glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນ ,q oltg|j 0v'8kfd;k'-u xtgmf]k; 6 21/04/2025 glf4tdy f{la '7q , dq f\kp;j kfh ;p-k;|5 j ,]k; ອີງຕາມກົດໝາຍວ່າດ້ວຍ ຊາວໜຸ່ມເລກທີ 86/ສພຊ ນະຄອນ ຫລວງວຽງຈັນ, ວັນທີ 10 ພະຈິກ 2020 ໂດຍຈຸດປະສົງຂອງກົດ ໝາຍສະບັບນີ້ ແມ່ນກຳນົດຫລັກ ການ, ລະບຽບການ, ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນ ໄຫວ, ການຄຸ້ມຄອງ, ການຕິດ ຕາມ, ກວດກາ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວໜຸ່ມບັນດາເຜົ່າ ເພື່ອເຕົ້າໂຮມຊາວໜຸ່ມລາວເຂົ້າ ການຈັດຕັ້ງ, ສຶກສາອົບຮົມໃຫ້ມີ ຄຸນສົມບັດ, ມີຈາລິຍະທຳ, ມີຄ່າ ນິຍົມທີ່ຖືກຕ້ອງ ແລະ ມີລະບຽບ ວິໄນ ກາຍເປັນກຳລັງແຮງ, ເປັນຜູ້ ສືບທອດພາລະກິດຂອງຊາດ ແນ ໃສ່ສ້າງຄວາມສາມັກຄີ, ຍົກສູງນ້ຳ ໃຈຮັກຊາດ, ມີຄວາມຕື່ນຕົວຫ້າວ ຫັນຂອງຊາວໜຸ່ມ ປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນມາດຕາ 4 ນະໂຍບາຍຂອງ ລັດກ່ຽວກັບຊາວໜຸ່ມ. ລັດວາງ ນະໂຍບາຍ ແລະ ກົນໄກກ່ຽວກັບ ການຄຸ້ມຄອງ, ການພັດທະນາ, ປົກປ້ອງສິດ ແລະ ຜົນປະໂຫຍດ ຊອບທຳຂອງຊາວໜຸ່ມລາວ. ລັດ ສ້າງໂຄງລ່າງພື້ນຖານ, ສະໜອງ ງົບປະມານ, ວັດຖຸອຸປະກອນ, ເຕັກ ນິກທີ່ຈຳເປັນໃຫ້ຊາວໜຸ່ມລາວ ໄດ້ ຍົກລະດັບຄວາມຮູ້, ຄວາມສາ ມາດ, ຄວາມສຳນານງານ ແລະ ໄດ້ເຄື່ອນໄຫວກິດຈະກຳທີ່ຖືກຕ້ອງ ຕາມກົດໝາຍ. ລັດໄດ້ຊຸກຍູ້ສົ່ງເສີມຊາວໜຸ່ມ ລາວ ໃຫ້ໄດ້ຮັບການສຶກສາ, ຝຶກ ອົບຮົມ, ມີວຽກເຮັດງານທຳ, ໄດ້ຮັບ ຂໍ້ມູນຂ່າວສານ, ເຂົ້າເຖິງການບໍລິ ການທີ່ຖືກຕ້ອງຕາມກົດໝາຍ. ລັດ ຊຸກຍູ້ບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງເຂົ້າຮ່ວມແລະປະກອບສ່ວນ ໃນການປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວໜຸ່ມ. ມາດຕາ 5 ຫລັກການກ່ຽວ ກັບການເຄື່ອນໄຫວຂອງຊາວໜຸ່ມ ລາວ. ຊາວໜຸ່ມລາວໃຫ້ເຄື່ອນໄຫວ ຕາມຫລັກການດັ່ງນີ້: 1. ສອດຄ່ອງ ກັບແນວທາງນະໂຍບາຍ, ລັດຖະ ທຳມະນູນ, ກົດໝາຍ ແລະ ວັດທະ ນະທຳຮີດຄອງປະເພດນີອັນດີງາມ ຂອງຊາດ, ຂອງເຜົ່າ; 2. ສອດ ຄ່ອງກັບແຜນພັດທະນາຊາວໜຸ່ມ ໃນແຕ່ລະໄລຍະ;3.ຮັບປະກັນສິດສະ ເໝີພາບທາງດ້ານການເມືອງ, ເສດ ຖະກິດ ແລະ ວັດທະນະທຳ-ສັງຄົມ; 4. ສອດຄ່ອງກັບໄລຍະຂະຫຍາຍ ຕົວທາງດ້ານຮ່າງກາຍ ແລະ ຈິດ ໃຈຂອງຊາວໜຸ່ມ; 5. ປະສານສົມ ທົບກັບຂະແໜງການອື່ນ; 6. ສອດ ຄ່ອງກັບສົນທິສັນຍາ ແລະ ສັນຍາ ສາກົນ ທີ່ ສປປ ລາວ ເປັນພາຄີ. ມາດຕາ 7 ການຮ່ວມມືກັບສາ ກົນ ລັດສົ່ງເສີມການພົວພັນຮ່ວມ ມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຊາວ ໜຸ່ມບົນພື້ນຖານແນວທາງນະໂຍ ບາຍການຕ່າງປະເທດ ຂອງ ສປປ ລາວດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ກິລາ, ສິລະປະ, ວັດທະນະທຳ, ການຄົ້ນຄວ້າວິທະ ຍາສາດ-ເຕັກນິກ, ເຕັກໂນໂລຊີ, ການຊ່ວຍເຫລືອ, ການຝຶກອົບຮົມ ແລະ ການຍົກລະດັບຄວາມຮູ້ວິຊາ ການ, ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນທີ່ສປປ ລາວ ເປັນພາຄີ. ສຳລັບພາກທີ II ມາດຕາ 8 ຄວາມສຳຄັນຂອງຊາວໜຸ່ມລາວ ລະບຸວ່າ ຊາວໜຸ່ມລາວ ເປັນກຳລັງ ແຮງອັນໃຫຍ່ຫລວງ, ເປັນຜູ້ສືບ ທອດພາລະກິດຂອງຊາດ, ເປັນ ກຳລັງປະຈັນບານເຂົ້າໃນທຸກຂົງ ເຂດວຽກງານຂອງຂະແໜງການ ແລະ ທ້ອງຖິ່ນ, ເປັນຜູ້ມີຫົວຄິດປະ ດິດສ້າງ ແລະ ນຳໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາປະເທດຊາດ ຕາມເງື່ອນໄຂ ແລະ ຄວາມສາມາດ ຕົວຈິງຂອງຊາວໜຸ່ມແຕ່ລະປະ ເພດ. ມາດຕາ 10 ຊາວໜຸ່ມທີ່ບໍ່ ບັນລຸນິຕິພາວະ ແມ່ນຜູ້ທີ່ມີອາຍຸສິບ ຫ້າປີຂຶ້ນໄປ ແຕ່ບໍ່ທັນເຖິງ ສິບແປດ ປີ. ມາດຕາ 11 ຊາວໜຸ່ມນັກຮຽນ ນັກສຶກສາ ແມ່ນຜູ້ກຳລັງຮຽນ, ສຶກ ສາຄົ້ນຄວ້າຢູ່ສະຖາບັນການສຶກສາ ໃນລະດັບຕ່າງໆ, ຝືກງານທັງ ພາຍໃນ ແລະ ຕ່າງປະເທດ. ມາດ ຕາ 12 ຊາວໜຸ່ມທີ່ມີພອນສະຫວັນ ແລະ ມີຫົວຄິດປະດິດສ້າງ ແມ່ນຜູ້ ທີ່ມີຄວາມຮູ້ຄວາມສາມາດພິເສດ ໃນການສຶກສາ, ຄົ້ນຄວ້າ, ການ ປະດິດສ້າງ ແລະການປະຕິບັດຕົວ ຈິງ. ໃນມາດຕາ 13 ຊາວໜຸ່ມລັດ ຖະກອນ ແມ່ນຜູ້ໄດ້ຮັບບັນຈຸເຂົ້າ ເຮັດວຽກ, ເລືືອກຕັ້ງ ຫລື ແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງໃດໜຶ່ງ ໃນອົງ ການຈັດຕັ້ງພັກ, ລັດ, ແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ຫລື ໄປ ປະຈຳການຢູ່ສຳນັກງານຜູ້ຕາງ ໜ້າ ສປປ ລາວ ຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຊຶ່ງໄດ້ ຮັບເງິນເດືອນ ແລະ ເງິນອຸດໜູນ ຈາກງົບປະມານແຫ່ງລັດ. ມາດຕາ 14 ຊາວໜຸ່ມໃນກຳລັງປະກອບ ອາວຸດ ແມ່ນຜູ້ສັງກັດໃນການຈັດ ຕັ້ງ, ການເຄື່ອນໄຫວ, ຊີ້ນຳບັນຊາ, ຄຸ້ມຄອງ, ກວດກາຂອງກຳລັງປະ ກອບອາວຸດປະຊາຊົນ. ມາດຕາ 15 ຊາວໜຸ່ມກຳມະກອນ, ກະສິກອນ ແລະ ຊ່າງຫັດຖະກຳແມ່ນຜູ້ທີ່ເຮັດ ວຽກໃນໂຮງຈັກ, ໂຮງງານ, ຫົວ ໜ່ວຍທຸລະກິດ, ຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ຮັບຄ່າຕອບແທນ ຕາມ ສັນຍາແຮງງານ ແລະ ກົດໝາຍ. ຊາວໜຸ່ມກະສິກອນ ແມ່ນຜູ້ ເຮັດວຽກກ່ຽວກັບກະສິກຳເປັນ ຕົ້ນ ການປູກຝັງ, ລ້ຽງສັດ ແລະ ການປະມົງ. ຊາວໜຸ່ມຊ່າງຫັດຖະ ກຳ ແມ່ນຜູ້ເຮັດວຽກກ່ຽວກັບຫັດ ຖະກຳ ເປັນຕົ້ນ ຈັກສານ, ຄວັດ, ແກະສະຫລັກ, ປັ້ນ, ຫລໍ່, ຫຍິບ, ປັກ, ຖັກແສ່ວ, ຕ່ຳຫູກ, ຕີເຫລັກ, ຕີເງິນ, ຕີຄຳ. ມາດຕາ 16. ຊາວໜຸ່ມໃນຂົງ ເຂດທຸລະກິດ ແມ່ນຜູ້ເປັນເຈົ້າຂອງ ກິດຈະການ, ວິສາຫະກິດ ແລະ ຜູ້ ເຮັດວຽກຢູ່ຫົວໜ່ວຍທຸລະກິດ ເປັນ ຕົ້ນການຜະລິດ, ການຄ້າ, ການຄ້າ, ການບໍລິການ, ການທ່ອງທ່ຽວ, ທຸລະກິດການເງິນ, ຮ້ານສ້ອມແປງ, ຮ້ານເສີມຄວາມງາມ, ຮ້ານຮົມຢາ ແລະ ນວນແຜນບູຮານ ແລະ ຍັງມີ ອີກຫລາຍໆມາດຕາຂອງກົດໝາຍ ວ່າດ້ວຍຊາວໜຸ່ມລາວ, ແຕ່ຄໍລຳ ກົດໝາຍຂໍຍົກມາບາງມາດຕາແຕ່ ພຽງເທົ່ານີ້. ຫລວງພະບາງ ເປັນເມືອງ ໜຶ່ງໃນບັນດາແຂວງທີ່ຕັ້ງຢູ່ທາງ ພາກເໜືອຂອງ ສປປ ລາວ ທີ່ເຕັມ ໄປດ້ວຍມົນສະເໜ່ ບໍ່ວ່າໃຜໆທີ່ໄດ້ ມີໂອກາດໄປຢ້ຽມຢາມຕ່າງກໍພາ ກັນຫລົງໄຫລ, ຕິດອົກຕິດໃຈ ແລະ ຢາກຫວນຄືນໄປອີກ. ເຖິງວ່າຕົວ ເມືອງຫລວງພະບາງຈະນ້ອຍ ແຕ່ ສິ່ງທີ່ເຮັດໃຫ້ຫລວງພະບາງ ແຕກ ຕ່າງຈາກບ່ອນອື່ນ ແມ່ນປະເພນີ, ວັດທະນະທຳ ແລະ ວິຖີການດຳລົງ ຊີວິດແບບດັ່ງເດີມຂອງ ຊາວເມືອງ ຫລວງ ລວມທັງສະຖາປັດຕະຍະ ກຳອັນເກົ່າແກ່ທີ່ຍັງຖືກປົກປັກຮັກ ສາໄວ້ຢ່າງດີ. ນອກນັ້ນກໍຍັງມີສະ ຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫລາຍ ແຫ່ງທີ່ດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດເຂົ້າມາ ທ່ຽວຊົມຢ່າງຫລວງຫລາຍໂດຍ ສະເພາະແມ່ນ ຫໍພິພິທະພັນຫລວງ ແລ້ວມື້ນີ້ຜູ້ຂຽນຂໍເວົ້າເຖິງຕາດ ກວາງ ຕັ້ງຢູ່ເຂດບ້ານທ່າແປ້ນ ຫ່າງຈາກຕົວເມືອງໄປປະມານ 25 ກິໂລແມັດ ໂດຍໃຊ້ເວລາເດີນ ທາງຈາກຕົວເມືອງໄປຫາຕາດ ປະມານ 1 ຊົ່ວໂມງ ດ້ວຍລົດທີ່ມີ ເສັ້ນທາງເຂົ້າເຖິງສະດວກສະບາຍ. ຕາດນີ້ເປັນນໍ້າຕົກຕາດຫີນປູນ ຊຶ່ງ ມີຄວາມສູງປະມານ 80 ແມັດ ຫລຸດລົງມາເປັນຊັ້ນໆ ທີ່ອ້ອມຮອບ ໄປດ້ວຍຕົ້ນປ່າໄມ້ທີ່ອຸດົມສົມບູນ ຂຽວງາມອຸ່ນທຸ່ມບວກກັບນ້ຳທີ່ມີີ ສີຂຽວມໍລະກົດໄດ້ສ້າງຄວາມປະ ທັບໃຈ ໃຫ້ແກ່ນັກທ່ອງທ່ຽວ, ສ່ວນ ຢູ່ຕາມທາງຍ່າງເຂົ້າໄປເບື້ອງຂວາ ກ່ອນຈະຮອດນ້ຳຕົກຕາດທ່ານຈະ ພົບກັບວັງນ້ຳສີຂຽວງົດງາມ ຫລາຍວັງ ແລະ ມີບາງວັງທີ່ທ່ານ ສາມາດລົງຫລິ້ນໄດ້ ຊຶ່ງຈະສ້າງ ຄວາມສົດຊື່ນເຢັນສະບາຍ ແລະ ສຳພັດໄດ້ເຖິງທຳມະຊາດແທ້ໆ. ຕາດກວາງຊີ ເປັນນໍ້າຕົກຕາດ ທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດນິຍົມໄປສຳພັດແຕ່ລະມື້ ຢ່າງບໍ່ຂາດສາຍ ໂດຍສະເພາະໄລ ຍະບຸນປີໃໝ່ລາວ 2025ນີ້ຈະມີນັກ ທ່ອງທ່ຽວເປັນຈຳນວນຫລວງ ຫລາຍ ໄດ້ໄປທ່ຽວຊົມ ເພື່ອໄປພັກ ຜ່ອນຢ່ອນອາລົມ, ຫລິ້ນນໍ້າ, ສຳພັດ ມົນສະເໜ່ຄວາມງົດງາມຂອງນ້ຳ ຕົກຕາດ, ທິວທັດທໍາມະຊາດອັນ ສວຍສົດງົດງາມທີ່ທຳມະຊາດສ້າງ ໄວ້ ແລະ ເປັນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເມື່ອມາຮອດມາເຖິງ ແຂວງຫລວງພະບາງແລ້ວ ຕ້ອງ ມາທ່ຽວຊົມເບິ່ງຄວາມງົດງາມທີ່ ທຳຊາດສ້າງຂຶ້ນຢ່າງມະຫັດສະ ຈັນ, ພ້ອມນັ້ນໃນບໍລິເວນຕາດຍັງ ມີບ່ອນຍ່າງເບິ່ງຄວາມງາມອ້ອມ ຮອບຕາດທີ່ສະດວກສະບາຍ ແລະ ມີບ່ອນຖ່າຍຮູບໄວ້ເປັນທີ່ລະນຶກ ເຊິ່ງແຕ່ລະມູນລ້ວນແຕ່ສ້າງຄວາມ ງົດງາມສ້າງຄວາມເພິ່ງພໍໃຈໃຫ້ ກັບນັກທ່ອງທ່ຽວ. ຕາດກວາງຊີ ມີປະຫວັດຄວາມ ເປັນມາຕາມການເລົ່າຂານຂອງຜູ້ ເຖົ້າວ່າ: ໃນເມື່ອກ່ອນໄດ້ມີພະລືສີ ອົງໜຶ່ງ ໄດ້ໃຊ້ໄມ້ເທົ້າຊີເຂົ້າໃນດິນ ເພື່ອໃຫ້ເກີດມີນ້ຳອອກມາໃຊ້. ສະ ນັ້ນ, ຈຶ່ງເກີດຫ້ວຍຊີແຫ່ງນີ້ຂຶ້ນມາ ເມື່ອກະແສນ້ຳໄຫລອອກມາຕົກ ໃສ່ຜາຫີນສູງນີ້ ຈຶ່ງເກີດມີຕາດ ແລະ ໄດ້ມີຄົນເຫັນກວາງຄໍາໂຕໜຶ່ງ ອາໄສຢູ່ກ້ອງລືບຫີນຊັ້ນກາງຂອງ ນ້ຳຕົກ ເຊິ່ງລືບຫີນຊ້ັນດ່ັງກ່າວ ແມ່ນໄດ້ງອກຍືດຍາວອອກມາ ເຮັດ ໃຫ້ນ້ຳທີ່ໂຕນຢູ່ໃນຊັ້ນລືບຫີນນີ້ມີ ສຽງດັງກ້ອງກັງວານໄປທົ່ວບໍລິ ເວນ. ແຕ່ຕ່ໍມາຊ້ັນຫີນງອກນັ້ນ ກໍ ໄດ້ຫັກພັງລົງ ເຖິງຢ່າງໃດກໍຕາມ ນ້ຳຕົກຕາດກວາງຊີ ແຫ່ງນີ້ ກໍຍັງມີ ຄວາມງາມຍັງເປັນທີ່ດຶງດູດໃຫ້ນັກ ທ່ອງທ່ຽວນິຍົມກັນເຂົ້າມາທ່ຽວ ຊົມຢ່າງບໍ່ຂາດສາຍໃນແຕ່ລະມ້ື, ແຕ່ລະເດືອນ. ຕາດກວາງຊີ ແມ່ນໄດ້ມາຈາກ hຕາດi ແມ່ນນ້ຳຕົກ, hກວາງi ແມ່ນກວາງຄໍາ ແລະ hຊີi ແມ່ນພະ ລືສີໃຊ້ໄມ້ເທົ້າຊີດິນ ເພື່ອໃຫ້ເກີດ ນ້ຳໄຫລອອກມາດັ່ງທີ່ພວກເຮົາ ເຫັນຄວາມສວຍງາມໃນປັດຈຸບັນ ນີ້. ສາຍນ້ຳຊີທີ່ໄຫລລົງມາຫາຕາດ ນັ້ນ ແມ່ນໄຫລອອກມາຈາກຫ້ວຍ ຕີນພູທີ່ມີຄວາມໃສເຢັນສະອາດໄກ ຈາກຫົວຕາດປະມານ 4 ກິໂລແມັດ ມີນ້ຳຫລາຍສາຍ ແລະ ຫລາຍແງ່ ໄຫລໂຮມເຂົ້າກັນ ແລະ ມີຫລາຍ ວັງນ້ຳ ອັນປະກອບໄປດ້ວຍທິວທັດ ທໍາມະຊາດທີ່ສວຍສົດງົດງາມທີ່ ສຸດ, ຕາດກວາງຊີມີຄວາມສູງ 71 ແມັດ, ກວ້າງສຸດ 35 ແມັດ, ປະ ກອບດ້ວຍ 6 ຊັ້ນ ແລະ ສູງຈາກ ລະດັບໜ້ານ້ຳທະເລ ປະມານ 460- 560 ແມັດ, ໃນໄລຍະທີ່ຜ່ານມາ ຕາດນີ້ເຄີຍຫັກ ແລະ ຍຸບຕົວລົງ 2 ຄັ້ງຄື: ກ່ອນນີ້ 70 ປີ ແລະ ຄັ້ງວັນ ທີ 04/12/2011 ຜ່ານມາ. ສະ ເພາະລະດູຝົນຕາດກວາງຊີ ຈະມີ ນ້ຳໂຕນຫລາຍທີ່ສຸດ ແຕ່ລະດູແລ້ງ ຄືລະຫວ່າງເດືອນມັງກອນ ຫາ ເດືອນພຶດສະພາ ປະລິມານນ້ຳຝົນ ຈະໜ້ອຍລົງ. ອຸທິຍານປ່າໄມ້ແຫ່ງ ນີ້ ລັດຖະບານໄດ້ປະກາດໃຫ້ເປັນ ແຫລ່ງທ່ອງທ່ຽວໃນປີ 1987 ເປັນ ຕົ້ນມາ, ເຊິ່ງໃນເມື່ອກ່ອນມີຫລາຍ ບ້ານທີ່ຢູ່ອາໄສຢູ່ເທິງສາຍນ້ຳຊີ ແຫ່ງນີ້, ເນື່ອງຈາກວ່າລັດຖະບານ ເຫັນໄດ້ຄວາມຈໍາເປັນ ເພື່ອການອະ ນຸລັກຫ້ວຍນ້ຳແຫ່ງນີ້ ໃຫ້ມີຄວາມ ອຸດົມສົມບູນ ຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ຍ້າຍຖິ່ນຖານປະຊາຊົນລົງ ໄປຢູ່ເຂດໃຕ້ບ້ານ ໂດຍສະເພາະ ແມ່ນບ້ານທ່າແປ້ນ, ໂນນສະຫວາດ, ບ້ານນາອວນ ແລະ ບັນດາບ້ານ ຕ່າງໆຢູ່ໃກ້ຄຽງ. ນອກຈາກນັ້ນ, ຕາດກວາງຊີ ຍັງເປັນນ້ຳຕົກທີ່ສວຍ ງາມ ເໝາະສົມເປັນສະຖານທີ່ທ່ອງ ທ່ຽວທາງທໍາມະຊາດລະດັບຊາດ. ພະບາງ (ພະລາຊະວັງເກົ່າ), ພະ ທາດພູສີ, ວັດຊຽງທອງ, ຕະຫລາດ ກາງຄືນ, ຕາດກວາງຊີ ແລະ ອື່ນໆ ເຫລົ່ານີ້ເປັນຕົ້ນ. ເມື່ອເວົ້າເຖິງແຫລ່ງທ່ອງທ່ຽວ
RkJQdWJsaXNoZXIy MTc3MTYxMQ==