7017

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ xtgmf]k; 6 29/04/2025 glf4tdy f{la '7q , -u ;y f{;a fmtotme ບົດ ພາບໂດຍ: ທະນູທອງ 8A 'dv'zh kxj klk,a d7u lq ,mq [mb o[6 ]tot3I'IPoxt4q ,lq ,[6 o[h ko[+ gs]a d x6 dgsa f0kp,u ]kpIa [\A o7q ' ເມື່ອມໍ່ໆມານີ້, ຄະນະສົງວັດ ໂພທິສົມພອນ ບ້ານບໍ່ເຫລັກ ຫລັກ 36 ເມືອງໄຊທານີ ນະຄອນຫລວງ ວຽງຈັນ (ນວ) ຮ່ວມກັບສໍານັກປະ ຕິບັດວິປັດສະນາກໍາມະຖານ ວັດປ່າ ນາຄູນນ້ອຍ, ອົງການພຸດທະສາສະ ໜາສຳພັນແຫ່ງສປປລາວ(ອພສ) ເຂດຫົວຊຽງ, ອພສ ເມືອງໄຊທາ ນີ, ອົງການປົກຄອງບ້ານບໍ່ເຫລັກ, ອົງການປົກຄອງເມືອງໄຊທານີ ແລະ ບັນດາຄອບຄົວ ເຈົ້າພາບເຈົ້າ ສັດທາ ໄດ້ພ້ອມພຽງກັນຕັ້ງກອງ ຜ້າປ່າສາມັກຄີ (ຖວາຍຜ້າປ່າ ສາມັກຄີ) ເພື່ອສົມ ທົບທຶນບູລະນະ ໂຮງຮຽນປະຖົມສົມບູນ ບ້ານບໍ່ ເຫລັກ ຫລັກ 36 ເມືອງໄຊທານີ. ການຕັ້ງກອງຜ້າປ່າສາມັກຄີ ໃນຄັ້ງນີ້, ໄດ້ຈັດພິທີທາງສາສະ ໜາຕ່າງໆ ເປັນຕົ້ນ ໃສ່ບາດຖວາຍ ສັງຄະທານ, ແຫ່ຕົ້ນກາລະພຶກ, ຕົ້ນ ໂພເງິນ-ໂພຄໍາ ອ້ອມສາລາໂຮງທໍາ 3 ຮອບ, ໄຕ້ທຽນບູຊາ, ໄຫວ້ພະ, ສະມາທານສິນ, ກ່າວຄໍາຖວາຍຜ້າ ປ່າສາມັກຄີ, ຮັບຟັງເທດສະໜາ, ຖວາຍກັນບູຊາທໍາ, ຮັບພອນ ແລະ ອື່ນໆ ໂດຍການນຳພາຂອງ ພະອາ ຈານໃຫຍ່ ສີທົນ ໄຊຍະວົງສອນ ຫົວໜ້າກໍາມາທິການເຜີຍແຜ່ສິນ ລະທໍາ ແລະ ປະຕິບັດກຳມະຖານ (ກຜປຖ) ສູນກາງ ອພສ, ເຈົ້າ ອະທິການວັດປ່ານາຄູນນ້ອຍ ເມືອງ ນາຊາຍທອງ ນວ, ພະອາຈານ ບຸນ ທະວີ ສີບຸນເຮືອງ ກໍາມາທິການ ສູນກາງ ອພສ, ຮອງຫົວໜ້າ ກຜປຖ ສູນກາງ ອພສ, ທັງເປັນ ອົງວ່າການບໍລິຫານວັດໂພທິສົມ ພອນ, ພ້ອມດ້ວຍຄອບຄົວ ທ່ານ ວິລະມຸງຄຸນ ຈິດຮູບໂລກ, ທ່ານ ນາງ ສິລິກັນລະຍາ ໂຊກໄຊ ເຊິ່ງ ເປັນ ເຈົ້າສັດທາຫລັກ ແລະ ພຸດທະ ສາສະນິກະຊົນລາວ ບັນດາເຜົ່າ ເຂົ້າຮ່ວມຢ່າງຫລວງຫລາຍ. ພະອາຈານ ບຸນທະວີ ສີບຸນ ເຮືອງ ໃຫ້ຮູ້ວ່າ: ການຖວາຍຜ້າປ່າ ສາມັກຄີໃນຄັ້ງນີ້, ເພື່ອສົມທົບທຶນ ບູລະນະໂຮງຮຽນປະຖົມສົມບູນ ບ້ານບໍ່ເຫລັກ ຫລັກ 36 ທີ່ຍັງບໍ່ທັນ ສໍາເລັດ ເປັນຕົ້ນ ປ່ອງຢ້ຽມ, ທາສີ, ປູກະໂລ້, ຄ່າແຮງງານ ແລະ ອື່ນໆ. ທັງເປັນການເຕົ້າໂຮມຄວາມສາ ມັກຄີບັນດາເຈົ້າສັດທາທຸກທ່ານ ໄດ້ມີສ່ວນຮ່ວມໃນການສ້າງສາ ພັດທະນາ ສິ່ງທີ່ເປັນປະໂຫຍດສ່ວນ ລວມ ແລະ ເພື່ອອະນາຄົດຂອງ ລູກ-ຫລານ ໃຫ້ມີຄວາມສະດວກ ສະບາຍໃນການສຶກສາ-ຮໍ່າຮຽນ, ທັງຮັກສາຮີດຄອງປະເພນີອັນດີ ງາມ, ເປີດໂອກາດໃຫ້ ພຸດທະ ສາສະນິກະຊົນລາວບັນດາເຜົ່າ ໄດ້ ສ້າງນ້ຳ-ກະທຳບຸນ, ມີການໃຫ້ ທານ ແລະ ຮັກສາສິນພາວະນາ. ຄໍລໍາເພື່ອສົ່ງເສີມທຸລະກິດ ໜັງສືພິມປະເທດລາວ ສະບັບນີ້ຍັງ ຢູ່ທີ່ການປູກເຫັດຂາຍ ເນື່ອງຈາກ ວ່າບໍ່ຄ່ອຍໄດ້ນໍາສະເໜີ ອາຊີບນີ້ ປານໃດ ຈຶ່ງຢາກໃຫ້ເປັນຊ່ອງທາງ ກັບຜູ້ທີ່ກຳລັງຊອກຫາອາຊີບເສີມ ຫລື ສໍາລັບຄົນທີ່ກໍາລັງປູກເຫັດ ຂາຍ ເພາະອາຊີບນີ້ກໍສາມາດສ້າງ ລາຍຮັບຢ່າງໝັ້ນຄົງໄດ້ກັບຄອບ ຄົວ. ເໝືອນກັບຄອບຄົວຂອງແມ່ ສຸດໃຈ ອິນທິລາດ ອາຍຸ 62 ປີ ປະ ຊາຊົນບ້ານໂພນສະຫວັນ, ນະຄອນ ໄກສອນ ພົມວິຫານ, ແຂວງສະ ຫວັນນະເຂດ ຜູ້ທີ່ມີຄວາມຝັນ ແລະ ຢາກແບ່ງປັນປະສົບການທີ່ດີໃຫ້ ແກ່ສັງຄົມ ຊຶ່ງແມ່ສຸດໃຈກໍແມ່ນ ຜູ້ໜຶ່ງທີ່ໄດ້ຮັບທຶນສະໜັບສະໜູນ ຕໍ່ຍອດພັດທະນາທຸລະກິດປູກເຫັດ ແລະ ກຸ່ມແມ່ຍິງ ບ້ານໂພນສະຫວັນ ມູນຄ່າ 6.000 ໂດລາສະຫະລັດ ຈາກກິດຈະກໍາສະໜັບສະໜູນການ ສ້າງເສດຖະກິດຂອງແມ່ຍິງ ເພື່ອ ຊີວິດການເປັນຢູ່ແບບຍືນຍົງ ແລະ ເສີມສ້າງຄວາມເຂັ້ມແຂງດ້ານ ບົດບາດທາງເພດ. ຫລັງຈາກໄດ້ ຮັບທຶນສະໜັບສະໜູນ ຂ້າພະເຈົ້າ ກໍໄດ້ນຳເອົາທຶນມາສ້າງເຮືອນປູກ ເຫັດຫລັງໃໝ່ ແລະ ປັບປຸງເຮືອນ ເຫັດທີ່ມີຢູ່ແລ້ວ ເພື່ອໃຫ້ການຜະ ລິດເຫັດມີປະສິດທິຜົນສູງຂຶ້ນ. ນອກຈາກນີ້, ຍັງໄດ້ຕັ້ງກຸ່ມປູກເຫັດ ຂຶ້ນໃນບ້ານ ຊື່ວ່າ “ກຸ່ມແມ່ຍິງສ້າງ ງານສານຝັນ” ເພື່ອຊ່ວຍໃຫ້ຊາວ ບ້ານມີລາຍໄດ້ທີ່ດີຂຶ້ນ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ. ແມ່ສຸດໃຈ ອິນທິລາດໃຫ້ຮູ້ວ່າ: “ກ່ອນໜ້ານີ້ ແມ່ປູກເຫັດຍັງບໍ່ມີ ລະບົບ ແລະ ບໍ່ສາມາດສ້າງລາຍ ໄດ້ຢ່າງໝັ້ນຄົງ ແຕ່ດ້ວຍຄວາມ ມຸ່ງໝັ້ນ ແລະ ຄວາມຮູ້ທີ່ສະສົມມາ ແຕ່ປີ 2006 ຈຶ່ງມີຄວາມເຂັ້ມແຂງ ໃນການຊຸກຍູ້ຊຸມຊົນ ແລະ ສ້າງ ອາຊີບທີ່ຍືນຍົງ. ສະນັ້ນ, ອາຊີບ ປູກເຫັດແມ່ນອາຊີບໜຶ່ງທີ່ດີທີ່ສຸດ ເພາະມັນເປັນອາຊີບທີ່ຖາວອນ ແລະ ສາມາດດຳເນີນຕໍ່ໄດ້ເຖິງ ແມ່ນວ່າຈະກະສຽນແລ້ວ. ກຸ່ມ ປູກເຫັດຂອງແມ່ມີ 3 ຈຸດຄື: ບ້ານ ໂພນສະຫວັນ, ບ້ານສຸນັນທາ ແລະ ບ້ານສະໜາມໄຊ. ແຕ່ກ່ອນພວກ ເຮົາມີຂໍ້ຫຍຸ້ງຍາກຄືບັນຫາດ້ານ ທຶນຮອນ ຍ້ອນການປ່ຽນແປງ ຂອງລະບົບເງິນຕາ ເຮັດໃຫ້ການ ຜະລິດຖືກຈຳກັດ. ແຕ່ດ້ວຍຄວາມ ຕັ້ງໃຈ, ພາຍຫລັງທີ່ໄດ້ເຫັນເພິ່ນ ປະກາດທຶນຜ່ານຊ່ອງທາງອອນ ລາຍ ພວກເຮົາກໍ່ສະໝັກຕາມຂັ້ນ ຕອນ, ເມື່ອໄດ້ຮັບຄັດເລືອກເປັນ ຜູ້ໄດ້ທຶນເຮົາດີໃຈຈົນປາກບໍ່ອອກ ເພາະເຮົາຈະໄດ້ເອົາທຶນມາສ້າງ ລາຍຮັບໃນກຸ່ມເຮົາໃຫ້ເພີ່ມຂຶ້ນ ແລະ ກໍຈະໄດ້ຊ່ວຍເຫລືອສັງຄົມ ຕື່ມອີກ ຖ້າເຮົາສ້າງເປັນລະບົບໄດ້ ກໍຈະເປັນແບບຢ່າງຜະລິດຕະພັນ ສີຂຽວປອດສານພິດເພື່ອການກິນ ຢູ່ທີ່ດີໃນຊຸມຊົນເຮົາ. ດ້ວຍທຶນດັ່ງ ກ່າວ ພວກເຮົາໄດ້ຊື້ອຸປະກອນທີ່ ຄົບຊຸດ ປັບປຸງເຮືອນເຫັດ ແລະ ເພີ່ມປະລິມານການຜະລິດເຫັດໃຫ້ ພໍສົ່ງຕະຫລາດທັງ 3 ຈຸດ. ໃນຕໍ່ ໜ້າພວກເຮົາມີແຜນທີ່ຈະຂະຫຍາຍ ໃຫ້ຫລາຍຂື້ນ ເພື່ອສ້າງສຸຂະພາບທີ່ ດີໃຫ້ຊຸມຊົນ ແລະ ເປັນແບບຢ່າງ ທີ່ດີໃນການພັດທະນາຊຸມຊົນຢ່າງ ຍືນຍົງ. ແມ່ສຸດໃຈຍັງໄດ້ເວົ້າອີກວ່າ: “ນອກຈາກການປູກເຫັດ ແລະ ສ້າງລາຍໄດ້ໃຫ້ແກ່ຊຸມຊົນແລ້ວ, ແມ່ຍັງໄດ້ຮັບການພັດທະນາຢ່າງ ບໍ່ຢຸດຢັ້ງຕັ້ງແຕ່ໂຄງການເຂົ້າມາ. ການຮຽນຮູ້ໃໝ່ໆ ໄດ້ກາຍເປັນ ສ່ວນໜຶ່ງໃນຊີວິດຂອງແມ່ ເຊິ່ງ ລວມມີທັງການນຳໃຊ້ທຶນ, ລາຍ ຮັບລາຍຈ່າຍ, ຮຽນຮູ້ບົດບາດຍິງ- ຊາຍ, ຮູ້ຊ່ອງທາງໃນການຂາຍໄປ ຈົນຮອດການຮຽນຮູ້ການເປັນຄູ ເຝິກວຽກງານເບິ່ງແຍງຕ່າງໆ ແລະ ເຊິ່ງເປັນທັກສະທີ່ສຳຄັນທີ່ ແມ່ໄດ້ນຳມາຝຶກອົບຮົມໃຫ້ຊາວ ບ້ານ ເຮັດໃຫ້ທຸກຄົນມີຄວາມຮູ້ ຫລາຍຂຶ້ນ.

RkJQdWJsaXNoZXIy MTc3MTYxMQ==