7016

ສປປ ລາວ ແລະ ກະຊວງປ້ອງກັນ ປະເທດ ສສ ຫວຽດນາມ; 2. ແຜນການຮ່ວມມື ປະຈໍາປີ 2025 ລະຫວ່າງກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ; 3. ບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືລະຫວ່າງອໍາ ນາດການປົກຄອງແຂວງອັດຕະປື ແຫ່ງ ສປປ ລາວ ແລະ ຄະນະກໍາມະ ການປະຊາຊົນແຂວງຢາລາຍ ແຫ່ງ ສສ ຫວຽດນາມ ໄລຍະ 20252030 ແລະ 4. ໃບອະນຸຍາດລົງທຶນ (ສະບັບດັດແກ້) ໃຫ້ແກ່ບໍລິສັດໄຟ ຟ້າເຊຂະໝານ 3 ຈຳກັດ. ພິເສດ, ສະຫາຍ ປະທານປະເທດ ເລືອງ ເກືອງ ຍັງໄດ້ປະກາດມອບເງິນຊ່ວຍ ເຫລືອ ຈຳນວນ 3 ລ້ານໂດລາສະ ຫະລັດ ເພື່ອສ້າງໂຮງໝໍຢູ່ແຂວງ ວຽງຈັນ ແນໃສ່ຊ່ວຍເຫລືອ ສປປ ລາວ ປັບປຸງ ແລະ ຍົກຄຸນນະພາບ ໃນການປິ່ນປົວສຸຂະພາບໃຫ້ແກ່ ປະຊາຊົນຢູ່ແຂວງດັ່ງກ່າວ. ໃນໂອ ກາດນີ້, ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນລາວຂໍສະແດງຄວາມ ຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລ້ຳຄ່າຈາກພັກ, ລັດ ຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງຄັ້ງນີ້ດ້ວຍ. ການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງສະຫາຍ ເລືອງ ເກືອງ ເຖິງໃຊ້ເວລາພຽງ 2 ວັນ, ແຕ່ ສະຫາຍຍັງໄດ້ພົບປະກັບສະຫາຍ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພ້ອມທັງໄດ້ຢ້ຽມຢາມຄອບຄົວປະ ທານ ໄກສອນ ພົມວິຫານ ອະດີດການ ນໍາພັກ, ລັດ ຄື: ສະຫາຍ ຈູມມະລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ, ເຊິ່ງບັນຍາກາດໃນການ ພົບປະຕ່າງໆແມ່ນເຕັມໄປດ້ວຍມິດ ຕະພາບອັນອົບອຸ່ນ ແລະ ຄວາມສາ ມັກຄີຮັກແພງອັນສະໜິດສະໜົມ. ສອງຝ່າຍຍັງໄດ້ຕີລາຄາສູງບັນດາ ຜົນສຳເລັດຕ່າງໆ ແຫ່ງການພົວພັນ ຮ່ວມມືລະຫວ່າງສອງປະເທດ ໃນ ໄລຍະຜ່ານມາ ແລະ ຈະພ້ອມກັນ ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານທີ່ມີໜຶ່ງບໍ່ມີສອງ ໃນໂລກໃຫ້ເເຕກດອກອອກຜົນຍິ່ງໆ ຂຶ້ນໃນຕໍ່ໜ້າ. ນອກຈາກນີ້, ສະຫາຍ ປະທານປະເທດ ເລືອງ ເກືອງ ພ້ອມ ດ້ວຍຄະນະຍັງໄດ້ໄປວາງກະຕ່າ ດອກໄມ້ ແລະ ຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ ແລະ ອານຸ ສອນສະຖານປະທານ ສຸພານຸວົງ ອີກດ້ວຍ. ພິເສດ, ສອງຝ່າຍໄດ້ຈັດ ພິທີການພົບປະມິດຕະພາບພາຍໃຕ້ ຫົວຂໍ້: “ສອງຊາດລາວ-ຫວຽດນາມ ໄດ້ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າທັງ ແມ່ຂອງບໍ່ເລິກປຸນປານໄດ້”. ພິທີ ດັ່ງກ່າວໄດ້ເຕົ້າໂຮມຜູ້ເຂົ້າຮ່ວມ ຈາກ ຄົນຮຸ່ນຄົນຕ່າງໆອາວຸໂສ, ຊາວໜຸ່ມ ແລະ ເຍົາວະຊົນຂອງສອງປະເທດ ປະມານ 1.300 ຄົນ ແລະ ມີການ ຖ່າຍທອດສົດຜ່ານສື່ມວນຊົນລາວ ແລະ ສື່ມວນຊົນຫວຽດນາມ ເພື່ອ ເປັນການສືບຕໍ່ໂຄສະນາ ແລະ ປຸກ ລະດົມ ແລະ ສ້າງຄວາມຄວາມ ເຂົ້າໃຈທີ່ຖືກຕ້ອງຕໍ່ນໍ້າໃຈຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ ສອງຊາດບໍ່ພຽງແຕ່ເປັນປະເທດ ບ້ານໃກ້ເຮືອນຄຽງທີ່ມີຊາຍແດນ ຕິດຈອດກັນ, ພູຕໍ່ພູ, ຮ່ວມດື່ມແມ່ນໍ້າ ຂອງດຽວກັນ ແລະ ຮ່ວມອີງຫລັງ ໃສ່ສາຍພູຫລວງທີ່ຍິ່ງໃຫຍ່, ມີສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ພິເສດ, ຍາວນານ ແລະ ສະໜິດຕິດ ພັນກັນແຕ່ດຶກດຳບັນ, ສອງກອງ ທັບ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ໄດ້ຄຽງບ່າ ຄຽງໄຫລ, ປຽບເໝືອນອ້າຍນ້ອງ ຮ່ວມອຸທອນດຽວກັນເພື່ອຕໍ່ສູ້ຕ້ານ ຈັກກະພັດຮຸກຮານແບບເກົ່າ ແລະ ແບບໃໝ່ ໃນເມື່ອກ່ອນ ກໍຄື ພ້ອມກັນ ສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນໃນພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງ ແຕ່ລະປະເທດ. ສາຍພົວພັນແບບ ພິເສດດັ່ງກ່າວ ທີ່ມີມານັ້ນ ແມ່ນ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ຮ່ວມ ກັບປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ແສນ ເຄົາລົບຮັກ ເປັນຜູ້ກໍ່ສ້າງພ້ອມກັບ ບັນດາການນໍາປະຕິວັດແຕ່ລະຮຸ່ນ ຂອງສອງປະເທດ ເຊິ່ງໄດ້ຮັບການ ເພີ່ມພູນຄູນສ້າງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ ແລະ ໄດ້ກາຍເປັນ ມໍລະດົກຮ່ວມອັນລໍ້າຄ່າຂອງສອງ ຊາດ ແລະ ເປັນປັດໄຈຕິດສັນແຫ່ງ ການຄົງຕົວ ແລະ ຂະຫຍາຍຕົວ ຂອງສອງຊາດ ລາວ-ຫວຽດນາມ. ການຢ້ຽມຢາມລັດຖະກິດຂອງ ສະຫາຍ ເລືອງ ເກືອງ ໃນຄັ້ງນີ້, ເປັນ ການຢັ້ງຢືນຢັນໃຫ້ທົ່ວໂລກຮັບຮູ້ ວ່າ: ບໍ່ວ່າສະພາບການຂອງໂລກ ຈະມີການຜັນແປໄປແນວໃດກໍຕາມ, ແຕ່ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ທີ່ ມີໜຶ່ງບໍ່ມີສອງໃນໂລກ ລະຫວ່າງ ລາວ ແລະ ຫວຽດນາມ ນັ້ນ ຈະບໍ່ມີ ວັນປ່ຽນແປງ, ມີແຕ່ຈະນັບມື້ນັບ ແໜ້ນແຟ້ນຂຶ້ນໄປເລື້ອຍໆ ແລະ ຈະ ບໍ່ມີອິດທິກຳລັງໃດໆສາມາດມ້າງເພ ທຳລາຍໄດ້. ສະຫາຍ ນາງ ຟອງສະໝຸດ ອັ່ນ ລາວັນ ຕີລາຄາສູງ ແລະ ເຫັນວ່າ ການຢ້ຽມຢາມລັດຖະກິດສປປລາວ ຄັ້ງນີ້ໄດ້ປະກອບສ່ວນອັນສໍາຄັນເຂົ້າ ໃນການຮັດແໜ້ນ ແລະ ເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ກໍຄື ເຮັດໃຫ້ປະຊາຊົນທຸກຊັ້ນຄົນຂອງ ສອງປະເທດ ໂດຍສະເພາະແມ່ນ ຄົນຮຸ່ນໜຸ່ມຜູ້ທີ່ຈະສືບຕໍ່ພາລະກິດ ຂອງສອງຊາດ ໄດ້ເຂົ້າໃຈຢ່າງ ເລິກເຊິ່ງກ່ຽວກັບສາຍພົວພັນອັນ ພິເສດນີ້ ແລະ ປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ຖະໜຸ ຖະໜອມໃຫ້ສາຍພົວພັນພິເສດຂອງ ສອງປະເທດດັ່ງກ່າວ ໃຫ້ຂຽວສົດ ງົດງາມ ແລະ ໝັ້ນຄົງຂະນົງແກ່ນ ຕະຫລອດກາລະນານ. ຖືໂອກາດນີ້ ອັນພິເສດນີ້, ສະແດງຄວາມຮູ້ບຸນຄຸນ ຢ່າງລົ້ນເຫລືອ, ຄວາມຂອບອົກຂອບ ໃຈຢ່າງຈິງໃຈມາຍັງພັກ, ລັດ, ກອງ ທັບ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອ ອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນໃນພາລະກິດຕໍ່ສູ້ ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນ ພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຂອງ ສປປ ລາວ ໃນປັດຈຸບັນ. ພ້ອມທັງຖືໂອ ກາດນີ້, ອວຍພອນໃຫ້ການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນ ສໍາເລັດທຸກປະການ. ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ຈົ່ງໝັ້ນຄົງທະນົງ ແກ່ນຕະຫລອດກາລະນານ. ຂ່າວ-ພາບ: ກິດຕາ 28/04/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຮອງນາຍົກລັດຖະມົນຕີ...ົັົີ ຜົນສຳເລັດຂອງການເດີນທາງ...ົັີ ປະທານສະພາແຫ່ງຊາດ...່ ລະດົມຄວາມຄິດເຫັນ...ົິັ ອອປສ... ຂປລ. ໃນລະຫວ່າງວັນທີ 2123 ເມສາ 2025, ທ່ານສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງ ປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ນັບມື້ ແໜ້ນແຟ້ນ ແລະ ເກີດດອກອອກຜົນ ຍິ່ງໆຂຶ້ນ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ພົບປະສອງຝ່າຍກັບທ່ານ ອາເລັກເຊ ໂອເວຣຊຸກ(AlexeyOverchuk) ຮອງນາຍົກລັດຖະມົນຕີແຫ່ງ ສະຫະ ພັນຣັດເຊຍ ໂດຍທ່ານຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນຣັດເຊຍ ໃນຄັ້ງນີ້ ເພື່ອກະກຽມຄວາມພ້ອມ ຮອບດ້ານໃຫ້ແກ່ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ທີ່ຈະເດີນທາງເຂົ້າຮ່ວມພິທີ ສະເຫລີມສະຫລອງວັນໄຊຊະນະ ປົກປ້ອງປິຕຸພູມ ຄົບຮອບ 80 ປີທີ່ຈະ ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ທີ່ ນະຄອນຫລວງມົດສະກູ ແລະ ທົບທວນຄືນການຈັດຕັ້ງປະຕິບັດຜົນ ການພົບປະລະຫວ່າງທ່ານປະທານ ປະເທດ ແຫ່ງ ສປປ ລາວ ແລະ ທ່ານປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ ໃນປີທີ່ຜ່ານມາໃຫ້ປະກົດຜົນ ເປັນຈິງ. ການພົບປະດັ່ງກ່າວ ໄດ້ ດຳເນີນດ້ວຍບັນຍາກາດທີ່ອົບອຸ່ນ, ເມສາ 2025. ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມປິຕິ ຍິນດີເປັນຢ່າງຍິ່ງທີ່ໄດ້ມີໂອກາດ ພົບປະກັບສະຫາຍ ປະທານປະເທດ ເລືອງ ເກືອງ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງຂອງ ສສ ຫວຽດນາມ, ພ້ອມ ທັງຕີລາຄາສູງຕໍ່ການເດີນທາງ ຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ຄັ້ງນີ້ ເຊິ່ງໄດ້ນໍາເອົາໄມຕີຈິດ ມິດຕະພາບອັນອົບອຸ່ນ ແລະ ຄວາມ ສາມັກຄີຮັກແພງຢ່າງເລິກເຊິ່ງມາຍັງ ພັກ, ລັດຖະບານແລະປະຊາຊົນລາວ ບັນດາເຜົ່າ, ທັງເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໂດຍສະເພາະ ແມ່ນສາຍພົວພັນຮ່ວມມືລະຫວ່າງ ສອງອົງການນິຕິບັນຍັດຂອງສອງ ປະເທດໃຫ້ນັບມື້ນັບແຕກດອກອອກ ຜົນ ແລະ ເປັນຮູບປະທຳຍິ່ງໆຂຶ້ນ. ສະຫາຍ ໄຊສົມພອນ ພົມວິຫານ ໄດ້ ສະແດງຄວາມຊົມເຊີຍຕໍ່ສະຫາຍ ເລືອງ ເກືອງ ທີ່ໄດ້ຮັບການເລືອກ ຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານ ປະເທດ ແຫ່ງ ສສ ຫວຽດນາມ ຄົນ ໃໝ່ແຕ່ເດືອນຕຸລາ 2024 ຜ່ານມາ, ພ້ອມທັງຝາກຄຳຢື້ຢາມຖາມຂ່າວອັນ ອົບອຸ່ນ ແລະ ສະໜິດສະໜົມທີ່ສຸດໄປ ຍັງບັນດາສະຫາຍການນໍາພັກ, ລັດ, ສະພາແຫ່ງຊາດຫວຽດນາມ ໂດຍ ສະເພາະສະຫາຍ ເຈິນ ແທັງ ເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍບັນດາສະມາຊິກສະພາ ແຫ່ງຊາດຫວຽດນາມ. ພ້ອມນີ້, ສະ ຫາຍ ໄຊສົມພອນ ພົມວິຫານ ຍັງໄດ້ ສະແດງຄວາມຊົມເຊີຍ ແລະ ຕີລາຄາ ສູງຕໍ່ຜົນການພົບປະຂອງສອງປະ ທານປະເທດ ລາວ-ຫວຽດນາມ ທີ່ ປະສົບຜົນສຳເລັດຢ່າງຈົບງາມ ໂດຍ ມີການປຶກສາຫາລືກັນໃນຫລາຍ ບັນຫາຢ່າງກົງໄປກົງມາ ແລະ ດຳ ເນີນໄປດ້ວຍບັນຍາກາດໄມຕີຈິດມິດ ຕະພາບຖານສະຫາຍອ້າຍນ້ອງໃນ ຄອບຄົວດຽວກັນ. ໃນໂອກາດດັ່ງກ່າວ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຕາງໜ້າ ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງ ຈິງໃຈມາຍັງພັກ, ລັດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ ການຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ທັງໃນ ສະໄໝຕໍ່ສູ້ກູ້ຊາດ ກໍຄື ໃນໄລຍະແຫ່ງ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃນປັດຈຸບັນ, ພິເສດສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ການຊ່ວຍເຫລືອໃນຫລາຍ ໂຄງການທີ່ມີຄວາມໝາຍສຳຄັນ ແລະ ເປັນສັນຍາລັກແຫ່ງການພົວ ພັນຮ່ວມມືຂອງສອງປະເທດ ໂດຍ ສະເພາະຫໍສະພາແຫ່ງຊາດລາວ ຫລັງໃໝ່. ສະຫາຍ ເລືອງ ເກືອງ ກໍໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈຕໍ່ ການຕ້ອນຮັບອັນອົບອຸ່ນເຕັມໄປ ດ້ວຍໄມຕີຈິດມິດຕະພາບຖານສະ ຫາຍອ້າຍນ້ອງ, ສະແດງຄວາມ ຂອບໃຈຕໍ່ ສປປ ລາວ ໃນການຮ່ວມ ມື ແລະ ໃຫ້ການສະໜັບສະໜູນ ສສ ຫວຽດນາມ ຕະຫລອດມາ ແລະ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ບັນ ດາຜົນສໍາເລັດຂອງການພົວພັນ ຮ່ວມມືລະຫວ່າງສອງປະເທດ ກໍຄື ລະຫວ່າງສອງອົງການນິຕິບັນຍັດ ຫວຽດນາມ-ລາວ ທີ່ຍາດມາໄດ້ ຕົ້ນສອງປະທານປະເທດຈະຊຸກຍູ້ ແລະ ອໍານວຍຄວາມສະດວກທຸກ ປະການໃນການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງການນຳສູງສຸດ ຂອງສອງພັກ, ສອງລັດ ໄດ້ຕົກລົງ ກັນ ແນ່ໃສ່ເພີ່ມທະວີການພົວພັນ ຮ່ວມມືໃນດ້ານຕ່າງໆໃຫ້ກ້າວເຂົ້າ ສູ່ລວງເລິກ ແລະ ມີປະສິດທິພາບ ສູງກວ່າເກົ່າ. ພ້ອມນີ້, ຍັງໄດ້ມີການ ປຶກສາຫາລືກັນ ແລະ ແລກປ່ຽນຄຳ ຄິດເຫັນຮ່ວມກັນຢ່າງກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງ ໃນຫລາຍບັນຫາທີ່ສຳຄັນເປັນຕົ້ນ ແມ່ນເຫັນດີໃນການສືບຕໍ່ເພີ່ມທະວີ ການຮ່ວມມືທາງດ້ານການເມືອງ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນລະດັບ ສູງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ເວທີພາກ ພື້ນ, ສາກົນ ແລະ ຖືການພົວພັນ ຮ່ວມມືທາງດ້ານວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ ສືບຕໍ່ເປັນເສົາຄ້ຳຂອງການຮ່ວມມື ພິເສດທີ່ເປັນມູນເຊື້ອຂອງສອງຊາດ; ສອງປະທານປະເທດ ຈະພ້ອມກັນ ຊຸກຍູ້ເຮັດໃຫ້ການພົວພັນຮ່ວມມື ທາງດ້ານເສດຖະກິດນັບມື້ນັບມີປະ ສິດທິຜົນເພື່ອນຳເອົາຜົນປະໂຫຍດ ລວມມາສູ່ປະຊາຊົນສອງຊາດຢ່າງ ແທ້ຈິງ ໂດຍສະເພາະແມ່ນການ ເຊື່ອມໂຍງພື້ນຖານເສດຖະກິດໃນຕໍ່ ໜ້າຜ່ານບັນດາໂຄງການຮ່ວມມືທີ່ ມີລັກສະນະຍຸດທະສາດຂອງສອງ ປະເທດໃຫ້ປະກົດຜົນເປັນຈິງຄື: ໂຄງການເສັ້ນທາງດ່ວນວຽງຈັນຮ່າໂນ້ຍ, ໂຄງການກໍ່ສ້າງເສັ້ນທາງ ລົດໄຟ ແລະ ໂຄງການອື່ນໆ. ພິເສດ, ສອງປະທານປະເທດ ຍັງໄດ້ເປັນສັກ ຄີພິຍານການລົງນາມເອກະສານ ຮ່ວມມືບາງກະຊວງ, ຂະແໜງສູນ ການ ແລະ ທ້ອງຖິ່ນ ຈຳນວນ 3 ສະບັບ ແລະ ເອກະສານມອບ-ຮັບ 1 ສະບັບຄື: 1. ໜັງສືເຈດຈໍານົງ ວ່າດ້ວຍການຊ່ວຍເຫລືອກໍ່ສ້າງສໍາ ນັກງານກອງບັນຊາການທະຫານ ຊາຍແດນກອງທັບປະຊາຊົນລາວ ລະຫວ່າງກະຊວງປ້ອງກັນປະເທດ ການໃຫ້ອະໄພຍະໂທດ ເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ຫົວ ໜ້າກອງເລຂາ ຄະນະກໍາມະການ ອະໄພຍະໂທດລະດັບຊາດ ໄດ້ໃຫ້ ຮູ້ກ່ຽວກັບຜົນການປັບປຸງລັດຖະ ບັນຍັດວ່າດ້ວຍການໃຫ້ອະໄພຍະ ໂທດ ໃນໄລຍະຜ່ານມາ ແລະ ການ ລົງເຄື່ອນໄຫວທາບທາມຢູ່ 3 ພາກ ຄື: ພາກເໜືອ ຢູ່ແຂວງອຸດົມໄຊ, ພາກກາງຢູ່ແຂວງວຽງຈັນ ແລະ ພາກໃຕ້ ຢູ່ແຂວງສະຫວັນນະເຂດ. ນອກຈາກນີ້, ກອງປະຊຸມຍັງໄດ້ ປະກອບຄໍາເຫັນເພີ່ມຕື່ມ ເພື່ອເຮັດ ໃຫ້ຮ່າງລັດຖະບັນຍັດວ່າດ້ວຍການ ໃຫ້ອະໄພຍະໂທດສະບັບປັບປຸງມີ ເນື້ອໃນຄົບຖ້ວນສົມບູນ ແລະ ມີ ຄວາມເປັນເອກະພາບໃນການຈັດ ຕັ້ງປະຕິບັດ. ໂອກາດດັ່ງກ່າວ, ທ່ານ ໄຊ ຊະນະ ໂຄດພູທອນ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບ ຜິດຊອບໃນການຄົ້ນຄວ້າປັບປຸງ ລັດຖະບັນຍັດວ່າດ້ວຍການໃຫ້ ອະໄພຍະໂທດ ໃນໄລຍະຜ່ານມາ ແລະ ມອບໃຫ້ກອງເລຂາຄະນະ ກໍາມະການອະໄພຍະໂທດລະດັບ ຊາດ ປັບປຸງເນື້ອໃນໃຫ້ຄົບຖ້ວນ, ສົມບູນຕາມການປະກອບຄໍາເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ ເພື່ອ ລາຍງານຕໍ່ກອງປະຊຸມຄະນະກໍາມະ ການອະໄພຍະໂທດລະດັບຊາດ ໃນ ຂັ້ນຕອນຕໍ່ໄປ. ຂ່າວ-ພາບ: ແສງພະຈັນ ຄໍາຄິດຄໍາເຫັນຈາກພາກສ່ວນ ຕ່າງໆປະກອບເຂົ້າໃນການກໍາ ນົດແນວທາງການເມືອງຂອງພັກ ແນໃສ່ເຮັດໃຫ້ຮ່າງລາຍງານການ ເມືອງ ຄັ້ງທີ XII ຂອງພັກ ມີເນື້ອ ໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງ ສອດຄ່ອງ ແລະ ແທດຕົວຈິງທັງ ສ່ອງແສງໄດ້ສະຕິປັນຍາລວມໝູ່ ແລະ ເສີມຂະຫຍາຍປະຊາທິປະໄຕ ພາຍໃນພັກ ຢ່າງກວ້າງຂວາງ; ສ້າງ ຄວາມຮັບຮູ້-ເຂົ້າໃຈ ແລະ ຄວາມ ເປັນເອກະພາບທາງດ້ານທັດສະນະ ແຕ່ຫົວທີຕໍ່ຮ່າງລາຍງານການ ເມືອງຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຈາກນັ້ນ ຖືເປັນເນື້ອ ໃນພື້ນຖານເພື່ອໃຫ້ບັນດາອົງຄະນະ ໃນຕະຫລອດໄລຍະຜ່ານມາ ເຊິ່ງ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍໃຫ້ນັບ ມື້ຈະເລີນງອກງາມ ແລະ ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ສອງຝ່າຍຍັງ ໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງ ຈິງໃຈ ແລະ ເຕັມໄປດ້ວຍໄມຕີຈິດ ມິດຕະພາບຖານສະຫາຍອ້າຍນ້ອງ ຕໍ່ການພົວພັນຮ່ວມມືຂອງສອງ ປະເທດ ໂດຍໄດ້ເຫັນດີເປັນເອກະ ພາບຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດທີ່ສືບຕໍ່ໄດ້ຮັບການ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງທັງທາງ ກວ້າງ ແລະ ທາງເລິກໃນທຸກຂົງເຂດ ໂດຍສະເພາະການພົວພັນຮ່ວມມື ລະຫວ່າງສອງອົງການນິຕິບັນຍັດກໍ ໄດ້ມີການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງ ແລະ ຂັ້ນ ຕ່າງໆນໍາກັນນັບແຕ່ຂັ້ນສູນກາງຈົນ ຮອດທ້ອງຖິ່ນ, ໄດ້ຮ່ວມກັນຈັດກອງ ປະຊຸມ, ສໍາມະນາແລກປ່ຽນບົດຮຽນ ຕ່າງໆ, ຮ່ວມກັນສ້າງປື້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສອງສະ ພາແຫ່ງຊາດ ລາວ-ຫວຽດນາມ, ຮ່ວມກັນຕິດຕາມກວດກາ ແລະ ຊຸກ ຍູ້ການຮ່ວມມືຂອງສອງປະເທດ ໃນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນເປັນຕົ້ນບັນດາໂຄງການ ທີ່ມີລັກສະນະຍຸດທະສາດກ່ຽວກັບ ການພັດທະນາພື້ນຖານໂຄງລ່າງ, ການເຊື່ອມໂຍງເຊື່ອມຈອດທີ່ການ ນໍາຂອງສອງປະເທດ ໄດ້ຕົກລົງ ເຫັນດີຮ່ວມກັນໃຫ້ເປັນຮູບປະທໍາ ໂດຍໄວແນໃສ່ພັດທະນາເສດຖະກິດສັງຄົມຂອງສອງປະເທດ ໃຫ້ນັບມື້ ນັບຂະຫຍາຍຕົວຍິ່ງໆຂຶ້ນ. ພາບ: ຂັນໄຊ ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ເປັນຢ່າງດີ, ສອງຝ່າຍໄດ້ຕີ ລາຄາສູງຕໍ່ການພົວພັນຮ່ວມມືລະ ຫວ່າງ ລາວ-ຣັດເຊຍ, ຣັດເຊຍລາວ ໃນໄລຍະທີ່ຜ່ານມາເຫັນວ່າມີ ຜົນສຳເລັດໃນຫລາຍດ້ານເຊິ່ງອັນ ພົ້ນເດັ່ນແມ່ນການພົວພັນຮ່ວມມື ທາງດ້ານການເມືອງ, ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ວຽກງານມະນຸດສະ ທໍາ-ເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍເຫັນດີ ເພີ່ມທະວີຄວາມພະຍາຍາມຮ່ວມກັນ ໃນການຮ່ວມມືຂົງເຂດເສດຖະກິດການຄ້າ ແລະ ການລົງທຶນໃນຕໍ່ ໜ້າເນື່ອງຈາກວ່າຈຳນວນຕົວເລກ ການຮ່ວມມືໃນຂົງເຂດດັ່ງກ່າວ ຍັງ ບໍ່ທັນສູງເທົ່າທີ່ຄວນ. ພ້ອມນີ້, ຍັງ ໄດ້ປຶກສາຫາລືກ່ຽວກັບທິດທາງ ການຮ່ວມມືກັນໃນຕໍ່ໜ້າເປັນຕົ້ນ ແມ່ນພະລັງງານສະອາດ, ການ ທ່ອງທ່ຽວ, ການຂົນສົ່ງ (ທາງບົກ, ທາງອາກາດ ແລະ ທາງນໍ້າ) ແລະ ການພັດທະນາແບບຍືນຍົງ ເພື່ອ ເຮັດໃຫ້ການຮ່ວມມືໃນຂົງເຂດວຽກ ງານເຫລົົ່ານີ້ ສາມາດນຳເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນສອງ ຊາດຫລາຍຂຶ້ນ. ໃນໄລຍະດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ເຊຣເກ ລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສະຫະພັນຣັດເຊຍ ເຊິ່ງ ສອງຝ່າຍໄດ້ປຶກສາຫາລືແລກປ່ຽນ ທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ, ພ້ອມທັງຢືນຢັນຈະສືບຕໍ່ ພົວພັນຮ່ວມມືກັນທຸກຂັ້ນ, ໃຫ້ການ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງຂອບສອງຝ່າຍ ແລະ ຫລາຍຝ່າຍໂດຍສະເພາະໃນເວທີ ພາກພື້ນ ແລະ ສາກົນ. ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນຣັດເຊຍ ໃນຄັ້ງ ນີ້, ຍັງໄດ້ໄປຢ້ຽມຢາມ ແລະ ເຮັດ ວຽກຮ່ວມກັບທ່ານ ອານາໂຕລີ ຕໍ ກູນົບ (Anatoly Torkunov) ອະທິການບໍດີມະຫາວິທະຍາໄລ ພົວພັນສາກົນ(MGIMO) ເຊິ່ງເຫັນ ວ່າ ມະຫາວິທະຍາໄລດັ່ງກ່າວ ເປັນ ມະຫາວິທະຍາໄລທີ່ມີຊື່ສຽງ ແລະ ຈັດຢູ່ໃນອັນດັບຕົ້ນໆຂອງຣັດເຊຍ ໂດຍມີການນຳຂັ້ນສູງຂອງ ສປປ ລາວ ຫລາຍທ່ານເຄີຍໄປສຶກສາ ຮໍ່າຮຽນຢູ່ທີ່ນັ້ນ. ທ່ານອະທິການ ບໍດີ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ ນັກສຶກສາລາວ ທີ່ໃຫ້ຄວາມສຳຄັນ ແລະ ມີຄວາມສົນໃຈໃນການມາ ສຶກສາຮໍ່າຮຽນຢູ່ມະຫາວິທະຍາໄລ ດັ່ງກ່າວ, ພ້ອມທັງແຈ້ງໃຫ້ຊາບວ່າ ລັດຖະບານຣັດເຊຍ ໄດ້ໃຫ້ທຶນການ ສຶກສາແກ່ນັກສຶກສາລາວໄປສຶກສາ ທີ່ຣັດເຊຍ ຈຳນວນ 100 ທຶນ/ປີ. ສ່ວນມະຫາວິທະຍາໄລພົວພັນສາກົນ (MGIMO) ກໍໄດ້ໃຫ້ທຶນການສຶກ ສາແກ່ບັນດາປະເທດສະມາຊິກອາ ຊຽນ ພາຍໃຕ້ຂອບການຮ່ວມມືສູນ ອາຊຽນ-MGIMO ຕື່ມອີກ. ນອກນັ້ນ, ຍັງໄດ້ພົບປະສອງຝ່າຍ ກັບ ທ່ານ Dmitry Bakanov, ຜູ້ ອຳນວຍການໃຫຍ່ບໍລິສັດ ROS COSMOS ແຫ່ງລັດ ແຫ່ງສະ ຫະ ພັນຣັດເຊຍ. ໃນໂອກາດດັ່ງກ່າວ, ບໍລິສັດ ROSCOSMOS ໄດ້ລາຍ ງານໃຫ້ຊາບກ່ຽວກັບຄວາມເປັນມາ ແລະ ພາລະບົດບາດຂອງບໍລິສັດ ໃນການດຳເນີນການ ແລະ ການ ປະກອບສ່ວນສຳຄັນຂອງບໍລິສັດ ນີ້ ໃຫ້ແກ່ລັດຖະບານສະຫະພັນ ຣັດເຊຍ ໃນວຽກງານອາວະກາດ. ພ້ອມກັນນີ້, ຝ່າຍລາວໄດ້ສະແດງ ຄວາມສົນໃຈ ແລະ ແລກປ່ຽນຄວາມ ເຫັນຕໍ່ຄວາມເປັນໄປໄດ້ໃນການສົ່ງ ນັກສຶກສາລາວໄປຮໍ່າຮຽນວິຊາ ອາວະກາດໃນອະນາຄົດອັນໃກ້. ຄຽງຄູ່ກັນນີ້, ຍັງໄດ້ໄປຢ້ຽມ ຢາມບໍລິສັດROSATOM, ໂດຍໄດ້ ພົບປະກັບທ່ານNikolay Spassky ຮອງອຳນວຍການບໍລິສັດດັ່ງກ່າວ, ເຊິ່ງບໍລິສັດໄດ້ລາຍງານໃຫ້ຊາບ ກ່ຽວກັບໜ້າທີ່ວຽກງານ ແລະ ການບໍລິການກ່ຽວກັບພະລັງງານ ສະອາດ, ພ້ອມທັງແຈ້ງໃຫ້ຝ່າຍ ລາວຊາບວຽກງານບູລິມະສິດ ຕົ້ນຕໍໃນວຽກງານຄວາມປອດໄພ, ການກະກຽມບຸກຄະລາກອນ, ວິທີ ປ້ອງກັນເຫດກ່ຽວກັບການນຳໃຊ້ ພະລັງງານໄຟຟ້າປະລາມານູ ໂດຍ ສັນຕິ. ນອກຈາກນີ້ ສອງຝ່າຍຍັງ ໄດ້ປຶກສາຫາລືກ່ຽວກັບຄວາມເປັນ ໄປໄດ້ໃນການຮ່ວມມືພັດທະນາ ພະລັງງານສະອາດ ແລະ ການຮ່ວມ ມືພະລັງງານໄຟຟ້າປະລາມານູ ໂດຍ ສັນຕິໃນອະນາຄົດ. ຂ່າວ-ພາບ: ກົມເອີຣົບ-ອາເມຣິກາ ຕປທ + ກົມປະຊາສຳພັນ ຫສນຍ. ພັກ ນໍາໄປປັບປຸງການກະກຽມເນື້ອ ໃນລາຍງານການເມືອງຕໍ່ກອງ ປະຊຸມໃຫຍ່ຂອງຕົນໃຫ້ສອດຄ່ອງ, ກົມກຽວໄປລວງດຽວກັນກັບຮ່າງ ລາຍງານການເມືອງຂອງກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ. ໂອກາດນີ້, ຜູ້ເຂົ້າຮ່ວມກອງປະ ຊຸມໄດ້ຍົກສູງຄວາມຮັບຜິດຊອບ ການເມືອງປະກອບຄໍາຄິດຄໍາເຫັນ ຕໍ່ເອກະສານດັ່ງກ່າວ ຢ່າງສ້າງສັນ, ກົງໄປກົງມາ, ມີປະຊາທິປະໄຕ ແລະ ມີການເບິ່ງບັນຫາ ກໍຄື ຕີລາຄາບັນ ຫາຕ່າງໆຢ່າງຈະແຈ້ງ-ຊັດເຈນ ແລະ ແທດກັບຕົວຈິງກ່ຽວກັບການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ ໂດຍລົງເລິກບັນຫາທີ່ພົ້ນ ເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດ ທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ໃນຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານໃນຊຸມ ປີຕໍ່ໜ້າ ເຊິ່ງສາມາດລະດົມໄດ້ຄໍາ ຄິດຄໍາເຫັນຢ່າງຫລາກຫລາຍ, ອຸ ດົມສົມບູນທີ່ເປັນພື້ນຖານໃຫ້ອະນຸ ກໍາມະການເນື້ອໃນນໍາເອົາໄປຄົ້ນ ຄວ້າ, ປັບປຸງຮ່າງລາຍງານການ ເມືອງໃນຂົງເຂດດັ່ງກ່າວ ໃຫ້ມີເນື້ອ ໃນຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ກວ່າເກົ່າ. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==