zq oleg]a f0v'dkogfu omk'1h P,1k, ]a f4tdy f16j lxx ]k; 0v'xtmkoxtgmfs;Pfok, vvxl lts]5 [dkoxa [x5 ']a f4t[a opa f ;j kfh ;pdko.sh vtwrpt3mf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 28.04.2025 ປີທີ 24 ສະບັບທີ 6.171ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kxa [x5 'd+ lh k'ra d .sh xvf.l g0A ,c0' |a dc|h oK ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ zq odv'xt-5 ,ltw\lk,a o 0v']a f4t[ko xt9egfn vog,lk 2025 Iv'okpq d]a f4t,q o8u leg]a fdko 1h P,1k, c]t gIa f;Pd16j ltstra oia fg-p xtmkoltrkcsj '-kf rq [xtda [ xtmkoxtgmf csj ' ll s;Pfok, lxx ]k; sk]n dP,vvd9kd lt4kotrk[xtgmffh vpra fmtok ຂປລ. ກະຊວງການຕ່າງປະ ເທດ ຈັດກອງປະຊຸມຄະນະຊີ້ນໍາ ລະດັບຊາດ ເພື່ອຈັດຕັ້ງປະຕິບັດ ແຜນດໍາເນີນງານຂອງ ສປຊ ສໍາ ລັບປະເທດດ້ອຍພັດທະນາໃນວັນທີ 24 ເມສາ 2025 ໂດຍການເປັນ ປະທານຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ, ມີທ່ານ ນາງ ຣາບັບ ຟາຕິມາ ຮອງເລຂາທິການ ໃຫຍ່ ອົງການສະຫະປະຊາຊາດ, ຜູ້ ຕາງໜ້າລະດັບສູງອົງການສະຫະ ປະຊາຊາດ ສໍາລັບປະເທດດ້ອຍ ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ແລະ ອັດລົງດ້ວຍຜົນສຳເລັດ ໃນຕອນເຊົ້າວັນທີ 25 ເມສາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີບັນດາຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການ ນໍາຂອງບັນດາແຂວງ ແລະ ນະ ຄອນຫລວງວຽງຈັນ ເຂົ້າຮ່ວມແບບ ເຊິ່ງໜ້າ ແລະ ຜ່ານລະບົບທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ຂປລ. ການເດີນທາງມາ ສປປ ລາວ ຄັ້ງນີ້ ຂອງສະຫາຍ ເລືອງ ເກືອງ ເປັນການເດີນທາງຢ້ຽມຢາມ ລັດຖະກິດຢູ່ ສປປ ລາວ ຄັ້ງທຳອິດ ຂປລ. ຕອນເຊົ້າວັນທີ 25 ເມສາ 2025 ນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບ ແລະ ພົບປະກັບສະຫາຍ ເລືອງ ເກືອງ ກໍາມະການກົມການ ເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ໃນໂອກາດ ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 24-25 ຂປລ. ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຈັດສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ ຂປລ. ອົງການໄອຍະການ ປະຊາຊົນສູງສຸດ (ອອປສ) ຈັດ ກອງປະຊຸມສະຫລຸບລາຍງານ ກ່ຽວກັບການປັບປຸງລັດຖະບັນຍັດ dkooe0A ol6 '0v' lxx ]k; rq [xtda [ xtmkoxtgmf csj ' ll s;Pfok, ພັດທະນາ, ປະເທດກໍາລັງພັດທະ ນາບໍ່ມີຊາຍແດນຕິດທະເລ ແລະ ໃນຖານະຕຳແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມຄົນໃໝ່ ພາຍຫລັງໄດ້ຮັບການເລືອກຕັ້ງໃນ ເດືອນ 10 ປີ 2024 ຜ່ານມາ ແລະ ສປປ ລາວ ແມ່ນເປັນປະເທດທໍາ ອິດທີ່ປະທານປະເທດ ເລືອງ ເກືອງ ເຄື່ອນໄຫວຢ້ຽມຢາມຕ່າງປະເທດໃນ ປີ 2025 ນີ້. ສິ່ງດັ່ງກ່າວ, ນອກຈາກ ຈະເປັນການປະຕິບັດຕາມປະເພນີ ທີ່ສອງຝ່າຍເຄີຍປະຕິບັດຮ່ວມກັນ ມາແຕ່ດົນນານແລ້ວຍັງເປັນການ ສະແດງໃຫ້ເຫັນເຖິງການໃຫ້ຄວາມ ສຳຄັນ ແລະ ຈັດບູລິມະສິດຕົ້ນຕໍຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງໃນການເສີມຂະຫຍາຍ ສາຍພົວພັນແບບພິເສດທີ່ມີໜຶ່ງບໍ່ມີ ສອງໃນໂລກນີ້ຂອງສອງປະເທດ. ສະຫາຍ ນາງ ຟອງສະໝຸດ ອັ່ນ ລາວັນ ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ໄດ້ໃຫ້ສຳພາດ ໃນວັນທີ 26 ເມສາ 2025 ກ່ຽວ ກັບຜົນສຳເລັດຂອງການເດີນທາງ ຢ້ຽມຢາມລັດຖະກິດ ສປປ ລາວ ຂອງສະຫາຍ ເລືອງ ເກືອງ ປະທານ ປະເທດ ແຫ່ງ ສສ ຫວຽດນາມ ເຊິ່ງໃນການຢ້ຽມຢາມຄັ້ງນີ້, ມີຜົນ ສຳເລັດອັນພົ້ນເດັ່ນຫລາຍດ້ານເປັນ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບເລກທີ 001/ປປທ, ລົງ ວັນທີ 20 ມີນາ 2018 ໃນວັນທີ 24 ເມສາ 2025 ໂດຍການເປັນ ປະທານຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງ ພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ຮອງປະທານ ຄະນະກຳມະການອະໄພຍະໂທດ ລະດັບຊາດ, ຜູ້ປະຈໍາການ, ມີຄະນະ ກໍາມະການອະໄພຍະໂທດລະດັບ ຊາດ, ຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງລັດຖະບັນຍັດວ່າດ້ວຍ ]tfq ,7;k,7y fgsa o8Ij k']kp'kodkog,n v' 7A 'mu XII 0v'ra d 0q 'g0f;Pdd+ lh k'ra d{rtoa d'ko + XII ຂອງພັກ (ຂົງເຂດວຽກງານ ກໍ່ສ້າງພັກ ແລະ ວຽກງານພະນັກ ງານ) ພາຍໃຕ້ການເປັນປະທານ ຂອງສະຫາຍ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ຮອງຫົວ ໜ້າອະນຸກໍາມະການເນື້ອໃນກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍມີຮອງເລຂາຄະນະພັກ, ຄະນະ ປະຈໍາພັກ, ກໍາມະການຄະນະພັກ ແລະ ພະນັກງານຫລັກແຫລ່ງໃນ ຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອລະດົມ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 28/04/2025 xtgmf]k; ຜົນກອງປະຊຸມສະໄໝສາມັນ...ົຸັ ການນຳຂັ້ນສູງ...ັູ້ ຂປລ. ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບ ແລະ ພົບປະກັບສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນ ທາງມາຢ້ຽມຢາມລັດຖະກິດທີ່ສປປ ລາວໃນວັນທີ24-25 ເມສາ2025. ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ມີຄວາມ ປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ພົບກັນ ອີກຄັ້ງພາຍຫລັງໄດ້ພົບປະກັນໃນໂອ ກາດທີ່ນາຍົກລັດຖະມົນຕີແຫ່ງສປປ ລາວ ພ້ອມດ້ວຍຄະນະເດີນທາງ ໄປເຂົ້າຮ່ວມກອງປະຊຸມສຸດຍອດຄູ່ ຮ່ວມເພື່ອການພັດທະນາສີຂຽວແລະ ເປົ້າໝາຍສາກົນ 2030 (P4G) ຢູ່ ນະຄອນຫລວງຮ່າໂນ້ຍ, ສສ ຫວຽດ ນາມ, ພ້ອມທັງໄດ້ຕີລາຄາສູງຕໍ່ການ ເດີນທາງມາຢ້ຽມຢາມລັດຖະກິດ ໃນຄັ້ງນີ້ ເຊິ່ງເປັນປະເທດທໍາອິດໃນ ການເຄື່ອນໄຫວຕ່າງປະເທດຂອງ ສະຫາຍ ເລືອງ ເກືອງ ໃນຖານະດຳ ລົງຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ, ເຊິ່ງນອກຈາກ ເປັນປະເພນີປະຕິບັດຂອງສອງ ປະເທດແລ້ວຍັງເປັນການຢືນຢັນ ແລະ ສະແດງໃຫ້ເຫັນເຖິງການ ໃຫ້ຄວາມສໍາຄັນ ແລະ ຖືເປັນບຸ ລິມະສິດຕົ້ນຕໍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ມີ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງ ລາວຫວຽດນາມ, ຫວຽດນາມ-ລາວ. ພ້ອມກັນນີ້, ສະຫາຍນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ໄດ້ຝາກ ຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດໄປຍັງບັນດາ ສະຫາຍການນໍາພັກ, ລັດຫວຽດ ນາມ ໂດຍສະເພາະສະຫາຍນາຍົກ ລັດຖະມົນຕີ ຟ້າມ ມິງ ຈິງ. ສອງຝ່າຍໄດ້ແຈ້ງສະພາບການ ພັດທະນາເສດຖະກິດ-ສັງຄົມ ໂດຍ ຫຍໍ້ໃຫ້ກັນຊາບ, ພ້ອມທັງໄດ້ສະ ແດງຄວາມຊົມເຊີຍຕໍ່ບັນດາຜົນ ສໍາເລັດທີ່ສອງປະເທດຍາດມາໄດ້ ໃນໄລຍະຜ່ານມາ; ສອງຝ່າຍໄດ້ ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ໃນຕະຫລອດໄລຍະຜ່ານມາ ທີ່ ນັບມື້ນັບໄດ້ຮັບການເພີ່ມພູນຄູນ ສ້າງ ແລະ ແຕກດອກອອກຜົນຢ່າງ ຕໍ່ເນື່ອງ ໂດຍສະເພາະການພົບປະ ແລກ ປ່ຽນຂອງການນໍາຂັ້ນສູງ ຂອງສອງພັກ, ສອງລັດ ຢ່າງເປັນ ປົກກະຕິ ເຊິ່ງເປັນການສະແດງໃຫ້ ເຫັນເຖິງສາຍພົວພັນພິເສດຂອງ ສອງປະເທດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ພ້ອນ ກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນ ເອກະພາບຈະສືບຕໍ່ຊຸກຍູ້ການຈັດຕັ້ງ ຜັນຂະຫຍາຍຂໍ້ຕົກລົງຂອງການນໍາ ຂັ້ນສູງຂອງສອງພັກ ກໍຄື ແຜນການ ຮ່ວມມືລະຫວ່າງສອງລັດຖະບານ ໂດຍສະເພາະແມ່ນການສົ່ງເສີມ ການຮ່ວມມືທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນຕື່ມອີກ ແລະ ນັບມື້ ໃຫ້ສົມຄູ່ກັບດ້ານການເມືອງທີ່ດີເລີດ ຂອງສອງປະເທດ. ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນການພົບປະ ຢ່າງເປັນທາງການລະຫວ່າງສອງ ປະທານປະເທດ ລາວ ແລະ ຫວຽດ ນາມ ທີ່ປະສົບຜົນສໍາເລັດຢ່າງຈົບ ງາມ. ນອກຈາກນັ້ນ, ກໍໄດ້ຕາງໜ້າ ໃຫ້ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະແມ່ນ ປະຈຳເດືອນເມສາ ແລະ ທິດທາງ ແຜນວຽກຈຸດສຸມປະຈຳເດືອນພຶດ ສະພາ 2025. ທ່ານ ສອນໄຊ ສິດພະໄຊ ລັດຖະ ມົນຕີ ປະຈຳສຳນັກງານນາຍົກລັດ ຖະມົນຕີ, ໂຄສົກລັດຖະບານໄດ້ຖະ ແຫລງຂ່າວຜົນສຳເລັດຂອງກອງ ປະຊຸມດັ່ງກ່າວ, ຕໍ່ສື່ມວນຊົນໃນວັນທີ 25 ເມສາ 2025 ນີ້ວ່າ: ກອງປະຊຸມ ສະໄໝສາມັນຂອງລັດຖະບານ ປະ ຈຳເດືອນເມສາ 2025 ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື, ປະກອບ ຄໍາເຫັນ ແລະ ພິຈາລະນາເຫັນດີ ດ້ານຫລັກການຮັບຮອງເອົາບັນດາ ຫົວຂໍ້ສໍາຄັນຕ່າງໆເຊັ່ນ: ສະຫລຸບ ວຽກງານພົ້ນເດັ່ນປະຈໍາເດືອນເມ ສາ ແລະ ທິດທາງແຜນການປະ ຈຳເດືອນພຶດສະພາ 2025 ຂອງ ລັດຖະບານ, ສະພາບການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2568, ແຜນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະ ປີ 2025-2030. ໃນນັ້ນ, ກອງປະຊຸມໄດ້ຕີລາຄາວ່າ: ເຖິງວ່າສະພາບການສາກົນ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງ ສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິ ບັດບັນດາວຽກຈຸດສຸມທີ່ກຳນົດໄວ້ ໃນບັນດາມະຕິສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນ ຕາປະຈຳປີ 2025 ແລະ ຕາມມະ ຕິກອງປະຊຸມລັດຖະບານສະໄໝ ສາມັນປະຈໍາເດືອນມີນາ 2025 ສໍາເລັດຫລາຍດ້ານເປັນຕົ້ນສືບຕໍ່ ຮັກສາໄດ້ສະຖຽນລະພາບທາງດ້ານ ການເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ການເກັບ ລາຍຮັບເຂົ້າງົບປະມານສາມາດ ປະຕິບັດໄດ້ 24.325 ຕື້ກີບ, ເທົ່າກັບ 71,16%ຂອງແຜນ 6 ເດືອນຕົ້ນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານ ມາເພີ່ມຂຶ້ນ 46,52%; ລາຍຈ່າຍ ທັງໝົດປະຕິບັດໄດ້ 13.520 ຕື້ກີບ ເທົ່າກັບ 37,16% ຂອງແຜນ 6 ເດືອນຕົ້ນປີ; ສາມາດຄວບຄຸມອັດຕາ ແລກປ່ຽນບໍ່ໃຫ້ເໜັງຕີງແຮງເຮັດ ໃຫ້ເງິນກີບແຂງຄ່າຂຶ້ນເລັກນ້ອຍ; ສາມາດເພີ່ມຄັງສໍາຮອງເງິນຕາ ຕ່າງປະເທດ ຢ່າງຕໍ່ເນື່ອງກຸ້ມການ ນຳເຂົ້າໄດ້ຫລາຍກວ່າ 5 ເດືອນ; ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງ ປະເທດ ແລະ ສາມາດເກັບຄືນໜີ້ສິນ ຈາກບັນດາບໍລິສັດໄດ້ຈໍານວນໜຶ່ງ ພ້ອມທັງສ້າງແຜນການເກັບກູ້ໜີ້ສິນ ຄອບຄົວ ສີພັນດອນ ຂໍສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງ ຈິງໃຈມາຍັງພັກ, ລັດ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ ຈັດການໄວ້ອາໄລລະດັບຊາດ ເປັນ ເວລາ 2 ວັນ ຕໍ່ການຈາກໄປຢ່າງ ບໍ່ມີວັນຫວນກັບຄືນຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດ ປະທານຄະນະບໍລິຫານງານສູນກາງ ພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ພິເສດແມ່ນໄດ້ແຕ່ງຕັ້ງ ຄະນະຜູ້ແທນຂັ້ນສູງສຸດມາຮ່ວມ ໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາ ປະນະກິດສົບລະດັບຊາດ ໃນຕົ້ນ ເດືອນເມສາທີ່ຜ່ານມາ; ພ້ອມທັງໄດ້ ສະແດງຄວາມຂອບໃຈຕໍ່ການຊ່ວຍ ເຫລືອອັນລໍ້າຄ່າ ແລະ ທັນການໃຫ້ ແກ່ ສປປ ລາວ ຕະຫລອດມາ. ໃນຂະນະດຽວກັນ, ສະຫາຍ ເລືອງ ເກືອງ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຊຸກຍູ້ໃຫ້ສອງນາຍົກລັດ ຖະມົນຕີ ລາວ ແລະ ຫວຽດນາມ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນ ດາຂໍ້ຕົກລົງຂອງສອງກົມການ ເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການ ຮ່ວມມື ລາວ-ຫວຽດນາມ ໂດຍ ສະເພາະແມ່ນການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືທາງດ້ານ ຍຸດທະສາດທີ່ສໍາຄັນຂອງສອງ ປະເທດ ໃຫ້ປະກົດເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດ ລາວ-ຫວຽດນາມ ນັບມື້ນັບຫລາຍຂຶ້ນ. ໃນດຽວກັນ, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນ ສູງໄດ້ເຄື່ອນໄຫວຢ້ຽມຢາມອະດີດ ການນໍາ ສປປ ລາວ ຄື: ສະຫາຍ ຈູມມາລີ ໄຊຍະສອນ ອະດີດເລຂາ ທິການໃຫຍ່, ປະທານປະເທດ ແລະ ສະຫາຍ ບຸນຍັງ ວໍລະຈິດ ອະດີດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ໂອກາດດັ່ງກ່າວ, ສະຫາຍ ເລືອງ ເກືອງ ໄດ້ສະແດງຄວາມປິຕິ ຍິນດີເປັນຢ່າງຍິ່ງທີ່ໄດ້ມີໂອກາດ ຢ້ຽມຢາມບັນດາສະຫາຍອະດີດ ການນໍາຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ນໍາເອົາຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນ ແລະ ສະໜິດ ສະໜົມຖານສະຫາຍອ້າຍນ້ອງໃນ ຄອບຄົວດຽວກັນຈາກບັນດາການ ນໍາຂັ້ນສູງຂອງ ສສ ຫວຽດນາມ ກໍຄື ໃນນາມສ່ວນຕົວຂອງສະຫາຍ ເລືອງ ເກືອງ. ພ້ອມນີ້, ກໍໄດ້ຖື ໂອກາດອວຍພອນໄຊອັນປະເສີດ ເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ ຫາກໍ່ຜ່ານພົ້ນໄປມາຍັງບັນດາສະ ຫາຍອະດີດການນໍາ ສປປ ລາວ ຈົ່ງມີພະລານາໄມສົມບູນ ແລະ ມີ ຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວຕະຫລອດໄປ. ໃນຂະນະດຽວກັນ, ບັນດາສະ ຫາຍອະດີດການນໍາ ສປປ ລາວ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການ ເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນການ ປະກອບສ່ວນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ຮ່ວມມືລະຫວ່າງສອງຊາດ ລາວຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ບັນດາສະຫາຍອະດີດການນໍາໄດ້ມີ ຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນ ວ່າສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໂດຍ ແມ່ນປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບ ຮັກໄດ້ກໍ່ຕັ້ງ, ຖະນຸຖະໜອມ ແລະ ບັນດາຮຸ່ນການນໍາ, ນັກຮົບປະຕິວັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ ໄດ້ເສຍສະລະເລືອດ ເນື້ອ, ເຫື່ອແຮງປົກປັກຮັກສາ, ເພີ່ມພູນຄູນສ້າງສືບຕໍ່ໄດ້ຮັບການ ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງ ບໍ່ຢຸດຢັ້ງ, ພ້ອມທັງໄດ້ອວຍພອນ ໃຫ້ສາຍພົວພັນແບບພິເສດ ລາວຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນ ໂລກນີ້ຈົ່ງໝັ້ນຄົງຂະນົງແກ່ນຊົ່ວ ກາລະນານ. ໃນໂອກາດຢ້ຽມຢາມສປປລາວ ຄັ້ງນີ້, ສະຫາຍ ປະທານປະເທດ ເລືອງ ເກືອງ ແລະ ຄະນະຍັງໄດ້ໄປ ວາງພວງມາລາທີ່ອະນຸສາວະລີນັກ ຮົບນິລະນາມ, ວາງກະຕ່າດອກໄມ້ ແລະ ຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ, ວາງກະຕ່າດອກໄມ້ແລະ ຢ້ຽມຊົມອານຸສອນສະຖານ ປະທານ ສຸພານຸວົງ ແລະ ໄດ້ໄປຢ້ຽມຢາມ ຄອບຄົວຂອງປະທານ ໄກສອນ ພົມວິຫານ ຕື່ມອີກ. ພາບ: ຂັນໄຊ ຄືນໃໝ່. ນອກນັ້ນ, ໄດ້ສຸມໃສ່ການ ເກັບກູ້ຜົນຜະລິດລະດູແລ້ງ ໂດຍສະ ເພາະເຂົ້ານາແຊງ ໃຫ້ໄດ້ຕາມແຜນ ແລະ ກະກຽມການຜະລິດລະດູຝົນ, ການໂຄສະນາການທ່ອງທ່ຽວຕິດ ພັນກັບການປົກປັກຮັກສາວັດທະນະ ທໍາອັນດີງາມຂອງຊາດ; ການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານ, ການ ຂຶ້ນທະບຽນອອກໃບຕາດິນ, ການ ແກ້ໄຂບັນຫາຂາດແຄນຄູ, ການປະ ຕິບັດຄຳຕັດສິນຂອງສານ, ການ ຈັດຕັ້ງຜັນຂະຫຍາຍວຽກງານການ ຕ່າງປະເທດ, ການຈັດຕັ້ງປະຕິບັດ ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດ ຖະກິດ, ການນໍາເຂົ້ານໍ້າມັນເຊື້ອ ໄຟ, ປັບປຸງຕະຫລາດແລກປ່ຽນ ເງິນຕາຕ່າງປະເທດ, ຄຸ້ມຄອງລາຍ ຮັບຈາກການສົ່ງອອກຜ່ານລະບົບ ທະນາຄານ ແລະ ວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າດີຂຶ້ນເປັນກ້າວໆ. ພ້ອມກັນນີ້, ໄດ້ຜັນຂະຫຍາຍບັນ ດາເນື້ອໃນທີ່ໄດ້ລາຍງານຕໍ່ກອງ ປະຊຸມສະໄໝວິສາມັນເທື່ອທີ2 ຂອງ ສະພາແຫ່ງຊາດ ຊຸດທີ 9 ໂດຍ ສະເພາະການປັບປຸງລັດຖະທຳມະ ນູນ, ກົດໝາຍວ່າດ້ວຍການປົກ ຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ, ການປັບ ປຸງກົງຈັກຂອງລັດຖະບານ ແລະ ອື່ນໆ ທີ່ສະພາແຫ່ງຊາດໄດ້ຮັບຮອງ ເຊິ່ງໄດ້ເລີ່ມດຳເນີນການປັບປຸງກົງ ຈັກການຈັດຕັ້ງໂດຍການໂຮມເອົາ ກະຊວງຈຳນວນໜຶ່ງເຂົ້າກັນ, ໃນ ນີ້ ກໍໄດ້ສຸມໃສ່ການກຳນົດພາລະ ບົດບາດ, ສັບຊ້ອນບັນດາກົມລວມ ທັງເກັບກໍາບັນຊີຂໍ້ມູນຕ່າງໆທີ່ກ່ຽວ ຂ້ອງ ເພື່ອເຮັດໃຫ້ກົງຈັກທີ່ໄດ້ຮັບ ການປັບປຸງໃໝ່ເຄື່ອນໄຫວຢ່າງມີ ປະສິດທິພາບ ແລະ ປະສິດທິຜົນ. ກອງປະຊຸມຍັງໄດ້ຊີ້ນໍາໃຫ້ຫ້ອງ ວ່າການສໍານັກງານນາຍົກລັດຖະ ມົນຕີ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງປັບປຸງບົດສະ ຫລຸບຕາມຄຳເຫັນຂອງສະມາຊິກ ລັດຖະບານ ເພື່ອໃຫ້ມີເນື້ອໃນຄົບ ຖ້ວນສົມບູນຂຶ້ນ, ການສະຫລຸບຕົວ ເລກສະຖິຕິ, ບັນດາວຽກທີ່ພົ້ນເດັ່ນ ຂອງແຕ່ລະຂະແໜງການ, ຂໍ້ຄົງ ຄ້າງ ແລະ ສິ່ງທ້າທາຍໃຫ້ຊັດເຈນ ເພື່ອນໍາໄປຖອດຖອນບົດຮຽນ ແລະ ກຳນົດແຜນວຽກຈຸດສຸມໃນຕໍ່ໜ້າ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ແລະ ເປັນຮູບປະທໍາ. ຕໍ່ການລາຍງານຜົນການສະ ເຫລີມສະຫລອງບຸນປີໃໝ່ລາວ ພສ 2568, ກອງປະຊຸມໄດ້ຊີ້ນໍາໃຫ້ພາກ ສ່ວນກ່ຽວຂ້ອງຖອດຖອນບົດຮຽນ ຈາກການສະເຫລີມສະຫລອງໃນ ປີນີ້, ພ້ອມທັງສືບຕໍ່ໂຄສະນາການ ຮັກສາຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາ, ຖືເອົາງານບຸນ ດັ່ງກ່າວ, ເປັນບ່ອນເຕົ້າໂຮມຄວາມ ສາມັກຄີປະຊາຊົນບັນດາເຜົ່າຕິດ ພັນກັບການສົ່ງເສີມ ແລະ ດຶງດູດ ນັກທ່ອງທ່ຽວ; ໃຫ້ບັນດາແຂວງ ຄົ້ນຄວ້າຈັດກິດຈະກຳສະເຫລີມ ສະຫລອງປີໃໝ່ລາວ ທີ່ຕິດພັນກັບ ເອກະລັກຂອງຊາດລາວ ຂອງແຕ່ ລະແຂວງບົນພື້ນຖານຈິດໃຈປະຢັດ ມັດທະຍັດ; ເອົາໃຈໃສ່ສຶກສາອົບຮົມ ປູກຈິດສຳນຶກຄ່ານິຍົມໃຫ້ໄວໜຸ່ມ ຮັກວັດທະນະທຳປະເພນີອັນດີງາມ ຂອງຊາດ, ຫລີກລ່ຽງສັງຄົມຫລິ້ນ ກິນຟູມເຟືອຍ, ສ້າງພາບພົດອັນບໍ່ດີ ອັນຈະພາໃຫ້ເກີດມີປະກົດການຫຍໍ້ ທໍ້ຕ່າງໆ, ທັງນີ້ ກໍເພື່ອເຮັດໃຫ້ງານ ບຸນປີໃໝ່ລາວ ໄດ້ຮັບການສະເຫລີມ ສະຫລອງຢ່າງມີຄວາມເບີກບານ ມ່ວນຊື່ນ, ປອດໄພ, ປະທັບໃຈ ແລະ ເປັນຂະບວນການຟົດຟື້ນ. ສໍາລັບແຜນການຈັດຕັ້ງປະຕິ ບັດວຽກງານ 3 ສ້າງ ໃນໄລຍະປີ 2025-2030 ໃຫ້ຂະແໜງການ ແລະ ທ້ອງຖິ່ນ ປະເມີນຕີລາຄາສະ ຫລຸບຖອດຖອນບົດຮຽນການຕັ້ງ ປະຕິບັດໃນໄລຍະຜ່ານມາ ເພື່ອເຮັດ ໃຫ້ການກຳນົດ ແລະ ຈັດຕັ້ງປະຕິ ບັດແຜນໃນຕໍ່ໜ້າຖືກຕ້ອງສອດ ຄ່ອງ, ແທດຕົວຈິງ ແລະ ຈັດຕັ້ງປະ ຕິບັດໄດ້ເປັນຮູບປະທໍາຢ່າງເປັນ ເອກະພາບ. ພ້ອມກັນນີ້, ໃຫ້ຮີບຮ້ອນ ແຕ່ງຕັ້ງຄະນະລະດັບຊາດ ແລະ ຂັ້ນ ທ້ອງຖິ່ນ ສຳລັບວຽກງານ 3 ສ້າງ, ວຽກງານກໍ່ສ້າງຮາກຖານການ ເມືອງຕິດພັນກັບການພັດທະນາ ຊົນນະບົດລຶບລ້າງຄວາມທຸກຍາກ, ຕໍ່ວຽກງານດັ່ງກ່າວ ເພື່ອເຮັດໃຫ້ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມນີ້, ກອງປະຊຸມຍັງໄດ້ ເຫັນດີດ້ານຫລັກການຮັບຮອງເອົາ ບັນດາຮ່າງນິຕິກໍາ ຄື: ຮ່າງດໍາ ລັດວ່າດ້ວຍກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ; ຮ່າງກົດໝາຍວ່າ ດ້ວຍການປູກຝັງ; ຮ່າງແຜນງານ ແຫ່ງຊາດ ການປັບຕົວເຂົ້າກັບການ ປ່ຽນແປງດິນຟ້າອາກາດ (NPA); ຮ່າງວິໄສທັດຮອດປີ 2040 ແລະ ຮ່າງແຜນການຄຸ້ມຄອງນໍາໃຊ້ທີ່ດິນ ບໍລິເວນນໍ້າປີ 2025-2030. ກອງ ປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວ ຂ້ອງນໍາເອົາບັນດາຮ່າງນິຕິກໍາດັ່ງ ກ່າວ, ໄປປັບປຸງຕາມການປະກອບ ຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນການອະທິບາຍຄໍາສັບ, ການນໍາໃຊ້ຄໍາສັບ, ການກຳນົດ ແລະ ຈັດລຽງເນື້ອໃນໃຫ້ຄົບຖ້ວນ ສົມບູນ, ລະອຽດ, ຈະແຈ້ງ, ຮັດ ກຸມ, ສອດຄ່ອງກັບລະບຽບກົດໝາຍ ແລະ ນິຕິິກໍາກ່ຽວຂ້ອງທີ່ໄດ້ປະກາດ ໃຊ້ແລ້ວລວມທັງສົນທິສັນຍາສາ ກົນທີ່ ສປປ ລາວ ເປັນພາຄີ ເພື່ອ ຮັບປະກັນໃຫ້ສາມາດຈັດຕັ້ງປະຕິ ບັດໄດ້ຢ່າງມີປະສິດທິພາບ, ປະສິດ ທິຜົນ ແລະ ເປັນຮູບປະທໍາ. ພາຍ ຫລັງປັບປຸງສໍາເລັດແລ້ວໃຫ້ສະເໜີ ຜ່ານຫ້ອງວ່າການສໍານັກງານນາ ຍົກລັດຖະມົນຕີ ເພື່ອສະເໜີລັດຖະ ບານພິຈາລະນາ. ສຳລັບແຜນວຽກຈຸດສຸມຂອງ ລັດຖະບານໃນເດືອນພຶດສະພານີ້, ລັດຖະບານຈະໄດ້ສືບຕໍ່ບຸກບືນປະຕິ ບັດບັນດາໜ້າວຽກທີ່ໄດ້ກຳນົດໄວ້ ໃນດຳລັດເລກທີ 702/ນຍ, ລົງວັນ ທີ 25 ທັນວາ 2024 ວ່າດ້ວຍການ ກໍານົດໜ້າວຽກ ແລະ ແບ່ງຄວາມ ຮັບຜິດຊອບໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງ ລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນ ການກວດກາ-ກວດສອບ ກໍຄື ແຜນ ວຽກຈຸດສຸມລວມໝົດປີ 2025 ຕົ້ນ ຕໍແມ່ນສຸມໃສ່ແກ້ໄຂບັນຫາເຄັ່ງ ຮ້ອນທາງດ້ານເສດຖະກິດ. ໃນນັ້ນ, ໄດ້ກຳນົດວຽກງານຈຸດສຸມຈຳນວນ ໜຶ່ງເຊັ່ນ: ສືບຕໍ່ຈັດຕັ້ງປະຕິບັດວຽກ ງານປ້ອງການຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ. ໃນນັ້ນ, ສຸມໃສ່ຮັກສາຄວາມ ສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ ທາງສັງຄົມຕ່າງໆ ໂດຍສະເພາະ ບັນຫາຢາເສບຕິດ, ການຄ້າ-ຂາຍ ເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸບັດເຫດຕາມທ້ອງຖະໜົນ; ການລັກລອບຂຸດຄົ້ນຄຳຕົກຂ້ອນ ແລະ ອື່ນໆ ໃຫ້ຫລຸດໜ້ອຍຖອຍ ລົງ; ສຸມໃສ່ກະກຽມບັນດາເນື້ອໃນ ທີ່ຈະນຳເຂົ້າຮ່ວມລາຍງານຕໍ່ກອງ ປະຊຸມຄົບຄະນະ ຄັ້ງທີ 10 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ກະກຽມເນື້ອໃນບົດ ລາຍງານທີ່ຈະນໍາເຂົ້າລາຍງານຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ ສໍາເລັດ ເພື່ອນໍາມາຜ່ານກອງປະຊຸມ ລັດຖະບານໃນເດືອນພຶດສະພາ ກ່ອນ ນຳເຂົ້າລາຍງານໃນກອງປະຊຸມ ສະພາແຫ່ງຊາດ; ສືບຕໍ່ສຸມໃສ່ ຈັດຕັ້ງປະຕິບັດບັນດາມາດຕະການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ຂອງຄະນະ ສະເພາະກິດ 19/ກມສພ ເຊິ່ງແຕ່ລະ ຂະແໜງການລວມທັງທ້ອງຖິ່ນ ກໍ ໄດ້ກຳນົດເຂົ້າໃນວຽກຈຸດສຸມຂອງ ຕົນແລ້ວ, ໃນນີ້ ຄຽງຄູ່ກັບມາດຕະ ການອື່ນແມ່ນໃຫ້ສຸມໃສ່ມາດຕະການ ຊຸກຍູ້, ສົ່ງເສີມການ ຜະລິດສິນຄ້າ ທົດແທນການນຳເຂົ້າ ແລະ ການ ຜະລິດເພື່ອສົ່ງອອກໃຫ້ແຂງແຮງ ຊຶ່ງໃນໄລຍະນີ້ແມ່ນໄລຍະການເກັບ ກູ້ຜົນຜະລິດລະດູແລ້ງ ຂະແໜງການ ກ່ຽວຂ້ອງກໍຕ້ອງໄດ້ເອົາໃຈໃສ່ຊຸກຍູ້ ຕິດຕາມວຽກດັ່ງກ່າວ ໃຫ້ໄປຄຽງ ຄູ່ກັບການຜະລິດເປັນສິນຄ້າສຳຄັນ ແມ່ນຊຸກຍູ້ບັນດາໂຮງຈັກໂຮງງານ ແປຮູບຕ່າງໆ ໃຫ້ເຕີບໃຫຍ່ຂະຫຍາຍ ຕົວ, ສຳລັບການຜະລິດລະດູຝົນ ກໍ ໃຫ້ກະກຽມຄວາມພ້ອມດ້ານເນື້ອ ທີດິນຝຸ່ນປຸ໋ຍ, ແນວພັນພືດຕ່າງໆທີ່ ເໝາະສົມແກ່ການປູກລະດູຝົນ, ທັງ ເຝົ້າລະວັງພະຍາດລະບາດຕາມ ລະດູການ, ຢາປາບສັດຕູພືດ; ໃຫ້ ຂະແໜງການກ່ຽວຂ້ອງຮີບຮ້ອນ ເກັບກຳຂໍ້ມູນການນຳເຂົ້າ-ສົ່ງອອກ ໃຫ້ຊັດເຈນ ພ້ອມທັງຄົ້ນຄວ້າບັນ ດາມາດຕະການຮັບມື, ວິທີການ ປ້ອງກັນ, ແກ້ໄຂຜົນກະທົບຈາກ ນະໂຍບາຍຂຶ້ນອັດຕາພາສີນໍາເຂົ້າ ສິນຄ້າຂອງສະຫະລັດອາເມລິກາ ແລະ ກະກຽມເນື້ອໃນປຶກສາຫາລື ໃຫ້ຮັດກຸມລະອຽດຊັດເຈນ; ສືບຕໍ່ ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດຜົນກອງປະຊຸມສຸດຍອດ ອາຊຽນ ກໍຄື ການຜັນຂະຫຍາຍ ການຈັດຕັ້ງປະຕິບັດ 9 ຂົງເຂດບຸລິ ມະສິດເຂົ້າໃນຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030), ຜັນ ຂະຫຍາຍຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິ ພາຄີ ລາວ-ຫວຽດນາມ ແລະ ຜັນ ຂະຫຍາຍຜົນການໄປຢ້ຽມຢາມຢ່າງ ເປັນທາງການ ແລະ ການເຂົ້າຮ່ວມ ກອງປະຊຸມຢູ່ຕ່າງປະເທດຕ່າງໆ ຂອງນາຍົກລັດຖະມົນຕີ ໃນປີ2024 ແລະ ຕົ້ນປີ 2025 ຜ່ານມາ; ກະ ກຽມເຂົ້າຮ່ວມພິທີສວນສະໜາມ ວັນໄຊຊະນະສົງຄາມປ້ອງກັນປິຕຸ ພຸມຄົບຮອບ 80 ປີ ຢູ່ ສ ຣັດເຊຍ ແລະ ການເຂົ້າຮ່ວມກອງປະຊຸມນິກ ເກອິ ທີ່ປະເທດຍີ່ປຸ່ນ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ໃນຕອນທ້າຍ, ກອງປະຊຸມໄດ້ ຮຽກຮ້ອງມາຍັງບັນດາທ່ານສະມາ ຊິກລັດຖະບານ ຈົ່ງນໍາເອົາແຜນ ວຽກຈຸດສຸມເດືອນເມສາ ໄປປັບປຸງ ເຂົ້າໃນແຜນການຈັດຕັ້ງປະຕິບັດ ວຽກງານຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບ ຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາ ກອນແຕ່ລະຂັ້ນ, ມີຄາດໝາຍເວລາ ສໍາເລັດຊັດເຈນ ແລະ ສອດຄ່ອງກັບ ສະພາບຄວາມເປັນຈິງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ສປປ ລາວ ຫາລື...ື ປະເທດເກາະດອນນ້ອຍກໍາລັງພັດ ທະນາ, ມີຜູ້ຕາງໜ້າຈາກບັນດາ ກະຊວງ, ຂະແໜງການຂອງລັດ ແລະ ຜູ້ຕາງໜ້າຈາກອົງການສະ ຫະປະຊາຊາດ ປະຈໍາ ສປປ ລາວ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເພື່ອປຶກ ສາຫາລືກ່ຽວກັບການກະກຽມ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາຂອງ ສປປ ລາວ ເຊິ່ງໃນທີ່ປະຊຸມໄດ້ຮັບຟັງການນໍາ ສະເໜີບົດກ່ຽວກັບຄວາມຄືບໜ້າ ແລະ ຮ່າງບົດປະເມີນຄວາມພ້ອມ ຂອງ ສປປ ລາວ ໃນການອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາໃນປີ 2026. ພ້ອມກັນ ນີ້, ຜູ້ເຂົ້າຮ່ວມກໍໄດ້ສົນທະນາແລກ ປ່ຽນຄໍາເຫັນຕໍ່ບົດນໍາສະເໜີດັ່ງ ກ່າວ ແລະ ໄດ້ຮັບຟັງຄໍາຄິດເຫັນ ຂອງທ່ານຮອງເລຂາທິການໃຫຍ່ ອົງການ ສປຊ ກ່ຽວກັບວຽກງານ ການກະກຽມອອກຈາກສະຖານະ ພາບປະເທດດ້ອຍພັດທະນາຂອງ ສປປ ລາວ. ສໍາລັບການຈັດຕັ້ງປະຕິ ບັດແຜນດໍາເນີນງານສະຫະປະຊາ ຊາດສໍາລັບປະເທດດ້ອຍພັດ ທະນາ, ສປປ ລາວ ໄດ້ເຊື່ອມສານເອົາເນື້ອ ໃນຈິດໃຈ ແລະ ບັນດາຄາດໝາຍ ຂອງແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາເຂົ້າ ໃນແຜນພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະເປັນຕົ້ນ ແຜນດໍາເນີນງານໂດຮາ ໄລຍະປີ 2022-2031 ແລະ ກໍໄດ້ແຕ່ງຕັ້ງ ຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງ ປະຕິບັດແຜນດໍາເນີນງານດັ່ງກ່າວ. ໃນການປະເມີນຂອງຄະນະ ກໍາມະການເພື່ອນະໂຍບາຍການ ພັດທະນາຂອງອົງການ ສປຊ (CDP) ປີ 2018, ສປປ ລາວ ສາມາດຜ່ານເກນມາດຖານການ ປະເມີນການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດ ທະນາ 2 ໃນ 3 ຂອງເງື່ອນໄຂໄດ້ ເປັນເທື່ອທໍາອິດ ແລະ ໃນປີ 2021 ສາມາດຜ່ານເກນໄດ້ເປັນຄັ້ງທີ 2 ແລະ ບັນລຸໄດ້ທັງ 3 ເງື່ອນໄຂ. ໃນ ປີ 2024 ທີ່ຜ່ານມາ, ສປປ ລາວ ຍັງສາມາດສືບຕໍ່ຜ່ານເກນມາດຖານ ການປະເມີນເປັນຄັ້ງທີສາມໂດຍ ສາມາດຜ່ານໄດ້ທັງ 3 ເງື່ອນໄຂ ຊຶ່ງ ໝາຍຄວາມວ່າ ສປປ ລາວ ຍັງຢູ່ໃນ ທ່ວງທ່າພັດທະນາໃນການຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາໃນປີ 2026. ໃນທ້າຍປີ 2023 ລັດຖະບານ ລາວ ໂດຍການຮ່ວມມືກັບອົງການ ສປຊ ແລະ ຄູ່ຮ່ວມພັດທະນາໄດ້ ເອົາໃຈໃສ່ໃຫ້ສໍາເລັດການສ້າງ ແຜນຍຸດທະສາດການຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກ ສະຖານະພາບປະເທດດ້ອຍພັດ ທະນາໃນປີ 2026 ແລະ ຫລັງປີ 2026 ເຊິ່ງມີເປົ້າໝາຍເພື່ອກຽມ ຄວາມພ້ອມທີ່ດີໃຫ້ ສປປ ລາວ ໃນ ການອອກຈາກສະຖານະພາບດ້ອຍ ພັດທະນາໃຫ້ໄດ້ຢ່າງໂລ່ງລ່ຽນ, ມີ ຄຸນນະພາບ ແລະ ຍືນຍົງ ແລະ ບໍ່ ຕົກກັບມາຢູ່ໃນສະຖານະພາບເກົ່າ ຄືນອີກ. ໃນປັດຈຸບັນ, ສປປ ລາວ ກໍາລັງຮ່າງບົດປະເມີນຄວາມພ້ອມ ຂອງ ສປປ ລາວ ໃນການອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາໃນປີ 2026 ໂດຍການ ສະໜັບສະໜູນ ແລະ ຊ່ວຍເຫລືອ ຈາກອົງການ ສປຊ ເພື່ອປະເມີນ ຄວາມພ້ອມທີ່ຈະອອກຈາກສະຖາ ນະພາບດັ່ງກ່າວ, ທັງນີ້ແນໃສ່ຮັບ ປະກັນໃຫ້ມີຄວາມໂລ່ງລ່ຽນ, ມີ ຄຸນນະພາບ, ຍືນຍົງ ແລະ ບໍ່ກັບຄືນ ສູ່ສະຖານະພາບເດີມ. ການຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວ ຂອງພັກ ແລະ ລັດຖະບານ ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງ ຄວາມໝາຍໝັ້ນອັນໜັກແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ວາລະການພັດທະນາຂອງສາກົນ. ເຖິງຢ່າງໃດກໍຕາມ, ສປປ ລາວ ກໍ ຍັງມີຄວາມຕ້ອງການການສະໜັບ ສະໜູນ ແລະ ຊ່ວຍເຫລືອຈາກອົງ ການສະຫະປະຊາຊາດ, ອົງການ ຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມ ພັດທະນາຕ່າງໆ. ຂ່າວ-ພາບ: ກຕທ
RkJQdWJsaXNoZXIy MTc3MTYxMQ==