7014

24/04/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ຫສນຍ... ສົມເດັດພະເທບ... ຫົວໜ້າການເມືອງກອງທັບ... ຄະນະຜູ້ແທນລາວ... ຫສນຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານພັກ-ພະນັກງານ ແລະ ວຽກງານວິຊາສະ ເພາະຂອງ ຫສນຍ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປະຈຳປີ 2025 ໂດຍໄດ້ຍົກໃຫ້ ເຫັນຜົນງານອັນພົ້ນເດັ່ນໃນການ ປະຕິບັດໜ້າທີ່ວຽກງານ ເ ປັນ ຕົ້ນດ້ານວຽກງານການເມືອງ ແນວຄິດ, ວຽກການຈັດຕັ້ງພັກ, ວຽກງານຄຸ້ມຄອງ ແລະ ກໍ່ສ້າງ ພັກ-ພະນັກງານ, ວຽກປັບປຸງການ ຈັດຕັ້ງ, ວຽກງານນະໂຍບາຍ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງເຄື່ອນໄຫວທາງ ດ້ານວຽກງານວິຊາສະເພາະ ກໍຄື ວຽກງານເສນາທິການ, ວຽກປະ ສານງານ ແລະ ວຽກງານບໍລິ ການຮັບໃຊ້, ວຽກງານກວດກາ, ວຽກງານປ້ອງກັນຄວາມສະຫງົບ ແລະ ວຽກງານສໍານັກງານຕາມ ຄຳຂວັນ 3 ດີ (ເປັນເສນາທິການທີ່ ດີ, ປະສານງານທີ່ດີ ແລະ ບໍລິການ ຮັບໃຊ້ທີ່ດີ) ຕິດພັນກັບການປະຕິບັດ ທິດ 3 ຫັນ (ຫັນປ່ຽນຈາກແນວ ຄິດຄອງຄອຍ, ລໍຖ້າແຕ່ຄໍາສັ່ງ, ໄປ ສູ່ຄວາມເປັນເຈົ້າການກວ່າເກົ່າ; ຫັນຈາກການເຮັດວຽກບໍ່ມີແບບ ແຜນໄປສູ່ການເຮັດວຽກທີ່ມີແຜນ, ມີແຜນດຳເນີນງານ ແລະ ແບ່ງ ຄວາມຮັບຜິດຊອບແບບຈະແຈ້ງ ແລະ ຫັນຈາກລະບົບການເຮັດ ວຽກຫລາຍຂັ້ນຫລາຍຂອດໄປສູ່ ການຕັດຂັ້ນຂອດທີ່ບໍ່ຈຳເປັນອອກ ໃຫ້ຮັດກຸມ, ກະທັດຮັດ, ວ່ອງໄວ ແລະ ຊັດເຈນ). ໃນປີຜ່ານມາໄດ້ ປັບປຸງກົນໄກວິທີເຮັດວຽກໃຫ້ຮັດ ກຸມ, ຖືກຕ້ອງ, ວ່ອງໄວຂຶ້ນຕື່ມ ສາມາດຮັບປະກັນການປະຕິບັດ ໜ້າທີ່ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນດ້ວຍຄວາມ ຮັບຜິດຊອບສູງ; ສາມາດຮັກສາໄດ້ ຄວາມສາມັກຄີພາຍໃນ, ຄວາມເປັນ ເອກະພາບ ແລະ ມີຄວາມສະຫງົບ; ການປະຕິບັດນະໂຍບາຍຕໍ່ພະນັກ ງານບໍານານ ກໍຄື ພະນັກງານທີ່ຍັງ ປະຈໍາການກໍໄດ້ຮັບການປັບປຸງດີ ຂຶ້ນເປັນກ້າວໆ. ຄຽງຄູ່ກັນນັ້ນ, ກໍໄດ້ ຍົກໃຫ້ເຫັນສາເຫດທີ່ພາໃຫ້ມີດ້ານ ດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ ຖອດຖອນໄດ້ ແລະ ທິດທາງແຜນ ວຽກຈຸດສຸມໃນຕໍ່ໜ້າ, ລວມທັງມາດ ຕະການໃນການຈັດຕັ້ງປະຕິບັດ ວຽກງານໃນແຕ່ລະດ້ານ. ພ້ອມກັນນີ້, ກອງປະຊຸມຍັງໄດ້ ຮັບຟັງການສະຫລຸບ, ຕີລາຄາການ ຈັດຕັ້ງປະຕິບັດວຽກງານແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາປະ ຈໍາປີ 2024 ແລະ ສະຫລຸບການ ຈັດຕັ້ງປະຕິບັດຂະບວນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນປີ 2024 ແລະ ແຜນການ ປະຈໍາປີ 2025 ຂອງອົງຄະນະພັກ ຫສນຍ ເຊິ່ງໄດ້ຍົກໃຫ້ເຫັນການ ປະຕິບັດ 3 ໜ້າທີ່ຕົ້ນຕໍໄປສູ່ຄຸນນະ ພາບໃໝ່ ໂດຍການເພີ່ມທະວີການ ແຂ່ງຂັນປະຕິບັດຄໍາຂວັນ 3 ດີ ຂປລ. ຄະນະຜູ້ແທນລາວນໍາ ໂດຍທ່ານ ນາງ ດາລານີ ພົມມະ ວົງສາ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ ເຂົ້າຮ່ວມກອງປະຊຸມລະດັບລັດຖະ ມົນຕີ ການຮ່ວມມືທາງດ້ານວັດທະ ນະທໍາແຫ່ງອາຊີ ປະຈຳປີ 2025 ໃນວັນທີ 22 ເມສາ 2025 ຢູ່ຮົງ ກົງ ສປ ຈີນ ເຊິ່ງມີຄະນະຜູ້ແທນ ຈາກ 27 ປະເທດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ປຶກສາ ຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບບົດບາດສໍາຄັນຂອງວັດ ທະນະທໍາໃນໄລຍະໃໝ່ ພາຍໃຕ້ ຫົວຂໍ້ “Connect. Create. EnHaHe: #ridHinH CuMturaM Gor AM M” ເພື່ອແລກປ່ຽນຂໍ້ມູນ ຂ່າວສານ, ແນວທາງການຮ່ວມມື ທາງດ້ານສິລະປະວັດທະນະທຳ ລວມທັງຜະລິດຕະພັນວັດທະນະທຳ ຕ່າງໆ, ບົດບາດຄວາມສຳຄັນຂອງ ວຽກງານວັດທະນະທຳຕໍ່ກັບການ ພັດທະນາເສດຖະກິດ-ສັງຄົມ, ການສ້າງຄວາມເຂັ້ມແຂງ, ການ ມີສ່ວນຮ່ວມ ແລະ ການພັດທະນາ ແບບຍືນຍົງ ກໍຄື ການຍົກລະດັບ ຂອບການຮ່ວມມືລະຫວ່າງລັດຖະ ບານ, ແລກປ່ຽນຄວາມຄິດເຫັນ ກ່ຽວກັບນະໂຍບາຍການຮ່ວມມື ທາງດ້ານວັດທະນະທຳ ເພື່ອຊຸກຍູ້ ສົ່ງເສີມການຮ່ວມມືລະຫວ່າງຮົງ ກົງ ກັບບັນດາປະເທດຄູ່ຮ່ວມມື ຕ່າງໆໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນໂອກາດນີ້, ທ່ານ ນາງ ດາລາ ນີ ພົມມະວົງສາ ກໍໄດ້ມີຄຳເຫັນຕໍ່ ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນ ນະໂຍບາຍຂອງພັກ-ລັດຖະບານ ສປປ ລາວ ຕໍ່ວຽກງານການປົກ ປັກຮັກສາ ແລະ ພັດທະນາສົ່ງເສີມ ວັດທະນະທຳອັນດີງາມ ກໍຄື ການ ປົກປັກຮັກສາມໍລະດົກວັດທະນະ ທຳຂອງຊາດ. ນອກນັ້ນ, ທ່ານຍັງ ໄດ້ເນັ້ນເຖິງການຮ່ວມມື ກໍຄື ການ ແລກປ່ຽນວັດທະນະທຳກັບບັນດາ ປະເທດເພື່ອນມິດ ໃນພາກພື້ນ ແລະ ໃນໂລກຢູ່ໃນເວທີຕ່າງໆທີ່ມີຜົນ ປະໂຫຍດຮ່ວມກັນ. ຄຽງຄູ່ກັນນັ້ນ, ວັດທະນະທຳມີບົດບາດສຳຄັນຕໍ່ ຂອງ ຫສນຍ ຕິດພັນກັບທິດ 3 ຫັນ ໃຫ້ແຂງແຮງ ແລະ ມີຄຸນນະພາບ ສ້າງບາດລ້ຽວໃໝ່ ໃຫ້ແກ່ການ ເປັນເສນາທິການໃນການຄົ້ນຄວ້າ ໄດ້ມີການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທາງດ້ານ ວິຊາການ; ສ້າງກົນໄກປະສານງານ ທີ່ສອດຄ່ອງ, ກົມກຽວ ແລະ ສ້າງ ກົນໄກບໍລິການຮັບໃຊ້ທີ່ສະດວກ ວ່ອງໄວ, ມີຄຸນນະພາບ ແລະ ກ້າວ ໄປສູ່ການຫັນເປັນທັນສະໄໝ. ໃນ ໂອກາດດຽວກັນ, ກອງປະຊຸມຍັງ ໄດ້ມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນ ແລະ ມອບໃບຢັ້ງຢືນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ສືບຕໍ່ເປີດບັ້ນ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ຫສນຍ. ໂອກາດນີ້, ກອງປະຊຸມໄດ້ຮັບ ຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກທ່ານນາຍົກລັດຖະມົນຕີໂດຍ ທ່ານໄດ້ຕີລາຄາສູງ ແລະ ຍ້ອງຍໍ ຊົມເຊີຍຕໍ່ຜົນງານພົ້ນເດັ່ນທີ່ ຫສນຍ ຍາດມາໄດ້ໃນປີຜ່ານມາ, ພ້ອມ ທັງໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງ ປະເທດ, ລວມທັງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ແລະ ມາດຕະການແກ້ໄຂ. ສຳລັບປີ 2025 ເປັນປີມ້ວນທ້າຍຂອງການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ 9I ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ I9, ສໍາລັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 2025 ເປັນແຜນບຸກບືນສູ້ຊົນສຸດ ຂີດ ເຊິ່ງທຸກຂະແໜງການ ແລະ ທ້ອງຖິ່ນຕ້ອງໄດ້ເພີ່ມທະວີຄວາມ ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບ ຜົນສຳເລັດຕາມຄາດໝາຍທີ່ວາງ ໄວ້, ພ້ອມທັງສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ມາດ ຕະການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ. ພ້ອມກັນນີ້, ທ່ານໄດ້ເນັ້ນໜັກໃຫ້ ຫສນຍ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ເອົາໃຈໃສ່ກະກຽມ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຕິດພັນກັບການປັບປຸງກົງຈັກ ການຈັດຕັ້ງຕາມມະຕິຂອງຄະນະ ບໍລິຫານງານສູນກາງພັກ ແລະ ມະ ຕິຂອງສະພາແຫ່ງຊາດ; ເພີ່ມທະ ວີຄວາມສາມັກຄີພາຍໃນຈັດຕັ້ງ ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບ ມອບໝາຍດ້ວຍຄວາມຮັບຜິດຊອບ ສູງ; ຕ້ອງຖືເອົາການນໍາພາການ ເມືອງແນວຄິດເປັນບັນຫາສໍາ ຄັນ, ຕິດພັນກັບການເອົາໃຈໃສ່ ຄົ້ນຄວ້າ ແລະ ກໍາແໜ້ນແນວທາງ ນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ລະ ບຽບການຂອງພັກ ແລະ ລັດວາງ ອອກໃຫ້ເລິກເຊິ່ງ; ການບໍລິຫານການຈັດການວຽກງານໃຫ້ມີຄວາມ ວ່ອງໄວ, ຊັດເຈນ ແລະ ຫັນເປັນ ທັນສະໄໝ; ຍົກສູງຄວາມຮູ້ຄວາມ ສາມາດການເປັນເສນາທິການຊ່ວຍ ນາຍົກ-ຮອງນາຍົກລັດຖະມົນຕີ ແລະ ລັດຖະບານໃນການປະຕິບັດ ວຽກງານ ໂດຍສະເພາະການກະ ກຽມເນື້ອໃນກອງປະຊຸມນາຍົກຮອງນາຍົກລັດຖະມົນຕີ, ກອງປະ ຊຸມລັດຖະບານ, ຮ່າງບົດປາໄສ, ຄົ້ນຄວ້າວິໄຈບັນຫາ, ສັງລວມເອ ກະສານຕ່າງໆໃຫ້ຊັດເຈນ, ວ່ອງ ໄວ, ຖືກຕ້ອງ ແລະ ສອດຄ່ອງກັບ ນະໂຍບາຍ, ກົດໝາຍ ແລະ ລະບຽບ ການກ່ຽວຂ້ອງ, ພ້ອມທັງຮັບປະກັນ ຄວາມລັບຂອງເອກະສານບໍ່ໃຫ້ຮົ່ວ ໄຫລ; ສົມທົບກັບພາກສ່ວນກ່ຽວ ຂ້ອງເພີ່ມທະວີການໂຄສະນາປະ ຊາສໍາພັນແນວທາງ, ນະໂຍບາຍ ແລະ ການເຄື່ອນໄຫວຂອງລັດຖະ ບານ; ເປັນເຈົ້າການປະສານງານ ແລະ ຕິດຕາມຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນໃນການຈັດຕັ້ງຜັນ ຂະຫຍາຍບັນດາມະຕິ, ຄຳສັ່ງ, ແຈ້ງ ການ, ທິດຊີ້ນໍາຂອງຂັ້ນເທິງໃຫ້ໄດ້ ຮັບຜົນດີ. ພ້ອມນີ້, ໄດ້ຮຽກຮ້ອງ ໃຫ້ພະນັກງານ-ລັດຖະກອນທຸກ ຄົນມີຈິດໃຈອຸ່ນອ່ຽນທຸ່ນທ່ຽງ, ບໍ່ ຫວັ່ນໄຫວຕໍ່ສະພາບການຫຍຸ້ງຍາກ ຕ່າງໆ, ມີຄວາມຊື່ສັດບໍລິສຸດ, ມີນໍ້າ ໃຈຮັກຊາດ, ຮັບໃຊ້ປະເທດຊາດຮັບ ໃຊ້ປະຊາຊົນຢ່າງຈິງໃຈ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ. ຂົງເຂດເສດຖະກິດ-ສັງຄົມ ເປັນ ຕົ້ນສ້າງວຽກເຮັດງານທຳທີ່ມີລາຍ ຮັບທີ່ໝັ້ນຄົງຕິດພັນກັບການສົ່ງເສີມ ຫົວຄິດປະດິດສ້າງ ແລະ ພູມປັນຍາ ທີ່ເປັນເອກະລັກຂອງປະຊາຊົນບັນ ດາເຜົ່າ, ຕໍ່ການພົວພັນລະຫວ່າງ ປະເທດ ແລະ ຊີວິດການເປັນຢູ່ຂອງ ມວນມະນຸດ. ນອກຈາກນີ້, ຄະນະຜູ້ແທນລາວ ຍັງໄດ້ນຳສະເໜີມໍລະດົກວັດທະນະ ທຳລາວ ເຊິ່ງປັດຈຸບັນມີມໍລະດົກໂລກ 3 ແຫ່ງ ຄື: ເມືອງຫລວງພະບາງ, ປາສາດຫີນວັດພູຈຳປາສັກ ແລະ ທົ່ງ ໄຫຫີນຊຽງຂວາງ. ຄຽງຄູ່ກັນນັ້ນ, ມໍລະດົກວັດທະນະທຳ ນາມມະທຳ ຂອງລາວ ກໍໄດ້ຖືກຮັບຮອງເຂົ້າ ໃນບັນຊີມໍລະດົກໂລກທາງດ້ານ ວັດທະນະທຳທີ່ບໍ່ເປັນວັດຖຸ ໂດຍອົງ ການອຸຍແນັສໂກ ເປັນຕົ້ນຮັບຮອງ ເອົາສຽງແຄນເຊື້ອຊາດລາວ ໃນປີ 2017, ພູມປັນຍາຕໍ່າລາຍນາກໃນ ປີ 2023 ແລະ ຟ້ອນລໍາວົງລາວ ໃນປີ 2024. ໃນປີ 2025 ນີ້, ຈະ ສືບຕໍ່ກະກຽມເອກະສານນຳສະເໜີ ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນ ເປັນມໍລະດົກໂລກ ທາງດ້ານທຳມະຊາດແຫ່ງທຳອິດ ຂອງ ສປປ ລາວ. ການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ມີ ຜົນສຳເລັດທີ່ເປັນຮູບປະທຳຢ່າງ ເດັ່ນຊັດ ເປັນທີ່ຮັບຮູ້ຂອງທົ່ວໂລກ ໂດຍສະເພາະແມ່ນດ້ານການພັດທະ ນາພື້ນຖານໂຄງລ່າງ, ການເຊື່ອມ ໂຍງ-ເຊື່ອມຈອດ ແລະ ການສ້າງ ເງື່ອນໄຂທີ່ເອື້ອອຳນວຍ ເພື່ອຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍການຮ່ວມມື ດ້ານການແລກປ່ຽນວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ, ການ ໄປມາຫາສູ່ກັນລະຫວ່າງປະຊາຊົນ ຂອງສອງປະເທດ ກໍຄື ບັນດາໂຄງ ການພັດທະນາດ້ານພື້ນຖານໂຄງ ລ່າງດ້ານວັດທະນະທຳ ແລະ ອື່ນໆ. ລັດຖະບານ ແຫ່ງ ສປປ ລາວ ຖື ສໍາຄັນ ແລະ ໃຫ້ການສະໜັບສະໜູນ ນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ຂອງ ສປ ຈີນ ເພື່ອເຊື່ອມ ໂຍງກັບຍຸດທະສາດການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນ ຕິດກັບທະເລໃຫ້ກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ. ພຶດຕະກຳຕົວຈິງໄດ້ພິສູດໃຫ້ເຫັນວ່າ ການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງ ແລວ ໜຶ່ງເສັ້ນທາງ” ໄດ້ນຳເອົາ ຜົນປະໂຫຍດເປັນຮູບປະທໍາມາສູ່ ບັນດາປະເທດກໍາລັງພັດທະນານັບ ມື້້ນັບຫລາຍຂຶ້ນ, ລວມທັງ ສປປ ລາວ, ອັນພົ້ນເດັ່ນທີ່ສຸດແມ່ນຜົນ ສຳເລັດໂຄງການລົດໄຟຄວາມໄວ ສູງ ລາວ-ຈີນ ເປັນໂຄງການໄດ້ ຮັບນາມມະຍົດແຫ່ງການຮ່ວມມື ລາວ-ຈີນ. ໃນວັນດຽວກັນ, ທ່ານ ນາງ ດາລານີ ພົມມະວົງສາ ພ້ອມຄະນະ ຍັງໄດ້ພົບປະສອງຝ່າຍກັບທ່ານນາງ ຊັມ ຟົງ ກວາງ (ວິວຽນ ຊຳ) ຮອງ ເລຂາທິການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮົງກົງ ໂດຍ ສອງຝ່າຍໄດ້ແລກປ່ຽນຄໍາເຫັນ ກ່ຽວກັບຊ່ອງທາງການແລກປ່ຽນ ຮ່ວມມືໃນຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ ກໍຄື ການ ຜັນຂະຫຍາຍຜົນການຢ້ຽມຢາມ ທາງການທີ່ ສປປ ລາວ ຂອງທ່ານ ຈອນ ລີ ກາ ສຸຍ ຜູ້ວ່າການເຂດ ປົກຄອງພິເສດຮົງກົງ ໃນລະຫວ່າງ ວັນທີ 28-29 ກໍລະກົດ 2024 ທີ່ ໂອກາດນີ້, ສະຫາຍ ພັນເອກ ສົມແພງ ແກ້ວສີລາ ໄດ້ສະເເດງ ຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ສະຫາຍຫົວໜ້າການເມືອງກອງ ບັນຊາການທະຫານແຂວງ, ພ້ອມ ດ້ວຍອໍານາດການປົກຄອງແຂວງ ບິງເຊື່ອງ ທີ່ຍາມໃດກໍເປັນຫ່ວງ ເປັນໃຍ, ໃຫ້ກຳລັງໃຈ ແລະ ຊຸກຍູ້ ກ້ອນກໍາລັງສວນສະໜາມກອງທັບ ປະຊາຊົນລາວ, ພ້ອມທັງໄດ້ຢືນຢັນ ວ່າ: ຈະນໍາພາ-ຊີ້ນຳກ້ອນກຳລັງ ສວນສະໜາມກອງທັບປະຊາຊົນ ລາວ ຝຶກແອບເດີນສວນສະໜາມ ໃຫ້ໄດ້ໝາກຜົນສູງສຸດຕາມການ ຈັດຕັ້ງພັກ-ລັດ ກໍຄື ປະຊາຊົນລາວ ມອບໝາຍໃຫ້ປະສົບຜົນສຳເລັດ ຢ່າງຈົບງາມ. ຈາກນັ້ນ, ສະຫາຍຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງ ແລະ ອຳນາດການປົກ ຄອງແຂວງບິງເຊື່ອງ ໄດ້ຊົມການ ຝຶກແອບເດີນສວນສະໜາມຂອງ ກ້ອນກຳລັງສວນສະໜາມກອງທັບ ປະຊາຊົນລາວ ຕື່ມອີກ. ຂ່າວ: ມິກກີ້ ແກ້ວສຸວັນ ຂປລ. ໃນວັນທີ23 ເມສາ 2025 ນີ້, ສົມເດັດພະກະນິດຖາທິຣາດ ເຈົ້າ ກົມສົມເດັດພະເທບພະຣັດຣາດສຸ ດາ ສະຫຍາມບໍຣົມມະຣາດຊະກຸມາ ຣີ ແຫ່ງ ຣາຊະອານາຈັກໄທ ພ້ອມ ດ້ວຍຄະນະທັງຝ່າຍລາວ ແລະ ໄທ ໄດ້ໄປຢ້ຽມຢາມ ແລະ ຮ່ວມເປີດນໍາ ໃຊ້ຫ້ອງປະຊຸມຝຶກອົບຮົມຂອງສູນ ພັດທະນາ ແລະ ບໍລິການດ້ານການ ກະເສດຫ້ວຍຊອນ-ຫ້ວຍຊົ້ວ ຫລັກ 22 ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ. ໂອກາດດັ່ງກ່າວ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ລາຍງານ ໃຫ້ຮູ້ກ່ຽວກັບຜົນສໍາເລັດບາງດ້ານ ໃນການຈັດຕັ້ງປະຕິບັດບັນດາວຽກ ງານຂອງສູນໃນໄລຍະ 1 ປີຜ່ານ ມາ ເຊິ່ງສູນພັດທະນາ ແລະ ບໍລິການ ດ້ານການກະເສດຫ້ວຍຊອນ-ຫ້ວຍ ຊົ້ວ ເປັນໂຄງການຮ່ວມມືແບບພິເສດ ລະຫວ່າງສອງປະມຸກລັດ ແຫ່ງ ສປປ ລາວ ແລະ ຣາຊະອານາຈັກ ໄທ ກໍຄື ລະຫວ່າງພະບາດສົມເດັດ ພະບໍຣົມ ຊະນະກາທິເບດ ມະຫາພູ ມິພົນອະດຸນຍະເດດມະຫາຣາດ ບໍ ຣົມມະນາດບໍພິດ ແລະ ປະທານ ໄກສອນ ພົມວິຫານ ເພື່ອເສີມສ້າງ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ ດີລະຫວ່າງສອງປະເທດ ກໍຄື ປະ ຊາຊົນສອງຊາດຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ເຊິ່ງເປັນ ໂຄງການພັດທະນາກະສິກຳຄົບ ວົງຈອນທີ່ໄດ້ເລີ່ມຕົ້ນເປີດຢ່າງເປັນ ທາງການໃນວັນທີ 8 ເມສາ 1994, ມີເນື້ອທີ່ທັງໝົດ 52 ເຮັກຕາ. ການສ້າງສູນແຫ່ງນີ້, ເພື່ອເປັນ ການຮ່ວມມືທາງດ້ານວິຊາການ ກ່ຽວກັບວຽກງານກະສິກຳ ແລະ ປັບປຸງຊີວິດການເປັນຢູ່ຂອງປະ ຊາຊົນໂດຍມີການສາທິດ, ຖ່າຍ ທອດດ້ານຄວາມຮູ້-ທິດສະດີ, ພາກ ປະຕິບັດຕົວຈິງ ແລະ ການຂະຫຍາຍ ແນວພັນພືດ-ແນວພັນສັດ ພາຍໃຕ້ ຄວາມຮັບຜິດຊອບ ແລະ ບໍລິຫານ ໂດຍກົງ ຂອງກະຊວງກະສິກຳ ແລະ ປ່າໄມ້. ປັດຈຸບັນ, ຢູ່ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍ ຊອນ-ຫ້ວຍຊົ້ວ ໄດ້ເອົາໃຈໃສ່ສືບຕໍ່ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ບັນດາໜ້າວຽກ ຕາມແຜນງານ ແລະ ເປົ້າໝາຍທີ່ວາງໄວ້ ເຊິ່ງມີຜົນ ສໍາເລັດເປັນກ້າວໆມາ, ອັນພົ້ນເດັ່ນ ແມ່ນສໍາເລັດການກໍ່ສ້າງອາຄານຈໍາ ນວນ 1 ຫລັງ ເພື່ອຮັບໃຊ້ໃຫ້ການ ສໍາມະນາ ແລະ ເຄື່ອນໄຫວກິດຈະ ກຳຕ່າງໆຂອງສູນ, ສາມາດຖ່າຍ ທອດເຕັກນິກວິຊາການດ້ານກະສິກຳ ໃຫ້ແກ່ພະນັກງານ, ນັກຮຽນ-ນັກ ສຶກສາ, ກະສິກອນ ແລະ ບັນດານັກ ພັດທະນາ ເຊິ່ງສາມາດສ້າງ ແລະ ຂະຫຍາຍບັນດາຄອບຄົວຕົວແບບ, ຂະຫຍາຍແນວພັນໄມ້ໃຫ້ໝາກ, ໄມ້ ອຸດສາຫະກຳ, ພືດໄລຍະສັ້ນ-ໄລຍະ ຍາວ, ຂະຫຍາຍແນວພັນໄກ່ , ເປັດ, ໝູ, ງົວ, ຜະລິດລູກປານ້ອຍ, ກົບ, ຜະລິດຝຸ່ນຊີວະພາບ, ຜະລິດຫຍ້າ ແຟກ, ຜະລິດນໍ້າໝາກສະໝູນໄພ, ສະໜອງນໍ້າຊົນລະປະທານໃສ່ພື້ນທີ່ ການຜະລິດໃຫ້ແກ່ປະຊາຊົນໄດ້ 2 ລະດູການໃນເນື້ອທີ່ 580 ເຮັກຕາ. ນອກຈາກນີ້, ການຈັດຕັ້ງປະຕິ ບັດວຽກງານການຮ່ວມມື 2 ຝ່າຍ ແມ່ນໄດ້ມີແຜນໃນການກໍ່ສ້າງຝາຍ ກັ້ນນໍ້າຫ້ວຍຊົ້ວ ແລະ ຄອງຊົນລະ ປະທານໃຫ້ກຸ່ມບ້ານເປົ້າໝາຍຈຳ ນວນ 6 ບ້ານ ຕາມເຈດຈໍານົງຂອງ 2 ປະມຸກລັດ ທີ່ເຫັນດີເປັນເອກະພາບ ໃນເບື້ອງຕົ້ນແລ້ວນັ້ນ. ສະນັ້ນ, ຖ້າ ຫາກຝາຍກັ້ນນໍ້າ ແລະ ຄອງຊົນລະ ປະທານດັ່ງກ່າວ ໄດ້ຮັບການກໍ່ສ້າງ ຢ່າງເປັນຮູບປະທຳຈະເຮັດໃຫ້ການ ພັດທະນາສູນດັ່ງກ່າວ ຄົບຖ້ວນ, ສົມບູນ ແລະ ສາມາດສົ່ງເສີມການ ຜະລິດ ແລະ ປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນໄດ້ຢ່າງເປັນຮູບປະ ທໍາຂຶ້ນຕື່ມ. ສໍາລັບທິດທາງແຜນພັດທະນາ ຂອງສູນໃນຕໍ່ໜ້າຈະສືບຕໍ່ເອົາໃຈໃສ່ ຜ່ານມາເປັນຕົ້ນການປົກປັກຮັກສາມໍ ລະດົກວັດທະນະທໍາໃນຍຸກດີຈິຕອນ, ການແລກປ່ຽນດ້ານຮູບເງົາ, ການ ແລກປ່ຽນສິລະປະ-ວັນນະຄະດີ ກໍຄື ການຮ່ວມມືສົ່ງເສີມການທ່ອງທ່ຽວ ຮ່ວມກັນໃນຕໍ່ໜ້າ. ແລະ ພັດທະນາສູນແຫ່ງນີ້ໃຫ້ເປັນ ບ່ອນຮຽນຮູ້, ເປັນສູນຕົ້ນແບບທີ່ດີ ໃນການຜະລິດກະສິກຳ ເພື່ອເປັນ ບ່ອນຖ່າຍທອດຄວາມຮູ້, ເຕັກນິກ, ເຕັກໂນໂລຊີທີ່ດີໃຫ້ແກ່ກະສິກອນ, ກຸ່ມຜູ້ຜະລິດ, ຜູ້ປະກອບການ, ບັນດາ ສູນ, ສະຖານີ, ພະນັກງານ, ນັກຮຽນ, ນັກສຶກສາ ແລະ ສັງຄົມ ໃນຂອບເຂດ ທົ່ວປະເທດ; ສືບຕໍ່ເອົາໃຈໃສ່ເພີ່ມ ທະວີການພົວພັນຮ່ວມມືລະຫວ່າງ ສູນພັດທະນາ ແລະ ບໍລິການດ້ານ ການກະເສດຫ້ວຍຊອນ-ຫ້ວຍຊົ້ວ ແລະ ບັນດາໂຄງການອັນເນື່ອງມາ ຈາກພະຣາດຊະດໍາຣິ ທັງໃນ ສປປ ລາວ ແລະ ຣາຊະອານາຈັກໄທ ເພື່ອແລກປ່ຽນບົດຮຽນ ແລະ ເຕັກ ນິກວິຊາການ ກໍຄື ການບໍລິຫານ ຈັດການ ແລະ ພັດທະນາສູນໃຫ້ ມີການພັດທະນາສາມາດຕອບສະ ໜອງ ແລະ ໃຫ້ບໍລິການແນວພັນ ພືດ-ແນວພັນສັດ ແລະ ບົດຮຽນໃຫ້ ແກ່ປະຊາຊົນໄດ້ຢ່າງມີປະສິດທິພາບ ສູງ ແລະ ທົ່ວເຖິງ. ຂ່າວ: ທະນູທອງ ພາບ: ຂັນໄຊ ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==