glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນ xtgmf]k; 6 23/04/2025 glf4tdy f{la '7q , 8kfltgs]U p c0;'sq ;ra o vu d|bj ' lt4komuj mj v'mj P; muj wfh Ia [7;k,oy pq , ໂດຍ: ເກີດຂວັນໃຈ ມາລີຈັນສີ ຕÄ່ ຈາກສະບັບ ວັນÁີ xu 2 0 2 5 oU ]k;dP,lqj 'vvd\kd4qj ;]Powx8ts]kf8j k'xtgmfc]h ; ແນວໃດກໍດີ ເປັນຂ່າວດີສໍາລັບ ສປປ ລາວ ເມື່ອ ທ່ານ ບຸນຈັນ ກົມ ບຸນຍາສິດ ຫົວໜ້າກົມປູກຝັງ ກະ ຊວງກະສິກຳ ແລະ ປ່າໄມ້, ໄດ້ລາຍ ງານເມື່ອບໍ່ດົນມານີ້ວ່າ: ການປູກ ໝາກຖົ່ວລຽນໃນລາວພວມໄດ້ຮັບ ຄວາມນິຍົມຢ່າງກວ້າງຂວາງສືບ ເນື່ອງມາຈາກຄວາມຕ້ອງການ ຂອງຕະຫລາດພາຍໃນ ແລະ ຕ່າງ ປະເທດຍ້ອນຄວາມຕ້ອງການຂອງ ຕະຫລາດເພີ່ມຂຶ້ນ ແລະ ລາຄາຊື້ ຂາຍຂ້ອນຂ້າງສູງ. ດັ່ງທີ່ຮູ້ນໍາກັນ ສໍາລັບສົກປີ 2024-2025, ເຫັນ ວ່າຜູ້ປະກອບການທຸລະກິດປູກຖົ່ວ ລຽນຈໍານວນໜຶ່ງ ພວມກຽມສົ່ງ ອອກໝາກຖົ່ວລຽນ, ໝາກມີ້ ແລະ ຜົນຜະລິດພືດອື່ນໆໄປຕະຫລາດ ຕ່າງປະເທດໂດຍສະເພາະຈີນ ແລະ ຄາດວ່າເບື້ອງຕົ້ນຜູ້ປະກອບການ ລາວຈະສົ່ງອອກຫລາຍຮ້ອຍໂຕນ ສໍາລັບໝາກຖົ່ວລຽນ ແລະ ໝາກ ມີ້ລາວໄປສູ່ຕະຫລາດຈີນ. ປັດຈຸບັນນີ້ ມີຜູ້ປະກອບການ ແຈ້ງໃຫ້ຮູ້ວ່າ: ທົ່ວປະເທດມີເນື້ອທີ່ ປູກໝາກຖົ່ວລຽນປະມານ 5.000 ເຮັກຕາ, ມີ 1 ບໍລິສັດ ໃນນັ້ນບໍລິ ສັດຈີນມີ 12 ບໍລິສັດ ມີເນື້ອທີ່ທັງ ໝົດປະມານ 3.200 ເຮັກຕາ ກວມ 64,2 , ບໍລິສັດຫວຽດນາມ 2 ກັດກໍໄດ້ລາຍງານວ່າ: ຕົນເອງໃຊ້ ຊີວິດຢ່າງງຽບໆມາໄດ້ຫລາຍປີ ເພື່ອມຸ່ງໝັ້ນພັດທະນາ ເນື້ອທີ່ປູກຕົ້ນ ໄມ້ກິນໝາກ (ໝາກມີ້ ແລະ ໝາກ ຖົ່ວລຽນ) ປະມານ 300 ກວ່າເຮັກ ຕາ ຈົນເຕີບໃຫຍ່ ແລະ ເຖິງເວລາ ເກັບກ່ຽວຜົນໄລຍະທໍາອິດ ແລະ ກຽມຈະສົ່ງອອກໄປຕະຫລາດຈີນ ພາຍໃນປີ 2025 ນີ້. ບໍລິສັດ, ມີເນື້ອທີ່ປະມານ 1.250 ເຮັກຕາ ກວມ 25,11 , ບໍລິສັດ ຂອງຄົນລາວ 4 ບໍລິສັດ, ມີເນື້ອທີ່ 416 ເຮັກຕາ ກວມ ,36 ແລະ ຂອງປະຊາຊົນລາວທົ່ວໄປປະມານ 112 ເຮັກຕາ ກວມ 2,25 . ທ່ານ ກິມຫງ້ຽນ ພົງສະຫວັດ ເຈົ້າຂອງບໍລິສັດ ກິມຫງ້ຽນ ພັດທະ ນາກະສິກຳ ຂາເຂົ້າ-ຂາອອກ ເຈົ້າ ຂອງສວນຖົ່ວລຽນ ບ້ານຫລັກ 24 ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ເປີດເຜີຍວ່າ: ບໍລິສັດຂອງຕົນ ໄດ້ທົດລອງນໍາເອົາຕົ້ນຖົ່ວລຽນ ພັນໝອນທອງ 300 ຕົ້ນມາປູກ ໃນເນື້ອທີ່ 15 ເຮັກຕາ ເຊິ່ງຕົ້ນຖົ່ວ ລຽນສາມາດມີອາຍຸໃຫ້ໝາກ 4 ປີຂຶ້ນໄປ, ໃຫ້ຜົນຜະລິດ ສະເລ່ຍ 200-300 ກິໂລຕໍ່ຕົ້ນຕໍ່ປີ ຄິດເປັນ ຈຳນວນເງິນປະມານ 15 ລ້ານກີບ ຂຶ້ນໄປ; ບາງຕົ້ນໃຫ້ໝາກມີນ້ຳໜັກ ເຖິງ ກິໂລຕໍ່ໜ່ວຍ. ປີ 2024 ຜ່ານມາເກັບຜົນຜະລິດໄດ້ທັງໝົດ ສະເລ່ຍ 40 ກວ່າໂຕນ, ປັດຈຸບັນ ໝາກຖົ່ວລຽນຍັງບໍ່ພຽງພໍຕໍ່ຄວາມ ຕ້ອງການຂອງຕະຫລາດ. ດັ່ງນັ້ນ ບໍລິສັດ ກຳລັງຂະຫຍາຍເນື້ອທີ່ປູກ ຕື່ມອີກ 200 ກວ່າເຮັກຕາ ແລະ ໄດ້ ນໍາເອົາແນວພັນ ໝອນທອງ, ກ້ານ ຍາວ, ມູນຊັງຄິງ ແລະ ໜາມດຳ ຈຳນວນ 30.000 ຕົ້ນ ມາປູກຕື່ມ ເພື່ອຕອບສະໜອງຕະຫລາດພາຍ ໃນ ແລະ ກຽມສົ່ງອອກຕະຫລາດ ຕ່າງປະເທດ ເປັນຕົ້ນແມ່ນ ສປ ຈີນ. ທ່ານ ກິມຫງ້ຽນ ກ່າວຕື່ມອີກ ວ່າ: ພື້ນທີ່ເມືອງປາກເຊ, ປາກ ຊ່ອງ ແຂວງຈຳປາສັກ, ສາລະວັນ ແລະ ແຂວງອັດຕະປື ແມ່ນເຂດທີ່ ອຸດົມສົມບູນເໝາະສົມແກ່ການປູກ ຝັງ ເປັນຕົ້ນແມ່ນປູກຕົ້ນຖົ່ວລຽນ ເປັນພືດໃຫ້ຜົນຕອບແທນສູງ ແລະ ຍາວນານ ອາຍຸການຕົ້ນຖົ່ວລຽນ ສະເລ່ຍ 70- 0 ປີ. ແນວໃດກໍຕາມ ດ້ວຍການຊີ້ນຳຂອງ ພັກ-ລັດ ເປັນ ຕົ້ນແມ່ນກະສິກຳເມືອງ ທີ່ໃຫ້ຄຳ ແນະນຳໃຫ້ການສົ່ງເສີມ ເຕັກນິກ ການປູກ, ການບົວລະບັດຮັກສາ ໃຫ້ໄດ້ຮັບຜົນຜະລິດສູງ. ນອກນັ້ນ ບໍລິສັດ ຍັງໃຫ້ຄຳປຶກສາສົ່ງເສີມປະ ຊາຊົນທີ່ສົນໃຈຢາກປູກຕົ້ນໝາກ ຖົ່ວລຽນ ເຊັ່ນ: ພັນໝອນທອງ, ກ້ານ ຍາວ, ມູນຊັງຄິງ ແລະ ໜາມດຳ ທາງບໍລິສັດມີແນວພັນສະໜອງ ໃຫ້ ພ້ອມທັງໃຫ້ຄຳປຶກສາແລກ ປ່ຽນບົດຮຽນແກ່ຜູ້ທີ່ສົນໃຈ. ພ້ອມດຽວກັນນີ້, ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ນັກທຸລະກິດ ຍິງ, ຜູ້ອໍານວຍການ ບໍລິສັດ ບໍລິຄໍາ ໄຊ ພັດທະນາ ສົ່ງເສີມກະສິກໍາ ຈໍາ ¡່ານຕÄ່ ສະບັບໜ້າ * ແຂວງຫົວພັນ ເປັນແຂວງທີ່ ມີຊື່ສຽງ ທາງດ້ານປະຫວັດສາດ ຂອງການປະຕິວັດລາວ ຕັ້ງຢູ່ທາງ ຕາເວັນອອກສ່ຽງເໜືອຂອງລາວ, ມີຊາຍແດນຕິດກັບປະເທດຫວຽດ ນາມ, ແຂວງຫລວງພະບາງ ແລະ ຊຽງຂວາງ, ປະກອບມີຫລາຍຊົນ ເຜົ່າ, ມີສິລະປະທ້ອງຖິ່ນອັນເປັນເອ ກະລັກ ກໍຄືການທ່ອງກອນ, ການ ຂັບລຳຊຳເໜືອຊຳໃຕ້ ແລະ ທັງ ເປັນແຂວງທີ່ລືຊື່ດ້ານອາຫານພື້ນ ເມືອງ ເປັນຕົ້ນແມ່ນ ແຈ່ວປາບ້ຳ, ກັບຕາດສະເຫລີ້ຍ ເຊິ່ງເປັນອີກ ໜຶ່ງສະຖານທີ່ທ່ອງທ່ຽວ ທີ່ບໍ່ຄວນ ພາດ ເມື່ອທ່ານມີໂອກາດເດີນທາງ ໄປເມືອງຊຳເໜືອ ແຂວງຫົວພັນ. ເມື່ອເວົ້າເຖິງຕາດສະເຫລີ້ຍແລ້ວ ກໍເປັນອີກຕາດໜຶ່ງທີ່ສວຍສົດງົດ ງາມ, ອາກາດເຢັນສະບາຍດ້ວຍ ຕົ້ນໄມ້ໃບຫຍ້ານາໆຊະນິດອ້ອມ ຮອບບໍລິເວນຕາດເຮັດໃຫ້ມີບັນ ຍາກາດທີ່ສົດຊື່ນແຈ່ນໃສຈົນລືມ ຄວາມອິດເມ່ືອຍກໍວ່າໄດ້. ຕາດສະເຫລີ້ຍ ຕັ້ງຢູ່ລະຫວ່າງ ທາງຜ່ານບ້ານສະເຫລີ້ຍແລະ ບ້ານ ໂພນໄຊ ຕາມເສັ້ນທາງເລກທີ 6 (ຊຳເໜືອ ຫາ ຊຽງຂວາງ); ຕາດ ດັ່ງກ່າວ ຕັ້ງຫ່າງຈາກເທສະບານ ແຂວງຫົວພັນ ປະມານ 36 ກິໂລ ແມັດ ຊຶ່ງລັກສະນະຂອງຕາດແມ່ນ ເປັນເນີນໆບໍ່ສູງປານໃດ, ມີຄວາມ ຍາວ ປະມານ 100 ແມັດ, ກວ້າງ ປະມານ 10 ແມັດ, ມີພັກນໍ້າໄຫລ ຫລາຍຈຸດ ແລະ ສາມາດລົງຫລີ້ນ ໄດ້. ຕາດສະເຫລີ້ຍເປັນແຫລ່ງ ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມ ຕາດສະເຫລີ້ຍແມ່ນຢູ່ໃກ້ແຄມ ທາງໃຫຍ່, ເຮັດໃຫ້ແຂກຄົນທີ່ເດີນ ທາງຜ່ານເສັ້ນທາງດັ່ງກ່າວ ອົດໃຈ ບໍ່ໄດ້ທີ່ຈະມາແວ່, ລົງຫລີ້ນນ້ຳ, ນັ່ງພັກຜ່ອນຢ່ອນອາລົມຊົມທຳມະ ຊາດ ແລະ ຢູ່ບໍລິເວນຕາດຍັງມີ ສິ່ງອຳນວຍຄວາມສະດວກຕ່າງໆ ບໍ່ວ່າຈະເປັນຮ້ານອາຫານ, ຫ້ອງ ນ້ຳ, ສະຖານທີ່ຈອດລົດ, ມີຂົວອູ່ ໄວ້ຍ່າງເລາະໄປ-ມາ, ແຕ່ຕີນຕາດ ຫາຫົວຕາດ ແລະ ອື່ນໆ ໄວ້ຄອຍ ບໍລິການແຂກຄົນທີ່ມາຢ້ຽມຢາມ. ໃນລະດູຝົນຕາດແຫ່ງນີ້ນ້ຳທີ່ໄຫລ ລົງມາຈະຂຸ້ນ, ແຕ່ໃນລະດູແລ້ງ ນ້ຳ ໃສດີ. ສຳລັບເສັ້ນທາງໄປຫາຕາດ ນັ້ນແມ່ນໄປໄດ້ສະດວກສະບາຍ ສາມາດເດີນທາງມາທ່ອງທ່ຽວໄດ້ ຕະຫລອດປີ. ແນວໃດກໍດີທ່ານໃດມີໂອກາດ ໄປເມືອງຊຳເໜືອ ແຂວງຫົວພັນ ກໍ ສາມາດລອງໄປສຳພັດກັບທຳ ມະ ຊາດທີ່ງົດງາມ, ບັນຍາກາດທີ່ເຢັນ ສົດຊື່ນຫາອັນປຽບໄດ້ຍາກທີ່ຕາດ ເຫລີ້ຍ ແຫ່ງນີ້. ແກງໜໍ່ລັນ, ແກງໜໍ່ຂົມ ແລະ ໜັງ ແຊ່ເພຍ. ພ້ອມກັນນັ້ນແຂວງຫົວພັນ ຍັງມີສະຖານທີ່ທ່ອງທ່ຽວຫລາຍ ແຫ່ງທີ່ໜ້າສົນໃຈ ເຊັ່ນ: ວັດອົງຕື້ ສີບຸນເຮືອງໄຊຍະßາມ, ພູຜາຖີ່, ພູ ຈອມກຸບ ແລະ ຕາດສະເຫລີີ້ຍ, ຖ້ຳ ທ່ານຜູ້ນຳ, ຕາດຜາຫວ່າງ, ຖ້ຳຜາ ໜ່າງ ແລະ ສະ ຖານທີ່ທ່ອງທ່ຽວ ອື່ນໆ. ເມື່ອເວົ້າເຖິງສະຖານທີ່ ທ່ອງທ່ຽວທາງດ້ານທຳມະຊາດ ແລ້ວ ຜູ້ຂຽນຈະພາທ່ານມາຮູ້ຈັກ ຫລາຍຈາກນັກທ່ອງທ່ຽວໃນແຂວງ, ຕ່າງແຂວງ ແລະ ນັກທ່ອງທ່ຽວ ຕ່າງປະເທດ ເນື່ອງຈາກວ່າເປັນ ຕາດທີ່ມີຄວາມສວຍງາມ ຈາກທຳ ມະຊາດສ້າງຂຶ້ນ, ມີສາຍນ້ຳໄຫລ ລົງມາຕາມພະລານຫີນນ້ອຍໃຫຍ່ ເຮັດໃຫ້ນ້ຳໃສເຢັນດີເໝາະສຳລັບ ພາລູກຫລານໄປຫລີ້ນ, ພາຄອບ ຄົວ, ພີ່ນ້ອງ, ໝູ່ເພື່ອນໄປທ່ຽວໃນ ມື້ພັກລັດຖະການ ເສົາ-ທິດ ຫລື ວັນ ສຳຄັນຕ່າງໆ. ພ້ອມນັ້ນຢູ່ໃນບໍລິ ເວນຕາດມີຄວາມຮົ່ມເຢັນດ້ວຍຕົ້ນ ໄມ້ໃຫຍ່-ນ້ອຍນາໆຊະນິດທີ່ຂຽວ ງາມອຸ່ມທຸ່ມ ບວກໃສ່ສຽງນ້ຳໄຫລ ກະທົບໃສ່ພະລານຫີນໃຫຍ່-ນ້ອຍ ¾ັງແລ້ວເປັນຕາສະອອນ ທີ່ສຳຄັນ
RkJQdWJsaXNoZXIy MTc3MTYxMQ==