lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 29/04/2025 xtgmf]k; ຄະນະຜູ້ແທນລາວ... ເປີດການແຂ່ງຂັນ... ເປີດນໍາໃຊ້ທ່າທຽບເຮືອ... ພົບປະແລກປ່ຽນ... ເຫັນຕໍ່ຮ່າງແຜນຍຸດທະສາດປະຊາ ຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ແລະ ປຶກສາຫາລື ບັນຫາສຳຄັນອື່ນໆ ຈໍານວນໜຶ່ງ ທີ່ເປັນວຽກຈຸດສຸມຂອງວຽກງານ ວັດທະນະທຳ-ສັງຄົມອາຊຽນ ເປັນ ຕົ້ນການສ້າງຄຸນຄ່າດ້ານມໍລະດົກ ແລະ ວັດທະນະທໍາ; ການສົ່ງເສີມ ວຽກງານປັນຍາປະດິດ, ການຫັນ ເປັນດີຈິຕອນ ແລະ ວຽກງານສີ ຂຽວ ເພື່ອເສີມສ້າງທັກສະ ແລະ ຄວາມສາມາດໃຫ້ແກ່ອາຊຽນ ໃນ ອະນາຄົດ; ຂໍ້ລິເລີ່ມດ້ານສາທາ ລະນະສຸກ ເພື່ອຄວາມສົມບູນພູນ ສຸກຂອງອາຊຽນ; ການສົ່ງເສີມ ທ່າແຮງຂອງຊາວໜຸ່ມ ແລະ ກິລາ ເພື່ອສົ່ງເສີມການເຕີບໂຕ, ຄວາມ ສາມັກຄີ ແລະ ຄວາມເປັນເລີດ; ການສົ່ງເສີມມາດຕະການດ້ານສະ ພາບອາກາດເພື່ອການຄຸ້ມຄອງ, ການເປັນຄູ່ຮ່ວມ ແລະ ການເປັນ ເຈົ້າການ. ຫລັງຈາກນັ້ນ, ກອງປະ ຊຸມໄດ້ພ້ອມກັນຕົກລົງເຫັນດີຮັບ ຮອງເອົາເອກະສານສໍາຄັນ ຈຳນວນ 4 ສະບັບຂອງເສົາຄ້ຳວັດທະນະທໍາສັງຄົມອາຊຽນ ເພື່ອນໍາສະເໜີຕໍ່ຜູ້ ນຳອາຊຽນພິຈາລະນາຮັບຮອງ ແລະ ຮັບຊາບໃນກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 46. ໃນກອງປະຊຸມຄັ້ງນີ້, ທ່ານ ວັນສີ ກົວມົວ ໄດ້ຍົກໃຫ້ເຫັນເຖິງ ຈາກສູນກາງ ແລະ ທ້ອງຖິ່ນ ໃນ ທົ່ວປະເທດເຂົ້າຮ່ວມ, ປະກອບມີ ສາຂາວິຊາເວັບເຕັກໂນໂລຊີ, ສາຂາ ວິຊາ ການຕິດຕັ້ງໄຟຟ້າ, ສາຂາວິຊາ ປຸງແຕ່ງອາຫານ, ສາຂາວິຊາ ກລາບ ຟຣິກດີຊາຍ ແລະ ສາຂາວິຊາ ໄມ້ ເຄື່ອງເຮືອນ. ທ່ານ ບຸນມາ ສິດທິໂສມ ຫົວໜ້າ ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ ໄດ້ກ່າວວ່າ: ການແຂ່ງ ຂັນສີມືແຮງງານແຫ່ງຊາດ ເປັນ ກິດຈະກຳໜຶ່ງທີ່ຖືກຈັດທຸກໆປີ ເພື່ອ ສົ່ງເສີມການພັດທະນາສີມືແຮງງານ ໃຫ້ແກ່ບັນດາຊາວໜຸ່ມ, ນັກຮຽນ ແລະ ນັກສຶກສາທີ່ເປັນກຳລັງແຮງ ຂອງຊາດ, ເປັນເວທີແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານບົດຮຽນອັນພົ້ນ ເດັ່ນ, ນະວັດຕະກຳ ແລະ ເຕັກໂນໂລ ຊີຕ່າງໆ ທີ່ມີການປ່ຽນແປງໄປຕາມ ຍຸກການຫັນເປັນອຸດສາຫະກຳ 4.0. ນອກຈາກນັ້ນ, ຍັງເປັນການຊຸກຍູ້ ສົ່ງເສີມໃຫ້ມີການຮ່ວມມືລະຫວ່າງ ພາກລັດ ແລະ ພາກເອກະຊົນຫລາຍ ຂຶ້ນ, ເປັນວຽກງານໜຶ່ງທີ່ນອນ ຢູ່ໃນວຽກພັດທະນາຊັບພະຍາກອນ ຂປລ. ໃນວັນທີ 28 ເມສາ 2025 ນີ້, ຄະນະຜູ້ແທນຂັ້ນສູງ ພັກ, ລັດ ສປປ ລາວ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວ ຢູ່ແຂວງຮ່າຕິງ ສສ ຫວຽດນາມ ເພື່ອຮ່ວມກັບສະຫາຍ ເລືອງ ເກືອງ ກໍາມະການກົມການເມືອງສູນກາງ ພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ເປັນສັກຂີພິຍານໃນ ພິທີເປີດນໍາໃຊ້ທ່າທຽບເຮືອເລກ 3, ທ່າເຮືອສາກົນ ລາວ-ຫວຽດນາມ ຢູ່ ແຂວງຮ່າຕິງ ຢ່າງເປັນທາງການ. ພິທີດັ່ງກ່າວ, ເປັນເຫດການທີ່ມີ ຄວາມໝາຍທາງປະຫວັດສາດ ອັນສຳຄັນຍິ່ງສຳລັບ ສປປ ລາວ, ເປັນສັນຍະລັກທາງປະຫວັດສາດທີ່ ສຳຄັນໃຫ້ແກ່ການຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃນ ໄລຍະໃໝ່ ແລະ ເປັນຂອງຂວັນອັນ ລ້ຳຄ່າທີ່ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ມອບໃຫ້ ແກ່ພັກ, ລັດ ແລະ ປະຊາຊົນລາວ ຊຶ່ງເປັນການຢືນຢັນໃຫ້ເຫັນເຖິງ ນໍ້າໃຈ ແລະ ໄມຕີຈິດແຫ່ງສາຍ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານອັນສະເໝີຕົ້ນ ສະເໝີປາຍລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ບໍ່ມີຍາມເສື່ອມ ຄາຍ, ນັບມື້ນັບໜັກແໜ້ນ, ເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວຫວຽດນາມ. ໂຄງການທ່າເຮືອສາກົນ ລາວຫວຽດນາມ ເປັນໂຄງການຮ່ວມມື ທາງດ້ານຍຸດທະສາດທີ່ສໍາຄັນໃນ ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ແລະ ເປັນກຳລັງ ແຮງອັນສຳຄັນໃຫ້ແກ່ ສປປ ລາວ ໃນການບັນລຸຍຸດທະສາດ “ຫັນປະ ເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ ເຊື່ອມຈອດໃນພາກພື້ນ” ໃຫ້ປະກົດ ຜົນເປັນຈິງເຊິ່ງຈະຊ່ວຍໃຫ້ ສປປ ລາວ ຍົກສູງຂີດຄວາມສາມາດ ໃນຂະແໜງຄົມມະນາຄົມ-ຂົນສົ່ງ ຂອງຕົນໃຫ້ມີຄຸນນະພາບໃໝ່ ໂດຍ ສະເພາະການຂົນສົ່ງສິນຄ້າຜ່ານ ທາງທະເລຂອງລາວ ໃຫ້ມີການ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ແນໃສ່ຊຸກຍູ້ສົ່ງເສີມ ການຄ້າ-ການລົງທຶນ ກັບຕ່າງປະ ເທດໃຫ້ນັບມື້ຫລາຍຂຶ້ນໃນຕໍ່ໜ້າ. ທ່າເຮືອສາກົນ ລາວ-ຫວຽດນາມ ລວມມີ ທ່າທຽບເຮືອ 1, 2 ແລະ 3, ຕັ້ງຢູ່ໃນເຂດເສດຖະກິດ ຫວຸ້ງ ອາງ ຕາແສງກີ່ແອງ ແຂວງຮ່າ ຕິງ ສສ ຫວຽດນາມ ເຊິ່ງຄຸ້ມຄອງ ບໍລິຫານ ແລະ ພັດທະນາໂດຍບໍລິ ສັດຫຸ້ນສ່ວນທ່າເຮືອສາກົນ ລາວ- ຫວຽດນາມ. ໃນນັ້ນ, ລັດວິສາຫະ ກິດລາວເອເຊຍໂທລະຄົມ ໃນນາມ ຕາງໜ້າລັດຖະບານລາວ ຖືຫຸ້ນ ຮ່ວມກັບຝ່າຍຫວຽດນາມ (ຝ່າຍ ລາວຖືອັດຕາຮຸ້ນ 60% ແລະ ຝ່າຍ ຫວຽດນາມ ຖືອັດຕາຮຸ້ນ 40%). ໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດກໍາມະການກົມການເມືອງ ກະສິກອນ... ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ປັດຈຸບັນ, ກະສິ ກອນທົ່ວແຂວງຄຳມ່ວນ ເກັບກ່ຽວ ເຂົ້ານາແຊງ ໄດ້ 674 ເຮັກຕາ ເທົ່າກັບ 5,68% ຂອງເນື້ອທີ່ ເກັບກ່ຽວຕົວຈິງໃນທົ່ວແຂວງໃນ ນີ້, ເຂົ້າທີ່ເປັນສະບຽງອາຫານ ເກັບກ່ຽວກັບໄດ້ 231 ເຮັກຕາ ເທົ່າກັບ 5,96%; ເຂົ້າທີ່ເປັນສິນຄ້າ ເກັບກ່ຽວໄດ້ 443 ເຮັກຕາ ເທົ່າກັບ 5,55%. ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນລະດູ ການຜະລິດເຂົ້ານາແຊງ ສົກປີ ຈັດຕັ້ງສັງຄົມໄດ້ມີການເຄື່ອນໄຫວ ທີ່ແຂງແຮງ, ມີບັນຍາກາດຟົດຟື້ນໄດ້ ຕາມຈຸດປະສົງ ແລະ ຖືກຕາມແນວ ທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ. ໃນກອງປະຊຸມ, ໄດ້ຮັບຟັງການ ຜ່ານຮ່າງບົດສະຫລຸບຕີລາຄາຄືນ ກ່ຽວກັບວຽກງານການຈັດຕັ້ງສັງ ຄົມໃນໄລຍະຜ່ານມາ ແລະ ທິດ ທາງແຜນການວຽກງານຈຸດສຸມ ໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ຢູ່ ສປປ ລາວ ມີອົງການຈັດຕັ້ງສັງຄົມ ທີ່ມີຊື່ເອີ້ນແຕກຕ່າງກັນຕາມແຕ່ລະ ຂະແໜງການວິຊາຊີບລວມທັງໝົດ 301 ອົງການ. ໃນນັ້ນ, ສະມາຄົມ 240 ອົງການ, ມູນນິທິ 61 ອົງການ ແລະ ໄດ້ເຄື່ອນໄຫວຕາມດຳລັດ 238/ລບ ລົງວັນທີ 11 ສິງຫາ 2017 ວ່າດ້ວຍສະມາຄົມ ໂດຍລັດ ຖະບານເປັນຜູ້ຄຸ້ມຄອງລວມສູນໃນ ຂອບເຂດທົ່ວປະເທດ ແລະ ແນວ ລາວສ້າງຊາດ ໄດ້ມີສ່ວນຮ່ວມນຳ ກັນແຕ່ສູນກາງລົງຮອດທ້ອງຖິ່ນ. ພ້ອມກັນນີ້, ຜູ້ເຂົ້າຮ່ວມໄດ້ມີການ ປະກອບຄຳຄິດເຫັນແລກປ່ຽນຕໍ່ ກັບວຽກງານດັ່ງກ່າວຢ່າງກົງໄປ ກົງມາຕື່ມອີກ. ຈາກນັ້ນ, ກອງປະ ຊຸມຍັງໄດ້ຮັບຟັງຄໍາເຫັນຊີີ້ນໍາຈາກ ທ່ານປະທານສູນກາງແນວລາວ ສ້າງຊາດ. ຂ່າວ-ພາບ: ເຢ້ ສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຈົດ ຈຳລໍາລຶກຢ່າງສຸດຊຶ້ງຕໍ່ປະທານ ໂຮ່ຈີ່ມິງ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ເຊິ່ງເປັນຜູ້ໃຫ້ກຳເນີດ ແລະ ໄດ້ເປັນ ແບບຢ່າງອັນໃສແຈ້ງແຫ່ງການ ຖະນຸຖະໜອມ, ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ໃຫ້ແໜ້ນ ແຟ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດ ຢັ້ງ, ກາຍເປັນສາຍພົວພັນທີ່ບໍລິສຸດ ຜຸດຜ່ອງ ແລະ ຫາຍາກໃນການ ພົວພັນສາກົນ ເຊິ່ງໃນເງື່ອນໄຂທີ່ ສະພາບການຂອງພາກພື້ນ ແລະ ສາກົນ ທີ່ພວມສືບຕໍ່ຜັນແປຢ່າງ ສັບສົນ ແລະ ຄາດຄະເນໄດ້ຍາກ ໃນປັດຈຸບັນນີ້ ສອງປະເທດຍິ່ງຕ້ອງ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນ ແຟ້ນຂຶ້ນກວ່າເກົ່າ, ຮັກສາໄວ້ໃຫ້ ເປັນມໍລະດົກໃຫ້ຄົນຮຸ່ນໃໝ່ຂອງ ສອງປະເທດ ແລະ ຖືເອົາການປົກ ປັກຮັກສາສາຍພົວພັນດັ່ງກ່າວ ເປັນ ຄວາມຮັບຜິດຊອບ ແລະ ພັນທະອັນ ສູງສົ່ງຂອງຄົນຮຸ່ນໃໝ່ ເພື່ອໃຫ້ສົມ ກັບການເສຍສະລະອັນໃຫຍ່ຫລວງ ແລະ ຄວາມມຸ່ງມາດປາຖະໜາອັນ ແຮງກ້າຂອງບັນພະບູລຸດຂອງສອງ ປະເທດ ແລະ ໃຫ້ນັບມື້ຈະເລີນງອກ ງາມຍິ່ງໆຂຶ້ນ. ພ້ອມທັງ, ຕີລາຄາສູງ ຕໍ່ການເປີດນຳໃຊ້ທ່າທຽບທ່າເຮືອ ເລກ 3 ໃນຄັ້ງນີ້ ເຊິ່ງເປັນຄວາມ ເອກອ້າງທະນົງໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ ສາມາດເຮັດໃຫ້ຄວາມປາຖະໜາ ອັນແຮງກ້າ ແລະ ຄວາມຄອງຄອຍ ຂອງຕົນທີ່ຢາກມີທາງອອກສູ່ທະເລ ປະກົດຜົນເປັນຈິງ, ພ້ອມທັງສະແດງ ຄວາມຂອບໃຈຕໍ່ພັກ, ລັດຖະບານ ຫວຽດນາມ ກໍຄື ອໍານາດການປົກ ຄອງແຂວງຮ່າຕິງ ທຸກຂັ້ນທີ່ໄດ້ໃຫ້ ການສະໜັບສະໜູນຊ່ວຍເຫລືອໃຫ້ ບຸລິມະສິດ ແລະ ອໍານວຍຄວາມສະ ດວກແກ່ໂຄງການທ່າເຮືອສາກົນ ລາວ-ຫວຽດນາມ ອັນມີຄວາມ ໝາຍປະຫວັດສາດ, ທັງເປັນຂອງ ຂວັນອັນລໍ້າຄ່າທີ່ສຸດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນ ລາວບັນດາເຜົ່າ. ພ້ອມນັ້ນ, ຍັງ ໄດ້ຢືນຢັນວ່າຈະຮ່ວມກັບສະຫາຍ ຫວຽດນາມ ນໍາໃຊ້ທ່າເຮືອແຫ່ງນີ້ ໃຫ້ມີປະສິດທິຜົນທີ່ສຸດ, ນຳເອົາຜົນ ປະໂຫຍດຕົວຈິງມາໃຫ້ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ພ້ອມກັນສືບຕໍ່ການເສີມຂະຫຍາຍ ມູນເຊື້ອແຫ່ງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ນັບມື້ ໄດ້ຮັບການພັດທະນາ ແລະ ເພີ່ມພູນ ຄູນສ້າງຍິ່ງໆຂຶ້ນ. ໂອກາດດັ່ງກ່າວ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງພັກ, ລັດລາວຍັງໄດ້ ເຄື່ອນໄຫວຢ້ຽມຢາມກອງບັນຊາ ການທະຫານເຂດ 4 ຢູ່ນະຄອນ ວິງ ແຂວງເຫງະອານ; ພົບປະກັບ ຄະນະພັກ, ອໍານາດການປົກຄອງ ແຂວງຮ່າຕິງ ແລະ ສືບຕໍ່ນໍາພາຄະ ນະທີ່ເດີນທາງເຂົ້າຮ່ວມພິທີສະເຫລີມ ສະຫລອງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ ຢູ່ ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ຕື່ມອີກ. ຂ່າວ-ພາບ: ຄຕພ ຄວາມສໍາຄັນຂອງການເພີ່ມທະວີ ບັນດາຂໍ້ລິເລີ່ມຕ່າງໆໃນການເປັນ ປະທານອາຊຽນຂອງມາເລເຊຍ ປີ 2025 ແນໃສ່ຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດປະຊາຄົມວັດ ທະນະທໍາ-ສັງຄົມອາຊຽນ 2025 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ກໍຄື ການສ້າງແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ ຫລັງປີ 2025 ໃຫ້ມີຄວາມ ຮັດກຸມຄົບຖ້ວນ ແລະ ການປະ ເມີນຜົນທ້າຍສະໄໝແຜນແມ່ບົດ ປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ 2025 ໃຫ້ໄດ້ຮັບຜົນດີຢ່າງ ຈົບງາມ ເພື່ອປະກອບສ່ວນສ້າງ ປະຊາຄົມອາຊຽນ ໃຫ້ມີລັກສະນະ ກວມລວມ, ເຂັ້ມແຂງ ແລະ ເບິ່ງ ກວ້າງເຫັນໄກຫລາຍຍິ່ງໆຂຶ້ນ. ພ້ອມນີ້, ທ່ານຍັງໄດ້ຢໍ້າຄືນຄຳ ໝາຍໝັ້ນທີ່ແຂງແຮງໃນການເພີ່ມ ທະວີການຮ່ວມມືດ້ານວັດທະນະ ທຳ-ສັງຄົມອາຊຽນຢ່າງໜັກແໜ້ນ ແລະ ເຫັນດີສະໜັບສະໜູນບັນດາ ບຸລິມະສິດຂອງມາເລເຊຍ ໃນການ ຍົກສູງຄຸນນະພາບຊີວິດ ກໍຄື ການ ພັດທະນາແບບກວມລວມ ແລະ ຍືນຍົງ ພາຍໃຕ້ການເປັນປະທານ ກອງປະຊຸມສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ປີນີ້ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມ ຢ່າງທົ່ວເຖິງ ແລະ ຍືນຍົງ” ພ້ອມ ທັງສະແດງຄວາມເຫັນດີເປັນເອກະ ພາບຕໍ່ບັນດາເອກະສານທີ່ປຶກສາ ຫາລືໃນກອງປະຊຸມ ເພື່ອສະເໜີ ໃຫ້ຜູ້ນຳອາຊຽນ ພິຈາລະນາຮັບ ຮອງ ແລະ ຮັບຊາບໃນກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 46. ນັບແຕ່ກອງປະຊຸມຄັ້ງຫລ້າສຸດທີ່ ນະຄອນຫລວງວຽງຈັນ ໃນເດືອນ ກັນຍາ 2024, ສປປ ລາວ ໄດ້ສືບ ຕໍ່ຈັດຕັ້ງປະຕິບັດບັນດາຍຸດທະສາດ ຂອງພາກພື້ນຢ່າງຕັ້ງໜ້າຫລາຍ ດ້ານເປັນຕົ້ນດ້ານວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ຄວາມຍືນຍົງດ້ານສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງ ດິນຟ້າອາກາດ, ບົດບາດຍິງ-ຊາຍ ແລະ ການປົກປ້ອງທາງສັງຄົມ ສຳລັບແຮງງານເຄື່ອນຍ້າຍຄຽງ ຄູ່ກັບການຊຸກຍູ້ສົ່ງເສີມສ້າງກາ ລະໂອກາດໃຫ້ແກ່ຊາວໜຸ່ມ ແລະ ກຸ່ມຄົນອ່ອນແອ ໂດຍສະເພາະກຸ່ມ ຄົນພິການ, ດ້ວຍການພັດທະນາທັກ ສະ ແລະ ການສ້າງວຽກເຮັດງານ ທຳໃຫ້ສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງການຂອງວຽກງານໃນ ອະນາຄົດ. ສປປ ລາວ ຍັງສືບຕໍ່ ຢຶດໝັ້ນຢ່າງໜັກແໜ້ນຕໍ່ເປົ້າໝາຍ ລວມໃນຂະບວນການພັດທະນາ ຂອງອາຊຽນ ທີ່ຈະບໍ່ປ່ອຍປະໃຜ ໄວ້ທາງຫລັງ. ໂອກາດດຽວກັນນີ້, ທ່ານຮອງ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຍັງ ໄດ້ຕີລາຄາສູງການຮັບຮອງຂອບ ວຽກການພັດທະນາແບບຍືນຍົງ ຂອງເສດຖະກິດສ້າງສັນອາຊຽນ ແລະ ບົດລາຍງານການປະເມີນ ຜົນກາງສະໄໝຂອງແຜນແມ່ບົດ ອາຊຽນ 2025: ການເຊື່ອມສານ ສິດທິຂອງຄົນພິການ, 2 ເອກະສານ ນີ້ ແມ່ນມີບົດບາດສໍາຄັນຫລາຍ ໃນການຂັບເຄື່ອນ ແລະ ຍູ້ດັນອາ ຊຽນ ໃຫ້ກ້າວໄປສູ່ປະຊາຄົມທີ່ມີ ຄວາມກວມລວມ ແລະ ປະຊາຊົນ ເປັນທິດ ແລະ ສະແດງຄວາມເຫັນ ດີສະໜັບສະໜູນການຮັບຮອງ ເອກະສານພາລະບົດບາດ ແລະ ໜ້າ ທີ່ຂອງພະນັກງານຂອງເສົາຄ້ຳວັດ ທະນະທຳ-ສັງຄົມ ທີ່ປະຈຳການ ຢູ່ສຳນັກງານຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ແລະ ການປັບປຸງ ຊື່ເອີ້ນຂອງຕົນຄືນໃໝ່ ໂດຍຮັບຮູ້ ແລະ ເຂົ້າໃຈເຖິງບົດບາດສໍາຄັນໃນ ການປະຕິບັດໜ້າທີ່ ເພື່ອກ້າວໄປສູ່ ເປົ້າໝາຍຂອງອາຊຽນ ໃນລະດັບ ພາກພື້ນ ແລະ ສາກົນ. ມະນຸດ ໂດຍສະເພາະແມ່ນການ ພັດທະນາສີມືແຮງງານ. ຜ່ານການ ແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ສໍາເລັດຈະໄດ້ນັກແຂ່ງຂັນ ສີມືແຮງງານ ສາຂາລະ 3 ທ່ານ ໂດຍແມ່ນຜູ້ທີ່ໄດ້ຫລຽນຄໍາ, ຫລຽນ ເງິນ ແລະ ຫລຽນທອງຂອງແຕ່ລະ ສາຂາຊ່າງ ເພື່ອນໍາໄປຝຶກຊ້ອນ ແລະ ຄັດເລືອກເອົາຜູ້ມີຄວາມຮູ້ຄວາມ ສາມາດ ແລະ ຄຸນສົມບັດດີເດັ່ນ ຈໍາ ນວນ 2 ທ່ານ ເປັນຕົວແທນທີມຊາດ ລາວ ເຂົ້າຮ່ວມການແຂ່ງຂັນສີມື ແຮງງານອາຊຽນ ຄັ້ງທີ14 (14th WorldSkills ASEAN ) ທີ່ຈະ ຈັດຂຶ້ນໃນລະຫວ່າງວັນທີ 22-25 ສິງຫາ 2025 ທີ່ສູນການຄ້າສາກົນ ມະນີລາ ປະເທດຟີລິບປິນ, ຄາດວ່າ ສປປ ລາວ ຈະສົ່ງເຂົ້າຮ່ວມແຂ່ງຂັນ ຄັ້ງນີ້ 5 ສາຂາຊ່າງ. ໂອກາດນີ້, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການ ສັງຄົມ ໄດ້ກ່າວວ່າ: ການແຂ່ງຂັນສີ ມືແຮງງານເປັນວຽກໜຶ່ງຂອງການ ສົ່ງເສີມການພັດທະນາສີມືແຮງງານ ໃຫ້ກ້າວສູ່ມາດຕະຖານຂອງພາກ ພື້ນ, ກະຕຸ້ນການພັດທະນາທ່າແຮງ ຄວາມສາມາດຂອງແຮງງານອັນ ນໍາໄປສູ່ການສ້າງມູນຄ່າເພີ່ມທາງ ດ້ານເສດຖະກິດ ແລະ ການແຂ່ງຂັນ ຂອງປະເທດບົນເວທີຂອງພາກພື້ນ ແລະ ສາກົນລວມທັງເປັນເວທີໃຫ້ໄວ ໜຸ່ມ, ນັກຮຽນວິຊາຊີບໄດ້ສະແດງ ຄວາມຮູ້ຄວາມສາມາດດ້ານສີມື ແຮງງານໃນເວທີການແຂ່ງຂັນ ເຊິ່ງ ການແຂ່ງຂັນສີມືແຮງງານຖືເປັນ ເວທີໃຫ້ຊາວໜຸ່ມ, ແຮງງານລາວ ບັນດາເຜົ່າໄດ້ສະແດງອອກທາງ ດ້ານຄວາມຮູ້, ຄວາມສາມາດ, ສີມື ແລະ ພ້ອມດຽວກັນກໍເປັນການຊຸກຍູ້ ສົ່ງເສີມໃຫ້ບັນດາຊາວໜຸ່ມເຫັນເຖິງ ຄວາມສຳຄັນໃນການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ ຫລາຍຂຶ້ນ. ນອກຈາກນັ້ນ, ພັກ ແລະ ລັດຖະບານລາວ ຍາມໃດກໍຖື ເອົາການພັດທະນາຄົນເປັນບັນຫາ ສຳຄັນ ແລະ ເປັນໃຈກາງຂອງທຸກ ວຽກງານ ເຊິ່ງການພັດທະນາເສດ ຖະກິດ-ສັງຄົມ ຈະປະສົບຜົນສຳເລັດ ໄດ້ນັ້ນແມ່ນປະກອບດ້ວຍຫລາຍ ປັດໄຈ, ແຕ່ປັດໄຈທີ່ຕັດສິນກວ່າໝູ່ ແມ່ນຄົນທີ່ມີຄວາມຮູ້, ຄວາມສາ ມາດ, ສີມື, ມີລະບຽບວິໄນການ ອອກແຮງງານຢ່າງເຂັ້ມງວດ ແລະ ມີຄຸນສົມບັດສິນທຳປະຕິວັດບວກ ກັບຫົວຄິດປະດິດສ້າງ, ກ້າເຮັດ, ກ້າ ຮັບຜິດຊອບ. ຂ່າວ-ພາບ: ກິດຕາ 2024-2025 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກເຂົ້າ 14.186 ເຮັກຕາ, ຄາດຄະເນຜົນຜະລິດ 78.896 ໂຕນ ໃນນີ້, ແຜນການ ປູກເຂົ້າ ເພື່ອເປັນສະບຽງອາຫານ 4.696 ເຮັກຕາ, ຄາດຄະເນຜົນ ຜະລິດ 25.840 ໂຕນ; ແຜນການ ປູກເຂົ້າເພື່ອເປັນສິນຄ້າ 9.490 ເຮັກຕາ, ຄາດຄະເນຜົນຜະລິດ 53.056 ໂຕນ. ຜ່ານການຈັດຕັ້ງປະຕິບັດຕົວ ຈິງໄດ້ 11.865 ເຮັກຕາ (ຫລຸດ ແຜນການປີທີ່ວາງໄວ້ 2.321 ເຮັກ ຕາ)ເທົ່າກັບ 83,63% ຂອງເນື້ອທີ່ ແຜນການທັງໝົດ ໃນນີ້, ນາຫວ່ານ ປະຕິບັດໄດ້ 5.570 ເຮັກຕາ, ນາດໍາ ປະຕິບັດໄດ້ 6.295 ເຮັກຕາ, ເນື້ອ ທີ່ປູກເຂົ້າເພື່ອເປັນສະບຽງອາຫານ ປະຕິບັດໄດ້ 3.877 ເຮັກຕາ (ຫລຸດ ແຜນການທີ່ວາງໄວ້ 819 ເຮັກຕາ) ເທົ່າກັບ 82,55% ຂອງເນື້ອທີ່ ແຜນການ ແລະ ເນື້ອທີ່ປູກເຂົ້າ ເພື່ອ ເປັນສິນຄ້າ ປະຕິບັດໄດ້ 7.988 ເຮັກຕາ (ຫລຸດແຜນການທີ່ວາງໄວ້ 1.502 ເຮັກຕາ) ເທົ່າກັບ 84,17% ຂອງເນື້ອທີ່ແຜນການ. ສ່ວນສາເຫດທີ່ພາໃຫ້ເນື້ອທີ່ການ ປູກເຂົ້າບໍ່ໄດ້ຕາມແຜນການທີ່ວາງ ໄວ້ເນື່ອງຈາກລະບົບນໍ້າບໍ່ທົ່ວເຖິງ ເຊິ່ງເກີດມາຈາກການເປ່ເພຂອງ ລະບົບຫົວງານຊົນລະປະທານເຮັດ ໃຫ້ເນື້ອທີ່ການປູກເຂົ້າຫລຸດລົງ. ຂ່າວ-ພາບ: ແດງສະຫວັດ ແສນພານິດ
RkJQdWJsaXNoZXIy MTc3MTYxMQ==