glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີີ ດັ ນີ ຈັນີ ໂດຍ: ໄພບູນູນ xtgmf]k; 6 30/04/2025 glf4tdy f{la '7q , va f8txn dP,ra fmtok4Evto5 ]a d .sh gxa ocs]j 'mj v'mj P; 16j g,n v'-kow- ]k;{9u o Ij ;,,n da ora fmtoklkpra o';75 ootrk[l6 'xh vo8ts]kf * ແຫລ່ງທ່ອງທ່ຽວ ຖ້ຳອະນຸລັກ ທີ່ຢູ່ໃນດົງສະຫງວນ ເມືອງຊານໄຊ ແຂວງອັດຕະປື ຖືເປັນເຂດທຳມະ ຊາດທີ່ມີຄວາມສວຍສົດງົດງາມ ແລະ ມີຄວາມຫລາກຫລາຍດ້ານ ຊີວະນາໆພັນ ເຊິ່ງເປັນສະຖານທີ່ ທ່ອງທ່ຽວທີ່ໜ້າສົນໃຈຂອງນັກ ທ່ອງທ່ຽວ, ເພາະໃນເຂດດັ່ງກ່າວ ມີປ່າ, ໝາກໄມ້, ສັດປ່ານາໆຊະນິດ * ລາວ-ຈີນ ເພີ່ມທະວີການຮ່ວມມື ດ້ານການຄົ້ນຄວ້າ ແລະ ພັດທະນາ ສາຍພັນງົວຄຸນນະພາບສູງ ເພື່ອຄໍ້າປະ ກັນສະບຽງອາຫານ ແລະ ສົ່ງອອກໃນ ອະນາຄົດອັນໃກ້ນີ້, ໃນຂະນະທີ່ ສປ ຈີນ ໄດ້ໃຫ້ບຸລິມະສິດຮັບຊື້ງົວຈາກ ສປປ ລາວ 5 ແສນໂຕຕໍ່ປີ ເຊິ່ງການ ຮ່ວມມືຄັ້ງນີ້ເປັນບາດກ້າວສໍາຄັນໃນ ການຍົກລະດັບດ້ານເຕັກນິກການລ້ຽງ ງົວ ແລະ ຂັ້ນຕອນການສົ່ງອອກທີ່ມີ ຄຸນນະພາບສູງເພື່ອປະກອບສ່ວນຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ ແລະ ການ ສ້າງວຽກເຮັດງານທໍາແບບຍືນຍົງ. ດັ່ງທີ່ຮູ້ນໍາກັນ, ປະຊາກອນລາວ ປະມານ 80% ຍັງຖືເອົາການຜະລິດ ກະສິກໍາ (ການປູກ-ການລ້ຽງ) ໃນ ການຂັບເຄື່ອນການພັດທະນາເສດຖະ ກິດ-ສັງຄົມ ແລະ ແກ້ໄຂຄວາມທຸກ ຍາກ, ພາຍໃນປີ 2026 ສປປ ລາວ ຕັ້ງເປົ້າໝາຍໄວ້ວ່າ ຈະສູ້ຊົນນໍາພາປະ ເທດຂອງຕົນໃຫ້ຫລຸດພົ້ນອອກຈາກ ສະຖານະປະເທດດ້ອຍພັດທະນາຢ່າງ ເປັນທາງການ. ດ້ວຍທ່າແຮງບົ່ມຊ້ອນ ຂອງປະເທດລາວ ທີ່ມີຄວາມອຸດົມ ສົມບູນດ້ານຊັບພະຍາກອນທໍາມະຊາດ ໃນນັ້ນ ແມ່ນໍ້າຂອງໄຫລຜ່ານປະເທດມີ ຄວາມຍາວເຖິງ 1.800 ກິໂລແມັດ, ການຄ້າ ແລະ ຊຸກຍູ້ການຜະລິດທີ່ຍືນ ຍົງໃນອະນາຄົດ. ພັນງົວຮວາຊີ ແມ່ນ ຜົນຜະລິດຈາກການຄົ້ນຄວ້າໂດຍໃຊ້ ເວລາກວ່າ 40 ປີ ຂອງຈີນ ເຊິ່ງມັນ ມີຈຸດເດັ່ນດ້ານການເຕີບໂຕໄວ, ຊີ້ນ ຄຸນນະພາບສູງ ແລະ ສາມາດປັບຕົວ ເຂົ້າກັບສະພາບແວດລ້ອມໄດ້ດີ. ຕົວ ຊີ້ວັດຕ່າງໆຂອງມັນສາມາດທຽບ ເທົ່າກັບມາດຕະຖານສາກົນ. ພ້ອມດຽວກັນນີ້, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ເປີດເຜີຍວ່າ: ພິທີເຊັນ ສັນຍາ ຮ່ວມມືກັນພາຍໃຕ້ໂຄງການຄົ້ນ ຄວ້າ ແລະ ພັດທະນາແນວພັນງົວຊີ້ນທີ່ ດີ ລາວ-ຈີນ ລະຫວ່າງ ສະຖາບັນຄົ້ນ ຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາ ຊົນນະບົດ ແລະ ບໍລິສັດ ລຽນຢູ ປັກກິ່ງ ເຕັກໂນໂລຊີປັບປຸງແນວພັນງົວ ຈໍາກັດ ໄດ້ເປັນຂີດໝາຍສໍາຄັນໃນການເພີ່ມ ທະວີການຮ່ວມມືດ້ານເຕັກນິກວິຊາ ການກ່ຽວກັບຂັ້ນຕອນການລ້ຽງ, ການ ປະສົມພັນແລະ ການໃຫ້ຄວາມຮູ້ອື່ນໆ. ສໍາລັບງົວຮວາຊີຢູ່ໃນເປົ້າໝາຍການ ຂະຫຍາຍແນວພັນຢູ່ລາວນີ້ ເປັນສາຍ ພັນງົວທີ່ໃຫຍ່ຊິ້ນຫລາຍ ສະເລ່ຍນໍ້າ ໜັກໂຕຜູ້ເຖິງ 900 ກິໂລ ແລະ ໂຕແມ່ ຈະມີນໍ້າໜັກສູງລະດັບ 550 ກິໂລ, ຕໍ່ໄປເມື່ອມີແນວພັນງົວນີ້ມາລ້ຽງກໍ່ຈະ ຊ່ວຍສ້າງລາຍຮັບແກ່ຊາວກະສິກອນ ລາວໄດ້ດີຂຶ້ນ ເມື່ອທຽບກັບພັນພື້ນ ເມືອງທີ່ມີຢູ່ໃນປັດຈຸບັນ ເຊິ່ງນີ້ຈະເປັນ ທາງເລືອກໜຶ່ງສໍາລັບການຜະລິດເປັນ ສະບຽງອາຫານ ແລະ ເປັນສິນຄ້າ. ຫລ້າສຸດໃນລະຫວ່າງວັນທີ 2026 ເມສາ 2025, ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະ ບົດ, ນຳພາໂດຍ ທ່ານ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ພັນທະວົງ ວົງສຳພັນ ຮອງຫົວໜ້າກົມ ລ້ຽງສັດ ແລະ ການປະມົງພ້ອມຄະນະ ກໍໄດ້ເດີນທາງຢ້ຽມຢາມສະຖາບັນ ວິທະຍາສາດການລ້ຽງສັດ ທີ່ຂຶ້ນກັບ ສະຖາບັນ-ບັນດິດວິທະຍາສາດກະສິ ກໍາ ສປ ຈີນ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບວິທະຍາ ສາດການລ້ຽງງົວ. ການຢ້ຽມຢາມໃນ ຄັ້ງນີ້ ມີຈຸດປະສົງ ເພື່ອລົງເລິກການ ກະກຽມວຽກລະອຽດໃຫ້ແກ່ການຈັດ ຕັ້ງປະຕິບັດຕົວຈິງພາຍໃຕ້ “ໂຄງການ ຮ່ວມມືການຄົ້ນຄວ້າ ແລະ ພັດທະນາ ແນວພັນງົວຊີ້ນທີ່ດີລາວ-ຈີນ”ໂດຍສະ ເພາະແມ່ນການນຳເອົານ້ຳເຊື້ອແນວ ພັນງົວທີ່ດີ (ແນວພັນງົວ Huaxi), ອຸປະກອນທີ່ຈຳເປັນ ແລະ ແຜນວຽກ ທີ່ສຳຄັນໄດ້ກຳນົດໄວ້. ຄວາມຈິງແລ້ວສປຈີນໄດ້ປະກາດ ໃຫ້ບຸລິມະສິດ ສປປ ລາວ ສົ່ງງົວອອກ ໄປຕະຫລາດ ຈີນແຕ່ປີ 2018 ໃນນັ້ນ ມີການວາງຄາດໝາຍ ແລະ ໃຫ້ບຸລິ ມະສິດຝ່າຍລາວສົ່ງອອກງົວເຂົ້າຕະ ຫລາດຈີນມີຈໍານວນຫລາຍເຖິງ 5 ແສນໂຕຕໍ່ປີ, ແຕ່ຍ້ອນຄວາມພ້ອມ, ສະ ພາບແວດລ້ອມ ແລະ ຂັ້ນຕອນຕ່າງໆ ພາຍໃນປະເທດລາວໄດ້ດໍາເນີນການ ຕັ້ງປະຕິບັດເຫັນວ່າສືບຕໍ່ພັດທະນາໄປ ຕາມເງື່ອນໄຂທີ່ມີຂໍ້ຈໍາກັດບາງດ້ານ ແລະ ຄາດວ່າ ສປປ ລາວ ກຽມສົ່ງ ອອກງົວໄປຍັງ ສປ ຈີນ ຊຸດທຳອິດຈຳ ນວນ 3.000 ໂຕ ພາຍໃນປີ 2025 ເຊິ່ງປັດຈຸບັນພາກສ່ວນກ່ຽວຂ້ອງກຳ ລັງເລັ່ງປະກອບເອກະສານໃຫ້ສຳ ເລັດ ເພື່ອໃຫ້ທັນສົ່ງອອກຕາມເວລາ ທີ່ກໍານົດໄວ້. ກ່ອນໜ້ານັ້ນ, ທ່ານ ລິນຄໍາ ດວງ ສະຫັວນ ລັດຖະມົນຕີ ກະຊວງກະສິ ກໍາ ແລະ ປ່າໄມ້ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ຊຸກຍູ້ວຽກງານການ ສົ່ງອອກງົວໄປຕ່າງປະເທດ ຢູ່ສູນກັກ ກັນພະຍາດສັດ 3 ບໍລິສັດ ຕັ້ງຢູ່ເມືອງ ສິງ, ແຂວງຫລວງນໍ້າທາ ໃນການກະ ກຽມສົ່ງງົວອອກໄປ ສປ ຈີນ ຂອງ 3 ບໍລິສັດ ຄື: ບໍລິສັດ ແອວເອັດ, ບໍລິສັດ ລາວໂກທົງ ແລະ ບໍລິສັດສິບສອງປັນ (ພັ່ນ?) ນາເຍຫົງ ການຄ້າຈໍາກັດ ເຊິ່ງທ່ານລັດຖະມົນຕີກໍໄດ້ແຈ້ງໃຫ້ຮູ້ ເບື້ອງຕົ້ນວ່າ: ສຳລັບການສົ່ງອອກງົວ ໄປ ສປ ຈີນ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຕັ້ງເປົ້າໄວ້ນັບແຕ່ປີ 2025 ເປັນຕົ້ນ ຈະສົ່ງງົວອອກໄປຈີນ ໃຫ້ ໄດ້ 200.000 ໂຕຕໍ່ປີ, ແຕ່ເບື້ອງຕົ້ນ ພວກເຮົາຈະສູ້ຊົນສົ່ງງົວອອກໃຫ້ໄດ້ 50.000 ໂຕຂຶ້ນໄປຕໍ່ປີ ແລະ ໄດ້ເນັ້ນ ໜັກໃຫ້ຜູ້ປະກອບການຮ່ວມມືກັນ ໃນ ການສົ່ງອອກງົວໃຫ້ໄດ້ຕາມເປົ້າໝາຍ ໂດຍເນັ້ນໃສ່ໃຫ້ໄດ້ ຕາມມາດຕະຖານ ທີ່ກໍານົດໄວ້, ຫລຸດຜ່ອນການນໍາເຂົ້າ, ສົ່ງເສີມໃຫ້ປະຊາຊົນພາຍໃນປະເທດ ລ້ຽງສັດໃຫ້ຫລາຍຂຶ້ນ, ປະສານງານ ຝ່າຍລາວ ແລະ ຈີນ ໃນການສົ່ງອອກ ໃຫ້ສະດວກ, ຫລຸດຜ່ອນຂໍ້ຫຍຸ້ງຍາກ ຜ່ານຫລາຍຂັ້ນຕອນໃນການສົ່ງອອກ. ທ່ານ ຫວາງເຊີນລີ ປະທານກຸ່ມ ລ້ຽງງົວພັນຊີ້ນ ອໍານວຍການ ບໍລິສັດ ລາວໂກທົງໄດ້ລາຍງານວ່າ: ໂຄງການ ສົ່ງອອກງົວພັນຊີ້ນໄປຍັງ ສປ ຈີນ ໄດ້ ສ້າງຕັ້ງສູນກັກກັນພະຍາດສັດ ຢູ່ ເມືອງສິງ ມາເຖິງປັດຈຸບັນເປັນເວລາ ຫລາຍກວ່າ 4 ປີ ເຫັນວ່າມີຄວາມພ້ອມ ຫລາຍດ້ານ ແລະ ພວມກະກຽມສົ່ງງົວ ອອກຊຸດທໍາອິດ ຈໍານວນ 3.000 ໂຕ ໄປ ສປ ຈີນ ເຊິ່ງບໍລິສັດຈະໄດ້ເລັ່ງປະ ກອບເອກະສານ ໃຫ້ສໍາເລັດໂດຍໄວ ຕາມລະບຽບກົດໝາຍຂອງ ສປປ ລາວ, ສະມາຄົມງົວພັນຊີ້ນ, ໄດ້ນໍາພາ ບໍລິສັດ ປະສານສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງຂອງລາວ ເພື່ອກະກຽມ ຈັດພິທີເປີດການສົ່ງງົວພັນຊີ້ນ ໄປປະ ເທດຈີນຢ່າງເປັນທາງການໃນເວລາ ໃກ້ໆນີ້. ໃນການພັດທະນາຖ້ຳດັ່ງກ່າວໃຫ້ ເປັນແຫລ່ງທ່ອງທ່ຽວ. ປັດຈຸບັນດົງ ສະຫງວນແຫລ່ງທ່ອງທ່ຽວແຫ່ງນີ້ ແມ່ນໄດ້ຖືກພັດທະນາ ແລະ ອະນຸ ລັກໃຫ້ເປັນແຫລ່ງທ່ອງທ່ຽວທາງ ທຳມະຊາດ ແລະ ປະຫວັດສາດ ໂດຍແມ່ນບໍລິສັດຄູນຊັບຈະເລີນ ກໍ່ສ້າງສ້ອມແປງຂົວທາງ ແລະ ຊົນ ລະປະທານຈຳກັດຜູ້ດຽວໄດ້ເລີ່ມ ລົງມືໃນການສໍາຫລວດ ແລະ ບຸກ ເບີກເສັ້ນທາງເຂົ້າສູ່ສະຖານທີ່ພັດ ທະນາແຫລ່ງທ່ອງທ່ຽວດັ່ງກ່າວ ໂດຍພື້ນຖານເພື່ອສ້າງເງື່ອນໄຂ ໃນການເຄື່ອນໄຫວສໍາຫລວດໃນ ຄັ້ງນີ້ໃຫ້ສະດວກສະບາຍ ແລະ ໄດ້ ລິເລີ່ມພັດທະນາອະນຸລັກແຫລ່ງ ທ່ອງທ່ຽວປິ່ນອ້ອມສຳເລັດໂດຍ ພື້ນຖານອີກຈຳນວນໜຶ່ງ. ຕາມການໃຫ້ສຳພາດຂອງ ທ່ານ ພິມສາ ຄຳມະນິວົງ ຄະນະ ເລຂາພັກຮາກຖານ ຮອງນາຍບ້ານ ດາກຮຽດໃຫ້ຮູ້ວ່າ: ຖ້ຳອະນຸລັກ ແຫ່ງນີ້ແມ່ນຢູ່ໃນເຂດດົງຫງວນ ພູແດງ, ຫ່າງຈາກເສັ້ນທາງໂຮ່ຈີ່ ມິງ 1,1 ກິໂລເເມັດ ມີຊື່ເອີ້ນດັ້ງ ເດີມແມ່ນຖ້ຳຫ້ວຍໂປພູແດງ, ຢູ່ ຈຸດດຽວກັນກັບຊາກລົດຕັງສະໄໝ ສົງຄາມ. ສຳລັບການລົງເຄື່ອນ ໄຫວສຳຫລວດຖ້ຳອະນຸລັກແມ່ນ ເຫັນໄດ້ເປັນສະຖານທີ່ທ່ອງທ່ຽວ ທີ່ສວຍງາມ ແລະ ອັດສະຈັນໃຈ, ເປັນສະຖານທີ່ທ່ອງທ່ຽວທີ່ສ້າງຂຶ້ນ ໂດຍທໍາມະຊາດ, ມີບັນຍາກາດ ສະຫງົບເໝາະສົມສໍາລັບການພັກ ຜ່ອນ, ພາຍໃນຖໍ້າມີຫີນງອກ ແລະ ຫີນປູນທີ່ເປັ່ງປະກາຍ, ສ້າງຄວາມ ຮູ້ສຶກທີ່ໜ້າຕື່ນເຕັ້ນໃຫ້ກັບທີ່ຜູ້ໄດ້ ພົບເຫັນ. ຕໍ່ກັບການສຳຫລວດແຫລ່ງ ທ່ອງທ່ຽວໃນຄັ້ງນີ້ ທ່ານເຈົ້າແຂວງ ອັດຕະປື ກໍ່ໄດ້ໃຫ້ທິດຊີ້ນຳຫລາຍ ຢ່າງທີ່ໜ້າສົນໃຈ ໃຫ້ບໍລິສັດຜູ້ພັດ ທະນາຢູ່ໃນເຂດດັ່ງກ່າວ ໂດຍສະ ເພາະແມ່ນເລື່ອງຄວາມປອດໄພ ຂອງນັກທ່ອງທ່ຽວ, ພັດທະນາສະ ຖານທີ່ດັ່ງກ່າວໃຫ້ມີຄວາມສະ ດວກກັບນັກທ່ອງທ່ຽວທີ່ໄດ້ເດີນ ທາງຍ່າງປ່າໃຫ້ມີຄວາມປອດໄພ ເຊັ່ນ: ເສັ້ນທາງຍ່າງປ່າສຶກສາທໍາ ມະຊາດ, ຈັດຕັ້ງກິດຈະກໍາການອະ ນຸລັກທໍາມະຊາດ ເປັນຕົ້ນ ການປູກ ຕົ້ນໄມ້, ທໍາຄວາມສະອາດປ່າໄມ້ ແລະ ອື່ນໆ; ສະໜອງຂໍ້ມູນການ ທ່ອງທ່ຽວໂດຍການ ສ້າງຈຸດຂໍ້ມູນ ຂ່າວສານເພື່ອສຶກສາກ່ຽວກັບຊີວະ ນາໆພັນ ແລະ ສິ່ງທີ່ນັກທ່ອງທ່ຽວ ຈະພົບເຫັນໃນການທ່ຽວຊົມ, ສ້າງ ຕັ້ງຮ້ານຂາຍອາຫານ ແລະ ເຄື່ອງ ທີ່ລະນຶກ, ພ້ອມທັງສະໜັບສະໜູນ ທຸລະກິດທ້ອງຖິ່ນໂດຍການຕັ້ງ ຮ້ານຂາຍອາຫານ ແລະ ເຄື່ອງທີ່ ລະນຶກທີ່ຕິດພັນກັບວັດທະນະທຳ ທ້ອງຖິ່ນ; ເຮັດວຽກກັບນັກຄົ້ນ ຄວ້າ ຫລື ຜູ້ຊ່ຽວຊານໃນການເດີນ ທາງ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮຽນ ຮູ້ກ່ຽວກັບພືດ ແລະ ສັດໃນພື້ນທີ່. ສຳລັບນັກທ່ອງທ່ຽວ, ຜູ້ໃຫ້ບໍລິ ການ, ນັກສຳຫລວດ, ນັກພັດທະ ນາ ແລະ ນັກຮຽນຮູ້ຕ້ອງຄຳນຶງ ເຖິງການຮ່ວມມືຮ່ວມໃຈກັນຕໍ່ກັບ ການອະນຸລັກ, ການສົ່ງເສີມການ ທ່ອງທ່ຽວທີ່ເປັນມິດຕໍ່ສິ່ງແວດ ລ້ອມໃຫ້ຍືນຍົງ ແລະ ປະກອບສ່ວນ ເຂົ້າໃນການອະນຸລັກທໍາມະຊາດໃນ ໄລຍະຍາວ. ໄວ້ໃຫ້ສຶກສາຮຽນຮູ້ອີກດ້ວຍ. ເມື່ອບໍ່ດົນມານນີ້ ຄະນະຮັບຜິດ ຊອບຂັ້ນແຂວງ ແລະ ຂັ້ນເມືອງ ຊານໄຊ ສົມທົບກັບບໍລິສັດຜູ້ພັດທະ ນາອະນຸລັກປ່າແຫ່ງນີ້, ໂດຍການ ນຳພາ ຂອງ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ ລົງເຄື່ອນໄຫວສຳຫລວດຖ້ຳອະນຸ ລັກ ເພື່ອສຶກສາຄວາມເປັນໄປໄດ້ q ມີເນື້ອທີ່ກວ້າງໃຫຍ່ເຖິງ 236.000 ກິໂລຕາແມັດກວມເອົາທົ່ງພຽງ, ພູ ພຽງ, ພູຜາປ່າດົງ ແລະ ແຫລ່ງນໍ້າ ຈືດຫລາຍທີ່ສຸດໃນອາຊຽນ ແຕ່ມີຈໍາ ນວນປະຊາກອນພຽງ 7 ລ້ານກວ່າ ຄົນ ເຊິ່ງທັງໝົດເຫລົ່ານັ້ນຈະຊ່ວຍ ສ້າງກາລະໂອກາດ ແລະ ເຮັດໃຫ້ນັກ ລົງທຶນມີຄວາມສົນໃຈຢາກມາລົງທຶນ ໃນຂະແໜງການກະສິກໍາປູກຝັງ-ລ້ຽງ ສັດຫລາຍຂຶ້ນເພື່ອຮັບປະກັນການຄໍ້າ ປະກັນສະບຽງອາຫານ ແລະ ຜະລິດ ເປັນສິນຄ້າ. ຫວ່າງບໍ່ດົນມານີ້, ແຫລ່ງຂ່າວ ຈາກສໍານັກຂ່າວຊິນຮົວໄດ້ລາຍງານ ວ່າ: ພັນງົວ“ຮວາຊີ”ຂອງຈີນຈະເຂົ້າ ສູ່ຕະຫລາດສາກົນຄັ້ງທຳອິດ ຜ່ານ ໂຄງການຮ່ວມມືກັບລາວ ໃນການພັດ ທະນາການລ້ຽງງົວຊີ້ນ. ໂຄງການດັ່ງ ກ່າວໄດ້ລົງນາມຮ່ວມມືກັນລະຫວ່າງ ລາວ-ຈີນ ໃນເດືອນມີນາ 2025 ນີ້ທີ່ ນະຄອນຫລວງວຽງຈັນ ໃນນັ້ນຈີນຈະ ສົ່ງນໍ້າເຊື້ອປະສົມພັນງົວ 100.000 ຊຸດ ແລະ ງົວພັນໂຕຜູ້ 10 ໂຕ ຂອງງົວ ພັນ(ຮວາຊີ)ໃຫ້ລາວ ເຊິ່ງມີເປົ້າໝາຍ ເພື່ອຍົກສູງປະສິດທິພາບການລ້ຽງງົວ ຊີ້ນ ແລະ ພັດທະນາພັນງົວຄຸນນະພາບ ສູງໃນລາວ ເຊິ່ງນັ້ນສະແດງໃຫ້ເຫັນ ການຮ່ວມມືທີ່ສໍາຄັນຂອງສອງຝ່າຍ ລາວ-ຈີນ ເພື່ອຍົກລະດັບການລ້ຽງສັດ ເພື່ອເປັນສະບຽງອາຫານ ແລະ ຜະລິດ ເປັນສິນຄ້າຄຸນນະພາບທີ່ດີສົ່ງອອກ ສູ່ຕະຫລາດສາກົນ ແລະ ຈະເປັນພື້ນ ຖານຂັບເຄື່ອນການພັດທະເສດຖະກິດ,
RkJQdWJsaXNoZXIy MTc3MTYxMQ==