08/05/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K Ê ¤§ໜÇ 5 [kf7h vop5 fmtlkf .o[A oIq [fPo[Po26 ໄລຍະທ້າຍສະຕະວັດທີ XIX ຫາຕົ້ນສະຕະວັດທີ XX ລັດທິ ທຶນນິຍົມໄດ້ຂະຫຍາຍຕົວນັ້ນບໍ່ມີ ຄວາມດຸ່ນດ່ຽງກັນ (ບໍ່ເທົ່າທຽມ ກັນ) ຈຶ່ງເກີດມີຂໍ້ຂັດແຍ່ງທາງ ດ້ານສິດຜົນປະໂຫຍດລະຫວ່າງ ຈັກກະພັດດ້ວຍກັນ, ໂດຍສະເພາະ ການຍາດຊີງລະບົບຫົວເມືອງຂຶ້ນ ເພື່ອຂຸດຄົ້ນເອົາວັດຖຸດິບ, ຕະຫລາດ ຈໍາໜ່າຍສິນຄ້າ ແລະ ອື່ນໆ. ການ ຊ່ວງຊີງ ແລະ ແຂ່ງຂັນກັນທາງ ດ້ານອາວຸດ ຊຶ່ງຂໍ້ຂັດແຍ່ງດັ່ງກ່າວ ບໍ່ສາມາດແກ້ໄຂກັນໄດ້ຢ່າງສັນຕິ ວິທີ ຈຶ່ງກ້າວໄປເຖິງການໃຊ້ກໍາລັງ ເປັນເຄື່ອງມືໃນການແກ້ໄຂບັນຫາ ດ້ວຍການສ້າງຕັ້ງ 2 ກຸ່ມທາງທະ ຫານເຊັ່ນ: ກຸ່ມສໍາພັນທະມິດໄດ້ ສ້າງຕັ້ງຂຶ້ນໃນປີ 1882, ປະກອບ ມີປະເທດເຢຍລະມັນ, ໂອຕຣິດ, ຮົງ ກາຣີແລະ ອີຕາລີ. (ໃນປີ 1915 ອີຕາລີຍ້າຍໄປຢູ່ກຸ່ມສົນທິສັນຍາ) ຊຶ່ງກຸ່ມສົນທິສັນຍາໄດ້ສ້າງຕັ້ງຂຶ້ນ ໃນປີ 1907ປະກອບມີ ອັງກິດ, ຝຣັ່ງ ແລະ ຣັດເຊຍ(ສະຫະພາບ ໂຊວຽດ). ພາຍຫລັງສ້າງຕັ້ງສໍາ ເລັດ, ທັງສອງກຸ່ມໄດ້ດໍາເນີນການ ຕໍ່ສູ້ກັນຢ່າງດຸເດືອດທີ່ສຸດເພື່ອແບ່ງ ໂລກຄືນໃໝ່, ຊ່ວງຊີງ ແລະ ແຂ່ງ ຂັນກັນທາງດ້ານອາວຸດ. ໃນວັນທີ 28 ກໍລະກົດ ປີ 1914 ໂອຕຣິດ, ຮົງກາຣີ ໄດ້ບຸກໂຈມຕີ ແຊກບີ ວັນທີ 1 ສິງຫາ ເຢຍລະມັນ ປະກາດສົງຄາມກັບຣັດເຊຍ. ວັນທີ 3 ປະກາດສົງຄາມກັບຝຣັ່ງ ແລະ ວັນທີ 4 ອັງກິດ ປະກາດສົງຄາມ ກັບເຢຍລະມັນ. ໃນເບື້ອງຕົ້ນມີພຽງ ແຕ່ປະເທດມະຫາອໍານາດເທົ່ານັ້ນ ເຂົ້າຮ່ວມສົງຄາມ ຕໍ່ມາມີຫລາຍ ປະເທດ ແລະ ເມືອງຂຶ້ນຕ່າງໆຂອງ ບັນດາປະເທດຈັກກະພັດເຂົ້າຮ່ວມ ນໍາ. ສົງຄາມໂລກ ຄັ້ງທີ I ຂະຫຍາຍ ອອກໄປຫລາຍທະວີບໃນໂລກແຕ່ ສະໜາມຮົບຕົ້ນຕໍ ແລະ ດຸເດືອດທີ່ ສຸດແມ່ນເກີດຢູ່ເອີຣົບ, ສົງຄາມຄັ້ງ ນີ້ເປັນສົງຄາມຈັກກະພັດຜູ້ຮຸກຮານ ຫລື ສົງຄາມປຸ້ນສະດົມເປັນສົງ ຄາມອະທໍາສໍາລັບຜູ້ທີ່ເຂົ້າຮ່ວມສົງ ຄາມ, ໃນບັນດາປະເທດຈັກກະ ພັດທີ່ເຂົ້າຮ່ວມສົງຄາມໂລກຄັ້ງນີ້, ຫົວໜ້າໃນການກໍ່ສົງຄາມໄດ້ແກ່ ອັງກິດ ແລະ ເຢຍລະມັນ. ປີ 1941 ຟາດຊິດເຢຍລະມັນ ໄດ້ເລີ່ມຕົ້ນສົງຄາມກັບສະຫະພາບ ໂຊວຽດ ໂດຍບໍ່ໄດ້ປະກາດ ຕັ້ງແຕ່ ແຄມທະເລບານຕິກຮອດທະເລດຳ ເປົ້າໝາຍແມ່ນຮຸກຮານ, ຢືດຄອງ, ທຳລາຍລ້າງຜານນະຄອນຫລວງ ມົດສະກູ ແລະ ທັບມ້າງສະຫະພາບ ໂຊວຽດ ຕາມແຜນການຍຸດທະສາດ ທາງການທະຫານຂອງຟາດຊິດ ເຫດການປະຫວັດສາດຂອງ ບັ້ນຮົບດຽນບຽນຟູໄດ້ສົ່ງຜົນຢ່າງ ໃຫຍ່ຫລວງຕໍ່ບັນດາຂະບວນການ ປົດປ່ອຍຊາດຢູ່ຫລາຍພາກພື້ນທັງ ແມ່ນຂີດໝາຍອັນຍິ່ງໃຫຍ່ຂອງ ຍຸກສະໄໝ, ແມ່ນເຫດການທ່ີມີ ຄວາມໝາຍແຜ່ກະຈາຍທົ່ວໂລກ. ເປັນຄັ້ງທຳອິດໃນປະຫວັດສາດ, ຊາດໜ່ຶງທ່ີຖືກກົດຂ່ີຂູດຮີດສາມາດ ເອົາໄຊຊະນະການຮຸກຮານຂອງ ປະເທດມະຫາອຳນາດ, ຍາດເອົາ ເອກະລາດມາໃຫ້ປະເທດຊາດ, ນຳ ສິດປະຊາທິປະໄຕມາໃຫ້ປະຊາຊົນ ຢ່າງແທ້ຈິງ. ແຜນຍຸດທະສາດຂອງພັກກອມ ມູນິດຫວຽດນາມ ໃນການປົດປ່ອຍ ດຽນບຽນຟູ. ເດືອນ 9 ປີ 1953 ກົມ ການເມືອງສູນກາງພັກກອມມູນິດ ຫວຽດນາມ ໄດ້ເປີດກອງປະຊຸມ ເພື່ອຕີລາຄາສະພາບການຢູ່ສະໜາມ ຮົບອິນດູຈີນ, ໄຈ້ແຍກໃຫ້ເຫັນເຖິງ ກົມອຸບາຍຂອງພວກລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່, ຊອກ ຫາຂໍ້ຂັດແຍ່ງ ແລະ ຈຸດອ່ອນທີ່ບໍ່ ສາມາດແກ້ໄຂຢູ່ໃນແຜນການຂອງ ນາຍພົນນາວາ. ກົມການການເມືອງ ສູນກາງພັກ ໄດ້ມີມະຕິຕົກລົງເປີດ ບັ້ນຮົບຍຸດທະສາດໃນລະດູບານ ໃໝ່ ປີ 1953-1954. ພ້ອມນັ້ນ ກໍ່ ວາງແຜນນະໂຍບາຍເປີດການບຸກ ໂຈມຕີສັດຕູໃນສະໜາມຮົບການ ຕ່າງປະເທດ ເພື່ອສ້າງເງື່ອນໄຂໃຫ້ ແກ່ບັ້ນຮົບດຽນບຽນຟູ. ກອງບັນຊາ ການສູງສຸດ ໄດ້ອອກຄຳສັ່ງໃຫ້ເປີດ ບັ້ນຮົບບຸກໂຈມຕີຢ່າງແຂງແຮງໃນ ທົ່ວສະໜາມຮົບອິນດູຈີນ ດ້ວຍ 5 ບາດຄ້ອນຍຸດທະສາດຄື: 1. ວັນທີ 10/12/1953 ກອງ ທັບຫວຽດນາມ ໄດ້ເປີດບັ້ນຮົບບຸກ ໂຈມຕີເຂົ້າເທສະບານຕາແສງລາຍ ເຈົາ, ການສູ້ຮົບແກ່ຍາວ 12 ວັນຄືນ ຈຶ່ງປົດປ່ອຍລາຍເຈົາໄດ້. 2. ໃນທ້າຍເດືອນ 12/1953 ໂດຍສົມທົບກັບທະຫານຫວຽດນາມ ກອງທັບລາວອິດສະຫລະໄດ້ເປີດ ບັ້ນຮົບບຸກໂຈມຕີເຂົ້າພາກກາງ ຂອງລາວ. 3. ໃນທ້າຍເດືອນ 12 ປີ 1953 ກອງທັບລາວອິດສະຫລະສົມທົບ ກັບກອງທະຫານອາສາສະໝັກ ຫວຽດນາມ ໄດ້ບຸກຕີລົງພາກໃຕ້ ຂອງລາວ, ປົດປ່ອຍຕົວເມືອງອັດ ຕະປື, ສ່ວນໜຶ່ງຂອງແຂວງສາລະ ວັນ, ດົງບໍລະເວນ, ເວີນໄຊ, ຊຽງ ປອງ... 4. ກອງທັບປະຊາຊົນຫວຽດ ນາມ ເປີດບັ້ນຮົບໄຕຫງວຽນ ຊຶ່ງ ແກ່ຍາວ 12 ວັນ-ຄືນ ຈຶ່ງປົດປ່ອຍ ເທສະບານຕາແສງກອນຕຸມໄດ້. 5. ໃນທ້າຍເດືອນ 1/1954 ກອງທະຫານລາວ-ຫວຽດນາມ ໄດ້ເປີດບັ້ນຮົບບຸກໂຈມຕີແນວປ້ອງ ກັນສັດຕູຢູ່ລ້ອງນ້ຳອູກ້າວສູ່ປະຊິດ ແຂວງຫລວງພະບາງ ແລະ ໂຈມຕີ ຂຶ້ນພາກເໜືອຂອງລາວ, ປົດປ່ອຍ ແຂວງຜົ້ງສາລີ. ການບຸກໂຈມຕີດ້ວຍ 5 ບາດ ຄ້ອນຍຸດທະສາດລ້ວນແຕ່ໄດ້ຮັບ ໄຊຊະນະ ແລະ ເປັນການທັບມ້າງ ກົນອຸບາຍຂອງນາວາ, ສ້າງເງື່ອນ ໄຂໃຫ້ກອງທັບຫວຽດນາມເປີດບັ້ນ ຮົບດຽນບຽນຟູ. ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນຈຸດສູງສຸດ, ແມ່ນການທົດສອບ ກຳລັງແຮງຮອບດ້ານ, ດຸເດືອດ ຂ້ຽວຂາດທີ່ສຸດໃນພາລະກິດຕໍ່ສູ້ກູ້ ຊາດລະຫວ່າງກອງທັບປະຊາຊົນ ຫວຽດນາມ ກັບພວກລ່າເມືອງຂຶ້ນ ແບບເກົ່າຜູ້ຮຸກຮານ ແລະ ການແຊກ ແຊງຊ່ວຍໜູນຂອງຈັກກະພັດລ່າ ເມືອງຂຶ້ນແບບໃໝ່. ໄຊຊະນະດຽນ ບຽນຟູ ບໍ່ພຽງແຕ່ແມ່ນການປະກາດ ເຖິງການມໍລະນະຂອງລ່າເມືອງຂຶ້ນ ແບບເກົ່າຢູ່ຫວຽດນາມ ກໍຄື ຢູ່ໃນ ອິນດູຈີນ, ແຕ່ມັນຍັງເປັນການຕີ ເອົາຊະນະຈັກກະພັດລ່າເມືອງຂຶ້ນ ແບບໃໝ່ຂອງກອງທັບປະຊາຊົນ ຫວຽດນາມ. ໄຊຊະນະບັ້ນຮົບດຽນ ບຽນຟູ ໄດ້ເຮັດໃຫ້ລັດທິລ່າເມືອງ ຂຶ້ນແບບເກົ່າຖືກພັງລະລາຍເປັນ ເທ່ືອທຳອິດຢູ່ໃນໂລກ, ບັງຄັບໃຫ້ ພວກວາງແຜນຍຸດທະສາດຂອງ ລັດທິລ່າເມືອງຂຶ້ນ ເຊິ່ງນຳໜ້າ ແມ່ນຈັກກະພັດອາເມລິກາ ຕ້ອງໄດ້ ຫັນທິດໄປສູ່ການປະຕິບັດລັດທິລ່າ ເມືອງຂຶ້ນແບບໃໝ່. (ເນ່ືອງໃນໂອກາດວັນໄຊຊະນະສົງຄາມປົກປ້ອງປິຕຸພູມຂອງອະດີດສະຫະພາບໂຊວຽດ ຄົບຮອບ 80 ປີ 9/5/1945-9/5/2025) ທີ່ມີຊື່ວ່າ: ແຜນບາຣບາໂຣຊາ. ພວກເຂົາໄດ້ວາງແຜນເປີດບັ້ນຮົບ (ສາຍຟ້າແມບ) ຕ້ອງທຳລາຍ ກອງທັບໂຊວຽດໃຫ້ໄດ້ ແລະ ບັງ ຄັບໃຫ້ມົດສະກູ ຕ້ອງຍອມຈຳ ນົນ. ຕໍ່ໜ້າການບຸກໂຈມຕີລ້າງ ຜານຢ່າງໂຫດຮ້າຍປ່າເຖື່ອນຂອງ ຟາດຊິດ, ສະຫະພາບໂຊວຽດ-ລັດ ສັງຄົມນິຍົມທີ່ອ່ອນນ້ອຍ, ໃຕ້ການ ນຳພາອັນປີຊາສາມາດຂອງພັກ ກອມມູນິດໄດ້ປຸກລະດົມທົ່ວພັກ, ທົ່ວ ກອງທັບ ແລະ ທົ່ວປວງຊົນລຸກຂຶ້ນ ກຳປືນຕ້ານຟາດຊິດ, ຍອມເສຍ ສະລະຊີວິດ ແລະ ວັດຖຸຊັບສິນທຸກ ຢ່າງ ເພື່ອກອບກູ້ເອົາປະເທດຊາດ, ປົກປັກຮັກສາລັດສັງຄົມນິຍົມ ແລະ ກອບກູ້ເອົາມວນມະນຸດອອກຈາກ ໄພພິບັດແຫ່ງການລົ້ມຕາຍຈາກ ນ້ຳມືຂອງຟາດຊິດ, ຢັບຢັ້ງການ ບຸກລຸກຂອງກອງທະຫານຟາດຊິດ ດ້ວຍຫລາຍວິທີ, ຫລາຍກຳລັງຂອງ ສົງຄາມປະຊາຊົນ. ການປະລາໄຊຄັ້ງໃຫຍ່ເທື່ອ ທຳອິດຂອງຟາດຊິດໃນສົງຄາມ ໂລກຄັ້ງທີ II ແມ່ນຢູ່ຊານເມືອງ ມົດສະກູ ໃນທ້າຍປີ 1941-ຕົ້ນ ປີ1942. ພວກຟາດຊິດ ໄດ້ວາງ ແຜນປິດລ້ອມນະຄອນຫລວງ ມົດສະກູ ບໍ່ໃຫ້ຜູ້ໃດສາມາດລອດ ອອກໄປໄດ້ ເພື່ອທຳລາຍເຮືອນ ທຸກຫລັງແລ້ວປ່ອຍນ້ຳເຂົ້າໃຫ້ຖ້ວມ ອຸມົງລົດໄຟໃຕ້ດິນ ແຕ່ພວກເຂົາກໍ່ບໍ່ ສາມາດເຮັດສຳເລັດໄດ້. ກອງທັບ ແດງໂຊວຽດໄດ້ຕ່າວໂຈມຕີຢ່າງ ກ້າຫານ ແລະ ເດັດດ່ຽວ, ຂັບໄລ່ ພວກຟາດຊິດອອກຈາກນະຄອນ ຫລວງມົດສະກູ. ພາຍຫລັງທີ່ປ້ອງ ກັນນະຄອນມົດສະກູໄດ້ແລ້ວ, ກອງ ທັບແດງໂຊວຽດ ໄດ້ເປີດສາກບຸກ ໂຈມຕີພວກຟາດຊິດ ຢູ່ທົ່ວທຸກແຫ່ງ ຫົນຂອງດິນແດນໂຊວຽດ. ເມື່ອ ສົງຄາມໂລກຄັ້ງທີສອງສິ້ນສຸດລົງ, ຟາດຊິດຮິດເລີ ຖືກດັບສູນ, 13 ປະເທດຢູ່ເອີຣົບ ໄດ້ຮັບການປົດ ປ່ອຍ, ໄຊຊະນະອັນໃຫຍ່ຫລວງ ຂອງສະຫະພາບໂຊວຽດໄດ້ສ້າງ ກາລະໂອກາດພາວະວິໄສໃຫ້ແກ່ ບັນດາປະເທດຢູ່ເອີຣົບ ແລະ ອາຊີ ຈຳນວນໜຶ່ງໄດ້ຮັບການປົດປ່ອຍ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ. ໄຊຊະນະຟາດຊິດ ທີ່ສະຫະພາບ ໂຊວຽດ ແລະ ພັນທະມິດຍາດມາ ໄດ້ມັນເປັນໄຊຊະນະອັນຍິ່ງໃຫຍ່ ພາຍໃຕ້ການຊີ້ນຳ ນຳພາຂອງພັກ ກອມມູນິດໂຊວຽດ, ປະຊາຊົນໂຊ ວຽດ ກໍຄື ປະເທດພັນທະມິດ ແລະ ປະຊາຊາດທົ່ວໂລກໄດ້ສາມັກຄີ ກັນ, ອູ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນເສຍສະລະທັງຊີວິດ ເລືອດເນື້ອ ແລະ ຊັບສິນຕໍ່ສູ້ຕ້ານ ການຮຸກຮານຂອງຟາດຊິດ ຢ່າງ ດຸເດືອດພິລະອາດຫານ ແລະ ເດັດ ຂາດບໍ່ຍອມຈຳນົນ, ໄຊຊະນະຟາດ ຊິດ ບໍ່ພຽງແຕ່ສ້າງບາດລ້ຽວປະ ຫວັດສາດຕັດສິນໂຊກຊາຕາກຳ ຂອງປະຊາຊົນໂຊວຽດເທົ່ານັ້ນ ຍັງ ປົດປ່ອຍບັນດາປະຊາຊາດອອກ ຈາກການປົກຄອງຂອງຟາດຊິດ ມັນຍັງເປັນການຕັດສິນໂຊກຊາຕາ ກຳຂອງປະຊາຊົນຫລາຍປະເທດ ອີກດ້ວຍ; ພາຍຫລັງສົງຄາມມັນ ໄດ້ສ້າງໃຫ້ມີບັນດາປະເທດສັງຄົມ ນິຍົມ ຊຶ່ງເປັນລະບົບເກີດຂຶ້ນໃນ ໂລກ. ໄຊຊະນະຟາດຊິດ ໄດ້ສົ່ງຜົນ ສະທ້ອນອັນດີໃຫ້ແກ່ການປະຕິວັດ ໂລກທັງຢູ່ເອີຣົບ ແລະ ອາຊີ, ມັນ ໄດ້ສ້າງເງື່ອນໄຂເອື້ອອຳນວຍໃຫ້ ແກ່ຂະບວນການປົດປ່ອຍຊາດຢູ່ ບັນດາປະເທດຫົວເມືອງຂຶ້ນລຸກຂຶ້ນ ຕໍ່ສູ້ຍາດເອົາຄວາມເປັນເອກະລາດ ມາໃຫ້ຊາດຕົນ. ສຳລັບຢູ່ອິນດູຈີນ, ໄຊຊະນະ ຟາດຊິດ ໄດ້ສົ່ງຜົນສະທ້ອນອັນ ໃຫຍ່ຫລວງໃຫ້ແກ່ການປະຕິວັດ ຢູ່ອິນດູຈີນ ມັນໄດ້ເຮັດໃຫ້ການ ປະຕິວັດມີການຂະຫຍາຍຕົວຢ່າງ ວ່ອງໄວ ແລະ ກ້າວຂຶ້ນຕີເອົາຊະນະ ກັບພວກລ່າເມືອງຂຶ້ນຕ່າງດ້າວ. ໄຊຊະນະຟາດຊິດ ຍັງສະແດງໃຫ້ ເຫັນເຖິງນ້ຳໃຈສາກົນກຳມະຊີບ ອັນຜ່ອງໃສຂອງກອງທັບ ແລະ ປະຊາຊົນໂຊວຽດ, ມວນມະນຸດຜູ້ ກ້າວໜ້າ ແລະ ຮັກຫອມສັນຕິພາບ ໃນໂລກລ້ວນແຕ່ຮັບຮູ້ຊາບຊຶ້ງເຖິງ ວິລະກຳອັນລ້ຳເລີດ, ຄວາມອົງອາດ ກ້າຫານ, ຄວາມສາມັກຄີອັນແໜ້ນ ແຟ້ນ ແລະ ຄວາມຈົງຮັກພັກດີຕໍ່ຊາດ ກໍຄື ພັນທະຕໍ່ສາກົນຂອງກອງທັບ ແດງ ແລະ ປະຊາຊົນໂຊວຽດ. (ຟາດຊິດເຢຍລະມັນ, ອີຕາລີ ແລະ ຂຸນເສິກຍີ່ປຸ່ນ ໄດ້ຍອມຈຳນົນຕໍ່ກອງທັບແດງສະຫະພາບໂຊວຽດ ແລະ ພັນທະມິດ ຢ່າງບໍ່ມີເງື່ອນໄຂ, ໃນທ້າຍປີ 1945) (ຟາດຊິດເຢຍລະມັນ, ອີຕາລີ ແລະ ຂຸນເສິກຍີ່ປຸ່ນ ໄດ້ຍອມຈຳນົນຕໍ່ກອງທັບແດງສະຫະພາບໂຊວຽດ ແລະ ພັນທະມິດ ຢ່າງບໍ່ມີເງື່ອນໄຂ, ໃນທ້າຍປີ 1945) dko8l6h xh v'da oxu 85 r6 ,0v'dv'ma [ c]t xt-k-q o3-;Pf +
RkJQdWJsaXNoZXIy MTc3MTYxMQ==