xtgmf]k; 3 29/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me Ê ¤§ໜÇ © ¨¤ Å ນ © າÃÇ າ າ Å ນ« lkprq ;ra o dkoIj ;,,n ]k;{9u o oa [,N gru u j ,r6 o76 olh k' s;o7n o,6 og-N v;a ode,tdvo lkdq o 7q [Iv[ 139 xu (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ, ວັນທີ 25 ເມສາ 1961-25 ເມສາ 2025) ເພື່ອຫວນຄືນຂະບວນການ ຕໍ່ສູ້ ຂອງຊົນຊັ້ນກໍາມະກອນສາກົນ ແລະ ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະ ກອນແລະຜູ້ອອກແຮງງານລາວ.ຄືດັ່ງ ພວກເຮົາຮັບຮູ້ນໍາກັນແລ້ວວ່າ ສະພາບ ແວດລ້ອມທີ່ຊົນຊັ້ນ ກຳມະກອນສາ ກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍ ສັດຕະວັດ ທີ X7III ຫາຕົ້ນສັດຕະວັດ ທີXIXຫລາຍປະເທດໃນທະວີບເອີລົບ ແລະ ອາເມລິກາ ໄດ້ສຳເລັດການໂຄ້ນ ລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະ ບອບນາຍທຶນຂຶ້ນແທນ. ຍ້ອນຄວາມ ຮຽກຮ້ອງຕ້ອງການ ຂອງສັງຄົມ ໃນ ການຕອບສະໜອງວັດຖຸ ແລະ ສິ່ງ ຂອງຕ່າງໆ ເຂົ້າໃນການຮັບໃຊ້ຊີວິດ ປະຈຳວັນນັບມື້ສູງຂຶ້ນ ແລະ ບໍ່ສາມາດ ຕອບສະໜອງຕາມຄວາມຮຽກຮ້ອງ ຕ້ອງການຂອງສັງຄົມໄດ້, ຈຳນວນກຳ ມະກອນກໍມີການເຕີບໃຫຍ່ຂະຫຍາຍ ຕົວ ໄປພ້ອມໆກັບການຂະຫຍາຍຕົວ ຂອງການຜະລິດ. ພາຍໃຕ້ການປົກ ຄອງຂອງພວກນາຍທຶນ, ຊົນຊັ້ນກຳ ມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກ ໜ່ວງ, ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງ ຈາກລະບົບປ້ອງກັນໄພຂອງເຄື່ອງຈັກ ໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບ ມື້ເພີ່ມທະວີການກົດຂີ່ຂູດຮີດ, ບັງຄັບ ຂົ່ມເຫັງໃຫ້ກຳມະກອນອອກແຮງ ງານ ໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງ ເຮັດວຽກ 14-15 ຊົ່ວໂມງ, ອອກ ແຮງງານໜັກແຕ່ໄດ້ຮັບຄ່າແຮງງານ ຂປລ. ສປປ ລາວ ແລະ ສປ ຈີນ ເປັນເພື່ອນມິດຍຸດທະສາດ, ທີ່ມີມູນ ເຊື້ອສາຍພົວພັນມິດຕະພາບອັນ ແໜ້ນແກ່ນມາແຕ່ຍາວນານ, ທັງ ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ດີ ແລະ ສິ່ງສໍາຄັນສອງປະເທດ ລ້ວນແຕ່ເດີນຕາມເສັ້ນທາງສັງ ຄົມນິຍົມ. ສາຍພັວພັນ ແລະ ການ ຮ່ວມມື ລາວ-ຈີນ ແມ່ນພື້ນຖານ ຄວາມເຫັນອົກເຫັນໃຈ ແລະ ໃຫ້ ການສະໜັບສະໜູນຊ່ວຍເຫລືອເຊິ່ງ ກັນແລະ ກັນມາໂດຍຕະຫລອດ, ໄດ້ ມີການປະສານສົມທົບກັນຢ່າງສະ ໜິດແໜ້ນ, ໄດ້ກຳນົດຈຸດສຸມການ ຮ່ວມມື ເພື່ອຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນຮ່ວມມື ໃຫ້ກ້າວ ເຂົ້າສູ່ລວງເລິກໃນແຕ່ລະໄລຍະ ຢ່າງມີແບບແຜນ. ຕະຫລອດ 64 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດ ມີຄວາມສະຫງ່າງາມທີ່ ສຸດ, ໃນນັ້ນ ມີທັງການເຕົ້າໂຮມກຳ ລັງແຮງຢ່າງພິລະອາດຫານໃນ ການຕໍ່ສູ້ຕ້ານການຮຸກຮານຂອງ ຈັກກະພັດຕ່າງດ້າວ, ມີທັງຮ່ວມມື ກັນຢ່າງສະໜິດແໜ້ນ ໃນການຊຸກຍູ້ ພັດທະນາເສດຖະກິດ-ສັງຄົມ ເຊິ່ງ ໄດ້ກາຍເປັນຕົວແບບຂອງການ ພັດທະນາ ລະຫວ່າງພັກການເມືອງ ແລະ ລະຫວ່າງປະເທດ. ທ່ານ ນາງ ຟ່າງຫົງ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ໄດ້ໃຫ້ ສໍາພາດຕໍ່ສື່ມວນຊົນ ລາວ ແລະ ຈີນ ໃນວັນທີ 24 ເມສາ 2025 ທີ່ນະ ຄອນຫລວງວຽງຈັນນີ້ວ່າ:ສປຈີນ- ສປປ ລາວ ແມ່ນສະຫາຍອ້າຍນ້ອງ ທີ່ພິເສດນໍາກັນ, ວັນທີ 25 ເມສາ ແມ່ນວັນຄົບຮອບ 64 ປີ (ວັນທີ 25 ເມສາ 1961-25 ເມສາ 2025) ແຫ່ງການສ້າງຕັ້ງສາຍພົວພັນທາງ ການທູດ ຈີນ-ລາວ. ພາຍຫລັງສະ ຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ສະເໜີອອກແນວຄິດວ່າດ້ວຍ ການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດແລ້ວ, ສອງປະ ເທດ ຈີນ-ລາວ ກໍ່ໄດ້ເປັນເອກະພາບ ຮ່ວມກັນ ທາງດ້ານການເມືອງ ໃນ ການສ້າງເປັນຄູ່ຮ່ວມຊາຕາກຳ ສອງຝ່າຍກ່ອນໝູ່. ໃນປີ 2019 ແລະ ປີ 2023, ສະຫາຍເລຂາທິ ການໃຫຍ່ ສີຈິ້ນຜິງ ໄດ້ລົງນາມ ໃນແຜນແມ່ບົດວ່າດ້ວຍການສ້າງຄູ່ ຮ່ວມຊາຕາກຳ ຈີນ-ລາວ ກັບການ ນໍາສູງສຸດຂອງປະເທດລາວ 2 ຄັ້ງ ເຊິ່ງໄດ້ກາຍເປັນບ່ອນອີງໃນການ ເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານ ແລະ ການເປັນຄູ່ຮ່ວມຊາຕາ ກໍາ ລະຫວ່າງ ສອງປະເທດ ລາວ- ຈີນ ໃນໄລຍະໃໝ່. ການຮ່ວມມືຮູບ ປະທຳລະຫວ່າງສອງປະເທດຈີນ- ລາວ ສາມາດຍາດໄດ້ຜົນສຳເລັດ ອັນ ມີລັກສະນະບຸກທະລຸຢ່າງ ບໍ່ຢຸດ ຢັ້ງ. ປະເທດຈີນ ໄດ້ກາຍເປັນປະ ເທດທີ່ລົງທຶນຫລາຍທີ່ສຸດແລະ ເປັນ ຄູ່ຮ່ວມມືການຄ້າທີ່ສຳຄັນຂອງປະ ເທດຫລາຍປີລຽນຕິດ. ຜະລິດຕະ ພັນກະສິກໍາຂອງລາວ ຈຳນວນ ຫລາຍກວ່າ 80 ເປີເຊັນ ໄດ້ສົ່ງອອກ ໄປຈໍາໜ່າຍ ຢູ່ປະເທດຈີນ, ມູນຄ່າ ການຄ້າສອງຝ່າຍ ຈີນ-ລາວ ໃນປີ 2024 ບັນລຸໄດ້ 8.231 ຕື້ໂດລາ ສະຫະລັດ, ທຽບກັບໄລຍະດຽວ ຜ່ານມາເພີ່ມຂຶ້ນ 15,9 ເປີເຊັນ ເຊິ່ງໄດ້ສ້າງສະຖິຕິສູງອັນໃໝ່ອີກ ຄັ້ງໜຶ່ງ. ເສັ້ນທາງລົດໄຟ ລາວ-ຈີນ ໄດ້ ຊ່ວຍຍູ້ໜູນໃຫ້ປະເທດລາວ ຫັນ ປ່ຽນຈາກປະເທດບໍ່ມີຊາຍ ແດນຕິດ ຈອດ ກັບທະເລ ມາເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບ ພາກພື້ນ ເຊິ່ງ ໄດ້ກວມເອົາການເຊື່ອມຈອດ ກັບປະເທດໄທ, ສິງກະໂປ ແລະ ອື່ນໆ ອີກ 18 ປະເທດ ແລະ ເຂດ ແຄວ້ນ. ການຂົນສົ່ງຜູ້ໂດຍສານ ແລະ ການ ຂົນສົ່ງ ສິນຄ້າລ້ວນແຕ່ສາມາດ ບັນລຸໄດ້ຫລາຍກວ່າຈຳນວນ 50 ລ້ານໂຕນ ເຊິ່ງໄດ້ກາຍເປັນ “ເສັ້ນ ທາງທອງຄໍາ”ຂອງການຂົນສົ່ງໂລ ຈິສຕິກສາກົນ ທີ່ມີປະສິດທິຜົນສູງ ແລະ ມີຄວາມສະດວກ. ເພື່ອນມິດ ນັກຂ່າວທັງ ຫລາຍ ກໍ່ມັກເດີນທາງ ໄປວຽກຕ່າງແຂວງເລື້ອຍໆອາດ ຈະເຫັນເຖິງການປ່ຽນແປງທີ່ມາ ຈາກທາງລົດໄຟຢ່າງເລິກເຊິ່ງ. ການຮ່ວມມືໃນຂົງເຂດເສັ້ນທາງ ດ່ວນລາວ-ຈີນ(ເສັ້ນທາງດ່ວນນະ ຄອນຫລວງວຽງຈັນ-ວັງວຽງ), ໄຟຟ້າ, ພະລັງງານ, ບໍ່ແຮ່ ແລະ ຂົງເຂດອື່ນໆ, ໂຄງການໂຮງໝໍ ຫລວງພະບາງ, ມະໂຫສົດ, ໂຮງ ຮຽນວິຊາຊີບທາງລົດໄຟ ແລະ ໂຄງການປັບປຸງຊີວິດການເປັນ ຢູ່ ຂອງປະຊາຊົນຈຳນວນໜຶ່ງກໍ່ໄດ້ ສຳເລັດການກໍ່ສ້າງ ແລະ ນໍາໃຊ້ ແລ້ວ, ທັງໄດ້ມີບົດບາດອັນຕັ້ງໜ້າ ໃຫ້ແກ່ການສືບຕໍ່ມິດຕະພາບຈີນລາວ ແລະ ນໍາ ເອົາຄວາມຜາສຸກມາ ສູ່ປະຊາຊົນສອງຊາດ ຈີນ-ລາວ ອີກດ້ວຍ. ການໄປມາຫາສູ່ລະ ຫວ່າງປະຊາຊົນ ແລະ ການແລກ ປ່ຽນລະຫວ່າງສອງປະເທດ ຈີນ- ລາວ ນັບມື້ສະໜິດແໜ້ນ, ໂດຍສະ ເພາະພາຍຫລັງເປີດນໍາໃຊ້ເສັ້ນ ທາງ ລົດໄຟ ລາວ-ຈີນແລ້ວ, ນັກ ທ່ອງທ່ຽວທີ່ເດີນທາງເຂົ້າມາລາວ ກໍ່ສາມາດ ໄປຢາມພີ່ຢາມນ້ອງຢາມ ໝູ່ເພື່ອນໄດ້. ຊາວໜຸ່ມຂອງສອງ ປະເທດ ກໍ່ນັບມື້ໃກ້ຊິດກັນຫລາຍ ຂຶ້ນ, ມີນັກສຶກສາຈີນຫລາຍຮ້ອຍ ຄົນມາຮຽນຢູ່ປະເທດລາວ ແລະ ມີນັກສຶກສາລາວຫລາຍພັນຄົນກໍ່ ສຶກສາຮໍ່າຮຽນຢູ່ປະເທດຈີນ, ມີ ຊາວໜຸ່ມລາວຫລາຍຄົນມັກຮັກ ການຮຽນພາສາຈີນ, ເວລາຂ້າ ພະເຈົ້າ ຍ່າງໄປຕາມທາງກໍ່ມັກພົບ ເຫັນເພື່ອນມິດລາວເວົ້າພາສາຈີນ ກັບຂ້າພະເຈົ້າ, ຂ້າພະເຈົ້າກໍ່ເຊື່ອ ວ່າ ຢູ່ອ້ອມຂ້າງຂອງພວກ ທ່ານກໍ່ມີ ເພື່ອນມິດ ຫລາຍຄົນເຄີຍໄປຮຽນ ຢູ່ປະເທດຈີນ ແລະ ສາມາດເວົ້າ ພາສາຈີນໄດ້. ທ່ານ ນາງ ຟ່າງຫົງ ກ່າວຕື່ມ ວ່າ: ສາຍພົວພັນ ສອງປະເທດທີ່ ກຽມເຂົ້າສູ່ປີທີ 65, ມິດຕະພາບ ຈີນ-ລາວ ຈະນັບມື້ນັບແໜ້ນແຟ້ນ ແໜ້ນແກ່ນ, ຍາວນານ, ມີຄວາມ ສົດຊື່ນຢູ່ຕະຫລອດເວລາ ແລະ ນັບ ມື້ຈະເລີນງອກງາມຂຶ້ນເລື້ອຍໆ, ຂໍພຽງແຕ່ພວກເຮົາຈັບມືຮ່ວມກັນ, ຍຶດໝັ້ນແນວຄິດຮ່ວມກັສ້າງຮ່ວມ ກັນຊົມໃຊ້, ຮ່ວມມືກັນ ແລະ ຮັບ ຜົນປະໂຫຍດຮ່ວມກັນ ແນ່ນອນຈະ ບຸກເບີກໃຫ້ສອງປະເທດ ຈີນ-ລາວ ໄດ້ມີອະນາຄົດອັນດີງາມຍິ່ງຂຶ້ນ. © §Ê້ າານນ້¦ ເມື່ອມໍ່ໆມານີ້, ແຂວງໄຊສົມບູນ ໄດ້ສະຫລຸບຕີລາຄາວຽກງານກໍ່ສ້າງ ຮາກຖານການເມືອງ ຕິດພັນກັບວຽກ ງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2024 ແລະ ວາງ ທິດທາງແຜນການ ປະຈໍາປີ 2025 ໂດຍການເປັນປະທານ ຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະ ບໍລິຫານງານພັກແຂວງ ເຈົ້າແຂວງໄຊ ສົມບູນ ມີຮອງເລຂາພັກແຂວງ, ຮອງ ເຈົ້າແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ພ້ອມດ້ວຍເລຂາ ໜ່ວຍພັກ ຫົວໜ້າພະແນກ, ກົມກອງ ອ້ອມຂ້າງແຂວງ, ເລຂາພັກເມືອງ 5 ເມືອງເຂົ້າຮ່ວມ. ສະຫາຍ ອຸດອນ ສິງດາລາ, ກໍາມະ ການພັກແຂວງ ຫົວໜ້າຫ້ອງວ່າການ ແຂວງ ກ່າວວ່າ: ໃນໄລຍະໜຶ່ງປີຜ່ານ ມາ ຄະນະປະຈໍາພັກແຂວງ, ຄະນະພັກ ແຕ່ລະຂັ້ນ ໄດ້ຖືສໍາຄັນວຽກງານການ c0;'w-lq ,[6 o lts]5 [s]kp;Pdxu 2024 c]t ;k'my fmk'czodkoxu 2025 ເມືອງ-ແນວຄິດເປັນກົກ, ໂດຍຫັນເອົາ ແນວທາງນະໂຍບາຍຂອງພັກ, ລະ ບຽບ, ກົດໝາຍແລະ ບັນດາເອກະສານ ຕ່າງໆຂອງສູນກາງ, ແຂວງ, ເມືອງ ລົງເຜີຍແຜ່, ເຊື່ອມຊຶມໃຫ້ແກ່ສະມາຊິກ ພັກ, ພະນັກງານລັດຖະກອນ, ກໍາລັງ ປະກອບອາວຸດ, ນັກທຸລະກິດ ແລະ ປະ ຊາຊົນບັນດາເຜົ່າ ເປັນປົກກະຕິໂດຍປະ ຕິບັດຕາມ 5 ຫລັກການ ແລະ 3 ທິດນໍາ ຂອງພັກ ເຮັດໃຫ້ລະບົບການເມືອງຢູ່ ຂັ້ນຮາກຖານໄດ້ຮັບການປັບປຸງ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງ ໂດຍຕິດ ພັນກັບການຂະຫຍາຍສະມາຊິກພັກ ເຊິ່ງຜ່ານການປັບປຸງເຮັດໃຫ້ກົງຈັກ ການຈັດຕັ້ງໃນລະບົບການເມືອງທົ່ວ ແຂວງ ມີການຈັດຕັ້ງຮາກຖານພັກ ທັງ ໝົດ 381ໜ່ວຍ. ນອກຈາກນັ້ນ, ຄະນະ ພັກ, ໜ່ວຍພັກແຕ່ລະຂັ້ນໄດ້ເອົາໃຈໃສ່ ນໍາພາວຽກງານກໍ່ສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ, ເຊິ່ງສາມາດ ສ້າງໄດ້ 301 ໜ່ວຍພັກ. ພ້ອມນັ້ນ, ລະ ບົບການບໍລິຫານການປົກຄອງຢູ່ຂັ້ນ ຮາກຖານບ້ານ ໄດ້ປັບປຸງ ແລະ ປະຕິ ບັດຕາມ 5 ໜ່ວຍງານ, 15 ຕໍາແໜ່ງ ງານ, ອົງການຈັດຕັ້ງແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າ ແລະ ອົງ ການຈັດຕັ້ງມະຫາຊົນຢູ່ຂັ້ນຮາກຖານ ກໍ່ໄດ້ມີການຂະຫຍາຍ ແລະ ປັບປຸງ. ຄະນະບໍລິຫານງານພັກແຂວງ, ກໍຄື ຄະນະພັກ-ຄະນະບັນຊາໄດ້ຫັນເອົາກໍາ ລັງຂັ້ນແຂວງ, ຂັ້ນເມືອງສົມທົບກັບ ສອງກໍາລັງຂອງກະຊວງປ້ອງກັນປະ ເທດ, ກະຊວງປ້ອງກັນຄວາມສະຫງົບ ລົງປະຈໍາຢູ່ບັນດາບ້ານຈຸດສຸມ ເພື່ອ ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ ຕ່າງໆ. ໃນນີ້, ຢຶດອາວຸດເຖື່ອນ ອາວຸດ ລ່າເນື້ອໄດ້ 6 ກະບອກ, ປືນສັ້ນ 4 ກະ ບອກ, ລົດຈັກ10ຄັນ, ລົດກະບະ1ຄັນ, ເງິນກີບ 116,247,000 ກີບ, ມ້າງ ເປົ້າໝາຍຄ້າ-ຂາຍຢ່າເສບຕິດ ໄດ້ 28 ລາຍ, ກັກຕົວຜູ້ຕ້ອງຫາໄດ້ 577 ຄົນ, ຍິງ 38 ຄົນ. ສຳລັບວຽກງານທາງ ດ້ານວັດທະນະທໍາ-ສັງຄົມ ກໍ່ໄດ້ຈັດຕັ້ງ ປະຕິບັດສໍາເລັດຕາມຄາດ ໝາຍ. ໃນປີ 2024 ທົ່ວແຂວງມີຄອບຄົວ ພົ້ນທຸກ 13, 091 ຄອບຄົວ, ເທົ່າກັບ 84,11% ບ້ານພົ້ນທຸກມີ 68 ບ້ານ, ເທົ່າກັບ 76,40% ຄອບຄົວພັດທະ ນາ ມີ 10,850 ຄອບຄົວ ເທົ່າກັບ 69,71%, ບ້ານພັດທະນາມີ 19 ບ້ານ ເທົ່າກັບ 21,34%. ນອກຈາກນັ້ນ ຍັງ ສໍາເລັດການຈັດຕັ້ງປະຕິບັດແຜນການ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍ ໃນຊົນນະບົດ 1 ບ້ານຄື: ບ້ານອ້ອມ ເມືອງອະນຸວົງ. ສ່ວນວຽກງານສາມ ສ້າງ ໂດຍກໍານົດເອົາ 5 ເມືອງ, 90 ບ້ານ ໃນທົ່ວແຂວງ ຜ່ານການຈັດຕັ້ງ ປະຕິບັດ ແລະ ປະເມີນຕາມເງື່ອນໄຂ ມາດຖານ ເຫັນວ່າ ແຂວງປະເມີນໄດ້ 7 ດ້ານ 66 ຕົວຊີ້ບອກ, ບັນລຸ 3 ດ້ານ 46 ຕົວຊີ້ບອກ ທຽບໃສ່ແຜນປີແມ່ນ ຈັດຕັ້ງປະຕິບັດໄດ້ 42%. ຂະນະທີ່ ສະຫາຍ ພອຍຄໍາ ຮຸ່ງ ບຸນຍວງ ໄດ້ເນັ້ນໃຫ້ສືບຕໍ່ສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ໃຫ້ຄະ ນະພັກ, ອົງການປົກຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະ ກອນ ແລະ ປະຊາຊົນບັນດາເຜົ່າ ຢ່າງ ເປັນປົກກະຕິຕໍ່ເນື່ອງ ແລະ ທົ່ວເຖິງທຸກ ເປົ້າໝາຍ, ສືບຕໍ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ຕິດພັນກັບ ການຈັດຕັ້ງປະຕິບັດສອງວາລະແຫ່ງ ຊາດຢ່າງເເຂງເເຮງ, ຂຸດຄົ້ນ ແລະ ນໍາ ໃຊ້ທຸກທ່າແຮງບົ່ມຊ້ອນຄຽງຄູ່ກັບ ການຊຸກຍູ້, ສົ່ງເສີມການຜະລິດເປັນສິນ ຄ້າ ໂດຍເລັ່ງໃສ່ການປູກ-ການລ້ຽງ, ການແປຮູບຜົນຜະລິດ ທີ່ຕິດພັນກັບ ການຕະຫລາດ ເພື່ອສ້າງມູນຄ່າເພີ່ມ ໃຫ້ແກ່ປະຊາຊົນ, ດຶງດູດການລົງທຶນ ຢ່າງມີການເລືອກເຟັ້ນ ເພື່ອພັດທະນາ ເຂດຈຸດສຸມທີ່ໄດ້ກໍານົດໄວ້. ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກໃຫ້ ແຂງແຮງ ຕິດພັນກັບການພັດທະນາ ຊົນນະບົດ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ແລະ ຕິດແໜ້ນກັບການສ້າງ ບ້ານ ແລະ ກຸ່ມບ້ານພັດທະນາກ່ຽວ ກັບວຽກງານກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ສອດຄ່ອງກັບສະພາບ ຄວາມເປັນຈິງຢູ່ແຕ່ລະຮາກຖານ, ແຕ່ ລະຈຸດສຸມໃຫ້ເກີດດອກອອກຜົນ ແລະ ມີຜົນສໍາເລັດໃຫຍ່ຫລວງກວ່າເກົ່າ. (ເນ່ືອງໃນໂອກາດວັນກຳມະກອນສາກົນຄົບຮອບ 139 ປີ 1 ພຶດສະພາ 1886-1 ພຶດສະພາ 2025) ໜ້ອຍ, ບໍ່ມີການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານ ໃນສະ ຖານທີ່ເຮັດວຽກ, ບໍ່ໄດ້ເອົາໃຈໃສ່ກ່ຽວ ກັບສະຫວັດດີການ-ສັງຄົມ, ເຮັດໃຫ້ ຊີວິດການເປັນຢູ່ທຸກຍາກລໍາບາກ, ຈຶ່ງ ພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງຂຶ້ນ ເລື້ອຍໆ, ຊົນຊັ້ນກຳມະກອນແລະ ຊາວ ຜູ້ອອກແຮງງານຈຳເປັນຈຶ່ງ ໄດ້ຈັດຕັ້ງ ກັນເປັນກຸ່ມ, ເປັນຂະບວນເພື່ອລຸກຮື ຂຶ້ນ ຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ ພວກນາຍທຶນເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ. ຂະ ບວນການຕໍ່ສູ້ຄັ້ງທຳອິດ ແມ່ນຢູ່ປະ ເທດອັງກິດໃນປີ 1764 ເພາະປະເທດ ອັງກິດ ໃນເວລານັ້ນເປັນປະເທດທີ່ ຂະຫຍາຍຕົວ ທາງດ້ານອຸດສາຫະກຳ ໄວກ່ວາໝູ່. ໃນເດືອນພະຈິກ1884 ຢູ່ ເມືອງຫລວງຊິກາໂກ ເປັນຈຸດໃຈກາງ ອຸດສາຫະກຳ ຂອງປະເທດອາເມລິກາ, ຂະບວນກຳມະກອນໄດ້ມີການຕໍ່ສູ້ກັບ ພວກນາຍທຶນຢ່າງຮຸນແຮງ, ຮຽກ ຮ້ອງ ແລະ ປຸກລະດົມໃຫ້ກຳມະກອນ, ຊາວຜູ້ອອກແຮງງານທຸກທົ່ວໜ້າກຽມ ພ້ອມຕໍ່ສູ້ ເພື່ອທວງເອົາສິດຂອງຕົນ. ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດ ທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນປະເທດ ອາເມລິກາ ຢູ່ເມືອງຫລວງຊິກາໂກ ໄດ້ ມີການຕໍ່ສູ້ໂດຍອີງໃສ່ເນື້ອໃນ ຂອງຖະ ແຫລງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງ ກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະ ກອນ ຜູ້ໃດເຮັດວຽກເກີນ 8 ຊົ່ວໂມງ ຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວ ໂມງຮໍ່າຮຽນ”ໃນມື້ນັ້ນໄດ້ມີກຳມະກອນ ນັດຢຸດງານເຖິງ 5.000 ແຫ່ງໃນຕົວ ເມືອງໃຫຍ່ ຂອງປະເທດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນແລະ ອື່ນໆ, ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4ໝື່ນ ຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍ ທຶນ ຕ້ອງຮັບຮອງເອົາສິດ ໃນການເຮັດ ວຽກຂອງກຳມະກອນ ໃນມື້ໜຶ່ງ 8 ຊົ່ວໂມງ. ອ່ານຕໍ່¤Å ໜ້າ
RkJQdWJsaXNoZXIy MTc3MTYxMQ==