7021

06/05/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ເປີດຊຸດຝຶກອົບຮົມ...ີຸຶົົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກະຊວງການຕ່າງປະເທດ...່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ອົງຄະນະພັກ...ົັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເພີ່ມທະວີ...ີ່ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທານປະເທດ ແຫ່ງ ສປປ ລາວ ໃນ ວັນທີ 7 ເມສາ 2025 ທີ່ຜ່ານມາ. ໃນການພົບປະ, ສອງຝ່າຍໄດ້ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະ ອານາຈັກ ໄທທີ່ເຫັນວ່າໄດ້ຮັບການ ຈັດຕັ້ງຜັນຂະຫຍາຍ ແລະ ເຕີບໃຫຍ່ ຂະຫຍາຍຕົວ ຕະຫລອດໄລຍະ 75 ປີ ຜ່ານມາ ໂດຍກວມເອົາທຸກຂົງ ເຂດວຽກງານ ຜ່ານກົນໄກການ ຮ່ວມມືຕ່າງໆ ນັບແຕ່ຂັ້ນສູນກາງ ຮອດທ້ອງຖິ່ນ; ບັນດາໂຄງການ ຮ່ວມມືຂອງສອງປະເທດ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງມີຜົນສໍາ ເລັດເປັນກ້າວໆມາ; ການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນທຸກລະດັບ, ລວມເຖິງການພົບ ປະຫາລື ລະຫວ່າງສອງປະເທດ ໄດ້ສືບຕໍ່ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງແນໃສ່ສ້າງຄວາມເປັນເອ ກະພາບ ແລະ ຄວາມເຂົ້າໃຈດ້ານ ນະໂຍບາຍໃນການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດ. ໃນ ນັ້ນ, ສອງຝ່າຍໄດ້ຕີລາຄາສູງຕໍ່ ຜົນສໍາເລັດການສະເດັດຢ້ຽມຢາມ ສປປ ລາວ ຂອງກົມສົມເດັດພະເທບ ໃນວັນທີ 21-24 ເມສາ 2025 ທີ່ ຜ່ານມາ. ສອງຝ່າຍຍັງໄດ້ລົງເລິກ ປຶກສາຫາລືກັນໃນຫລາຍຂົງເຂດ ວຽກງານເປັນຕົ້ນການກຽມຄວາມ ພ້ອມພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທແຫ່ງທີ5 (ບໍລິຄໍາໄຊ-ບຶງ ການ) ທີ່ມີແຜນຈະຈັດຂຶ້ນໃນທ້າຍ ປີ 2025, ວຽກງານການພັດທະນາ ບໍລິເວນຊາຍແດນຂອງສອງປະ ເທດ, ການຮ່ວມມືດ້ານແຮງງານ, ການຮ່ວມມືໃນຂອບອົງການ OECD, ການຮ່ວມມືໃນກຸ່ມ BRICS ແລະ ອື່ນໆ. ພ້ອມກັນນີ້, ສອງຝ່າຍ ເຫັນດີທີ່ຈະສືບຕໍ່ເຮັດ ວຽກຮ່ວມກັນຢ່າງໃກ້ຊິດ ເພື່ອປະ ກອບສ່ວນເຂົ້າໃນວຽກງານຕ່າງ ປະເທດໃນເວທີຕ່າງໆ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ໄດ້ ຮັບການພັດທະນາຍິ່ງໆຂຶ້ນ ແລະ ດໍາເນີນໄປດ້ວຍດີ. ຂ່າວ-ພາບ: ກົມການຂ່າວ, ກະ ຊວງການຕ່າງປະເທດ ຊຸດຝຶກອົບຮົມ ໃນຄັ້ງນີ້, ແນໃສ່ ສ້າງຖັນແຖວພະນັກງານນຳທ່ຽວ ໃຫ້ມີຄວາມເຂັ້ມແຂງ ແລະ ມີຈຳ ນວນພຽງພໍກັບຄວາມຕ້ອງການ ຕົວຈິງຂອງການທ່ອງທ່ຽວ ໃນ ສປປລາວໂດຍສຳມະນາກອນ ເຂົ້າ ຮ່ວມທັງໝົດ 90 ກວ່າຄົນ ຈະໄດ້ ຮຽນຮູ້ໃນຫລາຍວິຊາ ທັງພາກທິດ ສະດີແລະພາກປະຕິບັດຕົວຈິງໂດຍ ການລົງພື້ນທີ່ແຫລ່ງທ່ອງທ່ຽວ ແລະ ສະແດງບົດບາດສົມມຸດເປັນ ພະນັກງານນຳທ່ຽວ ໃນພື້ນທີ່ແຫລ່ງ ທ່ອງທ່ຽວຕົວຈິງ ໂດຍມີຄະນະກຳ ມະການຕິດຕາມໃຫ້ຄະແນນຕາມ ເກນທີ່ກຳນົດໄວ້ ໂດຍໄດ້ເຊື້ອເຊີນ ຜູ້ບັນຍາຍພິເສດຈາກກົມກອງກ່ຽວ ຂ້ອງເພື່ອມາໃຫ້ຄວາມຮູ້ເພີ່ມເຕີມ ກ່ຽວກັບການທ່ອງທ່ຽວລາວ ເປັນ ຕົ້ນ ຈາກກົມຄຸ້ມຄອງທຸລະກິດທ່ອງ ທ່ຽວ, ກົມພັດທະນາການທ່ອງ ທ່ຽວ, ກົມໂຄສະນາການທ່ອງທ່ຽວ ລວມເຖິງສະມາຄົມທຸລະກິດທ່ອງ ທ່ຽວ ແລະ ສະມາຄົມພະນັກງານ ນຳທ່ຽວ. ພິເສດ ຍັງໄດ້ເຊີນເອົາອາ ຈານຈາກວິທະຍາໄລ ຈຽງຊູ ສປ ຈີນ ມາຮ່ວມບັນຍາຍກ່ຽວກັບວັດ ທະນະທຳ ແລະ ພຶດຕິກຳນັກທ່ອງ ທ່ຽວຈີນ ອີກດ້ວຍ. ພາຍຫລັງທີ່ສຳ ເລັດການຝຶກອົບຮົມແລ້ວ. ສະຖາ ບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ຈະໄດ້ສົ່ງລາຍຊື່ສໍາມະ ນາກອນທີ່ໄດ້ຮັບການຢັ້ງຢືນການ ຝຶກອົບຮົມ ໃຫ້ກົມຄຸ້ມຄອງທຸລະກິດ ທ່ອງທ່ຽວ ເພື່ອອອກບັດນຳທ່ຽວ ໃນຂັ້ນຕໍ່ໄປ. ໂອກາດນີ້, ທ່ານ ວັນສີ ກົວມົວ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະ ຮັບຜິດຊອບ ກໍຄື ສະຖາບັນສື່ມວນ ຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ກະກຽມຄວາມພ້ອມໃນດ້ານ ຕ່າງໆ ເຮັດໃຫ້ຊຸດຝຶກອົບຮົມຄັ້ງ ນີ້ເປີດຂຶ້ນຕາມວັນເວລາທີ່ໄດ້ກຳ ນົດໄວ້ເຊິ່ງຊຸດຝຶກອົບຮົມຄັ້ງນີ້, ມີ ຄວາມໝາຍ, ຄວາມສໍາຄັນຢ່າງ ຍິ່ງ ສໍາລັບວຽກງານພັດທະນາບຸກ ຄະລາກອນທ່ອງທ່ຽວລາວ ໃຫ້ມີ ຄວາມເຂັ້ມແຂງ. ພ້ອມນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ໃຫ້ຮູ້ວ່າ: ລັດຖະບານແຫ່ງ ສປປ ລາວ ໄດ້ຖື ເອົາວຽກງານທ່ອງທ່ຽວເປັນເສດ ຖະກິດປາຍແຫລມ ຂະແໜງການ ໜຶ່ງ ທີ່ກະຕຸ້ນບັນດາຂະແໜງການ ອື່ນ ທີ່ເປັນຕ່ອງໂສ້ການບໍລິການໃຫ້ ມີການພັດທະນາໄປພ້ອມໆກັນ, ຂະ ຫຍາຍການລົງທຶນເຂົ້າໃສ່ບັນດາ ກິດຈະການຕ່າງໆເປັນຕົ້ນ ການຂົນ ສົ່ງນັກທ່ອງທ່ຽວ, ສະຖານທີ່ທ່ອງ ທ່ຽວ, ການນໍາທ່ຽວ, ການພັກແຮມ, ອາຫານ ແລະ ເຄື່ອງດື່ມ, ການສົ່ງ ເສີມສຸຂະພາບ, ການຜະຈົນໄພ, ເຄື່ອງທີ່ລະນຶກ ແລະ ບັນດາກິດຈະ ກຳປິ່ນອ້ອມການທ່ອງທ່ຽວ ທີ່ພົວ ພັນທາງກົງ ແລະ ທາງອ້ອມຂອງ ການບໍລິການ, ສົ່ງເສີມໃຫ້ເກີດການ ຜະລິດພາຍໃນຢ່າງກວ້າງຂວາງ, ສາມາດສ້າງວຽກເຮັດງານທໍາ ແລະ ກະຈາຍລາຍຮັບຢ່າງກວ້າງ ຂວາງ ໃຫ້ແກ່ປະຊາຊົນທ້ອງຖິ່ນ ໂດຍສະເພາະໃນເຂດທີ່ການທ່ອງ ທ່ຽວມີການຂະຫຍາຍຕົວ. ໃນນັ້ນ, ກໍລວມມີອາຊີບພະນັກງານນໍາທ່ຽວ ເຊິ່ງນໍາເອົາເງິນຕາຕ່າງປະເທດມາ ສູ່ປະເທດຊາດຂອງພວກເຮົາ ເປັນ ຈໍານວນຫລາຍພໍສົມຄວນ, ຊ່ວຍ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງຊາດ, ຊ່ວຍຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນ ບັນດາເຜົ່າຕາມນະ ໂຍບາຍຂອງພັກ ແລະ ລັດຖະບານ ທີ່ໄດ້ວາງອອກເທື່ອລະກ້າວ. ຂ່າວ: ທະນູທອງ; ພາບ: ຂັນໄຊ ກອງທັບ (ຮວຜທ) ໄດ້ຈັດຂຶ້ນ ເມື່ອບໍ່ດົນຜ່ານມາ ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະ ນະພັກ, ຫົວໜ້າການເມືອງໂຮງ ຮຽນ, ມີ ສະຫາຍ ພັນເອກ ເພັດສະ ໝອນ ວິລະວອນ ຮອງເລາຂາ ຄະນະພັກ, ຫົວໜ້າການທະຫານ ໂຮງຮຽນ, ຄະນະພັກ-ຄະນະອຳ ນວຍການ, ຄະນະໜ່ວຍພັກ 4 ຫ້ອງ 2 ກອງພັນ, ຕະຫລອດຮອດພະ ນັກງານຫລັກແຫລ່ງທົ່ວໂຮງຮຽນ ເຂົ້າຮ່ວມ. ສະຫາຍ ພັນໂທ ອຸໄລກອນ ກົມ ມະເມືອງ ກຳມະການຄະນະພັກ, ຮອງຫົວໜ້າຫ້ອງການເມືອງໂຮງ ຮຽນ ໄດ້ຜ່ານບົດສະຫລຸບການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ເຊິ່ງໄລຍະຜ່ານມາ ຄະນະ ພັກທຸກຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງ ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ດຳ ເນີນຊີວິດການເມືອງຢ່າງກວ້າງ ຂວາງ ແລະ ເລິກເຊິ່ງ; ຈັດປາຖະ ກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ເພື່ອສ້າງຜົນງານ ຂ່ຳນັບຮັບຕ້ອນວັນສໍາຄັນຕ່າງໆ ຢ່າງເປັນຂະບວນຟົດຟື້ນ; ຄະນະ ພັກ, ພະນັກງານ-ສະມາຊິກພັກ ມີ ຄວາມເປັນເອກະພາບສູງຕໍ່ແນວ ທາງນະໂຍບາຍຂອງພັກ, ຍຶດໝັ້ນ ຕໍ່ອຸດົມການຂອງພັກ, ມີຄວາມສາ ມັກຄີເປັນເອກະພາບພາຍໃນຢ່າງ ແໜ້ນແຟ້ນ, ເຄົາລົບ ແລະ ປະຕິບັດ ລະບຽບກົດໝາຍ, ລະບຽບວິໄນ ຂອງກອງທັບຢ່າງເຂັ້ມງວດ; ແຕ່ ລະໜ່ວຍພັກໄດ້ຍົກສູງສະຕິລະວັງ ຕົວຕໍ່ກົນອຸບາຍທໍາລາຍມ້າງເພ ຂອງສັດຕູ, ນໍາພາຈັດຕັ້ງລະບອບ ປະຈຳການ ຈັດຕັ້ງປ້ອງກັນເປົ້າ ໝາຍສຳຄັນຕ່າງໆ ມີຄວາມສະ ຫງົບປອດໄພ 100%. ຜ່ານການ ຈັດຕັ້ງປະຕິບັດຂະບວນການກໍ່ສ້າງ ໜ່ວຍພັກ ສາມາດສ້າງໄດ້ໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024, ທົ່ວອົງຄະນະພັກ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ມີ 6 ໜ່ວຍພັກຮາກຖານ. ໃນນີ້, ໜ່ວຍພັກແຂງ ມີ 3 ໜ່ວຍ ພັກ, ໜ່ວຍພັກກາງ ມີ 3 ໜ່ວຍ, ໜ່ວຍພັກທີ່ໄດ້ສະເໜີຮັບຮອງເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈຳປີ 2024 ມີ 3 ໜ່ວຍ ພັກ ຄື: ໜ່ວຍພັກຫ້ອງການເມືອງ, ໜ່ວຍພັກຫ້ອງພະລາທິການ-ເຕັກ ນິກ, ໜ່ວຍພັກຫ້ອງການ ແລະ ບໍລິຫານ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະ ຊຸມ ກໍໄດ້ຜັດປ່ຽນກັນປະກອບຄໍາ ຄິດຄໍາເຫັນໃສ່ບົດສະຫລຸບ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອ ພ້ອມກັນປັບປຸງແກ້ໄຂບັນຫາ ຈຸດ ອ່ອນ-ຂໍ້ຄົງຄ້າງ ໃຫ້ບັນລຸໄດ້ຕາມ ລະດັບຄາດໝາຍທີ່ວາງໄວ້, ພ້ອມ ທັງ ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນສ້າງ ຂະບວນການກໍ່ສ້າງໝ່ວຍພັກ ປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ ປີ 2025 ແລະ ມອບໃບຢັ້ງຢືນໃຫ້ ໜ່ວຍພັກທີ່ໄດ້ຮັບຮອງເປັນໜ່ວຍ ພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕື່ມອີກ. ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ມີຄຳ ເຫັນໂອ້ລົມ ໂດຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາ ໜ່ວຍພັກ ແລະ ບັນດາກົມກອງ ຍາດມາໄດ້ຕະຫລອດໄລຍະຜ່ານ ມາ, ພ້ອມທັງເນັ້ນໃຫ້ຄະນະພັກຄະນະບັນຊາ ແຕ່ລະຂັ້ນ ຈົ່ງເຊື່ອມ ຊຶມ, ກໍາແໜ້ນຄໍາສັ່ງ ແນະນໍາຂອງ ຂັ້ນເທິງ, ປະຕິບັດຢ່າງເຂັ້ມງວດ ຕໍ່ ທິດຊີ້ນໍາຂອງພັກ, ກໍາແໜ້ນ 5 ເນື້ອ ໃນ ໃນການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໝູນ ໃຊ້ເຂົ້າໃນໜ້າທີ່ການເມືອງຂອງ ກົມກອງ ໃຫ້ແທດເໝາະກັບສະ ພາບເງື່ອນໄຂຕົວຈິງ. ຂ່າວ: ໂອລິນ ມິ່ງມີໄຊ ການເຝົ້າລະວັງ, ປ້ອງກັນ ແລະ ສະ ກັດກັນ ພະຍາດໄຂ້ເລືອດດໍາ ທີ່ກຳ ລັງລະບາດຢູ່ປະເທດໄທ ແລະ ຮັບ ປະກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແຜ່ລາມ ເຂົ້າມາ ສປປ ລາວ. ກະ ຊວງກະສິກຳ ແລະ ປ່າໄມ້ ໄດ້ອອກ ແຈ້ງການໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະ ຄອນ ຫລວງວຽງຈັນ ໂດຍສະເພາະ ບັນ ດາແຂວງທີ່ມີຊາຍແດນ ເຊື່ອມຕໍ່ ກັບປະເທດໄທ ໃນຂອບເຂດທົ່ວ ປະເທດ ໂຈະການນຳເຂົ້າ ແລະ ສົ່ງ ຜ່ານສັດ ແລະ ຜະລິດຕະພັນສັດ ປະ ເພດ ງົວ, ຄວາຍ, ມ້າ, ໝູ, ແກະ ແລະ ແບ້ ຈາກປະທດໄທ ຢ່າງເດັດ ຂາດ ຈົນກວ່າສະພາບການລະບາດ ຂອງພະຍາດດັ່ງກ່າວ, ຈະກັບຄືນສູ່ ສະພາບປົກກະຕິ ຫລື ຈົນກວ່າຈະ ມີການອອກແຈ້ງການ ເພື່ອລຶບລ້າງ ແຈ້ງການສະບັບນີ້. ໃຫ້ພະແນກກະສິກຳແລະປ່າໄມ້ ແຂວງ ແລະ ນະຄອນຫລວງວຽງ ຈັນ ສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຊີ້ນຳບັນດາ ດ່ານ ກວດກາສັດຕະວະແພດສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທີ່ເຊື່ອມຕໍ່ກັບປະເທດໄທ ເອົາໃຈໃສ່ ປະຕິບັດມາດຕະການປ້ອງກັນ ພະ ຍາດຢ່າງເຄັ່ງຄັດ ໂດຍເຂັ້ມ ງວດກວດກາ ແລະ ຫ້າມບໍ່ໃຫ້ນຳ ເຂົ້າ ແລະ ສົ່ງຜ່ານສັດ ແລະ ຜະລິດ ຕະພັນສັດ ຈາກຣາຊະອານາຈັກ ໄທ ຢ່າງເດັດຂາດ. ພ້ອມກັນນັ້ນ, ຢູ່ຈຸດຜ່ານດ່ານແຕ່ລະຈຸດກໍໃຫ້ດໍາ ເນີນການສີດພົ່ນຢາຂ້າເຊື້ອຍານ ພາຫານະທຸກປະເພດ ທີ່ເຂົ້າມາ ຈາກຣາຊະອານາຈັກໄທ; ໃຫ້ພະ ແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ສົມ ທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອແຈ້ງການໃຫ້ອຳ ນາດການປົກຄອງບ້ານ, ຕາໜ່າງ ສັດຕະວະແພດບ້ານ, ຜູ້ປະກອບ ການ ແລະ ຊາວກະສິກອນຜູ້ລ້ຽງ ສັດ ເພີ່ມທະວີການເຝົ້າລະວັງ ແລະ ຕິດຕາມສະພາບຂອງສັດລ້ຽງ ທີ່ຢູ່ ພາຍໃຕ້ການຄຸ້ມຄອງຂອງຕົນຢ່າງ ໃກ້ຊິດ, ກໍລະນີຫາກພົບເຫັນ ຫລື ສົງໃສ ຕິດພະຍາດໄຂ້ເລືອດດໍາ ທັງໃນສັດລ້ຽງ ແລະ ຄົນໃຫ້ແຈ້ງ ຕໍ່ເຈົ້າໜ້າທີ່ໆກ່ຽວຂ້ອງຢ່າງຮີບ ດ່ວນ. ຖ້າກໍລະນີເກີດມີສັດຕາຍ ໃຫ້ແຈ້ງຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍທັນທີເພື່ອລົງຕິດ ຕາມ, ກວດກາ ແລະ ບົ່ງມະຕິພະ ຍາດ ໃຫ້ທັນກັບສະພາບການ, ຫ້າມ ບໍ່ໃຫ້ຜ່າຊາກສັດຕາຍ ແລະ ນຳຊີ້ນ ສັດຕາຍ ໄປບໍລິໂພກ ແລະ ຂາຍ ຢ່າງເດັດຂາດ. ໃຫ້ພະແນກກະສິກຳ ແລະ ປ່າ ໄມ້ ແຂວງ ແລະ ນະຄອນຫລວງ ວຽງຈັນ ສົມທົບກັບຫ້ອງການກະ ສິກຳ ແລະ ປ່າໄມ້ ເມືອງ ຈັດຕັ້ງໂຄ ສະນາ ແລະ ເຜີຍແຜ່ ໃຫ້ຄວາມຮູ້ ແກ່ກະສິກອນ ແລະ ຜູ້ປະກອບການ ເພື່ອໃຫ້ເຂົ້າໃຈກ່ຽວກັບຜົນກະທົບ ແລະ ຄວາມອັນຕະລາຍ ຂອງພະ ຍາດໄຂ້ເລືອດດຳ, ພ້ອມທັງ ແນະ ນຳໃຫ້ເອົາໃຈໃສ່ ການດູແລຮັກສາ ສຸຂະພາບສັດ, ການປ້ອງກັນພະ ຍາດສັດ ແລະ ການອະນາໄມ ຂ້າ ເຊື້ອບ່ອນຢູ່ອາໃສຂອງສັດລ້ຽງ; ໃຫ້ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງ ຈັນ ຊີ້ນໍາຂະແໜງລ້ຽງສັດ ແລະ ການປະມົງແລະຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ລົງເຄື່ອນໄຫວ ສັກຢາວັກຊິນປ້ອງກັນພະຍາດ ໃຫ້ ສັດລ້ຽງຂອງປະຊາຊົນ ໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ ໃຫ້ທ່ວງທັນຕາມລະດູການຢ່າງ ປົກກະຕິ ແລະ ຕໍ່ເນື່ອງ. ສໍາລັບເຂດ ທີ່ມີຄວາມສ່ຽງສູງ ຕໍ່ການລະບາດ ຂອງພະຍາດໄຂ້ເລືອດດຳ ແມ່ນ ໃຫ້ດໍາເນີນການສັກຢາປ້ອງກັນ ພະຍາດໄຂ້ເລືອດດຳ ໃຫ້ສັດລ້ຽງ ຢ່າງຮີບດ່ວນ ແລະ ທົ່ວເຖິງ; ໃນ ກໍລະນີ ການຈັດຕັ້ງປະຕິບັດວຽກ ງານຕົວຈິງຫາກພົບຄວາມຫຍຸ້ງ ຍາກ ໃຫ້ລາຍງານການນໍາຂັ້ນ ແຂວງ ແລະ ການນຳກະຊວງຮັບ ຊາບ ເພື່ອພິຈາລະນາຢ່າງຮີບດ່ວນ.

RkJQdWJsaXNoZXIy MTc3MTYxMQ==