7023

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 08/05/2025 xtgmf]k; ເຜີຍແຜ່... ຂອງຊາດ ຊຶ່ງພັກ-ລັດ ກໍານົດເອົາ ຂະແໜງທ່ອງທ່ຽວເປັນໜຶ່ງໃນຂະ ແໜງການເສດຖະກິດປາຍແຫລມ ໂດຍຊຸກຍູ້ໃຫ້ມີການຂຸດຄົ້ນບັນດາ ທ່າແຮງບົ່ມຊ້ອນດ້ານການທ່ອງ ທ່ຽວ ເພື່ອສ້າງໂອກາດໃນການພັດ ທະນາ ແລະ ຊຸກຍູ້ເສດຖະກິດຂອງ ປະເທດໃຫ້ມີການຂະຫຍາຍຕົວ ຊຶ່ງ ເມືອງວັງວຽງ ແຂວງວຽງຈັນ ແມ່ນຈຸດໝາຍປາຍທາງການທ່ອງ ທ່ຽວຫລັກ ຂອງ ສປປ ລາວ ຫລື TourismLandmark, ເປັນເມືອງ ໜຶ່ງທີ່ມີຊື່ສຽງທີ່ໂດ່ງດັງ ແລະ ເປັນ ທີ່ຮູ້ຈັກຢ່າງກວ້າງຂວາງ ຂອງນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ຍ້ອນມີຄວາມອຸດົມສົມບູນ ໄປດ້ວຍຊັບພະຍາກອນທາງທໍາ ມະຊາດ, ມີຈຸດເດັ່ນໃນການດຶງ ດູດນັກທ່ອງທ່ຽວ ທີ່ປະກອບດ້ວຍ ສາຍນໍ້າຊອງທີ່ໃສເຢັນໄຫລຜ່ານ, ມີພູຜາຢັ່ງຢາຍຢ່າງສວຍສົດງົດ ງາມ, ປະຊາຊົນທ້ອງຖິ່ນມີນໍ້າໃຈ ໄມຕີຈິດ, ຍິ້ມແຍ້ມແຈ່ມໃສ, ມີເອ ກະລັກດ້ານຊີວິດການເປັນຢູ່, ມີກິດ ຈະກໍາທ່ອງທ່ຽວທາງທໍາມະຊາດ ຫລາຍຮູບແບບ ໂດຍສະເພາະແມ່ນ ທ່ຽວຊົມທັດສະນີຍະພາບ, ສໍາຜັດ ທໍາມະຊາດທີ່ອຸດົມສົມບູນ, ລ່ອງ ເຮືອ, ກິດຈະກໍາການທ່ອງທ່ຽວປະ ຈົນໄພ ແລະ ກິດຈະກໍາອື່ນໆ. ສະນັ້ນ, ໂດຍເຫັນໄດ້ຄວາມ ສໍາຄັນຂອງບັນຫາທີ່ໄດ້ກ່າວມາ ນັ້ນ ແລະ ເພື່ອເປັນບ່ອນອີງໃຫ້ແກ່ ການພັດທະນາ ແລະ ຄຸ້ມຄອງການ ທ່ອງທ່ຽວຂອງເມືອງວັງວຽງ, ໃນ ໄລຍະທີ່ຜ່ານມາ ກະຊວງ ຖວທ ກໍໄດ້ຊ່ວຍສ້າງແຜນແມ່ບົດຄຸ້ມ ຄອງຕົວເມືອງທ່ອງທ່ຽວວັງວຽງ ສະບັບປີ 2010-2020 ໂດຍໄດ້ ຮັບການສະໜັບສະໜູນທາງດ້ານ ງົບປະມານຈາກທະນາຄານພັດທະ ນາອາຊີ ຊຶ່ງແມ່ນບໍລິສັດ ເຮັນເຊັນ ປະເທດອົດສະຕຣາລີ ເປັນຜູ້ຊ່ວຍ ໃນການຂຽນແຜນ. ຜ່ານການຈັດ ຕັ້ງປະຕິບັດຕົວຈິງ ເຫັນວ່າການ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ແຜນສະບັບເກົ່າ ຍັງບໍ່ທັນສາມາດ ປະຕິບັດໄດ້ດີເທົ່າທີ່ຄວນ. ດັ່ງນັ້ນ, ມາຮອດປີ 2021 ໂດຍອີງໃສ່ທິດ ຊີ້ນໍາຂອງຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ ທີ່ມອບໃຫ້ ກະຊວງ ຖວທ ເປັນເຈົ້າການໃນ ການປະສານກັບພາກສ່ວນທີ່ກ່ຽວ ຂ້ອງ ເພື່ອປັບປຸງແຜນດັ່ງກ່າວຄືນ ໃໝ່ ຈຶ່ງເປັນທີ່ມາຂອງແຜນແມ່ບົດ ພັດທະນາ ແລະ ຄຸ້ມຄອງເຂດການ ທ່ອງທ່ຽວລະດັບຊາດ ເມືອງວັງ ວຽງ ແລະ ບໍລິເວນອ້ອມຮອບ ສໍາ ລັບປີ 2025-2035 ທີ່ລັດຖະບານ ໄດ້ອອກຂໍ້ຕົກລົງຮັບຮອງເປັນທີ່ ຮຽບຮ້ອຍ, ສະບັບເລກທີ 08/ນຍ ລົງວັນທີ 10 ມັງກອນ 2025. ການປັບປຸງແຜນແມ່ບົດໃນຄັ້ງ ນີ້, ຖືວ່າເປັນບາດກ້າວທີ່ສໍາຄັນໃນ ການວາງແຜນຜັງເມືອງ ແລະ ການ ຄຸ້ມຄອງການທ່ອງທ່ຽວ ຢູ່ເມືອງ ວັງວຽງ ໃນສະພາບການໃໝ່ໃຫ້ ມີຄວາມເປັນລະບຽບຮຽບຮ້ອຍ, ແຜນດັ່ງກ່າວຈະເປັນຕົວກໍານົດ ທິດທາງທີ່ຈໍາເປັນໃນການວາງ ແຜນ ແລະ ການພັດທະນາການ ທ່ອງທ່ຽວ, ຮັບປະກັນການປົກ ປັກຮັກສາທິວທັດທໍາມະຊາດ ແລະ ວັດທະນະທໍາໃນຂອບເຂດຂອງ ຕົວເມືອງວັງວຽງ ແລະ ບໍລິເວນ ອ້ອມຮອບ ໃຫ້ມີຄວາມຍືນຍົງ ແລະ ມີຄວາມເປັນລະບຽບຮຽບຮ້ອຍ., ອີກສິ່ງໜຶ່ງທີ່ສໍາຄັນຂອງແຜນແມ່ ບົດສະບັບປີ 2025-2035 ແມ່ນ ການປະສົມປະສານ ແລະ ເຊື່ອມ ໂຍງກັນລະຫວ່າງການວາງແຜນ ຜັງເມືອງ ແລະ ການວາງແຜນ ພັດທະນາການທ່ອງທ່ຽວໃຫ້ມີ ຄວາມກົມກຽວກັນ ເຊິ່ງກວມເອົາ ຂອບເຂດພື້ນທີ່ບໍລິເວນຕົວເມືອງ ວັງວຽງ ແລະ ບໍລິເວນອ້ອມຮອບ ໂດຍມີການຄໍານຶງເຖິງຄວາມອາດ ສາມາດໃນການຂະຫຍາຍຕົວ ຂອງ ຕົວເມືອງວັງວຽງໃນອະນາຄົດ. ຂ່າວ: ວິນນາລີ ເລຂາຄະນະບໍລິຫານງານພັກ, ປະທານສູນກາງສະຫະພັນກໍາມະ ບານລາວ; ມີຜູ້ຕາງໜ້າຈາກຄະນະ ບໍລິຫານງານສະຫະພັນແມ່ຍິງ ແລະ ຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ຄຳ ໄພ ພັນທອງດີ ຮັກສາການປະທານ ຄະນະບໍລິຫານງານສະຫະພັນກຳ ມະບານກະຊວງການຕ່າງປະເທດ ແລະ ຄະນະ ໄດ້ຜ່ານບົດລາຍງານ ການເມືອງ, ແຜນພັດທະນາກໍາມະ ບານ 5 ປີ ຜ່ານມາ ແລະ ທິດທາງ ແຜນການ 5 ປີ ໃນຕໍ່ໜ້າ ແລະ ບົດ ສໍາຫລວດການນໍາພາລວມຂອງ ຄະນະບໍລິຫານງານ ສະຫະພັນກໍາ ມະບານກະຊວງການຕ່າງປະເທດ ສະໄໝທີ XI ໃນໄລຍະ 5 ປີຜ່ານ ມາ ເຊິ່ງໄດ້ສັງເກດຕີລາຄາຢ່າງ ເລິກເຊິ່ງ ແລະ ຄົບຖ້ວນຕໍ່ການນໍາ ພາຂອງ ຄະນະບໍລິຫານງານສະຫະ ພັນກໍາມະບານກະຊວງການຕ່າງ ປະເທດ ໂດຍໄດ້ຕັ້ງໜ້າເອົາໃຈໃສ່ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຂອງຕົນໃນຄັ້ງກ່ອນ ກໍຄື ມະຕິ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ອົງຄະນະພັກກະຊວງການຕ່າງ ປະເທດ, ມະຕິກອງປະຊຸມໃຫຍ່ ຂອງສູນກາງສະຫະພັນກໍາມະບານ ລາວ ຄັ້ງທີ VIII, ລວມເຖິງການ ປະຕິບັດຂໍ້ແຂ່ງຂັນ5 ເປັນເຈົ້າຂອງ ສະຫະພັນກໍາມະບານລາວ ຫັນ ເຂົ້າສູ່ການເຄື່ອນໄຫວວຽກງານ ແລະ ຊີວິດຕົວຈິງ ຂອງທົ່ວສະຫະ ພັນກໍາມະບານກະຊວງການຕ່າງ ປະເທດ ໃນຂົງເຂດວຽກງານທີ່ ຕົນຮັບຜິດຊອບ ເຊິ່ງໄດ້ຮັບຜົນສໍາ ເລັດຢ່າງຈົບງາມ. ຄຽງຄູ່ກັນນັ້ນ, ພາຍໃຕ້ການນໍາພາຂອງພັກ ໂດຍ ສະເພາະ ຄະນະພັກກະຊວງການ ຕ່າງປະເທດ, ສູນກາງສະຫະພັນ ກໍາມະບານລາວ ແລະ ຄະນະບໍລິ ຫານງານສະຫະພັນກໍາມະບານ ກະຊວງການຕ່າງປະເທດ ໄດ້ເຮັດ ໃຫ້ຖັນແຖວສະມາຊິກກໍາມະບານ, ພະນັກງານ-ລັດຖະກອນ ພາຍໃນ ການຈັດຕັ້ງກະຊວງການຕ່າງປະ ເທດ ມີແນວຄິດທຸນທ່ຽງ, ຕັ້ງໜ້າ ເຮັດໜ້າທີ່ການເມືອງຂອງຕົນ ສາ ມາດຕອບສະໜອງໄດ້ດ້ານວິຊາ ສະເພາະຕາມຄວາມຮຽກຮ້ອງ ຕ້ອງການຂອງພັກ-ລັດ. ພ້ອມກັນນີ້, ກອງປະຊຸມຍັງໄດ້ ວາງທິດທາງ ແລະ ຄາດໝາຍສູ້ຊົນ ການເຄື່ອນໄຫວວຽກງານ ຂອງ ສະຫະພັນກໍາມະບານກະຊວງການ ຕ່າງປະເທດໃນໄລຍະ5ປີ(20262030) ຕໍ່ໜ້າ ໂດຍມີທິດທາງລວມ ໃນການສູ້ຊົນປັບປຸງແບບແຜນວິທີ ເຮັດວຽກຂອງ ສະຫະພັນກໍາມະ ບານກະຊວງ ໃຫ້ກົມກ່ຽວກັບວຽກ ງານການເມືອງ, ການຕ່າງປະເທດ ຢ່າງມີວິທະຍາສາດ ແລະ ມີປະສິດ ທິພາບ, ຍົກສູງຂີດຄວາມສາມາດ ໃນການເປັນເສນາທິການໃຫ້ແກ່ຄະ ນະພັກກະຊວງການຕ່າງປະເທດ ເພື່ອເຄື່ອນໄຫວວຽກງານກໍາມະ ບານ ໃຫ້ກົມກຽວກັບວຽກງານ ການຕ່າງປະເທດ ແລະ ວຽກງານ ວິຊາສະເພາະດ້ານຕ່າງໆ ໂດຍຜັນ ຂະຫຍາຍມະຕິຂອງອົງຄະນະພັກ ກະຊວງ, ມະຕິກອງປະຊຸມໃຫຍ່ ຂອງສູນກາງສະຫະພັນກໍາມະບານ ລາວ ມາເປັນແຜນການຂອງສະຫະ ພັນກໍາມະບານກະຊວງ; ສືບຕໍ່ນໍາ ພາ-ຊີ້ນໍາດ້ານການ ເມືອງ-ແນວຄິດ ໃຫ້ສະມາຊິກກໍາມະບານ ທີ່ຂຶ້ນກັບ ກະຊວງການຕ່າງປະເທດ ທີ່ປະ ຈໍາການຢູ່ທັງພາຍໃນ ແລະ ຕ່າງປະ ເທດ ເພື່ອຍົກສູງຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ ແລະ ຄວາມເສຍສະລະປະກອບສ່ວນ ຮັບໃຊ້ປະຊາຊົນລາວບັນດາເຜົ່າ, ຜົນປະໂຫຍດຂອງສະມາຊິກກໍາມະ ບານ ກໍຄື ຂອງການຈັດຕັ້ງທຸກຂັ້ນ; ປັບປຸງສ້າງວຽກງານກໍາມະບານ ໃຫ້ເຂັ້ມແຂງ ໃນການເຄື່ອນໄຫວ ປະກອບສ່ວນວຽກງານການຕ່າງ ປະເທດ ກໍຄື ວຽກງານວິຊາສະ ເພາະ; ເອົາໃຈໃສ່ຊີ້ນໍາແຕ່ລະກໍາມະ ບານຮາກຖານ ຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ເປັນເຈົ້າການສ້າງ ຮາກຖານກໍາມະບານຂອງຕົນໃຫ້ ກາຍເປັນກໍາມະບານ 5 ເປັນເຈົ້າ. ໂອກາດນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ໄດ້ສະແດງຄວາມ ຊົມເຊີຍຕໍ່ບັນດາຜົນສໍາເລັດ ແລະ ຜົນງານທີ່ພົ້ນເດັ່ນຫລາຍດ້ານຂອງ ສະຫະພັນກໍາມະບານກະຊວງການ ຕ່າງປະເທດ ໃນຕະຫລອດໄລຍະ ຜ່ານມາ, ພ້ອມທັງໄດ້ໃຫ້ທິດຊີ້ນໍາ ຕໍ່ຄະນະບໍລິຫານງານ ແລະ ສະມາ ຊິກສະຫະພັນກໍາມະການກະຊວງ ທຸກສະຫາຍ ໃຫ້ເອົາໃຈໃສ່ຍົກສູງ ວຽກການກໍ່ສ້າງ ແລະ ປັບປຸງຕົນ ເອງ ໃຫ້ຖືກຕ້ອງຕາມກົດລະບຽບ ແລະກົດໝາຍຂອງກໍາມະບານ, ສຶກ ສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມ, ກໍາແໜ້ນແນວທາງ ປ່ຽນແປງໃໝ່ຂອງພັກ, ຍົກສູງຄຸນ ທາດການເມືອງ, ມີຄຸນສົມບັດສິນ ທໍາປະຕິວັດ, ຍົກສູງຄວາມສາມັກ ຄີ, ຄວາມຫ້າວຫັນ, ຄວາມກະຕືລື ລົ້ນ ແລະ ຍົກລະດັບວິຊາສະເພາະ ຂອງຕົນ ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງວຽກ ງານການຕ່າງປະເທດໃນໄລຍະ ໃໝ່. ພ້ອມນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ຍັງໄດ້ເນັ້ນໃຫ້ ບັນດາຜູ້ແທນກອງປະຊຸມເອົາໃຈ ໃສ່ປະຕິບັດຕາມຄໍາແນະນໍາຂອງ ຄະນະຈັດຕັ້ງ, ຍົກສູງຄວາມຮັບຜິດ ຊອບຂອງຕົນ ແລະ ຄົ້ນຄວ້າເລືອກ ເຟັ້ນເອົາຄະນະບໍລິຫານງານສະຫະ ພັນກໍາມະບານກະຊວງ ໃຫ້ສາມາດ ຂັບເຄື່ອນວຽກງານໃນ 5 ປີຕໍ່ໜ້າ. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດ ຄັດເລືອກເອົາ ຄະນະບໍລິຫານງານ ສະຫະພັນກໍາມະບານກະຊວງການ ຕ່າງປະເທດຊຸດໃໝ່ ຈໍານວນ 13 ສະຫາຍ ແລະ ກອງປະຊຸມຄັ້ງປະ ຖົມມະລືກຂອງຄະນະບໍລິຫານງານ ສະຫະພັນກໍາມະບານກະຊວງການ ຕ່າງປະເທດຊຸດໃໝ່ ໄດ້ເລືອກເອົາ ສະຫາຍ ກັນຍາ ຄໍາມຸງຄຸນ ເປັນ ປະທານ, ສະຫາຍ ບຸນທະລາ ປັນ ຍາວິຈິດ ເປັນຮອງປະທານ ຜູ້ທີ 1 ທັງເປັນປະທານກວດກາ; ສະຫາຍ ນາງ ວອນຄໍາ ເຈືອງມະນີວົງ ເປັນ ຮອງປະທານ ຜູ້ທີ 2. ກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ ຮັບຟັງການໂອ້ລົມຂອງ ສະຫາຍ ເລັດ ໄຊຍະພອນ ໂດຍສະຫາຍໄດ້ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງສະຫະພັນກໍາມະ ບານກະຊວງການຕ່າງປະເທດ ທີ່ ບຸກບືນສູ້ຊົນຍາດໄດ້ຜົນສໍາເລັດ ຢ່າງໜ້າພາກພູມໃຈ ຕະຫລອດໄລ ຍະ 5 ປີຜ່ານມາ, ພ້ອມທັງໄດ້ເນັ້ນ ໃຫ້ຄະນະບໍລິຫານງານສະຫະພັນ ກໍາມະບານກະຊວງການຕ່າງປະ ເທດ ຊຸດໃໝ່ ສືບຕໍ່ເອົາໃຈໃສ່ຍົກ ສູງຄວາມສາມາດໃນການນໍາພາຊີ້ນຳສະມາຊິກກໍາມະບານ ຕາມ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ໂດຍສະເພາະການສືບຕໍ່ ເຜີຍແຜ່ຜົນສໍາເລັດກອງປະຊຸມ ໃຫຍ່ໃນຄັ້ງນີ້ພ້ອມທັງຜັນຂະຫຍາຍ ມະຕິທີ່ໄດ້ຮັບຮອງເອົາ ລົງສູ່ແຜນ ງານ, ໂຄງການ ກໍຄື ທິດທາງວຽກ ງານທີ່ໄດ້ກໍານົດອອກນັ້ນໃຫ້ປະກົດ ຜົນເປັນຈິງ ແລະ ປະກອບສ່ວນເຂົ້າ ໃນການປະຕິບັດວຽກງານວິຊາ ສະເພາະໃຫ້ມີປະສິດທິພາບ ຍິ່ງໆ ຂຶ້ນ, ໄປຄຽງຄູ່ກັບການຕັ້ງໜ້າ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນ ເຈົ້າ ແລະ ຄໍາຂວັນຂອງກໍາມະບານ ລາວ ໃຫ້ໜັກແໜ້ນ ເພື່ອພ້ອມກັນ ຈັດຕັ້ງປະຕິບັດໜ້າທີ່ການເມືອງໃຫ້ ມີຜົນສໍາເລັດຕາມລະດັບຄາດໝາຍ ທີ່ວາງໄວ້. ກອງປະຊຸມຄັ້ງນີ້, ຍັງໄດ້ມີພິທີ ມອບຫລຽນກາກຳມະບານ ໃຫ້ ແກ່ຄະນະນໍາກະຊວງການຕ່າງປະ ເທດ ແລະ ພິທີເປີດປ້າຍກຽດຕິຍົດ, ລັ່ນຄ້ອງ, ມອບຫລຽນກາ ແລະ ທຸງ ໄຊ ໃຫ້ແກ່ສະຫະພັນກໍາມະບານ ກະຊວງການຕ່າງປະເທດ ເປັນກະ ຊວງ ທີ່ໄດ້ຮັບນາມມະຍົດຂໍ້ແຂ່ງ ຂັນ 5 ເປັນເຈົ້າ 4 ປີຊ້ອນ. ພາບ: ຂັນໄຊ ສໍາຄັນຢ່າງຍິ່ງ ຕໍ່ການປັບປຸງຄຸນ ນະພາບການສຶກສາ ໂດຍສະເພາະ ຄຸນນະພາບການຈັດການຮຽນການສອນ ໃນສະຖານການສ້າງຄູ, ຄູມີວິທີການສອນທີ່ມີປະສິດທິພາບ ແລະ ມີຄວາມຮູ້ວິຊາສະເພາະທີ່ໜັກ ແໜ້ນ ຈຶ່ງຈະເຮັດໃຫ້ນັກຮຽນມີຜົນ ການຮຽນດີ ຊຶ່ງປັດໄຈສໍາຄັນ ແມ່ນ ມາຈາກຄວາມຮັບຜິດຊອບຂອງຄູ ແລະ ຜູ້ບໍລິຫານສະຖານການສຶກ ສາຄູທຸກໆແຫ່ງ. ກອງປະຊຸມຄັ້ງນີ້, ເປັນສ່ວນໜຶ່ງໃນການຕີລາຄາຜົນ ການຈັດຕັ້ງປະຕິບັດແຜນພັດທະນາ ຂະແໜງການສຶກສາ ແລະ ກິລາ ຄັ້ງ ທີ IX (2020-2025) ໂດຍສະ ເພາະແມ່ນແຜນພັດທະນາຂະແໜງ ຍ່ອຍການສຶກສາຄູ. ໃນສົກຮຽນ 2024-2025 ນີ້, ເປັນສົກຮຽນ ສຸດທ້າຍຂອງການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ IX (20202025) ພ້ອມທັງເປັນການຜັນ ຂະຫຍາຍມະຕິກອງປະຊຸມຜູ້ບໍລິ ຫານການສຶກສາ, ວິທະຍາສາດ ແລະ ກິລາປະຈໍາປີ 2024, ການ ກະກຽມແຜນພັດທະນາຂະແໜງ ການສຶກສາ, ວິທະຍາສາດ ແລະ ກິລາ5ປີຄັ້ງທີX(2026-2030) ໃຫ້ມີເນື້ອໃນ, ຈຸດປະສົງ ແລະ ຄາດ ໝາຍ ຜົນໄດ້ຮັບທັງດ້ານປະລິມານ ແລະ ຄຸນນະພາບທີ່ແທດເໝາະກັບ ສະພາບການຫັນປ່ຽນດ້ານການ ສຶກສາທີ່ທັນສະໄໝ. ຕະຫລອດ ໄລຍະຜ່ານມາ, ເຫັນໄດ້ວ່າການ ຈັດຕັ້ງປະຕິບັດວຽກງານການສຶກ ສາຄູ ເຖິງແມ່ນວ່າຈະມີບັນຫາ ຫລາຍດ້ານ ເປັນຕົ້ນ ຈຳນວນນັກ ສຶກສາຈົບໃໝ່ເຂົ້າຮຽນຄູຫລຸດລົງ, ຄູອາສາສະໝັກບໍ່ໄດ້ຖືກບັນຈຸ ແລະ ບັນຫາອື່ນໆ ແຕ່ຜູ້ບໍລິຫານສະຖານ ການສຶກສາທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ປະຕິບັດ ວຽກງານຂອງຕົນດ້ວຍຄວາມ ຮັບຜິດຊອບສູງ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ ສະຫລຸບການຈັດຕັ້ງປະຕິບັດວຽກ ງານການສຶກສາຄູ ປະຈໍາປີ 2024 ແລະ ທິດທາງແຜນການປະຈຳປີ 2025; ເພື່ອສະຫລຸບການຈັດຕັ້ງ ປະຕິບັດແຜນພັດທະນາຂະແໜງ ການຍ່ອຍການສຶກສາຄູ 5 ປີ ຄັ້ງ ທີ IX (2021-2025) ແລະ ນໍາ ສະເໜີ (ຮ່າງ) ແຜນພັດທະນາຂະ ແໜງການຍ່ອຍການສຶກສາຄູ 5 ປີ ຄັ້ງທີ X (2026-2030); ເພື່ອ ນໍາສະເໜີການພັດທະນາວິຊາຊີບ ຄູແບບຕໍ່ເນື່ອງຊັ້ນປະຖົມ ແລະ ມັດທະຍົມສຶກສາ; ເພື່ອນໍາສະເໜີ ແຜນຄາດຄະເນຈັດຕັ້ງປະຕິບັດ ກິດຈະກຳນໍາໃຊ້ງົບປະມານປະຈໍາ ປີ 2025 (ພາກ 63); ເພື່ອນໍາສະ ເໜີກົນໄກໃນການກໍ່ສ້າງຄູໃຫ້ສອດ ຄ່ອງກັບແຜນຄວາມຕ້ອງການຄູໃນ ທ້ອງຖິ່ນ; ນໍາສະເໜີມາດຕະການ ຊຸກຍູ້ສົ່ງເສີມໃຫ້ນັກຮຽນເຂົ້າມາ ຮຽນຄູ ແລະ ວິທີການທີ່ຈະພັດທະ ນາໂຮງຮຽນສາທິດ ແລະ ໂຮງ ຮຽນເຄືອຂ່າຍຂອງວິທະຍາໄລຄູ ທົ່ວປະເທດ ໃຫ້ກາຍເປັນໂຮງຮຽນ ຕົວແບບ ແລະ ລາຍງານການຈັດ ຕັ້ງປະຕິບັດວຽກງານການລົງຝຶກ ຫັດວິຊາຊີບຄູ ແລະ ການຈັດຕັ້ງ ປະຕິບັດວຽກງານນິເທດພາຍໃນ (IPS). ຂ່າວ: ບົວລະພາ ເປັນຜົນງານປະກອບສ່ວນສໍາຄັນ ເຂົ້າໃນການປະຕິບັດໜ້າທີ່ການ ເມືອງ ກໍຄື ໜ້າທີ່ເປັນເສນາທິການ ຂອງຫ້ອງວ່າການສູນກາງພັກ ໂດຍສະເພາະວຽກງານກໍາມະບານ ທີ່ເປັນກໍາລັງແຮງ ສໍາຄັນຊ່ວຍ ຄະນະພັກ-ຄະນະນໍາ ຂອງຫ້ອງ ວ່າການສູນກາງພັກ. ພ້ອມນີ້, ຍັງ ໄດ້ຊີ້ໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບາງບົດຮຽນທີ່ຖອດ ຖອນໄດ້ ອັນເປັນພື້ນຖານໃຫ້ແກ່ ການກໍານົດທິດທາງ, ວາງຄາດ ໝາຍ ແລະ ວຽກງານຈຸດສຸມໃນແຕ່ ລະດ້ານ. ພ້ອມນີ້, ກໍໄດ້ກໍານົດແຜນ ພັດທະນາວຽກງານກຳມະບານ 5 ປີ ຄັ້ງທີ II (2025-2029) ໂດຍ ກໍານົດ 7 ແຜນງານຈຸດສຸມ 14 ໂຄງການສະໜັບສະໜູນ. ກອງ ປະຊຸມໃຫຍ່ ຍັງໄດ້ຮັບຟັງບົດສໍາ ຫລວດການນໍາພາລວມຂອງຄະນະ ບໍລິຫານງານກໍາມະບານ ຫ້ອງວ່າ ການສູນກາງພັກ ສະໄໝທີ VI ເຊິ່ງ ໄດ້ຊີ້ໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ ຫຍຸ້ງຍາກ ແລະ ປັດໄຈທ້າທາຍ, ແຕ່ກໍໄດ້ຍົກສູງຄວາມຮັບຜິດຊອບ, ຄວາມສູ້ຊົນພະຍາຍາມ ແລະ ເປັນ ເຈົ້າການນໍາພາ-ຊີ້ນໍາຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ. ພິເສດ, ກອງປະຊຸມໄດ້ຈັດຕັ້ງພິທີ ມອບທຸງໄຊແຂ່ງຂັນ 5 ເປັນເຈົ້າ ແລະ ປະດັບຫລຽນກາໃຫ້ແກ່ສະຫະ ພັນກຳມະບານ ຫ້ອງວ່າການສູນ ກາງພັກແລະ ກໍາມະບານຮາກຖານ 11 ຮາກຖານ ທົ່ວຫ້ອງວ່າການ ສູນກາງພັກ, ພ້ອມທັງຈັດຕັ້ງພິທີ ມອບເງິນລາງວັນປະກວດເຄື່ອງ ໝາຍ (ໂລໂກ້) ຂອງຫ້ອງວ່າການ ສູນກາງພັກ ໃຫ້ແກ່ 11 ກົມທີ່ເຂົ້າ ຮ່ວມແຂ່ງຂັນ. ກອງປະຊຸມ ຍັງໄດ້ປ່ອນບັດຄັດ ເລືອກເອົາຄະນະບໍລິຫານງານສະ ຫະພັນກໍາມະບານຫ້ອງວ່າການສູນ ກາງພັກຊຸດໃໝ່ ເພື່ອເປັນແກນນໍາ ໃນການນໍາພາຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນກຳມະບານ ຫ້ອງ ວ່າການສູນກາງພັກ, ມີຜູ້ອອກຮັບ ສະໝັກເລືອກຕັ້ງ ທັງໝົດ 18 ສະ ຫາຍ, ເລືອກເອົາ 15ສະຫາຍ. ກອງ ປະຊຸມຄັ້ງປະຖົມມະລືກ ໄດ້ເປັນ ເອກະສັນກັນເລືອກເອົາ ສະຫາຍ ສີທັດ ຈັນທະສຸກ ເປັນປະທານ, ສະຫາຍ ສົມໄພວັນ ແສງສຸລິຍະ ເປັນຮອງປະທານ, ຜູ້ປະຈຳການ, ສະຫາຍ ວິໄຊ ຂຳຕະກຸນ ເປັນຮອງ ປະທານ, ທັງເປັນປະທານກວດກາ, ສະຫາຍ ເຫລັກໄຊ ແກ້ວຍະສານ ເປັນຮອງປະທານ, ທັງເປັນຄະນະ ປະຈຳ ແລະ ເລືອກເອົາ ສະຫາຍ ນາງ ພວງເພັດ ໄຊຍະລາດ ເປັນ ຮອງປະທານ, ທັງເປັນຄະນະປະ ຈຳ. ພ້ອມນີ້, ຍັງໄດ້ເລືອກເອົາປະ ທານ-ຮອງປະທານກວດກາ 3 ສະ ຫາຍ. ພ້ອມທັງ ເລືອກເອົາຜູ້ແທນ ສົມບູນ, ສໍາຮອງເພື່ອກຽມເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ IX ຂອງສູນກາງສະຫະ ພັນກໍາມະບານລາວ 2 ສະຫາຍ. ໂອກາດນີ້, ສະຫາຍ ເລັດ ໄຊຍະ ພອນ ໄດ້ຕີລາຄາສູງ ແລະ ຍ້ອງຍໍ ຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນຂອງ ຄະນະບໍລິຫານງານສະຫະພັນກຳ ມະບານ ຫສພ ສະໄໝທີ VI ທີ່ ຍາດມາໄດ້, ພ້ອມທັງໃຫ້ທິດຊີ້ນໍາ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະ ພັນກຳມະບານ ຫ້ອງວ່າການສູນ ກາງພັກ ໃນ 5 ປີຕໍ່ໜ້າໃຫ້ບັນລຸ ຜົນສໍາເລັດ ດ້ວຍບາດກ້າວໃໝ່. ກອງປະຊຸມໃນຄັ້ງນີ້, ໄດ້ສໍາເລັດ ຕາມລະດັບຄາດໝາຍ ໄດ້ຢັ້ງຢືນ ເຖິງຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ, ອໍານວຍຄວາມສະດວກຂອງຄະ ນະພັກ-ຄະນະນໍາ ຫ້ອງວ່າການສູນ ກາງພັກແລະສູນກາງສະຫະພັນກໍາ ມະບານລາວ ບວກກັບຄວາມເປັນ ເຈົ້າການ, ຄວາມສາມັກຄີເປັນປຶກ ແຜ່ນຂອງຄະນະບໍລິຫານງານ, ກໍາ ມະບານຮາກຖານ ແລະ ສະມາຊິກ ກໍາມະບານທົ່ວຫ້ອງວ່າການສູນ ກາງພັກ ທີ່ໄດ້ປະກອບສ່ວນຢ່າງ ແຂງແຮງເຂົ້າໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງ ນີ້ ໃຫ້ມີຜົນສໍາເລັດຢ່າງຈົບງາມ. ກອງປະຊຸມຍັງໄດ້ຮຽກຮ້ອງ ມາຍັງຄະນະບໍລິຫານງານ, ຄະນະ ກໍາມະບານຮາກຖານ ແລະ ສະມາ ຊິກກໍາມະບານ ທົ່ວຫ້ອງວ່າການ ສູນກາງພັກ ຈົ່ງຍົກສູງ ແລະ ເຊີດ ຊູບົດບາດຄວາມຮັບຜິດຊອບການ ເມືອງຂອງຕົນ, ຕັ້ງໜ້າເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະ ບໍລິຫານງານສະຫະພັນກໍາມະບານ ຫສພ ໃຫ້ມີຜົນສໍາເລັດທີ່ໜັກແໜ້ນ ເຂັ້ມແຂງ ແລະ ບືນຕົວກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ. ພາບ: ອ່າຍຄຳ ປະທານສະຫະພັນ ກຳມະບານ ຫສພ, ມີ ສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ປະທານ ສູນກາງສະຫະພັນກໍາມະບານ ລາວ, ສະຫາຍ ຄໍາຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າ ຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາ ວຽກງານອົງການຈັດຕັ້ງມະຫາ ຊົນ, ພ້ອມດ້ວຍສະມາຊິກກຳມະ ການ ພາຍໃນຫ້ອງວ່າການສູນກາງ ພັກ ເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຮອງເອົາ ລາຍງານການເມືອງ ທີ່ໄດ້ຕີລາຄາ ສູງຕໍ່ຜົນສໍາເລັດທີ່ພົ້ນເດັ່ນໃນການ ຈັດຕັ້ງປະຕິບັດ ມະຕິກອງປະຊຸມ ໃຫຍ່ ສະໄໝທີ VI ແລະ ແຜນພັດ ທະນາວຽກງານກໍາມະບານ 5 ປີ ຄັ້ງທີ 1 (2020-2024) ຂອງຄະ ນະບໍລິຫານງານ ສະຫະພັນກໍາມະ ບານ ຫສພ ໃນໄລຍະຜ່ານມາ ອັນ ທ່ານ ເພັດມະນີແສງ ຊ້າງໄຊຍະ ສານ ຮັກສາການຫົວໜ້າສະຖາບັນ ຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດ ທະນາຊົນນະບົດ ກັບ ທ່ານ ພອນ ສະຫວັນ ໄຊປັນຍາ ຜູ້ອໍານວຍການ ບໍລິສັດ ອິນດັດສ໌ເທັກ ຈຳກັດ ໂດຍມີ ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າ ກົມແຜນການ ແລະ ການຮ່ວມມື, ກະຊວງ ກະສິກຳ ແລະ ປ່າໄມ້ ເຊັນ ເປັນພິຍານ ແລະ ພາກສ່ວນກ່ຽວ ຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກ ຂີພິຍານ. ປັດຈຸບັນ, ການຜະລິດ ແລະ ຈໍາ ໜ່າຍສິນຄ້າກະສິກໍາ ເປັນພາລະກິດ ອັນໜຶ່ງທີ່ລັດຖະບານລາວ ຖືເອົາ ເປັນວຽກບຸລິມະສິດ ແລະ ຊຸກຍູ້ ສົ່ງເສີມ, ສ້າງເງື່ອນໄຂສະດວກໃນ ການດໍາເນີນການຜະລິດ, ດຶງດູດ ຄວາມສົນໃຈຈາກນັກລົງທຶນທັງ ພາຍໃນ ແລະ ຕ່າງປະເທດ ໃນການ ພັດທະນາຂົງເຂດກະສິກໍາ ໂດຍ ສະເພາະ ແມ່ນຜະລິດຕະພັນກະສິ ກໍາ ແລະ ປ່າໄມ້ ທີ່ໄດ້ຮັບຜົນຜະລິດ ສູງ, ມີຄຸນນະພາບ ແລະ ຕິດພັນກັບ ການຕະຫລາດ. ການຮ່ວມມືໃນຄັ້ງນີ້, ບໍລິສັດ ຈະເປັນຜູ້ລົງທຶນໃນການພັດທະນາ ທີ່ດິນໃນການສ້າງສິ່ງອຳນວຍ ຄວາມສະດວກຕ່າງໆ ໃນພື້ນທີ່ດິນ ຈໍານວນ 4,5 ເຮັກຕາ ເຊິ່ງມີທີ່ຕັ້ງ ຢູ່ສູນຄົ້ນຄວ້າການປະມົງ ຢູ່ບ້ານ ຈັນສະຫວ່າງ ເມືອງສີໂຄດຕະ ບອງ, ນະຄອນຫລວງວຽງຈັນ ຂຶ້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ໂຄງການນີ້, ຈະມີໄລຍະເວລາການ ຮ່ວມມືຕາມສັນຍາ ທັງໝົດ 27 ປີ ແລະ ສາມາດຕໍ່ໄດ້ໜຶ່ງຄັ້ງ. ສະຫະພັນກຳມະບານ... ສສກ... ຄະນະບໍລິຫານງານ... ເຊັນສັນຍາ...

RkJQdWJsaXNoZXIy MTc3MTYxMQ==