30/04/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກ້ອນກຳລັງສວນສະໜາມ...້ັ ລາວ-ຈີນ...ີ ຫສນຍ... ຮວຜທ... ຂປລ. ໃນວັນທີ 26 ເມສາ 2025 ນີ້, ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າ ກົມອົບຮົມກົມໃຫຍ່ເສນາທິການ ກອງທັບ, ຫົວໜ້າຄະນະຊີ້ນຳກ້ອນ ກຳລັງສວນສະໜາມກອງທັບປະ ຊາຊົນລາວ ພ້ອມຄະນະໄດ້ນຳພາ ກ້ອນກໍາລັງສວນສະໜາມກອງ ທັບປະຊາຊົນລາວຝຶກຊ້ອມການ ເດີນສວນສະໜາມຢູ່ສະຖານທີ່ພັກ ເຊົາ ສ ຣັດເຊຍ ເພື່ອເຮັດໃຫ້ກ້ອນ ກຳລັງສວນສະໜາມກອງທັບ ປະຊາຊົນລາວມີຄວາມເຂັ້ມແຂງ ທາງດ້ານຈັງຫວະ, ເຕັກນິກເດີນ ສວນສະໜາມ, ທັງເປັນການຝຶກ ຂປລ. ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ (ຮວຜທ) ເປີດ ກອງປະຊຸມຄົບຄະນະບໍລິຫານງານ ພັກ ຄັ້ງທີ I ສະໄໝທີ I ປະຈໍາໄຕ ມາດ I ປີ 2025 ໃນວັນທີ 29 ເມສາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນ ນາມົນ ເລຂາຄະນະພັກ, ຫົວໜ້າ ການເມືອງໂຮງຮຽນ, ມີສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າການ ທະຫານໂຮງຮຽນ ພ້ອມຄະນະ ເຂົ້າຮ່ວມ. ສະຫາຍ ພັນເອກ ສັງທອງ ສຸກສີ ສະຫວາດ ຄະນະປະຈຳພັກ, ຫົວໜ້າ ຫ້ອງສຶກສາໂຮງຮຽນ ໄດ້ຜ່ານບົດ ສະຫລຸບຫຍໍ້ຕີລາຄາການນຳພາ ຂອງຄະນະພັກໂຮງຮຽນວັດທະ ນະ ທຳຊົນເຜົ່າກອງທັບ ປະຈຳໄຕ ມາດທີ I ແລະ ທິດທາງແຜນການ ປະຈໍາໄຕມາດທີ II ປີ 2025 ໄດ້ ຍົກໃຫ້ເຫັນສະພາບທີ່ສົ່ງຜົນກະທົບ ຕໍ່ການຈັດຕັ້ງປະຕິບັດ ແລະ ການ ນຳພາປັບປຸງກໍ່ສ້າງກົມກອງ ແຕ່ ຍ້ອນພາຍໃຕ້ການນຳພາຂອງຄະນະ ພັກກະຊວງປ້ອງກັນປະເທດ ກໍຄື ການນຳພາ-ຊີ້ນຳຂອງຄະນະປະ ຈໍາພັກ, ຄະນະບໍລິຫານງານພັກ ໂຮງຮຽນ ຈຶ່ງເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານມີຜົນສຳເລັດໃນ ເມສາ 2025 ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ຮອງເລຂາຄະນະບໍລິຫານງານພັກ ຫສນຍ, ປະທານອົງການກາແດງ ແຫ່ງຊາດລາວ, ມີປະທານກວດ ກາພັກ, ຮອງລັດຖະມົນຕີ, ຮອງຫົວ ໜ້າ ຫສນຍ, ບັນດາຄະນະກົມ ພ້ອມ ດ້ວຍສະມາຊິກພັກ-ພະນັກງານ ຈີນ ແຂວງເສສວນ, ນະຄອນຫລວງ ວຽງຈັນ ແລະ ຜູ້ປະກອບການ, ນັກ ທຸລະກິດລາວ-ຈີນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ສີລິລາດ ທົງສິນ ທອງເພັງ ໄດ້ໃຫ້ຮູ້ວ່າ: ກອງ ປະຊຸມໃນຄັ້ງນີ້, ເປັນຂີດໝາຍສໍາຄັນ ໃນການເຕົ້າໂຮມກໍາລັງແຮງ ເພື່ອ ຮ່ວມກັນຊຸກຍູ້ ແລະ ລົງເລິກການ ຮ່ວມມືພັດທະນາວຽກງານດ້ານ ພາກລັດ, ພາກເອກະຊົນ ກໍຄື ບັນດາ ນັກທຸລະກິດຂອງນະຄອນຫລວງ ວຽງຈັນ ແລະ ແຂວງເສສວນ ໄດ້ ມີໂອກາດພົບປະສ້າງສາຍພົວພັນ ອັນສະໜິດສະໜົມ ກໍຄື ການສ້າງຄູ່ ຮ່ວມຍຸດທະສາດດ້ານການສຶກສາ, ດ້ານເສດຖະກິດ-ການຄ້າ ຮ່ວມກັນ ເພື່ອປະກອບສ່ວນເຮັດໃຫ້ການພັດ ທະນາເສດຖະກິດ-ສັງຄົມຂອງ ສອງພັກສອງລັດ ໂດຍສະເພາະກໍ ແມ່ນນະຄອນຫລວງວຽງຈັນ ແລະ ແຂວງເສສວນ ໃຫ້ມີຄວາມເຂັ້ມ ແຂງ, ຍືນຍົງຕໍ່ໄປພ້ອມກັນແນໃສ່ ເຮັດໃຫ້ປະຊາຊົນຂອງສອງປະເທດ ໄດ້ມີການພັດທະນາໃນຮູບແບບທີ່ ທັນສະໄໝຂຶ້ນເປັນກ້າວໆ. ທ່ານ ສີລິລາດທົງສິນ ທອງເພັງ ໄດ້ໃຫ້ຮູ້ອີກວ່າ: ສຳລັບ ສປປ ລາວ ທັດສະນະໃນການພັດທະນານະ ຄອນຫລວງວຽງຈັນ ໃນໄລຍະໃໝ່ ແມ່ນສ້າງໃຫ້ເປັນຫົວໜ່ວຍຍຸດທະ ສາດໜຶ່ງທີ່ເຂັ້ມແຂງຂອງປະເທດ ເປັນສູນກາງທາງດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະ ນະທຳ-ສັງຄົມ, ການສຶກສາ, ຄວາມ ອັດສະລິຍະວິທະຍາສາດ-ເຕັກໂນ ໂລຊີ ແລະ ການເຊື່ອມໂຍງກັບພາກ ພື້ນ-ສາກົນ, ສ້າງ 9 ຕົວເມືອງ ໃນ ນະຄອນຫລວງວຽງຈັນ ໃຫ້ເຂັ້ມ ແຂງຮອບດ້ານ ແລະ ສ້າງທຸກບ້ານ ໃຫ້ເປັນບ້ານພັດທະນາ. ພ້ອມນີ້, ນະຄອນຫລວງວຽງ ຈັນ ໄດ້ສ້າງທຸກເງື່ອນໄຂທີ່ເອື້ອ ອຳນວຍ ແລະ ເປີດໃຫ້ນັກລົງທຶນ ທີ່ເປັນບຸກຄົນ ຫລື ນິຕິບຸກຄົນຕ່າງ ປະເທດ ສາມາດລົງທຶນເຂົ້າໃນ ປະເພດກິດຈະການຕ່າງໆເພີ່ມຂຶ້ນ ໂດຍສະເພາະແມ່ນທຸລະກິດທີ່ໄດ້ ສະຫງວນໄວ້ສຳລັບພົນລະເມືອງ ລາວ ເຊິ່ງແຕ່ກ່ອນບໍ່ອະນຸຍາດໃຫ້ນັກ ລົງທຶນຕ່າງປະເທດເຮັດໄດ້, ປັດຈຸບັນ ບຸກຄົນ ຫລື ນິຕິບຸກຄົນຕ່າງປະເທດ ສາມາດລົງທຶນໄດ້ແຕ່ຕ້ອງປະຕິບັດ ໃຫ້ສອດຄ່ອງກັບເງື່ອນໄຂສະເພາະ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງເຊັ່ນ: ທຸລະກິດ ການຄ້າຂາຍຍົກ-ຂາຍຍ່ອຍ; ສູນ ການຄ້າ, ຮ້ານສັບພະສິນຄ້າ ແລະ ອຸດສາຫະກຳປຸງແຕ່ງ; ການຜະລິດ ຢາປົວພະຍາດ, ຜະລິດເຄມີ ເພື່ອ ໃຊ້ປຸງແຕ່ງຢາ ແລະ ຜະລິດຕະພັນ ການຢາຈາກພືດ, ທຶນຈົດທະບຽນ ວິສາຫະກິດແຕ່ 1 ຕື້ກີບຂຶ້ນໄປສາ ມາດຖືຮຸ້ນໄດ້ 49%. ນອກຈາກນັ້ນ, ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມ ການສົ່ງອອກຢ່າງແຂງແຮງຂອງ ຂະແໜງອຸດສາຫະກຳ ແລະ ການ ຄ້າຍັງໄດ້ປັບປຸງຂອດການບໍລິການ ໃຫ້ກະທັດຮັດວ່ອງໄວເປັນຕົ້ນແມ່ນ ການນຳເຂົ້າ-ສົ່ງອອກ, ການຄ້າຊາຍ ແດນ ແລະ ຜ່ານແດນຕ່າງໆ. ຂ່າວ: ທະນູທອງ; ພາບ: ຂັນໄຊ ພາຍໃນ ຫສນຍ ແລະ ອົງການກາ ແດງແຫ່ງຊາດລາວ ເຂົ້າຮ່ວມ. ທ່ານ ນາງ ບຸນໜັກ ດາລາງາແກ້ວ ປະທານກວດກາພັກ, ຮອງລັດຖະ ມົນຕີ, ຮອງຫົວໜ້າ ຫສນຍໄດ້ເຜີຍ ແຜ່ເອກະສານບົດສະຫລຸບ-ຕີລາຄາ ການເຄື່ອນໄຫວວຽກງານກວດກາ ທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງຄະນະກວດກາສູນກາງພັກ; ລະບຽບການເກັບຮັກສາເອກະສານ ກ່ຽວກັບວຽກງານກວດກາຂອງ ອົງການກວດກາແຫ່ງລັດ ສະບັບ ເລກທີ 138/ອກຫລ, ລົງວັນ ທີ 9 ເມສາ 2024 ໂດຍໄດ້ຍົກໃຫ້ ເຫັນຜົນສໍາເລັດຫລາຍດ້ານໃນການ ຈັດຕັ້ງປະຕິບັດວຽກງານກວດກາ ທົ່ວປະເທດເປັນຕົ້ນວຽກຄົ້ນຄວ້າ ສ້າງ, ປັບປຸງ ແລະ ເຜີຍແຜ່ນິຕິກໍາ, ການຕິດຕາມກວດກາພັກ, ການ ກວດກາບໍລິຫານລັດ, ວຽກງານ ສະກັດກັ້ນ, ຕ້ານ ແລະ ສອບສວນ ການສໍ້ລາດບັງຫລວງ, ວຽກງານ ຕິດຕາມ, ຊຸກຍູ້ການແກ້ໄຂຜົນຂອງ ການກວດກາ, ການຄົ້ນຄວ້າພິຈາ ລະນາຄໍາຮ້ອງຄໍາສະເໜີ, ການພົວ ພັນຮ່ວມມືກັບຕ່າງປະເທດ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບໍາລຸງກໍ່ສ້າງພະນັກງານ, ພ້ອມທັງສະເໜີດ້ານອ່ອນ, ຂໍ້ຄົງ ຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ ໜ້າ ແລະ ທິດທາງແຜນການວຽກ ງານກວດກກາປະຈຳປີ 2025. ສຳລັບລະບຽບການເກັບຮັກສາ ເອກະສານກ່ຽວກັບການກວດກາ ກໍ ເພື່ອຮັບປະກັນໃຫ້ວຽກງານສໍາເນົາ ເອກະສານລວມສູນມີຄວາມຖືກ ຕ້ອງຕາມຂັ້ນຕອນ ແລະ ລະບຽບ ການ, ເປັນລະບົບລະບຽບ, ຄົບຊຸດ ໃນການເກັບຮັກສາ, ມີຄວາມປອດ ໄພ, ຮັກສາໄດ້ຄວາມລັບ ແລະ ມີວິ ທະຍາສາດ. ພ້ອມນີ້, ທ່ານ ຄໍາລາວັນ ຈັນທະ ລາວັນ ກໍໄດ້ເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ, ອົງການ ກວດກາແຫ່ງລັດ ແລະ ຫົວໜ້າອົງ ການຕ້ານການສໍ້ລາດບັງຫລວງຂັ້ນ ສູນກາງ ຕໍ່ກອງປະຊຸມວຽກງານ ກວດກາທົ່ວປະເທດ ປະຈໍາປີ 2024 ໂດຍໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ ຂອງຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນຕໍ່ ວຽກງານຕິດຕາມ-ກວດກາ, ສະກັດ ກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃນໄລຍະໜຶ່ງປີຜ່ານມາ, ຈຸດອ່ອນ, ຂໍ້ຄົງຄ້າງຫລາຍດ້ານທີ່ຕ້ອງໄດ້ສຸມ ໃສ່ແກ້ໄຂ ເຊິ່ງໃນຕໍ່ໜ້າຄະນະພັກ ທຸກຂັ້ນຕ້ອງເພີ່ມທະວີການນຳພາຊີ້ນຳເອົາໃຈໃສ່ຕໍ່ການຕິດຕາມກວດ ກາການຈັດຕັ້ງປະຕິບັດບັນດາຄາດ ໝາຍສູ້ຊົນມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກ, ມະຕິກອງປະຊຸມ ກອງປະຊຸມໃຫຍ່ຂອງຂັ້ນຕົນ, ສືບ ຕໍ່ຕິດຕາມ, ກວດກາການປະຕິບັດ ກົດລະບຽບຂອງພັກ ສະໄໝທີີ XI, ເພີ່ມທະວີການຕິດຕາມ-ກວດກາ ການຄຸ້ມຄອງບໍລິຫານລັດ; ສືບຕໍ່ ສຸມໃສ່ການເຄື່ອນໄຫວຕີຖອຍການ ສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດ ສ່ວນຕົວຂອງສະມາຊິກພັກ-ພະ ນັກງານ; ປັບປຸງກົງຈັກການຈັດ ]k;{wm sk]n dkoIj ;,,n ra fmtoklu ,n cI''ko ຂປລ. ກອງປະຊຸມພົບປະສອງ ຝ່າຍລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ແລະ ຄະນະກຳມາທິການ ແຮງງານວຸດທິສະພາ ແຫ່ງ ຣາ ຊະອານາຈັກໄທ ຈັດຂຶ້ນໃນວັນທີ 25 ເມສາ 2025 ເພື່ອປຶກສາຫາລື ວຽກງານການຮ່ວມມືພັດທະນາສີມື ແຮງງານ, ຝ່າຍລາວນຳໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະ ມົນຕີ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ແລະ ຝ່າຍໄທ ນຳໂດຍທ່ານ ວິຣັດ ຣັກພັນ ປະທານ ຄະນະກຳມາທິການແຮງງານວຸດທິ ສະພາ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ, ໄດ້ປຶກສາຫາລື ບາງບັນຫາສຳຄັນເປັນຕົ້ນການ ຮ່ວມມືດ້ານການພັດທະນາສີມືແຮງ ງານ ໂດຍຮ່ວມມືສ້າງຄວາມເຂັ້ມ ແຂງໃຫ້ແກ່ຄະນະກໍາມະການຮັບ ຜິດຊອບວຽກງານຮັບຮູ້ມາດຕະ ຖານສີມືແຮງງານເຊິ່ງກັນ ແລະ ກັນ, ໄດ້ສົມທຽບມາດຕະຖານສີມື ແຮງງານຂະແໜງກໍ່ສ້າງເຄຫາ ສະຖານສາຂາອາຊີບຊ່າງກໍ່ ແລະ ສາຂາອາຊີບຊ່າງໂບກ ພາຍໃຕ້ໂຄງ ການຮັບຮູ້ສີມືແຮງງານອາຊຽນ ລະຫວ່າງ ລາວ ແລະ ໄທ; ການ ຮ່ວມມືດ້ານການຈ້າງແຮງງານໃນ ໄລຍະປີ2022-2024 ເຊິ່ງມີຜູ້ອອກ ແຮງງານລາວເດີນທາງໄປເຮັດ ວຽກຢູ່ປະເທດໄທ ພາຍໃຕ້ລະບົບ (MOU) ຈໍານວນ 2 ແສນກວ່າຄົນ. ສໍາລັບປີ 2024 ກະຊວງແຮງງານ ໄດ້ຈັດສົ່ງແຮງງານລາວ ໄປເຮັດ ວຽກຢູ່ປະເທດໄທ ໂດຍສະເພາະ ໃນຂົງເຂດອຸດສາຫະກຳ, ຂົງເຂດ ກະສິກຳ ແລະ ການບໍລິການ 1 ແສນ ກວ່າຄົນ. ສຳລັບທິດທາງແຜນການຮ່ວມ ມືໃນຕໍ່ໜ້າ-ສະເໜີ ສອງຝ່າຍສືບຕໍ່ ສົມທົບຝ່າຍໄທ ເພື່ອຢັ້ງຢືນ ແລະ ຮັບຮອງຜົນການສົມທຽບມາດຕະ ຖານສີມືແຮງງານຂະແໜງກໍ່ສ້າງ ເຄຫາສະຖານສາຂາອາຊີບຊ່າງກໍ່ ແລະ ຊ່າງໂບກ ທີ່ໄດ້ດໍາເນີນການ ສົມທຽບສໍາເລັດໄລຍະຜ່ານມາ ແລະ ສືບຕໍ່ສົມທົບກັບກະຊວງແຮງງານ ແລະ ພາກສ່ວນກ່ຽວຂ້ອງຂອງໄທ ເພື່ອຈັດຕັ້ງປະຕິບັດໂຄງການຝຶກສີມື ແຮງງານໃນສາຂາ-ອາຊີບບໍລິການ ໃຫ້ແຮງງານລາວ ກ່ອນທີ່ຈະໄປ ເຮັດຢູ່ປະເທດໄທ, ພ້ອມນັ້ນ ຍັງສະ ເໜີຝ່າຍໄທ ຊ່ວຍຊຸກຍູ້ພາກສ່ວນ ທີ່ກ່ຽວຂ້ອງເພື່ອສືບຕໍ່ການປຶກສາ ຫາລື ແລະ ປັບປຸງເນື້ອໃນບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມື ດ້ານແຮງງານລະຫວ່າງລັດຖະບານ ລາວ ແລະ ລັດຖະບານໄທ ສະບັບ ເຊັນປີ 2016 ແລະ ຂໍ້ຕົກລົງວ່າ ດ້ວຍການຮ່ວມມືດ້ານການຈ້າງ ແຮງງານ ລາວ-ໄທ ສະບັບເຊັນປີ 2017 ໂດຍສະເພາະຈະໄດ້ລົງເລິກ ຄົ້ນຄວ້າບາງມາດຕາທີ່ເຫັນວ່າເນື້ອ ໃນບໍ່ສອດຄ່ອງກັບການຈັດຕັ້ງປະຕິ ບັດຕົວຈິງໃນສະພາບປັດຈຸບັນ, ສືບ ຕໍ່ປະສານສົມທົບສ້າງກົນໄກການ ປະສານງານ ແລະ ຮ່ວມມືເພື່ອຄົ້ນ ຄວ້າປຶກສາຫາລືຄວາມເປັນໄປໄດ້ ໃນການລົງເລິກຮ່ວມມືໃນແຕ່ລະ ດ້ານເຊັ່ນ: ດ້ານການພັດທະນາສີ ມືແຮງງານ, ດ້ານການຄຸ້ມຄອງ ແຮງງານ ແລະ ດ້ານປະກັນສັງຄົມ ລະຫວ່າງສອງປະເທດ ເພື່ອເປັນ ການຈັດຕັ້ງປະຕິບັດຜັນຂະຫຍາຍ ເນື້ອໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ລາວ-ໄທ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຕາມສະພາບເງື່ອນໄຂຂອງ ແຕ່ລະໄລຍະ, ລວມທັງສືບຕໍ່ການ ຈັດຕັ້ງປະຕິບັດໂຄງການກໍ່ສ້າງສູນ ພັດທະນາສັງຄົມມິດຕະພາບ ລາວໄທ ທີ່ສອງລັດຖະບານໄດ້ລົງນາມ ຮ່ວມກັນໃນປີ 2015 ແລະ ເພື່ອເປັນ ການຜັນຂະຫຍາຍເນື້ອໃນຜົນສໍາເລັດ ການພົບກັນຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄັ້ງວັນທີ20ກຸມພາ 2025 ຜ່ານມາ. ການສຶກສາ, ເສດຖະກິດ-ການຄ້າ ແບບຮອບດ້ານລະຫວ່າງສປປລາວ ແລະ ສປ ຈີນ ກໍຄື ນະຄອນຫລວງ ວຽງຈັນ ແລະ ແຂວງເສສວນ ເຊິ່ງ ມີເປົ້າໝາຍເພື່ອເພີ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືຮອບ ດ້ານໃນຂົງເຂດການສຶກສາ ແລະ ຂົງເຂດເສດຖະກິດ-ການຄ້າ ໃຫ້ໄດ້ ຮັບການຂະຫຍາຍຕົວເປັນແຕ່ລະ ໄລຍະ. ພ້ອມນີ້, ກອງປະຊຸມຍັງໄດ້ ພ້ອມກັນສົນທະນາ, ປຶກສາຫາລື, ແລກປ່ຽນບົດຮຽນຮ່ວມກັນ, ຖືເປັນ ອີກໂອກາດໜຶ່ງ ເພື່ອສ້າງເວທີໃຫ້ ຕັ້ງຄະນກວດກາແຕ່ລະຂັ້ນໃຫ້ໜັກ ແໜ້ນ, ເຂັ້ມແຂງ. ໃນນັ້ນ ຕ້ອງເອົາ ການຕິດຕາມ-ຊຸກຍູ້ກວດກາ ແລະ ຕີລາຄາຕໍ່ການເຄື່ອນໄຫວປະຕິບັດ ບັນດາຫລັກການການຈັດຕັ້ງເຄື່ອນ ໄຫວອັນເປັນພື້ນຖານຂອງພັກ, ກົດໝາຍຂອງລັດ, ຄວາມຮັບຜິດ ຊອບການເມືອງ ແລະ ແບບແຜນ ການນໍາພາ ກໍຄື ຄຸນທາດການເມືອງ ຂອງພະນັກງານສະມາຊິກພັກ ເປັນ ໜ້າທີ່ອັນສໍາຄັນພື້ນຖານ; ຖືການ ແກ້ໄຂຕີຖອຍ ແລະ ສະກັດກັ້ນບັນດາ ປະກົດການຫຍໍ້ທໍ້ພາຍໃນການຈັດຕັ້ງ ແລະ ຖັນແຖວພະນັກງານ-ສະມາຊິກ ພັກຢູ່ທຸກຂົງເຂດວຽກງານແລະ ທຸກ ຂັ້ນເປັນວາລະສໍາຄັນທົ່ວພັກ ແລະ ລະບົບການເມືອງທັງເປັນໜຶ່ງໃນ ບັນດາເປົ້າໝາຍສໍາຄັນໂດຍກົງຂອງ ວຽກງານກວດກາ. ໃນຕອນທ້າຍ, ທ່ານປະທານ ກອງປະຊຸມໄດ້ສັງຮວມ ແລະ ເນັ້ນ ຄືນກ່ຽວກັບຄວາມສຳຄັນຂອງເອ ກະສານຕ່າງໆ ທີ່ໄດ້ນຳມາເຜີຍແຜ່ ເຊື່ອມຊຶມໃຫ້ສະມາຊິກພັກ-ພະນັກ ງານທົ່ວ ຫສນຍ ມີຄວາມຮັບຮູ້ ເຂົ້າໃຈ, ຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດຢ່າງຖືກຕ້ອງ ແລະ ເປັນ ເອກະພາບ. ພ້ອມທັງໄດ້ຊີ້ນຳໃຫ້ສະ ມາຊິກພັກ-ພະນັກງານ ຫສນຍ ເພີ່ມ ທະວີຍົກສູງທັດສະນະຫລັກໝັ້ນຄຸນ ທາດການເມືອງ, ຍຶດໝັ້ນຕໍ່ອຸດົມການ ຂອງພັກ, ມີຄວາມຊືີ່ສັດບໍລິສຸດ, ມີ ນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນ ຢ່າງຈິງໃຈ; ເຈົ້າໜ້າທີ່ກວດກາຕ້ອງ ເອົາໃຈໃສ່ໃນການຕິດຕາມກວດກາ, ສະມາຊິກພັກ-ພະນັກງານຕ້ອງປະ ຕິບັດວຽກງານໃຫ້ສອດຄ່ອງກັບ ກົດໝາຍ, ລະບຽບການຢ່າງເຂັ້ມ ງວດ ແລະ ຮັບປະກັນຄວາມໂປ່ງ ໃສ, ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງໄປໃນ ທາງທີ່ບໍ່ຖືກຕ້ອງ. ຂ່າວ-ພາບ: ກົມປະຊາສໍາພັນ ຫລານດ້ານ ໂດຍປີ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະພັກ ຂັ້ນເທິງວາງອອກ. ໃນນີ້, ໄດ້ຫັນ ລົງກໍ່ສ້າງຮາກຖານການເມືອງຢູ່ ບັນດາຂອບເຂດກົມກອງຕັ້ງທັບ ພົວພັນກັບອຳນາດການປົກຄອງ ທ້ອງຖິ່ນ ແລະ ບ້ານປະຊາຊົນ, ບົນ ພື້ນຖານປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບວຽກງານ 3 ສ້າງ, ຈັດຕັ້ງລະບອບປະຈຳການ 3 ຂັ້ນ ຕະຫລອດ 24 ຊົ່ວໂມງ ຢ່າງເຂັ້ມງວດເຮັດໃຫ້ສະພາບໃນ ຂອບເຂດຮັບຜິດຊອບມີຄວາມສະ ຫງົບປອດໄພ 100%. ພ້ອມນີ້, ໄດ້ ຖືວຽກງານສຶກສາອົບຮົມ-ການ ເມືອງແນວຄິດໃຫ້ພະນັກງານສະ ມາຊິກພັກ-ນັກຮົບເປັນວຽກສໍາ ຄັນສອດຫ້ອຍເຂົ້າໃນທຸກຂົງເຂດ ວຽກງານຂອງກົມກອງ ຕິດພັນ ກັບການສ້າງຂະບວນການຕ່າງໆ ຢ່າງມີບັນຍາກາດຟົດຟື້ນ ແລະ ເອົາ ໃຈໃສ່ປັບປຸງລະບຽບແບບແຜນ ປະຕິບັດຕາມຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ກໍຄື ຂອງ ໂຮງຮຽນວາງອອກ, ປະຕິບັດໂຄງ ການຫລັກສູດການຮຽນ-ການ ສອນ, ອົບຮົມ-ຫັດແອບ ຖືກຕ້ອງ ຕາມກຳນົດເວລາ ແລະ ວຽກງານ ປີ່ນອ້ອມອື່ນຂອງກົມກອງກໍມີຜົນ ສຳເລັດເປັນຢ່າງສູງ. ໃນກອງປະ ຊຸມຄະນະພັກແຕ່ລະສະຫາຍກໍໄດ້ ພ້ອມກັນປະກອບຄຳເຫັນໃສ່ບົດສະ ຫລຸບຢ່າງມີເນື້ອໃນເລິກເຊິ່ງເພື່ອ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ໃນຕໍ່ໜ້າ. ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ຮຽກຮ້ອງ ໃຫ້ຄະນະພັກໂຮງຮຽນ ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ນັກ ຮົບເຊື່ອມຊຶມກຳແໜ້ນຕໍ່ແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງ ລັດ; ປະຕິບັດຄຳແນະນຳ ແລະ ຄຳ ສັ່ງຂອງຄະນະພັກຊວງປ້ອງກັນປະ ເທດ ກໍຄື ທິດຊີ້ນຳຂອງຄະນະພັກ ໂຮງຮຽນໃຫ້ຖືກຕ້ອງ ແລະ ເປັນ ເອກະພາບ; ຍົກສູງບົດບາດການ ນຳພາຂອງພັກ ເຂົ້າໃນທຸກຄົງ ເຂດວຽກງານບົນພື້ນຖານລວມ ສູນປະຊາທິປະໄຕ, ນຳພາເປັນໝູ່ ຄະນະ, ແບ່ງຄວາມຮັບຜິດຊອບ ຢ່າງລະອຽດຈະແຈ້ງ; ກໍ່ສ້າງໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ, ສ້າງກົມກອງວັດທະນະ ທຳ-ນັກຮົບວັດທະນະທຳ; ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຕາມ 5 ຫລັກການ 3 ທິດນຳກໍ່ສ້າງ ແລະ ປັບປຸງພັກ; ພະນັກງານ, ສະມາຊິກ ພັກ, ນັກຮົບທຸກສະຫາຍຕ້ອງເຊີດ ຊູນ້ຳໃຈຄວາມຮັບຜິດຊອບຍົກສູງ ຄຸນນະພາບໃນການຈັດຕັ້ງປະຕິບັດ ເຮັດສຳເລັດໜ້າທີ່ການເມືອງຂອງ ຕົນ, ຮັກສາແໜ້ນຄວາມສາມັກຄີ, ປະຕິບັດຂໍ້ກຳນົດກົດລະບຽບຕ່າງໆ ແລະ ເຂົ້າຮ່ວມທຸກຂະບວນການໃຫ້ ຟົດຟື້ນ, ພ້ອມກັນນຳເອົາແຜນການ ໃນຕໍ່ໜ້າໄປຈັດຕັ້ງປະຕິບັດໃຫ້ເປັນ ຮູບປະທຳຕົວຈິງ. ຂ່າວ: ໂອລິນ ມິ່ງມີໄຊ ກຳລັງແຮງກາຍ, ແຮງໃຈ, ເຮັດ ໃຫ້ກ້ອນກຳລັງກອງທັບປະຊາຊົນ ລາວຮັບປະກັນຄວາມພ້ອມໃນການ ເຂົ້າຮ່ວມສວນສະໜາມເນື່ອງໃນ ວັນໄຊຊະນະສົງຄາມປ້ອງກັນປິຕຸ ພູມ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ທີ່ນະຄອນຫລວງ ມົດສະກູສ ຣັດເຊຍ ໃຫ້ມີຄຸນນະພາບ ແລະ ໄດ້ຮັບໝາກຜົນສູງ. ໃນວັນທີ 27 ເມສາ 2025 ກ້ອນ ກຳລັງສວນສະໜາມຂອງກອງທັບ ປະຊາຊົນລາວ ໄດ້ເຂົ້າຮ່ວມຫັດ ແອບປະສານກັບກ້ອນກຳລັງຂອງ ບັນດາປະເທດທີ່ເຂົ້າຮ່ວມເປັນຄັ້ງ ທຳອິດຢູ່ທີ່ສະໜາມຫັດແອບ”ອາ ລາບິນໂນ” ເພື່ອກະກຽມ ແລະ ຮັບ ປະກັນໃຫ້ການເຂົ້າຮ່ວມພິທີສວນ ສະໜາມດັ່ງກ່າວ.
RkJQdWJsaXNoZXIy MTc3MTYxMQ==