08 xtgmf]k; gsfdko{dkora fmtok 29/04/2025 ຢູ່ສູນວາງສະແດງທ່າກຳປັ່ນ ລົດໄຟສາກົນເສີນຕູ, ຂະບວນ ລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ ແບບ rFBl tiNF. ນັບແຕ່ປີນີ້ເປັນ ຕົ້ນມາ, ຂະບວນລົດໄຟສາກົນເສີນ ຕູ ໄດ້ສືບຕໍ່ຂະຫຍາຍຂີດຄວາມ ສາມາດການເຂົ້າເຖິງເຄືອຂ່າຍ ຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນ ນັ້ນ, ມີປະລິມານການຂົນສົ່ງສິນຄ້າ ຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ ໄລຍະດຽວກັນ; ຈຳນວນຂະບວນ ລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອ ທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ “ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ” ໃນໄຕມາດທຳອິດ. ໃນເສັ້ນທາງຈີນ-ລາວ, ສົມທົບ ກັບຄວາມຕ້ອງການຕົວຈິງຂອງ ການຄ້າອາຊຽນ, ເພີ່ມຄວາມຖີ່ຂອງ ການດຳເນີນງານ “ແມ່ນໍ້າລ້ານ ຊ້າງແມ່ນ້ຳຂອງ-ເສີນຕູ”, ເພີ່ມທະ ວີການຂົນສົ່ງສິນຄ້າຂາອອກເຊັ່ນ: ເຄື່ອງໃຊ້ໃນເຮືອນ, ເຄື່ອງຈັກ, ອຸປະກອນ ແລະ ອື່ນໆ, ສິນຄ້າຂາ ອອກເຊັ່ນ: ແຮ່ເຫລັກ, ຝຸ່ນໂປຕາສ, ຜະລິດຕະພັນກະສິກໍາ ແລະ ອື່ນໆ ເຊື່ອມໂຍງແບບຄູ່ຂະໜານ. ສິ່ງທີ່ ຄຸ້ມຄ່າທີ່ຈະກ່າວເຖິງແມ່ນ “ຊ່ອງ ທາງດ່ວນ ແມ່ນ້ຳລ້ານຊ້າງແມ່ນ້ຳ ຂອງ-ເສີນຕູ-ເອີຣົບ” ໃນຖານະເປັນ ຜະລິດຕະພັນທີ່ສໍາຄັນຂອງຂະບວນ ລົດໄຟຈີນ-ລາວ ຂອງທ່າກຳປັ່ນ ລົດໄຟສາກົນເສີນຕູ, ມັນບໍ່ພຽງແຕ່ ເປັນການເປີດຊ່ອງທາງອາຊີ-ເສີນ ຕູ-ເອີຣົບ ຈາກອາຊຽນໄປເອີຣົບ ໂດຍຜ່ານຄຸນໝິງ ແລະ ເສີນຕູ ເທົ່າ ນັ້ນ, ແຕ່ຍັງສະໜອງທິດທາງການ ແກ້ໄຂຕ່ອງໂສ້ ທີ່ກໍາໜົດເອງຢ່າງ ເຕັມຮູບແບບໃຫ້ແກ່ລູກຄ້າ. ໂດຍຜ່ານ “ຊ່ອງທາງດ່ວນ ແມ່ ນ້ຳລ້ານຊ້າງແມ່ນ້ຳຂອງ-ເສີນຕູ- ເອີຣົບ”, ສິນຄ້າຂອງພວກເຮົາອອກ ຈາກເມືອງ ເສີງຕູ 3 ມື້ກໍມາຮອດ ນະຄອນຫລວງວຽງຈັນສປປລາວ; ໄລຍະເວລາການຂົນສົ່ງທັງໝົດ ຈາກປະເທດໄທ ໄປ ເອີຣົບ ໂດຍ ຜ່ານເມືອງເສີນຕູ ແມ່ນປະມານ 15 ມື້ ເຊິ່ງປະຢັດເວລາໂດຍສະເລ່ຍ 15 ມື້ ເມື່ອທຽບກັບການຂົນສົ່ງ ທາງ ທະເລແບບດັ້ງເດີມ. ທ່ານ %V 1FiliOH ຜູ້ອໍານວຍ ການບໍລິຫານຂອງບໍລິສັດSiDhVBO XiOCBOH %FDhFOH ຂົນສົ່ງ ສາກົນ ກ່າວວ່າ: “ຄວາມໝັ້ນຄົງ ແລະ ຄວາມທັນເວລາຂອງລົດໄຟ ຈີນ-ລາວ ໄດ້ສະໜອງການສະ ໜັບສະໜູນທີ່ສໍາຄັນ ສໍາລັບການຂະ ຫຍາຍໄປສູ່ຕະຫລາດອາຊີຕາເວັນ ອອກສຽງໃຕ້ຂອງພວກເຮົາ. ໃນ ໄຕມາດທໍາອິດຂອງປີ 2025, ພວກ ເຮົາໄດ້ຂົນສົ່ງສິນຄ້າ 1.388 ຕູ້, ເພີ່ມຂຶ້ນ 80% ເມື່ອທຽບກັບໄລຍະ ດຽວກັນ.” ຂະນະດຽວກັນ, ຂະບວນລົດໄຟ ສາກົນເສີນຕູ ຍັງໄດ້ “ພະຍາຍາມ ຫລາຍດ້ານ” ເຊັ່ນ: ເສັ້ນທາງຈີນເອີຣົບ, ເສັ້ນທາງຈີນ-ອາຊີ ແລະ ເສັ້ນທາງຕາເວັນອອກ. ໃນນັ້ນ, ເສັ້ນທາງຈີນ-ເອີຣົບ ຂະບວນເສີນ ຕູ-ເອີຣົບ ໄດ້ຮັກສາຄວາມໝັ້ນທ່ຽງ ໃນແຕ່ລະອາທິດເປີດການເດີນລົດ ໄປໜຶ່ງຖ້ຽວ-ກັບໜຶ່ງຖ້ຽວ, ໃນກ້າວ ດຽວກັນກໍຂະຫຍາຍຂະບວນ ເສີນ ຕູ-ເອີຣົບ ອີກຂະບວນໜຶ່ງເອີ້ນວ່າ ຂະບວນລົດໄຟມິນ(ນະຄອນຫລວງ ຂະບວນລົດ�ຟຈີນ-ລາວທີ່ແລ� ນ�ນ�ຕມາດທ� າອິດເພີ່ມຂຶ້ນ40%ທ�ບ�ສ� ໄລຍະດ�ວກັນ�ມືອງເສີນຕ� ພວມເລັ� ງກໍ� ສ� າງເສ� ນທາງທອງຄ� າອາຊີ-ເສີນຕ� -ເອີຣົບ ປະເທດເບລາຣູດຊີ), ບັນລຸການ ເປີດບໍລິການຂະບວນລາຍສັບ ປະດາເປັນປົກກະຕິ ໂດຍກໍານົດ ເວລາສັ້ນລົງ ເປັນ 10 ມື້, ເມື່ອທຽບ ໃສ່ເສັ້ນທາງປົກກະຕິ ປະສິດທິພາບ ເວລາເພີ່ມຂຶ້ນ 30%; ເສັ້ນທາງຈີນອາຊີ ຂະບວນທໍາອິດຈາກເມືອງ ເສີນຕູ ຫານະຄອນຫລວງ ທາສ ເຄນ ປະເທດອຸສເບກີສະຖານ ເປັນຂະບວນສົ່ງອອກລົດມືສອງ ຈີນ-ອາຊີ ໄດ້ເພີ່ມສະຖານີໃໝ່ຄື ສະຖານີ ດູຊານເບ ຂອງທາຈິກິດສະ ຖານ, ຊຸກຍ້ການສົ່ງອອກລົດມືສອງ ຄຸນນະພາບສູງໄປຍັງຕະຫລາດຈີນອາຊີ ດ້ວຍຊ່ອງທາງການຂົນສົ່ງ ທີ່ໝັ້ນຄົງກວ່າ ແລະ ປະສິດທິພາບ ຂອງການສົ່ງມອບໄວຂຶ້ນ; ເສັ້ນທາງ ຕາເວັນອອກ, ພວກເຮົາຈະລົງ ເລິກການຮ່ວມມືກັບທ່າເຮືອຢຽນ ທຽນ ເພື່ອພັດທະນາຊ່ອງທາງການ ຂົນສົ່ງທາງລົດໄຟ-ທາງທະເລ, ເປີດເສັ້ນທາງຂົນສົ່ງທາງລົດໄຟທາງທະເລຫລາຍຮູບແບບ ທີ່ ເຊື່ອມໂຍງເອີຣົບ, ສະຫະລັດ ແລະ ອາຟຣິກາ ໂດຍຜ່ານ ທ່າເຮືອຢຽນ ທຽນ ແລະ ອະນຸຍາດໃຫ້ບັນດາ ສິນຄ້າທີ່ມີຄຸນນະພາບສູງຈາກ ແຂວງເສສວນ ໄປຍັງຕ່າງປະເທດ. ໃນຖານະເປັນລູກຄ້າທີ່ສໍາຄັນ ຂອງຂະບວນລົດໄຟມິນ ເສີນຕູ- ເອີຣົບ, ຂະໜາດທຸລະກິດຂອງ NFQtVOF -oHistiDs ໃນເສີນຕູ ໄດ້ຂະຫຍາຍຕົວຢ່າງໝັ້ນທ່ຽງ, ມີຈໍານວນລູກຄ້າທີ່ສໍາຄັນສະສົມ ໃນແຕ່ລະປີ, ມີສິນຄ້າຈໍານວນ ມະຫາສານເຊັ່ນ: ຊຸດເຕົາອົບໄຟຟ້າ, ເຄື່ອງສີດພົ່ນ ແລະ ສິນຄ້າອື່ນໆ ໄດ້ຂົນສົ່ງຜ່ານຂະບວນລົດໄຟຈີນເອີຣົບ ເຂົ້າສູ່ເອີຣົບ. ທ່ານ $hFO +iBOGFOH, ຜູ້ຈັດການທົ່ວໄປຂອງ NFQtVOF -oHistiDs ປະຈໍາພາກ ພື້ນ ຕາເວັນຕົກສຽງໃຕ້ກ່າວວ່າ “ ພຽງແຕ່ໃນໄຕມາດທໍາອິດຂອງປີນີ້, ປະລິມານການຂົນສົ່ງຂອງພວກ ເຮົາໄດ້ເພີ່ມຂຶ້ນ 20% ເມື່ອທຽບໃສ່ ໄລຍະດຽວກັນ. ຢູ່ສະຖານີສູນຕູ້ຄອນເທນເນີ ເສີນຕູ, ພາຫະນະພະລັງງານໃໝ່ມື ສອງຂອງຈີນຊຸດທີ່ໜຶ່ງກຳລັງ ຖືກ ບັນຈຸໃສ່ ລົດໄຟຂະບວນພິເສດ ເພື່ອ ກະກຽມທີ່ຈະສົ່ງໄປຍັງນະຄອນ ຫລວງທາສເຄນຂອງ ອຸສເບກີສະ ຖານ. ທ່ານ -i +iOH, ຮອງຜູ້ຈັດການ ທົ່ວໄປຂອງ Silk 3oBd EBsZ #VZ ເຊິ່ງເປັນຜູ້ດໍາເນີນການຖານ ສົ່ງອອກລົດມືສອງ ShVBOHliV ກ່າວວ່າ: “ຕະຫລາດຈີນ-ອາຊີ ມີຄວາມຕ້ອງການສູງສໍາລັບລົດ ມືສອງທີ່ມີລາຄາຍ່ອມເຍົາ ແຕ່ສະ ມັດທະນະສູງ. ໃນເດືອນແລ້ວນີ້, ຂະບວນລົດໄຟທຳອິດທີ່ສົ່ງອອກ ລົດມືສອງຈີນ-ອາຊີ ໄດ້ເປີດການ ເດີນລົດເປັນ ປົກກະຕິ ເຊິ່ງເປັນການ ເປີດຊ່ອງທາງການຂາຍໃໝ່ໃຫ້ແກ່ ວິສາຫະກິດ. ” ປັດຈຸບັນ, ຂະບວນລົດໄຟສາ ກົນເສີນຕູ ພວມຕັ້ງໜ້າຊຸກຍູ້ການ ກໍ່ສ້າງຕາໜ່າງຄົມມະນາຄົມສາກົນ ຫລາຍຮູບ ແບບຄື: “8 ທິດທາງ ໃຫຍ່, ເສັ້ນທາງລະຫວ່າງປະເທດ 20 ເສັ້ນ ແລະ ເສັ້ນທາງຍ່ອຍຫລາຍ ສາຍ” ເຊິ່ງໄດ້ແຜ່ຂະ ຫຍາຍໄປຍັງ 50 ປະເທດໃນທະວີບຢູເຣເຊຍ, 120 ຕົວເມືອງຢູ່ຕ່າງປະເທດ ແລະ 30 ຕົວເມືອງພາຍໃນປະເທດຈີນ, ກາຍເປັນຊ່ອງທາງການຄ້າທີ່ສໍາຄັນ ທີ່ເຊື່ອມໂຍງພາກພື້ນຕາເວັນຕົກກັບ ບັນດາປະເທດທີ່ນອນໃນໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ”. ໃນວັນທີ 15 ເມສາ, ຈໍສະແດງ ຜົນຄຣີສຕໍແຫລວ ຊຸດທີ່ໜຶ່ງກໍາລັງ ຖືກບັນຈຸໃສ່ຕູ້ຄອນເທນເນີ ໃນລານ ພາຍໃນຂອງບໍລິສັດ $hFOHdV #0E 0QtoFlFDtroOiDs 5FDhOoloHZ $o., -td ເຊິ່ງຕັ້ງຢູ່ ເຂດ ຕາເວັນ ຕົກຂອງ $hFOHdV )itFDh ຈາກນັ້ນຈະຖຶກສົ່ງໄປຍັງທ່າ ກຳປັ່ນລົດໄຟສາກົນເສີນຕູ ເພື່ອຂຶ້ນ ຂະບວນລົດ ໄຟເສີນຕູຈີນ-ເອີຣົບ ແລ້ວສົ່ງອອກໄປສູ່ເອີຣົບ. ນັບຕັ້ງແຕ່ປີ 2022 ເປັນຕົ້ນມາ, ແຜງ -$% ຂອງບໍລິສັດ ແລະ ຜະລິດຕະພັນອື່ນໆໄດ້ຖືກສົ່ງອອກ ໄປປະ ເທດເອີຣົບເຊັ່ນ: ສາທາລະນະ ລັດເຊັກ, ເຊີເບຍ, ແລະ ໂລມາເນຍ ຜ່ານທາງຂະບວນລົດໄຟ ເສີນຕູ ຈີນ-ເອີຣົບ. ທ່ານ ນາງ ;hFOH 2iBO ຜູ້ຈັດການດ້ານການຂົນສົ່ງຂອງ ບໍລິສັດກ່າວວ່າ: ຂະບວນລົດໄຟຈີນເອີຣົບ ມີຂໍ້ໄດ້ປຽບທີ່ພົ້ນເດັ່ນໃນ ດ້ານລາຄາ ແລະ ຄວາມທັນເວລາ, ໄດ້ສະໜອງການຄ້ຳປະກັນທີ່ເຂັ້ມ ແຂງໃຫ້ກັບທຸລະກິດສົ່ງອອກໄປ ເອີຣົບຂອງບໍລິສັດ. ປັດຈຸບັນ, ເສັ້ນທາງທີ່ພວກເຮົາພວມເດີນຢູ່ ນັ້ນມີຄວາມໝັ້ນຄົງທີ່ສຸດ, ດ້ວຍມູນ ຄ່າການສົ່ງອອກປະມານ 10 ລ້ານ ຢວນໃນແຕ່ລະເດືອນ. ເມື່ອບໍ່ດົນມານີ້, ທ່ານ ນາງ ;hFOH 2iBO ກໍໄດ້ຮັບຂ່າວທີ່ ໜ້າຕື່ນເຕັ້ນອີກເທື່ອໜຶ່ງ: ໃນເດືອນ ພຶດສະພາ, ຂະບວນລົດໄຟເສີນຕູ ຈີນ-ເອີຣົບ ຈະເປີດຂະບວນລົດ ໄຟໄປຮອດເມືອງມາຣິດ ເຊິ່ງຈະ ສະໜອງທາງເລືອກຊ່ອງ ທາງໃໝ່ ສໍາລັບຜະລິດຕະພັນຂອງບໍລິສັດ ທີ່ຈະສົ່ງອອກໄປຍັງແອັດສປາຍ. ທ່ານ ນາງ ;hFOH 2iBO ເຄີຍ ສະເໜີຢູ່ໃນກອງປະຊຸມສໍາມະນາ ລູກຄ້າ ຂອງຂະບວນລົດໄຟສາກົນ ເສີນຕູ ທີ່ຈັດຂຶ້ນໃນເມືອງຊີປາຍ ຈ່ຽງ ວ່າ: ທ່ານ ນາງ ;hFOH2iBO ຫວັງວ່າຈະໄດ້ຮັບການສະໜູບສະ ໜູນຫລາຍຂຶ້ນ ຈາກຂະບວນລົດ ໄຟເສີນຕູ ຈີນ-ເອີຣົບ, ເພື່ອຕອບສະ ໜອງຄວາມຕ້ອງການການສັ່ງ ຈອງປະລິມານຫລາຍຂອງບໍລິສັດ ທີ່ຈະສົ່ງໄປຍັງແອັດສປາຍ ເຊິ່ງ ຄວາມຕ້ອງການນີ້ໄດ້ຮັບການຕອບ ສະໜອງຢ່າງໄວວາ.
RkJQdWJsaXNoZXIy MTc3MTYxMQ==