glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ຮຽບຮຽງໂດຍ: ແສງສະຫວັນັນ (ຂໍ້ມູນຈາກ: ປຶ້ມຄູ່ມືການລ້ຽງແບ້ ໍ້ ມູນຶ້ ມູ່ ມືກ້ ຽ້ ຄະນະກະເສດສາດ) xtgmf]k; 6 28/04/2025 glf4tdy f{la '7q , m5 ]tdy fdj P;da [la foE c]t la fxj k 8h v'fegou o8k,]t[P[dq f\kp g8a doy ddko]h P'c[h .sh wfh Ia [zq ofu ກະສິກຳ ແລະ ປ່າໄມ້; ສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ ຕ້ອງໄດ້ຮັບ ອະນຸຍາດ ຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ. ສ່ວນການອະນຸຍາດ ໃຫ້ລ້ຽງ ສັດນ້ຳ ແລະ ສັດປ່າ ທຳມະຊາດ ເພື່ອດຳເນີນທຸລະກິດຕ້ອງປະຕິບັດ ດັ່ງນີ້: ສັດນ້ຳ ແລະ ສັດປ່າ ປະເພດ ຫວງຫ້າມທີ່ໄດ້ກຳນົດໄວ້ໃນບັນຊີ I ແມ່ນລັດຖະບານ ເປັນຜູ້ອະນຸຍາດ ໃຫ້ບຸກຄົນ ຫລື ການຈັດ ຕັ້ງນຳມາ ລ້ຽງເປັນພໍ່ພັນ ແມ່ພັນ ເພື່ອດຳເນີນ ທຸລະກິດ; ສັດນ້ຳ ແລະ ສັດປ່າ ປະ ເພດຄຸ້ມຄອງ ທີ່ໄດ້ກຳນົດໄວ້ໃນ ບັນຊີ II ແມ່ນກະຊວງກະສິກຳ ແລະ ປ່າໄມ້ເປັນຜູ້ອະນຸຍາດໃຫ້ບຸກຄົນ ແລະ ການຈັດຕັ້ງນຳມາລ້ຽງ ເປັນ ພໍ່ພັນ ແມ່ພັນ ເພື່ອດຳເນີນທຸລະ ກິດ; ສັດປ່າ ປະເພດທົ່ວໄປ ທີ່ໄດ້ກຳ ນົດໄວ້ໃນບັນຊີ III ແມ່ນພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ນະ ຄອນເປັນຜູ້ອະນຸຍາດ ໃຫ້ບຸກຄົນ ແລະ ການຈັດຕັ້ງນຳມາລ້ຽງເປັນ ພໍ່ພັນແມ່ພັນ ເພື່ອດຳເນີນທຸລະ ກິດ. ສຳລັບສັດນ້ຳປະເພດທົ່ວໄປ ສາມາດລ້ຽງ ເພື່ອດຳເນີນທຸລະກິດ ໄດ້ຕາມລະບຽບກົດໝາຍ. ການສ້າງສວນສັດ ບຸກຄົນ ຫລື ການຈັດຕັ້ງທີ່ມີຈຸດປະສົງສ້າງ ສວນສັດນ້ຳ ແລະ ສັດປ່າ ເພື່ອທຸລະ ກິດການທ່ອງທ່ຽວ ແລະ ການສຶກ ສາຄົ້ນຄວ້າທາງດ້ານວິທະຍາສາດ ແມ່ນໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ເປັນຜູ້ອະນຸມັດ ແລະ ຕ້ອງ ປະຕິບັດຕາມກົດໝາຍວ່າດ້ວຍ ວິສາຫະກິດ ແລະ ກົດໝາຍອື່ນທີ່ ກ່ຽວຂ້ອງ. ການສ້າງສວນສັດຍັງມີຄວາມ ສຳຄັນໃນການປູກຈິດສຳນຶກຂອງ * ແບ້ເປັນສັດຊະນິດໜຶ່ງທີ່ມີ ລັກສະນະພິເສດ ແລະ ມີນິໄສເລືອກ ກິນຫລາຍ ສາມາດເລືອກກິນພາກ ສ່ວນນ້ອຍໆຂອງໃບພຶືດ ແລະ ອາ ຫານປະເພດຕ່າງໆໄດ້. ພ້ອມນັ້ນ ແບ້ຍັງມີລະບົບຍ່ອຍທີ່ພິເສດທີ່ສາ ມາດຍ່ອຍໄດ້ທັງອາຫານຫຍາບ (ປະເພດຫຍ້າ ແລະ ໃບພືດຕ່າງໆ). ແບ້ຍັງເປັນສັດສິນຄ້າທີ່ສາມາດ ສ້າງລາຍຮັບໃຫ້ແກ່ຜູ້ລ້ຽງໄດ້ ເປັນຢ່າງດີ ແລະ ຍັງເປັນທີ່ຕ້ອງ ການຂອງທ້ອງຕະຫລາດຈຳນວນ ຫລາຍ. ຢາກລ້ຽງແບ້ໃຫ້ປະສົບ ຜົນສຳເລັດ ອີກປັດໄຈໜຶ່ງທີ່ສຳ ຄັນເບື້ອງຕົ້ນ ກໍແມ່ນການຄັດເລືອກ ແນວພັນ ຫລື ພໍ່ພັນ-ແມ່ພັນ ແບ້ທີ່ດີ, ຖ້າຫາກມີການເລີ່ມຕົ້ນທີ່ດີ ກໍຈະ ເຮັດໃຫ້ໄດ້ຮັບຜົນຜະລິດທີ່ດີ. ສິ່ງສຳຄັນທີ່ຄວນຄຳນຶງໃນ ການຄັດເລືອກແບ້ ມີດັ່ງນີ້: ຄວນເລືອກແບ້ທີ່ລ້ຽງງ່າຍແລະ ທົນທານຕໍ່ສະພາບແວດລ້ອມ ສະ ນັ້ນຄວນເລີ່ມຕົ້ນຈາກການລ້ຽງແບ້ ພັນພື້ນເມືອງຫລືແບ້ລູກປະສົມທີ່ໄດ້ ຮັບການປັບປຸງໃຫ້ເໝາະສົມກັບສະ ພາບແວດລ້ອມທ້ອງຖິ່ນຈຶ່ງຈະເຮັດ ໃຫ້ລ້ຽງໄດ້ງ່າຍ. ການເລືອກພໍ່ພັນແມ່ພັນ ຄວນຄັດເລືອກພໍ່ພັນທີ່ມີ ສາຍເລືອດພັນແທ້, ຮູບຮ່າງສູງ ໃຫຍ່, ນ້ຳໜັກໂຕຫລາຍທີ່ສຸດໃນຝູງ, ມີຄວາມແຂງແຮງ, ສົມບູນ ແລະ ຄວນຄັດພໍ່ພັນທີ່ເກີດຈາກແມ່ແບ້ທີ່ ໃຫ້ລູກແຝດ 2 ໂຕຂຶ້ນໄປ ແລະ ພໍ່ ພັນແບ້ທີ່ມີຄວາມກະລືລົ້ນທີ່ຈະປະ ສົມພັນກັບແມ່ແບ້ເມື່ອເວລາຂຶ້ນ ເພດ. ສຳລັບການຄັດເລືອກແມ່ພັນ ນອກຈາກຄັດເລືອກລັກສະນະຄ້າຍ ຄືກັບແບ້ພໍ່ພັນທີ່ກ່າວມານັ້ນແລ້ວ ຄວນສັງເກດຄວາມສະໝ່ຳສະເໝີ ຂອງເຕົ້ານົມແບ້ອີກດ້ວຍ. ຄວນເລືອກແບ້ທີ່ຢູ່ໃນໄລຍະຈະ ເລີນເຕີບໂຕ ແລະ ຢູ່ໃນໄວຈະເລີນ ພັນ ຊຶ່ງມີອາຍຸປະມານ 8 ເດືອນຂຶ້ນ ໄປ ແລະ ບໍ່ຄວນມີອາຍຸຫລາຍກວ່າ 2 ປີ. ນໍ້າໜັກຂອງແບ້ພັນພື້ນເມືອງ ທີ່ຄວນນຳມາລ້ຽງໃນເບື້ອງຕົ້ນຢູ່ ລະຫວ່າງ 18-25 ກິໂລ/ໂຕ. ຂໍ້ສັງເກດໃນການເບິ່ງແບ້ວ່າມີ ອາຍຸເທົ່າໃດ?: ແບ້ຈະມີແຂ້ວດ້ານ ລຸ່ມທັງໝົດ 8 ເຫລັ້ມ, ເມື່ອແບ້ເກີດ ມາໃໝ່ຈົນເຖິງອາຍຸ 1 ປີ ແບ້ຈະມີ ແຂ້ວພຽງແຕ່ແຂ້ວນ້ຳນົມເທົ່ານັ້ນ, ເມື່ອແບ້ອາຍຸ 1 ປີຂຶ້ນໄປພວກມັນ ຈະມີແຂ້ວແທ້ປົ່ງຂຶ້ນແທນແຂ້ວນ້ຳ ນົມເທ່ືອລະຄູ່ ຕ້ັງແຕ່ອາຍຸ 1 ປີ-4 ປີ; ຫລັງຈາກແບ້ອາຍຸ 4 ປີແລ້ວແຂ້ວ ແທ້ຈະເລີ່ມຫລົ້ນອອກ. ສະຖານທີ່ລ້ຽງແບ້ຄວນເປັນ ບ່ອນສູງ, ໂນນ, ມີສິ່ງແວດລ້ອມທີ່ ດີ, ບໍ່ມີນ້ຳຖ້ວມ, ຂັງ. ສ່ວນພື້ນທີ່ ທີ່ເໝາະໃນການລ້ຽງແບ້ຄວນເປັນ ເຂດທີ່ມີອາຫານທຳມະຊາດຫລາ ກຫລາຍຊະນິດ ມີຕົ້ນໄມ້ຟູ່ມ, ຫຍ້າ ແລະ ພືດອື່ນໆ ຫລື ເປັນພື້ນທີ່ໆສາ ມາດປູກພືດອາຫານສັດໄດ້. ໂຮງເຮືອນແລະຄອກ: ແບ້1ໂຕ ຕ້ອງການເນື້ອທີ່ 1 ຕາແມັດ, ຄວນ ສ້າງຄອກໃຫ້ແບ້ຢູ່ລວມກັນເປັນຝູງ ປະມານ 10ໂຕ/ຄອກໃຫຍ່ (10 ຕາແມັດ) ແຕ່ຕ້ອງຄັດເອົາແບ້ທີ່ມີ ຂະໜາດດຽວກັນມາຢູ່ຝູງດຽວກັນ. ຄອກແບ້ຕ້ອງສູງຈາກໜ້າດິນພໍສົມ ຄວນ, ຕ້ອງໄດ້ເຮັດໃຫ້ມີຊ່ອງວ່າງ ໃຫ້ອາຈົມຂອງແບ້ຕົກລົງກ້ອງ ລ່າງ, ຄວນເຮັດໃຫ້ພື້ນຄອກແຫ້ງ ແລະ ສະອາດຢູ່ສະເໝີ ແລະ ມີທາງ ຍ່າງສຳລັບແບ້ຂຶ້ນ-ລົງ ຄ້ອຍຊັນ ປະມານ 45 ອົງສາ. ບັນຫາ ແລະ ຄວາມສ່ຽງໃນ ການລ້ຽງແບ້: ບັນຫາຕົ້ນຕໍຂອງ ການລ້ຽງແບ້ໃນລາວແມ່ນການໃຫ້ ຜົນຜະລິດຕ່ຳ ແລະ ມັກເກີດພະຍາດ ລະບາດ, ຕາຍເປັນຈຳນວນຫລາຍ; ພະຍາດທີ່ມັກເກີດຂຶ້ນກັບແບ້ເຊັ່ນ: ກາຝາກພາຍນອກ ແລະພາຍໃນ, ພະຍາດເຈັບປາກ, ປາກເປື່ອຍລົງ ເລັບ, ຖອກທ້ອງ, ທ້ອງເບັງ, ປອດ ອັກເສບ ແລະ ອື່ນໆ, ຖ້າແບ້ມີກາ ຝາກຈຳນວນຫລາຍແມ່ນຈະສາ ມາດເຮັດໃຫ້ມີພະຍາດອື່ນໆແຊກ ຊ້ອນ ແລ້ວເຮັດໃຫ້ແບ້ຕາຍໂດຍສະ ເພາະແມ່ນແບ້ນ້ອຍທີ່ຫາກໍເຊົານົມ. ພາບປະກອບ ພາບປະກອບ ພາບປະກອບ * ໃນມາດຕາ 34 ຂອງກົດໝາຍ ສັດນໍ້າ ແລະ ສັດປ່າ ໄດ້ກຳນົດໄວ້ ວ່າ: ການດຳເນີນທຸລະກິດກ່ຽວ ກັບສັດນ້ຳ ແລະ ສັດປ່າ ປະກອບ ດ້ວຍກິດຈະການດັ່ງນີ້: ການສ້າງ ສວນສັດ, ການສ້າງຟາມສັດ, ການປິ່ນປົວສັດ, ການຄ້າຂາຍ, ການເຄື່ອນຍ້າຍ, ການນຳເຂົ້າ, ການສົ່ງອອກ, ການສົ່ງອອກຄືນ ແລະ ການນຳຜ່ານ, ການສະແດງ ລະຄອນສັດ,ການສ້າງສາລະຄະດີ ສັດ. ການດຳເນີນທຸລະກິດດັ່ງກ່າວ ຕ້ອງສອດຄ່ອງກັບລະບຽບກົດ ໝາຍຂອງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສົນທິ ສັນຍາສາກົນທີ່ ສປປ ລາວ ເປັນພາ ຄີ. ຫາກບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດກ່ຽວ ກັບ ສັດນ້ຳ ແລະ ສັດປ່າ ຕ້ອງໄດ້ ຮັບຄວາມເຫັນດີຈາກຂະແໜງການ ກະສິກຳ ແລະ ປ່າໄມ້ ແລະ ຂຶ້ນທະ ບຽນວິສາຫະກິດ ຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ແລະ ໃຫ້ປະຕິບັດດັ່ງນີ້: ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມຕ້ອງໄດ້ ຮັບອະນຸຍາດຈາກລັດຖະບານ; ສັດ ນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງ ທົ່ວປວງຊົນໃຫ້ຮູ້ຈັກຄຸນປະໂຫຍດ, ຮັກ ແລະ ຫວງແຫນ, ອະນຸລັກ, ປົກ ປັກຮັກສາ ແລະ ພັດທະນາ ສັດນ້ຳສັດປ່າໃຫ້ຍືນຍົງ. ການສ້າງຟາມສັດ ບຸກຄົນ ຫລື ການຈັດຕັ້ງທີ່ມີຈຸດປະສົງສ້າງຟາມ ສັດ ດ້ວຍການນຳເອົາ ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ແລະ ປະ ເພດທົ່ວໄປມາລ້ຽງ ເພື່ອຂະຫຍາຍ ພັນ, ເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດແມ່ນໃຫ້ ຂະແໜງການກະສິກຳ ແລະ ປ່າໄມ້ ເປັນຜູ້ອະນຸຍາດ. ສຳລັບການສ້າງ ຟາມສັດ ປະເພດຫວງຫ້າມແມ່ນ ລັດຖະບານເປັນຜູ້ຕົກລົງຕາມການ ສະເໜີ ຂອງກະຊວງກະສິກຳ ແລະ ປ່າໄມ້. ການດຳເນີນທຸລະກິດ ກ່ຽວ ກັບການສ້າງຟາມສັດດັ່ງກ່າວໃຫ້ ປະຕິບັດຕາມກົດໝາຍວ່າດ້ວຍ ວິສາຫະກິດ ແລະ ກົດໝາຍອື່ນ ທີ່ ກ່ຽວຂ້ອງ.ບຸກຄົນແລະການຈັດຕັ້ງ ທີ່ດຳເນີນການລ້ຽງສັດນ້ຳ ແລະ ສັດປ່າ ຫລື ມີໄວ້ໃນຄອບຄອງຢ່າງ ຖືກຕ້ອງນັ້ນ ຕ້ອງເອົາໃຈໃສ່ຮັກສາ ແລະ ປິ່ນປົວສັດເປັນຕົ້ນ ໃນເວລາ ສັດບາດເຈັບ ຫລື ຕິດເຊື້ອພະຍາດ ຕ້ອງນຳເອົາໄປປິ່ນປົວຢ່າງທັນ ການ. ສຳລັບການດຳເນີນທຸລະກິດ ທີ່ເປັນສວນສັດ ຫລື ຟາມສັດ ຕ້ອງ ມີໜ່ວຍງານ ສັດຕະວະແພດປະຈຳ ເພື່ອປິ່ນປົວ, ສະກັດກັ້ນ, ຄວບຄຸມ ແລະ ຕ້ານການລະບາດຂອງພະ ຍາດສັດ. ການຄ້າຂາຍສັດນ້ຳ ແລະ ສັດປ່າ ທີ່ໄດ້ລ້ຽງ ຕ້ອງປະຕິບັດ ດັ່ງ ນີ້: ສັດນ້ຳ ແລະ ສັດປ່າ ປະເພດ ຫວງຫ້າມ ສາມາດຄ້າຂາຍເລີ່ມ ແຕ່ສາຍພັນລຸ້ນ 2 ແລະ ລຸ້ນຕໍ່ໄປ, ສ່ວນພໍ່ພັນແມ່ພັນ ແລະ ສາຍພັນລຸ້ນ 1 ແມ່ນ ບໍ່ອະນຸຍາດໃຫ້ຄ້າຂາຍ, ໃຫ້ຮັກສາໄວ້ເພື່ອເປັນພໍ່ພັນແມ່ພັນ ຫລື ປ່ອຍຄືນສູ່ທຳມະຊາດ. ສັດ ນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ແລະ ສັດປ່າປະເພດທົ່ວໄປສາມາດ ຄ້າຂາຍເລີ່ມແຕ່ສາຍພັນລຸ້ນ 1 ແລະ ລຸ້ນຕໍ່ໄປ, ສ່ວນພໍ່ພັນແມ່ພັນ ແມ່ນບໍ່ອະນຸຍາດໃຫ້ຄ້າຂາຍ, ໃຫ້ ຮັກສາໄວ້ ເພື່ອເປັນພໍ່ພັນແມ່ພັນ ຫລື ປ່ອຍຄືນສູ່ທຳມະຊາດ. ສັດ ນ້ຳປະເພດທົ່ວໄປສາມາດຄ້າຂາຍ ໄດ້ຕາມລະບຽບກົດໝາຍ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==