7014

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d x6 dgsa f0kplh k']kpIa [s]kp]h kodu [8+ gfn vo -u ;y f{;a fmtotme xtgmf]k; 6 24/04/2025 glf4tdy f{la '7q , ໂດຍ: ລູກສາວລ້າ gzqj k]N w8[+ ln [lko[5 o[A 'w2.o3vdkf[5 oxu .\j ]k; * ອາທິດຜ່ານມາປະຊາຊົນເຜົ່າ ລື້ໄຕບໍ່ 5 ບ້ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ພ້ອມກັນຈັດງານ ບຸນປະເພນີຈູດບັ້ງໄຟ ເຊື່ອມສາຍ ໃຍເຜົ່າລື້ໄຕບໍ່ ຢູ່ທີ່ເດີນຄຸ້ມຊຽງ ງາມ ບ້ານທົ່ງແສງຈັນ ກຸ່ມບ້ານ ທົ່ງແສງຈັນ ເພື່ອສືບຕໍ່ອະນຸລັກ, ປົກປັກຮັກສາຮີດຄອງປະເພນີ, ວັດ ທະນະທຳ ການນຸ່ງຖື, ພາສາປາກ ເວົ້າ, ມູນເຊື້ອຄວາມດຸໝັ່ນຂະຫຍັນ ພຽນ, ການສະແດງອອກດ້ານບົດ ຂັບ, ລຳຂອງເຜົ່າ ກໍ່ຄື ການຈູດບັ້ງ ໄຟ ເນື່ອງໃນໂອກາດບຸນປີໃໝ່ລາວ ເພື່ອເປັນການຟື້ນຟູວັດທະນະທຳ ອັນດີງາມຂອງເຜົ່າລື້ ກໍ່ຄື ຂອງ ຊາດ ໃຫ້ຄົນຮຸ່ນໃໝ່ໄດ້ຮຽນຮູ້ເຊື່ອມ ຊຶມ ແລະ ຮັກສາໄວ້ໃຫ້ໝັ້ນຄົງຕະ ຫລອດໄປ. ທ່ານ ນາງ ຫລ້າຍອດ ເກດວິໄລ ຮອງນາຍບ້ານໃຫ້ຮູ້ວ່າ: ການຈັດ ງານໃນນີ້ເພື່ອສືບຕໍ່ອານຸລັກ, ປົກ ປັກຮັກສາຮີດຄອງປະເພນີ, ວັດທະ ນະທຳ ການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ, ການສະແດງອອກດ້ານບົດຂັບ, ລຳຂອງເຜົ່າ ກໍ່ຄື ການຈູດບັ້ງໄຟ ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ເປັນການຟື້ນຟູວັດທະນະທຳ ອັນດີງາມຂອງເຜົ່າລື້ ກໍ່ຄື ຂອງ ຊາດ ໃຫ້ຄົນຮຸ່ນໃໝ່ໄດ້ຮຽນຮູ້ ເຊື່ອມຊຶມ ແລະ ຮັກສາໄວ້ໃຫ້ໝັ້ນ ຄົງ ການສ້າງສາຍສຳພັນຄວາມ ສາມັກຄີປອງດອງ ຂອງເຜົ່າລື້ໄຕບໍ່ ເວົ້າລວມ, ເວົ້າສະເພາະແມ່ນ ປະ ຊາຊົນທັງ 5 ບ້ານຄື: ບ້ານທ່າຟ້າ, ດອນໃຈ, ບ້ານປຸ່ງນາໜູນ, ພິມົນ ສິນ ແລະ ບ້ານທົ່ງແສງຈັນ (ຄຸ້ມ ຊຽງງາມ) ໃຫ້ມີຄວາມແໜ້ນແຟ້ນ ຂຶ້ນເລື້ອຍໆ. ພ້ອມທັງໄດ້ເລົ່າຄືນ ປະຫວັດຄວາມເປັນມາຂອງຊົນ ເຜົ່າລື້ ເປັນໜຶ່ງໃນ 50 ຊົນເຜົ່າ ທີ່ ດຳລົງຊີວິດຢູ່ໃນລາວມາຫລາຍ ຮ້ອຍປີ ເຊິ່ງໃນເມື່ອກ່ອນເຜົ່າລື້ ຫລື ລື້ໄຕບໍ່ ແມ່ນເຜົ່າໜຶ່ງທີ່ອົບພະຍົບ ມາແຕ່ເຂດສິບສອງປັນນາໃນປີ 1896 ລົງມາອາໄສຢູ່ຕາມແຄມ ແມ່ນໍ້າຂອງ, ສາຍນ້ຳອູ່ ຈໍານວນ ໜຶ່ງໄດ້ກາຍເປັນລື້ໄຕສິງ, ລື້ໄຕ ຍວນ, ລື້ໄຕມອນ, ລື້ໄຕມ້າງ, ລື້ໄຕ ຂືນ, ລື້ໄຕບໍ່, ລື້ໄຕງາຍ, ລື້ໄຕແມນ ເປັນຕົ້ນ. ສຳລັບຢູ່ເມືອງຫ້ວຍຊາຍ ແມ່ນ ລື້ໄຕບໍ່ ປະກອບມີ 5 ບ້ານຄື: ບ້ານທ່າຟ້າ, ດອນໃຈ, ບ້ານປຸ່ງ ນາໜູນ, ພິມົນສິນ ແລະ ບ້ານທົ່ງ ແສງຈັນ (ຄຸ້ມຊຽງງາມ). ຈາກ ນັ້ນ, ໄດ້ມີການມອບ-ຮັບທຸງເຈົ້າ ພາບ ໃຫ້ນາຍບ້ານໆທ່າຟ້າ ເປັນ ເຈົ້າພາບຈັດບຸນປະເພນີຈູດບັ້ງໄຟ ຂອງເຜົ່າລື້ໄຕບໍ່ຄັ້ງທີ 6 ໃນປີຕໍ່ໄປ. ພ້ອມດຽວກັນນັ້ນ, ທ່ານ ຄໍາຜະ ຫຍາ ພົມປັນຍາ ຄະນະປະຈໍາພັກ ແຂວງ, ຮອງເຈົ້າແຂວງບໍ່ແກ້ວ ໄດ້ມີຄຳເຫັນສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານ, ດ້ານດີ ຂອງ ການຈັດງານ ແລະ ຮຽກຮ້ອງໃຫ້ ຄະນະພັກ, ອົງການປົກຄອງບ້ານ ແລະ ປະຊາຊົນ ຕ້ອງສືບຕໍ່ອະນຸລັກ ປົກປັກຮັກສາວັດທະນະທຳ ການ ນຸ່ງຖື, ພາສາປາກເວົ້າ, ມູນເຊື້ອ ຄວາມອົງອາດກ້າຫານ, ຄວາມດຸ ໝັ່ນຂະຫຍັນພຽນ, ຮີດຄອງປະເພ ນີ, ການຂັບ, ລຳຂອງເຜົ່າລື້ ໄວ້ໃຫ້ ໝັ້ນຄົງ ຈົ່ງພ້ອມກັນສືບສານບຸນ ປະເພນີຈູດບັ້ງໄຟໃນໂອກາດສະ ເຫ ລີມສະຫລອງບຸນປີໃໝ່ລາວ ໃຫ້ມີ ລັກສະນະຫລາກຫລາຍສີສັນ ເພື່ອ ດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວ ງານໃຫ້ຫລາຍຂຶ້ນ ແລະ ເພື່ອເປັນ ການສົ່ງເສີມຜະລິດຕະພັນເຄື່ອງ ຫັດຖະກຳ ຕຳແຜ່ນແພຕ່າງໆ ທີ່ ເປັນເອກະລັກໃຫ້ກາຍເປັນສິນຄ້າ ນັບມື້ຫລາຍຂຶ້ນເລື້ອຍໆ. * ເຫັດ ແມ່ນ ພືດຈໍາພວກເຊື້ອ ລາເປັນອາຫານປະເພດຜັກບໍ່ມີໄຂ ມັນ ມີການຈະເລີນເຕີບໂຕເປັນສາຍ ໃຍ, ມີສານອາຫານທໍາມະຊາດທີ່ ອຸດົມສົມບູນໄປດ້ວຍວິຕາມິນ, ມີ ສັບພະຄຸນທາງຢາຊ່ວຍສ້າງພູມ ຄຸ້ມກັນ ໃນຮ່າງກາຍ ແລະ ຊ່ວຍ ຫລຸດອັດຕາຄວາມສ່ຽງຂອງພະ ຍາດຕ່າງໆເຊັ່ນ: ຫລອດເລືອດ ຫົວໃຈຕັນ, ຄວາມດັນເລືອດສູງ, ເບົາຫວານ ແລະ ອື່ນໆອີກຫລາຍ ພະຍາດ, ອີກຢ່າງໜຶ່ງ ເຫັດ ແມ່ນ ອາຫານທີ່ຄົນເຮົານິຍົມກິນ ເພາະ ປຸງແຕ່ງອາຫານໄດ້ຫລາຍແບບ ບໍວ່າ ຂົ້ວ, ແກງ, ແຈ່ວ, ນຶ້ງຈໍ້າ ເຮັດສົ້ມ... ກໍແຊບ ຈຶ່ງເຮັດໃຫ້ເຫັດ ເປັນທີ່ຕ້ອງການຂອງຕະຫລາດ ຫລື ເວົ້າໄດ້ວ່າເປັນສິນຄ້າຂາຍ ດີກໍວ່າໄດ້. ເມື່ອເຫັນເຖິງຄວາມ ຕ້ອງການຂອງຜູ້ໂພກທີ່ນັບມື້ນັບ ສູງຂຶ້ນ ປັດຈຸບັນນີ້ ຈຶ່ງມີຫລາຍຄົນ ຫັນມາເອົາດີ ໃນການປູກເຫັດຂາຍ ສາມາດສ້າງລາຍຮັບໄດ້ຫລາຍ ສິບລ້ານກີບຕໍ່ເດືອນ ເໝືອນກັບ ຄອບຄົວ ທ່ານ ບຸນເກີດ ທີ່ປະສົບ ຜົນສໍາເລັດຈາກການປູກເຫັດຂາຍ ສາມາດສ້າງລາຍຮັບຫລາຍລ້ານ ກີບຕໍ່ເດືອນ. ທ່ານ ບຸນເກີດ ຢູ່ບ້ານຫົວນາ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເຮັດອາຊີບ ປູກເຫັດຂາຍ ເວົ້າສູ່ຟັງ ວ່າ: ກ່ອນຈະມາເຮັດອາຊີບປູກ ເຫັດຂາຍ ກໍເຄີຍເຮັດຫລາຍອາຊີບ ມາແລ້ວ ແຕ່ລາຍຮັບຍັງບໍ່ຄົງທີ່ ຈຶ່ງຕັດສິນໃຈຫາອາຊີບໃໝ່ ແລະ ເລືອກອາຊີບປູກເຫັດຂາຍ ເພາະ ປູກງ່າຍ ກໍາໄລງາມ ຕົ້ນທຶນກໍບໍ່ ສູງ ພຽງແຕ່ມີໃຈມັກດ້ານກະສິ ກໍາ ກໍສາມາດເຮັດໄດ້ແລ້ວ. ໂດຍ ເລີ່ມຕົ້ນຕ້ອງກຽມເຮືອນ ສໍາລັບ ປູກເຫັດ ເຮັດເປັນເຮືອນໄມ້ ອ້ອມ ຝາກະແຕະ ຫລື ຖ້າບໍ່ມີກະເຕະແມ່ນ ເອົາຜ້າກັນແສງມາອ້ອມກໍໄດ້ ປູ ພື້ນດ້ວຍດິນຊາຍ ເພື່ອເກັບຄວາມ ຊຸ່ມຊື່ນ. ຫລັງຈາກນັ້ນ, ກໍນໍາເອົາ ກ້ອນເຊື້ອເຫັດເຂົ້າມາລຽນຊ້ອນ ກັນເປັນແຖວ ເພື່ອສະດວກສະບາຍ ໃນການຫົດນໍ້າ, ການຫົດນໍ້າ ແມ່ນ ມື້ໜຶ່ງ 2 ເທື່ອ ເຊົ້າ-ແລງ ຫລື ເບິ່ງ ຕາມສະພາບອາກາດ, ຖ້າອາກາດ ເຢັນ ກໍຫົດມື້ລະເທື່ອ ຫລັງຈາກນັ້ນ ປະມານ 2-3 ອາທິດ ເຫັດກໍຈະ ອອກດອກ ສາມາດເກັບໄດ້ 4-5 ເດືອນຖ້າບົວລະບັດຮັກສາຢ່າງ ຖືກວິທີ. ທ່ານ ບຸນເກີດ ເວົ້າຕື່ມວ່າ: ເຫັດ ທີ່ປູກ ມີເຫັດນາງລົມ, ນາງຟ້າພູ ຖານ ແລະ ເຫັດໂພນຂາວ ໂດຍຊື້ ເຊື້ອຈາກປະເທດເພື່ອນບ້ານ ສ່ວນ ການຂາຍ ແມ່ນຂາຍທັງກ້ອນເບົ້າ ເຊື້ອເຫັດ, ຫົວເຊື້ອເຫັດ ແລະ ດອກ ເຫັດກໍຂາຍຄືກັນ ໂດຍສະເລ່ຍຈາກ ການຂາຍ ທັງເບົ້າເຫັດ ແລະ ເຫັດ ລວມໆແລ້ວເດືອນໜຶ່ງກໍປະມານ 10 ລ້ານກີບຕໍ່ເດືອນ ສາມາດເຮັດ ໃຫ້ຄອບຄົວຕົນເອງມີຊີວິດດີຂຶ້ນ ເປັນກ້າວໆ.

RkJQdWJsaXNoZXIy MTc3MTYxMQ==