08/05/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme 7;k,gxa o,k0v';a o;y lk7t[6 -k ໂດຍ: ລູກສາວຫລ້າ ວັນວິສາຄະບູຊາ (ວັນສິນໃຫຍ່ ຂຶ້ນ 15 ຄ່ຳ ເດືອນ 6) ຫຍໍ້ມາຈາກ hວິສາຄະປຸຣະມະນີບູຊາi ແປວ່າ: hການບູຊາ ໃນວັນເພັງ ເດືອນວິສາ ຄະi ຖ້າປີໃດມີອະທິກະມາດຄື: ມີ ເດືອນ 8 ສອງຫົນ ກໍເລື່ອນໄປເປັນ ກາງເດືອນ 7. ວັນວິສາຄະບູຊາ ເປັນວັນສໍາຄັນ ຍິ່ງໃນທາງພຸດທະສາສະໜາ ເພາະ ເປັນວັນທີ່ພະພຸດທະເຈົ້າປຣະສູດ (ເກີດ), ຕັດສະຮູ້ (ສຳເລັດ) ແລະ ປະຣິນິພານ (ດັບ) ເກີດຂຶ້ນກົງກັນ ທັງ 3 ວາລະຄື: hປຣະສູດi ເມື່ອ ວັນເພັງເດືອນ 6 ກົງກັບວັນສຸກຂຶ້ນ 15 ຄໍ່າ ປີຈໍ ກ່ອນ ພສ 80 ປີ ເປັນ ປຣະສູດຂອງເຈົ້າຊາຍສິດທັດທະ ໃຕ້ ຕົ້ນ ສາລະທີ່ລຸນພິນີສະຖານ. hຕັດ ສະຮູ້i ເມື່ອເຈົ້າຊາຍສິດທັດທະຊົງ ຜະໜວດໄດ້ 6 ປີ ພະຊົນມາຍຸ 35 ພັນສາຊົງ ຕັດສະຮູ້ໃຕ້ຮົ່ມໄມ້ສີມະຫາ ໂພຝັ່ງ ແມ່ນໍ້າເນຣັນຊະລາ ເມືອງອຸຣຸ ເວລາ ເສນານິຄົມ ໃນຕອນເຊົ້າມື້ວັນ ພຸດຂຶ້ນ 15 ຄໍ່າ ເດືອນ 6 ປີລະກາ ກ່ອນ ພສ 45 ປີ. ການຕັດສະຮູ້ ອະຣິຍະສັດ 4 ຂອງພະພຸດທະເຈົ້າເປັນການຕັດສະຮູ້ ອັນສຸດຍອດບໍ່ມີຜູ້ປຽບປານ, ວັນຕັດ ສະຮູ້ ຂອງພະພຸດທະເຈົ້າຈຶ່ງຈັດເປັນ ວັນສຳຄັນເພາະເປັນວັນໃຫ້ກໍາເນີດມີ ພະພຸດທະເຈົ້າຂຶ້ນໃນໂລກ. ທໍາທີ່ພະ ພຸດທະອົງຊົງຕັດ ສະຮູ້ອະຣິຍະສັດ 4 ໄດ້ແກ່: ທຸກຄືຄວາມລຳບາກຄວາມ ບໍ່ສະບາຍກາຍ ບໍ່ສະບາຍໃຈ; ສະມຸ ໄທ ຄື ເຫດທີ່ເຮັດໃຫ້ເກີດທຸກ; ນິໂຣດ ຄື ຄວາມດັບທຸກ; ມັກຄືຂໍ້ປະຕິບັດໃຫ້ ເຖິງຄວາມດັບແຫ່ງທຸກ ຊຶ່ງທັງ 4 ຂໍ້ນີ້ ຖືເປັນສັດຈະທຳເອີ້ນວ່າ: ອະຣິຍະສັດ ເພາະເປັນສິ່ງທີ່ພະອະຣິຍະ ເຈົ້າຊົງ ຄົ້ນພົບເປັນສັດຈະທໍາຊັ້ນສູງປະເສີດ ກວ່າສັດຈະທໍາສາມັນທົ່ວໄປ. ການປະຣິນິພານ ຫລັງຈາກຕັດ ສະຮູ້ແລ້ວ ໄດ້ປະກາດ ພະສາສະໜາ ແລະ ໂປດເວໄນຍະສັດເປັນໄລຍະ ເວລາ 45 ພັນສາ ພະຊົນມາຍຸໄດ້ 80 ພັນສາ ກໍສະເດັດດັບຂັນທະປະຣິ ນິພານ ເມື່ອວັນອັງຄານຂຶ້ນ 15 ຄໍ່າ ເດືອນ 6 ປີ ມະເສັງ ທີ່ສາລະວະໂນ ທະຍານຂອງມັດລະກະສັດເມືອງກຸ ສິນາຣາ ແຄວ້ນມັດລະ. ການປະຣິນິ ພານຂອງພະພຸດທະເຈົ້ານັບໄດ້ວ່າ ເປັນການສູນເສຍດວງປະທິບຂອງ ປາແດກ ແມ່ນວັດຖຸດິບທີ່ປະຊາ ຊົນລາວນິຍົມນໍາມາປຸງແຕ່ງອາຫານ ບໍ່ວ່າຈະປະກອບໃສ່ອາຫານປະເພດ ແກງ, ແຈ່ວ, ລາບ, ອາຫານປະເພດ ຕໍາ ແລະ ອ່ື່ນໆ, ເພາະປາແດກໄດ້ ຕິດພັນກັບວິຖີການດຳລົງຊີວິດຂອງ ປະຊາຊົນລາວບັນດາເຜົ່າ, ບາງ ຄອບຄົວຖືວ່າເປັນເຄື່ອງປຸງຫລັກ ໂລກ ເປັນການສູນເສຍຄັ້ງຍິ່ງໃຫຍ່ ແລະ ຄັ້ງສຳຄັນຂອງຊາວພຸດທົ່ວໄປ ມີຄວາມເສົ້າສະຫລົດໃຈ ແລະ ອາໄລ ສຸດຈະພັນລະນາ. ພະພຸດທະອົງໄດ້ ຊົງສະແດງປັດສິມໂອວາດ ກ່ອນປະ ຣິນິພານວ່າ: hເບິ່ງກ່ອນພິກຂຸທັງ ຫລາຍອັນວ່າສັງຂານທັງຫລາຍ ຍ່ອມມີຄວາມເຊື່ອມສະຫລາຍໄປ ເປັນທຳມະດາທ່ານທັງຫລາຍຈົ່ງຍັງ ກິດທັງປວງອັນເປັນປະໂຫຍດຂອງ ຕົນ ແລະ ປະໂຫຍດຂອງຜູ້ອື່ນໃຫ້ ບໍລິບູນດ້ວຍຄວາມບໍ່ປະໝາດເຖີດi ຫລັງຈາກນັ້ນ ກໍສະເດັດດັບຂັນປະ ຣິນິພານ ໃນລາຕີເພັງເດືອນ 6 ນັ້ນ. ນັບວ່າເປັນເລື່ອງ ອັດສະຈັນຍິ່ງ ທີ່ເຫດການທັງ 3 ກ່ຽວກັບວິຖີຊີວິດ ຂອງພະສຳມາສຳພຸດທະເຈົ້າ ເຊິ່ງມີ ໄລຍະເວລາຫ່າງກັນນັບຫລາຍສິບປີ ບັງເອີນເກີດຂຶ້ນໃນວັນເພັງເດືອນ 6. ດັ່ງນັ້ນ, ເມື່ອເຖິງວັນສຳຄັນນີ້ ຊາວ ພຸດທັງບັນພະຊິດ ແລະ ຄະລືຫັດໄດ້ ພ້ອມໃຈກັນປະກອບພິທີບູຊາພະພຸດ ທະອົງ ເປັນກໍລະນີພິເສດເພື່ອນ້ອມ ລຳນຶກເຖິງພະກະລຸນາທິຄຸນພະປັນ ຍາທິຄຸນ ແລະ ພະບໍລິສຸດທິຄຸນຂອງ oExkcfd c,j w-7e gvdt]a d7;k,c-[9kdg,n v'ok\= h ໃນການປຸງແຕ່ງອາຫານກໍວ່າໄດ້ ເພາະຖ້າຂາດປາແດກໄປກໍຈະເຮັດ ໃຫ້ອາຫານບາງເຍື່ອງຂາດລົດຊາດ ໄປເລີຍ. ສະນັ້ນ, ປັດບັນນີ້ ຈຶ່ງມີ ຜູ້ປະກອບການຫລາຍໆທ່ານເຮັດ ຜະລິດຕະພັນນໍ້າປາແດກອອກມາຈໍາ ໜ່າຍສູ່ສັງຄົມຢ່າງຫລວງຫລາຍໜຶ່ງ ໃນນັ້ນ ກໍແມ່ນນໍ້າປາແດກຂອງແມ່ ໄຊຄໍາ ກິດຕິຍະວົງ ປະຊາຊົນຈາກ ບ້ານຫ້ວຍອອນ ເມືອງນາໝໍ້ ແຂວງ ອຸດົມໄຊ. ແມ່ ໄຊຄໍາ ກິດຕິຍະວົງ ໃຫ້ຮູ້ໃນ ໂອກາດເຂົ້າຮ່ວມງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງໜຶ່ງ ຜະລີດຕະພັນ ແລະ ສິນຄ້າຄອບຄົວ ຕົວແບບຂອງນະຄອນຫລວງວຽງ ຈັນ ຄັ້ງທີ IX ປະຈໍາປີ 2025 ວ່າ: ປີນີ້ແມ່ນເທື່ອທຳອິດທີ່ໄດ້ເຂົ້າຮ່ວມ ງານວາງສະແດງໃນຄັ້ງນີ້, ຕົນເອງ ຮູ້ສຶກດີໃຈຫລາຍເນື່ອງຈາກວ່າ ໄດ້ ນໍາເອົາສິນຄ້າມາວາງສະແດງຂາຍ ເພື່ອເປັນການໂຄສະນາໃຫ້ສັງຄົມ ຮັບຮູ້ປາແດກຂອງຕົນຫລາຍຂຶ້ນ ເຊິ່ງການເຂົ້າຮ່ວມງານໃນຄັ້ງນີ້ ເຫັນວ່າໄດ້ຮັບຜົນຕອບຮັບດີ ລູກຄ້າ ໃຫ້ຄວາມສົນໃຈຫລາຍເພາະວ່ານໍ້າ ປາແດກທີ່ເອົາມາກໍ່ໃກ້ຈະໝົດແລ້ວ ໂດຍຈຸດນີ້ ມັນໄດ້ສ້າງຄວາມດີໃຈ ໃຫ້ຜູ້ປະກອບການທີ່ໄດ້ເຫັນສິນຄ້າ ທີ່ເຮັດມາມີບ່ອນຈໍາໜ່າຍຫລາຍ ຂຶ້ນ. ແຕ່ແນວໃດກໍດີ, ໃນນາມຜູ້ປະ ກອບການກໍ່ມີຄໍາສະເໜີພັກ-ລັດໃຫ້ ມີການວາງສະແດງແບບນີ້ເລື້ອຍໆ ແຕ່ການຈັດງານຂໍໃຫ້ມີຄວາມເປັນ ລະບຽບ ແລະ ເປັນໝວດໝູ່ເປັນຕົ້ນ: ໝວດອາຫານກໍ່ຢູ່ໝວດອາຫານ, ຢາ ພື້ນເມືອງກໍຢູ່ໝວດຢາພື້ນເມືອງຈະ ສະດວກສະບາຍ ແລະ ເພື່ອເຮັດໃຫ້ ຜູ້ປະກອບການສາມາດແລກປ່ຽນ ຄວາມຮູ້ເຊິ່ງກັນ ແລະ ກັນໄດ້. ສໍາລັບຈຸດເລີ່ມຕົ້ນທີ່ໄດ້ມາເຮັດ ນ້ຳປາແດກແມ່ໄຊຄໍາ ກໍຍ້ອນວ່າ ຕົນເອງມີອາຊີບຂາຍຕໍາ ຢູ່ບ້ານ ຫ້ວຍອອນ ເມືອງນາໝໍ້ ແຂວງອຸດົມ ໄຊ ຢູ່ແລ້ວເຊິ່ງຄົນເຂດນັ້ນຈະຮູ້ດີ ແລະ ເພື່ອຮັກສາລົດຊາດປະເພດ ຕຳຂອງຮ້ານຕົນໃຫ້ໄດ້ມາດຕະຖານ ຄວາມແຊບຢູ່ຕະຫລອດ ຕົນເອງຈຶ່ງ ຕັດສິນໃຈຜະລິດນໍ້າປາແດກຂຶ້ນມາ ໂດຍທໍາອິດແມ່ນສັ່ງປາແດກຈາກ ນະຄອນຫລວງວຽງຈັນ ແລ້ວນໍາ ມາປຸງແຕ່ງໃຫ້ໄດ້ສູດສະເພາະຂອງ ຕົນເອງ ເພື່ອໃຊ້ຕໍາພາຍໃນຮ້ານ ພ້ອມດຽວກັນກໍຈໍາໜ່າຍໃຫ້ຄົນໄດ້ ກິນນໍາກັນ ໂດຍການຂາຍແມ່ນ ຂາຍພາຍໃນຮ້ານ ແລະ ບັນດາຮ້ານ ຕ່າງໆພາຍໃນເມືອງນາໝໍ້ ແຂວງອຸ ດົມໄຊ. ແມ່ໄຊຄໍາ ເວົ້າຕື່ມວ່າ: ພາຍຫລັງ ທີ່ເຮັດຜະລິດຕະພັນນໍ້າປາແດກ ກໍ່ມີ ຄວາມສະດວກສະບາຍໃນການຕໍາ ເພາະໃຜຕໍາກໍ່ແຊບ ແລະ ໄດ້ລົດຊາດ ເກົ່າ ເນື່ອງຈາກວ່າ ເຮົາມີປາແດກ ທີ່ໄດ້ມາດຕະຖານແລ້ວ. ນອກຈາກ ນີ້ ກໍເພີ່ມຄວາມສະດວກສະບາຍ ໃຫ້ລູກຄ້າທີ່ຢາກກິນຕໍາຢູ່ເຮືອນກໍ ສາມາດຊື້ໄປຕໍາໄດ້. ເອົາເປັນວ່າ ທ່ານໃດສົນໃຈຢາກຊື່ໄປກິນ ຫລື ຂາຍກໍສາມາດຕິດຕໍ່ໄດ້ທີເບີ 020 5232 4999, 020 9745 6899.
RkJQdWJsaXNoZXIy MTc3MTYxMQ==