7021

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 06/05/2025 xtgmf]k; ສະພາແຫ່ງຊາດ...່ ຂປລ. ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບການລິເລີ່ມ ລະບົບສາທາລະນະສຸກ ທີ່ມີຄວາມ ທົນທານຕໍ່ການປ່ຽນແປງສະພາບ ດິນຟ້າອາກາດ ໄດ້ຈັດຂຶ້ນເມື່ອບໍ່ ດົນມາ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງ ສາທາລະນະສຸກ ແລະ ທ່ານ ລູກ ເອັບສ໌ ຫົວໜ້າອົງການຊ່ວຍເຫລືອ ເດັກສາກົນປະຈໍາ ສປປ ລາວ ໂດຍ ມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະ ສຸກ, ທ່ານ ທິມໂມຕີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ການສ້າງຄວາມເຂັ້ມແຂງໃຫ້ ລະບົບສາທາລະນະສຸກ ໃນ ສປປ ລາວ ເພື່ອສາມາດທົນທານກັບ ສະພາບການປ່ຽນແປງດິນຟ້າອາ ກາດ ເປັນໂຄງການຄັ້ງທຳອິດຂອງ ສປປ ລາວ ໂດຍໄດ້ຮັບທຶນສະໜັບ ສະໜູນຈາກກອງທຶນສີຂຽວທາງ ດ້ານການປ່ຽນແປງດິນຟ້າອາກາດ (GCF) ຜ່ານອົງການຊ່ວຍເຫລືອ ເດັກ ອົດສະຕຣາລີ ດ້ວຍການປະ ກອບທຶນຊ່ວຍເຫລືອຈາກອົງການ ຊ່ວຍເຫລືອເດັກ ສະຫະລັດອາເມ ລິກາ, ອົງການອະນາໄມໂລກ ແລະ ລັດຖະບານແຫ່ງສປປລາວ(ໃນຮູບ ແບບການສົມທົບທີ່ບໍ່ແມ່ນເງິນ) ໂດຍມີຈຸດປະສົງເພື່ອເສີມສ້າງ ຄວາມເຂັ້ມແຂງດ້ານການປັບຕົວ ຕໍ່ການປ່ຽນແປງດິນຟ້າອາກາດ ແລະ ມີຄວາມຍືນຍົງຂອງລະບົບ ສາທາລະນະສຸກ ໃນ 7 ແຂວງເປົ້າ ໝາຍຂອງໂຄງການ ເນື່ອງຈາກ ເດັກນ້ອຍເປັນກຸ່ມທີ່ມີຄວາມສ່ຽງ ສູງທີ່ສຸດຕໍ່ໄພອັນຕະລາຍດ້ານສຸຂະ ພາບ ທີ່ກ່ຽວຂ້ອງກັບການປ່ຽນ ແປງດິນຟ້າອາກາດ ລວມທັງໄຂ້ ເລືອດອອກ, ພະຍາດຖອກທ້ອງ ແລະ ພາວະຂາດສານອາຫານອັນ ເນື່ອງມາຈາກການປ່ຽນແປງສະ ພາບອາກາດຮຸນແຮງ ທີ່ສົ່ງຜົນ ກະທົບຕໍ່ພືດຜົນ, ທີ່ຢູ່ອາໄສ, ລະບົບ ນໍ້າ ແລະ ສຸຂາພິບານ ເຊິ່ງໂຄງ ການນີ້ ໄດ້ກຳນົດກິດຈະກໍາເປົ້າ ໝາຍ ເພື່ອປົກປ້ອງສະຫວັດດີພາບ ແລະ ອື່ນໆ. ໃນໄລຍະ 5 ປີຂ້າງໜ້າ, ໂຄງ ການຈະໃຫ້ການສະໜັບສະໜູນ ສະຖານທີ່ບໍລິການສາທາລະນະສຸກ ຈໍານວນ 100 ແຫ່ງ ແລະ ຊຸມຊົນ ຈໍານວນ 250 ແຫ່ງ ໃນ 25 ເມືອງ ຂອງ 7 ແຂວງ ໂດຍຈະເສີມສ້າງ ຄວາມສາມາດຂອງພະນັກງານ ສາທາລະນະສຸກ ໃນການແກ້ໄຂ ຄວາມສ່ຽງດ້ານສຸຂະພາບທີ່ກ່ຽວ ຂ້ອງກັບການປ່ຽນແປງດິນຟ້າ ອາກາດ, ປັບປຸງພື້ນຖານໂຄງລ່າງ ດ້ານສາທາລະນະສຸກ ໃຫ້ມີຄວາມ ທົນທານຕໍ່ການປ່ຽນແປງດິນຟ້າ ອາກາດ ແລະ ປະຢັດພະລັງງານ ໃນສະຖານທີ່ບໍລິການສາທາລະນະ ສຸກ ຈໍານວນ 79 ແຫ່ງ; ເພີ່ມຄວາມ ຮັບຮູ້ຂອງຊຸມຊົນກ່ຽວກັບຜົນກະ ທົບຂອງການປ່ຽນແປງດິນຟ້າອາ ກາດຕໍ່ສຸຂະພາບ. ພ້ອມກັນນັ້ນ, ໂຄງການຈະສ້າງຄວາມເຂັ້ມແຂງ ໃຫ້ແກ່ຊຸມຊົນໃນການກໍານົດບຸລິ ມະສິດດ້ານສຸຂະພາບ ທີ່ກ່ຽວພັນ ກັບການປ່ຽນແປງດິນຟ້າອາກາດ, ຂະຫຍາຍລະບົບເຕືອນໄພລ່ວງໜ້າ ແລະ ປັບປຸງການເຂົ້າເຖິງການ ບໍລິການດ້ານສຸຂະພາບໃຫ້ແກ່ ປະຊາຊົນຫລາຍກວ່າ 2,3 ລ້ານ ຄົນໃນເຂດຊົນນະບົດທີ່ມີຄວາມ ສ່ຽງສູງຕໍ່ການປ່ຽນແປງດິນຟ້າ ອາກາດ. ຂ່າວ: ທະນູທອງ ກໍາມະການສູນກາງພັກ, ປະທານ ກວດກາພັກ-ລັດສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ມີ ຄະນະປະຈໍາ, ຄະນະບໍລິຫານງານ ພັກ, ຄະນະພັກຮາກຖານ, ຄະນະ ໜ່ວຍພັກຮາກຖານ, ຄະນະໜ່ວຍ ພັກທີ່ຂຶ້ນກັບຄະນະພັກຮາກຖານ, ສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນ ສພຊ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ຄໍາໃບ ດໍາ ລັດ ໄດ້ມີຄໍາເຫັນແລກປ່ຽນ ໂດຍ ເນັ້ນໃຫ້ຄະນະບໍລິຫານງານພັກ ສະພາແຫ່ງຊາດ ທີ່ນໍາພາຢູ່ແຕ່ລະ ຂົງເຂດ, ບັນດາຮາກຖານພັກ ຈະ ຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານລັດຖະກອນທີ່ຢູ່ໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ ມີຄວາມ ເຂົ້າໃຈຕໍ່ສະພາບການ, ມີຄວາມ ອົດທົນ, ມີຄວາມເປັນເອກະພາບຕໍ່ ແນວທາງນະໂຍບາຍຂອງພັກ ແລະ ເປັນເຈົ້າການເຂົ້າຮ່ວມແກ້ໄຂບັນ ຫາຕ່າງໆ ໃຫ້ບັນລຸຜົນສໍາເລັດ; ຈໍາ ແນກໄດ້ເລ່ຫລ່ຽມ, ການໂຄສະນາ ບິດເບືອນຂອງຄົນບໍ່ດີທີ່ຫວັງມ້າງ ເພທໍາລາຍ, ສ້າງຄວາມແຕກແຍກ ພາຍໃນພວກເຮົາ. ພ້ອມກັນນັ້ນ, ກໍຄວນເອົາໃຈໃສ່ປະຕິບັດມາດຕະ ການຕ່າງໆໃນສະພາບຫຍຸ້ງຍາກ ແນວນີ້ ເປັນຕົ້ນ ການປະຢັດມັດ ທະຍັດ, ຊ່ວຍເຫລືອເຊິ່ງກັນ ແລະ ກັນພາຍໃນພະນັກງານ-ລັດຖະ ກອນ ໂດຍສະເພາະຜູ້ທີ່ມີຄວາມ ຫຍຸ້ງຍາກແທ້ ເຊິ່ງບັນຫານີ້, ຄະນະ ພັກ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຊີ້ນໍາອົງການຊ່ວຍວຽກຂອງ ຄະນະພັກ ສພຊ ແລ້ວ. ປັດຈຸບັນ, ຄະນະບໍລິຫານງານພັກສະພາແຫ່ງ ຊາດ ໄດ້ຊີ້ນໍາການຈັດຕັ້ງຜັນຂະ ຫຍາຍຕາມທິດຂອງມະຕິຄະນະບໍລິ ຫານງານສູນກາງພັກວ່າດ້ວຍການ ປັບປຸງກົງຈັກການຈັດຕັ້ງສະບັບ ເລກທີ 03/ຄບສພ ເຊິ່ງໄດ້ຊີ້ນໍາຄະ ນະປັບປຸງກົງຈັກການຈັດຕັ້ງຂອງ ສພຊ ຄົ້ນຄວ້າການໂຮມກົງຈັກ ພາຍໃນ ສພຊ ລວມທັງເກັບກໍາບຸກ ຄະລາກອນ, ການຮ່າງນິຕິກໍາການ ຈັດຕັ້ງແລະ ເຄື່ອນໄຫວຂອງກົງຈັກ ແລະ ອື່ນໆ ເພື່ອຮອງຮັບໃຫ້ ສພຊ ຊຸດທີ X. ສະນັ້ນ, ສະເໜີຄະນະນໍາ ຂອງກໍາມາທິການ, ຄະນະເລຂາທິ ການ, ສະຖາບັນຄົ້ນຄວ້ານິຕິກໍາ ໃຫ້ການຮ່ວມມືສະໜັບສະໜູນ, ຄົ້ນ ຄວ້າ, ປຶກສາຫາລື ເພື່ອສ້າງຄວາມ ເປັນເອກະພາບ ໃຫ້ສໍາເລັດໃນ ສພຊ ຊຸດທີ IX; ສະເໜີບັນດາກໍາມາທິ ການ, ຄະນະເລຂາທິການ, ສະຖາ ບັນຄົ້ນຄວ້ານິຕິກໍາ ພ້ອມພະນັກ ງານພາຍໃນສະພາແຫ່ງຊາດ ຈົ່ງ ຂຸ້ນຂ້ຽວກະກຽມວຽກງານທີ່ຢູ່ໃນ ຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ ການດໍາເນີນກອງປະຊຸມສະໄໝສາ ມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ເຊິ່ງຄາດຄະເນຈະຈັດຂຶ້ນໃນເດືອນ ມິຖຸນານີ້ ມີຜົນສໍາເລັດຈົບງາມ. ເພື່ອເຮັດໃຫ້ວຽກງານການກະ ກຽມເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ I I I ດໍາເນີນໄປສອດຄ່ອງກັບກົດ ໝາຍ ແລະ ຮັບປະກັນຕາມທິດຊີ້ ນໍາຂອງກົມການເມືອງສູນກາງ ພັກ ທັງໄດ້ຕາມຄາດໝາຍທີ່ຄະນະ ປະຈໍາສະພາແຫ່ງຊາດກໍານົດໄວ້ ນັ້ນ, ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຮີບຮ້ອນຄົ້ນຄວ້າສ້າງ ເອກະສານທີ່ກ່ຽວຂ້ອງ ເພື່ອຂໍທິດ ຊີ້ນໍາຈາກກົມການເມືອງສູນກາງ ພັກ ແລະ ບັນດາເອກະສານທີ່ຮັບ ໃຊ້ໃຫ້ແກ່ການເລືອກຕັ້ງຄັ້ງນີ້ ລວມ ທັງການເກັບກໍາ ແລະ ຂຶ້ນບັນຊີອຸ ປະກອບຮັບໃຊ້ການເລືອກຕັ້ງ ໃຫ້ ມີຜົນສໍາເລັດຕາມຄາດໝາຍທີ່ວາງ ໄວ້; ໃຫ້ບັນດາໜ່ວຍພັກຮາກຖານ, ໜ່ວຍພັກ ກະກຽມການສະຫລຸບ ວຽກງານໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ, ວຽກງານຮັກ ຊາດພັດທະນາ, ວຽກງານຍ້ອງຍໍ ແລະ ອື່ນໆ ໃຫ້ສໍາເລັດກ່ອນເດືອນ ຕຸລາ 2025. ຫລັງຈາກນັ້ນ, ຄະນະ ຮັບຜິດຊອບຈະຄົ້ນຄວ້າແລະສະເໜີ ຂັ້ນເທິງພິຈາລະນາຕົກລົງຈັດຕັ້ງ ປະຕິບັດໃຫ້ທັນກັບສະພາບການ. ພ້ອມນັ້ນ, ສະຫາຍຮອງປະ ທານສະພາແຫ່ງຊາດ ຍັງສະແດງ ຄວາມຊົມເຊີຍ ບັນດາສະຫາຍທີ່ ໄດ້ເລື່ອນຕໍາແໜ່ງໃໝ່ ເຊິ່ງລ້ວນ ແລ້ວແຕ່ແມ່ນຜູ້ທີ່ມີເງື່ອນໄຂມາດ ຕະຖານຄົບຖ້ວນ, ແມ່ນຜູ້ທີ່ໄດ້ ຮັບຄວາມເຊື່ອໝັ້ນ, ມີຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ ທັງເນັ້ນໃຫ້ ສະຫາຍທີ່ໄດ້ເລື່ອນຕໍາແໜ່ງໃໝ່ ຈົ່ງປະກອບສ່ວນທຸ່ມເທເຫື່ອແຮງ, ສະຕິປັນຍາ, ເຮັດວຽກຢ່າງບໍ່ຮູ້ອິດ ຮູ້ເມື່ອຍ ເພື່ອປະຕິບັດໜ້າທີ່ວຽກ ງານທີ່ຕົນຮັບຜິດຊອບດ້ວຍຄຸນນະ ພາບ, ຊ່ວຍເຮັດໃຫ້ກົງຈັກທີ່ຕົນສັງ ກັດມີຜົນສໍາເລັດ. ສ່ວນການຍົກ ຍ້າຍໄປປະຕິບັດໜ້າທີ່ໃໝ່ ກໍຄືການ ໝູນວຽນສັບປ່ຽນໜ້າທີ່, ການດໍາ ລົງຕໍາແໜ່ງຈາກບ່ອນເກົ່າໄປຮັບ ຜິດຊອບໜ້າທີ່ໃໝ່ ຕາມຄວາມ ຮຽກຮ້ອງຂອງໜ້າທີ່ການເມືອງ, ເພື່ອສ້າງເງື່ອນໄຂໃຫ້ພະນັກງານ ໄດ້ຝຶກຝົນ, ທົດສອບໃນພຶດຕິກໍາ ຕົວຈິງຢ່າງຮອບດ້ານ, ມີຄວາມຊໍາ ນານງານ, ສ້າງຖັນແຖວພະນັກ ງານໃຫ້ສົມຄູ່ກັບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເຮັດໜ້າທີ່ໃຫ້ ການຈັດຕັ້ງຢູ່ແຕ່ລະຂັ້ນ ແລະ ຂະ ແໜງການຕ່າງໆ ມີສະຖຽນລະ ພາບ, ມີການເຄື່ອນໄຫວຢ່າງຕັ້ງ ໜ້າ ແລະ ມີປະສິດທິພາບ. ຂ່າວ-ພາບ: ສພຊ lh k'7;k,g0A ,c0'.sh ]t[q [lkmk]totl5 d lk,kfmq omkoda [dkoxj Pocx'fy o2h kvkdkf ຂປລ. ທ້າຍເດືອນເມສາ 2025 ຜ່ານມາ, ທີ່ທໍານຽມປະທານາທິບໍດີ ອິສຕານາ ທ່ານ ວິລັດສອນ ວິສອນ ນະວົງ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ທາ ມານ ຊານມູກາຣນນາມ(Tharman Shanmugaratnam) ປະທານາທິ ບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະ ລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາ ລະນະລັດ ສິງກະໂປ. ໃນໂອກາດນີ້, ທ່ານເອກອັກຄະລັດ ຖະທູດ ໄດ້ນໍາເອົາຄວາມຢື້ຢາມຖາມ ຂ່າວ ແລະ ພອນໄຊອັນປະເສີດ ຂອງ ທ່ານທອງລຸນສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ທາມານ ຊານມູກາຣນນາມ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ, ລັດ ຖະບານ ແລະ ປະຊາຊົນສິງກະໂປ ທຸກ ຖ້ວນໜ້າ. ທ່ານ ທາມານ ຊານມູກາຣນນາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ວິລັດສອນ ວິສອນ ນະວົງ ທີ່ໄດ້ຮັບການແຕ່ງຕັ້ງຈາກປະ ທານປະເທດ ແຫ່ງ ສປປ ລາວ ໃຫ້ດໍາ ລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈໍາສາທາລະນະລັດສິງກະໂປ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະ ຫວ່າງສອງປະເທດ ໃຫ້ປະກົດຜົນເປັນ ຈິງຍິ່ງຂຶ້ນ ລວມທັງຈະເປັນການເສີມ ສ້າງຄວາມສາມັກຄີພາຍໃນອາຊຽນ ດ້ວຍກັນ ແລະ ອວຍພອນໃຫ້ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ຈົ່ງປະສົບຜົນ ສໍາເລັດທຸກປະການໃນການປະຕິບັດ ໜ້າທີ່ວຽກງານອັນມີກຽດຂອງຕົນ. ທ່ານເອກອັກຄະລັດຖະທູດ ໄດ້ສະ ແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບ ງາມ ແລະ ໄດ້ຖືໂອກາດນີ້ຕາງໜ້າລັດ ຖະບານ ແລະ ປະຊາຊົນລາວ ສະແດງ ຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ຂອງລັດຖະບານ ແລະ ປະຊາຊົນ ສິງກະໂປ ແກ່ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນ ການຊ່ວຍເຫລືອໃນການກໍ່ສ້າງຊັບພະ ຍາກອນມະນຸດ ກໍຄື ການຊ່ວຍເຫລືອ ດ້ານອຸປະກອນການເພດ, ການຜ່າ ສຳເລັດການແຂ່ງຂັນ...ັ່ັ ຮອງລັດຖະມົນຕີ ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ. ໂອກາດນີ້, ທ່ານ ບຸນມາ ສິດທິ ໂສມ ຫົວໜ້າສະຖາບັນພັດທະນາ ສີມືແຮງງານ ກະຊວງ ຮສສ ໄດ້ ລາຍງານຜົນການສຳເລັດ ຂອງ ງານດັ່ງກ່າວ, ເຊິ່ງຖືເປັນບາດກ້າວ ໃໝ່, ເປັນຈຸດເລີ່ມຕົ້ນທີ່ດີ, ທັງເປັນ ການສົ່ງເສີມການພັດທະນາສີມື ແຮງງານໃຫ້ກ້າວສູ່ມາດຕະຖານ ຂອງພາກພື້ນ, ກະຕຸ້ນການພັດທະ ນາທ່າແຮງຄວາມສາມາດ ຂອງ ແຮງງານອັນນໍາໄປສູ່ການສ້າງມູນ ຄ່າເພີ່ມທາງດ້ານເສດຖະກິດ ແລະ ການແຂ່ງຂັນຂອງປະເທດບົນເວທີ ຂອງພາກພື້ນ ແລະ ສາກົນ ລວມ ທັງເປັນເວທີໃຫ້ໄວໜຸ່ມ, ນັກຮຽນ ວິຊາຊີບ ໄດ້ສະແດງຄວາມສາມາດ ດ້ານທັກສະສີມືແຮງງານໃນເວທີ ການແຂ່ງຂັນ, ນອກຈາກນັກຝຶກ ສີມືແຮງງານ ພາຍໃນສະຖານພັດ ທະນາສີມືແຮງງານແລ້ວ ຍັງໄດ້ມີ ນັກແຂ່ງຂັນຈາກ ສະຖານອາຊີວະ ສຶກສາ ທັງພາກລັດ ແລະ ເອກະຊົນ ພາຍໃນປະເທດ ເຂົ້າຮ່ວມແຂ່ງຂັນ ເຊິ່ງປະກອບມີ 5 ສາຂາຊ່າງ ຄື: ສາຂາຊ່າງຕິດຕັ້ງໄຟຟ້າອາຄານ, ສາຂາຊ່າງເວັບເຕັກໂນໂລຊີ, ສາຂາ ຊ່າງກຣາບຟິກດີຊາຍ, ສາຂາຊ່າງ ໄມ້ ແລະ ສາຂາປຸງແຕ່ງອາຫານ ໂດຍມີນັກແຂ່ງຂັນເຂົ້າຮ່ວມທັງ ໝົດ 74 ທ່ານ, ຍິງ 14 ທ່ານ ທີ່ມາ ຈາກສະຖານພັດທະນາສີມືແຮງ ງານ ສະຖານການສຶກສາທັງພາກ ລັດ ແລະ ເອກະຊົນ ເຂົ້າຮ່ວມ 24 ພາກສ່ວນ. ການແຂ່ງຂັນທັງ 5 ສາຂາ, ລາງວັນຊະນະເລີດ ອັນດັບ 1 ແມ່ນ ໄດ້ຮັບຫລຽນຄຳ ພ້ອມດ້ວຍເງິນ ສົດ 10 ລ້ານກີບ, ລາງວັນທີ 2 ໄດ້ຮັບຫລຽນເງິນ ພ້ອມເງິນສົດ 5 ລ້ານກີບ, ລາງວັນທີ 3 ໄດ້ຮັບ ຫລຽນທອງ ພ້ອມດ້ວຍເງິນສົດ 3 ລ້ານກີບ. ຜົນການແຂ່ງຂັນ ຜູ້ທີ່ໄດ້ຮັບ ລາງວັນຊະນະເລີດ ໃນສາຂາ ເວັບ ເຕັກໂນໂລຊີ ແມ່ນ ທ້າວ ເກັງ ເຮີ ຈາກສະຖາບັນພັດທະນາສີມືແຮງ ງານ, ສາຂາ ກຣາບຟິກດີຊາຍ ແມ່ນ ທ້າວ ຕູເລົ່າ ຢົງນູ ຈາກສະຖາບັນ ພັດທະນາສີມືແຮງງານ, ສາຂາ ຕິດຕັ້ງໄຟຟ້າ ແມ່ນ ທ້າວ ບີ ແກ້ວ ມະນີ ຈາກສະຖາບັນພັດທະນາສີ ມືແຮງງານ, ສາຂາຊ່າງໄມ້ ແມ່ນ ທ້າວ ຊາຍ ທິບພະວັນດີ ຈາກສູນ ພັດທະນາ ແລະ ທົດສອບສີມືແຮງ ງານເວດສະພົງ ແລະ ສາຂາປຸງ ແຕ່ງອາຫານແມ່ນ ນາງ ດອກແກ້ວ ໝື່ນວິເສດ ຈາກວິທະຍາໄລເຕັກນິກ ປາກປ່າສັກ. ຂ່າວ-ພາບ: ກິດຕາ ຢ່າງຫລວງຫລາຍ ຕໍ່ຂະແໜງ ການຕ່າງປະເທດ ໃນໄລຍະຜ່ານ ມາ ເປັນຕົ້ນ ໄດ້ຮັບການແຕ່ງຕັ້ງ ເປັນພະນັກງານນຳພາ-ຄຸ້ມຄອງ ຂັ້ນຕ່າງໆ. ນອກນັ້ນ, ຍັງເຄີຍໄປ ປະຈຳການຢູ່ຕ່າງປະເທດ ເຊິ່ງເປັນ ຮອງຫົວໜ້າສຳນັກງານການທູດ ສປປ ລາວ ປະຈຳ ສິງກະໂປ. ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ກ່າວວ່າ: ການອອກພັກຜ່ອນຮັບ ອຸດໜູນ-ບຳນານ ໝາຍເຖິງກຽດ ອັນສູງສົ່ງຂອງພະນັກງານ ທີ່ໄດ້ ຄຕພ... ເຮັດສຳເລັດໜ້າທີ່ການປະຕິວັດ ຢ່າງສຸດກົກສຸດປາຍ, ເປັນການ ປະຕິບັດນະໂຍບາຍຂອງພັກ-ລັດ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ຕໍ່ພະນັກ ງານທີ່ມີຄຸນງາມຄວາມດີ, ເຮັດ ສຳເລັດການປະຕິວັດ ແລະ ໜ້າທີ່ ການເມືອງ ທັງເປັນກົດເກນທີ່ພະ ນັກງານທຸກຂັ້ນຕ້ອງໄດ້ຮັບການ ຈັດຕັ້ງປະຕິບັດ. ຂ່າວ-ພາບ: ຄຕພ m6 f]k;pnj olko8k8A '8+ xtmkokmy [= fu lkmk]tot]a f ly 'dt3x ຕັດໃຫ້ແກ່ເດັກນ້ອຍສົບແວ່ງ ຢູ່ ສປປ ລາວ, ການຊ່ວຍເຫລືອດ້ານວຽກງານ ພັດທະນາຊຸມຊົນຢູ່ບັນດາແຂວງຂອງ ລາວ ແລະ ອື່ນໆ. ພ້ອມທັງໃຫ້ຄໍາໝັ້ນ ສັນຍາວ່າ ຈະປະຕິບັດໜ້າທີ່ຂອງຕົນ ໃຫ້ດີທີ່ສຸດ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະ ເທດ ໃຫ້ນັບມື້ນັບເກີດດອກອອກຜົນ ເປັນຕົ້ນ ໃນຂົງເຂດການເມືອງ, ດ້ານ ເສດຖະກິດ-ການຄ້າ, ການລົງທຶນ, ລວມທັງການຊື້-ຂາຍ ພະລັງງານສະ ອາດ, ການຊື້-ຂາຍໄຟຟ້າລາວ-ໄທ-ມາ ເລເຊຍ-ສິງກະໂປ, ການຮ່ວມມືດ້ານພະ ລັງງານທົດແທນ, ດ້ານການສຶກສາ, ສາທາລະນະສຸກ, ການຮ່ວມມືດ້ານຊັບ ພະຍາກອນທໍາມະຊາດ ກໍຄື ການຊື້- ຂາຍສິນເຊື່ອກາກບອນ (Carbon Credit), ການສົ່ງເສີມການທ່ອງ ທ່ຽວ, ການໄປມາຫາສູ່ລະຫວ່າງ ປະ ຊາຊົນສອງຊາດ ລາວ ແລະ ສິງກະໂປ ໃຫ້ນັບມື້ນັບຫລາຍຂຶ້ນ ເພື່ອຜົນປະ ໂຫຍດຂອງປະຊາຊົນສອງຊາດ ລາວສິງກະໂປ. ສປປ ລາວ ແລະ ສິງກະໂປ ເປັນ ປະເທດສະມາຊິກອາຊຽນດ້ວຍກັນ ແລະໄດ້ສ້າງສາຍພົວພັນການທູດດ້ວຍ ກັນໃນປີ 1974 ແລະ ໄດ້ເປີດສໍານັກ ງານການທູດຢູ່ ນະຄອນຫລວງຂອງ ກັນ ແລະ ກັນ ໃນປີ 1997 ເປັນຕົ້ນມາ. ພາບ: ກະຊວງພັດທະນາດີຈີຕອນ ແລະ ຂໍ້ມູນຂ່າວສານ ສິງກະໂປ

RkJQdWJsaXNoZXIy MTc3MTYxMQ==