lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/05/2025 xtgmf]k; ກະຊວງກະສິກຳ... ໃນລະຫວ່າງວັນທີ 30 ເມສາ 3 ພຶດ ສະພາ 2025 ເຊິ່ງການພົບປະຄັ້ງ ນີ້, ນຳໂດຍ ທ່ານ ລິນຄໍາ ດວງສະ ຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ດິດ ທີນ່າ ລັດຖະມົນຕີກະຊວງກະສິກໍາ, ປ່າ ໄມ້ ແລະ ການປະມົງ ພ້ອມດ້ວຍຄະ ນະທັງສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມ, ສອງຝ່າຍໄດ້ ປືກສາຫາລືກັນຫລາຍບັນຫາ ທີ່ ຕ່າງຝ່າຍຕ່າງມີຄວາມສົນໃຈ, ທັງ ໄດ້ລາຍງານສະພາບດ້ານວຽກ ງານທີ່ກ່ຽວຂ້ອງໃຫ້ກັນ ແລະ ກັນ ຊາບ, ໄດ້ຕີລາຄາສູງຕໍ່ສາຍພົວພັນ ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະ ອານາຈັກກຳປູເຈຍ ເພື່ອສົ່ງເສີມ ການຮ່ວມມືຂອງຂະແໜງການ ແລະ ເພື່ອຄົ້ນຫາທ່າແຮງໃນການ ລົງທຶນການຜະລິດ ປັດໄຈການຜະ ລິດກະສິກຳ, ລວມທັງເປັນການ ສົ່ງເສີມການລົງທຶນ ແລະ ການ ຄ້າກະສິກໍາລະຫວ່າງສອງປະເທດ; ສອງຝ່າຍໄດ້ປຶກສາຫາລືກັນ ກ່ຽວ ກັບວຽກງານການແລກປ່ຽນບົດ ຮຽນ ແລະ ປະສົບການດ້ານສະຫະ ກອນກະສິກໍາ, ການຜະລິດເຂົ້າເປັນ ສິນຄ້າ, ການຊຸກຍູ້ສົ່ງເສີມພາກເອ ກະຊົນເພື່ອລົງທຶນດ້ານກະສິກໍາ, ການອໍານວຍຄວາມສະດວກດ້ານ ການຄ້າກະສິກໍາ, ການປະມົງນໍ້າ ຈືດ ແລະ ສັດນ້ຳ ການອະນຸລັກ ປ່າໄມ້ ແລະ ຊີວະນາໆພັນ ໂດຍສະ ເພາະ ປາໂລມານໍ້າຈືດ ແລະ ອື່ນໆ. ພ້ອມນີ້, ໄດ້ເນັ້ນໜັກໃສ່ການຮ່ວມມື ແລະ ແລກປ່ຽນບົົດຮຽນ ຂອງພາກ ເອກະຊົນໃນການສະໜອງປັດໄຈ ການຜະລິດ ໂດຍສະເພາະການຜະ ລິດຝຸ່ນປຸຍທີ່ ສປປ ລາວ ມີທ່າແຮງ. ໂອກາດນີ້, ທ່ານ ລິນຄໍາ ດວງ ສະຫວັນ ໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ດິດ ທີນ່າ ທີ່ໄດ້ນຳພາ ຄະນະມາເຮັດວຽກ ຢູ່ ສປປ ລາວ ແລະ ເປັນປະທານຮ່ວມໃນກອງ ປະຊຸມຄັ້ງນີ້, ພ້ອມທັງຮຽກຮ້ອງ ໃຫ້ສອງກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກກໍາປູເຈຍ ຈົ່ງສືບ ຕໍ່ເພີ່ມທະວີການຮ່ວມມື, ສົ່ງເສີມ ການພັດທະນາຂະແໜງກະສິກໍາ, ປ່າໄມ້ ແລະ ປະມົງ ໃຫ້ມີຄວາມຍືນ ຍົງ ບົນພື້ນຖານການຫັນເປັນອຸດ ສາຫະກໍາ ແລະ ທັນສະໄໝ ຕິດພັນ ກັບການສ້າງລາຍຮັບໃຫ້ກັບປະ ຊາຊົນທັງສອງປະເທດ ກໍຄື ການ ສ້າງພື້ນຖານເສດຖະກິດ ຂອງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ນັບມື້ ນັບອຸດົມສົມບູນ ຂຶ້ນເລື້ອຍໆ. ຂໍ້ມູນ-ພາບ: ຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາ ຊົນນະບົດ ລັດຖະມົນຕີຕ່າງປະເທດ... ສຽງໃຕ້ ຂອງອົງການຮ່ວມມືດ້ານ ເສດຖະກິດ ເພື່ອການພັດທະນາ ໃນຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ ບົດບາດ ແລະ ການຊຸກຍູ້ສົ່ງເສີມ ຮ່ວມມືອົງການ OECD ໂດຍສະ ເພາະໃນຂົງເຂດອາຊີຕາເວັນອອກ. ພ້ອມນັ້ນ, ຍັງໄດ້ແຈ້ງໃຫ້ອົງການ OECD ຊາບເຖິງບັນດາຂົງເຂດ ບູລິມະສິດ ຂອງ ສປປ ລາວ ເພື່ອ ຮ່ວມມືກັບສາກົນ ໂດຍສະເພາະ ການສົ່ງເສີມດ້ານການຄ້າ, ການ ລົງທຶນ ແລະ ການພັດທະນາດ້ານ ພື້ນຖານໂຄງລ່າງ. ທ່ານເລຂາທິການໃຫຍ່ຂອງ ອົງການOECDໄດ້ສະແດງຄວາມ ຊົມເຊີຍ ທີ່ຄະນະຜູ້ແທນຂອງ ສປປ ລາວ ໄດ້ໃຫ້ຄວາມສຳຄັນໃນການ ເຂົ້າຮ່ວມກອງປະຊຸມເວທີປຶກສາ ຫາລືແຜນງານໂຄງການອາຊີຕາ ເວັນອອກສຽງໃຕ້, ເຊິ່ງເປັນໂອ ກາດອັນດີໃຫ້ແກ່ ສປປ ລາວ ໃນ ການແລກປ່ຽນບົດຮຽນຮ່ວມກັບ ປະເທດຕ່າງໆ ກ່ຽວກັບການຮ່ວມ ມື, ການນຳໃຊ້ກົນໄກຂອງອົງການ OECD ເພື່ອຊຸກຍູ້ການພັດທະນາ ແລະ ປັບປຸງການກຳນົດນະໂຍບາຍ ພາຍໃນຂອງຕົນໃຫ້ນັບມື້ດີຂຶ້ນ. ພ້ອມນີ້, ທ່ານເລຂາທິການໃຫຍ່ ຂອງອົງການ OECD ຍັງໃຫ້ຄໍາ ໝັ້ນສັນຍາໃນການສະໜັບສະໜູນ ການຮ່ວມມືສອງ ຝ່າຍກັບ ສປປ ລາວ ແລະ ໄດ້ສະເໜີໃຫ້ພາກສ່ວນ ທີ່ກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ ພົບປະກັນ ເພື່ອປຶກສາຫາລືໃນລາຍ ລະອຽດເພື່ອຮັດແໜ້ນ ແລະ ເສີມ ຂະຫຍາຍການຮ່ວມມືລະຫວ່າງ ສປປ ລາວ ກັບອົງການ OECD ແລະ ປະເທດສະມາຊິກ ເພື່ອນໍາ ເອົາຜົນປະໂຫຍດມາສູ່ ສປປ ລາວ. ການພົບປະຄັ້ງນີ້, ເປັນຄັ້ງ ທຳອິດຂອງການນຳຂັ້ນສູງຂອງ ສປປ ລາວ ແລະ ເລຂາທິການ ໃຫຍ່ ອົງການ OECD ນັບແຕ່ໄດ້ ຮັບການສ້າງຕັ້ງເວທີປຶກສາຫາລື ແຜນງານໂຄງການອາຊີຕາເວັນ ອອກສຽງໃຕ້ ຂອງອົງການຮ່ວມ ມືດ້ານເສດຖະກິດເພື່ອການພັດ ທະນາ (SEARP) ຂຶ້ນນັບແຕ່ປີ 2014. ຂ່າວ-ພາບ: ກົມການຂ່າວກະຊວງ ການຕ່າງປະເທດ ເປີດວາງສະແດງ... ກຳລັງທະຫານ... ເອົາບົດລາຍງານການເມືອງ ການ ນໍາພາ-ຊີ້ນໍາ ວຽກງານຂອງໜ່ວຍ ພັກ ໃນໄລຍະຜ່ານມາ (20212025) ແລະ ທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນໄລ ຍະ 5 ປີຕໍ່ໜ້າ (2026-2030), ພ້ອມທັງເປັນເອກະພາບຮັບຮອງ ເອົາຮ່າງບົດສໍາຫລວດການນໍາ ພາ-ຊີ້ນໍາວຽກງານຮອບດ້ານຂອງ ໜ່ວຍພັກຫ້ອງການໃນໄລຍະ 5 ປີຜ່ານມາ ທີ່ສະເໜີໂດຍສະຫາຍ ເລຂາໜ່ວຍພັກ. ພ້ອມນີ້, ກອງປະ ຊຸມຄົບຄະນະຄັ້ງປະຖົມມະລຶກຂອງ ໜ່ວຍພັກຫ້ອງການກະຊວງ ໄດ້ ເປັນເອກະພາບເລືອກຕັ້ງເອົາເລ ຂາ, ຮອງເລຂາ ແລະ ກໍາມະການ ໜ່ວຍພັກຊຸດໃໝ່ ໂດຍເຫັນດີເປັນ ເອກະພາບເລືອກເອົາ ສະຫາຍ ບຸນ ຍອດ ຈັນທະວອນ ເປັນເລຂາໜ່ວຍ ພັກ, ສະຫາຍ ນາງ ມອນທອງ ອິນ ທະວົງ ເປັນຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາ ແລະ ເລືອກເອົາ ສະຫາຍ ດວງສີ ທຳມະ ວົງ ເປັນກໍາມະການພັກ. ພ້ອມກັນ ນັ້ນ, ກອງປະຊຸມຍັງໄດ້ປ່ອນບັດ ຄັດເລືອກເອົາຜູ້ແທນສົມບູນ ເພື່ອ ເຂົ້າຮ່ວມກອງປະຊຸມໃຫຍ່ຂອງ ອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງ ທີ VII ທີ່ຈະຈັດຂຶ້ນໃນຕໍ່ໜ້າຕາມ ລະບຽບຂອງພັກ ມີທັງໝົດ 15 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ, ຍິງ 1 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຊຸດເກົ່າ ຕະ ຫລອດໄລຍະ 5 ປີຜ່ານມາ ທີ່ໄດ້ ນໍາພາປະຕິບັດໜ້າທີ່ການເມືອງ ຂອງຕົນທີ່ຍາດໄດ້ຜົນສໍາເລັດ, ຖື ໄດ້ວ່າເປັນຜົນງານລວມຂອງໜ່ວຍ ພັກ. ໜ່ວຍພັກຫ້ອງການກະຊວງ ຖືວ່າສຳຄັນສຸດ ແລະ ເປັນໝາກຫົວ ໃຈ ຂອງກະຊວງ ກໍຄື ໃນຂະແໜງ ຮສສ. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ ເນັ້ນໃຫ້ຄະນະໜ່ວຍພັກຊຸດໃໝ່ ກໍຄື ສະມາຊິກພັກ ຕ້ອງໄດ້ສືບຕໍ່ນໍາພາຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ VI ຂອງຕົນໃຫ້ມີ ຜົນງານໃຫຍ່ຫລວງກວ່າເກົ່າ ໂດຍ ໃຫ້ເອົາໃຈໃສ່ເປັນເສນາທິການໃຫ້ ຄະນະພັກ, ຄະນະນໍາກະຊວງ ຄົ້ນ ຄວ້າມາດຕະການຕ່າງໆຂອງພັກລັດ ຫັນເປັນທັນສະໄໝ ເປັນລະບົບ ຄົບຊຸດ, ເພື່ອປັບປຸງວຽກງານຫ້ອງ ການກະຊວງ ໃຫ້ມີຄວາມຄ່ອງ ຕົວ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ, ກຳນົດແຜນການ, ແຜນງານ ເປັນ ອັນລະອຽດ ລົງເລິກບັນດານິຕິກຳ ລວມ, ຄົ້ນຄວ້າລົງເລິກບັນຫາເປັນ ອັນລະອຽດ ແລະ ການປະຕິບັດນະ ໂຍບາຍທາງດ້ານສະຫວັດດີການ ສັງຄົມຕ່າງໆ ຂອງພະນັກງານລັດຖະກອນ ໃຫ້ຖືເປັນສຳຄັນ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມຍັງໄດ້ ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ໜ່ວຍພັກຫ້ອງການກະຊວງ ຈົ່ງ ພ້ອມກັນເຊີດຊູສະຕິປັນຍາ ແລະ ຄວາມຮັບຜິດຊອບໜ້າທີ່ການ ເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ເພື່ອປັບປຸງວຽກງານຕາມທີ່ໄດ້ ຮັບມອບໝາຍໃຫ້ມີການຫັນປ່ຽນ ໃໝ່ຢ່າງຕັ້ງໜ້າ ເຮັດໃຫ້ໜ່ວຍພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ບໍລິການດ້ວຍຄວາມ ປະທັບໃຈໃຫ້ກັບສັງຄົມ. ຂໍ້ມູນ-ພາບ: ຂ່າວສານ ຮສສ ໜ່ວຍພັກ... ປີ 2025 ເປັນຄັ້ງທີ XI ເພື່ອຊຸກ ຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການໂຄສະນາສິນຄ້າ ໃຫ້ແກ່ ບັນດາຫົວໜ່ວຍຈຸນລະວິສາຫະ ກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຢູ່ພາຍໃນ ນວ, ລວມ ທັງບັນດາແຂວງ ໃຫ້ມີຕາໜ່າງຕະ ຫລາດຮອງຮັບຫລາຍຂຶ້ນ ແລະ ເສີມສ້າງທ່າແຮງໃຫ້ແກ່ສິນຄ້າ ທີ່ ໄດ້ຮັບຮອງໃຫ້ເປັນສິນຄ້າ ໜຶ່ງ ເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ ຂອງ ນວ, ຂອງບັນດາແຂວງ ແລະ ສິນຄ້າຄອບຄົວຕົວແບບ ຊຸກຍູ້ໃຫ້ ມີການແລກປ່ຽນຊື້-ຂາຍສິນຄ້າ ໃຫ້ກວ້າງຂວາງ. ການຈັດງານໃນຄັ້ງນີ້, ມີຫົວ ໜ່ວຍທຸລະກິດເຂົ້າຮ່ວມທັງໝົດ 116 ຫົວໜ່ວຍ, ມີ 165 ຫ້ອງ ວາງສະແດງ. ໃນນັ້ນ, ມີສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນ ຂອງ ນວ ແລະ ຕ່າງແຂວງ 60 ຫົວໜ່ວຍ. ສໍາລັບສິນຄ້າ ໜຶ່ງເມືອງໜຶ່ງຜະລິດ ຕະພັນ ແຫ່ງຊາດ ຈາກຕ່າງແຂວງ ເຂົ້າຮ່ວມທັງໝົດ 7 ແຂວງ ຄື: ແຂວງຫລວງພະບາງ, ຫລວງນໍ້າ ທາ, ຫົວພັນ, ອຸດົມໄຊ, ບໍລິຄໍາໄຊ, ສະຫວັນນະເຂດ ແລະ ແຂວງຈໍາ ປາສັກ. ພິເສດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໃນຄັ້ງນີ້, ຍັງ ມີຫ້ອງວາງສະແດງສິນຄ້າທ່າແຮງ, ສິນຄ້າອຸດສາຫະກໍາປຸງແຕ່ງ, ສິນ ຄ້າຕົວແບບຂອງເມືອງໄຊເສດຖາ ເຊິ່ງເປັນຫ້ອງວາງສະແດງທີ່ພົ້ນ ເດັ່ນ ຂອງງານໃນຄັ້ງນີ້. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ຂປລ. ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງໜຶ່ງ ຜະລິດຕະພັນ (ໂອດັອບ ODOP) ແລະ ສິນຄ້າຄອບຄົວຕົວແບບ ຂອງ ນະຄອນຫລວງວຽງຈັນ (ນວ) ຄັ້ງ ທີ XI ຈັດຂຶ້ນຢູ່ສູນການຄ້າ ລາວໄອເຕັກ (ຕຶກເກົ່າ) ໃນວັນທີ 1-11 ພຶດສະພາ 2025 ພາຍໃຕ້ຄຳຂວັນ: “ສົ່ງເສີມ ແລະ ຊົມໃຊ້ຜະລິດຕະ ພັນພາຍໃນ” ໂດຍມີຫົວໜ່ວຍທຸລະ ກິດເຂົ້າຮ່ວມ 116 ຫົວໜ່ວຍ, ຄາດ ຄະເນມູນຄ່າສິນຄ້າມາວາງຂາຍ ພາຍໃນງານທັງໝົດ 12,49 ຕື້ກີບ. ທ່ານ ນາງ ວັນມະນີ ພິມມະ ສານ ຫົວໜ້າພະແນກອຸດສາຫະ ກໍາ ແລະ ການຄ້າ ນວ ໄດ້ໃຫ້ຮູ້ວ່າ: ການຈັດງານວາງສະແດງໃນຄັ້ງ ນີ້, ແມ່ນກິດຈະກຳໜຶ່ງທີ່ໄດ້ຈັດຕັ້ງ ປະຕິບັດມາແຕ່ປີ 2014 ມາຮອດ ບັນດາເຜົ່າຢູ່ບໍລິເວນໃກ້ຄຽງ ແລະ ໃນທົ່ວປະເທດ. ຜ່ານການຕິດຕາມ ເຫັນວ່າ ກຸ່ມແກ້ງນີ້ໄດ້ນໍາໃຊ້ພື້ນທີ່ບໍລິເວນ ດັ່ງກ່າວເປັນເສັ້ນທາງເຄື່ອນໄຫວ ຂົນສົ່ງຢາເສບຕິດ ເຂົ້າ-ອອກ ລະຫວ່າງ ສປປ ລາວ ແລະ ປະເທດ ໄທ ຊຶ່ງສ້າງຜົນປະໂຫຍດໃຫ້ແກ່ ພວກເຂົາໃນໄລຍະຜ່ານມາ; ການ ກະທໍາຂອງພວກເຂົາ ເປັນການ ກະທໍາທີ່ປ່າເຖື່ອນ ແລະ ເປັນການ ເຄື່ອນໄຫວທີ່ຜິດຕໍ່ລະບຽບກົດໝາຍ ຂອງ ສປປ ລາວ ກໍຄື ກົດໝາຍ ລະຫວ່າງຊາດອີກດ້ວຍ. ປັດຈຸບັນ ເຈົ້າໜ້າທີ່ຂອງພວກ ເຮົາ ໄດ້ເປັນເຈົ້າການຄວບຄຸມ ສະຖານະການ ເຮັດໃຫ້ສະພາບມີ ຄວາມສະຫງົບ ແລະ ສືບຕໍ່ຕິດຕາມ ຊອກຫາຫົວໂປ່ໂຕການໃຫຍ່ຂອງ ຂະບວນຄ້າຂາຍຢາເສບຕິດກຸ່ມດັ່ງ ກ່າວ ເພື່ອນໍາມາລົງໂທດ ແລະ ດໍາ ເນີນຄະດີ ຕາມຂະບວນການຍຸຕິທໍາ ຂອງ ສປປ ລາວ ຢ່າງເຂັ້ມງວດ ແລະ ເດັດຂາດ. ພ້ອມກັນນີ້, ຈຶ່ງຮຽກຮ້ອງມາ ຍັງພະນັກງານ-ລັດຖະກອນ, ທະ ຫານ, ຕໍາຫລວດ ແລະ ພໍ່ແມ່ປະ ຊາຊົນບັນດາເຜົ່າ ຈົ່ງຮັບຮູ້, ເຂົ້າ ໃຈ, ໃຫ້ການຮ່ວມມືກັບເຈົ້າໜ້າ ທີ່ ເພື່ອຕອບຕ້ານການເຄື່ອນໄຫວ ແລະ ທໍາລາຍກຸ່ມແກ້ງດັ່ງກ່າວໃຫ້ ດັບສູນໄປ. ຂໍໃຫ້ປະຊາຊົນທຸກຊັ້ນ ຄົນໃນສັງຄົມ ຈົ່ງມີສະຕິໃນການ ບໍລິໂພກຂໍ້ມູນຂ່າວສານຕ່າງໆ ເປັນຕົ້ນ ຂ່າວທີ່ບໍ່ສ້າງສັນ ແລະ ບໍ່ມີມູນຄວາມຈິງຈາກສື່ສັງຄົມ ອອນລາຍ; ຄວນຕິດຕາມຂ່າວທີ່ ເປັນທາງການຈາກບັນດາສື່ຂອງ ກອງທັບປະຊາຊົນລາວ, ສື່ຂອງ ກໍາລັງປ້ອງກັນຄວາມສະຫງົບ ແລະ ສໍານັກຂ່າວທາງການຂອງ ລັດຖະບານ ສປປ ລາວ ເພື່ອຫລີກ ລ່ຽງຄວາມເຂົ້າໃຈຜິດ ສ້າງການ ແຕກແຍກຄວາມສາມັກຄີ ແລະ ເພື່ອຮັກສາສາຍພົວພັນອັນດີງາມ ລະຫວ່າງ ປະຊາຊົນສອງປະເທດ ລາວ ແລະ ໄທ ທີ່ມີມາແຕ່ດົນນານ ໃຫ້ໝັ້ນຄົງຕະຫລອດໄປ.
RkJQdWJsaXNoZXIy MTc3MTYxMQ==