7024

09/05/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ vk-Po{9u o 9a [,n da oc|h o ra fmtokrN o4ko37']j k'1j k'2q f2N o ໂດຍ: ມາລີດາ ຂ້ໍມູນຈາກ: 5hF /FYU .FEia ເວທີປະກວດນາງສາວທ່ອງ ທ່ຽວລາວ ເປັນອີກເວທີໜຶ່ງທີ່ແມ່ ຍິງຄອຍຖ້າທີ່ຈະໄດ້ສະແດງຄວາມ ຮູ້ຄວາມສາມາດຂອງແມ່ຍິງລາວ ໃນການເຜີຍແຜ່ສິລະປະວັນນະຄະດີ ແລະ ສະຖານທີ່ທ່ອງທ່ຽວລາວ ໃຫ້ທົ່ວມຸມໂລກໄດ້ຮັບຮູ້ຫລາຍຂຶ້ນ ໂດຍສະເພາະປີນີ້ມາໃນຮູບແບບ “ ວັນນະຄະດີ” ທີ່ມີມົນສະເໜ່ກິ່ນອາຍ ຂອງລາວ. ສະນັ້ນ, ຖ້ານາງສາວໃດ ທີ່ສົນໃຈປະກວດສາມາດສະໝັກໄດ້ ເມື່ອທຽບໃສ່ບາງປະເທດທີ່ຕັ້ງ ກຳແພງກີດກັ້ນການພັດທະນາໃນ ຫລາຍດ້ານ, ແຕ່ໃນທາງກົງກັນຂ້າມ ເມື່ອເບິ່ງອີກມູມໜຶ່ງໃນເບື້ອງບວກ ເຫັນວ່າ: ຈີນ ແລະ ບັນດາປະເທດ ສະມາຊິກອາຊຽນພວມຈັບມືກັນຮັດ ແໜ້ນການພັດທະນາພື້ນຖານໂຄງ ລ່າງຢ່າງຟົດຟື້ນ, ເປີດປະຕູແຫ່ງ ການຮ່ວມມືກັນເລື້ອຍໆ ແລະ ສ້າງ ໂອກາດແບບຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດເຊິ່ງກັນແລະກັນ ກໍຄື ສ້າງຜົນປະໂຫຍດໃຫ້ແກ່ປະຊາ ຄົມ ໂລກ. ອາຊຽນ (ລາວ, ຫວຽດນາມ, ໄທ ແລະ ມາເລເຊຍ ມຸ່ງໜ້າຂັບເຄື່ອນ ການພັດທະນາເສດຖະກິດ ແລະ ບຸກທະລຸການພັດທະນາເສັ້ນທາງ ຄົມມະນາຄົມທາງບົກ-ທາງທະເລ ຢ່າງຄຶກຄັກ ເພື່ອເຊື່ອມໂຍງເຊື່ອມ ຈອດກັນລະຫວ່າງອາຊຽນ, ຈີນ ແລະ ວົງຄະນະຍາດສາກົນ. ຂະນະ ທີ່ສອງປະເທດຈາກອາຊຽນຄື: ຫວຽດນາມ ແລະ ມາເລເຊຍ ໄດ້ ສະແດງຜົນງານທີ່ໜ້າສົນໃຈເປັນ ພິເສດໂດຍສະເພາະຫາກໍເປີດການ ນໍາໃຊ້ທ່າເຮືອສາກົນ ລາວ-ຫວຽດ ໃນຕົ້ນເດືອນພຶດສະພານີ້, ການ ປະກາດດໍາເນີນໂຄງການກໍ່ສ້າງ ເສັ້ນທາງລົດໄຟ ຫວຽດນາມ-ຈີນ; gxu fIa [lt\a dok'lk;mj v'mj P;]k; 2 0 2 5 ແລ້ວມື້ເປັນຕົ້ນໄປ. ສໍາລັບທ່ານໃດ ທີ່ສົນໃຈຢາກສະໝັກຂໍ້ມູນຕິດຕາມ ທາງເພຈ .iss 5oVrisN -aos ນາງສາວທ່ອງທ່ຽວລາວ ຟ້າວມາ ສະໝັກເດີ ເພາະວ່າເງິນລາງວັນຊະ ນະເລີດປີນີ້ສູງເຖິງ 100 ລ້ານກີບ ແລະ ລາງວັນອື່ນໆ. ທ່ານ ນາງ ລິນດາ ພົນພິລັດ (ດ້າດ້າ) ປະທານກອງປະກວດ .iss 5oVrisN-aos 2025 ໃຫ້ຮູ້ ວ່າ: ປີນີ້ຈັດງານປະກວດ ນາງສາວ ທ່ອງທ່ຽວລາວ ເປັນປີທີສາມແລ້ວ ແຕ່ວ່າເປັນປີທຳອິດທີ່ຂ້າພະເຈົ້າ ເປັນປະທານຈັດງານປະກວດເຊິ່ງ ຂ້າພະເຈົ້າຢູ່ໃນວົງການນາງງາມ ມາ11 ແລ້ວ, ດັ່ງນັ້ນ ການປະກວດ ນີ້ຖືວ່າຢູ່ໃນໃຈມາຕະຫລອດສຳລັບ ເວທີປະກວດນາງສາວທ່ອງທ່ຽວ ລາວ ກໍ່ເພື່ອສົ່ງເສີມການທ່ອງທ່ຽວ ເຊິ່ງການທ່ອງທ່ຽວກໍ່ມີຫລາຍແບບ ມີທັງການທ່ອງທ່ຽວແບບວັດທະ ນະທຳການທ່ອງທ່ຽວແບບທຳມະ ຊາດ ແລະ ການທ່ອງທ່ຽວແບບ 6nsFFn, ທີ່ໜ້າສົນໃຈ ແລະ ໜ້າ ນໍາສະເໜີ. ເຊິ່ງໄລຍະທີ່ຜ່ານເຮົາກໍ່ໄດ້ ມີການເຮັດກິດຈະກໍານໍາສະເໜີການ ທ່ອງທ່ຽວໃນຮູບແບບວິດິໂອ VMoH ແລະ ກໍ່ເປັນຮູບພາບ ແລະ ປີນີ້ກໍ່ເຊັ່ນ ກັນ ເຮົາກໍ່ຈະມິກິດຈະກຳທ່ອງທ່ຽວ ຫລາຍໆ ແລະ ສົ່ງເສີມແມ່ຍິງລາວ ໃຫ້ກ້າຄິດກ້າສະແດງອອກ ແລະ ໄດ້ສະແດງຄວາມສາມາດໃນເວທີ ນີ້ ແລະ ປີນີ້ກໍ່ຖືວ່າ ເປັນປີທຳອິດທີ່ ຈັດທີ່ “ນະຄອນຫລວງວຽງຈັນ” ເນື່ອງຈາກວ່າ ເປັນການນໍາສະເໜີ ນະຄອນຫລວງຂອງປະເທດລາວ ແລະ ກໍ່ໃນອະນາຄົດຫວັງວ່າ ຈະ ໄດ້ໝູນວຽນໄປຈັດແຂວງອື່ນໆ ນໍາ. ສໍາລັບເງື່ອນໄຂຜູ້ເຂົ້າປະກວດ ແມ່ນສູງ 157 ຊັງຕີແມັດຂຶ້ນໄປ ນັ້ນກໍ່ເພື່ອເປັນການເປີດໂອກາດໃຫ້ ແມ່ຍິງລາວໃຫ້ກວ້າງຂຶ້ນເພາະວ່າ ການປະກວດຂອງເຮົາກໍ່ເປັນການ ປະກວດພາຍໃນປະເທດ ດັ່ງນັ້ນ, ຈຶ່ງຢາກໃຫ້ແມ່ຍິງລາວ ມີໂອກາດ ຫລາຍໆ. ສໍາລັບການປະກວດຮອບ ຕັດສິນຈະຈັດຂຶ້ນໃນ 26 ກໍລະກົດ 2025. ສໍາລັບສະຖານທີ່ແມ່ນຈະ ແຈ້ງຕື່ມພາຍຫລັງ. ພິເສດປີນີ້ຈະ ແຕກຕ່າງຈາກປີຜ່ານມາ ເນື່ອງ ຈາກວ່າປີນີ້ ການປະກວດຈະມາ ໃນແບບນາງວັນນະຄະດີທີ່ມີມົນ ສະເໜ່ກິ່ນອາຍຂອງລາວເຮົາ. ສະ ນັ້ນ, ນ້ອງໆທີ່ສົນໃຈປະກວດສາ ມາດສະໝັກໄດ້ແລ້ວມື້ນີ້ ທີ່ທາງເພຈ .iss 5oVrisN -aos ນາງສາວ ທ່ອງທ່ຽວລາວ. ສ່ວນປະເທດມາເລເຊຍ ໄດ້ເປີດ ໂຄງການກໍ່ສ້າງ (ທ່າບົກ) ເປັນ ເຂດບໍລິການຂົນສົ່ງທາງບົກໃໝ່ເຊິ່ງ ເປັນສ່ວນໜຶ່ງຂອງຄວາມມຸ່ງມາດ ປາຖະໜາໃນການຂະຫຍາຍການ ເຊື່ອມໂຍງເຊື່ອມຈອດກັນໃນພາກ ພື້ນຜ່ານທາງລົດໄຟ. ໜັງສືພິມເດິສະ ເຕຣດທາມ (5hFSUraiUs5iNFs) ໄດ້ລາຍ ງານເມື່ອບໍ່ດົນມານີ້ວ່າ: ປະເທດ ມາເລເຊຍ ກຳລັງສ້າງທ່າບົກແຫ່ງ ໃໝ່ເອີ້ນວ່າເຂດບໍລິການຂົນສົ່ງ ແລະ ຄ່ຽນຖ່າຍສິນຄ້າສາກົນ, ມີມູນຄ່າ 148 ລ້ານໂດລາ ຢູ່ພາກເໜືອຂອງ ລັດເປີຣິສ(PFrMis) ເພື່ອແນໃສ່ຊຸກຍູ້ ການພັດທະນາເສດຖະກິດ, ການຂົນ ສົ່ງ, ການຄ້າ, ຮ່ວມກັບສະມາຊິກ ອາຊຽນດ້ວຍກັນ, ຈີນ ແລະ ຄູ່ຮ່ວມ ສາກົນ ເຊິ່ງເປັນຄວາມພະຍາຍາມ ຂອງລັດຖະບານມາເລເຊຍ ເພື່ອສ້າງ ຄວາມເຂັ້ມແຂງໃນການຂະຫຍາຍ ການເຊື່ອມຕໍ່ໃນພາກພື້ນຜ່ານທາງ ລົດໄຟ ອາຊຽນ-ຈີນ. ຄາດວ່າໂຄງການກໍ່ສ້າງເຂດ ບໍລິຂົນສົ່ງທາງບົກເພີລິສ (PFrMis InManE PorU - PIP) ຈະສໍາເລັດ ໃນໄຕມາດທີ 3 ຂອງປີ 2025), ສາມາດຮອງຮັບການຂົນສົ່ງສິນຄ້າ ໄດ້ເຖິງ 300.000 ຕູ້ສິນຄ້າຕໍ່ປີ. ປາດັງເບຊາ (PaEanH BFsar) ແມ່ນເມືອງໜຶ່ງໃນປະເທດມາເລເຊຍ ຕັ້ງຢູ່ໄກ້ກັບເຂດຊາຍແດນປະເທດໄທ ໂດຍມີທີ່ຕັ້ງ ແລະ ຈຸດຍຸດທະສາດສາ ມາດເຊື່ອມໂຍງເຊື່ອມຈອດກັບທາງ ທາງຫລວງ ແລະ ທາງລົດໄຟ. ຕາມແຜນນັ້ນຈະເຊື່ອມໂຍງເຂດ ບໍລິການຂົນສົ່ງໃໝ່ນີ້ໃຫ້ເຂົ້າກັບ ເສັ້ນທາງລົດໄຟ 2 ສາຍ ໂດຍສາຍ ໜຶ່ງແມ່ນເສັ້ນທາງທີ່ມີຢູ່ແລ້ວຈາກ (PaEanH BFsar) ໄປທ່າເຮືອ ເປນັງ(PFnanH). ນອກຈາກ ນັ້ນ, ຍັງມີເສັ້ນທາງໃໝ່ທີ່ອາດຈະ ເປີດໃຊ້ໄດ້ໃນອະນາຄົດນີ້ ຜ່ານໂຄງ ການລົດໄຟເຊື່ອມຕໍ່ເບື້ອງຝັ່ງຕາ ເວັນອອກ( &asU CoasU 3aiM -inL ) ທີ່ນະຄອນຫລວງຂອງລັດ ເກລັນຕັນ ຄື: ເມືອງໂກຕາ ບາຣູ (,oUa BharV) ເຊິ່ງສາມາດ ເຊື່ອມຕໍ່ລະຫວ່າງປະເທດມາເລເຊຍ ເຂົ້າກັບເຄືອຂ່າຍເສັ້ນທາງລົດອາ ຊຽນ-ຈີນ ໂດຍຜ່ານປະເທດໄທ, ລາວ ແລະ ເຂົ້າສູ່ນະຄອນຄຸນໝີງ ຂອງຈີນ ແລະ ຄາດວ່າຈະເປັນກາ ລະໂອກາດອັນໃຫຍ່ຫລວງໃຫ້ແກ່ ປະເທດມາເລເຊຍ ໃນການສົ່ງເສີມ ການຄ້າ, ການບໍລິການຂົນສົ່ງ, ການ ລົງທຶນ ແລະ ການທ່ອງທ່ຽວໃນພາກ ພື້ນຫລາຍຂຶ້ນກວ່າເກົ່າ. ແຕ່ເຖິງແນວໃດກໍດີ, ການພັດທະ ນາພື້ນຖານໂຄງລ່າງທີ່ທັນສະໄໝ ເພື່ອເຊື່ອມໂຍງເຊື່ອມຈອດກັບພາກ ພື້ນນັ້ນບໍ່ໄດ້ມີຄວາມຟົດຟື້ນແຕ່ ໃນປະເທດມາເລເຊຍເທົ່ານັ້ນ ແຕ່ ຫາກຍັງເປັນພະລັງມະຫາສາມັກຄີ ຂອງອາຊຽນທີ່ມີລັກສະນະພົ້ນເດັ່ນ ຄ້າຍກັບວ່າເປັນວາລະແຫ່ງຊາດທີ່ ລັດຖະບານລາວໄດ້ຈັດຕັ້ງປະຕິບັດ ເພື່ອບຸກທະລຸສິ່ງກີດຂວາງການ ພັດທະນາເສດຖະກິດ ແລະ ແກ້ໄຂ ບັນຫາຄວາມທຸກຍາກຮ່ວມກັບ ເພື່ອນມິດສາກົນຢ່າງໜັກແໜ້ນ. ກ່ອນໜ້ານີ້, ສໍານັກຂ່າວສານ ຫວຽດນາມ ໄດ້ລາຍງານວ່າ: ສະພາ ແຫ່ງຊາດຂອງຫວຽດນາມ ກໍໄດ້ ປະກາດອະນຸມັດການລົງທຶນເຂົ້າ ໃນການຈັດຕັ້ງປະຕິບັດສໍາລັບໂຄງ ການລົດໄຟ ລາວກາຍ-ຮ່າໂນຍ-ໄຮ ຟອງ, ມີມູນຄ່າກວ່າ 8 ຕື້ໂດລາ ເຊິ່ງ ໂຄງການດັ່ງກ່າວນີ້ເປັນສ່ວນໜຶ່ງໃນ ການເຊື່ອມຈອດເຂົ້າກັບເສັ້ນທາງ ລົດໄຟໃນແຂວງຢຸນນານຂອງຈີນ ແລະ ຄາດວ່າຈະສໍາເລັດພາຍໃນປີ 2030. ລົດໄຟນີ້ຈະໃຫ້ບໍລິການທັງຜູ້ ໂດຍສານ ແລະ ຂົນສົ່ງສິນຄ້າ.ຕໍ່ມາ ໃນວັນທີ 28 ເມສາ 2025 ຜ່ານ ມານີ້, ລາວ-ຫວຽດນາມ ກໍໄດ້ເປີດ ນໍາໃຊ້ທ່າເຮືອສາກົນລາວ-ຫວຽດ, ລວມມີທ່າທຽບເຮືອ 1, 2 ແລະ 3, ຕັ້ງຢູ່ໃນເຂດເສດຖະກິດຫວຸ້ງ ອາງຕາແສງກີ່ແອງ ແຂວງຮ່າຕິ້ງ ສສ ຫວຽດນາມ, ໂດຍໄດ້ຮັກການ ຄຸ້ມຄອງບໍລິຫານ ແລະ ພັດທະນາ ໂດຍບໍລິສັດຫຸ້ນສ່ວນທ່າເຮືອສາ ກົນ ລາວ-ຫວຽດ; ໃນນັ້ນ, ລັດວິ ສາຫະກິດລາວເອເຊຍ ໂທລະຄົມ ໃນນາມຕາງໜ້າລັດຖະບານລາວ ຖືຫຸ້ນຮ່ວມກັບຝ່າຍຫວຽດນາມ (ຝ່າຍລາວຖືອັດຕາຫຸ້ນ 60 ແລະ ຝ່າຍຫວຽດນາມ ຖືອັດຕາ ຫຸ້ນ 40 ). ທ່າເຮືອສາກົນ ລາວຫວຽດ ເປັນໂຄງການຮ່ວມມືທາງ ດ້ານຍຸດທະສາດທີ່ສໍາຄັນໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສອງປະເທດ ແລະ ເປັນກຳລັງ ແຮງອັນສຳຄັນໃຫ້ ສປປ ລາວ ບັນລຸຍຸດທະສາດຫັນປະເທດທີ່ບໍ່ມີ ຊາຍແດນຕິດກັບທະເລໄປສູ່ການ ເປັນປະເທດເຊື່ອມໂຍງເຊື່ອມຈອດ ໃນພາກພື້ນໃຫ້ປະກົດຜົນເປັນຈິງ. ຫລາຍຊຸມປີຜ່ານມາ, ສປປ ລາວ ໄດ້ສຸມໃສ່ການພັດທະນາພື້ນ ຖານໂຄງລ່າງຢ່າງຕັ້ງໜ້າໂດຍສະ ເພາະລະບົບການບໍລິການຂົນສົ່ງ ທີ່ທັນສະໄໝຫລາຍກວ່າ 9 ແຫ່ງ; ໃນນັ້ນຊຸກຍູ້ພັດທະນາລະບົບການ ບໍລິການຂົນສົ່ງທັນສະໄໝ (ໂລຈິສ ຕິກ) ເພື່ອໝູນໃຊ້ເສັ້ນທາງລົດໄຟ ລາວ -ຈີນ ໃຫ້ເຊື່ອມໂຍງເຊື່ອມ ຈອດກັບຕາໜ່າງເສັ້ນທາງລົດໄຟ ອະນຸພາກພື້ນ ແລະ ສາກົນ ລວມ ທັງເຊື່ອມຕໍ່ໃສ່ຕາໜ່າງເສັ້ນທາງ ບົກ, ທ່າເຮືອ ແລະ ສະໜາມບິນ ເພື່ອໃຫ້ກາຍເປັນລະບົບການຂົນສົ່ງ ທີ່ມີຄວາມສະດວກ, ວ່ອງໄວ, ທັນ ສະໄໝ, ປອດໄພ, ມີປະສິດທິຜົນສູງ ແລະ ລາຄາຂົນສົ່ງຖືກລົງ. ທ່ານ ລັນ ແສງອາພອນ ຮອງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໃນບົດ ສະຫລຸບກາງສະໄໝຂອງການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ( 2021 ļ 2025 ) ຂອງກະ ຊວງໂຍທາທິການ ແລະ ຂົນສົ່ງ ວ່າ: ໃນ 2 ປີເຄິ່ງຜ່ານມາ, ພື້ນຖານ ໂຄງລ່າງໄດ້ຮັບການພັດທະນາສາ ມາດເຊື່ອມໂຍງເຊື່ອມຈອດກັບພາກ ພື້ນ ແລະ ສາກົນເພີ່ມຂຶ້ນແບບກ້າວ ກະໂດດຢ່າງທີ່ບໍ່ເຄີຍເຫັນມາກ່ອນ ໃນປະຫວັດສາດ ເພື່ອເອື້ອອຳນວຍ ໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ. ໃນການພັດທະນາເຂດບໍລິການ ຂົນສົ່ງສິນຄ້າ(ໂລຈິສຕິກ) ທັງ 9 ແຫ່ງ, ໃນນັ້ນ ມີທ່າບົກໄດ້ເປີດໃຫ້ ບໍລິການແລ້ວ ເຊິ່ງມີຄວາມສະດວກ, ວ່ອງໄວ ແລະ ມີຄຸນນະພາບດີ ໂດຍ ຍັງໄດ້ເອົາໃຈໃສ່ໃນການຕິດຕາມ, ຄຸ້ມຄອງ ແລະ ຄົ້ນຄວ້ານິຕິກຳກ່ຽວ ຂ້ອງໃນການຄຸ້ມຄອງ 3 ທ່າບົກຕື່ມ ຄື: ທ່າບົກສະຫວັນນະເຂດ, ທ່າບົກ ຈຳປາສັກ ແລະ ທ່າບົກທ່ານາແລ້ງ ນະຄອນຫລວງວຽງຈັນ. ນອກຈາກ ນັ້ນ, ຍັງມີເຂດໂລຈິສຕິກ ທີ່ກຳລັງ ມີການຕິດຕາມກິດຈະກຳສຶກສາ ຄວາມເປັນໄປໄດ້ແລະ ໂຄງການພັດ ທະນາທ່າບົກອີກ 6 ແຫ່ງ ເຊັ່ນ:1. ທ່າບົກນາເຕີຍ ແຂວງຫລວງນ້ຳທາ, 2. ທ່າບົກຫ້ວຍຊາຍ ແຂວງບໍ່ແກ້ວ, 3. ທ່າບົກທ່າແຂກ ແຂວງຄຳມ່ວນ, 4. ທ່າບົກຫລັກຊາວ ແຂວງບໍລິຄຳ ໄຊ, 5. ທ່າບົກຫລວງພະບາງ ແລະ 6. ທ່າບົກເມືອງໄຊ ແຂວງອຸດົມໄຊ ເຊິ່ງເຂດພັດທະນາໂລຈິສຕິກເຫລົ່າ ນັ້ນເພື່ອໃຫ້ເປັນຕົວແບບການດຶງດູດ ການລົງທຶນໃນຮູບແບບຄູ່ຮ່ວມມື ລະຫວ່າງພາກລັດ ແລະ ເອກະຊົນ ( PVCMic-PriWaUF ParUnFrshiQ or PPP) ພາຍໃຕ້ໂຄງການພັດທະ ນາຕາມແລວທາງເສດຖະກິດອາຊີ ຕາເວັນອອກສຽງໃຕ້ ເພື່ອເຊື່ອມ ໂຍງļເຊື່ອມຈອດ ( SoVUhFasU Asia 3FHionaM &conoNic CorriEor anE ConnFcUiWiUZ ProjFcU-S&A3&CC). ຜ່ານ ການຕິດຕາມຄຸ້ມຄອງ ແລະ ຕີລາຄາ 3 ທ່າບົກ (ທ່າບົກສະຫວັນນະເຂດ, ທ່າບົກຈຳປາສັກ ແລະ ທ່າບົກທ່າ ນາແລ້ງນະຄອນຫລວງວຽງຈັນ) ທີ່ໄດ້ເປີດນຳໃຊ້ແລ້ວໃນໄລຍະ 2 ປີ ເຄິ່ງຜ່ານມາ, ເຫັນວ່າ ສາມາດສ້າງ ລາຍຮັບເຂົ້າງົບປະມານໄດ້ກວ່າ 231 ຕື້ກີບ. ດັ່ງທີ່ຮູ້ນໍາກັນ, ພັກ-ລັດຖະບານ ລາວຍາມໃດກໍເອົາໃຈໃສ່ ແລະ ໃຫ້ ຄວາມສໍາຄັນຕໍ່ການຮ່ວມມືກັບ ບັດດາປະເທດເພື່ອນມິດ ແລະ ວົງ ຄະນະຍາດສາກົນຢ່າງໜັກແໜ້ນ ເພື່ອປະກອບສ່ວນຊຸກຍູ້ການພັດ ທະນາເສດຖະກິດ-ສັງຄົມ, ສ້າງ ວຽກເຮັດງານທໍາ ແລະ ແກ້ໄຂ ຄວາມທຸກຍາກເພື່ອຮັບປະກັນເຮັດ ໃຫ້ປະເທດຊາດຈະເລີນຮຸ່ງເຮືອງ, ປະຊາຊົນຢູ່ດີກິນດີ, ມີຄວາມສະຫງົບ ປອດໄພ ແລະ ການເດີນທາງໄປມາ ສະດວກສະບາຍຫລາຍຂຶ້ນກວ່າ ເກົ່າ ເຊິ່ງນັ້ນໄດ້ຖືກຕ້ອງສອດຄ່ອງ ກັບແນວທາງນະໂຍບາຍຂອງພັກລັດເຮົາ ເພື່ອຫັນສະຖານະປະເທດ ບໍ່ມີຊາຍແດນຕິດຈອດກັບທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມ ຈອດກັບພາກພື້ນ ແລະ ສາກົນ ຮອບດ້ານ.

RkJQdWJsaXNoZXIy MTc3MTYxMQ==