7021

06/05/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a 7;k,gxa o,k0v'[5 o[A 'w2 s]n [5 ogfn vosq d 4qj ;]Po r;,wfh Ia [7;k,oy pq , 9kdd5 j ,z6 h x6 d c]t z6 h [= ]y 3rd.o]k; *ອາທິດຜ່ານມາຫລາຍຄົນ ອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດ ຂອງພະຍາດໄຂ້ງົວດໍາຈົນເຮັດໃຫ້ ມີຄົນເສຍຊີວິດແລ້ວສອງຄົນ ເຊິ່ງ ພະຍາດດັ່ງກ່າວ ເປັນພະຍາດຕິດ ແປດຮ້າຍແຮງຊະນິດໜຶ່ງທີ່ເກີດ ກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ ເຮັດໃຫ້ສັດລ້ຽງຕາຍ ເປັນຈໍານວນຫລາຍ, ພະຍາດດັ່ງ ກ່າວ ເກີດຈາກເຊື້ອກາລະໂລກ ທີ່ມີຊື່ວ່າ ບາຊິລັສ ແອນແທັກຊິສ (Bacillus Anthracis) ເຊື້ອ ພະຍາດນີ້ສາມາດສ້າງສະປໍແລະ ມີ ຄວາມທົນທານຕໍ່ສະພາບແວດລ້ອມ ສູງ ໂດຍເຊື້ອພະຍາດຈະກະຈາຍຢູ່ ຕາມທົ່ງຫຍ້າ ແລະ ຝັງໂຕຢູ່ໃນດິນ ໄດ້ເປັນເວລາດົນ. ສັດທີ່ໄດ້ຮັບເຊື້ອ ຈະມີອາການເລືອດເປັນພິດຢ່າງ ຮ້າຍແຮງເຮັດໃຫ້ເມັດເລືອດແດງ ແຕກແລ້ວສັດຈະສົ່ງເຊື້ອອອກທາງ ອາຈົມ, ນໍ້າຢຽວ, ນໍ້ານົມ, ເລືອດ ແລະ ອື່ນໆ. ພະຍາດໄຂ້ເລືອດດໍາ *ເມື່ອເລີ່ມເຂົ້າເດືອນຫົກລາວ ເປັນໄລຍະຕົ້ນຝົນ ເຊິ່ງປະຊາຊົນ ລາວບັນດາເຜົ່າ ໂດຍສະເພາະຊາວ ໄຮ່ຊາວນາ ກະກຽມລົງເຮັດນາ ເພື່ອ ທຳການຜະລິດໃຫ້ຖືກຕາມລະດູການ ແລະ ຕາມປະເພນີທີ່ສືບທອດກັນມາ ແຕ່ປູ່ຍ່າຕາຍາຍຈະມີບຸນບັ້ງໄຟຖື ເປັນບຸນປາງໃຫຍ່ໜຶ່ງໃນຮີດສິບສອງ ຄອງສິບສີ່ຂອງປະເພນີລາວ ຈັດ ຂຶ້ນທຸກໆປີຫລັງບຸນປີໃໝ່ລາວ ໂດຍ ເຊື່ອກັນວ່າເປັນພິທີກຳຄອບໄຂວ່ ເທວະດາຟ້າແຖນ ເພື່ອຂໍຝົນໃຫ້ຕົກ ຕາມລະດູການໃຫ້ພືດພັນ, ຜົນລະປູກ ຈະເລີນງອກງາມ. ການເຮັດບຸນບັ້ງໄຟນັ້ນ ຕາມ ຄວາມເຊື່ອທີ່ວ່າເທິງຟ້າມີສິ່ງສັກສິດ ຫລື ມີຊາວພຸດເອີ້ນວ່າ “ພະຍາ ແຖນ” ເຊິ່ງຄວາມເປັນມາຂອງບຸນ ບັ້ງໄຟນັ້ນມີຜູ້ເຖົ້າຜູ້ແກ່ເລົ່າໃຫ້ຟັງ ວ່າ: ກາລະຄັ້ງໜຶ່ງນານມາແລ້ວ ບ້ານເມືອງເກີດເດືອດຮ້ອນເພາະຝົນ ຟ້າບໍ່ຕົກຕາມລະດູການບັນດາຄົນ ສັດພືດຕ່າງໄດ້ຮັບຄວາມເດືອດຮ້ອນ ໄປຕາມໆກັນຍັງມີພະຍາຄັນຄາກ ທີ່ມີອິດທິລິດເປັນສັດວິເສດປົກຄອງ ຢູ່ພື້ນດິນຈຶ່ງອອກໄປກວດກາຫາ ສາຍເຫດວ່າຝົນຟ້າບໍ່ຕົກລົງມາກໍຮູ້ ຄວາມຈິງວ່າເປັນພະຍາແຖນບໍ່ສົ່ງ ຝົນລົງມາພະຍາຄັນຄາກຮູ້ຢ່າງນັ້ນ ຈຶ່ງຂໍອາສາສູ້ກັບພະຍາແຖນ ໂດຍ ເອົາຝົນຟ້າເປັນເດີມພັນຫາກພະຍາ ຄັນຄາກ ຊະນະ ພະຍາແຖນຕ້ອງ ເຮັດໃຫ້ຝົນຕົກລົງມາໃຫ້ຄົນ. ພະຍາ ແຖນ ແລະ ພະຍາຄັນຄາກ ຕໍ່ສູ້ກັນ *ປັດຈຸບັນ, ກະສິກອນຢູ່ບັນດາ ແຂວງໃນຂອບເຂດທົ່ວປະເທດ ໄດ້ຫັນມາປູກໝາກຖົ່ວລຽນ ເພື່ອ ຈຳໜ່າຍໃຫ້ກັບຜູ້ບໍລິໂພກ ກໍຄື ຕະ ຫລາດພາຍໃນປະເທດຫລາຍຂຶ້ນ ເນື່ອງຈາກວ່າໝາກຖົ່ວລຽນ ກຳລັງ ໄດ້ຮັບຄວາມນິຍົມຈາກກຸ່ມຜູ້ບໍລິໂພກ ນັບມື້ນັບຫລາຍຂຶ້ນບວກກັບສະພາບ ດິນຟ້າອາກາດທີ່ເໝາະສົມ, ດິນດີ, ປູກງ່າຍ, ເປັນໝາກໄມ້ທີ່ມີລາຄາ ສູງ ແລະ ອື່ນໆ ເຮັດໃຫ້ກະສິກອນຫັນ ມາປູກຖົ່ວລຽນ ເພື່ອຈຳໜ່າຍຫລາຍ ໂດຍ: ທະນູທອງູ ໂດຍ: ແສງສະຫວັນັ ຜົນປາກົດວ່າ ພະຍາຄັນຄາກຊະນະ ພະຍາແຖນຕ້ອງສົ່ງຟ້າຝົນໃຫ້ຕົກລົງ ມາໃນໂລກມະນຸດແຕ່ມີຂໍ້ຕົກລົງວ່າ ຊາວໂລກຈະຕ້ອງເຮັດບຸນບັ້ງໄຟ ແລ້ວຈູດຂຶ້ນເພື່ອໄປບອກດ້ວຍວ່າ ຕ້ອງການຝົນເມື່ອໃດເວລາໃດຍາມ ໃດ. ດັ່ງນັ້ນເມື່ອເຖິງລະດູການເຮັດ ນາຊາວນາທີ່ຕ້ອງການຝົນກໍຕ້ອງ ເຮັດບຸນບັ້ງໄຟເພື່ອຈູດບັ້ງໄຟຂຶ້ນເມືອ ບອກພະຍາແຖນເປັນສັນຍານໃຫ້ຮູ້ ເພື່ອໃຫ້ພະຍາແຖນເຮັດຝົນຕົກລົງ ມາດ້ວຍເຫດຄວາມເຊື່ອທີ່ກ່າວມານີ້ ຈຶ່ງໄດ້ມີການເຮັດບຸນບັ້ງໄຟຈົນເຖິງ ປັດຈຸບັນນີ້ ແລະ ໃນເດືອນຫົກນີ້ຍັງມີ ບຸນອີກຫລາຍບຸນເຊັ່ນ: ວິສາຂະບູຊາ, ສົມໂພດພະ, ຫົດສົງພະເຖຣະ. ຄຳວ່າ “ບັ້ງໄຟ” ໝາຍເຖິງບັ້ງ ຫລື ກະບອກ ທີ່ເຮັດດ້ວຍໝື້ຕອກໃຫ້ ແໜ້ນເປັນບັ້ງຈະມີຊ່ືແຕກຕ່າງກັນ ໂດຍກຳນົດເຮັດເດືອນຂຶ້້ນ ຫລື ແຮມ ກໍໄດ້ຕາມຄວາມສະດວກ, ແຕ່ສ່ວນ ຫລາຍນິຍົມກັນໃນເດືອນຫົກ ຈຶ່ງໃສ່ ຊື່ວ່າບຸກເດືອນຫົກ ຫລື ບຸນບັ້ງໄຟ. ສຳລັບການເຮັດບັ້ງໄຟແມ່ນເລີ່ມ ຈາກການຫາໄມ້ໃຜ່ ຫລື ລຳຕານມາ ລົນໄຟ, ລຸປ່ອງ, ຕາກໃຫ້ແຫ້ງຕອກ ດ້ວຍໝື້ໃຫ້ເຕັມແໜ້ນ ເຊິ່ງການເຮັດ ບຸນບັ້ງໄຟຕ້ອງມີຊ່າງຜູ້ຊຳນານມາ ກຳກັບ, ຖ້າບໍ່ດັ່ງນັ້ນບັ້ງໄຟຈະແຕກ ຊຸຫລືບໍ່ໄໝ້ອາດເກີດອັນຕະລາຍໄດ້. ກ່ອນມື້ເຮັດບຸນຈະປຸກຕູບ, ຜາມ ແລ້ວ ນິມົນພະ ແລະ ເຊີນຊວນພີ່ນ້ອງບ້ານ ໃກ້ຄຽງໃຫ້ມາເຮັດບຸນຂໍຄ້ອງກອງ ແລະ ບັນດານັກຟ້ອນມີການຕ້ອນຮັບ ພະລວມໄປເຖິງຍາດພີ່ນ້ອງບ້ານອື່ນ ໂດຍມີອຳນາດການປົກຄອງບ້ານ ຈະແບ່ງກັນສາມ ຫລື ສີ່ເຮືອນຕ້ອນ ຮັບຄ້າຍຄືກັບບຸນພະເຫວດ. ເມື່ອກ່ອນເວລາ 9 ໂມງເຊົ້າ ຈະມີ ຫົດສົງ ເຖລາພິເສກ ແລະ ຕອນບ່າຍ ຈະຈູດບັ້ງໄຟ, ຕອນກາງຄືນມີການ ເສັງກອງ, ສຳລັບກອງນີ້ແມ່ນນຳມາ ຈາກທຸກໆບ້ານທີ່ໄດ້ເຊີນມາຖືວ່າມີ ຄວາມສະໜຸກສະໜານເປັນຢ່າງຍິ່ງ. ສຳລັບຕອນເຊົ້າແມ່ນມີການຖວາຍ ຈັກຫັນໃຫ້ແກ່ພະສົງແລ້ວນຳບັ້ງໄຟ ໄປຈູດຢູ່ຄ້າງທີ່ຈັດໄວ້ໃນລະຫວ່າງ ພະສັນຈັກຫັນ, ຊ່າງບັ້ງໄຟນຳບັ້ງໄຟ ມາແຫ່ ເພື່ອໃຫ້ຄົນມາເບິ່ງອີກ, ຖ້າ ວ່າບັ້ງໄຟໃດຂຶ້ນເຈົ້າຂອງ ແລະ ຍາດ ໂຍມກໍດີໃຈແລ້ວຫາມນາຍຊ່າງໄປ ລົງນ້ຳ, ແຕ່ຖ້າບໍ່ຂຶ້ນກໍເອົານາຍຊ່າງ ລົງຕົມ. ພ້ອມທັງມີການບວດນາກ ແລະ ເຖລາພິເສກຫົດນ້ຳພະສູດມົນ ແລ້ວສັນເພນ, ແຫ່ນາກສູ່ຂວັນນາກ, ພະທີ່ນິມົນມາເປັນພະຫັດຖະບາດ ທຸກອົງ, ສ່ວນກາງຄືນເຈົ້າສັດທາ ມີໝອນລວມໄປເຖິງວັດຖຸປັດໄຈ ຖວາຍໃຫ້, ບ່າຍສາມໂມງຈະຕີກອງ ແຫ່ບັ້ງໄຟຮອດຫໍແຈກ ແລະ ສິມ. ໃນ ນັ້ນ, ຈະມີການຟ້ອນທ່າທາງສຸພາບ ຮຽບຮ້ອຍ, ຕະຫລົກ, ເຮຮາຕ່າງໆ ທັງແຕ່ງເປັນເຈົ້ານາຍກໍມີ, ແຕ່ງເປັນ ຜູ້ຍິງຟ້ອມລຳຕ່າງໆ, ແຕ່ງເປັນຍັກ ເປັນໂຂນ, ຕືກແຫ, ຫາປາ, ຂາຍປາ, ອ່ານໜັງສືພິມ ແລະ ອື່ນໆ. ປັດຈຸບັນອີງຕາມການປ່ຽນແປງ ຂອງແຕ່ລະຍຸກແຕ່ລະສະໄໝບາງ ຢ່າງເພິ່ນກໍບໍ່ໄດ້ປະຕິບັດແລ້ວອີງ ຕາມຄວາມສະດວກຂອງບ້ານນັ້ນໆ ຈະມີພຽງແຕ່ການໄຫວ້, ຈູບບັ້ງໄຟ ແລະ ຄົບງັນທຳມະດາເທົ່ານັ້ນ. ການ ເຮັດບຸນນີ້ ນອກຈາກຈະເປັນການຂໍ ນ້ຳຂໍໃຫ້ຝົນຕົກຕາມລະດູການແລ້ວ ຍັງເປັນການສ້າງຄວາມສາມັກຄີ ຂອງບັນດາບ້ານທີ່ຢູ່ໃກ້ຄຽງພາພົບພໍ້ ຮ່ວມມ່ວນຊື່ນນຳກັນອີກດ້ວຍ. ພາບປະກອບ rtpkfw0h ';feva o8t]kp muj ,kda [vkskofy [ q ໂດຍ: ລູກສາວຫລ້າູ້ ສາມາດຕິດຕໍ່ຈາກສັດສູ່ຄົນ ໂດຍ ການສໍາພັດ ແລະ ການບໍລິໂພກ ຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ ເສຍຊີວິດໄດ້. ສະນັ້ນ, ເພື່ອກະກຽມ ຄວາມພ້ອມໃນການຮັບມື ແລະ ເພື່ອ ເປັນການເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ເລືອດດໍາທີ່ ກໍາລັງລະບາດຢູ່ປະເທດເພື່ອນບ້ານ (ໄທ) ແລະ ຮັບປະກັນບໍ່ໃຫ້ເຊື້ອ ພະຍາດດັ່ງກ່າວ ແຜ່ລາມເຂົ້າມາ ບ້ານເຮົາດັ່ງນັ້ນ, ກະຊວງກະສີກໍາ ປ່າໄມ້ ຈຶ່ງໄດ້ອອກແຈ້ງການຫ້າມ ນໍ້າເຂົ້າອາຫານປະເພດຊີ້ນ. ສໍາລັບພະຍາດໄຂ້ງົວດໍາ ມີ ຫລາຍຊະນິດ, ແຕ່ມື້ນີ້ຄໍລຳ “ສຶກສາ ຫາຄວາມຮູ້” ຈະນຳສະເໜີ 3 ຊະນິດໄດ້ແກ່ໄຂ້ເລືອດດໍາທາງລະ ບົບຫາຍໃຈ, ຜິວໜັງ, ລະບົບທາງ ເດີນອາຫານ ເຊິ່ງອາການຂອງ ພະຍາດກໍ່ຈະແຕກຕ່າງກັນເນື່ອງ ຈາກວ່າ ສະປໍຂອງແບັກທີເລຍ ສາມາດເຂົ້າສູ່ຮ່າງກາຍໄດ້ຫລາຍ ທາງຈະມີອາການດັ່ງນີ້: ພະຍາດ ໄຂ້ເລືອດດໍາໃນລະບົບຫາຍໃຈ ຈະມີອາການຄື: ໄຂ້, ໜາວ, ສັ່ນ, ແໜ້ນໜ້າເອິກ,ໄອ,ເຈັບຫົວ,ປວດ ຮາກ,ເຫື່ອອອກຫລາຍ,ອ່ອນເພຍ ຕາມຮ່າງກາຍ. ໄຂ້ເລືອດດໍາໃນຜິວໜັງ ຈະມີ ອາການເຊັ່ນ: ຜິວໜັງມີຮອຍບາດ, ມີຕຸ່ມໜອງ, ຄັນບໍລິເວນຕຸ່ມ, ບໍລິເວນ ບາດຈະມີອາການບວມ ແລະ ມີສີ ດໍາ ສ່ວນຫລາຍຕຸ່ມຈະມັກເກີດຢູ່ໜ້າ, ແຂນ, ຄໍ ແລະ ມື. ສ່ວນໄຂ້ເລືອດຳທາງເດີນອາ ຫານ: ເກີດຈາກການກິນອາຫານ ສຸກດິບ ຫລືນົມທີ່ບໍ່ຜ່ານການຂ້າເຊື້ອ ທີ່ເໝາະສົມ ໂດຍສະເພາະໃນປະເທດ ທີ່ບໍ່ມີການສີດຢາຕ້ານພະຍາດໄຂ້ ເລືອດດໍາຢ່າງສະໝໍ່າສະເໝີບໍ່ໄດ້ ກວດກ່ອນ ນໍາມາຂາຍ ຫລື ກິນຜູ້ ຕິດເຊື້ອຈະມີອາການໄຂ້, ໜາວ, ສັ່ນ, ເຈັບຄໍ, ສຽງແຫບ, ຄໍບວມ, ຕ໋ອມນໍ້າ ເຫລືອງບໍລິເວນຄໍໃຫຍ່, ມີອາການ ຮາກ,ບາງຄັ້ງກໍ່ຮາກເປັນເລືອດ, ໜ້າ ແດງ, ຕາແດງ, ເຈັບທ້ອງ, ເຈັບຫົວ, ຖ່າຍແຫລວ, ຖ່າຍເປັນເລືອດ, ທ້ອງ ບວມ ຖ້າຮ້າຍແຮງອາດເປັນລົມໄດ້. ແນວໃດກໍດີເພື່ອປ້ອງກັນພະຍາດ ດັ່ງກ່າວຄວນກິນອາຫານທີ່ປຸງສຸກ ກ່ອນ ແລະ ຄວນປ້ອງກັນກ່ອນສໍາ ພັດກັບສັດລ້ຽງ ເພື່ອຫລີກລ່ຽງພະ ຍາດດັ່ງກ່າວ. ຂຶ້ນເຊັ່ນດຽວກັບສວນຖົ່ວລຽນໝອນ ທອງ ບ້ານຫາດເດື່ອ ເມືອງແກ້ວ ອຸດົມ ແຂວງວຽງຈັນ ກໍເປັນສວນ ໜຶ່ງທີ່ເປັນຕົ້ນແບບທີ່ປູກຕາມເຕັກນິກ ວິຊາການສາມາດເກັບຜົນຜະລິດໄດ້ ພາຍໃນ 4 ປີ. ທ່ານ ນາງ ບຸນລັ່ງ ວໍລະສິງ ເຈົ້າ ຂອງສວນຖົ່ວລຽນໝອນທອງ ບ້ານ ຫາດເດື່ອ ເມືອງແກ້ວອຸດົມ ແຂວງ ວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ເມື່ອ ບໍ່ດົນນີ້ວ່າ: ກ່ອນຈະລົງມືປູກໝາກ ຖົ່ວລຽນ ຕົນເອງໄດ້ແຮງບັນດານ ໃຈມາຈາກແນວຄິດລິເລີ່ມຂອງຜູ້ ເປັນພໍ່ ແລະ ພີ່ນ້ອງຈາກປະເທດ ເພື່ອນບ້ານ (ໄທ) ຈຶ່ງເກີດມີຄວາມ ຄິດຢາກປູກຖົ່ວລຽນ ແລະ ຕັດສິນ ໃຈລົງມືບຸກເບີກພື້ນທີ່ຕາມເຕັກນິກ ວິຊາການທີ່ຖືກຕ້ອງ ແລະ ເລີ່ມ ລົງມືປູກໃນປີ 2022 ເຊິ່ງມີເນື້ອທີ່ 4 ເຮັກຕາ, ປູກຖົ່ວລຽນພັນໝອນ ທອງ ທັງໝົດ 690 ກວ່າຕົ້ນ. ໃນ ປີ 2025 ນີ້, ເປັນປີທໍາອິດທີ່ເກັບຜົນ ຜະລິດ ເພື່ອສົ່ງອອກຈຳໜ່າຍໃຫ້ກຸ່ມ ລູກຄ້າໃນຈໍານວນ 460 ຕົ້ນ ແລະ ຄາດວ່າຈະສາມາດເກັບຜົນຜະລິດ ໄດ້ປະມານ 6 ໂຕນ ເພື່ອຈຳໜ່າຍໃຫ້ ຕະຫລາດພາຍໃນ. ທ່ານ ນາງ ບຸນລັ່ງ ວໍລະສິງ ຍັງ ໃຫ້ຮູ້ອີກວ່າ: ສວນຖົ່ວລຽນໝອນ ທອງ ບ້ານຫາດເດື່ອ ໄດ້ນຳໃຊ້ ເຕັກນິກການປູກ, ການບົວລະບັດ ຮັກສານັບແຕ່ມື້ປູກຈົນຮອດມື້ເກັບ ຜົນຜະລິດທີ່ຖືກຕ້ອງຕາມຫລັກ ວິຊາການ, ມີລະບົບນ້ຳ, ການໃຫ້ຝຸ່ນ ຕ່າງໆຢ່າງເປັນລະບົບ, ທັນສະໄໝ ເຊິ່ງປູກ ພາຍໃນ 4 ປີ ກໍສາມາດ ເກັບຜົນຜະລິດໄດ້ຕາມເປົ້າໝາຍ. ແຕ່ ເຖິງຢ່າງໃດກໍຕາມ, ຢາກໃຫ້ພາກລັດ ເຂົ້າມາຊ່ວຍເຫລືອບາງດ້ານຕື່ມອີກ ເປັນຕົ້ນຈັດຕັ້ງເປັນກຸ່ມຜູ້ປູກຖົ່ວລຽນ, ຊອກຫາແຫລ່ງຕະຫລາດພາຍໃນ ແລະ ກ້າວໄປສູ່ການສົ່ງອອກໄປ ຕ່າງປະເທດ. ສຳລັບທ່ານໃດທີ່ມີຄວາມຕ້ອງ ການຢາກປູກຖົ່ວລຽນ ຫລື ຢາກຮູ້ ເຕັກນິກການປູກ, ການບົວລະບັດ ຮັກສາສາມາດເຂົ້າມາປຶກສາໄດ້ ຢູ່ສວນຖົ່ວລຽນໝອນທອງ ບ້ານ ຫາດເດື່ອ ໄດ້ໂດຍກົງ ຫລື ສາມາດ ໂທໄດ້ທີ່ເບີ 020 54371466 ໃຫ້ ຄຳປຶກສາຟຣີ.

RkJQdWJsaXNoZXIy MTc3MTYxMQ==