7023

08/05/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lxll s;o7n o,6 og-N v;a olh k'8A ' de,tdvolkdq o 7q [Iv[ 139 xu ນວ... ຕໍ່າ‹ໜ້າ dt-;' xdl lts]5 [ ;Pd'kodkosa ogxa ofu 9y 8vo ຂປລ. ກະຊວງປ້ອງກັນຄວາມ ສະຫງົບ ຈັດກອງປະຊຸມສະຫລຸບ ຕີລາຄາ ການຈັດຕັ້ງປະຕິບັດວຽກ ງານຫັນເປັນດີຈິຕອນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 5 ພຶດ ສະພາ 2025 ໂດຍການເປັນປະ ທານຂອງ ທ່ານ ພົທ ກົງທອງ ພົງ ວິຈິດ ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ, ຫົວໜ້າ ຄະນະຮັບຜິດຊອບການຫັນເປັນດີ ຈິຕອນ, ມີຄະນະຮັບຜິດຊອບການ ຫັນເປັນດີຈິຕອນຂອງກະຊວງ ປກສ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພົຈວ ແສງ ປະເສີດ ສຸທຳມະວົງ ຫົວໜ້າກົມ ສື່ສານ, ຜູ້ປະຈຳການຄະນະຮັບ ຜິດຊອບການຫັນເປັນດີຈິຕອນ ໄດ້ ຕີລາຄາການຈັດຕັ້ງເຄື່ອນໄຫວ ວຽກງານຫັນເປັນດີຈິຕອນ ຂອງ ກະຊວງປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ ເຊິ່ງຄະນະ ຮັບຜິດຊອບແຕ່ລະພາກສ່ວນໄດ້ ເອົາໃຈໃສ່ໂຄສະນາເຜີຍແຜ່ ແນວ ທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ນິຕິກຳຕ່າງໆ ທີ່ຕິດພັນເຖິງວຽກງານຫັນເປັນດີຈິ ຕອນ ໃຫ້ນາຍ ແລະ ພົນຕຳຫລວດ ຮັບຮູ້, ເຂົ້າໃຈ ແລະ ຫັນປ່ຽນຈິນຕະ ນາການ ໃຫ້ມີຄວາມເຊື່ອໝັ້ນຕໍ່ ການນໍາພາຂອງພັກ-ລັດ ຕາມທິດ 3 ເສົາຄໍ້າ ຂອງລັດຖະບານ ເພື່ອພັດ ທະນາລັດດີຈິຕອນ, ເສດຖະກິດດີຈິ ຕອນ ແລະ ສັງຄົມດີຈິຕອນ; ເປັນ ໃຈກາງໃນການພົວພັນປະສານ ງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອ ຊຸກຍູ້ສົ່ງເສີມບັນດາກົມກອງ ວິຊາ ສະເພາະຈັດຕັ້ງປະຕິບັດກິດຈະກຳ ໂຄງການຕ່າງໆ, ສຶກສາຄົ້ນຄວ້າ ນໍາໃຊ້ລະບົບ ບໍລິຫານລັດດີຈິຕອນ ເຂົ້າມານໍາໃຊ້ພາຍໃນກໍາລັງ; ເປີດ ຝຶກອົບຮົມລະບົບຫ້ອງການທັນສະ ໄໝ(&-0GGiDF)ໂດຍໄດ້ເຊີນຄູອາ ຈານຈາກສູນບໍລິຫານລັດດີຈິຕອນ ກະຊວງ ເຕັກໂນໂລຊີ ແລະ ການສື່ ສານ ມາສິດສອນວິທີຄຸ້ມຄອງນໍາ ໃຊ້ໂປຣແກຣມ ໃຫ້ວິຊາການກົມ ຄຸ້ມຄອງເອກະສານ ຫ້ອງວ່າການ ກະຊວງ ແລະ ກົມສື່ສານ. ນອກນັ້ນ, ຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງ ອີກຈຳນວນໜຶ່ງ. ສຳລັບທິດທາງແຜນການ ປະ ຈຳປີ 2025 ແມ່ນສືບຕໍ່ເຊີດຊູບົດ ບາດການນໍາພາ ຂອງຄະນະພັກ ທຸກຂັ້ນ ເພື່ອປູກຈິດສໍານຶກໃຫ້ຄະ ນະພັກ-ຄະນະນໍາທຸກຄົນເຫັນໄດ້ ຄວາມໝາຍຄວາມສໍາຄັນ ແລະ ປະ ກອບສ່ວນຢ່າງຕັ້ງໜ້າໃນການຫັນ ເປັນດີຈິຕອນ ຂອງກໍາລັງປ້ອງກັນ ຄວາມສະຫງົບ ໃຫ້ທຽບທັນກັບ ຂະແໜງການອື່ນ; ພັດທະນາພື້ນ ຖານໂຄງລ່າງ ໂດຍການນໍາໃຊ້ເຕັກ ໂນໂລຊີດີຈິຕອນ ເຂົ້າໃນທຸກຂົງ ເຂດວຽກງານວິຊາສະເພາະໃຫ້ ຫລາຍຂຶ້ນ, ສຸມໃສ່ຈັດຕັ້ງປະຕິບັດ ກິດຈະກຳໂຄງການສ້າງເຄືອຂ່າຍ ເນັດເວີກ ຂອງກະຊວງໃຫ້ສໍາເລັດ ຕາມລະດັບຄາດໝາຍ; ພັດທະນາ ຊັບພະຍາກອນມະນຸດ ໃຫ້ມີຄວາມ ຮູ້ຄວາມສາມາດ ທາງດ້ານດີຈິ ຕອນສາມາດນໍາໃຊ້ເຕັກໂນໂລຊີ ໄດ້ຢ່າງຄ່ອງແຄ້ວ, ເຂົ້າໃຈເນື້ອ ໃນຂອງດີຈິຕອນ ແລະ ເຂົ້າເຖິງ ການນໍາໃຊ້ເຕັກໂນໂລຊີດີຈິຕອນ ຢ່າງມີຄຸນນະພາບ, ຄົ້ນຄວ້າ, ປະ ດິດສ້າງ ແລະ ສື່ສານດ້ວຍເຄື່ອງມື ທີ່ເໝາະສົມ; ຊຸກຍູ້, ສົ່ງເສີມ ແລະ ເປີດກວ້າງການຮ່ວມມືກັບຄູ່ຮ່ວມ ມືທັງພາຍໃນ ແລະ ຕ່າງປະເທດ ເພື່ອຫັນເປັນດີຈິຕອນຂອງກະຊວງ ປ້ອງກັນຄວາມສະຫງົບ, ຫລຸດຜ່ອນ ການໃຊ້ງົບປະມານຂອງລັດໃນ ການລົງທຶນ, ເຮັດໃຫ້ມີສ່ວນຮ່ວມ ທັງພາກລັດ ແລະ ເອກະຊົນ. ຂ່າວ: ກະແຕ ຂປລ. ສານປະຊາຊົນສູງສຸດ (ສປສສ) ຈັດປາຖະກະຖາຫວນ ຄືນມູນເຊື້ອວັນສ້າງຕັ້ງກໍາມະກອນ ສາກົນ ຄົບຮອບ 139 ປີ (1/5/ 1886-1/5/2025) ໃນວັນທີ 5 ພຶດສະພາ 2025 ໂດຍການເຜີຍແຜ່ ຂອງ ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານ ສູນກາງກໍາມະບານລາວ, ໂດຍ ມີ ທ່ານ ກັ້ງ ເຕັມສົມບັດ ຄະນະ ບໍລິຫານງານພັກ, ປະທານສະຫະ ພັນກໍາມະບານ ສານປະຊາຊົນສູງ ສຸດ, ມີຄະນະກົມ, ຄະນະສານ, ພ້ອມດ້ວຍສະມາຊິກກໍາມະບານ ສານປະຊາຊົນສູງສຸດ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພອນສານ ວິໄລເມັ້ງ ໄດ້ຍົກໃຫ້ເຫັນປະຫວັດ ແຫ່ງການກໍາເນີດເຕີບໃຫຍ່ ຂອງ ວັນກໍາມະກອນສາກົນ ຄົບຮອບ 138 ປີ ເຊິ່ງເປັນວັນທີ່ມີຄວາມ ໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນ ກຳມະກອນ ແລະ ຊາວຜູ້ອອກແຮງ ງານໃນທົ່ວໂລກ ເຊິ່ງໃນເດືອນ ພະຈິກປີ 1884 ຢູ່ເມືອງຫລວງ ຊິກາໂກ ຊົນຊັ້ນກຳມະກອນ ໄດ້ມີ ການຕໍ່ສູ້ກັບພວກນາຍທຶນຢ່າງຮຸນ ແຮງ ເພື່ອທວງໃຫ້ເພີ່ມເງິນເດືອນ, ຫລຸດຜ່ອນຊົ່ວໂມງເຮັດວຽກ, ຮຽກ ຮ້ອງ, ປຸກລະດົມໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານທຸກ ທົ່ວໜ້າກຽມພ້ອມຕໍ່ສູ້ເພື່ອທວງເອົາ ສິດຂອງຕົນ. ພ້ອມນັ້ນ, ກໍມີການ ຈັດຕັ້ງການໂຮມຊຸມນຸມຢູ່ຫລາຍ ແຫ່ງ, ມີຂະບວນການໂຄສະນາ, ປຸກລະດົມຂົນຂວາຍໃຫ້ຊົນຊັ້ນກຳ ມະກອນ ແລະ ຊາວຜູ້ອອກແຮງ ງານ ເຊື່ອມຊຶມຕໍ່ມະຕິກອງປະຊຸມ ຂອງສະຫະພັນແຮງງານນັບມື້ ກວ້າງຂວາງ. ອັນພົ້ນເດັ່ນກວ່າໝູ່ ໃນວັນທີ 1 ພຶດສະພາ 1886 ຢູ່ປະ ເທດອາເມລິກາ ຢູ່ຕົວເມືອງຊິກາ ໂກ ເປັນຄັ້ງທໍາອິດທີ່ຊົນຊັ້ນກໍາມະ ກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ຖືເອົາເນື້ອໃນຂອງ ຖະແຫລງການຮຽກຮ້ອງໃຫ້ພວກ ນາຍທຶນ ຕ້ອງປະຕິບັດຕາມການ ສະເໜີ ຂອງກໍາມະກອນວ່າ: ແຕ່ ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດ ວຽກເກີນ 8 ຊົ່ວໂມງຕໍ່ມື້ (8 ຊົ່ວ ໂມງເຮັດວຽກ, 8 ຊົ່ວໂມງຕ້ອງພັກ ຜ່ອນ, 8 ຊົ່ວໂມງ ໃຫ້ມີໂອກາດໄດ້ ຮໍ່າຮຽນ). ຫລັງຈາກນັ້ນ, ໄດ້ກໍາ ນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ. ນັບແຕ່ ນັ້ນມາ ວັນທີ 1 ພຶດສະພາ ຂອງ ທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນ ໃຫຍ່ຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານໃນທົ່ວໂລກ, ເປັນ ວັນແຫ່ງມະຫາສາມັກຄີຂອງຊົນ ຊັ້ນກຳມະກອນທົ່ວໂລກ ທີ່ໄດ້ສະ ແດງພະລັງແຮງທີ່ເຂັ້ມແຂງຂອງ ຕົນ ແລະ ມີການສະເຫລີມສະ ຫລອງຢ່າງຄຶກຄື້ນ ໃນແຕ່ລະປີຢູ່ ຫລາຍ ປະເທດໃນທົ່ວໂລກ. ທ່ານ ພອນສານ ວິໄລເມັ້ງ ຍັງ ໄດ້ຍົກໃຫ້ເຫັນມູນເຊື້ອອັນດີງາມ ຂອງ ກຳມະກອນສາກົນ ໂດຍພາຍ ໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງແມ່ນພັກຂອງ ຊົນຊັ້ນກໍາມະກອນລາວໄດ້ສືບຕໍ່ຜັນ ຂະຫຍາຍມູນເຊື້ອອັນດີເລີດຂອງ ຊົນຊັ້ນກຳມະກອນສາກົນ, ພາຍ ຫລັງປະເທດຊາດໄດ້ຮັບການປົດ ປ່ອຍເປັນຕົ້ນມາຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍ ໄດ້ຈັດຕັ້ງການສະເຫລີມສະຫລອງ ແລະ ລະນຶກເຖິງມູນເຊື້ອການຕໍ່ສູ້ ຢ່າງພິລະອາດຫານ ຂອງຊົນຊັ້ນ ກຳມະກອນສາກົນໃນທຸກໆປີ ເພື່ອ ຢັ້ງຢືນເຖິງການປະກອບສ່ວນຂອງ ຊົນຊັ້ນກຳມະກອນລາວ ແລະ ໄຊ ຊະນະທີ່ຍາດມາໄດ້ ທັງເປັນການ ປົກປ້ອງສິດ, ຜົນປະໂຫຍດອັນ ຊອບທຳຂອງຕົນ, ປົກປັກຮັກສາ ສັນຕິພາບ ແລະ ເປັນຂີດໝາຍອັນ ສໍາຄັນຂອງຊົນຊັ້ນກຳມະກອນ. ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ ນະຄອນຫລວງວຽງຈັນ ເປັນຕົ້ນຢູ່ ເມືອງປາກງື່ມແລະ ເມືອງສັງທອງ. ພ້ອມກັນນັ້ນ, ກໍໄດ້ກະກຽມຕັ້ງຈຸດ ກວດກາຢູ່ເມືອງສັງທອງ ຄຽງຄູ່ ກັບການເຝົ້າລະວັງ ເພື່ອປ້ອງກັນ ພະຍາດໄຂ້ເລືອດດຳ. ພ້ອມນີ້, ຍັງໄດ້ລົງຊຸກຍູ້ສົ່ງເສີມການສັກ ຢາປ້ອງກັນໃຫ້ແກ່ສັດລ້ຽງຂອງ ປະຊາຊົນ ໂດຍສະເພາະໃນໄລຍະ ລະດູແລ້ງກ້າວສູ່ລະດູຝົນ ເຊິ່ງ ໄລຍະນີ້ມັກເກີດມີການລະບາດ ຂອງພະຍາດສັດ ໂດຍໄດ້ມີການ ແນະນຳໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ແຕ່ລະເມືອງລົງຊຸກຍູ້ ໃຫ້ປະຊາຊົນຜູ້ທີ່ລ້ຽງສັດ ສັກຢາ ປ້ອງກັນສັດລ້ຽງຂອງຕົນ ຕິດພັນ ກັບເຜີຍແຜ່ແຈ້ງການຂອງຂັ້ນເທິງ ວາງອອກໃຫ້ແກ່ອົງການປົກຄອງ ບ້ານ, ສັດຕະວະແພດຂັ້ນບ້ານ ຖ້າຫາກພົບເຫັນສັດຕາຍ ຫລື ມີ ອາການຜິດປົກກະຕິຫ້າມບໍ່ໃຫ້ ຄົວມາບໍລິໂພກເດັດຂາດ ຕ້ອງ ລາຍງານໃຫ້ອຳນາດການປົກຄອງ ຂັ້ນບ້ານ ຫລື ສັດຕະວະແພດເມືອງ ເພື່ອລົງໄປກວດກາ ເກັບຕົວຢາງ ມາວິໄຈ ເພື່ອໝັ້ນໃຈວ່າສັດທີ່ຕາຍ ບໍ່ແມ່ນຕາຍຍ້ອນພະຍາດໄຂ້ເລືອດ ດຳ ຫລື ພະຍາດອື່ນໆ, ຈາກນັ້ນກໍ ທຳລາຍຖິ້ມຕາມຫລັກວິຊາການ, ຖ້າພົບເຫັນມີການຄົວມາບໍລິໂພກ ແມ່ນຈະມີມາດຕະການປັບໄໝຕາມ ລະບຽບກົດໝາຍ. ປັດຈຸບັນ, ຢູ່ນະຄອນຫລວງ ວຽງຈັນ ກໍຄື ໃນຂອບເຂດທົ່ວປະ ເທດ ຍັງບໍ່ພົບການລະບາດຂອງ ພະຍາດໄຂ້ເລືອດດຳ ເຖິງແນວໃດ ກໍຕາມທຸກພາກສ່ວນກໍໄດ້ມີການ ປ້ອງກັນຢ່າງເຄັ່ງຄັດເພື່ອບໍ່ໃຫ້ ເກີດການລະບາດຂອງພະຍາດດັ່ງ ກ່າວ ຫລື ຖ້າມີການລະບາດ ນວ ແມ່ນມີຄວາມພ້ອມຮອບດ້ານເພື່ອ ຕອບໂຕ້ການລະບາດຂອງພະຍາດ ດັ່ງກ່າວ ໂດຍຈະສົມທົບກັບບັນດາ ເມືອງໃນ ນວ ເພື່ອກຳນົດມາດຕະ ການໃນການເຝົ້າລະວັງ ໂດຍອີງ ໃສ່ແຈ້ງຂອງ ກະຊວງກະສິກຳ ແລະ ປ່າໄມ້, ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່າໄມ້ ນວ ເພື່ອບໍ່ໃຫ້ແພ່ລະບາດ ເປັນວົງກວ້າງ. ພ້ອມນັ້ນ, ກໍຈະ ໄດ້ລົງເຜີຍແຜ່ບັນດາແຈ້ງການ ຕ່າງໆໃຫ້ແກ່ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈໃນການປ້ອງກັນ, ພ້ອມທັງຮຽກຮ້ອງໃຫ້ສັງຄົມ ບໍ່ ໃຫ້ແຕກຕື່ນ ຄວນມີສະຕິໃນການ ບໍລິໂພກຂ່າວໃນສື່ສັງຄົມອອນ ລາຍ, ຄວນຕິດຕາມ ແລະ ເຊື່ອຖື ຂ່າວທີ່ເປັນທາງການ, ປັດຈຸບັນ ຍັງສາມາດບໍລິໂພກຊີ້ນສັດໄດ້ຕາມ ປົກກະຕິ ແຕ່ຕ້ອງປຸງແຕ່ງໃຫ້ສຸກ ກ່ອນບໍລິໂພກ ຫລີກລ່ຽງບໍລິໂພກ ອາຫານສຸກໆດິບໆເພື່ອປ້ອງພະ ຍາດຕ່າງໆ. ສຳລັບ ພະຍາດດັ່ງກ່າວ, ເກີດ ຈາກເຊື້ອກາລະໂລກ ທີ່ມີຊື່ວ່າ ບາ ຊິລັສ ແອນແທັກຊິສ (#aDiMMus "nUIraDis), ເຊື້ອພະຍາດນີ້ ສາມາດສ້າງສະປໍ ແລະ ມີຄວາມ ທົນທານຕໍ່ສະພາບແວດລ້ອມສູງ ໂດຍເຊື້ອພະຍາດຈະກະຈາຍຢູ່ຕາມ ທົ່ງຫຍ້າ ແລະ ຝັງໂຕຢູ່ໃນດິນ ໄດ້ ເປັນເວລາດົນ ສັດທີ່ໄດ້ຮັບເຊື້ອ ຈະມີອາການເລືອດເປັນພິດຢ່າງ ຮ້າຍແຮງ ເຮັດໃຫ້ເມັດເລືອດແດງ ແຕກ ແລ້ວສັດຈະສົ່ງເຊື້ອອອກ ທາງອາຈົມ, ນ້ຳຢຽວ, ນ້ຳນົມ, ເລືອດ ແລະ ອື່ນໆ. ພະຍາດໄຂ້ ເລືອດດຳ ສາມາດຕິດຕໍ່ຈາກສັດສູ່ ຄົນ ໂດຍການສຳຜັດ ແລະ ການ ບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ທັນສະໄໝເທື່ອລະກ້າວ ຕາມແນວ ທາງຍຸດທະສາດຂອງພັກ. ໃນເດືອນກໍລະກົດ 2024 ຜ່ານ ມາຢູ່ຫໍປະຊຸມແຫ່ງຊາດ, ລັດຖະ ບານ ສອງປະເທດ ລາວ-ຫວຽດ ນາມ ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂຕເລິມ ປະທານປະເທດ ແຫ່ງ ສສ ຫວຽດ ນາມ (ປັດຈຸບັນເປັນເລຂາທິການ ໃຫຍ່ພັກກອມມູນິດ ຫວຽດນາມ) ໄດ້ກົດປຸ່ມເປີດການຈັດຕັ້ງຜັນຂະ ຫຍາຍ hກໍ່ສ້າງຖານຂໍ້ມູນພົນລະ ເມືອງ ແລະ ບັດປະຈໍາຕົວi ຢ່າງ ເປັນທາງການ ໂດຍມີການນໍາ ສອງປະເທດ, ສອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ, ນີ້ເປັນກິດຈະ ກໍາທີ່ສຳຄັນເປັນພິເສດ, ມີຄວາມ ໝາຍສຳຄັນຫລາຍຕໍ່ສາຍພົວພັນ ລາວ-ຫວຽດນາມ ແລະ ອີກບໍ່ ປະເທດ, ທ່ານນາຍົກລັດຖະມົນຕີ, ລັດຖະບານ ແລະ ປະຊາຊົນລາວ ເຖິງ ສົມເດັດຊຸນຕານ ຮາຈິ ຮັດຊາ ນານໂບນເກຍ. ພ້ອມນີ້, ທ່ານ ລິນຄຳ ດວງ ສະຫວັນ ໄດ້ນຳພາຄະນະຜູ້ແທນ ຝ່າຍລາວ ພົບປະສອງຝ່າຍ ກັບ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ແຫ່ງ ບຣູໄນດາຣຸ ຊາລາມ ເພື່ອປຶກສາຫາລື ແລະ ທົບ ທວນການຮ່ວມມື ລະຫວ່າງ ສອງ ກະຊວງໃນໄລຍະຜ່ານມາ ແລະ ການຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍສະເພາະແມ່ນການຮັບຮອງ ເອົາຜົນກອງປະຊຸມ +8$ ຄັ້ງທີ 2 ເພື່ອຊຸກຍູ້ສົ່ງເສີມວຽກງານການ ລາວ-ບຣູໄນ... ຕໍ່າ‹ໜ້າ ລົງທຶນ-ການຄ້າດ້ານກະສິກຳ ໂດຍ ການມີສ່ວນຮ່ວມຂອງຜູ້ປະກອບ ການ. ນອກຈາກນີ້, ຄະນະຜູ້ແທນ ຝ່າຍລາວ ຍັງໄດ້ເຂົ້າຮ່ວມ ກອງ ປະຊຸມຄະນະກຳມາທິການຮ່ວມມື ສອງຝ່າຍ ລາວ-ບຣູໄນດາຣຸຊາ ລາມ ຄັ້ງທີ 2, ພ້ອມທັງນຳພາ ພາກທຸລະກິດ ເຂົ້າຮ່ວມກອງປະຊຸມ ພົບປະພາກທຸລະກິດ ລາວ-ບຣູໄນ ເພື່ອປຶກສາຫາລືຊ່ອງທາງໃນການ ດຳເນີນທຸລະກິດຮ່ວມກັນໃນຕໍ່ໜ້າ ໂດຍສະເພາະ ແມ່ນການສົ່ງອອກ ຜະລິດຕະພັນກະສິກຳ ຈາກ ສປປ ລາວ ໄປ ບຣູໄນດາຣູຊາລາມ ໂດຍ ມີການສະໜັບສະໜູນ ແລະ ອຳ ນວຍຄວາມສະດວກຈາກພາກລັດ ຂອງທັງສອງປະເທດ. ພ້ອມກັນນີ້, ຄະນະຜູ້ແທນ ຍັງໄດ້ຢ້ຽມຢາມພື້ນຖານການຜະ ລິດທີ່ສຳຄັນຈຳນວນໜຶ່ງ ຂອງ ບຣູໄນ ດາຣູຊາລາມ ໂດຍສະເພາະ ຟາມປູກພືດຜັກ ທີ່ນຳໃຊ້ ລະບົບ )ZdroQonis ແລະ ຟາມລ້ຽງສັດ ນ້ຳ (ກຸ້ງ ແລະ ປາ) ຕື່ມອີກ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ພໍເທົ່າໃດເດືອນ ສປປ ລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບ ຈະດຳເນີນອອກບັດປະຈໍາຕົວ ທີ່ ມີຄວາມທັນສະໄໝ ໃນຍຸກດີຈິ ຕອນ ເພື່ອມາຮັບໃຊ້ປະຊາຊົນ ລາວໃນທົ່ວປະເທດ, ກະຊວງ ປ້ອງກັນຄວາມສະຫງົບສຸມໃສ່ ສ້າງພື້ນຖານໂຄງລ່າງ ສູນຂໍ້ມູນ ພົນລະເມືອງ ແລະ ບັດປະຈຳຕົວ, ບໍາລຸງຍົກລະດັບຄວາມຮູ້ຄວາມ ສາມາດທາງດ້ານໄອທີ ໃຫ້ແກ່ ພະນັກງານນັກຮົບ, ປັບປຸງ ແລະ ສ້າງບັນດານິຕິກຳຕ່າງໆ ເພື່ອເປັນ ບ່ອນອີງໃນການຈັດຕັ້ງປະຕິບັດ, ສຸມໃສ່ເກັບກຳທ້ອນໂຮມຂໍ້ມູນ ພົນລະເມືອງ ຫັນເປັນຂໍ້ມູນດີຈິ ຕອນເຂົ້າສູ່ລະບົບ. ມາເຖິງປັດຈຸບັນ, ແມ່ນກຽມ ພ້ອມທີ່ຈະດຳເນີນອອກບັດປະຈຳ ຕົວທີ່ມີຄວາມທັນສະໄໝ ຮັບໃຊ້ ປະຊາຊົນໃນທົ່ວປະເທດ ຢ່າງເປັນ ທາງການ. ຂໍ້ມູນ-ພາບ: ໜັງສືພິມຄວາມສະຫງົບ ກຽມເປີດນຳໃຊ້... ຕໍ່າ‹ໜ້າ ກະຊວງປ້ອງກັນຄວາມສະຫງົບ ສຸມໃສ່ຫັນວຽກງານໃຫ້ກາຍເປັນ

RkJQdWJsaXNoZXIy MTc3MTYxMQ==