lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 25/04/2025 xtgmf]k; ]a f4t,q o8u dt-;'p5 8y me 8h voIa [ Iv']a f4t,q o8u dq f\kp ,kg]g-p ກອງປະຊຸມສະໄໝສາມັນ... ນາຍົກລັດຖະມົນຕີ... ລາວ-ຫວຽດນາມ... ຂປລ. ໃນວັນທີ 21 ເມສາ 2025 ຜ່ານມາ, ທ່ານ ໄພວີ ສີບົວ ລິພາ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ກູ່ລາ ເຊກາຣັນ ຮອງລັດຖະມົນຕີ ກົດໝາຍ ມາເລເຊຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ກະຊວງຍຸຕິທໍາ ສປປ ລາວ ຢ່າງເປັນ ທາງການໂດຍສະເພາະເຂົ້າຮ່ວມ ກອງປະຊຸມກົດໝາຍອາຊຽນ ປີ 2025 ແລະ ການຢັ້ງຢືນກ່ຽວກັບ ຖະແຫລງການຮ່ວມຂອງບັນດາ ລັດຖະມົນຕີກົດໝາຍວ່າດ້ວຍການ ພັດທະນາການແກ້ໄຂຂໍ້ຂັດແຍ່ງ ໂດຍຄະນະກໍາມະການ ແລະ ການ ໄກ່ເກ່ຍຂໍ້ຂັດແຍ່ງສາກົນ. ໂອກາດດັ່ງກ່າວ, ທ່ານ ໄພວີ ສີບົວລິພາ ໄດ້ສະແດງຄວາມຍິນດີ ຕໍ່ປະເທດມາເລເຊຍ ໃນການດໍາ ລົງຕຳແໜ່ງປະທານອາຊຽນ ໃນ ປີ 2025 ພາຍໃຕ້ຄໍາຂວັນ “ການ ມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນ ຍົງທີ່ສະແດງໃຫ້ເຫັນເຖິງຫລັກໝັ້ນ ຮ່ວມກັນຂອງອາຊຽນ ຕໍ່ພາກພື້ນ ແລະ ເພີ່ມທະວີການຮ່ວມມືດ້ານ ກົດໝາຍ, ພ້ອມທັງຊຸກຍູ້ວຽກງານ ຍຸຕິທຳ ໃຫ້ມີຄວາມຍືນຍົງພາຍໃນ ຂອບການຮ່ວມມືອາຊຽນ. ພ້ອມນີ້, ກໍໄດ້ຖືໂອກາດນີ້, ສະເໜີກ່ຽວກັບທີ່ ຕັ້ງ, ພາລະບົດບາດແລະ ວຽກບຸລິມະ ສິດຂອງກະຊວງຍຸຕິທຳ ສປປ ລາວ ໂດຍສະເພາະວຽກງານສູນແກ້ໄຂຂໍ້ ຂັດແຍ່ງທາງດ້ານເສດຖະກິດ. ໂອກາດດຽວກັນ, ທ່ານຮອງລັດ ຖະມົນຕີກົດໝາຍ ມາເລເຊຍ ກໍໄດ້ ໃຫ້ການເຊື້ອເຊີນທ່ານລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມກົດໝາຍອາ ຊຽນ ປີ 2025 ແລະ ການຢັ້ງຢືນ ກ່ຽວກັບຖະແຫລງການຮ່ວມຂອງ ບັນດາລັດຖະມົນຕີກົດໝາຍ ວ່າ ດ້ວຍການພັດທະນາການແກ້ໄຂ ຂໍ້ຂັດແຍ່ງໂດຍຄະນະກໍາມະການ ແລະ ການໄກ່ເກ່ຍຂໍ້ຂັດແຍ່ງສາກົນ. ພ້ອມກັນນີ້, ສອງຝ່າຍຍັງໄດ້ ປຶກສາຫາລືກ່ຽວກັບການຮ່ວມມື, ແລກປ່ຽນບົດຮຽນ ແລະ ຢ້ຽມ ຢາມລະຫວ່າງສອງປະເທດ ໃນ ຂົງເຂດວຽກງານຍຸຕິທຳ ແລະ ກົດ ໝາຍ; ແລກປ່ຽນປະສົບການຂອງ ມາເລເຊຍ ໃນການເຊື່ອມໂຍງທາງ ດ້ານກົດໝາຍຂອງອາຊຽນ ແລະ ວຽກງານທີ່ເປັນໄປໄດ້ທີ່ ສປປ ລາວ ສາມາດຮຽນຮູ້ຈາກການ ປະຕິບັດທີ່ດີທີ່ສຸດຂອງມາເລເຊຍ; ແລກປ່ຽນຂໍ້ລິເລີ່ມຂອງ ສປປ ລາວ ໃນການຮ່ວມມືດ້ານກົດໝາຍອາ ຊຽນ ຊຶ່ງເປັນໂອກາດອັນດີໃຫ້ກະ ຊວງຍຸຕິທຳ ສປປ ລາວ ໄດ້ເສີມ ຂະຫຍາຍການຮ່ວມມືໃນວຽກງານ ຂະແໜງຍຸຕິທໍາ ເນື່ອງຈາກມາເລ ເຊຍ ເປັນປະເທດທີ່ມີການພັດທະ ນາລະບົບກົດໝາຍໃນແຕ່ລະໄລ ຍະ ໂດຍມີຄວາມຊ່ຽວຊານດ້ານ ກົດໝາຍການຄ້າ, ການແກ້ໄຂຂໍ້ຂັດ ແຍ່ງໂດຍຄະນະກຳມະການ, ມີການ ນໍາໃຊ້ລະບົບເຕັກໂນໂລຊີເຂົ້າໃນ ຂະບວນການຍຸຕິທໍາ ເຊິ່ງຈະນຳຜົນ ປະໂຫຍດອັນດີໃຫ້ແກ່ ສປປ ລາວ ຫລາຍດ້ານໃນຕໍ່ໜ້າ. ຂ່າວ-ພາບ: ຊາຍພິມພອນ ສີຣິວົງໄຊ ຂປລ. ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນເມສາ 2025 ໄດ້ໄຂຂຶ້ນໃນວັນທີ 24 ເມສາ 2025 ນີ້, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ, ມີບັນດາທ່ານຮອງ ນາຍົກລັດຖະມົນຕີ ແລະ ສະມາຊິກ ລັດຖະບານ, ຜູ້ຕາງໜ້າຈາກບັນດາ ກະຊວງ-ອົງການເຂົ້າຮ່ວມແບບ ເຊິ່ງໜ້າ ແລະ ຜູ້ຕາງໜ້າການນຳ ບັນດາແຂວງ ແລະ ນະຄອນຫລວງ ວຽງຈັນ ເຂົ້າຮ່ວມຜ່ານລະບົບກອງ ປະຊຸມທາງໄກ ເພື່ອຮັບຟັງການລາຍ ງານສະພາບພົ້ນເດັ່ນ ປະຈຳເດືອນ ເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2025 ເຊິ່ງ ຈະໄດ້ດໍາເນີນໃນລະຫວ່າງວັນທີ 24-25 ເມສາ 2025. ນ້ອຍກໍາລັງພັດທະນາ ພ້ອມດ້ວຍຄະ ນະໃນໂອກາດທີ່ທ່ານໄດ້ເດີນທາງ ມາປະຕິບັດພາລະກິດຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ ທ່ານຮອງ ເລຂາທິການໃຫຍ່ອົງການສະຫະ ປະຊາຊາດ ທີ່ເດີນທາງມາເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ ໂດຍ ສະເພາະແມ່ນຕໍ່ກັບວຽກງານການ ກະກຽມອອກຈາກສະຖານະພາບ ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມ ກຽດທີ່ສໍານັກງານປະທານປະເທດ ໃນຕອນບ່າຍຂອງວັນທີ 24 ເມສາ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ ແທນຂັ້ນສູງຂອງສອງປະເທດ. ຫລັງຈາກນັ້ນ, ສອງປະທານປະ ເທດ ລາວ ແລະ ຫວຽດນາມ ໄດ້ນໍາ ພາຄະນະດໍາເນີນການພົບປະສອງ ຝ່າຍຢ່າງເປັນທາງການ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ສະຫາຍ ເລືອງ ເກືອງ ທີ່ໄດ້ຮັບເລືອກຕັ້ງໃຫ້ ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມທັງ ໄດ້ຕີລາຄາສູງຕໍ່ການເດີນທາງມາ ຢ້ຽມຢາມລັດຖະກິດທີ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນຄັ້ງທໍາອິດໃນ ຖານະຕໍາແໜ່ງທີ່ມີກຽດສູງສົ່ງນີ້, ທັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ດີຢູ່ແລ້ວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດໄປ ຍັງບັນດາການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກທົ່ວໜ້າ. ສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ໄດ້ປຶກສາ ຫາລື ແລະ ແລກປ່ຽນຄໍາຄິດເຫັນ ຮ່ວມກັນຢ່າງກົງໄປກົງມາ ແລະ ດ້ວຍບັນຍາກາດໄມຕີຈິດມິດຕະ ພາບຖານສະຫາຍອ້າຍນ້ອງ ເຊິ່ງ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວ ກັບສະພາບການພັດທະນາເສດ ຖະກິດ-ສັງຄົມພາຍໃນປະເທດ ຂອງຕົນ ແລະ ໄດ້ສະແດງຄວາມ ຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງ ປະເທດຍາດມາໄດ້ໃນໄລຍະຜ່ານ ມາ, ພ້ອມທັງໄດ້ຕີລາຄາຜົນການ ພົວພັນຮ່ວມມືຜ່ານມາ ກໍຄື ທິດທາງ ແຜນການຈຸດສຸມຂອງການຮ່ວມມື ລະຫວ່າງສອງປະເທດໃນຕໍ່ໜ້າ. ສອງຝ່າຍໄດ້ມີຄວາມປິຕິຍິນດີທີ່ ເຫັນວ່າການພົວພັນຮ່ວມມືຂອງ ສອງປະເທດໃນໄລຍະ 1 ປີຜ່ານ ມາ ແມ່ນສືບຕໍ່ມີການພັດທະນາຢ່າງ ບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ເປັນຕົ້ນການຮ່ວມມືທາງດ້ານການ ເມືອງ: ສືບຕໍ່ມີຄວາມໄວ້ເນື້ອເຊື່ອ ໃຈ, ໜັກແໜ້ນ, ໝັ້ນທ່ຽງ ແລະ ນັບ ມື້ມີຄວາມໃກ້ຊິດສະໜິດສະໜົມ, ການນໍາຂັ້ນສູງ ກໍຄື ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໄດ້ ມີການພົບປະຢ້ຽມຢາມ ແລະ ໄປ ມາຫາສູ່ກັນຢ່າງເປັນປົກກະຕິ; ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ການຕ່າງປະ ເທດ: ຮັກສາໄດ້ຄວາມສະຫງົບຕາມ ບໍລິເວນຊາຍແດນ, ສະກັດກັ້ນອາ ຊະຍາກໍາຂ້າມຊາດ, ການຂົນສົ່ງ ຢາເສບຕິດ ແລະ ການມ້າງເພ ທໍາລາຍຂອງອິດທິກໍາລັງປໍລະປັກ ພ້ອມທັງປະສານສົມທົບກັນຢ່າງ ໃກ້ຊິດຢູ່ໃນເວທີສາກົນຕ່າງໆ; ດ້ານ ເສດຖະກິດ-ການຄ້າ: ເຫັນວ່າມູນ ຄ່າການຄ້າສອງສົ້ນເພີ່ມຂຶ້ນໃນ ແຕ່ລະປີ, ການລົງທຶນຂອງຫວຽດ ນາມ ກໍສືບຕໍ່ເປັນປະເທດອັນດັບ ຕົ້ນໆທີ່ເຂົ້າມາລົງທຶນຢູ່ລາວ; ການ ຮ່ວມມືດ້ານອື່ນໆເຊັ່ນ: ດ້ານເຕັກ ໂນໂລຊີ, ການສຶກສາ, ສາທາລະນະ ສຸກ, ຖະແຫລງຂ່າວ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ອົງການຈັດຕັ້ງ ມະຫາຊົນ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງປະເທດກໍ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ບັນດາໂຄງການຮ່ວມມືທີ່ເປັນ ຍຸດທະສາດລະຫວ່າງສອງປະເທດ ກໍສືບຕໍ່ມີຄວາມຄືບໜ້າ ແລະ ເປັນ ຮູບປະທໍາ. ພ້ອມດຽວກັນນີ້, ສອງສະຫາຍ ປະທານປະເທດ ລາວ-ຫວຽດນາມ ໄດ້ເຫັນດີເປັນເອກະພາບຈະສືບ ຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງ ສອງຝ່າຍເປັນເຈົ້າການໃນການ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາຂໍ້ຕົກລົງຂອງການນໍາຂັ້ນ ສູງສອງພັກ, ສອງລັດ ກໍຄື ບົດ ບັນທຶກການຮ່ວມມືຂອງບັນດາ ກະຊວງ, ຂະແໜງການຕ່າງໆທັງ ຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍ ສະເພາະການເຊື່ອມຈອດພື້ນຖານ ດ້ານເສດຖະກິດຂອງສອງປະເທດ ໂດຍຜ່ານບັນດາໂຄງການຮ່ວມມື ທີ່ເປັນຍຸດທະສາດທີ່ສໍາຄັນ ເພື່ອ ເປັນພື້ນຖານອັນສໍາຄັນໃຫ້ແກ່ການ ເຊື່ອມໂຍງພາກພື້ນ ແລະ ເປັນທ່າ ແຮງຂັບເຄື່ອນທາງດ້ານເສດຖະກິດ ຂອງລາວ ແລະ ຫວຽດນາມ ໃນ ອະນາຄົດ. ນອກຈາກນັ້ນ, ສອງ ຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນ ຕໍ່ກັບສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ. ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ໄດ້ສະແດງຄວາມ ຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທີ່ໄດ້ສະແດງ ຄວາມເສົ້າສະຫລົດໃຈ ແລະ ແບ່ງ ເບົາຄວາມທຸກໂສກຕໍ່ການຈາກໄປ ຢ່າງບໍ່ມີວັນກັບຄືນຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຜູ້ນໍາປະ ຕິວັດຮຸ່ນກໍ່ຕັ້ງຂອງພັກປະຊາຊົນ ປະຕິວັດລາວ, ທັງເປັນອະດີດສະ ມາຊິກພັກກອມມູນິດອິນດູຈີນ ຄົນ ສຸດທ້າຍຂອງລາວ, ທັງເປັນສະ ຫາຍທີ່ໃກ້ຊິດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໂດຍການ ປະກາດໄວ້ທຸກລະດັບຊາດ ເປັນ ເວລາ 2 ວັນ, ພ້ອມທັງໄດ້ສົ່ງການ ນໍາຂັ້ນສູງສຸດ ມາຮ່ວມໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດສົບ ລະດັບຊາດ ເຊິ່ງສະແດງໃຫ້ເຫັນ ເຖິງສາຍພົວພັນແບບພິເສດທີ່ມີໜຶ່ງ ບໍ່ມີສອງໃນໂລກລະຫວ່າງສອງປະ ເທດລາວ ແລະ ຫວຽດນາມ. ພ້ອມ ນັ້ນ, ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອອັນ ໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນໃຫ້ແກ່ ສປປ ລາວ ໃນ ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອ ກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ໃນຂະນະດຽວກັນ, ສະຫາຍ ປະທານປະເທດ ເລືອງ ເກືອງ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄໍາເວົ້າ ອັນຈົບງາມ ແລະ ການຕ້ອນຮັບອັນ ອົບອຸ່ນດ້ວຍໄມຕີຈິດມິດຕະພາບອັນ ສະໜິດສະໜົມໃນຄັ້ງນີ້, ພ້ອມທັງໄດ້ ສະແດງຄໍາໝາຍໝັ້ນວ່າຈະສືບຕໍ່ໃຫ້ ການຮ່ວມມືຢ່າງໃກ້ຊິດ, ສະໜັບສະ ໜູນ ແລະ ຊ່ວຍເຫລືອ ສປປ ລາວ ກໍຄື ການຊຸກຍູ້ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ຫວຽດນາມ-ລາວ ໃຫ້ຈະເລີນ ຮຸ່ງເຮືອງຂຶ້ນໄປເລື້ອຍໆ. ພາຍຫລັງສໍາເລັດການພົບປະ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ເລືອງ ເກືອງ ໄດ້ເຂົ້າຮ່ວມ ເປັນສັກຂີພິຍານໃນພິທີລົງນາມ ເອກະສານ ຈໍານວນ 3 ສະບັບ ຄື: ໜັງສືເຈດຈໍານົງ ວ່າດ້ວຍການ ຊ່ວຍເຫລືອກໍ່ສ້າງສໍານັກງານກອງ ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວລະຫວ່າງ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ສສ ຫວຽດນາມ; ແຜນການຮ່ວມມືປະ ຈໍາປີ 2025 ລະຫວ່າງກະຊວງຍຸຕິ ທໍາ ແຫ່ງ ສປປ ລາວ ແລະ ກະຊວງ ຍຸຕິທໍາ ແຫ່ງ ສສ ຫວຽດນາມ ແລະ ບົດບັນທຶກຊ່ວຍຈຳວ່າດ້ວຍ ການຮ່ວມມືລະຫວ່າງອໍານາດການ ປົກຄອງແຂວງອັດຕະປື ແຫ່ງ ສປປ ລາວ ແລະ ຄະນະກໍາມະການ ປະຊາຊົນແຂວງຢາລາຍ ແຫ່ງ ສສ ຫວຽດນາມ ໄລຍະ 2025-2030. ພ້ອມກັນນີ້, ສອງສະຫາຍປະທານ ປະເທດ ລາວ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນ ພິທີມອບ-ຮັບໃບອະນຸຍາດລົງທຶນ (ສະບັບດັດແກ້) ໃຫ້ແກ່ບໍລິສັດໄຟ ຟ້າເຊຂະໝານ 3 ຈໍາກັດ. ຈາກນັ້ນ, ສອງສະຫາຍປະທານ ປະເທດ ລາວ ແລະ ຫວຽດນາມ ກໍ ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນເນື່ອງ ໃນໂອກາດບຸນປີໃໝ່ລາວ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບເພື່ອ ເປັນກຽດໃຫ້ແກ່ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະເນື່ອງໃນ ໂອກາດຢ້ຽມຢາມລັດຖະກິດຢູ່ສປປ ລາວ ໃນຄັ້ງນີ້. ພາບ: ເກດສະໜາ ກອງປະຊຸມໃນຄັ້ງນີ້, ເພື່ອ ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະ ກອບຄຳເຫັນ ແລະ ພິຈາລະນາ ຫລາຍຫົວຂໍ້ທີ່ສໍາຄັນເປັນຕົ້ນສະ ພາບພົ້ນເດັ່ນປະຈໍາເດືອນເມສາ ແລະ ທິດທາງແຜນການປະຈຳ ເດືອນພຶດສະພາ 2025 ຂອງລັດ ຖະບານ; ສະພາບການສະເຫລີມສະ ຫລອງບຸນປີໃໝ່ລາວ ພສ 2568, ແຜນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະ ປີ 2025-2030; ຮ່າງດໍາລັດວ່າດ້ວຍກອງທຶນຜະລິດ ສິນຄ້າຢູ່ ສປປ ລາວ; ຮ່າງກົດໝາຍ ວ່າດ້ວຍການປູກຝັງ; ຮ່າງແຜນງານ ແຫ່ງຊາດ ການປັບຕົວເຂົ້າກັບການ ປ່ຽນແປງດິນຟ້າອາກາດ; ຮ່າງວິໄສ ທັດຮອດປີ 2040 ແລະ ແຜນການ ຄຸ້ມຄອງນໍາໃຊ້ທີ່ດິນບໍລິເວນນໍ້າປີ 2025-2030. ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນສະພາບ ການພາກພື້ນ ແລະ ສາກົນ ຍັງສືບ ຕໍ່ເຄັ່ງຮ້ອນ, ຄາດເດົາໄດ້ຍາກໂດຍ ສະເພາະບັນຫາການຂຶ້ນອັດຕາພາ ສີນໍາເຂົ້າຂອງ ສ ອາເມລິກາ ຕໍ່ປະ ເທດຕ່າງໆເຮັດໃຫ້ເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວຍິ່ງມີ ຄວາມຜັນຜວນສົ່ງຜົນກະທົບເປັນ ວົງກວ້າງຂຶ້ນຕື່ມ. ສໍາລັບ ສປປ ລາວ ກໍຈະບໍ່ສາມາດຫລີກລ່ຽງຜົນ ກະທົບດັ່ງກ່າວໄດ້ ຊຶ່ງລັດຖະບານ ກໍໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອຄົ້ນຄວ້າບັນດາມາດຕະການ ຮັບມື, ວິທີການໃນການປ້ອງກັນ ແລະ ແກ້ໄຂຜົນກະທົບດັ່ງກ່າວແຕ່ ຫົວທີ ແລະ ແກ້ໄຂບັນຫາຜົນກະທົບ ທີ່ເກີດຂຶ້ນມາແລ້ວ ເພື່ອບໍ່ໃຫ້ກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການ ພັດທະນາເສດຖະກິດ-ສັງຄົມ ຂອງ ປະເທດເຮົາ. ນອກຈາກນີ້, ຍັງມີ ບັນຫາໄພທໍາມະຊາດ ແຜ່ນດິນໄຫວ ຢູ່ປະເທດມຽນມາ, ໄຟໄໝ້ປ່າ, ພະ ຍາດລະບາດ ແລະ ອື່ນໆ ກໍຍັງຈະ ສືບຕໍ່ເປັນສິ່ງທ້າທາຍທີ່ຈະເປັນໄພ ຄຸກຄາມ ແລະ ສ້າງຜົນເສຍຫາຍຕໍ່ ຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ ຫລາຍປະເທດ. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຮຽກຮ້ອງໃຫ້ບັນ ດາທ່ານສະມາຊິກລັດຖະບານ ແລະ ຜູ້ຕາງໜ້າການນໍາອົງການປົກຄອງ ທ້ອງຖິ່ນ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ ແລະ ປະກອບຄຳເຫັນຢ່າງ ເລິກເຊິ່ງແທດກັບສະພາບຄວາມ ເປັນຈິງດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມ ລັດຖະບານຄັ້ງນີ້ ປະສົບຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ ກຳນົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ປະເທດດ້ອຍພັດທະນາຂອງ ສປປ ລາວ ເຊິ່ງສະແດງໃຫ້ເຫັນເຖິງຄໍາ ໝາຍໝັ້ນຂອງອົງການສະຫະປະ ຊາຊາດ ໃນການສະໜັບສະໜູນ ແລະ ການກະກຽມຄວາມພ້ອມ ຂອງ ສປປ ລາວ ໃນການອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາໃນປີ 2026. ພ້ອມກັນ ນີ້, ການມາຢ້ຽມຢາມທາງການດັ່ງ ກ່າວ ຍັງເປັນການສົ່ງເສີມ ແລະ ຮັດແໜ້ນການຮ່ວມມືທີ່ດີລະຫວ່າງ ອົງການ ສປຊ ແລະ ສປປ ລາວ. ທ່ານນາຍົກລັດຖະມົນຕີ ໄດ້ ກ່າວຢໍ້າວ່າ “ເຖິງແມ່ນວ່າ ສປປ ລາວ ຈະສາມາດຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາໃນປີ 2026 ຕາມແຜນ ການທີ່ວາງໄວ້, ແຕ່ວຽກງານດັ່ງ ກ່າວກໍຈະຍັງບໍ່ສິ້ນສຸດແຕ່ພຽງເທົ່າ ນັ້ນ, ສປປ ລາວ ຍັງເຂົ້າສູ່ໄລຍະ ຂ້າມຜ່ານໃນປີ 2026-2029. ຫລັງຈາກນັ້ນ, ສປປ ລາວ ກໍຍັງ ມີຄວາມຕ້ອງການການສະໜັບ ສະໜູນ ແລະ ຊ່ວຍເຫລືອຈາກອົງ ການສະຫະປະຊາຊາດ, ອົງການ ຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມ ພັດທະນາຕ່າງໆ ໂດຍສະເພາະການ ສືບຕໍ່ໃຫ້ການຊ່ວຍເຫລືອໃນການ ຈັດຕັ້ງປະຕິບັດແຜນດໍາເນີນງານ ໂດຮາ ໄລຍະປີ 2022-2031 ກໍຄື ພາຍຫລັງການອອກຈາກສະຖານະ ພາບປະເທດດ້ອຍພັດທະນາຂອງ ສປປ ລາວ. ທ່ານນາຍົກລັດຖະມົນຕີ ໄດ້ ຕີລາຄາສູງຕໍ່ບົດບາດ ແລະ ການ ສະໜູບສະໜູນຂອງອົງການສະຫະ ປະຊາຊາດ ຕໍ່ການພັດທະນາຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ສະເໜີໃຫ້ອົງການ ສປຊ ສືບຕໍ່ໃຫ້ ການຮ່ວມມືຊ່ວຍເຫລືອການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ແຜນຍຸດທະສາດ ຂ້າມຜ່ານຂອງ ສປປ ລາວ ເພື່ອ ອອກຈາກສະຖານະພາບດ້ອຍພັດ ທະນາໃນປີ 2026 ແລະ ຫລັງປີ 2026 ແນໃສ່ພັດທະນາປະເທດ ໃຫ້ມີຄວາມຄືບໜ້າໃນຈັງຫວະທີ່ ດີ ເພື່ອຮັບປະກັນໃຫ້ຫລຸດພົົ້ນອອກ ຈາກສະຖານະພາບດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ສາມາດເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນໄດ້. ພ້ອມກັນນີ້, ສປປ ລາວ ຈະສືບຕໍ່ສະໜັບສະໜູນການປະຕິຮູບ ລະບົບການພັດທະນາຂອງອົງການ ສະຫະປະຊາຊາດ ແລະ ສືບຕໍ່ຮັດ ແໜ້ນການປະສານສົມທົບກັນ ໂດຍ ຜ່ານຜູ້ປະສານງານອົງການສະຫະ ປະຊາຊາດ ເພື່ອຍົກສູງປະສິດທິພາບ ໃນການປະຕິບັດວຽກງານຂອງອົງ ການເຄືອຂ່າຍ ສປຊ ຕ່າງໆບົນພື້ນ ຖານຂອບການຮ່ວມມືເພື່ອການພັດ ທະນາແບບຍືນຍົງ. ໃນຂະນະດຽວກັນ, ທ່ານຮອງ ເລຂາທິການໃຫຍ່ອົງການ ສປຊ ກໍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນສໍາເລັດໃນໄລຍະຜ່ານມາຂອງ ລັດຖະບານ ສປປ ລາວ ທີ່ໄດ້ເອົາໃຈ ໃສ່ພັດທະນາເສດຖະກິດ-ສັງຄົມ ແລະ ຊັບພະຍາກອນມະນຸດຂອງ ຕົນໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຍືນຍົງຈົນສາມາດຜ່ານບັນ ດາເງື່ອນໄຂ ແລະ ກ້າວເຂົ້າສູ່ຂະ ບວນການກະກຽມການຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາໃນປີ 2026. ທ່ານ ຍັງໄດ້ກ່າວຢໍ້າຄືນຄວາມໝາຍໝັ້ນ ຂອງອົງການ ສປຊ ໃນການສະ ໜັບສະໜູນ ສປປ ລາວ ກໍຄື ບັນ ດາປະເທດດ້ອຍພັດທະນາອື່ນໆ ເພື່ອໃຫ້ສາມາດພັດທະນາປະເທດ ຊາດຂອງຕົນໃຫ້ມີຄວາມຮຸ່ງເຮືອງ ສີວິໄລ ແລະ ສາມາດຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາຢ່າງໂລ່ງລ່ຽນ, ມີຄຸນນະ ພາບ ແລະ ຍືນຍົງ. ນອກຈາກນີ້, ທັງສອງຝ່າຍກໍ ໄດ້ປຶກສາຫາລືແລກປ່ຽນກັນຫລາຍ ບັນຫາໂດຍສະເພາະກ່ຽວກັບຜົນ ສະທ້ອນ ແລະ ສິ່ງທ້າທາຍທີ່ອາດຈະ ເກີດຂຶ້ນພາຍຫລັງການຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາ, ການກະກຽມເຂົ້າ ຮ່ວມກອງປະຊຸມລະດັບສູງທີ່ສໍາ ຄັນຕ່າງໆເຊັ່ນ: ກອງປະຊຸມບັນດາ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ຄັ້ງທີ 3 (The LLDC3 Confer ence) ເຊິ່ງຈະຈັດຂຶ້ນໃນເດືອນ ສິງຫາ 2025 ທີ່ປະເທດຕວັກເມນິດ ສະຖານ, ກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ຄັ້ງທີ80 ທີ່ຈະຈັດຂຶ້ນ ໃນເດືອນກັນຍາ 2025 ທີ່ນິວຢອກ, ສະຫະລັດອາເມລິກາ ແລະ ກອງ ປະຊຸມລະດັບສູງກ່ຽວກັບການຫລຸດ ພົ້ນອອກຈາກສະຖານະພາບປະເທດ ດ້ອຍພັດທະນາຢ່າງຍືນຍົງທີ່ຈະຈັດ ຂຶ້ນທີ່ໂດຮາ, ປະເທດກາຕາ ໃນທ້າຍ ປີ 2025 ເປັນຕົ້ນ.
RkJQdWJsaXNoZXIy MTc3MTYxMQ==