7021

06/05/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K * ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ແມ່ນເມືອງທີ່ຂຶ້ນ ຊື່ເລື່ອງການຜະລິດກະສິກໍາດ້ວຍ ເງື່ອນໄຂທີ່ອໍານວຍຄວາມສະດວກ ໂດຍສະເພາະດິນປູກຝັງເປັນດິນ ງາມເໝາະສົມແກ່ການເຮັດກະສິກໍາ ຈຶ່ງເຮັດໃຫ້ປະຊາຊົນຢຶດຖືອາຊີບ ການຜະລິດກະສິກໍາ ແລະ ສາມາດ ສ້າງລາຍໄດ້ຫລາຍລ້ານກີບຕໍ່ປີ, ເໝືອນຄອບຄົວນາງ ປອບ ວົງວິ ຈິດ ທີ່ປູກໝາກເລັ່ນຂາຍສ້າງລາຍ ຮັບເຂົ້າຄອບຄົວ 80 ລ້ານກີບຕໍ່ປີ [q flerkfmj kom6 f csj ' lx 9u o xt9e lxx ]k; ລາວກໍ່ໄດ້ສະເຫລີມສະຫລອງວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຢ່າງມີຄວາມໝາຍ ເລິກເຊິ່ງ, ສູນກາງພັກກອມມູນິດ ຈີນ ກໍ່ໄດ້ສົ່ງໂທລະເລກຊົມເຊີຍຕໍ່ ວັນສຳຄັນດັ່ງກ່າວ. ຂ້າພະເຈົ້າຮູ້ສຶກ ເປັນກຽດທີ່ໄດ້ເຂົ້າຮ່ວມງານໂຮມ ຊຸມນຸມຄັ້ງນີ້ ທັງໄດ້ຮັບຟັງການ ກ່າວຄໍາປາໄສຂອງສະຫາຍເລຂາ ທິການໃຫຍ່ ທອງລຸນ ສີສຸລິດ ຢູ່ສະ ຖານທີ່ປະຊຸມຕົວຈິງ. ຕະຫລອດ ໄລຍະ 70 ປີຜ່ານມາ, ພັກປະຊາຊົນ ປະຕິວັດລາວໄດ້ເຕົ້າໂຮມຄວາມສາ ມັກຄີນໍາພາປະຊາຊົນລາວ ຕໍ່ສູ້ຕ້ານ ລັດທິລ່າເມືອງຂຶ້ນຝຣັ່ງ ແລະ ລັດ ທິດຈັກກະພັດອາເມລິກາຢ່າງພິລະ ອາດຫານ, ໄດ້ເຮັດສຳເລັດການປົດ ປ່ອຍປະເທດຊາດ ແລະ ການທ້ອນ ໂຮມປະເທດຊາດ, ຊຸກຍູ້ການປະຕິ ບັດ 2 ໜ້າທີ່ຍຸດທະສາດຄື: ການ ປົກປັກຮັກສາ ແລະ ການສ້າງສາ ພັດທະນາປະເທດຊາດ, ເຮັດໃຫ້ ພາລະກິດການກໍ່ສ້າງສັງຄົມນິຍົມ ແລະ ການປະຕິບັດແນວທາງປ່ຽນ ແປງໃໝ່ຍາດໄດ້ຜົນສຳເລັດອັນ ສະຫງ່າງາມ. ໃນໄລຍະຂ້າພະເຈົ້າ ມາປະຈໍາການຢູ່ປະເທດລາວເກືອບ ໜຶ່ງປີ ກໍ່ໄດ້ເຫັນຢ່າງປະຈັກຕາວ່າ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ເປັນຕົ້ນມາ, ສູນກາງພັກ ປປ ລາວ ໄດ້ສຸມໃສ່ການປັບປຸງບູລະນະການ ນໍາພາຂອງພັກໃຫ້ເຂັ້ມແຂງ, ການ ເມືອງ ແລະ ສັງຄົມມີຄວາມສະ ຫງົບ, ເສດຖະກິດມີທ່າອ່ຽງດີຂຶ້ນ ຢ່າງໝັ້ນທ່ຽງ, ບົດບາດໃນສາກົນ ນັບມື້ຮັບການຍົກສູງຂຶ້ນ. ພວກ ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ: ສປປ ລາວ ຈະສືບຕໍ່ເດີນຕາມເສັ້ນ ທາງສັງຄົມນິຍົມ ຕາມສະພາບຕົວ ຈິງຂອງປະເທດຕົນ ຢ່າງສະເໝີ ຕົ້ນສະເໝີປາຍ ແລະ ສາມາດໄຂ ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງ ພັກດ້ວຍຜົນສຳເລັດ. ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ຊີ້ອອກວ່າ “ປະຫວັດສາດ ເປັນຜູ້ຕັດສິນພວກເຮົາ”. ຝ່າຍລາວ ໄດ້ຈັດກິດຈະກໍາຕ່າງໆ ເພື່ອລະນຶກ ເຖິງວັນສໍາຄັນດັ່ງກ່າວ, ເຮັດໃຫ້ ຂ້າພະເຈົ້າໄດ້ຄິດເຫັນປີ 2021 ໃນ ເວລາເຂົ້າຮ່ວມການເຊື່ອມຊຶມຮຽນ ຮູ້ປະຫວັດສາດພັກ ໃນໂອກາດ ຄົບຮອບ 100 ປີ ຂອງການສ້າງ ຕັ້ງພັກກອມມູນິດຈີນ, ເຮັດໃຫ້ຮູ້ສຶກ ໄດ້ເຖິງຄວາມຄ້າຍຄືກັນຫລາຍຈຸດ ຂອງສອງພັກ ນັບແຕ່ການສ້າງຕັ້ງ ພັກ ແລະ ສະຖາປະນາປະເທດ, ການເຕີບໃຫຍ່ຂະຫຍາຍຕົວ. ສອງ ພັກຍາມໃດກໍ່ລ້ວນແຕ່ໄດ້ຖືເອົາຜົນ ປະໂຫຍດຂອງປະຊາຊົນຈັດຢູ່ອັນ ດັບສູງສຸດ, ໄດ້ຖືເອົາການປະຕິວັດ ຕົນເອງເປັນວິທີການສໍາຄັນໃນ ການເຮັດໃຫ້ພັກກ້າວໜ້າຂຶ້ນໄປ ເລື້ອຍໆ, ເຮັດໃຫ້ສາມາດເອົາຊະ ນະຄວາມຫຍຸ້ງຍາກ ສິ່ງກີດຂວາງ ຕ່າງໆໄດ້ຢ່າງສຳເລັດຜົນ, ໄດ້ຖື ເອົານັກປະຕິວັດອາວຸໂສຮຸ່ນກ່ອນ ເປັນຕົວແບບອັນດີເດັ່ນ, ຮຽນເອົາ ຄຸນສົມບັດອັນສູງສົ່ງຂອງພວກ ເພິ່ນໃນຄວາມຈົງຮັກພັກດີຕໍ່ພັກ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ ແລະ ສ້າງລະບຽບວິໄນທີ່ເຂັ້ມງວດ ໃຫ້ແກ່ຕົນເອງ, ປັດຈຸບັນສອງຝ່າຍ ກໍ່ລ້ວນແຕ່ພະເຊີນໜ້າກັບສະພາບ ແວດລ້ອມສາກົນທີ່ສະຫລັບຊັບ ຊ້ອນແລະໜ້າທີ່ແຫ່ງການປະຕິຮູບ, ພັດທະນາ ແລະ ຄວາມໝັ້ນຄົງທີ່ ຫຍຸ້ງຍາກ ແລະ ໜັກໜ່ວງ. ສອງພັກ ຈີນ-ລາວ ລ້ວນແຕ່ ແມ່ນພັກການເມືອງລັດທິມາກ, ລ້ວນແຕ່ຍຶດໝັ້ນວັດຖຸນິຍົມປະຫວັດ ວິພາກ, ອອກແຮງນໍາພາສະມາຊິກ ພັກ-ພະນັກງານ ທັງຫລາຍໂດຍສະ ເພາະແມ່ນຊາວໜຸ່ມໃຫ້ສ້າງມີແນວ ຄິດປະຫວັດວັດຖຸນິຍົມ, ຫວນຄືນ ປະຫວັດສາດເປັນຫຍັງແຕ່ກ່ອນ ພວກເຮົາຈຶ່ງປະສົບຜົນສຳເລັດ, ໃຫ້ເຂົ້າໃຈອະນາຄົດຂອງພວກເຮົາ ຈະເຮັດແນວໃດຈຶ່ງຈະສືບຕໍ່ປະສົບ ຜົນສຳເລັດ. ພວກເຮົາໄດ້ຮ່ວມກັນ ທົບທວນຄືນປະຫວັດສາດຂອງ ການສ້າງຕັ້ງພັກ, ສະຖາປະນາ ປະເທດ ຈີນ-ລາວ ຂອງໃຜລາວ, ລວມທັງປະຫວັດສາການພົວພັນ ມິດຕະພາບສອງຝ່າຍ ເຊິ່ງເປັນ ປະສົບການອັນສໍາຄັນທີ່ສຸດ. ນັ້ນ ແມ່ນສອງປະເທດຈີນ-ລາວ ຍາມ ໃດກໍ່ແມ່ນບ້ານໃກ້ເຮືອນຄຽງທີ່ ເບິ່ງແຍງຊ່ວຍເຫລືອກັນ, ເປັນ ເພື່ອນມິດສະຫາຍທີ່ອູ້ມຊູຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ເປັນສະ ຫາຍທີ່ດີ ທີ່ມີອຸດົມການຮ່ວມກັນ ແລະ ເປັນຄູ່ຮ່ວມມືທີ່ດີທີ່ຮ່ວມມື ຮັບຜົນປະໂຫຍດຮ່ວມກັນ, ຂໍພຽງ ແຕ່ພວກເຮົາສາມັກຄີເປັນປຶກແຜ່ນ, ຈັບມືກັນຕໍ່ສູ້ກໍ່ຈະສາມາດທັບມ້າງ ສັດຕູທີ່ເຂົ້າມາທັງໝົດນັ້ນໄດ້ ແລະ ຈະສາມາດເອົາຊະນະຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍນານາປະ ການໄດ້. * ເນື່ອງໃນໂອກາດວັນສ້າງຕັ້ງ ທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນ ດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນ ຊົນເມື່ອບໍ່ດົນມານີ້. ຂະນະທີ່ສື່ ມວນຊົນໄດ້ຖາມວ່າ: ປີນີ້ແມ່ນ ປີສຳຄັນໃນປະຫວັດສາດຂອງ ປະເທ ລາວ, ແມ່ນປີຄົບຮອບ 70 ປີການສ້າງຕັ້ງພັກປະຊາຊົນປະຕິ ວັດລາວ, ການສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບ ຮອບ 105 ປີ. ສອງຝ່າຍ ຈີນ-ລາວ ລ້ວນແຕ່ຖືສໍາຄັນຕໍ່ປະຫວັດສາດ ທ່ານມີຄວາມເຂົ້າໃຈແນວໃດຕໍ່ປະ ຫວັດສາດຂອງພັກ ແລະ ລັດລາວ? ຕໍ່ກັບຄຳຖາມດັ່ງກ່າວ ທ່ານທູດ ໄດ້ກ່າວວ່າ: ປີ 2025 ແມ່ນປີທີ່ ສະຫາຍລາວໄດ້ມີເຫດການໃຫຍ່ທີ່ ໜ້າດີໃຈຫລາຍ ໂດຍສະເພາະແມ່ນ ເມື່ອມໍ່ໆມານີ້ ພັກປະຊາຊົນປະຕິວັດ x6 d\kdg]aj o0kp lh k']kpwfh 80 ]h kodu [8xu + ໂດຍ: ມາລິດາິ ຈົນເຮັດໃຫ້ຄອບຄົວຫລຸດພົ້ນຈາກ ຄວາມທຸກຍາກເຮັດໃຫ້ຊີວິດການ ເປັນຢູ່ດີຂຶ້ນເລື້ອຍໆ. ນາງ ປອບ ວົງວີຈິດໃຫ້ຮູ້ວ່າ: ປະຊາຊົນບ້ານຊຽງຄວນ ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ ມີມູນເຊື້ອດຸໝັ່ນຂະຫຍັນ ພຽນມາແຕ່ດຶກດໍາບັນ ໂດຍຢຶດຖື ອາຊີບກະສິກໍາ, ເຮັດນາ, ປູກເຄື່ອງ ຕາມແຄມຂອງເພາະອາຊີບກະສິກຳ ເປັນອາຊີບໜຶ່ງທີ່ຕິດພັນກັບຄົນລາວ ເຮົາເຊິ່ງພໍ່ແມ່, ປູ່ຍ່າຕາຍາຍໄດ້ ພາເຮັດພາທຳມາເວົ້າລວມ, ເວົ້າ ສະເພາະຄອບຄົວຕົນເອງກໍປະກອບ ອາຊີບກະສິກຳມາແຕ່ປີ 2017 ເຊິ່ງໃນເບື້ອງຕົ້ນສວນຕົນເອງແມ່ນ ເຄີຍປູກມັນເພົາມາກ່ອນ, ແຕ່ພໍປູກ ມາໄດ້ໄລຍະໜຶ່ງກໍຫັນມາປູກໝາກ ເລັ່ນແທນຈົນຮອດປັດຈຸບັນນີ້. ໂດຍ ເນື້ອທີ່ທີ່ປູກທັງໝົດແມ່ນ 6 ໄລ່, ແຕ່ ໃນເນື້ອທີ່ 6 ໄລ່ ໄດ້ແບ່ງປູກໝາກ ເລັ່ນເຄິ່ງໜຶ່ງມີປະມານ 1.000 ແຖວ ແລະ ປູກຜັກບົ່ວເຄິ່ງໜຶ່ງ. ໃນນັ້ນ ແນວພັນໝາກເລັ່ນແມ່ນຊື້ ມາຈາກປະເທດເພື່ອນບ້ານ, ເວລາ ເກັບຜົນຜະລິດແມ່ນຈ້າງຄົນຊ່ວຍ ເກັບປະມານ 8 ຄົນ. ສໍາລັບໄລຍະ ນີ້ ແມ່ນກໍາລັງເກັບໝາກເລັ່ນຂາຍ ໄດ້ຄັ້ງລະ 100 ກວ່າໝື່ນ, ລາຄາ ຂາຍແມ່ນໝື່ນລະ 60.000 ກີບ ລາຄາຂຶ້ນໆລົງໆຕາມລາຄາທ້ອງ ຕະຫລາດ ແລະ ຈະມີແມ່ຄ້າມາຮັບຊື້ ກັບສວນ, ໂດຍສະເລ່ຍແລ້ວເກັບຄັ້ງ ໜຶ່ງສາມາດສ້າງລາຍຮັບປະມານ 4.000.000-5.000.000 ກີບ/ ຄັ້ງ (3 ມື້ເກັບເທື່ອໜຶ່ງ). ແຕ່ ລາຍຮັບນີ້ ກໍບໍ່ລະເໝີໄປເພາະວ່າ ລາຄາຂາຍໝາກເລັ່ນຍາມຝົນຈະ ສູງກວ່າຍາມຮ້ອນປະມານໝື່ນ ລະ 350.000 ກີບຂຶ້ນໄປເນື່ອງ ຈາກວ່າຍາມຝົນປູກໝາກເລັ່ນຢາກ ແລະ ຜົນຜະລິດກໍ່ບໍ່ຫລາຍຄືຍາມ ຮ້ອນແຕ່ຄວາມຕ້ອງການຂອງທ້ອງ ຕະຫລາດມີຫລາຍ. ສໍາລັບວິທີການປູກໝາກເລັ່ນ ຂັ້ນຕອນທໍາອິດຄື ການກະກຽມ ດິນ:ໄຖດິນເລິກປະມານ 20-30 ຊັງຕີແມັດ, ຕາກດິນປະໄວ້ 10-15 ວັນ, ຈາກນັ້ນ ໄຖພວນດິນອີກຮອບ ທີ 2 ແລ້ວຫວ່ານຝຸ່ນຄອກໃສ່ໃນ ອັດຕາ ສ່ວນ 19-31 ກຣາມ ຕໍ່10 ແມັດ, ເມື່ອຕາກດິນຮອບທີ 2 ແລ້ວ ໄຖຍົກຄູສູງປະມານ 30 ຊັງຕີແມັດ, ແລ້ວປົກດ້ວຍຜ້າຢາງດໍາ ເພື່ອງ ປ້ອງກັນວັດສະພືດຕ່າງໆ. ການ ປູກແມ່ນກ້າເບ້ຍ 25-30 ວັນ ຫລື ມີໃບແທ້ 5-7 ໃບ ແລ້ວຈຶ່ງຍ້າຍ ມາປູກໃນຄັນຄູທີ່ກຽມໄວ້, ໄລຍະ ຫ່າງລະຫວ່າງຕົ້ນ ຫລື ຂຸມແມ່ນ 50 ຊັງຕີແມັດ ແລະ ຫລັງຈາກປູກ ໄດ້ 1 ອາທິດ ຖ້າບໍ່ໄດ້ປົກດ້ວຍຜ້າ ຢາງດໍາຄວນເອົາເຟືອງປົກຮອບ ເຫງົ້າຕົ້ນໄວ້ ເພື່ອຮັກສາຄວາມຊຸ່ມ ໃນດິນ, ສ່ວນການບົວລະຮັກສາ ແມ່ນໃຫ້ນໍ້າ,ຝຸ່ນຢ່າງເປັນປົກກະຕິ ເມື່ອຕົ້ນໝາກເລັ່ນໃຫຍ່ລະດັບໜຶ່ງ ແມ່ນເຮັດຄ້າງເພື່ອເປັນບ່ອນຄຶງ ແລະ ສະດວກສະບາຍໃນການເກັດ ຜົນລະປູກ. ນາງ ປອບ ເວົ້າຕື່ມວ່າ: ເພື່ອ ເປັນການສູ້ຊົນຂະຫຍາຍຜົນຜະ ລິດ ແລະ ເພ່ີ່ມລາຍຮັບໃຫ້ສູງຂຶ້ນ ເລື້ອຍໆທາງຄອບຄົວຈະສືບຕໍ່ປະ ກອບອາຊີບກະສິກຳປູກໝາກເລັ່ນ ໃຫ້ຫລາຍຂຶ້ນເພື່ອຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຂອງທ້ອງຕະຫລາດພາຍໃນນະ ຄອນຫລວງ. ການປະກອບອາຊີບ ກະສິກໍາຖືວ່າເປັນມູນເຊື້ອຄວາມ ດຸໝັ່ນ, ອົດທົນຂອງຕົນກໍຄືປະຊາຊົນ ພາຍໃນບ້ານຊຽງຄວນ ທີ່ປະກອບ ອາຊີບນີ້ ແລະ ເປັນອາຊີບທີ່ໝັ້ນຄົງ ສາມາດຫລຸດພົ້ນອອກຈາກຄວາມ ທຸກຍາກໄດ້ເທື່ອລະກ້າວ.

RkJQdWJsaXNoZXIy MTc3MTYxMQ==