7009

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ xtgmf]k; 6 17/04/2025 glf4tdy f{la '7q , l;ovksko;a ']k;fk;7e goA o7;k,ltf;dlt[kpgrnj vfb 'f6 f]6 d7h k ຖ້າຈະເວົ້າເຖິງຮ້ານອາຫານ ທີ່ພວມໄດ້ຮັບຄວາມສົນໃຈ ຈາກ ສັງຄົມທັງພາຍໃນ ແລະ ຕ່າງປະ ເທດໃນຂອບເຂດ ເມືອງໄຊເສດ ຖາ ນະຄອນຫລວງວຽງຈັນ ກໍຕ້ອງ ແມ່ນສວນອາຫານວັງລາວດາວ ຄໍາ ດ້ວຍສະຖານທີ່ຕັ້ງທີ່ກວ້າງ ຂວາງ ພ້ອມກັບການບໍລິການທີ່ ຫລາກຫລາຍ ບໍ່ວ່າຈະເປັນການ ບໍລິການດ້ວຍຕູບທີ່ມີຫ້ອງແອ ແລະ ຕູບທໍາມະດາ ປະມານ 70 ກວ່າຕູບ ບວກກັບການບໍລິການອາຫານທີ່ ແຊບຊ້ອຍຈາກແມ່ຄົວສີມືດີ ປະ ຈໍາຮ້ານ ໃນແຕ່ລະປະເພດອາຫານ ຍັງບໍ່ພໍເທົ່ານີ້ ທາງສວນພວກເຮົາ ຍັງມີກິດຈະກໍາການສະແດງຟ້ອນ ສິລະປະ ເພື່ອສ້າງຄວາມເບີກບານ ມ່ວນຊື່ນຕື່ນຕາຕື່ນໃຈໃຫ້ແຂກ ທັງພາຍໃນ ແລະ ຕ່າງປະເທດ ທີ່ ເຂົ້າມາໃຊ້ບໍລິການອີກດ້ວຍ. ທ່ານ ອຸດົມສັກ ຮຸ່ງເຮືອງ ໃຫ້ ຮູ້ວ່າ: ສວນອາຫານວັງລາວດາວ ຄໍາ ບໍລິການລູກຄ້າແມ່ນເນັ້ນໃສ່ ຄວາມສະດວກສະບາຍ ແລະ ອີງ ໃສ່ສະພາບອາກາດທີ່ຮ້ອນອົບເອົ້າ ຂອງບ້ານເຮົາ. ສະນັ້ນທາງຮ້ານ ກໍ່ເນັ້ນການບໍລິການດ້ວຍຕູບ ທີ່ ມີ ຫ້ອງແອປະມານ 40 ກວ່າຕູບ ແລະ ຕູບທຳມະດາປະມານ 30 ກວ່າຕູບໃຫ້ລູກຄ້າສາມາດເລືອກ ນັ່ງໄດ້ຕາມໃຈ ພ້ອມນັ້ນກໍຍັງມີ ຫ້ອງຈັດງານລ້ຽງ-ງານສ້າງສັນ ຕ່າງໆ ຈະມີຢູ່ສອງຫ້ອງສາມາດ ຮອງຮັບລູກຄ້າໄດ້ປະມານ 180 ຄົນລົງມາ. ນອກນີ້ ກໍຈະມີຫ້ອງຄາ ລາໂອເກະໄວ້ຄອຍບໍລິການລູກຄ້າ ຕື່ມອີກ ແລະ ໃນປັດຈຸບັນ ກໍມີຫ້ອງ ອາຫານໃຫຍ່ທີ່ຮອງຮັບລູກຄ້າໄດ້ ປະມານ 500-600 ກວ່າຄົນ. ສໍາລັບຄ່າບໍລິການຕູບ, ຕູບ ຫ້ອງແອ ລາຄາເລີ່ມຕົ້ນ 290.000 ກີບ-350.000 ກີບ ສາມາດນັ່ງ ແບບບໍ່ກໍານົດເວລາ, ສ່ວນຕູບທໍາ ມະດາແມ່ນບໍໍ່ໄດ້ເສຍຄ່າບໍລິການ ຕູບ. ສຳລັບອາຫານທາງຮ້ານ ຂອງພວກເຮົາກໍຈະມີຫລາກຫລາຍ ລາຍການ,ຫລາຍປະເພດອາຫານ, ແຕ່ສິ່ງສຳຄັນທາງສວນອາຫານ ແມ່ນເນັ້ນອາຫານລາວ ເປັນຕົ້ນ ແມ່ນ ແກງໜໍ່ໄມ້, ລາບໝາກຈອງ, ປີ້ງປາ, ປີ້ງໄກ່ທາປາແດກ, ກ້ອຍ ປາ... ແລະ ປະເພດຜັດ, ຍ່ຳ, ຕຳ ແລະ ຍັງມີລາຍການອາຫານອື່ນໆ ອີກ, ສຳລັບອາຫານແມ່ນຈະເນັ້ນ ຄວາມສະອາດ ທີ່ເຮັດສົດໃໝ່ໃນ ທຸກໆອາຫານ ແລະ ສາມາດສັ່ງ ລົດຊາດໄດ້ຕາມໃຈລູກຄ້າ ຈາກ ແມ່ຄົວສີມືດີ ເພື່ອໃຫ້ລູກຄ້າໄດ້ ກິນອາຫານທີ່ແຊບຊ້ອຍຖືກໃຈ ລູກຄ້າ ໃນລາຄາເລີ່ມຕົ້ນພຽງຫລັກ ສີບເທົ່ານັ້ນ, ພິເສດທາງຮ້ານກໍມີ ອາຫານປະເພດຊີ້ນດາດ ແລະ ຊີ້ນ ຈຸມ ໄວ້ບໍລິການແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ນັບມື້ຫລັ່ງ ໄຫລເຂົ້າມາບໍ່ຂາດສາຍໂດຍສະ ເພາະແມ່ນນັກທ່ອງທ່ຽວຕ່າງປະ ເທດ ບໍ່ວ່າຈະເປັນນັກທ່ອງທ່ຽວ ຈາກປະເທດໄທ, ຈີນ, ເກົາຫລີ, ຫວຽດນາມ ແລະ ປະເທດອື່ນໆກໍ່ ເລີ່ມເຂົ້າມາໃຊ້ບໍລິການສວນອາ ຫານວັງລາວດາວຄໍາຂອງພວກ ເຮົາ ຫລາຍຂຶ້ນ. ນອກຈາກຈະມີ ຕູບຫ້ອງແອ, ການບໍລິການທີ່ວ່ອງ ໄວທັນໃຈລູກຄ້າ, ບ່ອນຈອດລົດ ທີ່ກວ້າງຂວາງແລ້ວ ທາງສວນ ອາຫານພວກເຮົາຍັງເນັ້ນການ ປະດັບປະດາດ້ວຍສິລະປະລາຍ ລາວ, ມີປະຕູໄຊຈຳຮອງ ເພື່ອໃຫ້ ແຂກໄດ້ຖ່າຍຮູບໄວ້ເປັນທີ່ລະນຶກ ພິເສດທາງສວນອາຫານວັງລາວ ດາວຄຳ ຍັງມີການສະແດງສິລະປະ ວັນນະຄະດີ ໃນທຸກວັນເສົາ ແລະ ວັນທິດ ຫລື ຍາມທີ່ເທສະການ ມື້ ລະ 2 ຮອບ ຟ້ອນອ້ອມຮອບສວນ ເພື່ອສ້າງຄວາມເບີກບານມ່ວນຊື່ນ ໃຫ້ກັບແຂກທີ່ເຂົ້າມາໄດ້ຮັບຊົມ ພ້ອມດຽວກັນກໍ່ເປັນການເຜີຍແຜ່ ສິລະປະ, ວັດທະນະທໍາອັນດີງາມ ຂອງລາວໃຫ້ຊາວຕ່າງຊາດໄດ້ ຮັບຮູ້ຂຶ້ນຕື່ມ. ທ່ານ ອຸດົມສັກ ຮຸ່ງເຮືອງ ໃຫ້ຮູ້ ຕື່ມວ່າ: ປັດຈຸບັນ ສວນອາຫານວັງ ລາວດາວຄໍາ ສາມາດສ້າງວຽກ ເຮັດງານທໍາໃຫ້ປະຊາຊົນເຂດດັ່ງ ກ່າວ ແລະ ເຂດໃກ້ຄຽງໄດ້ຢ່າງ ຫລວງຫລາຍເພາະປັດຈຸບັນ ຮ້ານ ເຮົາມີພະນັກງານກວ່າ 100 ຊີວິດ, ຍັງບໍ່ລວມກິດຈະກໍາຕ່າງໆທີ່ຈັດ ຂຶ້ນ ໂດຍສະເພາະແມ່ນການສະ ແດງສິລະປະຂອງນ້ອງໆນັກຮຽນ ລວມທັງປະຊາຊົນ ທີ່ນໍາເອົາອາ ຫານກິນຫລິ້ນເຂົ້າມາຂາຍໃຫ້ນັກ ທ່ອງທ່ຽວເປັນຕົ້ນ: ໝາກສົ້ມ,ຖົ່ວ ດິນ ແລະ ໝາກສາລີ ເຊິ່ງທັງໝົດ ນີ້ ລ້ວນແລ້ວແຕ່ສ້າງປະໂຫຍດໃຫ້ ປະຊາຊົນ. ເອົາເປັນວ່າທ່ານໃດທີ່ກໍາລັງ ຊອກຫາຮ້ານອາຫານທີ່ມີຄວາມ ສະດວກເຢັນສະບາຍຂໍໃຫ້ຄິດ ເຫັນ ສວນອາຫານວັງລາວດາວຄໍາ ຮັບຮອງວ່າບໍ່ຜິດຫວັງແນ່ນອນ ໂດຍສະຖານທີ່ຕັ້ງຢູ່ບ້ານເມືອງ ນ້ອຍ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ເປີດບໍລິການທຸກໆ ມື້ວັນຈັນ-ວັນອາທິດ ເວລາ 10:00 ໂມງເຊົ້າເປັນຕົ້ນໄປ ແລະ ສໍາລັບ ທ່ານໃດ ຕ້ອງການຈອງຕູບ, ຫ້ອງ ອາຫານ ກໍສາມາດຕິດຕໍ່ໄດ້ທີ່ເບີ 020 97517771, 020 9583 4356.

RkJQdWJsaXNoZXIy MTc3MTYxMQ==