05/05/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ທະນູທທອງູ de,tdvo ,u [q f[kfle7a os]kpfh ko .odko0a [g7nj vodkora fmtokxtgmf-kf *ບໍ່ວ່າອາຊີບໃດກໍ່ຕາມຖ້າເຮັດ ແລ້ວມີຄວາມສຸກ, ບໍ່ຄັດກັບລະ ບຽບກົດໝາຍບ້ານເມືອງ, ບວກ ໃສ່ມີຄວາມດຸໝັ່ນຂະຫຍັນພຽນ, ຮູ້ ປະຢັດມັດທະຍັດຈະເຮັດໃຫ້ຄອບ ຄົວມີການພັດທະນານັບມື້ດີຂຶ້ນເປັນ ກ້າວ. ເໝືອນດັ່ງຄອບຄົວຂອງ ທ່ານນາງ ແສງຈັນ ວິໄລທອງ ອາຍຸ 42 ປີ; ຢູ່ເມືອງວັງວຽງ, ແຂວງ ວຽງຈັນ ທີ່ໄດ້ຢຶດຖືເອົາການປູກພືດ ເປັນສິນຄ້າ ເຊິ່ງສາມາດສ້າງລາຍ ຮັບໄດ້ 50-60 ລ້ານກີບຕໍ່ປີ. ທ່ານ ນາງ ແສງຈັນ ວິໄລທອງ ເຊິ່ງເປັນຄອບຄົວຕົວແບບໃນການ ປູກພືດເປັນສິນຄ້າໃຫ້ຮູ້ວ່າ: ຄອບຄົວ ຂອງຕົນມີສະມາຊິກທັງໝົດ 5 ຄົນ, ຍິງ 2 ຄົນ ໃນນັ້ນ, ແຮງງານຕົ້ນຕໍ ມີ 2 ຄົນ ເຊິ່ງໄດ້ເລີ່ມຢຶດຖືການປູກ ພືດເປັນສິນຄ້າມາຕັ້ງແຕ່ປີ 2014 ເປັນຕົ້ນມາ; ສາເຫດ ແລະ ແຮງ ຈູງໃຈທີ່ເຮັດໃຫ້ຂ້າພະເຈົ້າຢຶດຖືເອົາ ການປູກພືດເປັນສິນຄ້າເນື່ອງຈາກ ວ່າຄອບຄົວຂອງຂ້າພະເຈົ້າໄດ້ ປະກອບອາຊີບເປັນຊາວນາຖືເອົາ ການປູກ ຝັງ ເພື່ອລ້ຽງຊີບມາແຕ່ ດັ່ງເດີມ. ໃນເບື້ອງຕົ້ນໄດ້ເລີ່ມປູກ ຜັກກະລໍ່າປີ ແລະ ຜັກອື່ນໆ ແຕ່ ຍັງບໍ່ທັນປູກເປັນຈຳນວນຫລາຍ ເນື່ອງຈາກວ່າບໍ່ທັນມີຕະຫລາດຮອງ ຮັບ, ພຽງແຕ່ປູກເພື່ອຮັບໃຊ້ຄອບຄົວ ເຫລືອກິນຈຶ່ງຂາຍ ແລະ ຍັງປູກ ແບບປະຖົມປະຖານບໍ່ທັນຮູ້ນໍາເອົາ ເຕັກນິກວິທະຍາສາດເຂົ້າມາຊ່ວຍ ຂປລ. ກຳມະກອນ ຫລື ຊາວ ຜູ້ອອກແຮງງານໃນທົ່ວປະເທດ ມີ ບົດບາດສຳຄັນຫລາຍດ້ານໃນການ ຂັບເຄື່ອນການພັດທະນາປະເທດ ຊາດ, ພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃຫ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ. ທ່ານ ກົງໃຈ ຊຸມພົນພັກດີ ຜູ້ ອຳນວຍການລັດວິສາຫະກິດໂຮງ ພິມແຫ່ງລັດ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນໃນວັນທີ 29 ເມສາ 2025 ເນື່ອງໃນໂອກາດວັນກຳມະກອນ ສາກົນ ຄົບຮອບ 139 ປີ ໂດຍ ທ່ານໄດ້ຍົກໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງກຳມະກອນ ກໍຄື ຊາວຜູ້ອອກແຮງງານໃນຂອບເຂດ ທົ່ວປະເທດຕໍ່ການພັດທະນາປະ ເທດຊາດໃນແຕ່ລະໄລຍະເຮັດໃຫ້ ປະເທດຊາດໄດ້ຮັບການພັດທະ ນາ, ເຮັດໃຫ້ເສດຖະກິດມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ສະເພາະ ພະນັກງານກຳມະກອນພາຍໃນ ໂຮງພິມແຫ່ງລັດ ແມ່ນມີຄວາມຈູບ ຈ້າວຫ້າວຫັນ, ບຸກບືນສຸມທຸກກຳລັງ ແຮງ, ກຳລັງໃຈເຂົ້າໃນການຈັດຕັ້ງ ປະຕິບັດວຽກງານຕົວຈິງ ທີ່ໄດ້ຮັບ ມອບໝາຍເຮັດໃຫ້ການປະຕິບັດ *ໃນບັນຍາກາດແຫ່ງປະຫວັດ ສາດອັນຍິ່ງໃຫຍ່ ທີ່ນະຄອນວິລະ ຊົນທີ່ໃສ່ຊື່ ປະທານ ໂຮ່ຈີ່ມິງ ທີ່ ເຄົາລົບຮັກ, ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານປະເທດສາທາລະນະ ລັດສັງຄົມນິຍົມຫວຽດນາມ, ຄະນະ ກຳມະການສູນກາງແນວໂຮມປະ ເທດຫວຽດນາມ ໄດ້ຈັດພິທີສະເຫລີມ ສະຫລອງ “ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະລາດ ຄົບຮອບ 50 ປີ ”ເປັນຂີດໝາຍປະຫວັດສາດທີ່ສຳ ຄັນໂດດເດັ່ນໃນການສ້າງສາ, ປົກປັກ ຮັກ ສາປະເທດຊາດ, ສິ້ນສຸດການຕໍ່ສູ້ ຢ່າງອົງອາດກ້າຫານເພື່ອຍາດເອົາ ເອກະລາດ, ເສລີພາບ, ທ້ອນໂຮມ ປະເທດຊາດເປັນເອກະລາດໃນເວລາ 30 ປີ, ສິ້ນສຸດແອກປົກຄອງຂອງ ພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ກວ່າໜຶ່ງສະຕະວັດ, ນຳພາ ປະເທດຊາດເຂົ້າສູ່ສັງກາດໃໝ່, ສັງ ກາດແຫ່ງເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ. ໃນວັນເວລາທີ່ມີຄວາມໝາຍ ສຳຄັນນີ້, ພວກເຮົາຂໍສະແດງຄວາມ ເຄົາລົບ ແລະ ຮູ້ບຸນຄຸນຢ່າງສູງຕໍ່ ປະທານ ໂຮ່ຈີ່ມິງ ທີ່ເຄົາລົບຮັກ-ນັກ ວິລະຊົນປົດປ່ອຍຊາດ, ຜູ້ນຳໂດດ ເດັ່ນຂອງພັກ ແລະ ຊາດ, ເປັນ ອາຈານຜູ້ຍິ່ງໃຫຍ່ຂອງປະຕິວັດ ຫວຽດນາມ, ນັກວິລະຊົນປົດປ່ອຍ ປະເທດຊາດ, ນັກວັດທະນະທຳດີ ເດັ່ນຂອງໂລກ, ນັກຮົບດີເດັ່ນຂອງ ຂະບວນການກອມມູນິດ ແລະ ກຳ ມະກອນສາກົນ ດ້ວຍຄວາມມຸ່ງຫວັງ ທີ່ຈະປົດປ່ອຍພາກໃຕ້, ທ້ອນໂຮມປະ ເທດຊາດເປັນເອກະພາບດ້ວຍຄວາມ ເຊື່ອໝັ້ນຈະຍາດເອົາໄຊຊະນະເຖິງ ແມ່ນວ່າຈະພົບກັບຂໍ້ຫຍຸ້ງຍາກລຳ ບາກແນວໃດ, ປະຊາຊົນເຮົາກໍຈະ ຍາດເອົາໄຊຊະນະຢ່າງແນ່ນອນ, ປະເທດຊາດຈະທ້ອນໂຮມເປັນ ເອກະພາບ, ປະຊາຊົນທັງພາກເໜືອ ແລະ ພາກໃຕ້ຈະໄດ້ທ້ອນໂຮມເຂົ້າ ເປັນຄອບຄົວດຽວກັນ. ພາຍຫລັງປະຕິວັດເດືອນສິງຫາ ປີ 1945 ໄດ້ຮັບໄຊຊະນະຢ່າງສົມ ບູນ, ປະເທດສາທາລະນະລັດ ປະຊາ ທິປະໄຕຫວຽດນາມ ໄດ້ສ້າງຕັ້ງຂຶ້ນ ມາ, ແຕ່ປະຊາຊົນຫວຽດນາມ ຖືກ ຮຸກຮານຈາກສົງຄາມສອງຄັ້ງເພື່ອ ຕໍ່ສູ້ປົກປັກຮັກສາເອກະລາດ ແລະ ທ້ອນໂຮມປະເທດຊາດ. ການຕໍ່ສູ້ ຕ້ານລ່າເມືອງຂຶ້ນແບບເກົ່າສິ້ນສຸດ ແລ້ວ, ປະຊາຊົນຫວຽດນາມມຸ່ງຫວັງ ຈະມີຊີວິດທີ່ມີສັນຕິພາບ, ເອກະລາດ, ເສລີພາບ. ແຕ່ເຖິງຢ່າງໃດກໍຕາມ, ຈັກກະພັດລ່າເມືອງຂຶ້ນແບບໃໝ່ເຂົ້າ ມາແທນລ່າເມືອງຂຶ້ນແບບເກົ່າພວກ ເຂົາເຂົ້າມາຮຸກຮານຫວຽດນາມ ປະ ຕິບັດກົນອຸບາຍແບ່ງແຍກປະເທດ ຫວຽດນາມ, ປ່ຽນຫວຽດນາມ ກາຍເປັນຫົວເມືອງຂຶ້ນແບບໃໝ່, ກາຍເປັນປະເທດແຖວໜ້າຂອງການ ຕ້ານ, ສະກັດກັ້ນກອມມູນິດຢູ່ອາຊີ ອາຄະເນ ແລະ ບັນດາກຳລັງທີ່ກ້າວ ໜ້າອື່ນໆໃນໂລກ. ໃນສົງຄາມຮຸກ ຮານຫວຽດນາມ, ຈັກກະພັດລ່າ ເມືອງຂຶ້ນແບບໃໝ່ໄດ້ສົ່ງກຳລັງທະ ຫານຈຳນວນຫລາຍ ແລະ ນຳເອົາ ອາວຸດທີ່ທັນສະໄໝກວ່າໝູ່, ຜັນຂະ ຫຍາຍບັນດາຍຸດທະສາດສົງຄາມ ທີ່ຮ້າຍແຮງ, ອັນຕະລາຍທີ່ສຸດ, ດຳ ເນີນສົງຄາມທີ່ໂຫດຮ້າຍສອງຄັ້ງ ຢູ່ພາກເໜືອ, ສ້າງຄວາມເສຍຫາຍ ໃຫຍ່ຫລວງໃຫ້ແກ່ປະຊາຊົນຢູ່ທັງ ສອງພາກຂອງປະເທດ. ເຖິງແມ່ນວ່າປະເທດຊາດພົບ ກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮ້າຍແຮງດຸເດືອດຢ່າງຫລວງຫລາຍ ກໍຕາມ, ແຕ່ດ້ວຍມູນເຊື້ອການຕໍ່ສູ້ ຕ້ານສັດຕູຜູ້ຮຸກຮານຂອງບັນພະບູ ລຸດ, ບົດຮຽນອັນປະເສີດໃນການ ຕໍ່ສູ້ຕ້ານລ່າເມືອງຂຶ້ນແບບເກົ່າ, ດ້ວຍຫລັກໝັ້ນການເມືອງທີ່ໜັກ ແໜ້ນ ແລະ ຄວາມຮູ້ອັນປີຊາສາ ມາດ, ດ້ວຍການເສີມກຳລັງແຮງ ຂອງປະຊາຊົນ ແລະ ຄວາມສາ ມັກຄີທົ່ວປວງຊົນທັງຊາດ, ຍາດ ແຍ່ງການຊ່ວຍເຫລືອຈາກປະເທດ ເພື່ອນມິດ, ກຳລັງແຮງທີ່ກ້າວໜ້າ ແລະ ປະຊາຊົນທີ່ຮັກສັນຕິພາບໃນ ໂລກ. ປະທານ ໂຮ່ຈີ່ມິງ ໄດ້ນຳພາ ກອງທັບ ແລະ ປະຊາຊົນຫວຽດນາມ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ການປະຕິວັດສັງຄົມນິຍົມຢູ່ພາກ ເໜືອ ແລະ ການປະຕິວັດປະຊາ ທິປະໄຕປະຊາຊົນຢູ່ພາກໃຕ້, ຕໍ່ສູ້ ຕ້ານຈັກກະພັດຜູ້ຮຸກຮານຢ່າງເດັດ ຂາດ. ດ້ວຍນ້ຳໃຈຮັກຊາດອັນແຮງ ກ້າ, ຄຽດແຄ້ນຈັກກະພັດຢ່າງເລິກ ເຊິ່ງຂອງປະຊາຊົນຫວຽດນາມ ຜູ້ ພິລະອາດຫານ, ໂດຍສືບຕໍ່ມູນເຊື້ອ ວິລະຊົນແຫ່ງການສ້າງສາ ແລະ ປົກ ປັກຮັກສາປະເທດຊາດ, ປະຊາຊົນ ຫວຽດນາມພາຍໃຕ້ການນຳພາຂອງ ພັກກອມນູນິດ ໄດ້ລຸກຂຶ້ນຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນຢ່າງໝັ້ນ ໜຽວ ເພື່ອກອບກູ້ເອກະລາດ ແລະ ອິດສະລະພາບມາໃຫ້ປະເທດຊາດ ຂອງຕົນ. ໄຊຊະນະຂອງພາລະກິດການ ຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບ ໃໝ່ ເລີ່ມຕົ້ນດ້ວຍການນຳພາຢ່າງ ຖືກຕ້ອງ, ປີຊາສາມາດຂອງພັກ, ດຳເນີນການປະຕິວັດດ້ວຍກຳລັງ ແຮງມະຫາສາມັກຄີ, ຈາກການສົມ ທົບການຕໍ່ສູ້ດ້ວຍການທະຫານ, ຕໍ່ສູ້ ດ້ວຍການເມືອງ, ການທູດ ແລະ ເລືອກເອົາກາລະໂອກາດຢ່າງຖືກ ຕ້ອງ, ສຸມກຳລັງແຮງໃນການບຸກ ໂຈມຕີດ້ວຍກຳລັງຢ່າງເຂັ້ມແຂງ ຈາກພາກເໜືອເພື່ອຕອບສະໜອງ ໃຫ້ແກ່ພາກໃຕ້, ໂດຍໄດ້ຮັບການ ຊ່ວຍເຫລືອອັນຍິ່ງໃຫຍ່ ແລະ ມີປະ ສິດທິຜົນຈາກສະຫະພາບໂຊວຽດ, ຈີນ ແລະ ບັນດາປະເທດສັງຄົມນິຍົມ ອ້າຍນ້ອງ, ຄວາມສາມັກຄີພິເສດ ຫວຽດນາມ-ລາວ-ກຳປູູເຈຍ. ພິເສດ ໄຊຊະນະຍິ່ງໃຫຍ່ລະດູບານໃໝ່ ປີ 1975 ເປັນສິ່ງລະດົມກຳລັງໃຈໃຫ້ ຂະບວນການຕໍ່ສູ້ປົດປ່ອຍຊາດຂອງ ປະຊາຊົນທົ່ວໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມ ເຊິ່ງ ເລີ່ມຕົ້ນດ້ວຍການໂຄ່ນລົ້ມພວກລ່າ ເມືອງຂຶ້ນແບບໃໝ່ໃນທົ່ວໂລກ, ສ້າງ ບາດກ້າວສຳຄັນໃນປະຫວັດສາດ ໂລກໃນສະຕະວັດທີ XX. ດ້ວຍ ຄວາມໝາຍແຫ່ງຍຸກສະໄໝທີ່ຍິ່ງ ໃຫຍ່, ມະຫາໄຊຊະນະລະດູບານໃໝ່ ປີ 1975 ໄດ້ນໍາມາບັນດາບົດຮຽນ ອັນລໍ້າຄ່າຕໍ່ພາລະກິດປະຕິວັດຂອງ ພັກ ແລະ ປະຊາຊົນ. ນັ້ນແມ່ນ (1) ບົດຮຽນໃນການເສີມຂະຫຍາຍກໍາ ລັງແຮງປະຊາຊົນກັບຄວາມມະ ຫາສາມັກຄີ, ສົມທົບກໍາລັງແຮງ ຊົນຊາດກັບກໍາລັງແຮງຍຸກສະໄໝ; (2) ບົດຮຽນດ້ານການເສີມ ຂະຫຍາຍຈິດໃຈຮັກຊາດ, ເຄົາລົບ ນັບຖືຕົນເອງ, ເອກອ້າງທະນົງໃຈຕໍ່ ຊາດ, ຈິດໃຈເອກະລາດແຫ່ງຊາດ, ເປັນເຈົ້າຕົນເອງ, ອົງອາດກ້າຫານ; ຈິດໃຈຕໍ່ສູ້ຍາດເອົາໄຊຊະນະຢ່າງ ເດັດດ່ຽວໜຽວແໜ້ນຂອງທົ່ວພັກ, ທົ່ວກອງທັບເຮົາ. (3) ຍົກສູງຄັນ ທຸງເອກະລາດແຫ່ງຊາດ ແລະ ລັດ ທິສັງຄົມນິຍົມ, ກໍານົດເສັ້ນທາງທີ່ ຖືກຕ້ອງ, ແທດເໝາະກັບເງື່ອນໄຂ ແລະ ຈຸດພິເສດຂອງການປະຕິວັດ ຫວຽດນາມ; (4) ບົດຮຽນການ ນໍາໃຊ້ ແລະ ພັດທະນາປະດິດສ້າງ ແບບວິທີການຕໍ່ສູ້ປະຕິວັດ ແລະ ວິທີ ດໍາເນີນການສົງຄາມທົ່ວປວງຊົນ; ພັດທະນາທິດສະດີສົງຄາມປະຊາຊົນ ແລະ ສິລະປະຍຸດການທະຫານ ຫວຽດນາມ. (5) ບົດຮຽນໃນ ການສ້າງ, ກໍາແໜ້ນກາລະໂອກາດ ແລະ ດໍາເນີນຂະຫຍາຍໄວ, ຄວາມ ເປັນເຈົ້າການ, ວ່ອງໄວ, ຄ່ອງແຄ່ວ, ປະດິດສ້າງແລະພະຍາຍາມຕັດສິນ ໃຈດໍາເນີນການ ແລະ ລຸກຂຶ້ນຕໍ່ສູ້ ລະດູບານໃໝ່ປີ 1975 ຍາດເອົາ ໄຊຊະນະຮອບດ້ານ. (6) ບົດຮຽນ ດ້ານຄວາມຮັກແພງເມດຕາປານີ, ປອງດອງປວງຊົນທັງຊາດ, ປົກປິດ ອະດີດ, ເປີດອະນາຄົດໃໝ່ພາຍຫລັງ ໄຊຊະນະ; (7) ບົດຮຽນອັນຍິ່ງ ໃຫຍ່, ພ້ອມທັງແມ່ນປັດໄຈແຖວ ໜ້າຕັດສິນຊີ້ຂາດໄຊຊະນະຂອງ ມະຫາໄຊຊະນະລະດູບານໃໝ່ ປີ 1975 ແມ່ນຮັກສາການນໍາພາ ຂອງພັກ, ກໍ່ສ້າງພັກໃຫ້ໜັກແໜ້ນ ເຂັ້ມແຂງຮອບດ້ານ; ຍົກສູງຄວາມ ຮູ້ສາມາດການນໍາພາ ແລະ ການຕໍ່ ສູ້ຂອງພັກຕະຫລອດເວລາດໍາເນີນ ການປົດປ່ອຍ, ທ້ອນໂຮມປະເທດ ຊາດເປັນເອກະພາບ ແລະ ປົກປັກ ຮັກສາຜົນງານຕ່າງໆຂອງລັດທິສັງ ຄົມນິຍົມ. ເຄິ່ງສັດຕະວັດໄດ້ຜ່ານໄປ, ດ້ວຍ ຜົນສຳເລັດອັນໃຫຍ່ຫລວງທີ່ຍາດ ມາໄດ້, ພວກເຮົາພວມຢືນຢູ່ຈຸດເລີ່ມ ຕົ້ນປະຫວັດສາດໃໝ່ ເພື່ອຊ່ວຍໃຫ້ ປະເທດລຸກຂຶ້ນ, ກ້າວຂຶ້ນ ແລະ “ຢືນ ຄຽງຂ້າງບັນດາມະຫາອຳນາດຂອງ ໂລກ”. ເພື່ອປະຕິບັດຄວາມມຸ່ງມາດ ປາຖະໜາສ້າງສາຫວຽດນາມ , ພວກເຮົາຕ້ອງປົດປ່ອຍທຸກກຳລັງ ການຜະລິດ, ເສີມຂະຫຍາຍທ່າ ແຮງຂອງປະເທດເພື່ອຍູ້ແຮງການ ພັດທະນາເສດຖະກິດ-ສັງຄົມຢ່າງ ແຂງແຮງ. ຮອດປີ 2025 ສູ້ຊົນໃຫ້ ເສດຖະກິດເຕີບໂຕ 8%ຂຶ້ນເປັນສອງ ຕົວເລກໃນໄລຍະ 2026-2030. ເສີມຂະຫຍາຍຈິດໃຈມະຫາໄຊຊະ ນະລະດູບານໃໝ່ປີ 1975, ເສີມ ຂະຫຍາຍຜົນງານທີ່ຍາດມາໄດ້ພາຍ ຫລັງ 40 ປີແຫ່ງການປ່ຽນແປງ ໃໝ່, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວ ປວງຊົນພວກເຮົາຕັດສິນໃຈສູ້ຊົນໃຫ້ ໄດ້ຮັບໄຊຊະນະທຸກເປົ້າໝາຍຂອງ ແຜນການພັດທະນາເສດຖະກິດ-ສັງ ຄົມ 5 ປີ (2021-2025), ຈັດຕັ້ງ ສຳເລັດຜົນກອງປະຊຸມໃຫຍ່ພັກຂອງ ຂັ້ນ ເພື່ອກ້າວສູ່ກອງປະຊຸມໃຫຍ່ທົ່ວ ປະເທດຄັ້ງທີ XIVຂອງພັກ. ດ້ວຍ ສະຕິປັນຍາ ແລະ ກຳລັງແຮງຂອງ ຫວຽດນາມ, ພວກເຮົາໄດ້ຮັບໄຊ ຊະນະອັນຍິ່ງໃຫຍ່ລະດູບານໃໝ່ ປີ 1975, ແນ່ນອນວ່າພວກເຮົາ ຈະຍາດໄດ້ຫລາຍຜົນງານອັນໃຫຍ່ ຫລວງກວ່າເກົ່າໃນສັງກາດໃໝ່, ສັງ ກາດແຫ່ງຄວາມເຂັ້ມແຂງ, ຮັ່ງມີ, ສີວິໄລ, ວັດທະນາຖາວອນ, ສັງກາດ ແຫ່ງການບຸກບືນຂອງປະເທດຊາດ, ກໍ່ສ້າງປະເທດເຮົານັບມື້ມີ“ກຽດ ສະຫງ່າກວ່າເກົ່າ, ສວຍງາມກວ່າ ເກົ່າ”, ສາມາດປຽບທຽບກັບປະ ເທດມະຫາອຳນາດໃນທະວີບຕ່າງໆ ເໝືອນດັ່ງຄວາມປາຖະນາຂອງປະ ທານ ໂຮ່ຈີ່ງມິງ ແລະ ຄວາມມຸ່ງຫວັງ ຂອງທົ່ວປວງຊົນທັງຊາດ. glu ,0tspkp9y f.9,tskw--tot]tf6 [ko.\j xu 1975 ແຜນວຽກໃນແຕ່ລະມື້-ແຕ່ລະອາ ທິດ, ແຕ່ລະໜ້າວຽກສໍາເລັດຕາມ ກຳນົດເວລາ, ທັງຮັບປະກັນດ້ານ ປະລິມານ ແລະ ຄຸນນະພາບ ເຊິ່ງ ລັດວິສາຫະກິດໂຮງພິມແຫ່ງລັດ ມີ ພະນັກງານ-ກຳມະກອນທັງໝົດ 60 ກວ່າຄົນ, ເປັນພະນັກງານທີ່ມີ ປະສົບການ, ມີຄວາມຮູ້, ມີຄວາມ ຊຳນິຊຳນານໃນການດຳເນີນການ ເຮັດໃຫ້ໂຮງພິມ ມີຄວາມຍືນຍົງ ຄົງຕົວ ແລະ ສ້າງຜົນກຳໄລໃນ ແຕ່ລະປີ. ທ່ານ ກົງໃຈ ຊຸມພົນພັກດີ ຍັງ ໃຫ້ຮູ້ອີກວ່າ: ຕະຫລອດໄລຍະຜ່ານ ມາຄະນະພັກ, ຄະນະນຳໂຮງພິມ ແຫ່ງລັດ ໄດ້ເອົາໃຈໃສ່ເບິ່ງແຍງ ດູແລພະນັກງານ-ກຳມະກອນຢູ່ ພາຍໃນໂຮງພິມ ເປັນຢ່າງດີເປັນ ຕົ້ນພະນັກງານທຸກຄົນໄດ້ເຂົ້າເປັນ ສະມາຊິກປະກັນສັງຄົມ ແລະ ມີສະ ຫວັດດີການຕ່າງໆ ໂດຍສະເພາະໄດ້ ມີການກວດພະຍາດໃຫ້ພະນັກງານ ເປັນປະຈຳໃນແຕ່ລະປີ, ມີນະໂຍບາຍ ອຸດໜູນເກີດລູກ ແລະ ເຈັບເປັນ ຕ່າງໆ ໂດຍທາງໂຮງພິມໄດ້ຈ່າຍ ໃຫ້ 100% ແລະ ອື່ນໆ. ພ້ອມນີ້, ໂຮງພິມຍັງເຫັນໄດ້ຄວາມສຳຄັນຕໍ່ ວຽກງານພັດທະນາຊັບພະຍາກອນ ມະນຸດ ໂດຍໄດ້ຈັດຊຸດຝຶກອົບຮົມ ຕ່າງໆ, ພ້ອມທັງ ສົ່ງພະນັກງານໄປ ຝຶກອົບຮົມດ້ານຕ່າງໆຢູ່ທັງພາຍໃນ ແລະ ຕ່າງໆປະເທດ ເພື່ອເພີ່ມທັກ ສະ, ເພີ່ມຄວາມຮູ້ໃຫ້ພະນັກງານມີ ຄວາມເຂັ້ມແຂງ, ຮັບປະກັນໃຫ້ໄດ້ ບຸກຄະລາກອນທີ່ມີຄວາມຮູ້, ຄວາມ ສາມາດ ເພື່ອມາພັດທະນາໂຮງພິມ ໃຫ້ມີຄວາມກ້າວໜ້າທັນຕາມຍຸກ ຕາມສະໄໝ ແລະ ອື່ນໆ. ພ້ອມກັນນີ້, ທ່ານ ກົງໃຈ ຊຸມ ພົນພັກດີ ຍັງໄດ້ຍົກໃຫ້ເຫັນປະຫວັດ ແຫ່ງການກໍາເນີດວັນກໍາມະກອນ ສາກົນ ຄົບຮອບ 139 ປີ ເຊິ່ງເປັນ ວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ ເຕົ້າໂຮມຄວາມສາມັກຄີກັນລຸກຮື ຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອ ທວງເອົາສິດທິພື້ນຖານຂອງຕົນ ແລະ ຜົນປະໂຫຍດອັນຊອບທຳ ຂອງຕົນຈາກພວກນາຍທຶນ. ພ້ອມ ນີ້, ຍັງໄດ້ຮຽກຮ້ອງມາຍັງກໍາມະ ກອນ ແລະ ຊາວຜູ້ອອກແຮງງານ ລາວ ຈົ່ງມີຄວາມສາມັກຄີເປັນປຶກ ແຜ່ນແໜ້ນໜາ, ເຊື່ອໝັ້ນຕໍ່ການ ນໍາພາຂອງພັກ ປະກອບສ່ວນເຂົ້າ ໃນການປະຕິບັດແຜນພັດທະນາ ເສດຖະກິດຂອງຊາດ, ສືບຕໍ່ຝຶກ ຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນ ກຳລັງແຮງງານທີ່ມີລະບຽບວິໄນ ໃນການອອກແຮງງານ, ເສີມຂະ ຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມ ຂອງ ຊົນຊັ້ນກໍາມະກອນລາວ ແລະ ກາຍ ເປັນກໍາລັງຫລັກແຫລ່ງໃນພາລະ ກິດການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ໃຫ້ຍືນ ຍົງ ແລະ ໝັ້ນຄົງ. 7v[7q ;8q ;c[[.odkox6 dza d0kp ,u ]kpIa [s]kp]h kod;j kdu [8xu + ເປັນຕົ້ນແມ່ນການໃສ່ຝຸ່ນ, ປຸຍ, ການ ປ້ອງກັນພະຍາດ ແລະ ສັດຕູພືດ ຕ່າງໆເຮັດໃຫ້ຜົນຜະລິດບາງປີກໍ່ ໄດ້ຮັບຜົນ ແລະ ບາງປີກໍບໍ່ໄດ້ຮັບ ຜົນເທົ່າທີ່ຄວນ. ມາຮອດປີ 20182019 ເລີ່ມມີໂຄງການສົ່ງເສີມກະສິ ກຳເຂົ້າມາບ້ານຜາຮ່ອມ, ຄອບຄົວ ຂ້າພະເຈົ້າຈຶ່ງຕັດສິນໃຈເຂົ້າຮ່ວມ ກັບໂຄງການດັ່ງກ່າວ ແລະ ກໍ່ໄດ້ ຜ່ານການຝຶກອົບຮົມດ້ານເຕັກນິກ ການປູກພືດ, ການບົວລະບັດຮັກສາ ແລະ ການປ້ອງກັນພືດ. ຈາກນັ້ນ, ຈຶ່ງເລີ່ມມີການຂະຫຍາຍເນື້ອທີ່ປູກ ພືດແຕ່ລະຊະນິດໃຫ້ກວ້າງອອກ ເພື່ອ ເຮັດໃຫ້ຜົນລະປູກກາຍເປັນສິນຄ້າ ຈາກເນື້ອທີ່ 1 ໄລ່ ກາຍເປັນ 6 ໄລ່ ຫລື ເທົ່າກັບ 1 ເຮັກຕາ ແລະ ໄດ້ປູກ ເປັນຂະບວນການຢູ່ພາຍໃນບ້ານ. ໃນນັ້ນ, ເດັ່ນກວ່າໝູ່ແມ່ນປູກຜັກ ກະລໍ່າປີ, ຜັກກາດຊອມ, ຜັກກາດ ນ້ຳ, ໝາກເຜັດ, ສາລີ ແລະ ອື່ນໆ ຕາມຄວາມຮຽກຮ້ອງຕ້ອງການ ໃນທ້ອງຕະຫລາດ ເຊິ່ງນັບແຕ່ນັ້ນ ມາກໍ່ເລີ່ມມີແມ່ຄ້າ-ຊາວຂາຍມາ ພົວພັນເກັບຊື້ຢູ່ກັບທີ່ ໂດຍບໍ່ໄດ້ໄປ ສົ່ງຕະຫລາດ ແລະ ນັ່ງຂາຍທົ່ວໄປ ເຊິ່ງສະເລ່ຍລາຍຮັບຈາກການຂາຍ ຜົນຜະລິດ ໄດ້ 50.000.000 ຫາ 60.000.000 ກີບຄອບຕໍ່ປີ. ດ້ວຍ ການປະຢັດມັດທະຍັດ ແລະ ສະສົມ ລາຍຮັບດັ່ງກ່າວນັ້ນ ເຮັດໃຫ້ຊີວິດ ການເປັນຢູ່ຂອງຄອບຄົວນັບມື້ນັບດີ ຂຶ້ນເທື່ອລະກ້າວ ເຊິ່ງສະແດງອອກ ຄື ມີເຮືອນຢູ່ຖາວອນ, ມີພາຫະນະ ຮັບໃຊ້ຄອບຄົວ, ສາມາດສົ່ງເສີມລູກ ເຂົ້າຮຽນ ແລະ ມີເງິນແຮ່ໄວ້ໃຊ້ຈ່າຍ ໃນເວລາຈຳເປັນອີກຈຳນວນໜຶ່ງ. ພ້ອມນີ້ທ່ານຍັງໄດ້ຍົກໃຫ້ເຫັນ ຄວາມຫຍຸ້ງຍາກໃນການຜະລິດແລະ ສະໜອງສິນຄ້າໃນທ້ອງຕະຫລາດ ເຊັ່ນ: ລາຄາສິນຄ້າມີການປ່ຽນແປງ ຢູ່ຕະຫລອດເວລາ (ລາຄາຂຶ້ນ-ລົງ ຕາມໃຈແມ່ຄ້າຄົນກາງ), ຕະຫລາດ ຮັບຮອງບໍ່ແນ່ນອນ, ການຜະລິດໄດ້ ແຕ່ລະດູແລ້ງ. ສໍາລັບລະດູຝົນເປັນ ໄລຍະທີ່ພືດ-ຜັກໄດ້ລາຄາສູງ ແຕ່ກົງ ກັນຂ້າມບໍ່ສາມາດປູກພືດຜັກໄດ້ຕາມ ຄວາມຕ້ອງການຍ້ອນວ່າເຮືອນຮົ່ມ ບໍ່ພຽງພໍ, ຕົ້ນທຶນໜ້ອຍ ແລະ ການສື່ ສານກັບກຸ່ມການຜະລິດຊະນິດພືດຜັກດຽວກັນຢູ່ພາຍໃນປະເທດຍັງ ບໍ່ທັນມີ, ພຽງແຕ່ພ້ອມກັນປູກຕາມ ລະດູການຈຶ່ງເຮັດໃຫ້ບາງໄລຍະ ເກີດມີພືດ-ຜັກຫລາຍລາຄາສິນຄ້າ ໃນທ້ອງຕະຫລາດຕົກຕໍ່າ ແລະ ບາງ ໄລຍະຂາດຜົນລະປູກເຮັດໃຫ້ລາຄາ ສິນຄ້າສູງຂຶ້ນ. ໃນຕໍ່ໜ້າຈະສືບຕໍ່ປັບ ປຸງຮູບແບບ ແລະ ວິທີການຜະລິດ ໃຫ້ໄປຕາມເຕັກນິກ, ວິຊາການເຮັດ ໃຫ້ສະມັດຕະພາບຜົນຜະລິດສູງຂຶ້ນ ກວ່າເກົ່າ, ພົວພັນກັບການຕະຫລາດ ໃຫ້ກວ້າງຂວາງ ແລະ ເລືອກເອົາ ພືດທີ່ຕະຫລາດມີຄວາມຕ້ອງການ ສູງ, ຄຽງຄູ່ກັນນັ້ນຕ້ອງໄດ້ມີການ ສຶກສາ-ແລກປ່ຽນກັບແຕ່ລະກຸ່ມ ການຜະລິດໃນແຕ່ລະທ້ອງຖິ່ນທັງຢູ່ ພາຍໃນເມືອງ, ແຂວງ ແລະ ຕ່າງ ເມືອງ, ຕ່າງແຂວງໃຫ້ຫລາຍຂຶ້ນເພື່ອ ວາງແຜນການ ວິທີການປູກພືດ-ຜັກ ຊະນິດຕ່າງໆໃນລະດູການດຽວກັນ ເພື່ອຮັບປະກັນເຮັດໃຫ້ລາຄາຜົນ ຜະລິດບໍ່ຕົກຕໍ່າຄືໃນໄລຍະຜ່ານມາ. (ຄັດຈາກບົດລາຍງານພິທີສະເຫລີມສະຫລອງວັນປົດປ່ອຍພາກໃຕ້, ທອນໂຮມ ປະເທດຊາດເປັນເອກະພາບ ຄົບຮອບ 50 ປີ)
RkJQdWJsaXNoZXIy MTc3MTYxMQ==