7014

 ອ່ານຕໍ່ໜ້າ 3 dkoIj ;,,n fh koglf4tdy fdko7h k c]t dko]q 'mb o s;Pfok,{]k; sq ;|h kdkog,n v'dv'[a o-kdkomtskoc0;'[y 'g-nj v' 1h P,1k,dh vode]a 'l;olt|k,dv'ma [xt-k-q o]k; 7totz6h cmo]k; g0Q kIj ;,dv'xt-5 , dkoIj ;,,n fh ko;a fmtotmecsj 'vk-u ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 24.04.2025 ປີທີ 24 ສະບັບທີ 6.169 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ພາບປະກອບ 8A '|h kxa [x5 'd+ lh k'ra d .sh xvf.l g0A ,c0' |a dc|h oK  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 -q ,g-u pdko1h P,1k, lxx ]k; 1j k'gxa omk'dko 0v'xtmkoxtgmf csj ' ll s;Pfok, g7nj voph kpva f4y rq ogvd 7ew8 lu ra ofvo wxlt4y f16j l5 lkooa dIq [xt8y ;a fcsj '-kf  ອ່ານຕໍ່ໜ້າ 4 lq ,gfa frtgm[rtia fikfl5 fk ltspk,[= iq ,,tikf-td5 ,kiu 1h P,1k,l6 o ra fmtok{[= ]y dkofh kodkodtglfsh ;p-vo{sh ;p-Q ; slop lts]5 [;Pd'koIv[fh koxu 2024 c]t ;k'my fmk';Pd'ko95 fl5 ,xu 2025 ຂປລ. ກອງປະຊຸມສະຫລຸບ ການນໍາພາ-ຊີ້ນໍາວຽກງານຮອບ ດ້ານຂອງຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ປະຈໍາປີ 2024 ຂປລ. ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານ ງານສູນກາງພັກ, ອະດີດປະທານ ຂປລ. ພິທີເປີດນຳໃຊ້ອາຄານ ຫ້ອງປະຊຸມໂຮງຮຽນວັດທະນະທຳ ປ້ອງກັນຄວາມສະຫງົບ ຈັດຂຶ້ນໃນ ວັນທີ 23 ເມສາ 2025 ຢູ່ເມືອງ ໂພນໂຮງ ແຂວງວຽງຈັນ ໃຫ້ກຽດ ເຂົ້າຮ່ວມຂອງສົມເດັດພະກະນິດ ຖາທິຣາດເຈົ້າ ກົມສົມເດັດພະເທບ *ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິ ວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 24-25 ເມສາ 2025 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ. ການມາຢ້ຽມຢາມຄັ້ງນີ້ ເປັນການຢັ້ງຢືນຄືນອີກເທື່ອໜຶ່ງ ເຖິງຄວາມມຸ່ງໝັ້ນ ແລະ ເຈດຕະນາລົມອັນສະເໝີຕົ້ນສະເໝີປາຍຂອງ ສອງພັກ, ລັດ ແລະ ປະຊາຊົນສອງຊາດ ໃນການສືບຕໍ່ມູນເຊື້ອແຫ່ງ ການຜູກພັນອັນເລິກເຊິ່ງ, ໜັກແໜ້ນ, ເຊື່ອອົກເຊື່ອໃຈກັນ, ບໍລິສຸດຜຸດ ຜ່ອງຂອງຄວາມສຳພັນທີ່ຫາຍາກຂອງສອງຊາດ ລາວ-ຫວຽດນາມ ຊຶ່ງແມ່ນປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ແລະ ທິດທາງແຜນວຽກຈຸດສຸມ ປະຈໍາປີ 2025 ພາຍໃຕ້ການເປັນ ປະທານຂອງທ່ານ ບົວຄົງ ນາມມະ ວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ໃຫ້ທິດຊີ້ນຳຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ບັນດາລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ, ຮອງລັດ ຖະມົນຕີ, ຮອງຫົວໜ້າ ຫສນຍ, ຄະ ນະກົມ, ຄະນະຫໍປະຊຸມແຫ່ງຊາດ, ພະນັກງານ-ລັດຖະກອນຂອງ  ອ່ານຕໍ່ໜ້າ 2 dkoIj ;,,n rkdrN o grnj vra fmtok8q ;g,n v' c[[pn opq '{mq omko .ovk-u {xk-u 2y d ຂປລ. ຄະນະຜູ້ແທນທາງການ ຂອງ ສປປ ລາວ ນໍາໂດຍທ່ານ ໄມທອງ ທໍາມະວົງສາ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ເເລະ ກ່າວຄໍາເຫັນຕໍ່ກອງປະຊຸມໃນ ພາກອະພິປາຍທົ່ວໄປຂອງຄະນະ ກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ-ປາຊີຟິກ (ESCAP) ສະໄໝທີ 81 ໃນວັນ ທີ 21-25 ເມສາ 2025 ຢູ່ບາງ ກອກ ປະເທດໄທ. ກອງປະຊຸມດັ່ງກ່າວ, ຈັດຂຶ້ນ ພາຍໃຕ້ຫົວຂໍ້ “ການຮ່ວມມືພາກ ພື້ນ ເພື່ອການພັດທະນາຕົວເມືອງ ແບບຍືນຍົງ ແລະ ທົນທານໃນພາກ ພື້ນອາຊີ-ປາຊີຟິກ”, ຈຸດປະສົງ ຂອງກອງປະຊຸມເພື່ອທົບທວນຄືນ ຜົນສຳເລັດ ແລະ ສິ່ງທ້າທາຍໃນ ການຈັດຕັ້ງປະຕິບັດວຽກງານ, ຍັດ ຕິ ແລະ ມະຕິຂອງ ESCAP ໃນ ປີຜ່ານມາ, ລວມທັງການຕົກລົງ ຮັບຮອງເອົາບັນຫາສຳຄັນຕ່າງໆ ປະຈໍາປີ 2025-2026, ເປັນເວທີ ປຶກສາຫາລືຂອງບັນດາປະເທດ ສະມາຊິກ ແລະ ຄູ່ຮ່ວມງານກ່ຽວ ກັບບັນດາທາງເລືອກດ້ານນະໂຍ gxu foe.-h vk7kosh v'xt-5 , 3I'IPo;a fmtotmexh v'da o7;k,lts'[q ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປ ສະຖິດໄວ້ສຸສານນັກຮົບປະຕິວັດ ແຫ່ງຊາດຫລັກ 24 ເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນ ໃນວັນທີ 23 ເມສາ 2025 ໂດຍ ມີພະເຖລານຸເຖລະ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ການນໍາຂັ້ນສູງພັກ-ລັດ, ອະດີດ ການນໍາພັກ-ລັດ, ພ້ອມດ້ວຍຄອບ ຄົວສີພັນດອນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນເອກ ຈັນ ສະໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ, ຮອງ ຂປລ. ວັນທີ21 ເມສາ2025ນີ້, ສະຫາຍ ພັນເອກ ຫງວຽນ ດິງ ຈວັນ ຫົວໜ້າການເມືອງກອງບັນຊາການ ທະຫານແຂວງບິງເຊື່ອງ, ພ້ອມ ດ້ວຍອຳນາດການປົກຄອງແຂວງ ໄດ້ໄປຢ້ຽມຢາມ ແລະ ນໍາເອົາເຄື່ອງ ຈໍານວນໜຶ່ງມາມອບໃຫ້ກ້ອນກໍາລັງ ສວນສະໜາມກອງທັບປະຊາຊົນ ລາວ ທີ່ກຳລັງຝຶກແອບເດີນສວນ ສະໜາມ, ຕາງໜ້າຕ້ອນຮັບໂດຍ ສະຫາຍ ພັນເອກ ສົມແພງ ແກ້ວ ສີລາ ຫົວໜ້າການທະຫານກອງ ພັນໃຫຍ່ 11, ຫົວໜ້າຄະນະຊີ້ນໍາ ກ້ອນກໍາລັງສວນສະໜາມກອງທັບ ປະຊາຊົນລາວ. ທັງນີ້, ກໍເພື່ອເປັນ ການປຸກລະດົມ ແລະ ຊຸກຍູ້ໃຫ້ກໍາ ລັງໃຈກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ທີ່ຈະເຂົ້າ ຮ່ວມພິທີສະເຫລີມສະຫລອງວັນ ປົດປ່ອຍພາກໃຕ້ຫວຽດນາມ ຄົບ ຮອບ 50 ປີ ຢູ່ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ໃຫ້ສຳເລັດຕາມ ແຜນການທີ່ວາງໄວ້.

s;o7n o;a o7h kp;a ogdu f xtmko dy , vy o -5 ' 7q [Iv[ 113 xu ຂປລ. ໃນວັນທີ21 ເມສາ 2025 ຜ່ານມາ, ຄະນະຫ້ອງວ່າການປົກ ຄອງແຂວງຫົວພັນ ແລະ ສະມາຄົມ ມິດຕະພາບ ລາວ-ສປປ ເກົາຫລີ ຮ່ວມກັບສະຖານເອກອັກຄະລັດຖະ ທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ຈັດປາຖະກະຖາລະນຶກ ວັນເກີດສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ ຍິ່ງໃຫຍ່ຂອງປະຊາຊົນສປປ ເກົາຫລີ ຄົບຮອບ 113 ປີ (15/4/191215/4/2025) ຢູ່ແຂວງຫົວພັນ, ພ້ອມທັງວາງສະແດງຮູບພາບ, ສາຍ ວິດີໂອກ່ຽວກັບຊີວິດການເຄື່ອນໄຫວ ປະຕິວັດ ແລະ ຜົນງານໃນການ ນໍາພາຂອງສະຫາຍ ກິມ ອິນ ຊຸງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫລີ ໃນໄລຍະຜ່ານມາ ໂດຍມີສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ປະທານຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ, ປະທານ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ, ສະຫາຍ ພຸດພັນແກ້ວວົງໄຊ ຮອງປະທານກຳມະທິການປົກຄອງ ແຂວງຫົວພັນ, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສປປ ເກົາຫລີປະ ຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ລີ ຢົງ ຊົນ ໄດ້ຫວນຄືນເຖິງການອຸທິດຊີວິດ ເຂົ້າໃນການເຄື່ອນໄຫວປະຕິວັດ ແລະ ແບບແຜນການນໍາພາຂອງ ສະຫາຍ ກິມ ອິນ ຊຸງ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ ກໍຄື ການປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ໃນແຕ່ລະໄລຍະ, ອັນພົ້ນເດັ່ນແມ່ນ ໄດ້ສ້າງແນວຄິດຈຸເຊ (Juche Idea) ແລະ ແບບແຜນການນຳພາ ການຕໍ່ສູ້ປະຕິວັດຕໍ່ຕ້ານຈັກກະພັດ ຕ່າງດ້າວເປັນເວລາສອງທົດສະວັດ ເພື່ອປົດປ່ອຍປະເທດຊາດໃນປີ 1945. ຫລັງຈາກນັ້ນ, ກໍໄດ້ນໍາ ພາສ້າງຕັ້ງພັກແຮງງານເກົາຫລີ. ສະຫາຍ ກິມ ອິນ ຊຸງ ແມ່ນຜູ້ ນໍາຮຸ່ນທໍາອິດໃນການສ້າງແນວ ຄິດ ແລະ ແບບແຜນການນໍາພາ ການຕໍ່ສູ້ການສ້າງສາພັດທະນາ ປະເທດ ຊາດ ແລະ ສືບທອດມາ ຍັງສະຫາຍ ກິມ ເຈິງ ອິນ ໄດ້ສືບຕໍ່ ແນວຄິດ ແລະ ແບບແຜນການນໍາ ພາຈົນມາຮອດປັດຈຸບັນທີ່ສະຫາຍ ກິມ ເຈິງ ອຸນ ພວມສືບຕໍ່ພາລະກິດ ດັ່ງກ່າວ, ຈຶ່ງເຮັດໃຫ້ ສປປ ເກົາຫລີ ມີການພັດທະນາຢ່າງຕໍ່ເນື່ອງ, ການ ເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງການ ຄວາມສະຫງົບມີຄວາມເຂັ້ມແຂງ ແລະ ທັນສະໄໝ, ເສດຖະກິດມີການ ພັດທະນາ, ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນເລື້ອຍໆ, ການ ພົວພັນຕ່າງປະເທດໄດ້ຮັບການ ເປີດກວ້າງເທື່ອລະກ້າວ, ເຮັດໃຫ້ ບົດບາດການນໍາພາຂອງພັກ, ລັດ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນ. ສະຫາຍ ເອກອັກຄະລັດຖະທູດ ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນ ແລະ ການຮ່ວມມືອັນດີງາມທີ່ໄດ້ຮັບ ການສ້າງຕັ້ງໂດຍສະຫາຍ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວ ແລະ ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ຂອງ ປະຊາຊົນສປປ ເກົາຫລີແລະ ໄດ້ຮັບ ການເສີມຂະຫຍາຍ ແລະ ເພີ່ມພູນ ຄູນສ້າງໃຫ້ນັບມື້ກ້າວເຂົ້າສູ່ລວງ ເລິກໂດຍການນໍາແຕ່ລະຮຸ່ນຂອງ ສອງພັກ, ສອງລັດ ແລະ ປະຊາຊົນ ຂອງສອງປະເທດ ການນໍາຂອງ ສອງປະເທດໄດ້ມີການໄປມາຫາ ສູ່, ພົບປະແລກປ່ຽນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ສອງປະເທດ ກໍຄື ເພື່ອພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ຂອງແຕ່ລະປະເທດ. ໂອກາດນີ້, ສະຫາຍ ອາດສະ ພັງທອງ ສີພັນດອນ ໄດ້ຕາງໜ້າໃຫ້ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ມອບເງິນໃຫ້ແກ່ແຂວງຫົວ ພັນ ລວມມູນຄ່າທັງໝົດ 400 ລ້ານ ກີບ ຕາງໜ້າຮັບໂດຍສະຫາຍ ພຸດ ພັນ ແກ້ວວົງໄຊ ຮອງປະທານກຳ ມະທິການປົກຄອງແຂວງຫົວພັນ. ຂ່າວ-ພາບ: ຄຕພ lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/04/2025 xtgmf]k; ເຄື່ອນຍ້າຍອັດຖິ... ເປີດນຳໃຊ້ອາຄານ... ການຮ່ວມມືພາກພື້ນ... ບາຍ ແລະ ກາລະໂອກາດໃນການ ຮ່ວມມື ເພື່ອສົ່ງເສີມການພັດທະນາ ຊົມເຊີຍການຢ້ຽມຢາມ... ເປັນຜູ້ກໍ່ສ້າງ, ບຳລຸງ ແລະ ຖະນຸຖະໜອນມານັ້ນ ໃຫ້ສືບຕໍ່ເສີມຂະ ຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຈີນງອກງາມຍິ່ງໆຂຶ້ນ. ການເດີນທາງມາຢ້ຽມຢາມທາງລັດຖະກິດ ສປປ ລາວ ເປັນຄັ້ງ ທຳອິດຂອງສະຫາຍ ເລືອງ ເກືອງ ໃນຖານະຮັບຕຳແໜ່ງໃໝ່ ແລະ ການຢ້ຽມຢາມ ສປປ ລາວ ຄັ້ງນີ້ໄດ້ດຳເນີນໃນບັນຍາກາດທີ່ສອງ ພັກ, ສອງລັດພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະ ພວມດຳເນີນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກ ທົ່ວປະເທດຂອງແຕ່ລະພັກໃນຕົ້ນປີ 2026. ການພົວພັນຫວຽດນາມລາວ ຢູ່ໃນທວງທ່າພັດທະນາຢ່າງຕັ້ງໜ້າ ແລະບັນລຸໄດ້ບັນດາຜົນງານ ທີ່ສຳຄັນທີ່ເພິ່ງພໍໃຈ ແລະ ແມ່ນໜຶ່ງໃນບັນດາຂີດໝາຍສຳຄັນຂອງ ປະຫວັດສາດການພົວພັນຂອງສອງປະເທດ; ສືບຕໍ່ຜັນຂະຫຍາຍແນວ ທາງນະໂຍບາຍການຕ່າງປະເທດຂອງແຕ່ລະພັກ ແລະ ນະໂຍບາຍ ສະເໝີຕົ້ນສະເໝີປາຍຂອງແຕ່ລະປະເທດ, ຢືນຢັນການສະໜັບສະໜູນ ຢ່າງແຂງແຮງໃຫ້ແກ່ການປ່ຽນແປ່ງໃໝ່, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງລະຫວ່າງ ການນຳຂັ້ນສູງຂອງສອງພັກ, ສອງລັດ, ປະກອບສ່ວນເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ພັດທະນາ ສູ່ລວງເລິກ, ມີປະສິດທິຜົນ ແລະ ແທດເໝາະກັບສະພາບຄວາມເປັນ ຈິງ, ນຳເອົາຄວາມຈະເລີນຮຸ່ງເຮືອງມາໃຫ້ປະຊາຊົນແຕ່ລະປະເທດ. ເມື່ອທົບທວນຄືນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ, ນັບແຕ່ສ້າງຕັ້ງພັກກອມມູນິດອິນດູຈີນ ໃນປີ 1930 ໂດຍແມ່ນປະທານ ໂຮ່ຈີ່ມິງ ເປັນຜູ້ກໍ່ຕັ້ງຂຶ້ນ, ຄວາມເປັນພີ່ນ້ອງລະຫວ່າງສອງຊາດ ມີ ຄວາມເລິກເຊິ່ງຂຶ້ນ, ໃນໄລຍະກວ່າເຄິ່ງສະຕະວັດທີ່ຜ່ານມາ ສອງຊາດ ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫລ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານທີ່ເຕັມໄປດ້ວຍຄວາມເສຍສະລະ ແລະ ດ້ວຍຄໍາສອນອະມະຕະຂອງປະທານ ໂຮ່ຈີ່ມິງ ວ່າ “ການ ຊ່ວຍເຫລືອເພື່ອນປຽບເໝືອນການຊ່ວຍເຫລືອຕົນເອງ”; ປະຊາຊົນ ຫວຽດນາມ ແລະ ປະຊາຊົນລາວ ແມ່ນເພື່ອນບ້ານໃກ້ຄຽງ, ອ້າຍ ນ້ອງອັນໃກ້ຊິດສະໜິດສະໜົມ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ໄດ້ ຄຽງບ່າຄຽງໄຫລ່ຮ່ວມສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາ ຊະນະ, ນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະພາບຖານອ້າຍນ້ອງ ລະຫວ່າງປະຊາຊົນສອງປະເທດພວກເຮົາໄດ້ຮັບການຫລໍ່ຫລອມຈາກ ການຕໍ່ສູ້ແມ່ນປັດໄຈແຫ່ງໄຊຊະນະຂອງພາລະກິດຕໍ່ສູ້ກູ້ຊາດ, ແມ່ນ ພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນຮ່ວມມືຍາວນານ ເພື່ອສ້າງສາ ປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກໍານົດໄວ້. ລາວ ແລະ ຫວຽດນາມ ຜູກພັນສະໜິດແໜ້ນຕໍ່ກັນຍ້ອນວ່າຮ່ວມຊາ ຕາກໍາປະຫວັດສາດ, ນັບແຕ່ທ້າຍສະຕະວັດ 19 ເປັນຕົ້ນມາ, ສອງຊາດ ໄດ້ພ້ອມກັນດໍາເນີນການຕໍ່ສູ້ຕ້ານສັດຕູໂຕດຽວກັນ ເພື່ອກອບກູ້ ແລະ ປົກປັກຮັກສາປະເທດຊາດ ໂດຍສະເພາະແມ່ນການຕໍ່ສູ້ກັບຈັກກະພັດ ຜູ້ຮຸກຮານທີ່ໂຫດຫ້ຽມທີ່ສຸດຂອງຍຸກສະໄໝ, ສອງຊາດໄດ້ຮ່ວມສໍາ ພັນສູ້ຮົບຄຽງບ່າຄຽງໄຫລ່ກັນ ເພື່ອຕີເອົາຊະນະສັດຕູເທື່ອລະກ້າວ, ຕີ ຖອຍທຸກພາກສ່ວນ, ທຸກກົນອຸບາຍຂອງພວກສັດຕູ, ກ້າວຂຶ້ນຍາດເອົາ ໄຊຊະນະອັນຍິ່ງໃຫຍ່, ປະຫວັດສາດໄດ້ຜູກແໜ້ນຊາຕາກໍາຂອງສອງ ຊາດໃນການຕໍ່ສູ້ສັດຕູໂຕດຽວກັນ ແລະ ໄດ້ວາງຈຸດປະສົງເປົ້າໝາຍ ລວມຂອງສອງຊາດ. ດັ່ງນັ້ນ, ສອງປະເທດໄດ້ພ້ອມກັນສູ້ຮົບ ແລະ ພ້ອມກັນຍາດເອົາໄຊຊະນະນັ້ນແມ່ນການສະແດງອອກຂອງຄວາມ ສາມັກຄີ, ນໍ້າໃຈມິດຕະພາບທີ່ມີປະສິດທິຜົນຂອງການປະຕິວັດສອງ ປະເທດ ລາວ-ຫວຽດນາມ.ໃນໄລຍະການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ ແບບໃໝ່ໂດຍສະເພາະໃນຊຸມປີ 1959-1960 ຜູ້ນໍາຂອງສອງປະເທດ ໄດ້ຮ່ວມກັນວາງແນວທາງຍຸດທະສາດ, ຍຸດໂທບາຍ ແລະ ວິທີປະຕິວັດ ເພື່ອຕີເອົາຊະນະຈັກກະພັດຜູ້ຮຸກຮານ, ໃນເວລາດຽວກັນນັ້ນ ປະທານ ໂຮ່ຈີ່ມິງ ໄດ້ຢັ້ງຢືນໃຫ້ເຫັນວ່າ: ສາຍພົວພັນລະຫວ່າງສອງພັກ ທີ່ມີ ອຸດົມການກອມມູນິດອັນດຽວກັນລະຫວ່າງສອງປະເທດສັງຄົມນິຍົມ ນໍາກັນແລ້ວ, ຍັງມີສາຍພົວພັນອັນສະໜິດສະໜົມແບບເປັນກັນເອງ ເຊິ່ງບໍ່ຄືປະເທດຕ່າງໆໃນໂລກ, ພ້ອມກັນນີ້ເພິ່ນຍັງໄດ້ເວົ້າວ່າ “ພວກ ເຮົາຕ້ອງເວົ້າວ່າ”, “ສາຍພົວພັນພິເສດ” ຈຶ່ງຈະຖືກຕ້ອງ, ເປັນສິ່ງ ທີ່ຈະແຈ້ງແລ້ວວ່າ ສາຍພົວພັນ, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານລະຫວ່າງ ລາວ-ຫວຽດນາມ ບໍ່ແມ່ນເກີດຂຶ້ນເອງ, ແຕ່ຫາກ ເກີດຂຶ້ນໃນຂະບວນວິວັດອັນຍາວໄກບົນເສັ້ນທາງແຫ່ງການຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ທີ່ເຕັມໄປດ້ວຍການເສຍ ສະລະທັງຊີວິດ ແລະ ເລືອດເນື້ອລະຫວ່າງກອງທັບ ແລະ ປະຊາຊົນ ຂອງສອງຊາດ. ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ມີຄວາມດູດດື່ມເລິກເຊິ່ງແໜ້ນແຟ້ນ, ໝັ້ນຄົງ ແລະ ມີຊີວິດຊີວາທີ່ເຕັມໄປດ້ວຍຄວາມເຫລື້ອມໃສຫາສາຍພົວພັນ ໃດໃນໂລກນີ້ປຽບທຽບໄດ້ຍາກ ຊຶ່ງປະທານ ໂຮ່ຈີ່ມິງ ໄດ້ກັ່ນຕອງ ພັນລະນາສາຍພົວພັນ ລາວ-ຫວຽດນາມ ໃນບົດກະວີທີ່ມີຊື່ສຽງຂອງ ເພິ່ນວ່າ:“ຮັກຫອມກັນໝາຍໝັ້ນ ຫລາຍສັນພູກໍປີນໄຕ່ ຫລາຍນໍ້າໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນກໍດຸ່ງໄປ ສອງຊາດລາວຫວຽດນາມ ໄດ້ຝັງ ຄວາມຮັກຢູ່ໃນໃຈ ຮົງຮ່າທັງແມ່ຂອງບໍ່ເລິກປຸນປານໄດ້”. ນາຍົກລັດຖະມົນຕີ ໄດ້ຕາງໜ້າ ການນໍາຂັ້ນສູງພັກ-ລັດ, ຄອບຄົວ ສີພັນດອນ ກ່າວສະດຸດີຕໍ່ໜ້າອັດ ຖິຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ວ່າ: ຜ່ານການເຄື່ອນ ໄຫວປະຕິວັດຕະຫລອດເວລາເກືອບ 8 ທົດສະວັດທີ່ຜ່ານມາຢືນຢັນຢ່າງ ໜັກແໜ້ນວ່າສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກເຄື່ອນ ໄຫວປະຕິວັດທີ່ໂດດເດັ່ນ, ເດັດດ່ຽວ ໜຽວແໜ້ນຂອງພັກເຮົາ ເຊິ່ງຕະ ຫລອດໄລຍະແຫ່ງຊີວິດປະຕິວັດ ຂອງເພິ່ນຍາມໃດກໍມີຄວາມຟົດ ຟື້ນຫ້າວຫັນ, ມີຄວາມມຸ່ງໝັ້ນໃນ ອຸດົມການ, ກຳແໜ້ນແນວທາງນະ ໂຍບາຍຂອງພັກ ແລະ ມີວິໄສທັດ ແຫລມຄົມ; ເພິ່ນໄດ້ປະກອບສ່ວນ ອັນໃຫຍ່ຫລວງເຂົ້າໃນການຈັດຕັ້ງ ນໍາພາ ພາລະກິດປະຕິວັດຂອງພັກ ນັບແຕ່ພັກເຮົາໄດ້ຮັບການສ້າງຕັ້ງ ຂຶ້ນໃຫ້ຂະຫຍາຍຕົວເປັນກ້າວໆຈົນ ກ້າວສູ່ໄຊຊະນະຢ່າງສົມບູນ. ສະຫາຍ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດທີ່ມີວິໄສທັດ ອັນກວ້າງໄກທາງການເມືອງ ແລະ ນັກຍຸດທະສາດການທະຫານທີ່ໂດດ ເດັ່ນ, ເປັນນັກບັນຊາການກອງກໍາ ລັງສູ້ຮົບທີ່ເດັດດ່ຽວໜຽວແໜ້ນ, ທັງເປັນຜູ້ສຶກສາອົບຮົມກໍ່ສ້າງກໍາ ລັງປະກອບອາວຸດໃຫ້ມີຄວາມ ສາມາດຕ້ານທານສັດຕູຜູ້ຮຸກຮານທີ່ ມີກຳລັງເໜືອກວ່າເປັນຫລາຍຮ້ອຍ ເທົ່າໃຫ້ປະລາໄຊລົງ; ສະຫາຍເປັນ ຜູ້ມີຄວາມສາມາດຄາດຄະເນການ ຜັນແປຂອງສະຖານະການຢ່າງຖືກ ຕ້ອງ ເພື່ອເປັນເຈົ້າການໃນການ ແກ້ໄຂໄວ້ລ່ວງໜ້າຢ່າງແມ່ນຢໍາ; ສະຫາຍໄດ້ເປັນເພື່ອນຮ່ວມຮົບທີ່ ໃກ້ຊິດທີ່ສຸດຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫລ່ ກັບຜູ້ນໍາຄົນອື່ນໆໃນການຄົ້ນຄວ້າ ກໍານົດແນວທາງແຜນນະໂຍບາຍ ແລະ ຍຸດທະສາດ, ຍຸດໂທບາຍ ກໍຄື ຍຸດທະວິທີປະຕິວັດທີ່ຖືກຕ້ອງ, ສອດ ຄ່ອງໃຫ້ແກ່ການປະຕິວັດລາວໃນ ແຕ່ລະໄລຍະ; ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນ ດາຜູ້ນໍາຂອງພັກເຮົາທີ່ກໍາຄັນທຸງ ແຫ່ງຄວາມສາມັກຄີເປັນເອກະພາບ ຢູ່ພາຍໃນພັກ ແລະ ໃນຖັນແຖວກໍາ ລັງປະຕິວັດ ກໍຄື ປວງຊົນລາວທັງ ຊາດ,ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມ ເຄົາລົບນັບຖື ແລະ ເຊື່ອໝັ້ນຈາກ ການຈັດຕັ້ງແລະ ເພື່ອນສະຫາຍຮ່ວມ ອຸດົມການ ແລະ ເພື່ອນຮ່ວມງານ ຕະຫລອດມາ, ທັງໄດ້ຮັບຄວາມເຄົາ ລົບນັບຖື, ເຊື່ອໝັ້ນໄວ້ວາງໃຈຢ່າງ ສູງສົ່ງຈາກປະຊາຊົນຊັ້ນຄົນຕ່າງໆ. ຂ່າວ: ກິດຕາ;ພາບ: ອ່າຍຄຳ ພະຣັດຣາດສຸດາ ສະຫຍາມບໍຣົມ ມະຣາດຊະກຸມາຣີ ແຫ່ງ ຣາຊະອາ ນາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ, ທ່ານ ຄໍາພັນ ສິດທິ ດໍາພາ ເຈົ້າແຂວງວຽງຈັນ, ມີເອກ ອັກຄະຣາຊະທູດໄທປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງຂອງ ລາວ ແລະ ໄທ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ ລາຍງານກ່ຽວກັບການເຄື່ອນໄຫວ ຂອງໂຮງຮຽນໃນໄລຍະຜ່ານມາ ເຊິ່ງນັບເເຕ່ມື້ໄດ້ຮັບການສ້າງຕັ້ງ ເປັນຕົ້ນມາໂຮງຮຽນວັດທະນະທຳ ປ້ອງກັນຄວາມສະຫງົບ ໄດ້ສ້າງ ນັກຮຽນຈົບມັດທະຍົມຕອນປາຍ 38 ຮຸ່ນ, ປັດຈຸບັນໂຮງຮຽນດັ່ງ ກ່າວ ມີນັກຮຽນທັງໝົດ 618 ຄົນ, ຍິງ 264 ຄົນ, ມີຫ້ອງຮຽນ 15 ຫ້ອງ, ມີ 2 ຊັ້ນຮຽນ (ຊັ້ນ ມ6 ແລະ ມ7). ສຳລັບວຽກງານໂພຊະນາ ການຄູ-ອາຈານ ໄດ້ນຳພານັກຮຽນ ສ້າງກິດຈະກຳອອກແຮງງານ ເພື່ອ ສ້າງລາຍຮັບດ້ານເສດຖະກິດ ແລະ ໂພຊະນາການດ້ວຍການປູກຝັງລ້ຽງສັດເຊັ່ນ: ປູກຜັກ, ລ້ຽງປາ, ລ້ຽງເປັດ, ໄກ່, ໝູ, ງົວ ແລະ ອື່ນໆ ເພື່ອສະໜອງໃຫ້ເຮືອນຄົວລວມຂອງ ໂຮງຮຽນ. ພ້ອມນີ້, ຍັງໄດ້ກວດກາ ສຸຂະພາບໃຫ້ນັກຮຽນ, ສະໜອງ ຢາກິນ, ຢາສັກ ແລະ ຢອດຢາກັນ ພະຍາດໃຫ້ແກ່ນັກຮຽນເພດຍິງ ໄດ້ ຢ່າງທົ່ວເຖິງ. ໂຮງຮຽນວັດທະນະທຳປ້ອງກັນ ຄວາມສະຫງົບ ໄດ້ຮັບການສະໜັບ ສະໜູນຊ່ວຍເຫລືອອັນລໍ້າຄ່າຈາກ ໂຄງການອັນເນື່ອງມາຈາກພະ ຣາດຊະດຳຣິຂອງ ສົມເດັດພະກະ ນິດຖາທິຣາດເຈົ້າ ກົມສົມເດັດພະ ເທບພະຣັດຣາດສຸດາ ສະຫຍາມ ບໍຣົມມະຣາດຊະກຸມາຣີ ເຊິ່ງເລີ່ມ ແຕ່ປີ 1992 ເປັນຕົ້ນມາ. ດ້ວຍ ການຊ່ວຍເຫລືອດັ່ງກ່າວ, ເຮັດໃຫ້ ໂຮງຮຽນໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງທັງດ້ານພື້ນຖານໂຄງ ລ່າງ ແລະ ຄວາມຮູ້ຄວາມສາມາດ ຂອງຄູ-ອາຈານ ເປັນຕົ້ນແມ່ນການ ຊ່ວຍເຫລືອກໍ່ສ້າງຫໍພັກສິຣິນທອນ 4 ຫລັງ, ອາຄານຮຽນຮູ້ສິຣິນທອນ 1 ຫລັງ, ເຮືອນຄົວນັກຮຽນ 1 ຫລັງ, ອາຄານຮຽນຄອມພິວເຕີ 2 ຫລັງ ປະກອບດ້ວຍອຸປະກອນທົດ ລອງ ແລະ ອິນເຕີເນັດ. ພິເສດໃນໂອກາດການມາຢ້ຽມ ຢາມຂອງສົມເດັດພະກະນິດຖາທິ ຣາດເຈົ້າກົມສົມເດັດພະເທບພະຣັດ ຣາດສຸດາ ສະຫຍາມບໍຣົມມະຣາດ ຊະກຸມາຣີ ຄັ້ງຜ່ານມາ, ໂຮງຮຽນ ວັດທະນະທຳປ້ອງກັນຄວາມສະ ຫງົບ ໄດ້ຮັບການຊ່ວຍເຫລືອສ້າງ ຫ້ອງການຄູ 1 ຫລັງ, ຫໍພັກຍິງ 1 ຫລັງ ແລະ ອຸປະກອນຮັບໃຊ້ ການຮຽນ-ການສອນ, ສ້ອມແປງ ໂຮງງານນ້ຳດື່ມ ເຊິ່ງມີມູນຄ່າສູງ ສົມຄວນ. ນອກນັ້ນ, ຍັງໄດ້ຮັບທຶນ ການສຶກສາລະດັບປະລິນຍາຕີ ສາຂາໄອທີ 5 ທຶນ ແລະ ນິຕິວິທະ ຍາສາດ 3 ທຶນ ລວມເປັນ 8 ທຶນ ທີ່ ຣາຊະອານາຈັກໄທ ສົກປີ 20252028. ສຳລັບທິດທາງແຜນການໃນ ຕໍ່ໜ້າເພື່ອເຮັດໃຫ້ວຽກງານການ ຮຽນ-ການສອນ ໃນໄລຍະໃໝ່ ກໍຄື ການສ້າງນັກຮຽນໃຫ້ມີຄຸນນະພາບ ແລະ ມີຄວາມຮູ້ຄວາມສາມາດ, ໂຮງຮຽນວັດທະນະທຳປ້ອງກັນ ຄວາມສະຫງົບ ຈະສຸມໃສ່ຈັດຕັ້ງ ປະຕິບັດບັນດາໜ້າວຽກທີ່ສຳຄັນ ຕ່າງໆເປັນຕົ້ນຈະປັບປຸງພື້ນຖານ ໂຄງລ່າງ ແລະ ສິ່ງອຳນວຍຄວາມ ສະດວກໃນດ້ານຕ່າງໆ ໂດຍສະເພາະ ກໍ່ສ້າງອາຄານຮຽນ ແລະ ປະກອບ ອຸປະກອນການຮຽນ-ການສອນ ທີ່ທັນສະໄໝ, ສ້າງ ແລະ ປັບປຸງ ເສັ້ນທາງແຕ່ເສັ້ນທາງເລກທີ 13 ເໜືອ ຫາ ໂຮງຮຽນ, ພ້ອມທັງກໍ່ສ້າງ ກຳແພງ, ສ້ອມແປງ ແລະ ບຳລຸງ ຮັກສາໂຮງງານນ້ຳດື່ມໃຫ້ນຳໃຊ້ ໄດ້ຢ່າງຕໍ່ເນື່ອງ. ພ້ອມນີ້, ຍັງຈະ ຍົກລະດັບຄວາມຮູ້ຄວາມສາມາດ ຂອງຄູ-ອາຈານ ຈາກຊັ້ນກາງ ແລະ ຊັ້ນສູງຂຶ້ນເປັນປະລິນຍາຕີ ຫລື ສູງ ກວ່າປະລິນຍາຕີ ໂດຍສະເພາະແມ່ນ ຄູຄະນິດສາດ, ພາສາສາດ, ສິລະປະ ແລະ ອື່ນໆ ເພື່ອສ້າງໃຫ້ໄດ້ນັກຮຽນ ເກັ່ງໃນຫລາຍລະດັບຕື່ມອີກ. ຂ່າວ: ທະນູທອງ; ພາບ: ເກດສະໜາ ຕົວເມືອງ ແລະ ການຈັດຕັ້ງປະຕິ ບັດແຜນພັດທະນາແບບຍືນຍົງວາ ລະ 2030. ໂອກາດນີ້, ທ່ານ ໄມທອງ ທໍາມະ ວົງສາ ໄດ້ຍົກໃຫ້ເຫັນເຖິງຄວາມສໍາ ຄັນຂອງການເພີ່ມທະວີການຮ່ວມມື ພາກພື້ນໃນການຮັບມື ແລະ ເເກ້ ໄຂບັນຫາທີ່ກໍາລັງສົ່ງຜົນກະທົບ ຕໍ່ພາກພື້ນອາຊີ-ປາຊີຟິກ ເປັນ ຕົ້ນບັນຫາທາງດ້ານເສດຖະກິດ, ຄວາມບໍ່ສະເໝີພາບ ແລະ ການ ປ່ຽນເເປງສະພາບດິນຟ້າອາກາດ ທີ່ເປັນບັນຫາອັນຮີບດ່ວນໃນການ ເລັ່ງແກ້ໄຂນີ້, ທ່ານຮອງລັດຖະມົນຕີ ຈຶ່ງໄດ້ເນັ້ນຢໍ້າເຖິງຄວາມພະຍະ ຍາມຂອງ ສປປ ລາວ ຕໍ່ການຮັບມື ບັນຫາທາງດ້ານເສດຖະກິດ ໂດຍ ສະເພາະການຈັດຕັ້ງປະຕິບັດບັນດາ ຍຸດທະສາດ, ການຄຸມຄ້ອງໜີ້ສິນ ສາທາລະນະ ແລະ ການສ້າງສະ ຖຽນລະພາບທາງດ້ານເສດຖະກິດ ມະຫາພາກ, ການຮ່ວມມືໃນຂອບ ຄູ່ຮ່ວມມືເສດຖະກິດຮອບດ້ານ ໃນພາກພື້ນ (RCEP) ແລະ ເສັ້ນທາງລົດໄຟ ລາວ-ຈີນ ຊ່ວຍ ເພີ່ມທະວີການຮ່ວມມືດ້ານການ ຄ້າລະຫວ່າງບັນດາປະເທດອ້ອມ ຂ້າງ, ຫັນໃຫ້ ສປປ ລາວ ກາຍເປັນ ປະເທດເຊື່ອມຈອດ. ການສ້າງພື້ນ ຖານລັດຖະບານເອເລັກໂຕຣນິກ (E-Government) ເພື່ອອໍານວຍ ຄວາມສະດວກໃນການບໍລິການ ແລະ ການເກັບກໍາຂໍ້ມູນ. ພ້ອມນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ກັບການເເກ້ໄຂ ບັນຫາຄວາມບໍ່ສະເໝີພາບກ່ຽວກັບ ຍຸດທະສາດປ້ອງກັນສັງຄົມເເຫ່ງ ຊາດ 2025 ໃນການຮັບປະກັນ ການເຂົ້າເຖິງການບໍລິການລະບົບ ປົກປ້ອງສັງຄົມດ້ານສຸຂະພາບ, ການປະກັນສັງຄົມ ແລະ ຄວາມ ຍືນຍົງ, ທັງໄດ້ເເລກປ່ຽນກ່ຽວກັບ ການຮັບມືໃນບັນຫາການປ່ຽນແປງ ດິນຟ້າອາກາດ, ຍຸດທະສາດ ແລະ ແຜນງານແຫ່ງຊາດຂອງ ສປປ ລາວ ເປັນຕົ້ນຍຸດທະສາດການ ຄຸ້ມຄອງການປ່ຽນແປງດິນຟ້າອາ ກາດແຫ່ງຊາດ 2021-2030, ຍຸດທະສາດການເຕີບໂຕສີຂຽວ 2018-2030, ລວມທັງແກ້ໄຂ ບັນຫາການປ່ຽນແປງດິນຟ້າອາ ກາດແຫ່ງຊາດຂອງ ສປປ ລາວ (NDC). ນອກຈາກນັ້ນ, ທ່ານໄດ້ ຮຽກຮ້ອງໃຫ້ປະຊາຄົມໂລກ ພ້ອມ ກັນເພີ່ມທະວີການຊ່ວຍເຫລືອບັນດາ ປະເທດທີ່ມີສະພາບເງື່ອນໄຂພິເສດ ຢ່າງຕັ້ງໜ້າ, ພ້ອມທັງໄດ້ຢືນຢັນຄືນ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນການ ພັດທະນາແບບຍືນຍົງ ແລະ ການ ບັນລຸວາລະ 2030 ຂອງ ສປຊ ວ່າ ດ້ວຍການພັດທະນາເເບບຍືນຍົງ. ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ໄດ້ປະກອບຄຳເຫັນໃນ 2 ວາລະ ກໍຄື ວາລະການຮ່ວມມື ພາກພື້ນເພື່ອການພັດທະນາຕົວ ເມືອງແບບຍືນຍົງ ແລະ ທົນທານ ໃນພາກພື້ນອາຊີ-ປາຊີຟິກ ແລະ ວາລະການຮ່ວມມືສໍາລັບປະເທດ ດ້ອຍພັດທະນາ (LDCs), ປະເທດ ກຳລັງພັດທະນາທີ່ບໍ່ມີຊາຍແດນຕິດ ທະເລ (LLDCs) ແລະ ປະເທດ ເກາະດອນນ້ອຍກຳລັງພັດທະນາ (SIDs) ໃນການນໍາໃຊ້ແຜນການ ຈັດຕັ້ງປະຕິບັດສະໄໝໃໝ່ ເພື່ອ ການພັດທະນາເເບບຍືນຍົງ, ພ້ອມ ດຽວກັນກໍໄດ້ເຂົ້າຮ່ວມກອງປະຊຸມ ປິ່ນອ້ອມ (Side Events) ຢ່າງ ຕັ້ງໜ້າ. ກອງປະຊຸມດັ່ງກ່າວ ເປັນ ໂອກາດສຳຄັນໃນການປຶກສາຫາລື ຕໍ່ການຮັດແໜ້ນການຮ່ວມມືໃນ ລະດັບພາກພື້ນ ແລະ ສາກົນ ໃນ ການໝູນໃຊ້ບັນດາແຜນງານໃນ ການຈັດຕັ້ງປະຕິບັດວາລະ 2030 ເພື່ອເປົ້າໝາຍການພັດທະນາແບບ ຍືນຍົງຂອງບັນດາປະເທດ LDCs, LLDCs ເເລະ SIDs; ທັງເປັນເວທີ ປຶກສາຫາລືກ່ຽວກັບກາລະໂອກາດ ການຂ້າມຜ່ານສໍາລັບການພັດທະນາ ຕົວເມືອງແບບຍືນຍົງ ແລະ ທົນທານ ເພື່ອປະກອບເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມສີຂຽວຂອງພາກ ພື້ນ ແລະ ຄວາມຍືນຍົງຂອງສະພາບ ແວດລ້ອມໃນຕໍ່ໜ້າ. ຂ່າວ: ກະຊວງການຕ່າງປະເທດ

;Pd'koIa [xtda o0q olqj ' g;]k.fd+ 8y fra oda [rk]tdy f c]t w--tot];,0v'dkoxt8y ;a f]k; xtgmf]k; 3 24/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄໍາປະສົງ ລາດຊະວົງ ບົດສະເໜີ ໂດຍ: ຢ່າຕົ່ງ dkoIj ;,,n fh koglf4tdy f dko7h k c]t dko]q 'mb os;Pfok,{]k; * ໜັງສືພິມປະເທດລາວສະບັບ ຜ່ານມາ ກໍ່ໄດ້ສະເໜີບົດສຳພາດ ຂອງທ່ານຫງວຽນມິງເຕີມ ເອກອັກ ຄະລັດຖະທູດ ສສ ຫວຽດນາມ ປະ ຈຳ ສປປ ລາວ ກ່ຽວກັບ “ການພົວ ພັນທາງການເມືອງລາວ-ຫວຽດ ນາມ” ໃຫ້ທ່ານຜູ້ອ່ານແລ້ວ ແລະ ມາສະບັບນີ້ ຈະມາສະເໜີກ່ຽວກັບ ການຮ່ວມມືດ້ານເສດຖະກິດ ການ ຄ້າ ແລະ ການລົງທຶນ ຫວຽດນາມລາວ ຈາກບົດສຳພາດຂອງທ່ານ ທູດໃຫ້ທ່ານຜູ້ອ່ານຕື່ມ. ທ່ານ ຫງວຽນມິງເຕີມ ເອກ ອັກຄະລັດຖະທູດ ສສ ຫວຽດນາມ ປະຈຳສປປລາວໄດ້ໃຫ້ຮູ້ວ່າ: ການ ຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນ ຫວຽດນາມລາວ ໄດ້ຮັບການກະຕຸກຊຸກຍູ້ ແລະ ບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນ. ໂດຍສອງຝ່າຍຕັ້ງໜ້າຜັນຂະຫຍາຍ ຕົກລົງຍຸດທະສາດການຮ່ວມມືຫວຽດ ນາມ-ລາວ ໄລຍະ 2021- 2030 ແລະ ສັນຍາຮ່ວມມືຫວຽດນາມລາວ ໄລຍະ 2021–2025. ບັນດາ ສັນຍາຮ່ວມມືລະຫວ່າງສອງລັດ ຖະບານ ທີ່ກອງປະຊຸມຄັ້ງທີ 46, 47ຂອງຄະນະກຳມະທິການລັດຖະ * ວຽກງານຂົນສົ່ງ ແມ່ນວຽກ ງານໜຶ່ງທີ່ສໍາຄັນຈໍາເປັນຂາດບໍ່ ໄດ້, ຊຶ່ງມັນໄດ້ຕິດພັນກັບທຸກໄຊ ຊະນະ, ທຸກໄລຍະຂອງພາລະກິດ ປະຕິວັດ ແຕ່ຫົວທີ, ບໍ່ວ່າໃນສະໄໝ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບ ເກົ່າ ແລະ ແບບໃໝ່, ການຕໍ່ສູ້ປົດ ປ່ອຍຊາດ ແລະ ປົກປັກຮັກສາໝາກ ຜົນຂອງການປະຕິວັດ, ການພັດທະ ນາປະເທດຊາດ. ປັດຈຸບັນພັກ ແລະ ລັດຖະບານ ໄດ້ຖືເອົາວຽກງານຄົມ ມະນາຄົມຂົນສົ່ງ, ເປັນໜຶ່ງໃນແຜນ ບຸລິມະສິດ, ເປັນວຽກປາຍແຫລມ ໃນການພັດທະເສດຖະກິດຂອງ ຊາດ, ຈາກຄວາມໝາຍຄວາມສໍາ ຄັນຂ້າງເທິງນັ້ນ, ກໍຄືວຽກງານຮັບ ປະກັນພະລາທິການຂອງກອງທັບ, ໂດຍສະເພາະແມ່ນວຽກງານຮັບ ປະກັນຂົນສົ່ງ ຂອງກອງທັບປະຊາ ຊົນລາວ, ໄດ້ກາຍເປັນວຽກປາຍ ແຫລມ, ປຽບເໝືອນສາຍເລືອດທີ່ ໄຫລຫລໍ່ລ້ຽງຮ່າງກາຍຂອງຄົນ ເຮົາ, ໃນການຮັບປະກັນການກຽມ ພ້ອມສູ້ຮົບ, ການເຝິກແອບຮໍ່າ ຮຽນ, ການກໍ່ສ້າງກຳລັງແລະລ້ຽງ ດູທັບ, ເພື່ອຍົກສູງຄຸນນະພາບຊີວິດ ຂອງນາຍ ແລະ ພົນທະຫານ ຢູ່ໃນ ກອງທັບ ໃຫ້ໄດ້ຂຶ້ນຢ່າງບໍ່ຢຸດຢັ້ງ, ມັນສອດຄ່ອງກັບຄວາມໝາຍທີ່ ວ່າ ການຂົນສົ່ງ ແມ່ນການຍົກຍ້າຍ ສິ່ງຂອງ ຈາກຈຸດໜຶ່ງ ໄປຍັງອີກ ຈຸດໜຶ່ງດ້ວຍພາຫະນະ. ສະຫາຍ ພົນຈັດຕະວາ ບຸນຍົງ ວົງພົມ ຫົວໜ້າກົມຂົນສົ່ງ ກົມໃຫຍ່ ພະລາທິການກອງທັບ ໄດ້ໃຫ້ຮູ້ ບານ, ເພີ່ມທະວີການແນະນຳ, ກວດ ກາ, ກະຕຸກຊຸກຍູ້, ແລກປ່ຽນໃຫ້ທັນ ການເພື່ອຊ່ວຍແກ້ໄຂສິ່ງອຸດຕັນ, ຂໍ້ຫຍຸ້ງຍາກເພື່ອຊອກຫາທິດທາງ ໃໝ່ແກ້ໄຂຊຸກຍູ້ການຮ່ວມມືໃນຂົງ ເຂດເສດຖະກິດ, ສືບຕໍ່ລົງນາມໃນ ບົດບັນທຶກການຮ່ວມມື, ສ້າງແລວ ທາງດ້ານນິຕິກຳທີ່ເປັນເອກະພາບ ເພື່ອຊຸກຍູ້ການຮ່ວມມື. ສອງຝ່າຍ ໄດ້ສົມທົບແລກປ່ຽນບົດຮຽນໃນ ການຄຸ້ມຄອງ ແລະ ດຳເນີນງານ ເສດຖະກິດມະຫາພາກ. ກ່ຽວກັບ ການລົງທຶນຂອງຫວຽດນາມ ຢູ່ ລາວ, ມາຮອດປັດຈຸບັນ, ຫວຽດ ນາມ ມີ 273 ໂຄງການລົງທຶນຢູ່ ລາວ ລວມຍອດການລົງທຶນຫລາຍ ກວ່າ 5,8 ຕື້ໂດລາສະຫະລັດ, ການ ລົງທຶນປະຕິບັດໂຄງການມາຮອດ ປັດຈຸບັນລຸ 2,8 ຕື້ໂດລາສະຫະລັດ. ໃນປີ 2024, ຈົດທະບຽນລົງທຶນ ບັນລຸ 191,1 ລ້ານ ໂດລາສະຫະ ລັດ, ເພີ່ມ 62,1% ເມື່ອທຽບໃສ່ໄລ ຍະດຽວກັນຂອງປີ 2023. ໃນ 2 ເດືອນຕົ້ນປີ 2025, ການລົງທຶນຢູ່ ລາວບັນລຸ 140 ລ້ານໂດລາສະຫະ ລັດ, ເພີ່ມຂຶ້ນ 33% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ2024.ຫລາຍ ໂຄງການລົງທຶນຂອງຫວຽດນາມ ດຳເນີນໄປຢ່າງມີປະສິດທິຜົນ, ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ, ສ້າງ ວຽກເຮັດງານທຳ ແລະ ເພີ່ມລາຍ ຮັບໃຫ້ຄົນງານນັບພັນຄົນ, ເພີ່ມ ລາຍຮັບເຂົ້າງົບປະມານຂອງລາວ, ພິເສດແມ່ນຂົງເຂດໂທລະຄົມ, ການ ທະນາຄານ, ປູກ ແລະ ປຸງແຕ່ງ ຢາງພາລາ, ຜະລິດ ແລະ ປຸງແຕ່ງ ທັນຍະຫານອາຫານ, ນ້ຳນົມ. ສອງ ຝ່າຍໄດ້ສົມທົບກັນຈັດຕັ້ງກອງ ປະຊຸມຮ່ວມມືດ້ານການລົງທຶນ ໃນເດືອນມັງກອນ 2024 ແລະ ເດືອນມັງກອນ 2025 ສຳເລັດຜົນ. ສອງຝ່າຍໄດ້ສຸມໃສ່ແກ້ໄຂຄວາມ ຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ເພື່ອເລັ່ງໃຫ້ມີຄວາມຄືບໜ້າຂອງ ຫລາຍໂຄງການທີ່ສຳຄັນ ຄື: ໂຄງ ການເຂື່ອນໄຟຟ້າເຊຂະໝານ 3, ໂຄງການກະສິກຳຂອງກຸ່ມບໍລິສັດ ເຈື່ອງຫ້າຍ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງອາລູມີນຽມຂອງກຸ່ມບໍລິ ສັດຫວຽດເຟືອງ, ສະໜາມບິນໜອງ ຄ້າງ. ດຳເນີນການສຳເລັດ ແລະ ມອບສົ່ງໃຫ້ລາວ 4 ໂຄງການ. ສ່ວນດ້ານການຄ້າ, ສອງຝ່າຍ ສືບຕໍ່ເອົາໃຈໃສ່ກະຕຸກຊຸກຍູ້, ບົດບັນ ທຶກຫລາຍສະບັບໄດ້ລົງນາມ, ປະ ກອບສ່ວນປັບປຸງກອບນິຕິກຳດ້ານ ກົດໝາຍກ່ຽວກັບການຄ້າໃຫ້ສົມ ບູນແບບຄື: ສັນຍາການຄ້າສອງ ຝ່າຍສະບັບໃໝ່, ສັນຍາການຄ້າ ຊາຍແດນ ແລະ ອະນຸສັນຍາສັນຍາ ຂົນສົ່ງສິນຄ້າ ຫວຽດນາມ-ລາວ ສະບັບປັບປຸງ. ບັນດາບົດບັນທຶກ ທີ່ໄດ້ລົງນາມແມ່ນໄດ້ຮັບການຜັນ ຂະຫຍາຍຢ່າງຕັ້ງໜ້າ ແລະ ບັນດາ ມາດຕະການສົ່ງເສີມການຄ້າໄດ້ ຮັບການເພີ່ມທະວີ, ສ້າງເງື່ອນໄຂ ໃຫ້ແກ່ການພັດທະນາແບບຍືນຍົງ ຂອງການຄ້າສອງປະເທດ, ເປັນຕົ້ນ ແມ່ນການຈັດງານຕະຫລາດນັດ, ຕ້ານການຄ້າເຖື່ອນ. ວົງເງິນການຄ້າ ລະຫວ່າງ ຫວຽດນາມ-ລາວ ໃນປີ 2024 ບັນລຸ 2,2 ຕື້ໂດລາສະຫັດ, ເພີ່ມ 33,9% ທຽບໃສ່ປີ 2023, ເປັນຂີດໝາຍປະຫວັດສາດ. ໃນ 3 ເດືອນຕົ້ນປີ 2025, ວົງເງິນການ ຄ້າລະຫວ່າງສອງປະເທດຈະບັນລຸ ເກືອບ 1 ຕື້ໂດລາສະຫະລັດ. ພ້ອມ ນີ້, ວຽກງານຄົມມະນາຄົມ, ສອງ ຝ່າຍສືບຕໍ່ສຸມໃສ່ປະຕິບັດບົດບັນ ທຶກຄວາມເຂົ້າໃຈລະຫວ່າງສອງ ລັດຖະບານ ກ່ຽວກັບຍຸດທະສາດ ການຮ່ວມມືດ້ານຄົມມະນາຄົມໄລ ຍະ 2016-2025, ວິໄສທັດ ຮອດປີ 2030; ສືບຕໍ່ຊຸກຍູ້ການ ຊອກຫາແຫລ່ງທຶນ ເພື່ອປະຕິບັດ ບັນດາໂຄງການຕົ້ນຕໍຄື: ທາງດ່ວນ ຮ່າໂນ້ຍ-ວຽງຈັນ, ທາງລົດໄຟ ວູ້ງ ອ່າງ-ທ່າແຂກ-ວຽງຈັນ ແລະ ບັນ ດາໂຄງການເຊື່ອມຕໍ່ຄົມມະນາຄົມ ອື່ນໆ. ໃນຂົງເຂດພະລັງງານໄຟ ຟ້າ, ສອງຝ່າຍສືບຕໍ່ຕັ້ງໜ້າຈັດຕັ້ງ ປະຕິບັດບົດບັນທຶກຄວາມເຂົ້າໃຈ ລະຫວ່າງສອງລັດຖະບານກ່ຽວ ກັບການພັດທະນາໂຄງການໄຟຟ້າ ໃນລາວ ແລະ ດຳເນີນການຊື້ຂາຍ ລະຫວ່າງສອງປະເທດ. ສອງຝ່າຍ ໄດ້ລົງນາມໃນສັນຍາວ່າດ້ວຍການ ຊື້ຂາຍຖ່ານຫີນ ແລະ ໄຟຟ້າ ລະ ຫວ່າງລັດຖະບານສອງປະເທດ, ໃນ ໄລຍະ 2025-2030, ຫວຽດນາມ ຈະຊື້ໄຟຟ້າຈາກລາວແຕ່ 5.000 MWຫາ 8.000 MW ແລະ ຖ່ານ ຫີນ 8 ລ້ານ ຫາ 10 ລ້ານໂຕນ/ປີ. ຂະນະທີ່ຂົງເຂດກະສິກຳ, ປ່າ ໄມ້ ແລະ ພັດທະນາຊົນນະບົດ, ສອງ ຝ່າຍເຫັນດີເປັນເອກະພາບການ ຮ່ວມມືໃນຂົງເຂດນີ້ ສຸດທີ່ສຳຄັນ, ໃນນັ້ນ ແນໃສ່ເພີ່ມທະວີການຖ່າຍ ທອດ ແລະ ແລກປ່ຽນເຕັກໂນໂລຊີ ເຕັກນິກ ແລະ ການສ້າງຕົວແບບ ໃນການພັດທະນາກະສິກຳ ຊົນນະ ບົດ ເພື່ອຫລຸດຜ່ອນຄວາມທຸກຍາກ, ຍົກສູງຄວາມສາມາດດ້ານນິຕິກຳ ນະໂຍບາຍໃນການຄຸ້ມຄອງຂອງ ສະຖາບັນ ແລະ ນະໂຍບາຍໃນການ ຄຸ້ມຄອງ ການຜະລິດກະສິກຳ, ປ່າ ໄມ້, ການປະມົງ ແລະ ຊົນລະປະ ທານ. ສອງຝ່າຍສືບຕໍ່ສະໜັບສະ ໜູນຊ່ວຍການພັດທະນາຊົນນະບົດ ໃນເຂດຈຸດສຸມຂອງລາວໃຫ້ມີປະ ສິດທິຜົນ. ສຳເລັດການກໍ່ສ້າງສູນ ບໍລິການເຕັກນິກກະສິກຳ, ປະສານ ສົມທົບໄດ້ດີໃນການຄຸ້ມຄອງ, ປົກ ປັກຮັກສາປ່າໄມ້ ແລະ ຊັບພະຍາ ກອນທຳມະຊາດ, ສະກັດກັ້ນການ ຄ້າຂາຍ ແລະ ຂົນສົ່ງໄມ້ ແລະ ຜະ ລິດຕະພັນສັດປ່າຂ້າມຊາຍແດນທີ່ ຜິດກົດໝາຍ. ວ່າ: ວຽກງານຮັບປະກັນຂົນສົ່ງ ກອງທັບປະຊາຊົນລາວ, ນັບແຕ່ ມື້ສ້າງຕັ້ງຈົນຮອດປັດຈຸບັນແມ່ນ ໄດ້ແບ່ງ ອອກເປັນ 6 ໄລຍະຄື, ໄລຍະທີ I ແຕ່ປີ 1955-1957, ໄລຍະທີ II ແຕ່ປີ 1957-1959, ໄລຍະທີ I I I ປີ 1960-1963, ໄລຍະທີ IV ປີ 1963-1969, ໄລຍະທີ V ປີ 1968-1973 ແລະ ໄລຍະທີ VI ປີ 19751990, ເຫລົ່າຮົບຂົນສົ່ງ ກອງທັບ ປະຊາຊົນລາວ ໄດ້ກຳເນີດເກີດຂຶ້ນ ໃນວັນທີ 1 ພຶດສະພາ 1955 ການ ປະກາດ ແລະ ສ້າງຕັ້ງທໍາອິດເອີ້ນ ວ່າ, ກອງແບກຫາບຫ້ອງພະລາທິ ການ, ປະກາດສ້າງຕັ້ງຂຶ້ນທີ່ບ້ານ ນາແມວ, ເມືອງວຽງໄຊ ແຂວງຫົວ ພັນ, ພາຫະນະຂົນສົ່ງ ເວລານັ້ນ ແມ່ນໃຊ້ແຮງງານຄົນແບກຫາບ, ໂດຍເຕົ້າໂຮມເອົາພະນັກງານ, ນັກ ຮົບຈໍານວນໜຶ່ງມາຈັດຕັ້ງເປັນກອງ ດັ່ງກ່າວ, ພ້ອມນີ້ພາຫະນະຂົນສົ່ງ ກໍ່ຍັງໄດ້ນໍາໃຊ້ສັດລາກແກ່ຈໍານວນ ໜຶ່ງເຊັ່ນ: ຊ້າງ, ມ້າ ແລະ ອື່ນໆ ໂດຍ ອີງໃສ່ທ່າແຮງແລະ ຄວາມສາມາດ ຂອງທ້ອງຖິ່ນ, ຄະນະຮັບຜິດຊອບ ກອງຂົນສົ່ງແບກຫາບປະກອບມີ, ທ່ານ ຮັງ ຮອງຫ້ອງພະລາ ເປັນ ຫົວໜ້າກອງ, ຊຶ່ງໜ້າທີ່ການເມືອງ ຕົ້ນຕໍແມ່ນເຮັດໜ້າທີ່ຮັບປະກັນ ຂົນສົ່ງ ໃຫ້ບັນດາກົມກອງເຄື່ອນ ໄຫວສູ້ຮົບຢູ່ເຂດເຕົ້າໂຮມ 2 ແຂວງ ພາກເໜືອ, ຊຳເໜືອ ແລະ ຜົ້ງສາລີ, ໂດຍສະເພາະຮັບປະກັນໃຫ້ເຂດຊໍາ ເໜືອເປັນຕົ້ນຕໍ. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍຢ່າງສົມບູນ ແຕ່ປີ 1975 ອີງຕາມ ຄວາມຮຽກຮ້ອງ ຕ້ອງການດ້ານວຽກງານຂົນສົ່ງ ເພື່ອສະໜອງຕອບໃຫ້ແກ່ສອງໜ້າ ທີ່ຍຸດທະສາດທີ່ພັກວາງອອກຄື: ປົກປັກຮັກສາສ້າງສາ ແລະ ພັດທະ ນາປະເທດຊາດ, ກຳລັງ ແລະ ພາ ຫະນະຂົນສົ່ງທີ່ຂຶ້ນກັບຂະແໜງ ຂົນສົ່ງ, ຂັ້ນຍຸດທະສາດ ມີ 8 ກອງ ພັນ ຄື: ກອງພັນ 401, 402, 403, 404, 405, 410 A, 410 B ແລະ ກອງພັນເຮືອຂົນສົ່ງ, ແຕ່ປີ 19751980 ອົງການຊີ້ນໍາ-ບັນຊາວຽກ ງານຂົນສົ່ງຍັງເປັນພະແນກຂົນສົ່ງ ແລະ ຫ້ອງ. ມາເຖິງວັນທີ 15/2/ 1980 ບັນດາກົມນ້ອຍທີ່ຂຶ້ນກັບກົມ ໃຫຍ່ ຈຶ່ງໄດ້ສ້າງຕັ້ງຂຶ້ນ, ໃນເວລາ ນີ້, ກົມຂົນສົ່ງ ກໍ່ແມ່ນກົມໜຶ່ງ, ຊຶ່ງ ໄດ້ປະຕິບັດພາລະບົດບາດຂອງ ຕົນ, ເປັນອົງການຊີ້ນໍາຄຸ້ມຄອງ ມະຫາພາກ ແລະ ຊີ້ນໍາຈັດຕັ້ງວຽກ ງານຮັບປະກັນການຂົນສົ່ງຂັ້ນຍຸດ ທະສາດ, ມີພາຫະນະ ແລະ ກຳລັງ ຂົນສົ່ງຂຶ້ນກັບ, ຄະນະກົມຂົນສົ່ງ ຊຸດທຳອິດ ປີ 1980-1985, ຊຸດ ທີ II ປີ 1986-1988, ຊຸດທີ III ປີ 1988-1989, ຊຸດທີ IV ປີ 1989-1992, ຊຶ່ງໄລຍະນີ້ແມ່ນ ໄດ້ໂຮມກັນເຂົ້າເປັນກົມດຽວກັບ ກົມນໍ້າມັນເຊື້ອໄຟ, ໃສ່ຊື່ວ່າ, ກົມ ຂົນສົ່ງ-ເຊື້ອນໍ້າມັນເຊື້ອໄຟ, ຊຸດ ທີ V ປີ 1993-2000 ໄລຍະນີ້ ກົມຂົນສົ່ງ ໄດ້ແຍກເປັນກົມໜຶ່ງ ຕ່າງຫາກ, ຊຸດທີ VI ປີ 20002003 ໄລຍະນີ້ໄດ້ໂຮມກັນເຂົ້າ ກັບ 3 ກົມ ຄື: ກົມເສນາພະລາ, ກົມ ອົບຮົມ ແລະ ກົມຂົນສົ່ງ, ຊຶ່ງໃສ່ຊື່ ວ່າ: ກົມແຜນການ-ຂົນສົ່ງ, ຊຸດທີ VII ແຕ່ວັນທີ 26/07/2002) ໄດ້ ແຍກເປັນກົມຂົນສົ່ງຕ່າງຫາກ, ຊຸດ ທີ VIII ປີ 2009-2012, ຊຸດທີ IX ນັບແຕ່ວັນ 29/08/2012, ຊຸດທີ X, ຊຸດທີ XI, ຊຸດທີ XII ຈົນເຖິງປັດ ຈຸບັນ, ຄະນະກົມ ປະກອບມີ 3 ສະ ຫາຍຄື: ພົນຈັດຕະວາບຸນຍົງວົງພົມ ເປັນຫົວໜ້າກົມ, ພັນເອກ ສຸລິໄຊ ລິດທິເດດ ເປັນຮອງກົມແລະພັນໂທ ເຂິງຄໍາ ສຸມຸນທາ ເປັນຮອງກົມ. ສັງລວມແລ້ວ, ຂະແໜງຂົນສົ່ງ ນັບແຕ່ມື້ກຳເນີດ ແລະ ຜ່ານຂະ ບວນວິວັດແຫ່ງການເຄື່ອນໄຫວ ປະຕິບັດໜ້າທີ່ການເມືອງຕາມພາ ລະບົດບາດຂອງຕົນ, ວຽກງານ ຮັບປະກັນຂົນສົ່ງເວລາໃດກໍ່ໄດ້ຕິດ ພັນກັບທຸກໆໄລຍະຂອງພາລະກິດ ແລະ ໄຊຊະນະລວມຂອງການ ປະຕິວັດລາວ, ຊຶ່ງນາຍ ແລະ ພົນທະ ຫານ ພະນັກງານ, ນັກຮົບຂົນສົ່ງ ກໍ່ໄດ້ທຸ່ມເທເຫື່ອແຮງທຸກສະຕິປັນ ຍາ, ຕະຫລອດຮອດອຸທິດຊີວິດ ເລືອດເນື້ອເຫື່ອແຮງຂອງຕົນ ເພື່ອ ອຸດົມການຂອງພັກ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດກໍ່ຄືພາລະກິດປົກ ປັກຮັກສາ ແລະ ພັດທະນາປະເທດ ຊາດໃຫ້ໝັ້ນຄົງ ແລະ ວັດທະນະຖາ ວອນ ດ້ວຍຄວາມພິລະອາດຫານ, ທົນທານໜຽວແໜ້ນ, ຜ່ານບັນດາ ຄວາມຫຍຸ້ງຍາກອຸປະສັກນາໆປະ ການບໍ່ຈັກວ່າເທົ່າໃດ, ຜ່ານໄລຍະ ຕໍ່ຕ້ານ ແລະ ຕໍ່ສູ້ຕ້ານການຮຸກຮານ ຂອງລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລູກມືຂາຍຊາດ ເພື່ອພາລະກິດ ປົດປ່ອຍຊາດ, ບັນດາສະຫາຍນາຍ ແລະ ພົນທະຫານ, ພະນັກງານ, ນັກຮົບ ໃນເຫລົ່າຮົບຂົນສົ່ງກໍ່ໄດ້ ສ້າງຜົນງານ ແລະ ວິລະກຳຢ່າງ ໜ້າສັນລະເສີນຄື: ນັກຮົບວິລະຊົນ ແຫ່ງຊາດ 1 ສະຫາຍ, ນັກຮົບແຂ່ງ ຂັນ 4 ສະຫາຍ. ເນື່ອງໃນໂອກາດວັນສ້າງຕັ້ງ ເຫລົ່າຮົບຂົນສົ່ງກອງທັບປະຊາຊົນ ລາວ ທີ່ຈະໝູນວຽກມາບັນຈົບ ຄົບຮອບ 70 ປີ, ພົນຈັດຕະວາ ບຸນ ຍົງ ວົງພົມ ຕາງໜ້າໃຫ້ຄະນະພັກຄະນະບັນຊາທຸກຂັ້ນ, ກໍຄືທຸກຂະ ແໜງການເຫລົ່າຮົບຂົນສົ່ງ ໃນ ທົ່ວກອງທັບປະຊາຊົນລາວ, ຂໍ ກ່າວອວຍພອນໄຊອັນປະເສີດມາ ຍັງການນໍາພັກ-ລັດ, ການນໍາກະ ຊວງປ້ອງກັນປະເທດ ຈົ່ງມີສຸຂະ ພາບແຂງແຮງ, ມີພາລະນາໄມ ສົມບູນ, ເຮັດສໍາເລັດໜ້າທີ່ວຽກ ງານອັນມີກຽດສະຫງ່າອັນສູງສົ່ງ ຂອງບັນດາທ່ານ ແລະ ຈົ່ງສືບຕໍ່ ຊີ້ນໍາ-ນໍາພາທຸກໆເຫລົ່າຮົບໃນ ກໍາລັງປະກອບອາວຸດກອງທັບປະ ຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ, ທັນສະໄໝ ແລະ ກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ, ອວຍພອນໄຊອັນປະເສີດມາຍັງ ນາຍ ແລະ ພົນທະຫານ ໃນທົ່ວ ກອງທັບປະຊາຊົນລາວ, ຈົ່ງມີສຸ ຂະພາບແຂງແຮງ, ມີຄວາມສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ພ້ອມກັນເຮັດສໍາເລັດໜ້າທີ່ວຽກ ງານການເມືອງອັນສູງສົ່ງທີ່ການ ຈັດຕັ້ງພັກ-ລັດ, ກອງທັບ, ກໍ່ຄືປະ ຊາຊົນມອບໝາຍໃຫ້ມີຜົນສໍາເລັດ ຈົບງາມຕະຫລອດໄປ ແລະ ພ້ອມ ກັນອອກແຮງແຂ່ງຂັນສ້າງຜົນ ງານເພື່ອຂໍ່ານັບຮັບຕ້ອນກອງປະ ຊຸມ 3 ຂັ້ນຂອງພັກ ແລະ 3 ວັນ ປະຫວັດສາດຂອງຊາດ ໃຫ້ເຕັມ ໄປດ້ວຍບັນຍາກາດເບີກບານມ່ວນ ຊື່ນ, ສືບຕໍ່ຍູ້ແຮງຂະບວນການກໍ່ ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນໃນທຸກດ້ານ, ສ້າງ ກົມກອງໃຫ້ເປັນກອງປອດໃສ, ປອດໄພ, ປອດຄະດີ ແລະ ຂະບວນ ການກໍ່ສ້າງນັກຮົບ-ກອງວັດທະນະ ທໍາ ໃຫ້ເປັນຂະບວນການຕໍ່ເນື່ອງ. ຊົມເຊີຍວັນສ້າງຕັ້ງເຫລົ່າຮົບ ຂົນສົ່ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງສຸດໃຈ!. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==