xtgmf]k; 3 23/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເກີດຂວັນໃຈ ມາລີຈັນສີ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ບົດສະເໜີ ໂດຍ: ຢ່າຕົ່ງ |j ;pra dlt4kom6 f]k; muj lx 9u o gxu fdv'xt-5 ,.spj 7A 'mu III dkorq ;ra omk'dkog,n v' ]k;{s;Pfok, ໂດຍ: ເຂົ້າຈານນ້ຳ 7;k,Ia [zy f-v[ .odko9a f8A 'xt8y [a f ,t8y ;j kfh ;p dkolh k'glf4tdy f gvdt]kf gxa og9Q k8q ogv'.ow]pt.\j * ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດລາວ ປະ ຈໍາ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 19 ເມສາ 2025 ແລະ ດໍາເນີນໄປເປັນ ເວລາ ໜຶ່ງຕອນ, ໂດຍການເປັນ ປະທານຂອງ ສະຫາຍ ສົມພອນ ສີຈະເລີນ ເລຂາໜ່ວຍພັກ, ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ມີບັນດາສະຫາຍຄະນະ ໜ່ວຍພັກ, ສະມາຊິກພັກກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ໄດ້ສັງເກດ ແລະ ຕີລາຄາຄືນ ກ່ຽວກັບໝາກ ຜົນຂອງການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການ ຕ່າງປະເທດ, ກອງປະຊຸມວຽກ ງານການຕ່າງປະເທດ ຄັ້ງທີ 14 ພາຍໃຕ້ຄໍາຂວັນ: ການທູດປ້ອງກັນ ເຫດ ແລະ ບຸກທະລຸ ເພື່ອປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ, ເວົ້າລວມ ແລະ ເວົ້າສະ ເພາະ ກໍແມ່ນການຈັດຕັ້ງຜັນຂະ ຫຍາຍບັນດາເນື້ອໃນຈິດໃຈ ຂອງ * ສາຍພົວພັນຫວຽດນາມລາວ, ລາວ-ຫວຽດນາມ ແມ່ນໄດ້ ມີມາແຕ່ດົນນາມ ເຊິ່ງໄດ້ຮັບການ ສ້າງຂຶ້ນໂດຍປະທານໂຮ່ຈີ່ມິງຜູ້ຍິ່ງ ໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບ ຮັກໄດ້ວາງຮາກຖານ. ນອກນີ້, ມີ ບັນດາຮຸ່ນການນຳສອງພັກ-ສອງ ລັດ ແລະ ປະຊາຊົນສອງຊາດເພີ່ມ ພູນຄູນສ້າງໄດ້ກາຍເປັນເອກະລັກ ແຫ່ງຄວາມສາມັກຄີອັນສູງສົ່ງ ເຊິ່ງເປັນຊັບສົມບັດລວມອັນລ້ຳ ຄ່າຂອງປະຊາຊົນສອງຊາດ, ເປັນ ພາວະວິໄສ, ກົດເກນປະຫວັດສາດ ແລະ ແຫລ່ງກຳລັງແຮງມະຫາ ສານຂອງສອງປະເທດ, ເປັນພື້ນ ຖານໃຫ້ແຕ່ລະປະເທດເສີມຂະ ຫຍາຍ ແລະ ຖ່າຍທອດໃຫ້ຄົນຮຸ່ນ ໃໝ່. ແນວໃດກໍ່ຕາມ ມື້ນີ້ ຂໍພາ ທ່ານຜູ້ອ່ານໄປຮູ້ກ່ຽວກັບການພົວ ທາງການເມືອງລະຫວ່າງ ລາວ- ຫວຽດນາມ ຈາກການໃຫ້ສຳພາດ ຂອງ ທ່ານ ຫງວຽນ ມິງເຕີມ ເອກ ອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ. ຕາມການໃຫ້ຮູ້ຂອງ ທ່ານ ຫງວຽນມິງ ເຕີມ ເອກອັກຄະລັດຖະ ທູດ ສສ ຫວຽດນາມ ປະຈຳ ສປປ ລາວ ວ່າ: ການພົວພັນທາງດ້ານ ການເມືອງ ສືບຕໍ່ໄດ້ຮັບການເສີມ ຂະຫຍາຍ ແລະ ນັບມື້ກ້າວເຂົ້າສູ່ ລວງເລິກ, ໃກ້ຊິດ ແລະ ໄວ້ວາງໃຈ, ເປັນແກ່ນນຳ, ເປັນທິດນຳກວມ ລວມໃນການພົວພັນລະຫວ່າງ 2 ປະເທດ. ສອງຝ່າຍຍາມໃດກໍ່ຢືນ ຢັນສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດ ນາມ-ລາວ ແມ່ນຊັບສົມບັດລວມ ອັນລ້ຳຄ່າຂອງສອງພັກແລະປະຊາ ຊົນສອງຊາດ, ແມ່ນພາວະວິໄສ, ກົດເກນປະຫວັດສາດ ແລະ ເປັນ ແຫລ່ງກຳລັງອັນໃຫຍ່ຫລວງຂອງ ສອງປະເທດ, ຈຳຕ້ອງໄດ້ຮັບການ ປົກປັກຮັກສາ, ເສີມຂະຫຍາຍ ແລະ ຖ່າຍທອດໃຫ້ຄົນຮຸ່ນຫລັງ. ສອງ ຝ່າຍໄດ້ດຳເນີນບັນດາກົນໄກຮ່ວມ ມືທີ່ມີຢູ່ແລ້ວ, ພ້ອມກັນນັ້ນ ຕິດຕາມ ກວດກາ, ດັດແກ້ບັນດາກົນໄກຮ່ວມ ມື ແລະ ຜັນຂະຫຍາຍບັນດາກົນໄກ ຮ່ວມມືໃໝ່; ສຸມໃສ່ແລກປ່ຽນການ ຮ່ວມມືບັນຫາຍຸດທະສາດ, ແນວ ທາງ; ນະໂຍບາຍກ່ຽວກັບຄວາມ ໝັ້ນຄົງ ແລະ ການພັດທະນາຂອງ ແຕ່ລະປະເທດ. ສອງຝ່າຍໄດ້ຈັດຕັ້ງ ກອງປະຊຸມ ຄັ້ງທີ II ຂອງໜ່ວຍພັກ ສະຖານທູດ ເຊິ່ງໃນຊຸມປີຜ່ານມາ ໜ່ວຍພັກສະຖານທູດ ໄດ້ເດັດດ່ຽວ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການ, ດ້ວຍ ມານະຈິດປະຕິວັດ, ໜ່ວຍພັກໄດ້ສຸມ ໃສ່ ໃນການນຳພາ-ຊີ້ນຳວຽກງານ ຮອບດ້ານຂອງສະຖານທູດ, ນຳພາ ສະມາຊິກພັກ ແລະ ພະນັກງານ ປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະທີ່ການຈັດຕັ້ງຂັ້ນ ເທິງມອບໝາຍໃຫ້ດ້ວຍຄວາມຫ້າວ ຫັນ, ມີຄວາມຮັບຜິດຊອບສູງ ເຮັດ ໃຫ້ໜ່ວຍພັກຍາດໄດ້ຜົນສໍາເລັດທີ່ ໜ້າເພິ່ງພໍໃຈໃນຫລາຍດ້ານ, ອັນ ພົ້ນເດັ່ນ ແມ່ນສາມາດກໍ່ສ້າງໜ່ວຍ ພັກໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ 6 ສະໄໝລຽນ ຕິດ ເຊິ່ງເປັນການປະກອບສ່ວນ ເຂົ້າໃນພາລະກິດລວມ ຂອງພັກ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດກ້າວຂຶ້ນເປັນສັງຄົມນິຍົມ ເທື່ອລະກ້າວ. ກອງປະຊຸມໄດ້ສັງ ເກດຕີລາຄາດ້ານດີ, ດ້ານອ່ອນ ແລະ ບັນດາສາເຫດ ຂອງແຕ່ລະ ດ້ານ ເພື່ອຖອດຖອນບົດຮຽນ ແລະ ເປັນບ່ອນອີງໃຫ້ແກ່ການສ້າງແຜນ ຍຸດທະສາດ ຂອງໜ່ວຍພັກ. ສໍາລັບ ຊຸມປີຕໍ່ໜ້າປີ 2025-2030 ໂດຍ ສຸມໃສ່ສູ້ຊົນຈັດຕັ້ງຜັນຂະຫຍາຍ ຜົນສຳເລັດ ຂອງກອງປະຊຸມໃຫຍ່ ໃຫ້ປະກົດຜົນເປັນຈິງ, ສືບຕໍ່ກໍ່ສ້າງ ແລະ ຮັກສານາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນ ຊຸມປີຕໍ່ໄປ. ການເຄື່ອນໄຫວວຽກງານການ ຕ່າງປະເທດເປັນຢ່າງດີລະຫວ່າງ ການນຳຂັ້ນສູງຂອງສອງພັກ ແລະ ສອງລັດ. ປະກອບສ່ວນຮັດແໜ້ນ ການພົວພັນສາມັກຄີແບບພິເສດ ໃຫ້ເລິກເຊິ່ງ; ເຊັນບົດບັນທຶກສັນຍາ ຮ່ວມມືໃນຫລາຍຂົງເຂດສຳຄັນ ລະຫວ່າງສອງພັກ ສອງປະເທດ, ສ້າງເງື່ອນໄຂທາງດ້ານກົດໝາຍ ແລະ ມີຂໍ້ກຳນົດລະບຽບການໃໝ່ ທີ່ແທດເຖິງອຳນວຍແກ່ການພັດ ທະນາ. ໃນການຢ້ຽມຢາມ ແລະ ເຮັດ ວຽກຜ່ານມາ, ສອງຝ່າຍໄດ້ມີການ ແລກປ່ຽນຢ່າງຈິງໃຈ ແລະ ແທດ ເຖິງ, ກຳນົດທິດໃນການພົວພັນ ລະຫວ່າງສອງພັກ ສອງລັດ ສອງ ປະເທດພັດທະນາຢ່າງໝັ້ນຄົງ, ໜັກແໜ້ນ ແລະ ມີປະສິດທິຜົນໃນຕໍ່ ໜ້າ. ນອກຈາກນັ້ນ, ການນຳຫລັກ ແຫລ່ງຂອງສອງປະເທດໄດ້ພົບປະ ແລກປ່ຽນຢ່າງເປັນປະຈຳໃນໂອ ກາດເຂົ້າຮ່ວມເວທີປາໄສຫລາຍ ຝ່າຍ. ດັ່ງທີ່ພວກເຮົາຮູ້ນຳກັນ, ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ, ບັນດາການນຳຫລັກແຫລ່ງ ຂອງສອງປະເທດໄດ້ເອົາໃຈໃສ່ ຊີ້ນຳເປັນປະຈຳ, ເພີ່ມທະວີຄວາມ ໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນການຮ່ວມມືໃນ ທຸກຂົງເຂດ. ໃນໄລຍະຜ່ານມາ, ບັນດາຄະນະພັກ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະ ຫາຊົນ, ທ້ອງຖິ່ນໄດ້ຜັນຂະຫຍາຍ ບັນດາມະຕິຂອງສູນກາງພັກ ແລະ ສັນຍາຮ່ວມມືລະຫວ່າງສອງລັດ ຖະບານ; ບັນດາເນື້ອໃນທີ່ໄດ້ຮັບ ຮອງເຫັນດີເປັນເອກະພາບທີ່ກອງ ປະຊຸມຄັ້ງທີ 46; 47 ຂອງຄະນະ ກຳມະທິການຮ່ວມມືລະຫວ່າງ ລັດຖະບານຫວຽດນາມ-ລາວ; ບັນ ດາໂຄງການຮ່ວມມືລະຫວ່າງບັນ ດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ. ສອງຝ່າຍສືບຕໍ່ເພີ່ມທະວີການ ແລກປ່ຽນທິດສະດີ, ແລກປ່ຽນຂໍ້ ມູນຂ່າວສານ, ແລກປ່ຽນປະສົບ ການໃນການກໍ່ສ້າງພັກ, ກໍ່ສ້າງ ລະບົບການເມືອງ, ສ້າງກົດໝາຍ ແລະ ປະຕິບັດກົດໝາຍ, ພັດທະນາ ເສດຖະກິດ-ສັງຄົມ, ຮັບປະກັນສະ ຖຽນລະພາບເສດຖະກິດມະຫາ ພາກ, ກໍ່ສ້າງພື້ນຖານເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ, ປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ເປີດກວ້າງການພົວພັນຕ່າງປະ ເທດ, ເຊື່ອມໂຍງເຂົ້າກັບສາກົນ. ໄດ້ເພີ່ມທະວີວຽກງານໂຄສະນາ ອົບຮົມ ສຶກສາມູນເຊື້ອປະຫວັດ ສາດສາຍພົວພັນແບບພິເສດຫວຽດ ນາມ - ລາວ ແລະ ບັນດາຜົນງານ ດີເດັ່ນຂອງແຕ່ລະປະເທດ; ສົມທົບ ກັນກໍ່ສ້າງ ແລະ ບູລະນະປະຕິສັງ ຂອນບັນດາຮ່ອງຮອຍປະຫວັດ ສາດແຫ່ງການພົວພັນຫວຽດນາມ- ລາວ ຢູ່ແຕ່ລະປະເທດ, ໃນນັ້ນ ມີ ການກໍ່ສ້າງສວນສາທາລະນະມິດ ຕະພາບ ລາວ-ຫວຽດນາມ ຢູ່ນະ ຄອນຫລວງວຽງຈັນ. ເນື່ອງໃນ ໂອກາດວັນສ້າງຕັ້ງຂອງແຕ່ລະ ພັກ, ວັນບຸນໃຫຍ່ ແລະ ເຫດການ ສຳຄັນຂອງສອງປະເທດ, ການ ນຳຂັ້ນສູງ ແລະ ການນຳບັນດາ ກະຊວງ, ຂະແໜງການ, ໄດ້ສົ່ງ ສານອວຍພອນເຊິ່ງກັນ ແລະ ກັນ, ສະແດງໃຫ້ເຫັນຄວາມສະໜິດສະ ໜົມ ແລະ ຄວາມສາມັກຄີແບບ ພິເສດລະຫວ່າງການນຳສອງປະ ເທດ. ສອງຝ່າຍໄດ້ສົມທົບກັນມອບ ຫລຽນໄຊ, ຫລຽນກາໃຫ້ບັນດາກົມ ກອງ ແລະ ບຸກຄົນທີ່ມີຜົນງານດີ ເດັ່ນ, ປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນຮ່ວມມືແບບ ພິເສດຫວຽດນາມ - ລາວ, ລາວ- ຫວຽດນາມ ຕະຫລອດມາ. * ພາຍຫລັງໄດ້ມີ ມະຕິວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ (ສອຈ) ອອກມາ ລັດຖະບານກໍ່ໄດ້ ມີການອອກມະຕິ ການແບ່ງຄວາມ ຮັບຜິບຊອບໃຫ້ແຕ່ລະກະຊວງ, ອົງ ການຕ່າງໆ ຈັດຕັ້ງປະຕິບັດ. ຂະນະ ທີ່ມາຮອດປັດຈຸບັນຫລາຍກະຊວງ, ອົງການ ແລະ ຫລາຍທ້ອງຖິ່ນ ກໍ່ໄດ້ນຳເອົາມະຕິດັ່ງກ່າວ ມາຈັດ ຕັ້ງເຊື່ອມຊຶມ ເພື່ອໃຫ້ພະນັກງານມີ ຄວາມເຂົ້າໃຈຢ່າງເລິກເຊິ່ງ. ແນວໃດກໍ່ດີ ໜຶ່ງໃນຫລາຍກະ ຊວງທີ່ຖືກມອບໝາຍນັ້ນ, ລັດຖະ ບານໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນເປັນໃຈກາງສົມ ທົບກັບພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງ ປະຕິບັດ. ໃນນັ້ນ, ດັດສົມເສດຖະ ກິດມະຫາພາກ ໃຫ້ມີຄວາມສົມດຸນ ຫລາຍຂຶ້ນ; ຄົ້ນຄວ້າ ແລະ ຈັດສັນ ແຫລ່ງທຶນຕ່າງໆ ເຮັດໃຫ້ເສດຖະ ກິດມີການເຕີບໂຕ ທີ່ມີຄຸນນະພາບ ແລະ ການພັດທະນາມີຄວາມສົມ ດູນ ແລະ ຍືນຍົງ; ປັບໂຄງສ້າງການ ລົງທຶນຄືນໃໝ່, ຍົກສູງປະສິດທິ ຜົນການລົງທຶນຂອງລັດ, ສຸມງົບ ປະມານເຂົ້າໃນບັນດາໂຄງການຈຸດ ສຸມ ເພື່ອແກ້ໄຂບັນຫາການພັດທະ ນາຂອງຊາດ, ເຂດແຄວ້ນ ແລະ ທ້ອງຖິ່ນ, ໃນນັ້ນ ໃຫ້ບຸລິມະສິດ ການລົງທຶນພັດທະນາພື້ນຖານ ໂຄງລ່າງຄົມມະນາຄົມ, ການສຶກ ສາ, ສາທາລະນະສຸກ ສໍາລັບເຂດ ຊົນນະບົດ, ຫ່າງໄກສອກຫລີກ ເພື່ອຮັບປະກັນການເຊື່ອມຕໍ່ຢ່າງ ເປັນລະບົບ ລະຫວ່າງຊົນນະບົດ ກັບຕົວເມືອງ, ເຂດພູດອຍ ກັບເຂດ ທົ່ງພຽງ; ສືບຕໍ່ສຸມໃສ່ປັບປຸງ ແລະ ແກ້ໄຂຄວາມຫຍຸ້ງຍາກໃນການດໍາ ເນີນທຸລະກິດ ແລະ ການລົງທຶນ ເພື່ອສ້າງເງື່ອນໄຂສະດວກ ໃຫ້ ແກ່ການດຶງດູດການລົງທຶນ ຂອງ ພາກເອກະຊົນ ແລະ ການລົງທຶນ ໂດຍກົງຈາກຕ່າງປະເທດ; ຊຸກຍູ້, ຕິດຕາມ ແລະ ຍູ້ແຮງການປະຕິບັດ ບັນດາໂຄງການ ທີ່ຊຸກຍູ້ການຈະ ເລີນເຕີບໂຕດ້ານເສດຖະກິດ ເປັນ ຕົ້ນໂຄງການກໍ່ສ້າງທາງດ່ວນ, ໂຄງການລົງທຶນເຂດເສດຖະກິດ ພິເສດ, ເຂດພັດທະນາໃໝ່, ໂຄງ ການພະລັງງານ ແລະ ອື່ນໆ; ປັບ ປຸງການພັດທະນາ, ປະຕິຮູບເສດ ຖະກິດ ໂດຍຫັນເປັນຫລາຍຮູບ ຫລາຍແບບ ບັນດາຂະແໜງການ ຜະລິດ ແລະ ປຸງແຕ່ງ; ເພີ່ມທະວີ ການລະດົມ, ຊຸກຍູ້ຕິດຕາມ ແລະ ຄຸ້ມຄອງບັນດາໂຄງການທີ່ນໍາໃຊ້ ທຶນຊ່ວຍເຫລືອທາງການ ເພື່ອ ການພັດທະນາ (ODA) ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ. ຂະນະທີ່ຕ້ອງສ້າງສະພາບແວດ ລ້ອມການລົງທຶນ, ການດໍາເນີນທຸ ລະກິດຢ່າງສະດວກ, ວ່ອງໄວ, ໂປ່ງ ໃສ ແລະ ຍຸຕິທຳ, ສົ່ງເສີມການແຂ່ງ ຂັນ, ການລົງທຶນ FDI ດ້ວຍມາດຕະ ການບຸລິມະສິດທີ່ແຂງແຮງ. ສືບຕໍ່ ດຶງດູດເອົາການລົງທຶນຢ່າງມີຈຸດ ສຸມ ເພື່ອສ້າງໃຫ້ເກີດມີຖານການຜະ ລິດ, ການປຸງແຕ່ງ ໂດຍສະເພາະ ແມ່ນໂຄງການຜະລິດ ເພື່ອການສົ່ງ ອອກໃນຂະແໜງການທີ່ມີທ່າແຮງ.
RkJQdWJsaXNoZXIy MTc3MTYxMQ==