xtgmf]k; 3 21/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me Ê ¤§ໜÇ 7;k,gxa o,k0v';a ode,tdvolkdq o ¨ Ã່່າາ ່າານ¤Æ ່າ«້ ¨Ã¤ Å Á¤ນາÊ ນນ¤Ê 37'dkora fmtok-q o]tdtglf c]t -q oot[q fIv[fh ko c0;'lts;a ootg0f 9tlh k'zq oxt3spf.sh xt-k-q o ການຕໍ່ສູ້ເພື່ອປົດປ່ອຍຕົນ ເອງອອກຈາກການກົດຂີ່ຂູດຮີດ ຫລື ໃຫ້ຫລຸດພົ້ນຈາກການເປັນ ແຮງງານແບບຂ້າທາດ ໄດ້ກຳເນີດ ເກີດຂຶ້ນເປັນແຕ່ລະໄລຍະ ໃນຕອນ ທ້າຍຂອງສັດຕະວັດທີ 18 ການ ເຄື່ອນໄຫວ ເພື່ອຕໍ່ສູ້ໃຫ້ຫລຸດຊົ່ວ ໂມງການເຮັດວຽກລົງ ໂດຍໄດ້ ຂະຫຍາຍເປັນວົງກວ້າງ ແລະ ແຜ່ ລາມໄປໃນຫລາຍປະເທດທັງເອີຣົບ ແລະ ອາເມລິກາ, ອາເມລິກາໃຕ້, ຍີ່ປຸ່ນ ແລະ ອົດສະຕຣາລີ. ໃນນັ້ນ, ຢູ່ທີ່ປະເທດຣັດເຊຍ ກໍ ມີການນັດຢຸດງານຂອງຄົນງານ ໄຣໄມໂຊໂຊບ, ໃນປະເທດຝຣັ່ງ ກໍ ມີການນັດຢຸດງານຂອງຄົນງານ ເໝືອງແຮ່ ໃນປີ 1882 ແລະ ມີການ ນັດຢຸດງານ ໃນອາເມລິກາ ຫລາຍໆ ຄັ້ງ ໃນປີ 1884 ຫາ 1886 ແລະ ໃນວັນທີ 1 ເດືອນພຶດສະພາ 1886 ໄດ້ມີການໂຮມຊຸມນຸມເດີນຂະບວນ ເພື່ອຮຽກຮ້ອງໃຫ້ນາຍທຶນຫລຸດ ຊົ່ວໂມງໃນການເຮັດວຽກລົງໃຫ້ ເຫລືອພຽງມື້ລະ 8 ຊົ່ວໂມງ ເຊິ່ງມີຜູ້ ໃຊ້ແຮງງານເຂົ້າຮ່ວມນັບແສນຄົນ ເຮັດໃຫ້ພວກນາຍທຶນທີ່ກຳອຳນາດ (ເປັນລັດຖະບານໃນເວລານັ້ນ) ໃຊ້ອາວຸດທຸບຕີ, ແກວ່ງລະເບີດ ແລະ ໃຊ້ປຶນຍິງເຂົ້າໃສ່ຄົນງານທີ່ ມາຊຸມນຸມເດີນຂະບວນ ຈົນໄດ້ບາດ ເຈັບ ແລະ ເສຍຊີວິດເປັນຈຳນວນ ຫລາຍ ສ່ວນທີ່ເຫລືອກໍຖືກຈັບກຸມ ຄຸມຂັງ ແລະ ໄດ້ຖືກຕັດສິນລົງໂທດ ປະຫານຊີວິດ ໃນຂໍ້ຫາກະບົດ. ເຖິງແມ່ນນວ່າຂະບວນການດັ່ງ ກ່າວຈະຖືກປາບປາມຢ່າງໂຫດ ຮ້າຍປ່າເຖື່ອນ, ຢ່າງຮຸນແຮງກໍ (ເນ່ືອງໃນໂອກາດວັນກຳມະກອນສາກົນຄົບຮອບ 139 ປີ 1 ພຶດສະພາ 1886-1 ພຶດສະພາ 2025) ໂຄງການພັດທະນາຊົນລະ ກະເສດ ແລະ ຊົນນະບົດ ຮອບ ດ້ານແຂວງສະຫວັນນະເຂດ ເປັນ ໂຄງການທໍາອິດທີ່ໄດ້ຮັບທຶນ ອະນຸມັດຈາກກອງທຶນພັດທະນາ ເສດຖະກິດ ແລະ ການຮ່ວມມື (&%C'), ທະນາຄານຂາອອກຂາເຂົ້າ ສ.ເກົາຫລີ ໃຫ້ແກ່ກະ ຊວງກະສິກໍາ ແລະ ປ່າໄມ້, ໃນ ມູນຄ່າ 53.285.000 ໂດລາ ສະຫະລັດ. ໃນນັ້ນ, ມູນຄ່າກູ້ຢືມ 46.000.000 ໂດລາສະຫະລັດ ແລະ ມູນຄ່າສົມທົບ 7.285.000 ໂດລາສະຫະລັດ. ເພື່ອກໍ່ສ້າງພື້ນ ຖານໂຄງລ່າງຊົນລະກະເສດ, ຍົກ ລະດັບປັບປຸງຊີວິດການເປັນຢູ່ ແລະ ເສດຖະກິດ-ສັງຄົມ ໃນການ ພັດທະນາຊົນນະບົດຂອງເມືອງຈໍາ ພອນ ແລະ ເມືອງສອງຄອນແຂວງ ສະຫວັນນະເຂດ ເຊິ່ງໂຄງການດັ່ງ ກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາ ໃນຕົ້ນເດືອນເມສາ 2025 ນີ້, ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານແຂວງ ສະຫວັນນະເຂດ ໄດ້ຈັດພິທີ ມອບຮັບ ໂຄງການຂຶ້ນທີ່ເມືອງສອງ ຄອນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າ ແຂວງໆສະຫວັນນະເຂດ, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຈົງ ຢັອງ ຊູ ເອກອັກ ຄະລັດຖະທູດ ສ.ເກົາຫລີ ປະຈໍາ ສປປ ລາວ, ທ່ານ ຄໍາພະຈັນ ວົງ ຊະນະ ຫົວໜ້າກົມຊົນລະປະທານ, ທ່ານ ນ. ຈຸງ ກີ ຢຸງ ຫົວໜ້າກອງ ທຶນພັດທະນາເສດຖະກິດ ແລະ ການຮ່ວມມື (&%C') ປະຈໍາ ສປປ ລາວ, ທ່ານ ລີ ຊັງ ຮຸນ ຕາງ ໜ້າບໍລິສັດຮັບເໝົາກໍ່ສ້າງ ອຽວ ຊັງ-ດົງບູ ສ.ເກົາຫລີ, ມີພາກສ່ວນ ທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນພິທີ ໄດ້ຮັບຟັງການລາຍງານ ຫຍໍ້ປະຫວັດຄວາມເປັນມາ ແລະ ການຈັດຕັ້ງປະຕິບັດວຽກງານຂອງ ໂຄງການ, ຫລັງຈາກນັ້ນ ກໍ່ໄດ້ມີພິ ທີຕັດແຖບຜ້າ ເພື່ອເປັນການ ມອບຮັບໂຄງການ ແລະ ເປີດນໍາໃຊ້ຢ່າງ ເປັນທາງການ. ແຕ່ເດືອນມີນາ ປີ 2020 ແລະ ປັດ ຈຸບັນ ແມ່ນໄດ້ສໍາເລັດການກໍ່ສ້າງ ແລ້ວໂດຍໂຄງການໄດ້ຟື້ນຟູປັບປຸງ ອ່າງເກັບນໍ້າສຸຍ 6 ແຫ່ງ ຢູ່ເມືອງ ຈໍາພອນ, ກໍ່ສ້າງລະບົບຫົວງານ ຈັກສູບນໍ້າ, ກໍ່ສ້າງລະບົບສົ່ງນໍ້າ ພ້ອມດ້ວຍອາຄານຕາມຄອງເໝືອງ ແລະ ລະບົບຄອງລະບາຍໂຄງການ ຈັກສູບນໍ້າລະຫານໍ້າ ແລະ ໂພນ ມ່ວງ ເພື່ອຮັບປະກັນການສະໜອງ ນໍ້າໃຫ້ແກ່ການຜະລິດທັງ 2 ລະດູ ໃນເນື້ອທີ່ທັງໝົດ 2.900 ເຮັກຕາ (ເມືອງຈໍາພອນ 1.700 ເຮັກຕາ ແລະ ເມືອງສອງຄອນ 1.200 ເຮັກຕາ), ກໍ່ສ້າງເສັ້ນທາງຂົນ ສົ່ງສິນຄ້າກະສິກໍາລຽບຕາມຄອງ ເໝືອງ ຍາວ 44 ກິໂລແມັດ, ບຸກ ເບີກ ແລະ ກໍ່ສ້າງລະບົບນາໄຮ່ໃຫຍ່ ໃນເນື້ອທີ່ 100 ເຮັກຕາ ເມືອງລະ 50 ເຮັກຕາ. ນອກຈາກນີ້, ໄດ້ປັບ ປຸງເສັ້ນທາງຊົນນະບົດທີ່ມີຢູ່ແລ້ວ ພາຍໃນຂອບເຂດຂອງໂຄງການ ຍ່ອຍ ຢູ່ເມືອງຈໍາພອນ 3.5 ກິໂລ ແມັດ, ກໍ່ສ້າງສູນພັດທະນາເຕັກນິກ ກະສິກໍາຊຸມຊົນ (C%C) ຢູ່ເມືອງ ລະ 1 ແຫ່ງ ຢູ່ບ້ານໂພນສະອາດ ເມືອງຈໍາພອນ ແລະ ບ້ານແບ່ງຄໍາ ໄຫລ ເມືອງສອງຄອນ, ກໍ່ສ້າງໂຮງ ສີເຂົ້າທັນສະໄໝ ແລະ ສາງເກັບ ມ້ຽນທີ່ອົບແຫ້ງ 1 ແຫ່ງ ຢູ່ເມືອງ ສອງຄອນ, ສະໜອງກົນຈັກກະສິ ກໍາ 4 ຊຸດ ແລະ ກໍ່ສ້າງສາງເກັບ ມ້ຽນ 2 ແຫ່ງ (ເມືອງລະ 1 ແຫ່ງ). ພາບປະກອບ ຕາມ ແຕ່ຂະບວນການກຳມະກອນ ແລະ ຊາວຜູ້ອອກແຮງງານໃນເວ ລານັ້ນ ກໍຍັງບໍ່ໄດ້ປະລະຄວາມຕັ້ງ ໃຈກົງກັນຂ້າມພັດລວມຕົວກັນ ຢ່າງໜຽວແໜ້ນ ແລະ ມີຈິດໃນເດັດ ດ່ຽວຕໍ່ອຸດົມການຂອງພວກເຂົາ ເຈົ້າທີ່ຈະຕໍ່ສູ້ເພື່ອຊົນຊັ້ນກຳມາຊີບ ຕໍ່ໄປ. ຈົນມາຮອດ ປີ 1890, ຂະ ບວນການກຳມະກອນຈາກບັນດາ ປະເທດຕ່າງໆ ໄດ້ເຄື່ອນໄຫວໃຫ້ ມີການປະຊຸມຂຶ້ນຄັ້ງທຳອິດແມ່ນ ໃນວັນທີ 14 ກໍລະກົດ ປີ 1889 ໂດຍມີຈຳນວນ 20 ປະເທດ ເຂົ້າ ຮ່ວມ ຊຶ່ງມີຕົວແທນຈາກເອີຣົບ18 ປະເທດ ແລະ 2 ປະເທດມາຈາກ ອົດສະຕຣາລີ ແລະ ອາເມລິກາ. ໃນກອງປະຊຸມ ໄດ້ພິຈາລະນາ ບັນຫາຂອງຜູ້ໃຊ້ແຮງງານທີ່ເກີດ ຂຶ້ນຢູ່ໃນເມື່ອກ່ອນມີດັ່ງນີ້: ໜຶ່ງ, ໃຫ້ຫລຸດຊົ່ວໂມງການເຮັດວຽກລົງ ເນື່ອງຈາກຄົນໃຊ້ແຮງງານເຮັດ ເຖິງມື້ລະ 15-16 ຊົ່ວໂມງ ມາເປັນ ມື້ 8 ຊົ່ວໂມງ ເພື່ອໃຫ້ຄົນງານມີເວ ລາພັກຜ່ອນ, ສຶກສາຄົ້ນຄວ້າຍົກລະ ດັບທາງດ້ານການເມືອງ ແລະ ເຂົ້າ ຮ່ວມກິດຈະກຳ ທາງດ້ານວັດທະ ນະທຳ-ສັງຄົມອື່ນໆ; ສອງ, ພິຈາ ລະນາຄຸ້ມຄອງແຮງງານເດັກ ແລະ ແຮງງານແມ່ຍິງ ຊຶ່ງມີຊົ່ວໂມງ ການເຮັດວຽກຫລາຍກວ່າຜູ້ຊາຍ ແຕ່ໄດ້ຄ່າຈ້າງຕ່ຳ; ສາມ, ພິຈາລະ ນາສະຫວັດດີການສັງຄົມ ໃນການ ເຮັດວຽກ ແລະ ປັບປຸງສະພາບ ແວດລ້ອມໃນການເຮັດວຽກ, ຊຶ່ງ ໝາຍເຖິງທີ່ພັກອາໃສ, ນ້ຳດື່ມສະ ອາດ, ແສງ, ສີ, ສຽງ ແລະ ສະຫວັດ ດີການອື່ນໆ; ສີ່, ພິຈາລະນາການ ຈ່າຍຄ່າແຮງງານທີ່ເປັນທຳໂດຍ ຄຳນຶງເຖິງຄ່າຄອງຊີບໃນເວລາ ນັ້ນ; ຫ້າ, ພິຈາລະນາກ່ຽວກັບສິດທິ ການນັດຢຸດງານ, ການຊຸມນຸມເດີນ ຂະບວນ ແລະ ສະແດງພະລັງ ໂດຍ ທີ່ປະຊຸມໄດ້ມີມະຕິກຳນົດໃຫ້ວັນທີ 1 ພຶດສະພາຂອງທຸກໆປີ ເປັນວັນ ຢຸດງານ ແຕ່ໃຫ້ຜູ້ໃຊ້ແຮງງານໄດ້ ຮັບຄ່າຈ້າງປົກກະຕິ ແລະ ເປັນວັນ ເດີນຂະບວນສະແດງພະລັງຄວາມ ພ້ອມພຽງຂອງຊົນຊັ້ນກຳມະກອນ ໃນປະເທດຕ່າງໆໃນທົ່ວໂລກ. ຕໍ່ມາຂະບວນການຜູ້ໃຊ້ແຮງ ງານໃນປະເທດການາດາ, ອາເມລິ ກາ ແລະ ປະເທດຕ່າງໆຢູ່ໃນເອີຣົບ ໄດ້ພ້ອມໃຈກັນໂຮມຊຸມນຸມເດີນ ຂະບວນຮຽກຮ້ອງ ເພື່ອໃຫ້ມີການ ຫລຸດຊົ່ວໂມງລົງອີກ ໃນວັນທີ 1 ພຶດສະພາ ປີ 1890. ໃນເວລານັ້ນ, ການນັດຢຸດງານຂອງຄົນງານ ໃນ ທຸກກິດຈະການອຸດສາຫະກຳ ໄດ້ ຂະຫຍາຍກວ້າງໄປທົ່ວໂລກ ແລະ ຈາກການຕໍ່ສູ້ຢ່າງມີຈິດສຳນຶກ ທາງຊົນຊັ້ນ ເພື່ອປົດປ່ອຍຕົນເອງ ອອກຈາກການກົດຂີ່ຂູດຮີດຂອງ ພວກນາຍທຶນ ແລະ ເຮັດໃຫ້ລັດຖະ ບານປະເທດຕ່າງໆໃນທົ່ວໂລກ ຍອມຮັບ ແລະ ອອກກົດໝາຍ ປະ ກາດໃຊ້ລະບົບ 3 ແປດຄື: ເຮັດວຽກ ມື້ລະ 8 ຊົ່ວໂມງ, ພັກຜ່ອນມື້ລະ 8 ຊົ່ວໂມງ ແລະ ສຶກສາຫາຄວາມຮູ້ມື້ ລະ 8 ຊົ່ວໂມງ. ຊົນຊັ້ນກຳມາຊີບ ໃນທົ່ວໂລກຈິ່ງໄດ້ຮ່ວມກັນກຳນົດ ໃຫ້ວັນທີ 1 ພຶດສະພາ ປີ 1890 ເປັນ hວັນກຳມະກອນສາກົນi ຄັ້ງ ທຳອິດ ຂອງຊົນຊັ້ນກຳມະກອນ ແລະ ມະຕິດັ່ງກ່າວໄດ້ເລີ່ມປະຕິບັດ ຕັ້ງແຕ່ວັນທີ 1 ພຶດສະພາ 1890 ຈົນເຖິງປັດຈຸບັນ ຖືໄດ້ວ່າ: ວັນດັ່ງ ກ່າວເປັນວັນສຳຄັນຂອງຊົນຊັ້ນ ກຳມາຊີບໃນທົ່ວໂລກ ແລະ ໄດ້ຖືກ ຈາລຶກໄວ້ໃນໜ້າປະຫວັດສາດຂອງ ຊົນຊັ້ນກຳມາຊີບ ເປັນວັນທີ່ຜູ້ໃຊ້ ແຮງງານທົ່ວໂລກ ປົດແອກຄອບ ຄອງຈາກການກົດຂີ່ຂູດຮີດ ໂດຍ ໃຫ້ເປັນວັນກຳມະກອນທົ່ວໂລກທີ່ ຈັດໃຫ້ມີການຊຸມນຸມເດີນຂະບວນ, ເພື່ອລະນຶກເຖິງໄຊຊະນະຄັ້ງທຳອິດ ຂອງຊົນຊັ້ນກຳມາຊີບທົ່ວໂລກ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==