7015

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 25/04/2025 glf4tdy f{la '7q , rP' 3 gfn vo s];'rt[k' gda []kpwfh 584 ]h ko3f]k 9kddkomj v'mj P; ໂດຍ: ເກີດຂວັນໃຈ ມາລີຈັນສີ ຕໍ່າ‹¤—Å — ŸÅ ນÁÇ 23 4 2 2 xu 2025 oU ]k;dP,lq j 'vvd\kd4q j ;]Powx8ts]kf8j k'xtgmf ທ່ານ ນາງ ກິ່ງແກ້ວ ຈັນທະ ລັງສີ ທັງເວົ້າທັງຍິ້ມດ້ວຍຄວາມ ພາກພູມໃຈວ່າ:“ປະເທດລາວແມ່ນ ບ່ອນຝັງສາຍແຮ່ແຜ່ສາຍບື ຂອງ ບັນພະບູລຸດເຮົາ ແລະ ເປັນແຜ່ນດິນ ທີ່ໃຫ້ກໍາເນີດ ຂອງຂ້າພະເຈົ້າ ເຊິ່ງມີ ຄວາມສວຍງາມ, ມີທໍາມະຊາດອັນ ອຸດົມສົມບູນ, ມີວັດທະນະທໍາ ຮີດ ຄອງປະເພອັນດີງາມ, ມີມູນເຊື້ອ ດຸໝັ່ນ ຂະຫຍັນພຽນ. ຂ້າພະເຈົ້າ ເອງໄດ້ຕັດສິນໃຈປ່ຽນແຜ່ນດິນ ປອກໂລ້ນແຫ້ງກະແດ້ງທີ່ມີຢູ່ໃນ ປັດຈຸບັນ ໃຫ້ກາຍເປັນແຜ່ນດິນເງິນ ແຜ່ນດິນຄໍາ ໃນອະນາຄົດອັນໃກ້ນີ້i ເມື່ອກ່ອນຕົນເອງກໍເຄີຍປູກໝາກ ກ້ວຍ ໃນພື້ນທີ່ຫລາຍຮ້ອຍເຮັກຕາ ໃນແຂວງບໍລິຄໍາໄຊ ເພື່ອສົ່ງອອກ ກ້ວຍໄປປະເທດຈີນ ແລະ ສາມາດ ສ້າງລາຍໄດ້ ເປັນກອບເປັນກໍາແທ້ ເຊິ່ງໄດ້ປະກອບສ່ວນພັດທະນາເສດ ຖະກິດ-ສັງຄົມຂອງຊາດ, ສ້າງ ວຽກເຮັດງານທໍາ ໃຫ້ຄົນທ້ອງຖິ່ນ ຫລາຍຮ້ອຍຊີວິດ, ເປັນໃບໜ້າໃບ ຕາຂອງປະເທດຊາດທັງຫລຸດຜ່ອນ ການນໍາເຂົ້າ ຈາກຕ່າງປະເທດອີກ ດ້ວຍ. ແຕ່ເຖິງແນວໃດກໍຕາມ ເມື່ອ ການເວລາຜ່ານໄປນັ້ນ ເງື່ອນໄຂ ແລະ ສະພາບກໍ່ປ່ຽນໄປເຊັ່ນກັນ ຍ້ອນຄວາມຕ້ອງການ ຂອງຕະ ຫລາດ ໃນປະເທດເພື່ອນບ້ານໃກ້ ຄຽງ ແລະ ສາກົນມັນບໍ່ຄືເກົ່າ ຈິ່ງ ໄດ້ຕັດສິນໃຈລຸກໃໝ່ນັ່ງໃໝ່ ຕາມ ຍຸກຕາມສະໄໝຄື ການປັບໂຕໃຫ້ ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ-ລັດຖະບານ ໂດຍສະເພາະ ການພັດທະນາສີຂຽວຍືນຍົງ, ຫັນ ຄ້າຍຄືມອນໄຂ່), ມີນໍ້າໜັກສະເລ່ຍ ໜ່ວຍລະ 10-20 ກິໂລຂຶ້ນໄປ, ທັງ ສອງຊະນິດ ມີລົດຊາດສະເພາະ ແຊບອົມນໍ້າເຜີ້ງ, ມັນ, ຫວານ, ນຸ້ມ ແລະ ກອບໆ ເຊິ່ງກາຍເປັນທີ່ນິຍົມ ແລະ ຕ້ອງການບໍລິໂພກຫລາຍທີ່ ສຸດໃນຈີນ. ແຕ່ເຖິງແນວໃດກໍດີ, ກ່ອນໜ້າ ນັ້ນ ປະເທດໄທແມ່ນຈັດອັນດັບທີ 1 ໃນອາຊຽນສໍາລັບສົ່ງອອກຖົ່ວລຽນ ໄປຕະຫລາດໂລກ ໂດຍສ່ວນໃຫຍ່ ສົ່ງອອກໄປຈີນ, ເກົາຫລີ, ຍີ່ປຸ່ນ, ເອີ ຣົບ ແຕ່ປັດຈຸບັນນີ້ ຫວຽດນາມ, ມາ ເລເຊຍ, ຟີລິບປິນ, ອິນໂດເນເຊຍ ແລະ ລາວ ພວມຫັນທິດນິຍົມ ປູກ ໝາກຖົ່ວລຽນ ເພື່ອສົ່ງອອກຕະ ຫລາດໂລກເຊັ່ນກັນ. ໄລຍະຜ່ານ ມາ, ເຖິງແມ່ນປະເທດລາວ ມີປະ ຫວັດການປູກໝາກຖົ່ວລຽນຄືກັບ ປະເທດເພື່ອນບ້ານໃກ້ຄຽງ ແຕ່ກໍ ເປັນການປູກແບບກະແຈກກະຈາຍ ພໍແຕ່ໄດ້ກິນຂອງໃຜຂອງມັນຕາມ ແບບວິຖີດັ້ງເດີມໃນພາກໃຕ້ຂອງ ລາວ ແລະ ບໍ່ແມ່ນເປັນການປູກ ຫລື ຜະລິດເປັນສິນຄ້າ ເພື່ອສົ່ງອອກ. ເມື່ອປະເທດມີເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງໄດ້ເປີດໃຫ້ບໍລິ ການ ຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ນັບແຕ່ປີ 2021 ເຫັນການປູກຝັງ, ລ້ຽງສັດແລະການຜະລິດອື່ນໆເກີດ ເປັນໜໍ່ແໜງ ແລະ ມີບັນຍາກາດ ຟົດຟື້ນຜິດຫູຜິດຕາ ເຊິ່ງນັ້ນຍ້ອນ ວ່າລາວມີລະບົບພື້ນຖານໂຄງລ່າງ ຄຸນນະພາບສູງ ແລະ ພັກ-ລັດຖະ ບານມີນະໂຍບາຍທີ່ຖືກຕ້ອງສາ ມາດຕອບສະໜອງມຸ່ງມາດປາຖະ ໜາຕໍ່ທຸກຊັ້ນຄົນໄດ້ຢ່າງໜັກແໜ້ນ ໂດຍສະເພາະໂຄງການເສັ້ນທາງ ລົດໄຟ ລາວ-ຈີນ ນີ້ສາມາດຊ່ວຍ ໃຫ້ຜູ້ປະກອບການ ແລະ ຜູ້ໂດຍ ສານໄດ້ຮັບຄວາມສະດວກຫລາຍ ກວ່າເກົ່າ, ປະຢັດເວລາ, ປະຢັດ ເງິນ, ປະຢັດຕົ້ນທຶນຂົນສົ່ງ, ບັນທຸກ ໄດ້ຫລາຍ, ມີຄວາມປອດໄພສູງ ແລະ ອື່ນໆ. ເປັນອຸດສາຫະກໍາທັນສະໄໝ, ກົນ ໄກເສດຖະກິດຕະຫລາດ, ຖືເອົາ ການຜະລິດກະສິກໍາ, ການປູກການ ລ້ຽງ ເປັນໄມ້ງັດເສດຖະກິດຂອງ ຊາດ, ເຊື່ອມໂຍງເສດຖະກິດ-ການ ຄ້າ ດີຈິຕອນໄປຄູ່ຂະໜານ ກັບເສັ້ນ ທາງລົດໄຟ ລາວ-ຈີນ ພາຍໃຕ້ຂອບ ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນ ທາງiລະຫວ່າງລາວ-ຈີນ ເປັນກຸນ ແຈສໍາຄັນ ໃນການນໍາເອົາຜົນຜະ ລິດ ອອກສູ່ ສປ ຈີນ, ອາຊຽນ, ຕາ ເວັນອອກກາງ, ເອີຣົບ ແລະ ອື່ນໆ. ແນ່ນອນວ່າ ການປູກຖົ່ວລຽນ ແລະ ໝາກມີ້ ອາດລໍາບາກໃນການ ເບິ່ງແຍງ, ບົວລະບັດ ແລະ ເອົາໃຈ ໃສ່ເປັນພິເສດ ແຕ່ຫາກເມື່ອມັນໃຫຍ່ ຂຶ້ນ ກໍບໍ່ຈໍາເປັນຕ້ອງເຮັດທຸກຢ່າງ ພຽງແຕ່ເບິ່ງແຍງ ແລະ ຕິດຕາມ ສັດຕູພືດ, ຫົດນໍ້າ, ໃຫ້ຝຸ່ນ, ຕົບແຕ່ງ ກິ່ງງ່າເທົ່ານັ້ນກໍດີແລ້ວ. ປັດຈຸບັນນີ້ ໄດ້ນໍາໃຊ້ ເນື້ອທີ່ທັງໝົດ 300 ກວ່າ ເຮັກຕາ; ໃນນັ້ນປູກໝາກຖົ່ວລຽນ ພັນໝອນທອງ 10.000 ກວ່າຕົ້ນ ໃນພື້ນທີ່100 ເຮັກຕາ ແລະ ໝາກມີ້ ພັນແດງສຸລິຍາ-ໝາກມີ້ພັນທະວາຍ ປີດຽວ ໃນເນື້ອທີ່ 200 ເຮັກຕາ ແລະ ຍັງສືບຕໍ່ປູກເພີ່ມຂຶ້ນເລື້ອຍໆ ໃນອະນາຄົດ. ສະເພາະໝາກມີ້ ທີ່ຈະສົ່ງໄປ ຈີນ ນີ້ມີ 2 ສາຍພັນຄື ແດງສຸລິຍາ (ເປັນບົວສີຂັ່ງແດງອອກສີບົວ) ແລະທະວາຍປີດຽວ(ບົວສີເຫລືອງ ດັ່ງທີ່ຮູ້ນຳກັນວ່າ ຫລວງພະ ບາງ ແມ່ນເມືອງແຫ່ງມົນສະເໜ່, ມີຮີດຄອງປະເພນີ, ມີວັດທະນະທຳ ສວຍງາມ ແລະ ມີສະຖານທີ່ທ່ອງ ທ່ອງທາງດ້ານທຳມະຊາດ, ປະ ຫວັດສາດ ແລະ ວັດທະນະທຳ ເປັນ ຕົ້ນ ພະທາດພູສີ, ວັດຊຽງທອງ, ຫໍ ພິພິທະພັນຫລວງພະບາງ (ພະຣາ ຊະວັງເກົ່າ), ຕາດກວາງຊີ, ຕະ ຫລາດກາງຄືນ, ຖ້ຳຕິ່ງ....ທີ່ບັນດາ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຍົກໃຫ້ເປັນຈຸດໝາຍ ປາຍທາງການທ່ອງທ່ຽວ, ບໍ່ພຽງ ແຕ່ເທົ່ານັ້ນສິ່ງທີ່ດຶງດູດຈິດໃຈອີກ ຢ່າງໜຶ່ງທີ່ນັກທ່ອງທ່ຽວບໍ່ຄວນ ພາດນັ້ນຄື: ການໃສ່ບາດ, ການນຸ່ງ ເຄື່ອງແບບບູຮານ, ອາຫານການ ກິນ, ວິຖີຊີວິດຂອງປະຊາຊົນທ້ອງ ຖິ່ນ ແລະ ສິ່ງທີ່ເຮັດໃຫ້ຫລວງພະ ບາງແຕກຕ່າງຈາກບ່ອນອື່ນ ແມ່ນ ປະເພນີ, ວັດທະນະທຳ ແລະ ວິຖີດຳ ລົງຊີວິດແບບດັ້ງເດີມ ຂອງຊາວ ເມືອງຫລວງພະບາງ ລວມທັງສະ ຖາປັດ ຕະຍະກຳອັນເກົ່າແກ່ ທີ່ຖືກ ປົກປັກຮັກສາໄວ້ຢ່າງດີ. ອີງຕາມຂໍ້ມູນຈາກ ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າ ພະແນກ ຖວທ ແຂວງໃຫ້ຮູ້ວ່າ: 3 ເດືອນ ປີ 2025 ທີ່ຜ່ານມາ, ມີນັກ ທ່ອງທ່ຽວເດີນທາງເຂົ້າມາທ່ຽວ ຊົມແຂວງຫລວງພະບາງ ທັງໝົດ 1.167.581 ເທື່ອຄົນ,ຖ້າທຽບ ໃສ່ໃນໄລຍະດຽວກັນຂອງປີຜ່ານ ມາເພີ່ມຂຶ້ນ 722.679 ເທື່ອຄົນ, ເທົ່າກັບ 162 ; ນັກທ່ອງທ່ຽວ ພາຍໃນ 459.091 ເທື່ອຄົນ, ຖ້າ ທຽບໃສ່ໃນໄລຍະດຽວກັນຂອງປີ ຜ່ານມາ ເພີ່ມຂຶ້ນ 297.081 ເທື່ອ ຄົນ, ເທົ່າກັບ 183 , ນັກທ່ອງ ທ່ຽວສາກົນ 708.490 ເທື່ອ ຄົນ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 425.661 ເທື່ອຄົນ, ເທົ່າກັບ 232 , ສະເລ່ຍຄ່າໃຊ້ຈ່າຍຂອງ ນັກທ່ອງທ່ຽວ 584.665.369 ໂດລາສາຫະລັດ. ໃນປີ 2024 ມີນັກທ່ອງທ່ຽວ ເດີນທາງເຂົ້າມາທ່ຽວຊົມແຂວງ ຫລວງພະບາງ ທັງໝົດ 2.326.758 ເທື່ອຄົນ ລື່ນຄາດໝາຍ 30,8 ຂອງແຜນປີທີ່ກໍານົດໄວ້ 1.778.758 ເທື່ອຄົນ, ຖ້າທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 1.297.060 ເທື່ອຄົນ ຫລື ເທົ່າກັບ 125,96 . ໃນນີ້ ມີນັກທ່ອງທ່ຽວພາຍໃນ 775.424 ເທື່ອຄົນ ລື່ນຄາດໝາຍ 108 ຂອງແຜນການ (373.259 ເທື່ອຄົນ) ຖ້າທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 510.322 ເທື່ອຄົນເທົ່າກັບ 192,5 ; ນັກທ່ອງທ່ຽວສາກົນ 1.551.334 ເທື່ອຄົນ ລື່ນຄາດໝາຍ 10 ຂອງ ແຜນການ ເທົ່າກັບ 1.405.499 ເທື່ອຄົນ ທຽບໃສ່ປີຜ່ານມາເພີ່ມ ຂຶ້ນ 786.798 ເທື່ອຄົນ, ເທົ່າກັບ 102,89 ; ສະເລ່ຍຄ່າໃຊ້ຈ່າຍຂອງ ນັກທ່ອງທ່ຽວ 1.209.189.549 ໂດລາສະຫະລັດ.

RkJQdWJsaXNoZXIy MTc3MTYxMQ==