7014

s;o7n o;a o7h kp;a ogdu f xtmko dy , vy o -5 ' 7q [Iv[ 113 xu ຂປລ. ໃນວັນທີ21 ເມສາ 2025 ຜ່ານມາ, ຄະນະຫ້ອງວ່າການປົກ ຄອງແຂວງຫົວພັນ ແລະ ສະມາຄົມ ມິດຕະພາບ ລາວ-ສປປ ເກົາຫລີ ຮ່ວມກັບສະຖານເອກອັກຄະລັດຖະ ທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ຈັດປາຖະກະຖາລະນຶກ ວັນເກີດສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ ຍິ່ງໃຫຍ່ຂອງປະຊາຊົນສປປ ເກົາຫລີ ຄົບຮອບ 113 ປີ (15/4/191215/4/2025) ຢູ່ແຂວງຫົວພັນ, ພ້ອມທັງວາງສະແດງຮູບພາບ, ສາຍ ວິດີໂອກ່ຽວກັບຊີວິດການເຄື່ອນໄຫວ ປະຕິວັດ ແລະ ຜົນງານໃນການ ນໍາພາຂອງສະຫາຍ ກິມ ອິນ ຊຸງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫລີ ໃນໄລຍະຜ່ານມາ ໂດຍມີສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ປະທານຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ, ປະທານ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ, ສະຫາຍ ພຸດພັນແກ້ວວົງໄຊ ຮອງປະທານກຳມະທິການປົກຄອງ ແຂວງຫົວພັນ, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສປປ ເກົາຫລີປະ ຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ລີ ຢົງ ຊົນ ໄດ້ຫວນຄືນເຖິງການອຸທິດຊີວິດ ເຂົ້າໃນການເຄື່ອນໄຫວປະຕິວັດ ແລະ ແບບແຜນການນໍາພາຂອງ ສະຫາຍ ກິມ ອິນ ຊຸງ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ ກໍຄື ການປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ໃນແຕ່ລະໄລຍະ, ອັນພົ້ນເດັ່ນແມ່ນ ໄດ້ສ້າງແນວຄິດຈຸເຊ (Juche Idea) ແລະ ແບບແຜນການນຳພາ ການຕໍ່ສູ້ປະຕິວັດຕໍ່ຕ້ານຈັກກະພັດ ຕ່າງດ້າວເປັນເວລາສອງທົດສະວັດ ເພື່ອປົດປ່ອຍປະເທດຊາດໃນປີ 1945. ຫລັງຈາກນັ້ນ, ກໍໄດ້ນໍາ ພາສ້າງຕັ້ງພັກແຮງງານເກົາຫລີ. ສະຫາຍ ກິມ ອິນ ຊຸງ ແມ່ນຜູ້ ນໍາຮຸ່ນທໍາອິດໃນການສ້າງແນວ ຄິດ ແລະ ແບບແຜນການນໍາພາ ການຕໍ່ສູ້ການສ້າງສາພັດທະນາ ປະເທດ ຊາດ ແລະ ສືບທອດມາ ຍັງສະຫາຍ ກິມ ເຈິງ ອິນ ໄດ້ສືບຕໍ່ ແນວຄິດ ແລະ ແບບແຜນການນໍາ ພາຈົນມາຮອດປັດຈຸບັນທີ່ສະຫາຍ ກິມ ເຈິງ ອຸນ ພວມສືບຕໍ່ພາລະກິດ ດັ່ງກ່າວ, ຈຶ່ງເຮັດໃຫ້ ສປປ ເກົາຫລີ ມີການພັດທະນາຢ່າງຕໍ່ເນື່ອງ, ການ ເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງການ ຄວາມສະຫງົບມີຄວາມເຂັ້ມແຂງ ແລະ ທັນສະໄໝ, ເສດຖະກິດມີການ ພັດທະນາ, ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນເລື້ອຍໆ, ການ ພົວພັນຕ່າງປະເທດໄດ້ຮັບການ ເປີດກວ້າງເທື່ອລະກ້າວ, ເຮັດໃຫ້ ບົດບາດການນໍາພາຂອງພັກ, ລັດ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນ. ສະຫາຍ ເອກອັກຄະລັດຖະທູດ ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນ ແລະ ການຮ່ວມມືອັນດີງາມທີ່ໄດ້ຮັບ ການສ້າງຕັ້ງໂດຍສະຫາຍ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວ ແລະ ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ຂອງ ປະຊາຊົນສປປ ເກົາຫລີແລະ ໄດ້ຮັບ ການເສີມຂະຫຍາຍ ແລະ ເພີ່ມພູນ ຄູນສ້າງໃຫ້ນັບມື້ກ້າວເຂົ້າສູ່ລວງ ເລິກໂດຍການນໍາແຕ່ລະຮຸ່ນຂອງ ສອງພັກ, ສອງລັດ ແລະ ປະຊາຊົນ ຂອງສອງປະເທດ ການນໍາຂອງ ສອງປະເທດໄດ້ມີການໄປມາຫາ ສູ່, ພົບປະແລກປ່ຽນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ສອງປະເທດ ກໍຄື ເພື່ອພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ຂອງແຕ່ລະປະເທດ. ໂອກາດນີ້, ສະຫາຍ ອາດສະ ພັງທອງ ສີພັນດອນ ໄດ້ຕາງໜ້າໃຫ້ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ມອບເງິນໃຫ້ແກ່ແຂວງຫົວ ພັນ ລວມມູນຄ່າທັງໝົດ 400 ລ້ານ ກີບ ຕາງໜ້າຮັບໂດຍສະຫາຍ ພຸດ ພັນ ແກ້ວວົງໄຊ ຮອງປະທານກຳ ມະທິການປົກຄອງແຂວງຫົວພັນ. ຂ່າວ-ພາບ: ຄຕພ lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/04/2025 xtgmf]k; ເຄື່ອນຍ້າຍອັດຖິ... ເປີດນຳໃຊ້ອາຄານ... ການຮ່ວມມືພາກພື້ນ... ບາຍ ແລະ ກາລະໂອກາດໃນການ ຮ່ວມມື ເພື່ອສົ່ງເສີມການພັດທະນາ ຊົມເຊີຍການຢ້ຽມຢາມ... ເປັນຜູ້ກໍ່ສ້າງ, ບຳລຸງ ແລະ ຖະນຸຖະໜອນມານັ້ນ ໃຫ້ສືບຕໍ່ເສີມຂະ ຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຈີນງອກງາມຍິ່ງໆຂຶ້ນ. ການເດີນທາງມາຢ້ຽມຢາມທາງລັດຖະກິດ ສປປ ລາວ ເປັນຄັ້ງ ທຳອິດຂອງສະຫາຍ ເລືອງ ເກືອງ ໃນຖານະຮັບຕຳແໜ່ງໃໝ່ ແລະ ການຢ້ຽມຢາມ ສປປ ລາວ ຄັ້ງນີ້ໄດ້ດຳເນີນໃນບັນຍາກາດທີ່ສອງ ພັກ, ສອງລັດພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະ ພວມດຳເນີນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກ ທົ່ວປະເທດຂອງແຕ່ລະພັກໃນຕົ້ນປີ 2026. ການພົວພັນຫວຽດນາມລາວ ຢູ່ໃນທວງທ່າພັດທະນາຢ່າງຕັ້ງໜ້າ ແລະບັນລຸໄດ້ບັນດາຜົນງານ ທີ່ສຳຄັນທີ່ເພິ່ງພໍໃຈ ແລະ ແມ່ນໜຶ່ງໃນບັນດາຂີດໝາຍສຳຄັນຂອງ ປະຫວັດສາດການພົວພັນຂອງສອງປະເທດ; ສືບຕໍ່ຜັນຂະຫຍາຍແນວ ທາງນະໂຍບາຍການຕ່າງປະເທດຂອງແຕ່ລະພັກ ແລະ ນະໂຍບາຍ ສະເໝີຕົ້ນສະເໝີປາຍຂອງແຕ່ລະປະເທດ, ຢືນຢັນການສະໜັບສະໜູນ ຢ່າງແຂງແຮງໃຫ້ແກ່ການປ່ຽນແປ່ງໃໝ່, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງລະຫວ່າງ ການນຳຂັ້ນສູງຂອງສອງພັກ, ສອງລັດ, ປະກອບສ່ວນເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ພັດທະນາ ສູ່ລວງເລິກ, ມີປະສິດທິຜົນ ແລະ ແທດເໝາະກັບສະພາບຄວາມເປັນ ຈິງ, ນຳເອົາຄວາມຈະເລີນຮຸ່ງເຮືອງມາໃຫ້ປະຊາຊົນແຕ່ລະປະເທດ. ເມື່ອທົບທວນຄືນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ, ນັບແຕ່ສ້າງຕັ້ງພັກກອມມູນິດອິນດູຈີນ ໃນປີ 1930 ໂດຍແມ່ນປະທານ ໂຮ່ຈີ່ມິງ ເປັນຜູ້ກໍ່ຕັ້ງຂຶ້ນ, ຄວາມເປັນພີ່ນ້ອງລະຫວ່າງສອງຊາດ ມີ ຄວາມເລິກເຊິ່ງຂຶ້ນ, ໃນໄລຍະກວ່າເຄິ່ງສະຕະວັດທີ່ຜ່ານມາ ສອງຊາດ ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫລ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານທີ່ເຕັມໄປດ້ວຍຄວາມເສຍສະລະ ແລະ ດ້ວຍຄໍາສອນອະມະຕະຂອງປະທານ ໂຮ່ຈີ່ມິງ ວ່າ “ການ ຊ່ວຍເຫລືອເພື່ອນປຽບເໝືອນການຊ່ວຍເຫລືອຕົນເອງ”; ປະຊາຊົນ ຫວຽດນາມ ແລະ ປະຊາຊົນລາວ ແມ່ນເພື່ອນບ້ານໃກ້ຄຽງ, ອ້າຍ ນ້ອງອັນໃກ້ຊິດສະໜິດສະໜົມ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ໄດ້ ຄຽງບ່າຄຽງໄຫລ່ຮ່ວມສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາ ຊະນະ, ນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະພາບຖານອ້າຍນ້ອງ ລະຫວ່າງປະຊາຊົນສອງປະເທດພວກເຮົາໄດ້ຮັບການຫລໍ່ຫລອມຈາກ ການຕໍ່ສູ້ແມ່ນປັດໄຈແຫ່ງໄຊຊະນະຂອງພາລະກິດຕໍ່ສູ້ກູ້ຊາດ, ແມ່ນ ພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນຮ່ວມມືຍາວນານ ເພື່ອສ້າງສາ ປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກໍານົດໄວ້. ລາວ ແລະ ຫວຽດນາມ ຜູກພັນສະໜິດແໜ້ນຕໍ່ກັນຍ້ອນວ່າຮ່ວມຊາ ຕາກໍາປະຫວັດສາດ, ນັບແຕ່ທ້າຍສະຕະວັດ 19 ເປັນຕົ້ນມາ, ສອງຊາດ ໄດ້ພ້ອມກັນດໍາເນີນການຕໍ່ສູ້ຕ້ານສັດຕູໂຕດຽວກັນ ເພື່ອກອບກູ້ ແລະ ປົກປັກຮັກສາປະເທດຊາດ ໂດຍສະເພາະແມ່ນການຕໍ່ສູ້ກັບຈັກກະພັດ ຜູ້ຮຸກຮານທີ່ໂຫດຫ້ຽມທີ່ສຸດຂອງຍຸກສະໄໝ, ສອງຊາດໄດ້ຮ່ວມສໍາ ພັນສູ້ຮົບຄຽງບ່າຄຽງໄຫລ່ກັນ ເພື່ອຕີເອົາຊະນະສັດຕູເທື່ອລະກ້າວ, ຕີ ຖອຍທຸກພາກສ່ວນ, ທຸກກົນອຸບາຍຂອງພວກສັດຕູ, ກ້າວຂຶ້ນຍາດເອົາ ໄຊຊະນະອັນຍິ່ງໃຫຍ່, ປະຫວັດສາດໄດ້ຜູກແໜ້ນຊາຕາກໍາຂອງສອງ ຊາດໃນການຕໍ່ສູ້ສັດຕູໂຕດຽວກັນ ແລະ ໄດ້ວາງຈຸດປະສົງເປົ້າໝາຍ ລວມຂອງສອງຊາດ. ດັ່ງນັ້ນ, ສອງປະເທດໄດ້ພ້ອມກັນສູ້ຮົບ ແລະ ພ້ອມກັນຍາດເອົາໄຊຊະນະນັ້ນແມ່ນການສະແດງອອກຂອງຄວາມ ສາມັກຄີ, ນໍ້າໃຈມິດຕະພາບທີ່ມີປະສິດທິຜົນຂອງການປະຕິວັດສອງ ປະເທດ ລາວ-ຫວຽດນາມ.ໃນໄລຍະການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ ແບບໃໝ່ໂດຍສະເພາະໃນຊຸມປີ 1959-1960 ຜູ້ນໍາຂອງສອງປະເທດ ໄດ້ຮ່ວມກັນວາງແນວທາງຍຸດທະສາດ, ຍຸດໂທບາຍ ແລະ ວິທີປະຕິວັດ ເພື່ອຕີເອົາຊະນະຈັກກະພັດຜູ້ຮຸກຮານ, ໃນເວລາດຽວກັນນັ້ນ ປະທານ ໂຮ່ຈີ່ມິງ ໄດ້ຢັ້ງຢືນໃຫ້ເຫັນວ່າ: ສາຍພົວພັນລະຫວ່າງສອງພັກ ທີ່ມີ ອຸດົມການກອມມູນິດອັນດຽວກັນລະຫວ່າງສອງປະເທດສັງຄົມນິຍົມ ນໍາກັນແລ້ວ, ຍັງມີສາຍພົວພັນອັນສະໜິດສະໜົມແບບເປັນກັນເອງ ເຊິ່ງບໍ່ຄືປະເທດຕ່າງໆໃນໂລກ, ພ້ອມກັນນີ້ເພິ່ນຍັງໄດ້ເວົ້າວ່າ “ພວກ ເຮົາຕ້ອງເວົ້າວ່າ”, “ສາຍພົວພັນພິເສດ” ຈຶ່ງຈະຖືກຕ້ອງ, ເປັນສິ່ງ ທີ່ຈະແຈ້ງແລ້ວວ່າ ສາຍພົວພັນ, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານລະຫວ່າງ ລາວ-ຫວຽດນາມ ບໍ່ແມ່ນເກີດຂຶ້ນເອງ, ແຕ່ຫາກ ເກີດຂຶ້ນໃນຂະບວນວິວັດອັນຍາວໄກບົນເສັ້ນທາງແຫ່ງການຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ທີ່ເຕັມໄປດ້ວຍການເສຍ ສະລະທັງຊີວິດ ແລະ ເລືອດເນື້ອລະຫວ່າງກອງທັບ ແລະ ປະຊາຊົນ ຂອງສອງຊາດ. ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ມີຄວາມດູດດື່ມເລິກເຊິ່ງແໜ້ນແຟ້ນ, ໝັ້ນຄົງ ແລະ ມີຊີວິດຊີວາທີ່ເຕັມໄປດ້ວຍຄວາມເຫລື້ອມໃສຫາສາຍພົວພັນ ໃດໃນໂລກນີ້ປຽບທຽບໄດ້ຍາກ ຊຶ່ງປະທານ ໂຮ່ຈີ່ມິງ ໄດ້ກັ່ນຕອງ ພັນລະນາສາຍພົວພັນ ລາວ-ຫວຽດນາມ ໃນບົດກະວີທີ່ມີຊື່ສຽງຂອງ ເພິ່ນວ່າ:“ຮັກຫອມກັນໝາຍໝັ້ນ ຫລາຍສັນພູກໍປີນໄຕ່ ຫລາຍນໍ້າໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນກໍດຸ່ງໄປ ສອງຊາດລາວຫວຽດນາມ ໄດ້ຝັງ ຄວາມຮັກຢູ່ໃນໃຈ ຮົງຮ່າທັງແມ່ຂອງບໍ່ເລິກປຸນປານໄດ້”. ນາຍົກລັດຖະມົນຕີ ໄດ້ຕາງໜ້າ ການນໍາຂັ້ນສູງພັກ-ລັດ, ຄອບຄົວ ສີພັນດອນ ກ່າວສະດຸດີຕໍ່ໜ້າອັດ ຖິຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ວ່າ: ຜ່ານການເຄື່ອນ ໄຫວປະຕິວັດຕະຫລອດເວລາເກືອບ 8 ທົດສະວັດທີ່ຜ່ານມາຢືນຢັນຢ່າງ ໜັກແໜ້ນວ່າສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກເຄື່ອນ ໄຫວປະຕິວັດທີ່ໂດດເດັ່ນ, ເດັດດ່ຽວ ໜຽວແໜ້ນຂອງພັກເຮົາ ເຊິ່ງຕະ ຫລອດໄລຍະແຫ່ງຊີວິດປະຕິວັດ ຂອງເພິ່ນຍາມໃດກໍມີຄວາມຟົດ ຟື້ນຫ້າວຫັນ, ມີຄວາມມຸ່ງໝັ້ນໃນ ອຸດົມການ, ກຳແໜ້ນແນວທາງນະ ໂຍບາຍຂອງພັກ ແລະ ມີວິໄສທັດ ແຫລມຄົມ; ເພິ່ນໄດ້ປະກອບສ່ວນ ອັນໃຫຍ່ຫລວງເຂົ້າໃນການຈັດຕັ້ງ ນໍາພາ ພາລະກິດປະຕິວັດຂອງພັກ ນັບແຕ່ພັກເຮົາໄດ້ຮັບການສ້າງຕັ້ງ ຂຶ້ນໃຫ້ຂະຫຍາຍຕົວເປັນກ້າວໆຈົນ ກ້າວສູ່ໄຊຊະນະຢ່າງສົມບູນ. ສະຫາຍ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດທີ່ມີວິໄສທັດ ອັນກວ້າງໄກທາງການເມືອງ ແລະ ນັກຍຸດທະສາດການທະຫານທີ່ໂດດ ເດັ່ນ, ເປັນນັກບັນຊາການກອງກໍາ ລັງສູ້ຮົບທີ່ເດັດດ່ຽວໜຽວແໜ້ນ, ທັງເປັນຜູ້ສຶກສາອົບຮົມກໍ່ສ້າງກໍາ ລັງປະກອບອາວຸດໃຫ້ມີຄວາມ ສາມາດຕ້ານທານສັດຕູຜູ້ຮຸກຮານທີ່ ມີກຳລັງເໜືອກວ່າເປັນຫລາຍຮ້ອຍ ເທົ່າໃຫ້ປະລາໄຊລົງ; ສະຫາຍເປັນ ຜູ້ມີຄວາມສາມາດຄາດຄະເນການ ຜັນແປຂອງສະຖານະການຢ່າງຖືກ ຕ້ອງ ເພື່ອເປັນເຈົ້າການໃນການ ແກ້ໄຂໄວ້ລ່ວງໜ້າຢ່າງແມ່ນຢໍາ; ສະຫາຍໄດ້ເປັນເພື່ອນຮ່ວມຮົບທີ່ ໃກ້ຊິດທີ່ສຸດຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫລ່ ກັບຜູ້ນໍາຄົນອື່ນໆໃນການຄົ້ນຄວ້າ ກໍານົດແນວທາງແຜນນະໂຍບາຍ ແລະ ຍຸດທະສາດ, ຍຸດໂທບາຍ ກໍຄື ຍຸດທະວິທີປະຕິວັດທີ່ຖືກຕ້ອງ, ສອດ ຄ່ອງໃຫ້ແກ່ການປະຕິວັດລາວໃນ ແຕ່ລະໄລຍະ; ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນ ດາຜູ້ນໍາຂອງພັກເຮົາທີ່ກໍາຄັນທຸງ ແຫ່ງຄວາມສາມັກຄີເປັນເອກະພາບ ຢູ່ພາຍໃນພັກ ແລະ ໃນຖັນແຖວກໍາ ລັງປະຕິວັດ ກໍຄື ປວງຊົນລາວທັງ ຊາດ,ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມ ເຄົາລົບນັບຖື ແລະ ເຊື່ອໝັ້ນຈາກ ການຈັດຕັ້ງແລະ ເພື່ອນສະຫາຍຮ່ວມ ອຸດົມການ ແລະ ເພື່ອນຮ່ວມງານ ຕະຫລອດມາ, ທັງໄດ້ຮັບຄວາມເຄົາ ລົບນັບຖື, ເຊື່ອໝັ້ນໄວ້ວາງໃຈຢ່າງ ສູງສົ່ງຈາກປະຊາຊົນຊັ້ນຄົນຕ່າງໆ. ຂ່າວ: ກິດຕາ;ພາບ: ອ່າຍຄຳ ພະຣັດຣາດສຸດາ ສະຫຍາມບໍຣົມ ມະຣາດຊະກຸມາຣີ ແຫ່ງ ຣາຊະອາ ນາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ, ທ່ານ ຄໍາພັນ ສິດທິ ດໍາພາ ເຈົ້າແຂວງວຽງຈັນ, ມີເອກ ອັກຄະຣາຊະທູດໄທປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງຂອງ ລາວ ແລະ ໄທ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ ລາຍງານກ່ຽວກັບການເຄື່ອນໄຫວ ຂອງໂຮງຮຽນໃນໄລຍະຜ່ານມາ ເຊິ່ງນັບເເຕ່ມື້ໄດ້ຮັບການສ້າງຕັ້ງ ເປັນຕົ້ນມາໂຮງຮຽນວັດທະນະທຳ ປ້ອງກັນຄວາມສະຫງົບ ໄດ້ສ້າງ ນັກຮຽນຈົບມັດທະຍົມຕອນປາຍ 38 ຮຸ່ນ, ປັດຈຸບັນໂຮງຮຽນດັ່ງ ກ່າວ ມີນັກຮຽນທັງໝົດ 618 ຄົນ, ຍິງ 264 ຄົນ, ມີຫ້ອງຮຽນ 15 ຫ້ອງ, ມີ 2 ຊັ້ນຮຽນ (ຊັ້ນ ມ6 ແລະ ມ7). ສຳລັບວຽກງານໂພຊະນາ ການຄູ-ອາຈານ ໄດ້ນຳພານັກຮຽນ ສ້າງກິດຈະກຳອອກແຮງງານ ເພື່ອ ສ້າງລາຍຮັບດ້ານເສດຖະກິດ ແລະ ໂພຊະນາການດ້ວຍການປູກຝັງລ້ຽງສັດເຊັ່ນ: ປູກຜັກ, ລ້ຽງປາ, ລ້ຽງເປັດ, ໄກ່, ໝູ, ງົວ ແລະ ອື່ນໆ ເພື່ອສະໜອງໃຫ້ເຮືອນຄົວລວມຂອງ ໂຮງຮຽນ. ພ້ອມນີ້, ຍັງໄດ້ກວດກາ ສຸຂະພາບໃຫ້ນັກຮຽນ, ສະໜອງ ຢາກິນ, ຢາສັກ ແລະ ຢອດຢາກັນ ພະຍາດໃຫ້ແກ່ນັກຮຽນເພດຍິງ ໄດ້ ຢ່າງທົ່ວເຖິງ. ໂຮງຮຽນວັດທະນະທຳປ້ອງກັນ ຄວາມສະຫງົບ ໄດ້ຮັບການສະໜັບ ສະໜູນຊ່ວຍເຫລືອອັນລໍ້າຄ່າຈາກ ໂຄງການອັນເນື່ອງມາຈາກພະ ຣາດຊະດຳຣິຂອງ ສົມເດັດພະກະ ນິດຖາທິຣາດເຈົ້າ ກົມສົມເດັດພະ ເທບພະຣັດຣາດສຸດາ ສະຫຍາມ ບໍຣົມມະຣາດຊະກຸມາຣີ ເຊິ່ງເລີ່ມ ແຕ່ປີ 1992 ເປັນຕົ້ນມາ. ດ້ວຍ ການຊ່ວຍເຫລືອດັ່ງກ່າວ, ເຮັດໃຫ້ ໂຮງຮຽນໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງທັງດ້ານພື້ນຖານໂຄງ ລ່າງ ແລະ ຄວາມຮູ້ຄວາມສາມາດ ຂອງຄູ-ອາຈານ ເປັນຕົ້ນແມ່ນການ ຊ່ວຍເຫລືອກໍ່ສ້າງຫໍພັກສິຣິນທອນ 4 ຫລັງ, ອາຄານຮຽນຮູ້ສິຣິນທອນ 1 ຫລັງ, ເຮືອນຄົວນັກຮຽນ 1 ຫລັງ, ອາຄານຮຽນຄອມພິວເຕີ 2 ຫລັງ ປະກອບດ້ວຍອຸປະກອນທົດ ລອງ ແລະ ອິນເຕີເນັດ. ພິເສດໃນໂອກາດການມາຢ້ຽມ ຢາມຂອງສົມເດັດພະກະນິດຖາທິ ຣາດເຈົ້າກົມສົມເດັດພະເທບພະຣັດ ຣາດສຸດາ ສະຫຍາມບໍຣົມມະຣາດ ຊະກຸມາຣີ ຄັ້ງຜ່ານມາ, ໂຮງຮຽນ ວັດທະນະທຳປ້ອງກັນຄວາມສະ ຫງົບ ໄດ້ຮັບການຊ່ວຍເຫລືອສ້າງ ຫ້ອງການຄູ 1 ຫລັງ, ຫໍພັກຍິງ 1 ຫລັງ ແລະ ອຸປະກອນຮັບໃຊ້ ການຮຽນ-ການສອນ, ສ້ອມແປງ ໂຮງງານນ້ຳດື່ມ ເຊິ່ງມີມູນຄ່າສູງ ສົມຄວນ. ນອກນັ້ນ, ຍັງໄດ້ຮັບທຶນ ການສຶກສາລະດັບປະລິນຍາຕີ ສາຂາໄອທີ 5 ທຶນ ແລະ ນິຕິວິທະ ຍາສາດ 3 ທຶນ ລວມເປັນ 8 ທຶນ ທີ່ ຣາຊະອານາຈັກໄທ ສົກປີ 20252028. ສຳລັບທິດທາງແຜນການໃນ ຕໍ່ໜ້າເພື່ອເຮັດໃຫ້ວຽກງານການ ຮຽນ-ການສອນ ໃນໄລຍະໃໝ່ ກໍຄື ການສ້າງນັກຮຽນໃຫ້ມີຄຸນນະພາບ ແລະ ມີຄວາມຮູ້ຄວາມສາມາດ, ໂຮງຮຽນວັດທະນະທຳປ້ອງກັນ ຄວາມສະຫງົບ ຈະສຸມໃສ່ຈັດຕັ້ງ ປະຕິບັດບັນດາໜ້າວຽກທີ່ສຳຄັນ ຕ່າງໆເປັນຕົ້ນຈະປັບປຸງພື້ນຖານ ໂຄງລ່າງ ແລະ ສິ່ງອຳນວຍຄວາມ ສະດວກໃນດ້ານຕ່າງໆ ໂດຍສະເພາະ ກໍ່ສ້າງອາຄານຮຽນ ແລະ ປະກອບ ອຸປະກອນການຮຽນ-ການສອນ ທີ່ທັນສະໄໝ, ສ້າງ ແລະ ປັບປຸງ ເສັ້ນທາງແຕ່ເສັ້ນທາງເລກທີ 13 ເໜືອ ຫາ ໂຮງຮຽນ, ພ້ອມທັງກໍ່ສ້າງ ກຳແພງ, ສ້ອມແປງ ແລະ ບຳລຸງ ຮັກສາໂຮງງານນ້ຳດື່ມໃຫ້ນຳໃຊ້ ໄດ້ຢ່າງຕໍ່ເນື່ອງ. ພ້ອມນີ້, ຍັງຈະ ຍົກລະດັບຄວາມຮູ້ຄວາມສາມາດ ຂອງຄູ-ອາຈານ ຈາກຊັ້ນກາງ ແລະ ຊັ້ນສູງຂຶ້ນເປັນປະລິນຍາຕີ ຫລື ສູງ ກວ່າປະລິນຍາຕີ ໂດຍສະເພາະແມ່ນ ຄູຄະນິດສາດ, ພາສາສາດ, ສິລະປະ ແລະ ອື່ນໆ ເພື່ອສ້າງໃຫ້ໄດ້ນັກຮຽນ ເກັ່ງໃນຫລາຍລະດັບຕື່ມອີກ. ຂ່າວ: ທະນູທອງ; ພາບ: ເກດສະໜາ ຕົວເມືອງ ແລະ ການຈັດຕັ້ງປະຕິ ບັດແຜນພັດທະນາແບບຍືນຍົງວາ ລະ 2030. ໂອກາດນີ້, ທ່ານ ໄມທອງ ທໍາມະ ວົງສາ ໄດ້ຍົກໃຫ້ເຫັນເຖິງຄວາມສໍາ ຄັນຂອງການເພີ່ມທະວີການຮ່ວມມື ພາກພື້ນໃນການຮັບມື ແລະ ເເກ້ ໄຂບັນຫາທີ່ກໍາລັງສົ່ງຜົນກະທົບ ຕໍ່ພາກພື້ນອາຊີ-ປາຊີຟິກ ເປັນ ຕົ້ນບັນຫາທາງດ້ານເສດຖະກິດ, ຄວາມບໍ່ສະເໝີພາບ ແລະ ການ ປ່ຽນເເປງສະພາບດິນຟ້າອາກາດ ທີ່ເປັນບັນຫາອັນຮີບດ່ວນໃນການ ເລັ່ງແກ້ໄຂນີ້, ທ່ານຮອງລັດຖະມົນຕີ ຈຶ່ງໄດ້ເນັ້ນຢໍ້າເຖິງຄວາມພະຍະ ຍາມຂອງ ສປປ ລາວ ຕໍ່ການຮັບມື ບັນຫາທາງດ້ານເສດຖະກິດ ໂດຍ ສະເພາະການຈັດຕັ້ງປະຕິບັດບັນດາ ຍຸດທະສາດ, ການຄຸມຄ້ອງໜີ້ສິນ ສາທາລະນະ ແລະ ການສ້າງສະ ຖຽນລະພາບທາງດ້ານເສດຖະກິດ ມະຫາພາກ, ການຮ່ວມມືໃນຂອບ ຄູ່ຮ່ວມມືເສດຖະກິດຮອບດ້ານ ໃນພາກພື້ນ (RCEP) ແລະ ເສັ້ນທາງລົດໄຟ ລາວ-ຈີນ ຊ່ວຍ ເພີ່ມທະວີການຮ່ວມມືດ້ານການ ຄ້າລະຫວ່າງບັນດາປະເທດອ້ອມ ຂ້າງ, ຫັນໃຫ້ ສປປ ລາວ ກາຍເປັນ ປະເທດເຊື່ອມຈອດ. ການສ້າງພື້ນ ຖານລັດຖະບານເອເລັກໂຕຣນິກ (E-Government) ເພື່ອອໍານວຍ ຄວາມສະດວກໃນການບໍລິການ ແລະ ການເກັບກໍາຂໍ້ມູນ. ພ້ອມນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ກັບການເເກ້ໄຂ ບັນຫາຄວາມບໍ່ສະເໝີພາບກ່ຽວກັບ ຍຸດທະສາດປ້ອງກັນສັງຄົມເເຫ່ງ ຊາດ 2025 ໃນການຮັບປະກັນ ການເຂົ້າເຖິງການບໍລິການລະບົບ ປົກປ້ອງສັງຄົມດ້ານສຸຂະພາບ, ການປະກັນສັງຄົມ ແລະ ຄວາມ ຍືນຍົງ, ທັງໄດ້ເເລກປ່ຽນກ່ຽວກັບ ການຮັບມືໃນບັນຫາການປ່ຽນແປງ ດິນຟ້າອາກາດ, ຍຸດທະສາດ ແລະ ແຜນງານແຫ່ງຊາດຂອງ ສປປ ລາວ ເປັນຕົ້ນຍຸດທະສາດການ ຄຸ້ມຄອງການປ່ຽນແປງດິນຟ້າອາ ກາດແຫ່ງຊາດ 2021-2030, ຍຸດທະສາດການເຕີບໂຕສີຂຽວ 2018-2030, ລວມທັງແກ້ໄຂ ບັນຫາການປ່ຽນແປງດິນຟ້າອາ ກາດແຫ່ງຊາດຂອງ ສປປ ລາວ (NDC). ນອກຈາກນັ້ນ, ທ່ານໄດ້ ຮຽກຮ້ອງໃຫ້ປະຊາຄົມໂລກ ພ້ອມ ກັນເພີ່ມທະວີການຊ່ວຍເຫລືອບັນດາ ປະເທດທີ່ມີສະພາບເງື່ອນໄຂພິເສດ ຢ່າງຕັ້ງໜ້າ, ພ້ອມທັງໄດ້ຢືນຢັນຄືນ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນການ ພັດທະນາແບບຍືນຍົງ ແລະ ການ ບັນລຸວາລະ 2030 ຂອງ ສປຊ ວ່າ ດ້ວຍການພັດທະນາເເບບຍືນຍົງ. ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ໄດ້ປະກອບຄຳເຫັນໃນ 2 ວາລະ ກໍຄື ວາລະການຮ່ວມມື ພາກພື້ນເພື່ອການພັດທະນາຕົວ ເມືອງແບບຍືນຍົງ ແລະ ທົນທານ ໃນພາກພື້ນອາຊີ-ປາຊີຟິກ ແລະ ວາລະການຮ່ວມມືສໍາລັບປະເທດ ດ້ອຍພັດທະນາ (LDCs), ປະເທດ ກຳລັງພັດທະນາທີ່ບໍ່ມີຊາຍແດນຕິດ ທະເລ (LLDCs) ແລະ ປະເທດ ເກາະດອນນ້ອຍກຳລັງພັດທະນາ (SIDs) ໃນການນໍາໃຊ້ແຜນການ ຈັດຕັ້ງປະຕິບັດສະໄໝໃໝ່ ເພື່ອ ການພັດທະນາເເບບຍືນຍົງ, ພ້ອມ ດຽວກັນກໍໄດ້ເຂົ້າຮ່ວມກອງປະຊຸມ ປິ່ນອ້ອມ (Side Events) ຢ່າງ ຕັ້ງໜ້າ. ກອງປະຊຸມດັ່ງກ່າວ ເປັນ ໂອກາດສຳຄັນໃນການປຶກສາຫາລື ຕໍ່ການຮັດແໜ້ນການຮ່ວມມືໃນ ລະດັບພາກພື້ນ ແລະ ສາກົນ ໃນ ການໝູນໃຊ້ບັນດາແຜນງານໃນ ການຈັດຕັ້ງປະຕິບັດວາລະ 2030 ເພື່ອເປົ້າໝາຍການພັດທະນາແບບ ຍືນຍົງຂອງບັນດາປະເທດ LDCs, LLDCs ເເລະ SIDs; ທັງເປັນເວທີ ປຶກສາຫາລືກ່ຽວກັບກາລະໂອກາດ ການຂ້າມຜ່ານສໍາລັບການພັດທະນາ ຕົວເມືອງແບບຍືນຍົງ ແລະ ທົນທານ ເພື່ອປະກອບເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມສີຂຽວຂອງພາກ ພື້ນ ແລະ ຄວາມຍືນຍົງຂອງສະພາບ ແວດລ້ອມໃນຕໍ່ໜ້າ. ຂ່າວ: ກະຊວງການຕ່າງປະເທດ

RkJQdWJsaXNoZXIy MTc3MTYxMQ==