7015

25/04/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ພັກ ແລະ ປະຊາຊົນລາວ... ລະດົມຄວາມຄິດເຫັນ... ກ້ອນກຳລັງສວນສະໜາມ... ໂຮງແຮມແລນມາກ... Iv']a f4t,q o8u dt-;'dko8j k'xtgmf xtgmfva 'dy f 1h P,1k,gIa f;Pd16j ]k; ຂປລ. ໃນລະຫວ່າງວັນທີ 2223 ເມສາ 2025, ທ່ານ ນາງ ແຄັດ ເທີຣິນ ເວສທÑ ຮອງລັດຖະມົນຕີ ຮັບຜິດຊອບວຽກງານອິນໂດ-ປາ ຊີຟິກ ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ສະຫະ ຣາຊະອານາຈັກອັງກິດ ແລະ ອຽກ ລັງເໜືອ ພ້ອມຄະນະໄດ້ເດີນທາງ ມາຢ້ຽມຢາມເຮັດວຽກຢູ່ສປປ ລາວ ເຊິ່ງເປັນຂີດໝາຍສຳຄັນໃນການ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດໃຫ້ມີ ບາດກ້າວໃໝ່. ທ່ານ ນາງ ແຄັດເທີຣິນ ເວສທÑ ໄດ້ເຂົ້າພົບປະທ່ານ ນາງ ຟອງສະ ໝຸດ ອັ່ນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທັງສອງຝ່າຍໄດ້ຮ່ວມ ສະໜາມຂອງບັນດາກອງທັບດັ່ງ ກ່າວ ມີຄວາມຊິນເຄີຍກັບສະໜາມ ປະເທດສັງຄົມນິຍົມ, ປະຊາຊົນ ຜູ້ຮັກຫອມສັນຕິພາບໃນໂລກ, ປະຊາຊົນສາມປະເທດອິນດູຈີນ, ພິເສດແມ່ນການສະໜັບສະໜູນ ຢ່າງສຸດອົກສຸດໃຈຂອງພັກ ແລະ ປະຊາຊົນລາວ ທີ່ໄດ້ຮ່ວມຕໍ່ສູ້ຢ່າງ ກ້າຫານ, ຍາດເອົາຊະນະຕໍ່ສັດຕູ, ເຮັດສຳເລັດພາລະກິດການຕໍ່ສູ້ ປົດປ່ອຍປະເທດຊາດ, ທ້ອນໂຮມ ປະເທດຊາດ ເປັນເອກະພາບ ແລະ ຮ່ວມກັນກ້າວເຂົ້າສູ່ສັງກາດໃໝ່ ແຫ່ງການກໍ່ສ້າງ ແລະ ພັດທະນາ ປະເທດຊາດໃຫ້ນັບມື້ນັບຮັ່ງມີ ແລະ ຈະເລີນຮຸ່ງເຮືອງ. ທ່ານ ຫງວຽນ ມິງ ເຕີມ ເອກ ອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສສ ຫວຽດ ນາມ ປະຈຳລາວ ໄດ້ກ່າວປາໄສ ໃນພິທີສະເຫລີມສະຫລອງ 50 ປີ ແຫ່ງການປົດປ່ອຍພາກໃຕ້ ແລະ ທ້ອມໂຮມຊາດຫວຽດນາມ ເປັນ ເອກະລາດ ໃນວັນທີ 22 ເມສາ 2025 ຜ່ານມາ ເຊິ່ງມີເນື້ອໃນສໍາ ຄັນບາງຕອນວ່າ: ປະຫວັດສາດ ແຫ່ງການພົວພັນລະຫວ່າງສອງ ປະເທດ ຫວຽດນາມ-ລາວ ແມ່ນ ຈໍາພັກ, ກໍາມະການຄະນະພັກ, ຜູ້ ຊົງຄຸນວຸທິ, ນັກວິທະຍາສາດ ແລະ ພະນັກງານຫລັກແຫລ່ງໃນຂົງເຂດ ແນວລາວສ້າງຊາດ, ນັກຮົບເກົ່າ ແລະ ມະຫາຊົນຂອງພັກ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເພື່ອລະດົມ ຄໍາຄິດຄໍາເຫັນຈາກພາກສ່ວນຕ່າງ ໆປະກອບເຂົ້າໃນການກໍານົດແນວ ທາງການເມືອງຂອງພັກ ແນໃສ່ ເຮັດໃຫ້ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ມີເນື້ອໃນເລິກ ເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງທັງສ່ອງແສງ ໄດ້ສະຕິປັນຍາລວມໝູ່ ແລະ ເສີມ ຂະຫຍາຍປະຊາທິປະໄຕພາຍໃນ ພັກ ຢ່າງກວ້າງຂວາງ, ສ້າງຄວາມ ຮັບຮູ້-ເຂົ້າໃຈ ແລະ ຄວາມເປັນ ເອກະພາບທາງດ້ານທັດສະນະແຕ່ ຫົວທີຕໍ່ຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຈາກນັ້ນ, ຖືເປັນເນື້ອໃນ ພື້ນຖານ ເພື່ອໃຫ້ບັນດາອົງຄະນະ ພັກ ນໍາໄປປັບປຸງການກະກຽມ ເນື້ອໃນລາຍງານການເມືອງຕໍ່ກອງ ປະຊຸມໃຫຍ່ຂອງຕົນໃຫ້ສອດຄ່ອງ, ກົມກຽວໄປລວງດຽວກັນກັບຮ່າງ ລາຍງານການເມືອງຂອງກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມ ກອງປະຊຸມໄດ້ຍົກສູງຄວາມຮັບ ຜິດຊອບການເມືອງປະກອບຄໍາ ຄິດຄໍາເຫັນຕໍ່ເອກະສານດັ່ງກ່າວ ຢ່າງສ້າງສັນ, ກົງໄປກົງມາ, ມີ ປະຊາທິປະໄຕ ແລະ ມີການເບິ່ງບັນ ຫາ ກໍຄື ຕີລາຄາບັນຫາຕ່າງໆຢ່າງ ຈະແຈ້ງ-ຊັດເຈນ ແລະ ແທດກັບ ຕົວຈິງກ່ຽວກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ ໂດຍລົງ ເລິກບັນຫາທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງ ນັກທ່ອງທ່ຽວຕ່າງປະເທດເຂົ້າມາ ທ່ຽວ ສປປ ລາວ ໃຫ້ນັບມື້ນັບຫລາຍ ຂຶ້ນ ເຊິ່ງໄລຍະຜ່ານມາໄດ້ຮ່ວມມື ກັບພາກລັດ ໄດ້ສົ່ງຜູ້ບໍລິຫານການ ຂາຍຂອງໂຮງແຮມ ເຂົ້າຮ່ວມງານ ວາງສະແດງຜະລິດຕະພັນການ ທ່ອງທ່ຽວຕ່າງປະເທດ ຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ປະເທດອາຊຽນ ແລະ ສປ ຈີນ ໂດຍ ຮ່ວມກັບກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂຄ ສະນາເຜີຍແຜ່ການບໍລິການທ່ອງ ທ່ຽວຂອງລາວ. ໃນວັນທີ 23 ເມສາ 2025 ນີ້, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ ອຳນວຍການໂຮງແຮມແລນມາກ ແມ່ຂອງລີເວີໄຊ, ຮອງປະທານສະ ມາຄົມນັກທຸລະກິດໜຸ່ມແຫ່ງຊາດ ລາວ, ຮອງປະທານສະຫະພັນປິງ ປ່ອງແຫ່ງຊາດລາວ, ປະທານສະ ພາການຄ້າ ເມືອງສີສັດຕະນາກ ແລະ ທັງເປັນສສຂປະຈໍາເຂດເລືອກ ຕັ້ງເມືອງໄຊທານີ ນະຄອນຫລວງ ວຽງຈັນ ໄດ້ພົບປະກັບທ່ານ ນາງ ລີ ຊຽວຈຸນ ຮອງປະທານສະມາຄົມນັກ ຂ່າວທົ່ວປະເທດຈີນ, ຮອງຫົວໜ້າ ກົມໃຫຍ່ເສນາທິການ ແລະ ສະມາ ຊິກພັກກຸ່ມໜັງສືພິມລາຍວັນ ການຊູ ຈໍາກັດ, ເລຂາທິການໃຫຍ່ອົງການ ພັກ ແລະ ຜູ້ອໍານວຍການບໍລິຫານ ຂອງກຸ່ມສື່ມວນຊົນການຊູໃໝ່ ສປ ຈີນ ພ້ອມຄະນະໂດຍມີທ່ານ ສະຫວັນ ຄອນ ລາຊະມຸນຕີ ປະທານສະມາ ກັນປຶກສາຫາລືກ່ຽວກັບວິທີທາງ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືທີ່ ດີໃນປັດຈຸບັນໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າທັງ ໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ. ຄຽງຄູ່ກັນນັ້ນ, ກໍໄດ້ມີການ ແລກປ່ຽນທັດສະນະຕໍ່ສະພາບການ ພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດດຽວກັນກໍໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ການບໍລິຫານການຂົນສົ່ງ ພາຍໃນຕົວເມືອງນະຄອນຫລວງ ວຽງຈັນ. ພ້ອມນີ້, ຄະນະຜູ້ແທນ ດັ່ງກ່າວ ຍັງໄດ້ໄປຢ້ຽມຢາມ ແລະ ພົບປະບັນດາອົງການທີ່ໄດ້ຮັບການ ສະໜັບສະໜູນຈາກລັດຖະບານອັງ ກິດ ເຊັ່ນ: ຄະນະກໍາມະການແມ່ນໍ້າ ຂອງ (.3C), ສູນເກັບກູ້ລະເບີດ ບໍ່ທັນແຕກ (6X0), ອົງການ ."( ແລະ ອົງການ )"L0 T364T. ປີ 2025 ແມ່ນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ສອງຝ່າຍມີການຈັດ ກິດຈະກໍາສະເຫລີມສະຫລອງວັນ ສໍາຄັນດັ່ງກ່າວຮ່ວມກັນໃນທ້າຍປີ ນີ້. ນັບຕັ້ງແຕ່ສອງປະເທດ ໄດ້ສ້າງ ຕັ້ງສາຍພົວພັນການທູດຮ່ວມກັນໃນ ວັນທີ 5 ກັນຍາ 1955 ການພົວພັນ ຮ່ວມມືລະຫວ່າງສອງປະເທດແມ່ນ ມີທ່າກ້າວ ແລະ ຂະຫຍາຍຕົວດີ ຂຶ້ນ ໂດຍສະເພາະພາຍຫລັງທີ່ຝ່າຍ ອັງກິດ ໄດ້ເປີດສະຖານທູດຂອງຕົນ ຢູ່ນະຄອນຫລວງວຽງຈັນ ຄືນໃໝ່ ໃນປີ 2012 ແລະ ຝ່າຍລາວ ກໍໄດ້ ເປີດສະຖານທູດຄືນໃໝ່ຢູ່ລອນດອນ ໃນປີ 2014, ສປປ ລາວ ແລະ ອັງ ກິດ ໄດ້ມີການຮ່ວມມືທີ່ດີນໍາກັນ ທັງໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍເຊັ່ນ: ວຽກງານສາທາລະນະ ສຸກ, ວຽກງານການສຶກສາ ແລະ ໂຄງການເກັບກູ້ລະເບີດ. ພ້ອມກັນ ນັ້ນ, ອັງກິດ ຍັງໃຫ້ການຊ່ວຍເຫລືອ ຈັດຝຶກອົບຮົມສຳລັບຂະແໜງການ ຕ່າງໆ ເຊິ່ງເປັນການປະກອບສ່ວນ ທີ່ສຳຄັນເຂົ້າໃນການສ້າງສາພັດ ທະນາ ສປປ ລາວ. ນອກນັ້ນ, ຍັງ ມີການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນລະຫວ່າງກະ ຊວງ, ຂະແໜງການຂອງ ສປປ ລາວ ແລະ ສະຫະຣາຊະອານາຈັກ ອັງກິດ ຢ່າງເປັນປົກກະຕິ. ຂ່າວ: ວຽງຈັນໃໝ່ ຂຶ້ນ, ສາເຫດ, ບົດຮຽນທີ່ຖອດຖອນ ໄດ້ ແລະ ທິດທາງ, ໜ້າທີ່, ແຜນ ນະໂຍບາຍໃຫຍ່ໃນຂົງເຂດແນວ ລາວສ້າງຊາດ, ນັກຮົບເກົ່າ ແລະ ວຽກງານມະຫາຊົນຂອງພັກ ໃນ ຊຸມປີຕໍ່ໜ້າ ເຊິ່ງສາມາດລະດົມໄດ້ ຄໍາຄິດຄໍາເຫັນຢ່າງຫລາກຫລາຍ, ອຸດົມສົມບູນທີ່ເປັນພື້ນຖານໃຫ້ອະນຸ ກໍາມະການເນື້ອໃນນໍາເອົາໄປຄົ້ນ ຄວ້າ, ປັບປຸງຮ່າງລາຍງານການ ເມືອງໃນຂົງເຂດດັ່ງກ່າວ ໃຫ້ມີເນື້ອ ໃນຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ກວ່າເກົ່າ. ພາບ: ຂັນໄຊ ປະຫວັດສາດແຫ່ງການພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ການຢູ່ຮ່ວມກັນບ້ານໃກ້ເຮືອນຄຽງ ຢ່າງສະຫງົບສຸກ, ຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ຄຽງບ່າຄຽງໄຫລ່ຕໍ່ສູ້ສັດຕູຮ່ວມກັນ ຈົນສາມາດບັນລຸເປົ້າໝາຍປົດປ່ອຍ ຊາດ ແລະ ໂຮມປະເທດຊາດເປັນ ເອກະພາບໃນປີ 1975. ຕະຫລອດ ໄລຍະ 50 ປີຜ່ານມາ, ພາຍໃຕ້ ການນຳພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ, ການບຸກໂຈມຕີ ແລະ ລຸກຮືຂຶ້ນຄັ້ງ ໃຫຍ່ໃນລະດູບານໃໝ່ ປີ 1975 ເຊິ່ງຈຸດສູງສຸດແມ່ນບັ້ນຮົບໂຮ່ຈີ່ ມິງ ເປັນປະຫວັດສາດຂອງກຳລັງ ປະກອບອາວຸດ ແລະ ທົ່ວປວງຊົນ ຫວຽດນາມ ໄດ້ຮັບໄຊຊະນະອັນ ສະຫງ່າງາມ, ເປັນຜົນສຳເລັດ ແຫ່ງການຕໍ່ສູ້ອັນຍາວນານຕໍ່ຕ້ານ ຈັກກະພັດຜູ້ຮຸກຮານ ເພື່ອກູ້ເອົາ ປະເທດຊາດຫວຽດນາມ, ເປັນໜຶ່ງ ໃນບັນດາໄຊຊະນະຍິ່ງໃຫຍ່ທີ່ສຸດ ແລະ ເປັນຂີດໝາຍທີ່ສະຫງ່າງາມ ທີ່ສຸດໃນປະຫວັດສາດນັບພັນປີແຫ່ງ ການສ້າງສາ ແລະ ປົກປັກຮັກສາ ປະເທດຊາດຂອງຫວຽດນາມ, ນຳພາປະເທດຊາດກ້າວເຂົ້າສູ່ຍຸກ ໃໝ່- ເປັນຍຸກເອກະລາດ, ເສລີພາບ, ເປັນເອກະພາບ, ສັນຕິພາບ ແລະ ພັດທະນາຢ່າງໝັ້ນຄົງ. ໄຊຊະນະອັນໃຫຍ່ຫລວງໃນລະ ດູບານໃໝ່ ປີ 1975, ພັກ ແລະ ປະຊາຊົນຫວຽດນາມ ໄດ້ປະຕິບັດ ພາລະກິດປະຫວັດສາດປົດປ່ອຍ ພາກໃຕ້ຫວຽດນາມ, ທ້ອນໂຮມ ປະເທດເປັນເອກະພາບຢ່າງສຳ ເລັດຜົນ ແລະ ນຳພາປະເທດຊາດ ກ້າວເຂົ້າສູ່ຍຸກສະໄໝໃໝ່-ຍຸກເອກະ ລາດ, ຜືນແຜ່ນດິນອັນເປັນເອກະ ພາບມຸ່ງໄປສູ່ການສ້າງສາປະເທດ ສັງຄົມນິຍົມ, ປະຊາຊົນຮັ່ງມີ, ປະ ເທດເຂັ້ມແຂງມີປະຊາທິປະໄຕ ເປັນ ເອກະພາບ ແລະ ວັດທະນະຖາ ວອນ ເຊິ່ງເປັນຄວາມມຸ່ງມາດປາຖະ ໜາອັນໃຫຍ່ຫລວງຂອງປະທານ ໂຮ່ຈີ່ມິງຜູ້ນຳທີ່ແສນເຄົາລົບຮັກຂອງ ປະຊົນຫວຽດນາມ. ຂ່າວ: ທະນູທອງ; ພາບ: ເກດສະໜາ ຫັດແອບຕົວຈິງ, ທັງເປັນການຝຶກ ກຳລັງແຮງກາຍ, ແຮງໃຈ, ເຮັດ ໃຫ້ກ້ອນກຳລັງກອງທັບປະຊາຊົນ ລາວ ຮັບປະກັນຄວາມພ້ອມໃນການ ເດີນສວນສະໜາມເຂົ້າຮ່ວມໃນພິທີ ສະເຫລີມສະຫລອງວັນປົດປ່ອຍ ພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໃນວັນທີ 30 ເມສາ 2025 ທີ່ຈະ ມາເຖິງນີ້ ໃຫ້ມີຄຸນນະພາບ ແລະ ໄດ້ ຮັບໝາກຜົນສູງ. ຂ່າວ-ພາບ: ມິກກີ້ ແກ້ວສຸວັນ ຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ອໍລະໄທ ສັນຕິຄົງ ຄາ ໄດ້ໃຫ້ຮູ້ວ່າ: ໂຮງແຮມແລນ ມາກແມ່ຂອງລີເວີໄຊ ສ້າງຂຶ້ນໃນປີ 2012 ຕັ້ງຢູ່ແຄມແມ່ນໍ້າຂອງທີ່ມີ ທິວທັດທີ່ສວຍສົດງົດງາມຕອນແລງ ສາມາດແນມເບິ່ງຕາເວັນຕົກດິນ, ເປັນໂຮງແຮມລະດັບ 5 ດາວຂອງ ຄົນລາວ100 . ເພື່ອຕ້ອນຮັບກອງ ປະຊຸມອາເຊມ ທີ່ ສປປ ລາວ ໄດ້ ເປັນເຈົ້າພາບທາງໂຮງແຮມຂອງ ພວກກໍໄດ້ຮັບແຂກບັນດາປະມຸກລັດ ຂອງປະເທດອາຊຽນ ແລະ ສປ ຈີນ ໂດຍສະເພາະປະທານ ສີ ຈິ້ນຜິງ, ພາຍຫລັງເປີດໃຫ້ບໍລິການກໍໄດ້ ຮັບການສະໜັບໜູນຈາກຫລາຍໆ ພາກສ່ວນໃນການຈັດກິດຈະກໍາ ຕ່າງໆ ແລະ ຕ້ອນຮັບແຂກທີ່ເຂົ້າມາ ທ່ຽວຢູ່ນະຄອນຫລວງວຽງຈັນ. ໃນ ໂຮງແຮມມີການບໍລິການຫລາກ ຫລາຍເປັນຕົ້ນຫ້ອງພັກທີ່ມີຫລາຍ ລະດັບ, ການບໍລິການທາງດ້ານ ອາຫານເຄື່ອງດື່ມ, ໃນນັ້ນມີ 3 ປະ ເພດອາຫານເຊັ່ນ: ອາຫານນາໆ ຊາດ, ອາຫານຈີນ, ອາຫານຍີ່ປຸ່ນ ແລະ ອາຫານມຸດສະລິມ. ນອກ ນັ້ນ, ຍັງມີຫ້ອງປະຊຸມຂະໜາດ ໃຫຍ່ ເພື່ອຮອງຮັບໃນການຈັດກອງ ປະຊຸມ, ຈັດງານລ້ຽງ ເຊິ່ງສາມາດ ຮອງຮັບແຂກໄດ້ປະມານ 1.8002.000 ຄົນ, ຫ້ອງປະຊຸມລະດັບ ກາງ 50-200 ຄົນ, ລະດັບນ້ອຍ 10-20 ຄົນ ແລະ ຍັງມີອາພັດເມັນ ເພື່ອຮອງຮັບບັນດານັກທຸລະກິດ, ນັກການທູດທີ່ມາຢູ່ໃນໄລຍະຍາວ, ພ້ອມນີ້ຍັງມີໂຮງແຮມໃນເຄືອຄື: ໂຮງແຮມແລນມາກ ໄລÑ ເຊັນເຕີ ຕັ້ງ ຢູ່ວຽງຈັນເຊັນເຕີ ຕື່ມອີກ. ໂອກາດນີ້, ທ່ານ ນາງ ລີ ຊຽວ ຈຸນ ໄດ້ກ່າວຂອບໃຈທ່ານ ນາງ ອໍ ລະໄທ ສັນຕິຄົງຄາ ທີ່ໃຫ້ການຕ້ອນ ຮັບໃນຄັ້ງນີ້, ພ້ອມທັງໄດ້ໃຫ້ຮູ້ວ່າ ໃນໂອກາດທີ່ຄະນະຜູ້ແທນສະມາຄົມ ນັກຂ່າວທົ່ວປະເທດຈີນ ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ໄດ້ພົບປະ ແລະ ເຮັດວຽກ ຮ່ວມກັບສະມາຄົມນັກຂ່າວແຫ່ງ ສປປ ລາວ, ໄປຢ້ຽມຢາມໜັງສືພິມ ພາສາຕ່າງປະເທດ, ໜັງສືພິມປະ ຊາຊົນສຽງຂອງສູນກາງພັກ, ວິທະ ຍຸກະຈາຍສຽງແຫ່ງຊາດ ແລະ ໄປ ຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ສຳ ຄັນຈຳນວນໜຶ່ງຢູ່ນະຄອນຫລວງ ວຽງຈັນ ຕື່ມອີກ. ຂ່າວ-ພາບ: ວີລະວັນ

RkJQdWJsaXNoZXIy MTc3MTYxMQ==