7015

lkprq ;ra o,y f8trk[ ]k;{9u o wfh Ia [dkoglu ,0tspkp1j k'[+ 15 f1A ' xtgmf]k; 3 25/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ອ່ານຕໍ່¤—Å —ໜ້າ —Ê “¤§ໜÇ ©“’ ž່າຕÊ່ Ž [q flerkf mj kom6 f csj ' ll s;Pfok, xt9e]k; .o3vdkf xtmkoxtgmf csj ' ll s;Pfok, 1h P,1k, lxx ]k; ເຂດ. ການຢ້ຽມຢາມຄັ້ງນີ້ ຈະປະ ກອບສ່ວນຮັດແໜ້ນສາຍພົວພັນ ສາມັກຄີແບບພິເສດຫວຽດນາມລາວ ໃຫ້ເລິກເຊິ່ງກວ່າເກົ່າ; ພ້ອມ ທັງເປັນໂອກາດໃຫ້ສອງຝ່າຍປຶກ ສາຫາລືກ່ຽວກັບສະພາບການຂອງ ແຕ່ລະພັກ, ແຕ່ລະປະເທດ, ສະພາບ ການໂລກແລະພາກພື້ນທີ່ສອງຝ່າຍ ສົນໃຈ; ຮ່ວມກັນຕີລາຄາຄືນສາຍ ພົວພັນຮ່ວມມືລະຫວ່າງສອງປະ ເທດໃນໄລຍະຜ່ານມາ ແລະ ແລກ ປ່ຽນບັນດາມາດຕະການຊຸກຍູ້ການ ພົວພັນສາມັກຄີແບບພິເສດຫວຽດ ນາມ- ລາວ ໃຫ້ພັດທະນາຢ່າງເລິກ ເຊິ່ງ ແລະ ກວ້າງຂວາງໃນຫລາຍ ຂົງເຂດ. ພິເສດຄືດັ່ງທີ່ທ່ານຮູ້ວ່າ, ເມື່ອ ຮອດລະດູບານໃໝ່, ບຸນປີໃໝ່ປະ ຈໍາຊາດຫວຽດນາມ, ກໍ່ຄືບຸນປີໃໝ່ ລາວໃນທຸກປີ, ສອງປະເທດຫວຽດ ນາມແລະລາວໄດ້ສົ່ງຄໍາອວຍພອນ ແລະ ຄວາມຢື້ຢາມຖາມຂ່າວຊຶ່ງ ກັນແລະກັນ, ຖືວ່າປີໃໝ່ຂອງເພື່ອນ ມິດຄືກັບຂອຕົນເອງ. ສະນັ້ນ, ຂ້າ ພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມ ທາງລັດຖະກິດຂອງ ສະຫາຍ ເລືອງ ເກືອງ ໃນຄັ້ງນີ້ມີຂຶ້ນໃນທ່າມກາງ ບັນຍາກາດເບີກບານມ່ວນຊື່ນຂອງ ບຸນປີໃໝ່ລາວ, (ພສ 2568), ຖື ເປັນການເຄື່ອນໄຫວສຳຄັນຢູ່ຕ່າງ ປະເທດ, ອັນສະແດງໃຫ້ເຫັນເຖິງ ມູນເຊື້ອອັນດີງາມຂອງສອງປະ ມື້ນີ້ ວັນທີ 25 ເມສາ ເປັນມື້ທີ່ ມີຄວາມໝາຍສຳຄັນຍິ່ງຂອງສອງ ປະເທດ ສປປ ລາວ ແລະ ສປ ຈີນ ເພາະເປັນມື້ສ້າງຕັ້ງສາຍພົວພັນ ການທູດລະຫວ່າງ ລາວ-ຈີນ ຄົບ ຮອບ 64 ປີ (25 ເມສາ 1961-25 ເມສາ2025). ຕະຫລອດໄລຍະ 64 ປີແຫ່ງການຮ່ວມມືເຫັນວ່າ ການຮ່ວມມືລະຫວ່າງ 2 ຝ່າຍນັບ ມື້ກວ້າງຂວາງ ຊຶ່ງເປັນການເສີມ ຂະຫຍາຍມູນເຊື້ອປະຕິວັດອັນດີ ງາມ ປະກອບສ່ວນອັນໃໝ່ໃນການ ຊຸກຍູ້ການຮ່ວມມືກັນຕ່າງຝ່າຍຕ່າງ ມີຜົນປະໂຫຍດຮ່ວມກັນໃນທຸກ ຂົງເຂດວຽກງານ ແລະ ເພີ່ມເນື້ອ ໃນອັນໃໝ່ໃຫ້ແກ່ການພົວພັນຄູ່ ຮ່ວມມືຍຸດທະສາດຮອບດ້ານ ລະ ຫວ່າງລາວ ແລະ ຈີນ ເຮັດໃຫ້ປະ ເທດລາວ ແລະ ປະເທດຈີນ ເປັນ ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະ ຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ ຕະຫລອດໄປ. ໃນໄລຍະທີ່ ສປປ ລາວ ຍັງບໍ່ໄດ້ຮັບການສະຖາປານາ ການພົວພັນຮ່ວມມື ລາວ-ຈີນ ແມ່ນ ຢູ່ໃນຮູບແບບການສະໜັບສະໜູນ ຊ່ວຍເຫລືອໃຫ້ແກ່ພາລະກິດຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າ ເພື່ອ ຂັບໄລ່ຈັກກະພັດຕ່າງດ້າວ ແລະ ໂຄ່ນລົ້ມຊົນຊັ້ນປົກຄອງທີ່ກົດຂີ່ ຂູດຮີດ ໃນຖານະທີ່ສອງປະເທດ ມີເສັ້ນຊາຍແດນຕິດຈອດກັນເປັນ ປະເທດບ້ານໃກ້ເຮືອນຄຽງ ສິ່ງສຳ ຄັນແມ່ນມີພັກກອມມູນິດນຳພາ ການປະຕິບັດຄືກັນ. ພັກ-ລັດຖະ ບານ ແລະ ປະຊາຊົນຈີນອ້າຍນ້ອງ ໄດ້ຢູ່ຄຽງຂ້າງ ໃຫ້ການສະໜັບ ສະໜູນຊ່ວຍເຫລືອແກ່ການປະຕິ ບັດລາວ ທັງດ້ານວັດຖຸ, ຈິດໃຈ, ທັງໃນເວທີສາກົນພາກພື້ນ, ມີການ ໄປມາຢ້ຽມຢາມກັນຕະຫລອດ ມາ, ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນ ປີ 1959 ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຂອງພັກປະຊາ ຊົນລາວ (ພັກປະຊາຊົນປະຕິບັດ ລາວໃນປັດຈຸບັນ)ໄດ້ໄປຢ້ຽມຢາມ ສປ ຈີນ, ຈາກນັ້ນກໍ່ມີຜູ້ນຳທ່ານ ອື່ນໆໄປຢ້ຽມຢາມ ສປ ຈີນ ຫລາຍ ຄັ້ງ ເພື່ອແຈ້ງສະພາບການຂອງ ການປະຕິວັດລາວ, ປຶກສາຫາລື ກ່ຽວກັບບັນຫາການຊ່ວຍເຫລືອ ຂອງ ສປ ຈີນ ໃຫ້ແກ່ການປະຕິວັດ ລາວ ຕົກມາຮອດເດືອນ 4 ປີ 1961 ລັດຖະບານປະສົມແຫ່ງຊາດ ນຳ ໂດຍສະເດັດເຈົ້າສຸວັນນະພູມາ ນາ ຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ໄດ້ ໄປຢ້ຽມຢາມ ສປ ຈີນ, ໄດ້ເຊັນເອ ກະສານທີ່ສຳຄັນວ່າດ້ວຍການສ້າງ ຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 25 ເມສາ 1961 ນັ້ນ ແມ່ນເຫດການທີ່ສຳຄັນໃນປະຫວັດ ສາດຂອງການພົວພັນ ລາວ-ຈີນ. ໃນຕົ້ນເດືອນກັນຍາ 2009 ການພົວພັນລະຫວ່າງ 2 ປະເທດ ໄດ້ກ້າວຂຶ້ນສູ່ລະດັບສູງສຸດ ເມື່ອຜູ້ ນໍາທັງສອງປະເທດໄດ້ມອງກວ້າງ ເຫັນໄກໄດ້ຍົກລະດັບການພົວພັນ ລະຫວ່າງ ຈີນ ແລະ ລາວ ໃຫ້ເປັນ ການພົວພັນແບບຄູ່ຮ່ວມມືຍຸດທະ ສາດຮອບດ້ານ. ອັນໄດ້ເຮັດໃຫ້ການ ພົວພັນກ້າວເຂົ້າສູ່ໄລຍະພັດທະນາ ໃໝ່ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງ ລາວ ແລະ ຈີນ ເຮັດໃຫ້ປະເທດລາວ ແລະ ປະເທດ ຈີນ ເປັນເພື່ອນບ້ານທີ່ດີ, ເພື່ອນ ມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ ຮ່ວມມືທີ່ດີຕະຫລອດໄປ. ພາຍຫລັງ ຍົກລະດັບການຮ່ວມມືຂອງສອງ ປະເທດ ລາວ-ຈີນ ມາເປັນຄູ່ຮ່ວມ ມືຍຸດທະສາດຮອບດ້ານການພົວ ພັນລະຫວ່າງ 2 ປະເທດ ລາວຈີນ ກໍໄດ້ມີບາດກ້າວຂະຫຍາຍຕົວ ຢ່າງແຂງແຮງ ໂດຍສະເພາະດ້ານ ເສດຖະກິດ, ການຄ້າ ແລະ ການ ລົງທຶນ ນັບມື້ເພີ່ມຂຶ້ນປະກອບສ່ວນ ສໍາຄັນເຂົ້າການພັດທະນາເສດຖະ ກິດ-ສັງຄົມຂອງລາວ. ເພື່ອສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບ, ທີ່ມີມູນເຊື້ອອັນ ດີງາມ ແລະ ບົນພື້ນຖານແຫ່ງການ ພົວພັນອັນໜັກແໜ້ນຕາມຈິດໃຈ ໝັ້ນຄົງ, ຍາວນານ, ຮັກແພງກັນ ຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອ ເຊື່ອໃຈກັນ ແລະ ຮ່ວມມືກັນຢ່າງ ຮອບດ້ານ. ເຮັດໃຫ້ການພົວພັນລະ ຫວ່າງສອງປະເທດ ໄດ້ກ້າວເຂົ້າສູ່ ໄລຍະພັດທະນາອັນໃໝ່ແລະກວ້າງ ຂວາງກວ່າເກົ່າ. ເສີມຂະຫຍາຍ ມູນເຊື້ອປະຕິວັດອັນດີງາມ ເພື່ອຊຸກ ຍູ້ການຮ່ວມມືກັນຕ່າງຝ່າຍຕ່າງມີ ຜົນປະໂຫຍດຮ່ວມກັນ ໃນທຸກຂົງ ເຂດວຽກງານ ລະຫວ່າງ ສອງປະ ເທດ ແລະ ເພີ່ມເນື້ອໃນອັນໃໝ່ ໃຫ້ ແກ່ການພົວພັນຄູ່ຮ່ວມມືຍຸດທະ ສາດຮອບດ້ານຕາມທິດ 4 ດີຄື: ເປັນເພື່ອນບ້ານໄກ້ຄຽງທີ່ດີ, ເປັນ ເພື່ອນມິດທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ, ເພື່ອຕອບ ສະໜອງຄວາມມຸ່ງຫວັງຂອງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຈີນ ໃນຕໍ່ໜ້າຈະໄດ້ສຸມ ໃສ່ຮ່ວມມືກັນພັດທະນາບາງດ້ານ ທີ່ສຳຄັນ. ພ້ອມນັ້ນ ກໍຕ້ອງໄດ້ເພ່ີມ ທະວີການພັດທະນາສາຍພົວພັນ ທັງສອງຝ່າຍໃຫ້ຈະເລີນງອກງາມ (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ, ວັນທີ 25 ເມສາ 1961-25 ເມສາ 2025) ຍິ່ງໆຂຶ້ນໄປບົນພື້ນຖານຄວາມສະ ເໝີພາບ, ເອກະລາດ, ບໍ່ແຊກແຊງ ພາຍໃນຂອງກັນແລະກັນຕ່າງຝ່າຍ ຕ່າງມີຜົນປະໂຫຍດໂດຍຊອບທຳ, ຮ່ວມມືພັດທະນາເຂດພາກພື້ນ ແລະ ໃນໂລກ, ສະໜັບສະໜູນບົດບາດເຊິ່ງ ກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ເພ່ືອປົກປັກຮັກສາ ສັນຕິ ພາບແລະ ການພັດທະນາຂອງໂລກ. ການຮ່ວມມືຂອງສອງປະເທດ ໃນຫລາຍປີຜ່ານມາ ໄດ້ເຮັດໃຫ້ ການລົງທຶນຂອງຈີນຢູ່ລາວກໍໄດ້ ເພີ່ມຂຶ້ນ, ການຄ້າສອງຝ່າຍໄດ້ ເພີ່ມຂຶ້ນ, ການເຊື່ອມໂຍງເຂົ້າກັນ ທາງດ້ານຄົມມະນາຄົມ ແລະ ການ ຄ້າໄດ້ມີການພັດທະນາຢ່າງກ້າວ ກະໂດດ ຊຶ່ງສິ່ງທີ່ເຫັນໄດ້ຢ່າງປະ ຈັກຕາທີ່ສຸດແມ່ນຜົນສຳເລັດຂອງ ໂຄງການກໍ່ສ້າງເສັ້ນທາງລົດໄຟ ຈີນ-ລາວ ໂດຍປັດຈຸບັນໄດ້ມີການ ເຊື່ອມລະຫວ່າງສອງປະເທດແລ້ວ ຊຶ່ງເຮັດໃຫ້ການຄົມມະນາຄົມທາງ ບົກຂອງສອງປະເທດ ກໍຄືໃນພາກ ພື້ນສະດວກສະບາຍຍິ່ງຂຶ້ນ, ອຳ ນວຍຄວາມສະດວກໃຫ້ແກ່ການ ຄ້າ, ການທ່ອງທ່ຽວ ແລະ ການ ລົງທຶນໃຫ້ນັບມື້ເພີ່ມຂຶ້ນ. ຂະນະທີ່ ທາງດ່ວນ ວຽງຈັນ-ວັງວຽງສາຍ ທຳອິດຂອງລາວທີ່ເປີດນໍາໃຊ້ແລ້ວ ນັ້ນ ໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນລາວ ເຮັດໃຫ້ລະ ບົບການຄົມມະນາຂອງລາວມີໂສມ ໜ້າທີ່ວ່ອງໄວ ແລະ ທັນສະໄໝຍິ່ງ ຂຶ້ນ. ພ້ອມນີ້, ທັງສອງຝ່າຍໄດ້ເພີ່ມ ທະວີການຮ່ວມມືໃນເວທີສາກົນ ກໍຄືພາກພື້ນ ເພື່ອຊຸກຍູ້ການພັດທະ ນາ ແລະ ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ. ນັບແຕ່ ພັກ ປປ ລາວ ແລະ ພັກ ກອມມູນິດຈີນ ໄດ້ສ້າງສາຍພົວພັນ ການທູດຮ່ວມກັນ ການພົວພັນຂອງ ສອງພັກ ແລະ ປະຊາຊົນສອງ ຊາດ ກໍນັບມື້ແໜ້ນແຟ້ນຍິ່ງຂຶ້ນຍິ່ງ ໃນສະພາບການໃໝ່ທີ່ຫຍຸ້ງຍາກ ສັບສົນ ໂດຍຍຶດໝັ້ນອຸດົມການດຽວ ກັນນັ້ນ ໄດ້ເຮັດໃຫ້ການພົວພັນ ຮ່ວມມືລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ ຈີນ ຂະຫຍາຍຕົວກວ້າງຂວາງ ແລະ ຮອບດ້ານຍິ່ງໆຂຶ້ນ. ພາບປະກອບ ທ່ານ ຫງວຽນມິງເຕີມ ເອກ ອັກຄະລັດຖະທູດ ວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳສປປລາວ ໄດ້ໃຫ້ຮູ້ວ່າ: ໂດຍ ຕອບສະໜອງຕາມຄຳເຊີນຂອງ ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ, ສະຫາຍ ເລືອງເກືອງ ປະ ທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມທາງລັດ ຖະກິດຢູ່ ສປປ ລາວ ໃນລະຫວ່າງ ວັນທີ 24-25 ເມສາ 2025 ນີ້ ຊຶ່ງ ແມ່ນການຢ້ຽມຢາມທາງລັດຖະ ກິດຄັ້ງທຳອິດຂອງ ທ່ານ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ຊຶ່ງດຳເນີນໄປໃນສະ ພາບການໂລກ ແລະ ພາກພື້ນສືບຕໍ່ ການຜັນແປຢ່າງສັບສົນ ແລະ ບໍ່ ເຄີຍມີມາກ່ອນ; ສອງປະເທດພວມ ຜັນຂະຫຍາຍມະຕິຂອງແຕ່ລະພັກ, ແຜນການພັດທະນເສດຖະກິດສັງຄົມຂອງແຕ່ລະປະເທດຢ່າງ ຕັ້ງໜ້າ ແລະ ບັນລຸໄດ້ບັນດາຜົນ ງານທີ່ສຳຄັນ ແລະ ພາກພູມໃຈ; ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ພວມພັດ ທະນາຢ່າງຕໍ່ເນື່ອງ, ຂໍ້ຕົກລົງຂອງ ບັນດາການນຳຂັ້ນສູງຂອງ 2 ພັກ, ສັນຍາຮ່ວມມືລະຫວ່າງລັດຖະ ບານ 2 ປະເທດ ພວມໄດ້ຮັບການ ປະຕິບັດຢ່າງຕັ້ງໜ້າ ແລະ ບັນລຸ ໄດ້ໝາກຜົນສຳຄັນໃນຫລາຍຂົງ ເທດຫວຽດນາມ-ລາວ ຈາກຮຸ່ນສູ່ ຮຸ່ນ “ຄວາມມ່ວນຊື່ນ, ຄວາມໂສກ ເສົ້າ, ຄວາມສຸກ, ຄວາມທຸກi ໃນ ທຸກສະພາບການ. ບົນຈິດໃຈດັ່ງ ກ່າວ, ຂ້າພະເຈົ້າເຊື່ອໝັ້ນວ່າ ການ ຢ້ຽມຢາມທາງລັດຖະກິດຄັ້ງທຳ ອິດຂອງ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດ ນາມ ສຸດທີ່ມີຄວາມໝາຍສຳຄັນ, ທັງສືບຕໍ່ສະແດງໃຫ້ເຫັນຄວາມ ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ຖື ສປປ ລາວ ແລະ ການ ພົວພັນມິດຕະພາບຫວຽດນາມລາວ ແມ່ນໜຶ່ງໃນບັນດາບຸລິມະສິດ ອັນດັບໜຶ່ງໃນການປະຕິບັດນະໂຍ ບາຍການຕ່າງປະເທດ, ຢືນຢັນ ເຖິງການໜູນຊ່ວຍຢ່າງແຂງແຮງ ຂອງຫວຽດນາມ ໃນຂະບວນການ ປ່ຽນແປງໃໝ່ຢູ່ລາວ ແລະ ເປັນ ການເຄື່ອນໄຫວຕົວຈິງ ເພື່ອເພີ່ມ ທະວີຄວາມຮັດແໜ້ນ ແລະ ຄວາມ ສາມັກຄີແບບພິເສດລະຫວ່າງການ ນຳຂັ້ນສູງຂອງສອງພັກ ແລະ ສອງປະເທດ. ການນຳຂອງສອງ ປະເທດ ຈະໄດ້ປຶກສາຫາລືຫລາຍ ບັນຫາທີ່ສຳຄັນ , ຂ້າພະ ເ ຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງ ສະຫາຍປະ ທານປະເທດ ແຫ່ງ ສສ ຫວຽດນາມ ເລືອງເກືອງ ໃນໄລຍະ ບຸນປີໃໝ່ລາວ ຈະສ້າງບາດກ້າວ ພັດທະນາໃໝ່ ປະກອບສ່ວນສຳ ຄັນເຂົ້າໃນການຊຸກຍູ້ ແລະ ນຳເອົາ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ- ລາວ ເຂົ້າສູ່ລວງເລິກ, ຕົວຈິງ ແລະ ມີປະສິດທິຜົນໃນອະນາຄົດ. ໃນສະພາບການຂອງພາກພື້ນ ແລະ ໂລກທີ່ມີການປ່ຽນແປງຢ່າງ ວ່ອງໄວ, ສັບສົນ ແລະ ບໍ່ຍາກຈະ ຄາດຄະເນ, ການແຂ່ງຂັນຍຸດທະ ສາດລະຫວ່າງບັນດາປະ ເທດ ໃຫຍ່, ລັດທິປົກປ້ອງເສດຖະກິດ, ການກະທົບຈາກການປ່ຽນແປງ ຂອງດິນຟ້າອາກາດ ແລະ ຄວາມ ໝັ້ນຄົງຮູບແບບໃໝ່ ພວມເປັນສິ່ງ ທ້າທາຍຫລາຍຢ່າງໃຫ້ແກ່ບັນດາ ປະເທດ, ໃນນັ້ນ ມີຫວຽດນາມ ແລະ ລາວ. ພ້ອມກັນນັ້ນ, ສອງປະ ເທດຫວຽດນາມ ແລະ ລາວ ພວມ ຢູ່ໃນຂະບວນການເຊື່ອມໂຍງເຂົ້າ ກັບສາກົນ ແລະ ພາກພື້ນຢ່າງເລິກ ເຊິ່ງ, ຄຽງຄູ່ກັບນະໂຍບາຍຂອງ ການນຳຂັ້ນສູງຂອງສອງປະເທດ, ສອງປະເທດໃຫ້ບຸລິມະສິດ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາ. ຂ້າ ພະເຈົ້າເຊື່ອໝັ້ນວ່າ, ເພື່ອໃຫ້ການ ພົວພັນລະຫວ່າງສອງປະເທດນັບ ມື້ກ້າວເຂົ້າສູ່ລວງເລິກ, ໃຫ້ປະກົດ ຜົນເປັນຕົວຈິງ, ມີປະສິດທິຜົນ, ໃນ ອະນາຄົດ ຕ້ອງຮ່ວມມືເປັນເອກະ ພາບກັນ, ຊຸກຍູ້ບັນດາມູນເຊື້ອປະ ຫວັດສາດອັນດີງາມ, ຄວາມສາ ມັກຄີ, ຮ່ວມມື ແລະ ຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ເພື່ອຜັນຂະຫຍາຍບັນ ດາທິດທາງສຳຄັນ ແລະ ບັນດາຂົງ ເຂດຮ່ວມມືຄື: ໜຶ່ງ, ສືບຕໍ່ຮັກສາຄວາມໄວ້ເນື້ອ ເຊື່ອໃຈດ້ານການເມືອງ, ສົມທົບກັນ ຢ່າງແໜ້ນແຟ້ນໃນບັນຫາຍຸດທະ ສາດ, ນະໂຍບາຍກ່ຽວກັບຄວາມ ໝັ້ນຄົງ ແລະ ການພັດທະນາຂອງ ແຕ່ລະປະເທດ; ຮັກສາ ແລະ ປັບປຸງ ປະສິດທິຜົນຂອງກົນໄກຮ່ວມມື, ກວດກາ ແລະ ສະເໜີບັນດາກົນໄກ ຮ່ວມມືໃໝ່; ເພີ່ມທະວີການແລກ ປ່ຽນຂໍ້ມູນຂ່າວສານ, ແລກປ່ຽນປະ ສົບການໃນວຽກງານກໍ່ສ້າງພັກ, ກໍ່ສ້າງລະບອບການເມືອງ, ພັດ ທະນາເສດຖະກິດ-ສັງຄົມ, ກໍ່ສ້າງ ພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ, ຮັບປະກັນ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ການເຊື່ອມ ໂຍງສາກົນຢ່າງເລິກເຊິ່ງ; ເພີ່ມທະ ວີການແລກປ່ຽນດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ກ່ຽວກັບ ບັນຫາທີ່ຕ່າງຝ່າຍຕ່າງມີຄວາມ ສົນໃຈ ເພື່ອສໍາເລັດກົນໄກ, ນະໂຍ ບາຍປະກອບສ່ວນໃຫ້ແກ່ການພັດ ທະນາຂອງແຕ່ລະປະເທດ. ແຕ່ນີ້ ຮອດທ້າຍປີ 2025, 2 ຝ່າຍຈະ ສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ ການປະຕິບັດຂໍ້ຕົກລົງລະຫວ່າງ ການນຳຂັ້ນສູງຂອງສອງປະເທດ ແລະ ຜົນສຳເລັດຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການ ຮ່ວມມືທະວິພາຄີລະຫວ່າງລັດຖະ ບານ ຫວຽດນາມ - ລາວ ເປັນຕົ້ນ ແມ່ນຜົນສໍາເລັດການຢ້ຽມຢາມ ຂອງການນຳຂັ້ນສູງສອງປະເທດ, ສັນຍາຮ່ວມມືລະຫວ່າງບັນດາກະ ຊວງ, ຂະແໜງການ ແລະ ທ້ອງ ຖິ່ນ. ສອງຝ່າຍໄດ້ສົມທົບກັນຢ່າງ ແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ ການຢ້ຽມຢາມຂອງການນຳຂັ້ນ ສູງ, ຈັດຕັ້ງການເຄື່ອນໄຫວສະ ເຫ ລີມສະຫລອງວັນບຸນ ແລະ ເຫດ ການສຳຄັນຕ່າງໆເຊັ່ນ: ວັນຊາດ ຫວຽດນາມ ຄົບຮອບ 80 ປີ ແລະ ວັນຊາດລາວ ຄົບຮອບ 50 ປີ, ຄົບຮອບ135 ປີ ວັນເກີດປະທານ ໂຮ່ຈີ່ມິງ, ຄົບຮອບ 105 ປີ ວັນເກີດ ປະທານ ໄກສອນ ພົມວິຫານ, ດ້ວຍ ຮູບການໂຄສະນາເຜີຍແຜ່ ໃຫ້ ທຸກຊັ້ນຄົນເຫັນໄດ້ເຖິງນໍ້າໃຈສາຍ ພົວພັນ ຫວຽດນາມ-ລາວ.

RkJQdWJsaXNoZXIy MTc3MTYxMQ==