7014

;Pd'koIa [xtda o0q olqj ' g;]k.fd+ 8y fra oda [rk]tdy f c]t w--tot];,0v'dkoxt8y ;a f]k; xtgmf]k; 3 24/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄໍາປະສົງ ລາດຊະວົງ ບົດສະເໜີ ໂດຍ: ຢ່າຕົ່ງ dkoIj ;,,n fh koglf4tdy f dko7h k c]t dko]q 'mb os;Pfok,{]k; * ໜັງສືພິມປະເທດລາວສະບັບ ຜ່ານມາ ກໍ່ໄດ້ສະເໜີບົດສຳພາດ ຂອງທ່ານຫງວຽນມິງເຕີມ ເອກອັກ ຄະລັດຖະທູດ ສສ ຫວຽດນາມ ປະ ຈຳ ສປປ ລາວ ກ່ຽວກັບ “ການພົວ ພັນທາງການເມືອງລາວ-ຫວຽດ ນາມ” ໃຫ້ທ່ານຜູ້ອ່ານແລ້ວ ແລະ ມາສະບັບນີ້ ຈະມາສະເໜີກ່ຽວກັບ ການຮ່ວມມືດ້ານເສດຖະກິດ ການ ຄ້າ ແລະ ການລົງທຶນ ຫວຽດນາມລາວ ຈາກບົດສຳພາດຂອງທ່ານ ທູດໃຫ້ທ່ານຜູ້ອ່ານຕື່ມ. ທ່ານ ຫງວຽນມິງເຕີມ ເອກ ອັກຄະລັດຖະທູດ ສສ ຫວຽດນາມ ປະຈຳສປປລາວໄດ້ໃຫ້ຮູ້ວ່າ: ການ ຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນ ຫວຽດນາມລາວ ໄດ້ຮັບການກະຕຸກຊຸກຍູ້ ແລະ ບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນ. ໂດຍສອງຝ່າຍຕັ້ງໜ້າຜັນຂະຫຍາຍ ຕົກລົງຍຸດທະສາດການຮ່ວມມືຫວຽດ ນາມ-ລາວ ໄລຍະ 2021- 2030 ແລະ ສັນຍາຮ່ວມມືຫວຽດນາມລາວ ໄລຍະ 2021–2025. ບັນດາ ສັນຍາຮ່ວມມືລະຫວ່າງສອງລັດ ຖະບານ ທີ່ກອງປະຊຸມຄັ້ງທີ 46, 47ຂອງຄະນະກຳມະທິການລັດຖະ * ວຽກງານຂົນສົ່ງ ແມ່ນວຽກ ງານໜຶ່ງທີ່ສໍາຄັນຈໍາເປັນຂາດບໍ່ ໄດ້, ຊຶ່ງມັນໄດ້ຕິດພັນກັບທຸກໄຊ ຊະນະ, ທຸກໄລຍະຂອງພາລະກິດ ປະຕິວັດ ແຕ່ຫົວທີ, ບໍ່ວ່າໃນສະໄໝ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບ ເກົ່າ ແລະ ແບບໃໝ່, ການຕໍ່ສູ້ປົດ ປ່ອຍຊາດ ແລະ ປົກປັກຮັກສາໝາກ ຜົນຂອງການປະຕິວັດ, ການພັດທະ ນາປະເທດຊາດ. ປັດຈຸບັນພັກ ແລະ ລັດຖະບານ ໄດ້ຖືເອົາວຽກງານຄົມ ມະນາຄົມຂົນສົ່ງ, ເປັນໜຶ່ງໃນແຜນ ບຸລິມະສິດ, ເປັນວຽກປາຍແຫລມ ໃນການພັດທະເສດຖະກິດຂອງ ຊາດ, ຈາກຄວາມໝາຍຄວາມສໍາ ຄັນຂ້າງເທິງນັ້ນ, ກໍຄືວຽກງານຮັບ ປະກັນພະລາທິການຂອງກອງທັບ, ໂດຍສະເພາະແມ່ນວຽກງານຮັບ ປະກັນຂົນສົ່ງ ຂອງກອງທັບປະຊາ ຊົນລາວ, ໄດ້ກາຍເປັນວຽກປາຍ ແຫລມ, ປຽບເໝືອນສາຍເລືອດທີ່ ໄຫລຫລໍ່ລ້ຽງຮ່າງກາຍຂອງຄົນ ເຮົາ, ໃນການຮັບປະກັນການກຽມ ພ້ອມສູ້ຮົບ, ການເຝິກແອບຮໍ່າ ຮຽນ, ການກໍ່ສ້າງກຳລັງແລະລ້ຽງ ດູທັບ, ເພື່ອຍົກສູງຄຸນນະພາບຊີວິດ ຂອງນາຍ ແລະ ພົນທະຫານ ຢູ່ໃນ ກອງທັບ ໃຫ້ໄດ້ຂຶ້ນຢ່າງບໍ່ຢຸດຢັ້ງ, ມັນສອດຄ່ອງກັບຄວາມໝາຍທີ່ ວ່າ ການຂົນສົ່ງ ແມ່ນການຍົກຍ້າຍ ສິ່ງຂອງ ຈາກຈຸດໜຶ່ງ ໄປຍັງອີກ ຈຸດໜຶ່ງດ້ວຍພາຫະນະ. ສະຫາຍ ພົນຈັດຕະວາ ບຸນຍົງ ວົງພົມ ຫົວໜ້າກົມຂົນສົ່ງ ກົມໃຫຍ່ ພະລາທິການກອງທັບ ໄດ້ໃຫ້ຮູ້ ບານ, ເພີ່ມທະວີການແນະນຳ, ກວດ ກາ, ກະຕຸກຊຸກຍູ້, ແລກປ່ຽນໃຫ້ທັນ ການເພື່ອຊ່ວຍແກ້ໄຂສິ່ງອຸດຕັນ, ຂໍ້ຫຍຸ້ງຍາກເພື່ອຊອກຫາທິດທາງ ໃໝ່ແກ້ໄຂຊຸກຍູ້ການຮ່ວມມືໃນຂົງ ເຂດເສດຖະກິດ, ສືບຕໍ່ລົງນາມໃນ ບົດບັນທຶກການຮ່ວມມື, ສ້າງແລວ ທາງດ້ານນິຕິກຳທີ່ເປັນເອກະພາບ ເພື່ອຊຸກຍູ້ການຮ່ວມມື. ສອງຝ່າຍ ໄດ້ສົມທົບແລກປ່ຽນບົດຮຽນໃນ ການຄຸ້ມຄອງ ແລະ ດຳເນີນງານ ເສດຖະກິດມະຫາພາກ. ກ່ຽວກັບ ການລົງທຶນຂອງຫວຽດນາມ ຢູ່ ລາວ, ມາຮອດປັດຈຸບັນ, ຫວຽດ ນາມ ມີ 273 ໂຄງການລົງທຶນຢູ່ ລາວ ລວມຍອດການລົງທຶນຫລາຍ ກວ່າ 5,8 ຕື້ໂດລາສະຫະລັດ, ການ ລົງທຶນປະຕິບັດໂຄງການມາຮອດ ປັດຈຸບັນລຸ 2,8 ຕື້ໂດລາສະຫະລັດ. ໃນປີ 2024, ຈົດທະບຽນລົງທຶນ ບັນລຸ 191,1 ລ້ານ ໂດລາສະຫະ ລັດ, ເພີ່ມ 62,1% ເມື່ອທຽບໃສ່ໄລ ຍະດຽວກັນຂອງປີ 2023. ໃນ 2 ເດືອນຕົ້ນປີ 2025, ການລົງທຶນຢູ່ ລາວບັນລຸ 140 ລ້ານໂດລາສະຫະ ລັດ, ເພີ່ມຂຶ້ນ 33% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ2024.ຫລາຍ ໂຄງການລົງທຶນຂອງຫວຽດນາມ ດຳເນີນໄປຢ່າງມີປະສິດທິຜົນ, ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ, ສ້າງ ວຽກເຮັດງານທຳ ແລະ ເພີ່ມລາຍ ຮັບໃຫ້ຄົນງານນັບພັນຄົນ, ເພີ່ມ ລາຍຮັບເຂົ້າງົບປະມານຂອງລາວ, ພິເສດແມ່ນຂົງເຂດໂທລະຄົມ, ການ ທະນາຄານ, ປູກ ແລະ ປຸງແຕ່ງ ຢາງພາລາ, ຜະລິດ ແລະ ປຸງແຕ່ງ ທັນຍະຫານອາຫານ, ນ້ຳນົມ. ສອງ ຝ່າຍໄດ້ສົມທົບກັນຈັດຕັ້ງກອງ ປະຊຸມຮ່ວມມືດ້ານການລົງທຶນ ໃນເດືອນມັງກອນ 2024 ແລະ ເດືອນມັງກອນ 2025 ສຳເລັດຜົນ. ສອງຝ່າຍໄດ້ສຸມໃສ່ແກ້ໄຂຄວາມ ຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ເພື່ອເລັ່ງໃຫ້ມີຄວາມຄືບໜ້າຂອງ ຫລາຍໂຄງການທີ່ສຳຄັນ ຄື: ໂຄງ ການເຂື່ອນໄຟຟ້າເຊຂະໝານ 3, ໂຄງການກະສິກຳຂອງກຸ່ມບໍລິສັດ ເຈື່ອງຫ້າຍ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງອາລູມີນຽມຂອງກຸ່ມບໍລິ ສັດຫວຽດເຟືອງ, ສະໜາມບິນໜອງ ຄ້າງ. ດຳເນີນການສຳເລັດ ແລະ ມອບສົ່ງໃຫ້ລາວ 4 ໂຄງການ. ສ່ວນດ້ານການຄ້າ, ສອງຝ່າຍ ສືບຕໍ່ເອົາໃຈໃສ່ກະຕຸກຊຸກຍູ້, ບົດບັນ ທຶກຫລາຍສະບັບໄດ້ລົງນາມ, ປະ ກອບສ່ວນປັບປຸງກອບນິຕິກຳດ້ານ ກົດໝາຍກ່ຽວກັບການຄ້າໃຫ້ສົມ ບູນແບບຄື: ສັນຍາການຄ້າສອງ ຝ່າຍສະບັບໃໝ່, ສັນຍາການຄ້າ ຊາຍແດນ ແລະ ອະນຸສັນຍາສັນຍາ ຂົນສົ່ງສິນຄ້າ ຫວຽດນາມ-ລາວ ສະບັບປັບປຸງ. ບັນດາບົດບັນທຶກ ທີ່ໄດ້ລົງນາມແມ່ນໄດ້ຮັບການຜັນ ຂະຫຍາຍຢ່າງຕັ້ງໜ້າ ແລະ ບັນດາ ມາດຕະການສົ່ງເສີມການຄ້າໄດ້ ຮັບການເພີ່ມທະວີ, ສ້າງເງື່ອນໄຂ ໃຫ້ແກ່ການພັດທະນາແບບຍືນຍົງ ຂອງການຄ້າສອງປະເທດ, ເປັນຕົ້ນ ແມ່ນການຈັດງານຕະຫລາດນັດ, ຕ້ານການຄ້າເຖື່ອນ. ວົງເງິນການຄ້າ ລະຫວ່າງ ຫວຽດນາມ-ລາວ ໃນປີ 2024 ບັນລຸ 2,2 ຕື້ໂດລາສະຫັດ, ເພີ່ມ 33,9% ທຽບໃສ່ປີ 2023, ເປັນຂີດໝາຍປະຫວັດສາດ. ໃນ 3 ເດືອນຕົ້ນປີ 2025, ວົງເງິນການ ຄ້າລະຫວ່າງສອງປະເທດຈະບັນລຸ ເກືອບ 1 ຕື້ໂດລາສະຫະລັດ. ພ້ອມ ນີ້, ວຽກງານຄົມມະນາຄົມ, ສອງ ຝ່າຍສືບຕໍ່ສຸມໃສ່ປະຕິບັດບົດບັນ ທຶກຄວາມເຂົ້າໃຈລະຫວ່າງສອງ ລັດຖະບານ ກ່ຽວກັບຍຸດທະສາດ ການຮ່ວມມືດ້ານຄົມມະນາຄົມໄລ ຍະ 2016-2025, ວິໄສທັດ ຮອດປີ 2030; ສືບຕໍ່ຊຸກຍູ້ການ ຊອກຫາແຫລ່ງທຶນ ເພື່ອປະຕິບັດ ບັນດາໂຄງການຕົ້ນຕໍຄື: ທາງດ່ວນ ຮ່າໂນ້ຍ-ວຽງຈັນ, ທາງລົດໄຟ ວູ້ງ ອ່າງ-ທ່າແຂກ-ວຽງຈັນ ແລະ ບັນ ດາໂຄງການເຊື່ອມຕໍ່ຄົມມະນາຄົມ ອື່ນໆ. ໃນຂົງເຂດພະລັງງານໄຟ ຟ້າ, ສອງຝ່າຍສືບຕໍ່ຕັ້ງໜ້າຈັດຕັ້ງ ປະຕິບັດບົດບັນທຶກຄວາມເຂົ້າໃຈ ລະຫວ່າງສອງລັດຖະບານກ່ຽວ ກັບການພັດທະນາໂຄງການໄຟຟ້າ ໃນລາວ ແລະ ດຳເນີນການຊື້ຂາຍ ລະຫວ່າງສອງປະເທດ. ສອງຝ່າຍ ໄດ້ລົງນາມໃນສັນຍາວ່າດ້ວຍການ ຊື້ຂາຍຖ່ານຫີນ ແລະ ໄຟຟ້າ ລະ ຫວ່າງລັດຖະບານສອງປະເທດ, ໃນ ໄລຍະ 2025-2030, ຫວຽດນາມ ຈະຊື້ໄຟຟ້າຈາກລາວແຕ່ 5.000 MWຫາ 8.000 MW ແລະ ຖ່ານ ຫີນ 8 ລ້ານ ຫາ 10 ລ້ານໂຕນ/ປີ. ຂະນະທີ່ຂົງເຂດກະສິກຳ, ປ່າ ໄມ້ ແລະ ພັດທະນາຊົນນະບົດ, ສອງ ຝ່າຍເຫັນດີເປັນເອກະພາບການ ຮ່ວມມືໃນຂົງເຂດນີ້ ສຸດທີ່ສຳຄັນ, ໃນນັ້ນ ແນໃສ່ເພີ່ມທະວີການຖ່າຍ ທອດ ແລະ ແລກປ່ຽນເຕັກໂນໂລຊີ ເຕັກນິກ ແລະ ການສ້າງຕົວແບບ ໃນການພັດທະນາກະສິກຳ ຊົນນະ ບົດ ເພື່ອຫລຸດຜ່ອນຄວາມທຸກຍາກ, ຍົກສູງຄວາມສາມາດດ້ານນິຕິກຳ ນະໂຍບາຍໃນການຄຸ້ມຄອງຂອງ ສະຖາບັນ ແລະ ນະໂຍບາຍໃນການ ຄຸ້ມຄອງ ການຜະລິດກະສິກຳ, ປ່າ ໄມ້, ການປະມົງ ແລະ ຊົນລະປະ ທານ. ສອງຝ່າຍສືບຕໍ່ສະໜັບສະ ໜູນຊ່ວຍການພັດທະນາຊົນນະບົດ ໃນເຂດຈຸດສຸມຂອງລາວໃຫ້ມີປະ ສິດທິຜົນ. ສຳເລັດການກໍ່ສ້າງສູນ ບໍລິການເຕັກນິກກະສິກຳ, ປະສານ ສົມທົບໄດ້ດີໃນການຄຸ້ມຄອງ, ປົກ ປັກຮັກສາປ່າໄມ້ ແລະ ຊັບພະຍາ ກອນທຳມະຊາດ, ສະກັດກັ້ນການ ຄ້າຂາຍ ແລະ ຂົນສົ່ງໄມ້ ແລະ ຜະ ລິດຕະພັນສັດປ່າຂ້າມຊາຍແດນທີ່ ຜິດກົດໝາຍ. ວ່າ: ວຽກງານຮັບປະກັນຂົນສົ່ງ ກອງທັບປະຊາຊົນລາວ, ນັບແຕ່ ມື້ສ້າງຕັ້ງຈົນຮອດປັດຈຸບັນແມ່ນ ໄດ້ແບ່ງ ອອກເປັນ 6 ໄລຍະຄື, ໄລຍະທີ I ແຕ່ປີ 1955-1957, ໄລຍະທີ II ແຕ່ປີ 1957-1959, ໄລຍະທີ I I I ປີ 1960-1963, ໄລຍະທີ IV ປີ 1963-1969, ໄລຍະທີ V ປີ 1968-1973 ແລະ ໄລຍະທີ VI ປີ 19751990, ເຫລົ່າຮົບຂົນສົ່ງ ກອງທັບ ປະຊາຊົນລາວ ໄດ້ກຳເນີດເກີດຂຶ້ນ ໃນວັນທີ 1 ພຶດສະພາ 1955 ການ ປະກາດ ແລະ ສ້າງຕັ້ງທໍາອິດເອີ້ນ ວ່າ, ກອງແບກຫາບຫ້ອງພະລາທິ ການ, ປະກາດສ້າງຕັ້ງຂຶ້ນທີ່ບ້ານ ນາແມວ, ເມືອງວຽງໄຊ ແຂວງຫົວ ພັນ, ພາຫະນະຂົນສົ່ງ ເວລານັ້ນ ແມ່ນໃຊ້ແຮງງານຄົນແບກຫາບ, ໂດຍເຕົ້າໂຮມເອົາພະນັກງານ, ນັກ ຮົບຈໍານວນໜຶ່ງມາຈັດຕັ້ງເປັນກອງ ດັ່ງກ່າວ, ພ້ອມນີ້ພາຫະນະຂົນສົ່ງ ກໍ່ຍັງໄດ້ນໍາໃຊ້ສັດລາກແກ່ຈໍານວນ ໜຶ່ງເຊັ່ນ: ຊ້າງ, ມ້າ ແລະ ອື່ນໆ ໂດຍ ອີງໃສ່ທ່າແຮງແລະ ຄວາມສາມາດ ຂອງທ້ອງຖິ່ນ, ຄະນະຮັບຜິດຊອບ ກອງຂົນສົ່ງແບກຫາບປະກອບມີ, ທ່ານ ຮັງ ຮອງຫ້ອງພະລາ ເປັນ ຫົວໜ້າກອງ, ຊຶ່ງໜ້າທີ່ການເມືອງ ຕົ້ນຕໍແມ່ນເຮັດໜ້າທີ່ຮັບປະກັນ ຂົນສົ່ງ ໃຫ້ບັນດາກົມກອງເຄື່ອນ ໄຫວສູ້ຮົບຢູ່ເຂດເຕົ້າໂຮມ 2 ແຂວງ ພາກເໜືອ, ຊຳເໜືອ ແລະ ຜົ້ງສາລີ, ໂດຍສະເພາະຮັບປະກັນໃຫ້ເຂດຊໍາ ເໜືອເປັນຕົ້ນຕໍ. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍຢ່າງສົມບູນ ແຕ່ປີ 1975 ອີງຕາມ ຄວາມຮຽກຮ້ອງ ຕ້ອງການດ້ານວຽກງານຂົນສົ່ງ ເພື່ອສະໜອງຕອບໃຫ້ແກ່ສອງໜ້າ ທີ່ຍຸດທະສາດທີ່ພັກວາງອອກຄື: ປົກປັກຮັກສາສ້າງສາ ແລະ ພັດທະ ນາປະເທດຊາດ, ກຳລັງ ແລະ ພາ ຫະນະຂົນສົ່ງທີ່ຂຶ້ນກັບຂະແໜງ ຂົນສົ່ງ, ຂັ້ນຍຸດທະສາດ ມີ 8 ກອງ ພັນ ຄື: ກອງພັນ 401, 402, 403, 404, 405, 410 A, 410 B ແລະ ກອງພັນເຮືອຂົນສົ່ງ, ແຕ່ປີ 19751980 ອົງການຊີ້ນໍາ-ບັນຊາວຽກ ງານຂົນສົ່ງຍັງເປັນພະແນກຂົນສົ່ງ ແລະ ຫ້ອງ. ມາເຖິງວັນທີ 15/2/ 1980 ບັນດາກົມນ້ອຍທີ່ຂຶ້ນກັບກົມ ໃຫຍ່ ຈຶ່ງໄດ້ສ້າງຕັ້ງຂຶ້ນ, ໃນເວລາ ນີ້, ກົມຂົນສົ່ງ ກໍ່ແມ່ນກົມໜຶ່ງ, ຊຶ່ງ ໄດ້ປະຕິບັດພາລະບົດບາດຂອງ ຕົນ, ເປັນອົງການຊີ້ນໍາຄຸ້ມຄອງ ມະຫາພາກ ແລະ ຊີ້ນໍາຈັດຕັ້ງວຽກ ງານຮັບປະກັນການຂົນສົ່ງຂັ້ນຍຸດ ທະສາດ, ມີພາຫະນະ ແລະ ກຳລັງ ຂົນສົ່ງຂຶ້ນກັບ, ຄະນະກົມຂົນສົ່ງ ຊຸດທຳອິດ ປີ 1980-1985, ຊຸດ ທີ II ປີ 1986-1988, ຊຸດທີ III ປີ 1988-1989, ຊຸດທີ IV ປີ 1989-1992, ຊຶ່ງໄລຍະນີ້ແມ່ນ ໄດ້ໂຮມກັນເຂົ້າເປັນກົມດຽວກັບ ກົມນໍ້າມັນເຊື້ອໄຟ, ໃສ່ຊື່ວ່າ, ກົມ ຂົນສົ່ງ-ເຊື້ອນໍ້າມັນເຊື້ອໄຟ, ຊຸດ ທີ V ປີ 1993-2000 ໄລຍະນີ້ ກົມຂົນສົ່ງ ໄດ້ແຍກເປັນກົມໜຶ່ງ ຕ່າງຫາກ, ຊຸດທີ VI ປີ 20002003 ໄລຍະນີ້ໄດ້ໂຮມກັນເຂົ້າ ກັບ 3 ກົມ ຄື: ກົມເສນາພະລາ, ກົມ ອົບຮົມ ແລະ ກົມຂົນສົ່ງ, ຊຶ່ງໃສ່ຊື່ ວ່າ: ກົມແຜນການ-ຂົນສົ່ງ, ຊຸດທີ VII ແຕ່ວັນທີ 26/07/2002) ໄດ້ ແຍກເປັນກົມຂົນສົ່ງຕ່າງຫາກ, ຊຸດ ທີ VIII ປີ 2009-2012, ຊຸດທີ IX ນັບແຕ່ວັນ 29/08/2012, ຊຸດທີ X, ຊຸດທີ XI, ຊຸດທີ XII ຈົນເຖິງປັດ ຈຸບັນ, ຄະນະກົມ ປະກອບມີ 3 ສະ ຫາຍຄື: ພົນຈັດຕະວາບຸນຍົງວົງພົມ ເປັນຫົວໜ້າກົມ, ພັນເອກ ສຸລິໄຊ ລິດທິເດດ ເປັນຮອງກົມແລະພັນໂທ ເຂິງຄໍາ ສຸມຸນທາ ເປັນຮອງກົມ. ສັງລວມແລ້ວ, ຂະແໜງຂົນສົ່ງ ນັບແຕ່ມື້ກຳເນີດ ແລະ ຜ່ານຂະ ບວນວິວັດແຫ່ງການເຄື່ອນໄຫວ ປະຕິບັດໜ້າທີ່ການເມືອງຕາມພາ ລະບົດບາດຂອງຕົນ, ວຽກງານ ຮັບປະກັນຂົນສົ່ງເວລາໃດກໍ່ໄດ້ຕິດ ພັນກັບທຸກໆໄລຍະຂອງພາລະກິດ ແລະ ໄຊຊະນະລວມຂອງການ ປະຕິວັດລາວ, ຊຶ່ງນາຍ ແລະ ພົນທະ ຫານ ພະນັກງານ, ນັກຮົບຂົນສົ່ງ ກໍ່ໄດ້ທຸ່ມເທເຫື່ອແຮງທຸກສະຕິປັນ ຍາ, ຕະຫລອດຮອດອຸທິດຊີວິດ ເລືອດເນື້ອເຫື່ອແຮງຂອງຕົນ ເພື່ອ ອຸດົມການຂອງພັກ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດກໍ່ຄືພາລະກິດປົກ ປັກຮັກສາ ແລະ ພັດທະນາປະເທດ ຊາດໃຫ້ໝັ້ນຄົງ ແລະ ວັດທະນະຖາ ວອນ ດ້ວຍຄວາມພິລະອາດຫານ, ທົນທານໜຽວແໜ້ນ, ຜ່ານບັນດາ ຄວາມຫຍຸ້ງຍາກອຸປະສັກນາໆປະ ການບໍ່ຈັກວ່າເທົ່າໃດ, ຜ່ານໄລຍະ ຕໍ່ຕ້ານ ແລະ ຕໍ່ສູ້ຕ້ານການຮຸກຮານ ຂອງລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລູກມືຂາຍຊາດ ເພື່ອພາລະກິດ ປົດປ່ອຍຊາດ, ບັນດາສະຫາຍນາຍ ແລະ ພົນທະຫານ, ພະນັກງານ, ນັກຮົບ ໃນເຫລົ່າຮົບຂົນສົ່ງກໍ່ໄດ້ ສ້າງຜົນງານ ແລະ ວິລະກຳຢ່າງ ໜ້າສັນລະເສີນຄື: ນັກຮົບວິລະຊົນ ແຫ່ງຊາດ 1 ສະຫາຍ, ນັກຮົບແຂ່ງ ຂັນ 4 ສະຫາຍ. ເນື່ອງໃນໂອກາດວັນສ້າງຕັ້ງ ເຫລົ່າຮົບຂົນສົ່ງກອງທັບປະຊາຊົນ ລາວ ທີ່ຈະໝູນວຽກມາບັນຈົບ ຄົບຮອບ 70 ປີ, ພົນຈັດຕະວາ ບຸນ ຍົງ ວົງພົມ ຕາງໜ້າໃຫ້ຄະນະພັກຄະນະບັນຊາທຸກຂັ້ນ, ກໍຄືທຸກຂະ ແໜງການເຫລົ່າຮົບຂົນສົ່ງ ໃນ ທົ່ວກອງທັບປະຊາຊົນລາວ, ຂໍ ກ່າວອວຍພອນໄຊອັນປະເສີດມາ ຍັງການນໍາພັກ-ລັດ, ການນໍາກະ ຊວງປ້ອງກັນປະເທດ ຈົ່ງມີສຸຂະ ພາບແຂງແຮງ, ມີພາລະນາໄມ ສົມບູນ, ເຮັດສໍາເລັດໜ້າທີ່ວຽກ ງານອັນມີກຽດສະຫງ່າອັນສູງສົ່ງ ຂອງບັນດາທ່ານ ແລະ ຈົ່ງສືບຕໍ່ ຊີ້ນໍາ-ນໍາພາທຸກໆເຫລົ່າຮົບໃນ ກໍາລັງປະກອບອາວຸດກອງທັບປະ ຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ, ທັນສະໄໝ ແລະ ກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ, ອວຍພອນໄຊອັນປະເສີດມາຍັງ ນາຍ ແລະ ພົນທະຫານ ໃນທົ່ວ ກອງທັບປະຊາຊົນລາວ, ຈົ່ງມີສຸ ຂະພາບແຂງແຮງ, ມີຄວາມສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ພ້ອມກັນເຮັດສໍາເລັດໜ້າທີ່ວຽກ ງານການເມືອງອັນສູງສົ່ງທີ່ການ ຈັດຕັ້ງພັກ-ລັດ, ກອງທັບ, ກໍ່ຄືປະ ຊາຊົນມອບໝາຍໃຫ້ມີຜົນສໍາເລັດ ຈົບງາມຕະຫລອດໄປ ແລະ ພ້ອມ ກັນອອກແຮງແຂ່ງຂັນສ້າງຜົນ ງານເພື່ອຂໍ່ານັບຮັບຕ້ອນກອງປະ ຊຸມ 3 ຂັ້ນຂອງພັກ ແລະ 3 ວັນ ປະຫວັດສາດຂອງຊາດ ໃຫ້ເຕັມ ໄປດ້ວຍບັນຍາກາດເບີກບານມ່ວນ ຊື່ນ, ສືບຕໍ່ຍູ້ແຮງຂະບວນການກໍ່ ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນໃນທຸກດ້ານ, ສ້າງ ກົມກອງໃຫ້ເປັນກອງປອດໃສ, ປອດໄພ, ປອດຄະດີ ແລະ ຂະບວນ ການກໍ່ສ້າງນັກຮົບ-ກອງວັດທະນະ ທໍາ ໃຫ້ເປັນຂະບວນການຕໍ່ເນື່ອງ. ຊົມເຊີຍວັນສ້າງຕັ້ງເຫລົ່າຮົບ ຂົນສົ່ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງສຸດໃຈ!. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==