ເລຂານຸການ-ການນໍາ, ສະຫາຍ ວົງສະຫວັນ ໄຊຍະວົງສາ ລັດຖະ ກອນ ພະແນກປະສານງານ ເປັນ ຮອງຫົວໜ້າພະແນກປະສານງານ ກົມເລຂານຸການ-ການນໍາ, ແຕ່ງຕັ້ງ ສະຫາຍ ຈັນທະທົງລິດ ສຸລິຍະສັກ ຫົວໜ້າພະແນກເລຂາ 2 ຂຶ້ນເປັນ ຮອງຫົວໜ້າກົມ ຂອງ ຫສພ ແລະ ໃນວາລະດຽວກັນ, ຍັງໄດ້ມີພິທີ ມອບບັດສະມາຊິກພັກສົມບູນ ໃຫ້ ສະມາຊິກພັກ ທີ່ຂຶ້ນກັບອົງຄະນະ ພັກ ຫສພ ຊຸດທີ IX ຈໍານວນ 12 ສະຫາຍ ຕື່ມອີກ. ຂ່າວ: ກິດຕາ; ພາບ: ແສງຈັນ ໂຄງການກໍ່ສ້າງໂຮງງານຂ້າ ສັດທັນສະໄໝ ມີເນື້ອທີ່ທັງໝົດ 48 ເຮັກຕາ ແລະ ຂະໜາດໂຮງງານ ກວ້າງ 68 ແມັດ, ຍາວ 258 ແມັດ, ລວມເນື້ອທີ່ 17.544 ຕາແມັດ, ມູນ ຄ່າການລົງທຶນທັງໝົດ 500 ລ້ານ ໂດລາສະຫະລັດ, ເປັນໂຄງການ ຄົບວົງຈອນ ທີ່ລວບລວມເອົາ ການລ້ຽງງົວພັນຊີ້ນ, ການຂ້າສັດ, ການປຸງແຕ່ງ ແລະ ການຈຳໜ່າຍ ຜະລິດຕະພັນງົວພັນຊີ້ນ. ນອກຈາກ ການຂ້າງົວພັນຊີ້ນ, ໂຄງການຍັງມີ ສ່ວນຮ່ວມໃນການຂັບເຄື່ອນຕ່ອງ ໂສ້ອຸດສາຫະກຳຫລາຍປະເພດ, ລວມທັງການປັບປຸງແນວພັນງົວ ພັນຊີ້ນ, ການຂະຫຍາຍພັນ, ການ ລ້ຽງງົວພັນຊີ້ນແບບວິທະຍາສາດ, ການລ້ຽງສັດແບບອຸດສາຫະກໍາ, ການປັບປຸງແນວພັນຫຍ້າ ສຳລັບ ສັດໃນທ້ອງຖິ່ນ, ການໝັກສາລີສົດ ແບບອຸດສາຫະກຳ, ການປູກພືດ ທີ່ໄດ້ມາດຕະຖານ, ການຫັນປ່ຽນ ຜະລິດຕະພັນກະສິກຳສ່ວນເກີນ ຂອງ ສປປ ລາວ ເປັນອາຫານສັດ ແລະ ຜະລິດຕະພັນປຸງແຕ່ງກະສິກຳ ທີ່ເປັນເອກະລັກຂອງ ສປປ ລາວ (ເຟືອງເຂົ້າ, ເສດມັນຕົ້ນ, ກ້ານ ແລະ ໃບຂອງຕົ້ນອ້ອຍ). ປັດຈຸບັນ, ໂຄງການດັ່ງກ່າວ, ໄດ້ກໍ່ສ້າງໂຄງສ້າງຫລັກ ແລະ ລະບົບປິດລ້ອມຂອງໂຄງການສຳ ເລັດ ແລະ ພວມເລັ່ງໃນການກໍ່ສ້າງ ເສັ້ນທາງ ແລະ ທໍ່ລະບາຍນໍ້າເຂດ ອ້ອມໂຮງງານໃຫ້ສຳເລັດ. ຂ່າວ-ພາບ: ກະຊວງ ຜທ ພ້ອມຄະນະ ໄດ້ນຳພາກ້ອນກຳລັງ ສວນສະໜາມກອງທັບປະຊາຊົນ ລາວ ເຂົ້າຮ່ວມການຊ້ອມປະສານ ໃຫຍ່ກັບທຸກພາກສ່ວນ ທີ່ເຂົ້າຮ່ວມ ພິທີສະເຫລີມສະຫລອງ ວັນໄຊຊະ ສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ທີ່ຈະໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ນີ້ ທີ່ສະໜາມ ແດງ ນະຄອນຫລວງມົດສະກູ ສ ຣັດເຊຍ ໃນທ່າມກາງບັນຍາກາດ ຟົດຟື້ນທີ່ມີປວງຊົນຊາວ ຣັດເຊຍ ຈຳນວນຫລວງຫລາຍ ເຂົ້າຮັບ ຊົມການເດີນສວນສະໜາມຂອງ ບັນດາກ້ອນກຳລັງ. ທັງນີ້, ກໍເພື່ອ ເປັນການເຮັດໃຫ້ກ້ອນກຳລັງສວນ ສະໜາມກອງທັບປະຊາຊົນລາວ ມີ ຄວາມຊິນເຄີຍກັບທຸກສະພາບການ ຂອງສະໜາມຕົວຈິງ, ທັງເປັນການ ເຝິກກຳລັງແຮງກາຍ, ແຮງໃຈ, ເຮັດໃຫ້ກ້ອນກຳລັງກອງທັບປະ ຊາຊົນລາວ ຮັບປະກັນຄວາມພ້ອມ ໃນການເດີນສວນສະໜາມ ໃຫ້ເປັນ ເອກະພາບ, ທຸກການເຄື່ອນໄຫວ ໃນການເຂົ້າຮ່ວມໃນພິທີສະເຫລີມ ສະຫລອງດັ່ງກ່າວ ໃຫ້ມີຄຸນນະພາບ ແລະ ໄດ້ຮັບໝາກຜົນສູງ. ວັນໄຊຊະນະສົງຄາມປ້ອງກັນ ປິຕຸພູມ ຄົບຮອບ 80 ປີ ຢ່າງຍິ່ງ ໃຫຍ່ ແລະ ສົມກຽດໃນຄັ້ງນີ້, ເຊິ່ງ ເປັນມະຫາສົງຄາມປ້ອງກັນປິຕຸພູມ ຂອງກອງທັບ, ກຳມະກອນຢູ່ຕາມ ໂຮງຈັກ, ໂຮງງານ, ຊາວກະສິ ກອນ, ຊາວນາ ກໍຄື ປະຊາຊົນໂຊ ວຽດ (ໃນສະໄໝນັ້ນ) ທຸກຊົນຊັ້ນ ທີ່ໄດ້ຮ່ວມແຮງຮ່ວມໃຈກັນຕໍ່ສູ້ ຢ່າງອົງອາດກ້າຫານ ຈົນສາມາດ ຍາດເອົາໄຊຊະນະຈາກສັດຕູມາ ໄດ້, ໄຊຊະນະຂອງສະຫະພາບ ໂຊວຽດເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກ ຄັ້ງທີ II ຈຶ່ງຖືເປັນ ວັນທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານປະຫວັດສາດຂອງປະ ເທດ ແລະ ປະຊາຊົນ ຣັດເຊຍ. ເພື່ອເປັນການປະກອບສ່ວນ ຮ່ວມສະເຫລີມສະຫລອງ ຕໍ່ເຫດ ຖ່າຍທອດສົດ... ການປະຫວັດສາດ ທີ່ສໍາຄັນດັ່ງກ່າວ ນີ້, ສປປ ລາວ ໄດ້ສົ່ງກ້ອນກໍາລັງ ສວນສະໜາມຂອງກອງທັບປະຊາ ຊົນລາວຈໍານວນ80ທ່ານເຂົ້າຮ່ວມ ເດີນສວນສະໜາມ ເພື່ອສະເຫລີມ ສະຫລອງວັນໄຊຊະນະດັ່ງກ່າວ. ໂອກາດນີ້, ທ່ານ ນາງ ສວນ ສະຫວັນ ວິຍະເກດ ໄດ້ອວຍພອນ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ແລະ ຄູ່ຮ່ວມມືຍຸດທະສາດຂອງ ສອງປະເທດ ລາວ-ຣັດເຊຍ ຈົ່ງ ໝັ້ນຄົງຂະນົງແກ່ນ ແລະ ສືບຕໍ່ໄດ້ ຮັບການເສີມຂະຫຍາຍແຕກດອກ ອອກຜົນຢ່າງບໍ່ຢຸດຢັ້ງ. ຂ່າວ: ກິດຕາ; ພາບ: ຂັນໄຊ ລັດຖະມົນຕີກະຊວງ ຜທ... ຊ້ອມໃຫຍ່... ກອງປະຊຸມ... ປະຈໍາ ສປປ ລາວ. ກອງປະຊຸມໃນຄັ້ງນີ້, ແມ່ນກິດ ຈະກຳໜຶ່ງທີ່ຢູ່ໃນແຜນງານຈັດຕັ້ງ ປະຕິບັດງານເຈົ້າໜ້າທີ່ອາວຸໂສ ສະຫວັດດີການສັງຄົມ ແລະ ການ ພັດທະນາອາຊຽນ ໄຍລະປີ 20212025, ຈຸດປະສົງຂອງກອງປະຊຸມ ແມ່ນໄດ້ແລກປ່ຽນບົດຮຽນທີ່ດີ ໃນການຈັດຕັ້ງປະຕິບັດວຽກງານ ພັດທະນາແບບມີສ່ວນຮ່ວມຂອງ ຊຸມຊົນ (CBID) ສໍາລັບຄົນພິ ການ ຂອງບັນດາປະເທດອາຊຽນ ລວມທັງການແລກປ່ຽນບົດຮຽນ ຈາກຊ່ຽວຊານຕ່າງປະເທດຂອງ ມະຫາວິທະຍາໄລເມວເບີນ ປະເທດ ອົດສະຕຣາລີ, ຊ່ຽວຊານຈາກອົງ ການມະນຸດສະທໍາ ແລະ ການມີ ສ່ວນຮ່ວມປະຈໍາພາກພື້ນອາຊີ ຕາເວັນອອກສຽງໃຕ້, ຊ່ຽວຊານ ຈາກອົງການ CBM Global ປະຈໍາ ສປປ ລາວ ຊຶ່ງໄດ້ມີການ ແລກປ່ຽນບົດຮຽນກ່ຽວກັບປະ ຫວັດຄວາມເປັນມາ, ຄວາມໝາຍ ຄວາມສໍາຄັນຂອງວຽກງານ CBID, ການຈັດຕັ້ງປະຕິບັດວຽກ ງານ CBID ຂອງບັນດາປະເທດ ອາຊຽນ, ສິ່ງທ້າທາຍ ແລະ ວິທີ ການແກ້ໄຂທີ່ກ່ຽວຂ້ອງໃນວຽກ ງານ CBID. ໃນໂອກາດນີ້, ທ່ານ ວິໄລພົງ ສີ ສົມຫວັງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາປະເທດ ສະມາຊິກອາຊຽນ, ອົງການຈັດຕັ້ງ ທາງສັງຄົມ ແລະ ອົງການຈັດຕັ້ງ ສາກົນ ທີ່ໄດ້ເຂົ້າຮ່ວມກອງປະຊຸມ ແລະ ຂອບໃຈ ມາຍັງພາກສ່ວນ ທີ່ໃຫ້ສະໜັບສະໜູນ ຊຶ່ງເຮັດໃຫ້ ກອງປະຊຸມຄັ້ງນີ້ສາມາດບັນລຸຜົນ ສໍາເລັດຕາມຄາດ ໝາຍທີ່ວາງໄວ້. ຂໍ້ມູນ-ພາບ: ຮສສ ບໍລິສັດລາວເນເຊັນນໍດີຈິຕອນ ເທັກ ໂນໂລຢີ ກຣຸບຈຳກັດ ໄດ້ຈັດຂຶ້ນໃນ ວັນທີ 9 ພຶດສະພາ 2025 ໂດຍ ການລົງນາມລະຫວ່າງ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ ຮັກສາການ ຫົວໜ້າກົມເຕັກໂນໂລຊີດີຈິຕອນ ກັບ ທ່ານ ເມກສະຫວ່າງ ພົມມາລີ ປະທານ ບໍລິສັດ ລາວເນເຊັນນໍ ດິຈິຕອນ ເທັກໂນໂລຢີ ກຣຸບ ຈຳກັດ ໂດຍມີ ທ່ານ ນາງ ວູໂປ ຜູ້ອຳນວຍ ການບໍລິສັດດັ່ງກ່າວ ແລະ ທ່ານ ນາງ ໄພພອນ ບຸດທະວົງ ຮອງຫົວ ໜ້າກົມແຜນການ-ການເງິນ ກະ ຊວງເຕັກໂນໂລຊີ ແລະ ການສື່ສານ ເຊັນເປັນພິຍານ, ໂດຍມີພາກສ່ວນ ກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າ ຮ່ວມ ເປັນສັກຂີພິຍານ. ການເຊັນບົດບັນທຶກການຮ່ວມ ມືໃນຄັ້ງນີ້, ທັງສອງຝ່າຍຈະໄດ້ ພ້ອມກັນ ສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງລ່າງພື້ນ ຖານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ແຫ່ງຊາດ ເພື່ອຮອງຮັບການຫັນ ເປັນດີຈິຕອນຂອງຂະແໜງການ ທີ່ມີທ່າແຮງເໝາະສົມໃນການນຳ ໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ສຶກສາຄວາມເປັນໄປໄດ້ໃນການ ພັດທະນາໂຄງການຫັນເປັນດີຈິ ຕອນ ດ້ວຍການນໍາໃຊ້ເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນ ຂອງ ສປປ ລາວ ເປັນຕົ້ນ ການພັດທະນາລະບົບຢັ້ງ ຢືນຕົວຕົນດີຈິຕອນ ແລະ ຊັບສິນດີ ຈິຕອນ, ສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງ ສູນຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີກຸ່ມຂໍ້ມູນ ຜູກພັນ ເພື່ອຊຸກຍູ້ສົ່ງເສີມການຄົ້ນ ຄວ້າ ແລະ ການພັດທະນາ ທາງ ດ້ານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ພ້ອມທັງສົ່ງເສີມການສ້າງຄວາມ ເຂັ້ມແຂງ ແລະ ການພັດທະນາ ຊັບພະຍາກອນມະນຸດໃນຂົງເຂດ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ທັງ ຈະຮ່ວມກັນດຳເນີນການຄົ້ນຄວ້າ ສ້າງຮາງນິຕິກຳ, ແຜນຍຸດທະສາດ ແລະ ນະໂຍບາຍ ທີ່ກ່ຽວຂ້ອງ ກັບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ການຄຸ້ມຄອງຊັບສິນດີຈິຕອນ ແລະ ຮ່ວມມືໃນຂອຍເຂດອື່ນໆອີກທີ່ມີ ຄວາມຈໍາເປັນ. ການຮ່ວມມືໃນຄັ້ງນີ້້, ຍັງເປັນ ການປະກອບສ່ວນເຂົ້າໃນການ ຈັດຕັ້ງຜັນຂະຫຍາຍ ວິໄສທັດການ ພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 20 ປີ, ຍຸດທະ ສາດການພັດທະນາເສດຖະກິດດີຈິ ຕອນແຫ່ງຊາດ ໄລຍະ 10 ປີ ແລະ ແຜນພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 5 ປີ ໃຫ້ປະກົດ ຜົນເປັນຈິງເທື່ອລະກ້າວ. ທັງເປັນ ການສ້າງແຫລ່ງລາຍຮັບໃໝ່ທີ່ ເປັນເງິນຕາໃຫ້ແກ່ລັດຖະບານ ແລະ ສ້າງບຸກຄະລາກອນໃຫ້ເປັນ ຊ່ຽວຊານດ້ານເຕັກໂນໂລຊີກຸ່ມ ຂໍ້ມູນຜູກພັນ ແລະ ຊັບສິນດີຈິຕອນ ໃນຍຸກປັດຈຸບັນ. ສຶກສາຄວາມເປັນໄປໄດ້...

RkJQdWJsaXNoZXIy MTc3MTYxMQ==