s;o7n o,6 og-N v;a oxq fxj vprkd.8h s;Pfok, xtgmf]k; 3 30/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີົີ ໂດຍ: ແສງສະຫວັນັນ *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ s;o7n o,6 og-N v;a ode,tdvolkdq o 7q [Iv[ 139 xu (ເນ່ືອງໃນໂອກາດວັນກຳມະກອນສາກົນຄົບຮອບ 139 ປີ 1 ພຶດສະພາ 1886-1 ພຶດສະພາ 2025)່ືັົົີຶຶ ຕໍ່ໜ້າສະພາບການຄືແນວນັ້ນ, ວັນທີ 14 ກໍລະກົດ 1889 ກອງປະ ຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫລວງປາຣີ (ປະເທດຝຣັ່ງ), ມີຜູ້ແທນເຂົ້າຮ່ວມ ກອງປະຊຸມທັງໝົດ 393 ຄົນ ຊຶ່ງ ແມ່ນຜູ້ແທນມາຈາກ 22 ປະເທດ ເອີຮົບ, ອາເມລິກາ ແລະ ອາກຊັງ ຕິນ, ທີ່ປະຊຸມໄດ້ຜ່ານໂຄງການດຳ ເນີນງານສຳຄັນຄື: ຊົນຊັ້ນກຳມະ ກອນ ສາມັກຄີຕໍ່ສູ້ ແມ່ນເພື່ອທວງ ເອົາສິດ ແລະ ຜົນປະໂຫຍດຂອງ ຕົນຢູ່ບັນດາປະເທດທຶນນິຍົມ ແລະ ຣັດເຊຍ ໂດຍໂຄ່ນລົ້ມລະບອບນາຍ ທຶນ ເພື່ອປະຕິບັດຄຳຂວັນ “ ມື້ໜຶ່ງ ເຮັດວຽກ 8 ຊົ່ວໂມງ ແລະ ກຳນົດ ເອົາວັນທີ 1/5/1886 ເປັນວັນກຳ ມະກອນສາກົນ”. ນັບແຕ່ນັ້ນມາ “ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ ຂອງ ຊົນຊັ້ນກຳມະກອນ, ເປັນວັນລະ ນຶກເຖິງມູນເຊື້ອສາມັກຄີຕໍ່ສູ້ຂອງ ຊົນຊັ້ນກຳມະກອນ ແລະ ຊາວຜູ້ ອອກແຮງງານ ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດຂອງຕົນ; ປົກ ປັກຮັກສາສັນຕິພາບໃນທົ່ວໂລກ”. ນັບແຕ່ມື້ມີວັນກຳມະກອນສາ ກົນເປັນຕົ້ນມາ, ຂະບວນການຕໍ່ສູ້ ຂອງຊົນຊັ້ນກຳມະກອນ ແລະ ຊາວ ຜູ້ອອກແຮງງານໃນບັນດາປະເທດ ນາຍທຶນແລະຫົວເມືອງຂຶ້ນໄດ້ກາຍ ເປັນກະແສຟອງຢ່າງຟົດເດືອດ ເປັນຕົ້ນແມ່ນພາຍຫລັງການປະຕິ ວັດເດືອນຕຸລາ ຣັດເຊຍ ສຳເລັດຜົນ ແລະ ພາຍຫລັງການກຳເນີດ “ສະ ພາແຮງງານສາກົນ”ຂະບວນ ການ ກຳມະບານໄດ້ກຳເນີດຂຶ້ນ ແລະ ໄດ້ ຂະຫຍາຍຕົວຮອດພາກພື້ນອາຊີ ແລະອາເມລິກາ.ຫລັງສົງຄາມໂລກ ຄັ້ງທີ II, ຂະບວນການກຳມະບານ ກໍໄດ້ແຜ່ລາມໄປຮອດອາຟຣິກກາ ແລະ ການຕໍ່ສູ້ນັບມື້ນັບມີຫລາຍຮູບ ພວກນາຍທຶນຕໍ່ສູ້ ເພື່ອທວງໃຫ້ ສ້າງພື້ນຖານເສດຖະກິດແບບກຸ້ມ ຕົນເອງ, ຕ້ານການເປັນລູກໜີ້ຂອງ ຕ່າງປະເທດ, ຕ້ານອັນທີ່ເອີ້ນວ່າ “ເຂດແລກປ່ຽນແບບເສລີ” ແລະ “ເຂດມີນະໂຍບາຍຕໍ່ສິນຄ້າຂາ ອອກ”. ຊົນຊັ້ນກຳມະກອນ ແລະ ກຳມະບານຢູ່ຫລາຍປະເທດກຳລັງ ພັດທະນາ ໄດ້ຮ່ວມກັນກັບບັນດາ ອົງການຈັດຕັ້ງທີ່ກ້າວໜ້າອື່ນໆ ນຳພາປະຊາຊາດຂອງຕົນໄປຕາມ ເສັ້ນທາງຂະຫຍາຍຕົວຂອງສັງຄົມ ນິຍົມ. ໃນສະຖານະການໃໝ່, ບັນ ດາປະເທດພັດທະນາໃນໂລກໄດ້ໃຫ້ ຄວາມສຳຄັນຕໍ່ກັບຊົນຊັ້ນກຳມະ ກອນ, ໃຫ້ສິດກຳມະກອນມີຫຸ້ນ ໃນການລົງທຶນທຳການຜະລິດຢູ່ ອອກແຮງງານ, ຊົນຊັ້ນກຳມະກອນ ໄດ້ກາຍເປັນກຳລັງແຮງໃນການ ສ້າງ ແລະ ນຳໃຊ້ຜົນຳສເລັດເຕັກ ໂນໂລຊີທີ່ທັນສະໄໝເຂົ້າສູ່ການ ຜະລິດ. ຕະຫລອດໄລຍະຜ່ານມາ, ພາ ລະກໍາປະຫວັດສາດ ຂອງຊົນຊັ້ນ ກໍາມະກອນສາກົນ ໄດ້ຊີ້ໃຫ້ພວກ ເຮົາເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນ ກໍາມະກອນແມ່ນຊົນຊັ້ນ ທີ່ນໍາໜ້າ ຂອງຍຸກສະໄໝ ຕິດພັນກັບພື້ນຖານ ການຜະລິດ, ມີລະບຽບວິໄນ, ເປັນ ຜູ້ມີຫົວຄິດປະດິດສ້າງ, ມີຄວາມ ສາມາດພຽງພໍທີ່ຈະລຶບລ້າງ ລະ ບອບການພົວພັນສັງຄົມແບບກົດຂີ່ ແລະ ສ້າງສັງຄົມໃໝ່ທີ່ກ້າວໜ້າ ສີວິໄລ ແລະ ຍຸຕິທໍາ ພາຍໃຕ້ການ ນໍາພາ ຂອງ ພັກກອມມູນິດ. ປີ 1930 ພັກກອມມູນິດອິນດູ ຈີນ ໄດ້ຮັບການສ້າງຕັ້ງຂຶ້ນໂດຍ ແມ່ນປະທານ ໂຮ່ຈີ່ມິງ, ພັກໄດ້ ວາງແນວທາງອັນຖືກຕ້ອງ ເພື່ອນໍາ ພາຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານພວກລ່າເມືອງຂຶ້ນ, ພາຍຫລັງ ມີພັກນຳພາຂະບວນການ ຕໍ່ສູ້ຂອງ ປະຊາຊົນ, ຊົນຊັ້ນກໍາມະກອນ, ຜູ້ ອອກແຮງງານ 3 ຊາດອິນດູຈີນ ໄດ້ມີຄຸນນະພາບໃໝ່ ສາມາດຍາດ ໄດ້ໄຊຊະນະເປັນກ້າວໆມາ. ຜົນ ງານອັນພົ້ນເດັ່ນໃນໄລຍະນັ້ນ ແມ່ນ ຂະບວນການລຸກຮືຂຶ້ນຢຶດອຳນາດ ການປົກຄອງໃນທົ່ວປະເທດ, ໄດ້ ມີຂະບວນການກຳມະກອນໄຟຟ້າ ລາວ ເປີດສາກນຳໜ້າພາທາງໃຫ້ ຂະບວນການກຳມະກອນຢູ່ແຫ່ງ ອື່ນໆ ລຸກຂຶ້ນຕໍ່ສູ້ພ້ອມກັບການຕໍ່ສູ້ ຂອງປະຊາຊົນລາວ ບັນດາເຜົ່າໃນ ທົ່ວປະເທດ, ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສ ຂອງພັກ ປະຊາຊົນລາວ, ສາມາດໂຄ້ນລົ້ມ ລັດ ທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໄດ້ຢ່າງສິ້ນເຊີງ, ສ້າງຕັ້ງ ລະບອບ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາປີ 1975 ຊຶ່ງເປັນບາດ ລ້ຽວປະຫວັດສາດອັນສຳຄັນຂອງ ຊາດລາວເຮົາ. ຫລາຍສີ ເປັນຕົ້ນ ຂະບວນການຕໍ່ສູ້ ຕ້ານທຸກຮູບການກົດຂີ່ຂູດຮີດຂອງ ບັນດາບໍລິສັດ “ກວມໂລກ” ຂອງ ຫົວໜ່ວຍແຮງງານຕ່າງໆ, ໄດ້ເອົາ ໃຈໃສ່ທາງດ້ານສະຫວັດດີການ ສັງຄົມ, ການປ້ອງກັນສຸຂະພາບ ແລະ ຄວາມປອດໄພ ໃນສະຖານທີ່ ພາບປະກອບ ພາບປະກອບ ພາບປະກອບ * ມື້ນີ້ວັນທີ 30 ເມສາ ເປັນວັນ ທີ່ມີຄວາມໝາຍຄວາມສຳຄັນຍິ່ງ ຂອງປະເທດຫວຽດນາມ ເພາະ ເປັນວັນແຫ່ງໄຊຊະນະ, ວັນແຫ່ງ ການທັບມ້າງອຳນາດການປົກ ຄອງທີ່ເປ່ືອຍເຍື່ອຍຂອງພວກລ່າ ເມືອງຂຶ້ນ, ເປັນວັນທີ່ປະເທດ ຫວຽດນາມ ມີຄວາມເປັນເອກະ ລາດຢ່າງສົມບູນຈົນເທົ່າທຸກວັນນີ້ ຊຶ່ງປີນີ້ກໍຄົບຮອບ 50 ປີ (30/4/ 1975-30/4/2025). ສະນັ້ນ ມື້ ນີ້ຂໍຫວນຄືນມູນເຊື້ອການຕໍ່ສູ້ອັນ ພິລະອາຫານ, ເຫດການສຳຄັນ ໃນ ທ້າຍສະຕະວັດທີ 19 ຫາ ຕົ້ນສະຕະ ວັດທີ 20 ລັດທິລ່າເມືອງຂຶ້ນແບບ ເກົ່າ ໄດ້ເຂົ້າມາຮຸກຮານຢຶດເອົາ 3 ຊາດອິນດູຈີນ ກາຍເປັນອານານິ ຄົມ, ແຕ່ພາຍໃຕ້ການນຳພາຂອງພັກ ກອມມູນິດອິນດູຈີນ ແລະ ປະທານ ໂຮ່ຈີ່ມິງ, ປະຊາຊົນຫວຽດນາມ ໄດ້ລຸກຂຶ້ນຕໍ່ສູ້ຈົນຮອດເດືອນ 8/ 1945 ໄດ້ລຸກຮືຂຶ້ນຢຶດອຳນາດ ແລະ ປະກາດເອກະລາດວັນທີ 2/ 9/1945, ແຕ່ວ່າ ປີ 1946 ຈັກກະ ພັດລ່າເມືອງຂຶ້ນແບບເກົ່າຊ້ຳພັດ ກັບຄືນມາຮຸກຮານຫວຽດນາມ ຄັ້ງ ທີ 2. ປະຊາຊົນຫວຽດນາມ ໄດ້ສືບ ຕໍ່ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຈົນຮອດວັນທີ 7/5/1954 ສາມາດ ຮັບໄຊຊະນະທັບມ້າງຖານທັບດຽນ ບຽນຟູຂອງພວກລ່າເມືອງຂຶ້ນ ແບບເກົ່ານຳໄປສູ່ການເຊັນສັນຍາ ເຊີແນວກ່ຽວກັບອິນດູຈີນ 20/7/ 1954, ແຕ່ນໍ້າມຶກບໍ່ທັນແຫ້ງ, ຈັກ ກະພັດລ່າເມືອງຂຶ້ນແບບໃໝ່ ໄດ້ ເຂົ້າມາຮຸກຮານເທື່ອໃໝ່ຍິ່ງຮ້າຍ ກາດກວ່າເກົ່າເພາະມີກຳລັງທະ ຫານ, ພາຫະນະສົງຄາມທັນສະ ໄໝ, ໄດ້ຕັ້ງຖານທັບຫລາຍແຫ່ງ ເພື່ອຮຸກຮານອິນດູຈີນ. ຍຸດທະສາດ ແລະ ກົນອຸບາຍ ຂອງຈັກກະພັດລ່າເມືອງຂຶ້ນແບບ ໃໝ່ຕໍ່ຫວຽດນາມ ໄດ້ແບ່ງເປັນ 2 ພາກນັບແຕ່ເສັ້ນຂະໜານທີ17ລົງ ໄປພາກໃຕ້ຢູ່ເຂດຄວບຄຸມຊົ່ວຄາວ ຂອງອາເມລິກາ ແລະ ພວກຫຸ່ນ. ກວດເອົາປະຊາຊົນໄປຄ້າຍອົບພະ ຍົບຢູ່ພາກໃຕ້, ຍາດເອົາປະຊາຊົນ ໄປຮັບໃຊ້ພວກເຂົາ, ດຳເນີນສົງ ຄາມແຕ່ຝ່າຍດຽວ ຂ້າປະຊາຊົນ ຫວຽດນາມກວ່າ8ໝື່ນຄົນ, ຈັບກຸມ ຜູ້ຮັກຊາດກວ່າ 5 ແສນຄົນ. ຕະ ຫລອດ 21 ປີ ທີ່ຄອບຄອງພາກໃຕ້ ຫວຽດນາມ, ອາເມລິກາ ໄດ້ລົງທຶນ ຫລາຍທີ່ສຸດໃຫ້ແກ່ລັດທິຕ້ານກອມ ມູນິດນັບທັງພື້ນຖານວັດຖຸ,ເງິນຄຳ, ອາວຸດຍຸດທະພັນ ແລະ ເລ່ຫລ່ຽມ ດ້ານວັດທະນະທຳ ແນວຄິດທີ່ໂຫດ ຫ້ຽມ ແລະ ປະຕິການສຸດຂີດ, ພວກ ເຂົາໄດ້ດຳເນີນສົງຄາມດ້ວຍຫລາຍ ຮູບແບບນັບແຕ່ສົງຄາມຕ້ານກັບ ປະຊາຊົນ, ສົງຄາມພາກສ່ວນ, ສົງ ຄາມພິເສດ, ສົງຄາມເຢັນຂອງ ຫວຽດນາມ, ສົງຄາມທາງອາກາດ ທຳລາຍ ພາກເໜືອຫວຽດນາມ, ສາມາດເວົ້າໄດ້ວ່າ: ສົງຄາມຈັກກະ ພັດລ່າເມືອງແບບໃໝ່ ທຳລາຍ ຫວຽດນາມ ແມ່ນສົງຄາມລ້າງ ຜານທີ່ບໍ່ເຄີຍມີມາຕະຫລອດເຄິ່ງ ທ້າຍສະຕະວັດທີ 20, ແມ່ນສົງ ຄາມເຂັ່ນຂ້າດ້ວຍລະເບີດ, ລູກປືນ, ຍົນຍຸດທະສາດ ທີ່ທັນສະໄໝທີ່ ສາມາດຖິ້ມລະເບີດ, ລູກບົ່ມທາດ ເຄມີລົງລ້າງຜານນັບທັງຄົນ ແລະ ສັດຕະຫລອດຮອດພຶກສາຊາດກໍ່ ຖືກທຳລາຍກ້ຽງ. ເຖິງຢ່າງໃດກໍ່ຕາມດ້ວຍນ້ຳໃຈ ຮັກຊາດອັນແຮງກ້າ, ຄຽດແຄ້ນຈັກ ກະພັດຢ່າງເລິກເຊິ່ງຂອງປະຊາຊົນ ຫວຽດນາມ ຜູ້ພິລະອາດຫານ ໂດຍ ສືບຕໍ່ມູນເຊື້ອວິລະຊົນແຫ່ງການ ສ້າງສາ ແລະ ປົກປັກຮັກສາປະເທດ ຊາດມານານ 4 ພັນປີ, ປະຊາຊົນ ຫວຽດນາມ ພາຍໃຕ້ການນຳພາ ຂອງພັກກອມມູນິດຫວຽດນາມ ໄດ້ ລຸກຂຶ້ນຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າ ເມືອງແບບໃໝ່ແລະ ລູກມື 20 ກວ່າ ປີຢ່າງໝັ້ນໜຽວ ເພື່ອກອບກູ້ເອົາ ເອກະລາດ, ອິດສະລະພາບມາໃຫ້ ປະເທດຊາດຕົນຕາມຄຳສັ່ງສອນ ຂອງພັກຂອງປະທານໂຮ່ຈີ່ມິງທີ່ ວ່າ“ບໍ່ມີຫຍັງປະເສີດເລີດລ້ຳກວ່າ ເອກະລາດ ແລະ ເສລີພາບ”. ນັບແຕ່ກາງເດືອນ3ປີ1975ໃນ ທຸກສະໜາມຮົບຢູ່ພາກໃຕ້ຫວຽດ ນາມກອງທັບແລະປະຊາຊົນຫວຽດ ນາມ ໄດ້ເປີດສະໜາມຮົບພາບ ດຽວໃນຂະໜາດໃຫຍ່ແບບນ້ຳຕົກ ຕາດ. ບັ້ນຮົບປົດປ່ອຍໄຕງວຽນ ແລະ 10 ແຂວງພາກກາງ ນັບແຕ່ 4/3-3/4ປີ1975ສຳເລັດ. ບັ້ນຮົບ ປົດປ່ອຍເຫັວ-ດານັງ ແຕ່ວັນທີ 8-20/3/1975 ປົດປ່ອຍ 3 ແຂວງ ແນວໜ້າຂອງສັດຕູ. ບັ້ນຮົບໂຮ່ຈີ່ ມິງ ຊຶ່ງເປັນບັ້ນຮົບທີ່ດຸເດືອດ, ຂ້ຽວ ຂາດ, ໃຊ້ກຳລັງທະຫານ ແລະ ອາວຸດຍຸດໂທປະກອບສົງຄາມທີ່ ທັນສະໄໝ, ເປັນບັ້ນຮົບຂັ້ນສຸດທ້າຍ ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ບຸກໂຈມຕີເຂົ້າໃສ່ຈຸດ ສູນກາງກອງບັນຊາການທະຫານ ຫຸ່ນໄຊງ່ອນ. ໃນບ້ັ້ນຮົບດັ່ງກ່າວສາ ມາດດັບສູນສັດຕູໄດ້, ທຸກໆເຫລົ່າ ທະຫານຂອງສັດຕູກໍລ້ວນແຕ່ຖືກ ດັບສູນ, ທຳລາຍ ແລະ ຢຶດໄດ້ອາ ວຸດ, ພາຫະນະສົງຄາມ, ຖານທັບ ການທະຫານທັງໝົດ, ກົງຈັກການ ປົກຄອງຫຸ່ນອັນໃຫຍ່ໂຕ ແລະ ໂຫດ ຮ້າຍຂອງຈັກກະພັດລ່າເມືອງຂຶ້ນ, ທີ່ຕ້ັງ, ສຳນັກງານອົງການປົກ ຄອງຫຸ່ນ ແລະ ອື່ນໆຂອງສັດຕູກໍ ລ້ວນແຕ່ຖືກລຶບລ້າງໃຫ້ກ້ຽງ. ສະໜາມຮົບໂຮ່ຈີ່ມິງ ໄດ້ຮັບໄຊ ຊະນະສົມບູນ, ເປັນວັນເວລາປະ ຫວັດສາດແຫ່ງການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນ ຂອງ ກອງທັບ ແລະ ປະຊາຊົນຫວຽດ ນາມ, ແມ່ນການສູ້ຮົບຢ່າງພິລະ ອາດຫານ ເປັນໄຊຊະນະອັນຍິ່ງ ໃຫຍ່, ໄຊຊະນະດັ່ງກ່າວແມ່ນການ ທັບມ້າງກົງຈັກການທະຫານອັນ ໃຫຍ່ໂຕເຂັ້ມແຂງ, ທັນສະໄໝກວ່າ ໝູ່ໝົດຢູ່ທະວີບອາຊີອາຄະເນໄດ້ ຢ່າງສົມບູນ, ໄຊຊະນະລະດູບານໃໝ່ ປີ 1975 ຢູ່, ພາກໃຕ້ຫວຽດນາມ ແມ່ນໄຊຊະນະລວມແຫ່ງກ້ອນກຳ ລັງສາມັກຄີພິເສດ, ຮ່ວມສຳພັນສູ້ ຮົບລະຫວ່າງຫວຽດນາມ, ລາວ, ກຳປູເຈຍ ສາມອ້າຍນ້ອງແມ່ນສະ ໜາມຮົບຢູ່ບົນດິນແດນແຫລມ ອິນດູຈີນອັນດຽວກັນ, ຕ້ານສັດຕູ ຜູ້ຮຸກຮານໂຕດຽວກັນແມ່ນປັດໄຈ ທ່າແຮງຊຸກດັນໄຊຊະນະເຊິ່ງກັນ ແລະກັນ, ເປັນການໄຂສັງກາດໃຫ້ ຫວຽດນາມ ມີສັນຕິພາບ, ເອກະ ພາບ ແລະ ກ້າວຂຶ້ນສັງຄົມນິຍົມ, ດຳເນີນການປ່ຽນແປງໃໝ່, ຫັນ ເປັນອຸດສາຫະກຳທັນສະໄໝຂຶ້ນໄປ ເລື້ອຍໆຈົນເທົ່າທຸກວັນນີ້.
RkJQdWJsaXNoZXIy MTc3MTYxMQ==