7009

xtgmf]k; 3 17/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສອດສ່ອງ —Ê “¤§ໜÇ -k;|5j ,c0;'lts;a ootg0f g8u [.spj g0A ,c0' c]t gxa ode]a 'cI'la '];,.om5 d0t[;odko dko8A 'decr'rklu du fdA odko7h k vkf96 flto;o]tg[u f.lj glf4tdy f3]d ນະໂຍບາຍການຕັ້ງກຳແພງ ສິນຄ້າຂອງປະທານາທິບໍດີ ໂດໂນ ທຣຳ ທີ່ສະເໜີໃຫ້ເກືອບທຸກສິນຄ້າ ນຳເຂົ້າສະຫະລັດອາເມລິການັ້ນ ກໍາລັງກາຍເປັນຫົວຂໍ້ເຮັດໃຫ້ຊາວ ໂລກວິຕົກກັງວົນ ແລະ ບໍ່ພໍໃຈ ເຊິ່ງ ນະໂຍບາຍດັ່ງກ່າວຄາດວ່າຈະສົ່ງ ຜົນກະທົບຢ່າງກວ້າງຂວາງຕໍ່ເສດ ຖະກິດໂລກ ລວມທັງ ສປປ ລາວ, ໂດຍສະເພາະຜ່ານຊ່ອງທາງການ ຄ້າ ແລະ ການລົງທຶນ. ການຕັ້ງກຳແພງສິນຄ້າທີ່ກວມ ເອົາທັງເກົ່າ ແລະ ໃໝ່ນັ້ນ ອາດຈະ ເຮັດໃຫ້ຕົ້ນທຶນການນຳເຂົ້າສິນຄ້າ ໄປສະຫະລັດສູງຂຶ້ນ, ສົ່ງຜົນໃຫ້ ການຄ້າສາກົນຫລຸດລົງ ໃນນັ້ນປະ ເທດຄູ່ຄ້າຫລັກຂອງສະຫະລັດອາ ເມລິກາເຊັ່ນ: ຈີນ, ສະຫະພາບເອີຣົບ, ການາດາ, ເມັກຊິໂກ, ອາຊຽນ ແລະ ອື່ນໆ ຈະຜະເຊີນກັບຄວາມ ຕ້ອງການສິນຄ້າທີ່ຫລຸດລົງເນື່ອງ ຈາກລາຄາທີ່ແພງຂຶ້ນ. ນອກຈາກ ນີ້, ຜູ້ບໍລິໂພກໃນສະຫະລັດກໍ່ຈະ ພົບກັບລາຄາສິນຄ້າທີ່ສູງຂຶ້ນ ເຊິ່ງ ອາດນຳໄປສູ່ອັດຕາເງິນເຟີ້ ແລະ ກໍາລັງການຊື້ທີ່ຫລຸດລົງເຊັ່ນກັນ. ປະເທດຄູ່ຄ້າບາງປະເທດອາດ ຕອບໂຕ້ດ້ວຍການຕັ້ງກຳແພງສິນ ຄ້າຂອງຕົນເອງ ນັ້ນອາດສົ່ງຜົນໃຫ້ ເກີດສົງຄາມການຄ້າແຜ່ລາມ ແລະ ລົບກວນລະບົບຕ່ອງໂສ້ການຜະລິດ ທົ່ວໂລກ. ອົງການກອງທຶນເງິນຕາ ສາກົນ(I.')ຄາດການວ່າຖ້າກຳ ແພງສິນຄ້າຖືກນຳໃຊ້ຢ່າງເຕັມທີ່, ເສດຖະກິດໂລກອາດເສຍປະມານ 7 ຂອງຈີດີພີ (G%P) ໃນປີຕໍ່ໆ ໄປ. ອຸດສາຫະກຳທີ່ຂຶ້ນກັບການ ນຳເຂົ້າວັດຖຸດິບ ຫລື ຊິ້ນສ່ວນຈາກ ຕ່າງປະເທດ ເຊັ່ນ: ລົດ, ເຮືອບິນ, ການແພດ ແລະ ເອເລັກໂຕຣນິກຈະ ເນື່ອງໃນໂອກາດວັນສ້າງ ຕັ້ງຊາວໜຸ່ມປະຊາຊົນປະຕິວັດ ລາວ ຄົບຮອບ 70 ປີ (14 ເມສາ 1955-15 ເມສາ 2025),ທ່ານ ນາງ ບັງອອນ ພິມມະສານ ກຳ ມະ ການສູນກາງຊາວໜຸ່ມ ເລຂາຄະ ນະບໍລິຫານງານຊາວໜຸ່ມແຂວງ ສະຫວັນນະເຂດ ໄດ້ຍົກໃຫ້ເຫັນມູນ ເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍ ຕົວ ຂອງອົງການຈັດຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຕະຫລອດ ໄລຍະ 70 ປີພາຍໃຕ້ຮົ່ມທຸງຂອງ ພັກ. ພາຍຫລັງທີ່ພັກປະຊາຊົນ ປະຕິວັດລາວ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ບໍ່ພໍເທົ່າໃດວັນ, ຍ້ອນວ່າພັກເຫັນໄດ້ເຖິງຄວາມສໍາ ຄັນ ອົງການຈັດຕັ້ງຊາວໜຸ່ມກໍຄື ກໍາລັງຊາວໜຸ່ມຢູ່ໃນທຸກຂົງເຂດ ວຽກງານ ເພິ່ນຈຶ່ງສ້າງຕັ້ງຄະນະ ຊາວໜຸ່ມຂຶ້ນ, ໃນເມື່ອກ່ອນເອີ້ນ ວ່າ ຊາວໜຸ່ມຕະລຸມບອນ ເຊິ່ງສ້າງ ຕັ້ງຂຶ້ນໃນວັນທີ 14 ເມສາ 1955 ຊາວໜຸ່ມຮຸ່ນກ່ອນໄດ້ມີຜົນງານ ການຕໍ່ສູ້ຢ່າງອົງອາດກ້າຫານ, ມີ ນ້ຳໃຈຮັກຊາດອັນດູດດື່ມ, ເສຍ ສະລະເລືອດເນື້ອ ເພື່ອປະເທດຊາດ, ຊາວໜຸ່ມລາວຍາມໃດ ກໍໄດ້ຕໍ່ສູ້ ຄຽງບ່າຄຽງໄຫລ່ ໃກ້ຊິດຕິດແທດ ກັບພັກປະຊາຊົນ ປະຕິວັດລາວ ເພື່ອເປັນກຳລັງແກ່ນສານໃນການ ຕໍ່ສູ້ກູ້ຊາດ ຈົນໄດ້ຮັບໄຊຊະນະ ເປັນ ກ້າວໆມາ ແລະ ສາມາດສະຖາປາ ນາ ສປປ ລາວ ໃນວັນທີ 2 ທັນວາ ປິ 1975, ຈາກນັ້ນມາອົງການ ຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໄດ້ມີ ຄວາມເຕີບໃຫຍ່ ເຂັ້ມແຂງ ເປັນ ກຳລັງແຮງສັງລວມໃຫ້ແກ່ທຸກ ຂະບວນການ, ຄະນະຊາວໜຸ່ມແມ່ນ ໄດ້ຜ່ານຂະບວນວິວັດແຫ່ງການຕໍ່ສູ້ ຢ່າງອົງອາດກ້າຫານມີໄຊມາເຖິງ ປັດຈຸບັນດັ່ງ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ສາຍານາມຊາວ ໜຸ່ມ ວ່າ: “ຊາວໜຸ່ມຈົ່ງເປັນດັ່ງນົກ ອິນຊີທີ່ບໍ່ຫວັ່ນກົ່ວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝ ຂອງພວກເຮົາ” ແລະ ໄດ້ປະຕິບັດ ຄໍາຂັວນຊາວໜຸ່ມ ທີ່ວ່າ: “ບ່ອນໃດ ຍາກຊາວໜຸ່ມບຸກ ບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ ເມື່ອໃດຊາດ ຕ້ອງການຊາວໜຸ່ມຂານອາສາ”. ໃນຕໍ່ໜ້າການເຕີບໃຫຍ່ຂະ ຫຍາຍຕົວຂອງຊາວໜຸ່ມປະຊາ ຊົນປະຕິວັດລາວແຂວງສະຫວັນ ນະເຂດ ແມ່ນຈະສືບຕໍ່ສຸມໃສ່ວຽກ ງານສຶກສາອົບຮົມການເມືອງ- ແນວຄິດໃຫ້ພະນັກງານທີ່ຮັບຜິດ ຊອບຊາວໜຸ່ມ-ເຍົາວະຊົນອະນຸ ຊົນໃນທົ່ວແຂວງ, ປັບປຸງວິທີການ ສຶກສາອົບຮົມໃຫ້ແທດເໝາະກັບ ຄວາມເປັນຈິງ,ທັນຍຸກທັນສະໄໝ, ສຸມໃສ່ການກະກຽມດຳເນີນກອງ ປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງ ທີ່ຈະໄຂຂຶ້ນໃນຕໍ່ໜ້າໃຫ້ບັນລຸຕາມ ເປົ້າໝາຍ, ເອົາໃຈໃສ່ນຳພາຕ້ານ ໄດ້ຮັບຜົນກະທົບຢ່າງໜັກ. ຄວາມຈິງ ສປປ ລາວ ມີການ ສົ່ງອອກສິນຄ້າໄປສະຫະລັດອາ ເມລິກາໃນປະລິມານໜ້ອຍ, ສ່ວນ ໃຫຍ່ແມ່ນສິນຄ້າກະສິກຳແລະແຜ່ນ ແພ. ດ້ວຍການຕັ້ງກຳແພງພາສິນ ຄ້າຂອງທ່ານ ໂດໂນທຣໍາ ນັ້ນອາດ ເຮັດໃຫ້ລາວໄດ້ຮັບຜົນກະທົບເຊັ່ນ ກັນ. ຢ່າງໃດກໍ່ຕາມ, ຜົນກະທົບ ທີ່ສຳຄັນຕໍ່ລາວຈະເປັນທາງອ້ອມ ຜ່ານຄູ່ຄ້າຫລັກຂອງລາວ, ໂດຍສະ ເພາະ ຈີນ, ໄທ, ແລະ ຫວຽດນາມ. ຖ້າເສດຖະກິດຂອງປະເທດເຫລົ່ານີ້ ມີຂະຫຍາຍຕົວຊ້າລົງຍ້ອນກຳແພງ ສິນຄ້າສະຫະລັດ, ຄວາມຕ້ອງການ ສິນຄ້າຈາກລາວ ເຊັ່ນ: ໄຟຟ້າ, ແຮ່ ທາດ, ແລະ ຜະລິດຕະພັນກະສິກຳ, ກໍ່ຈະຫລຸດລົງ. ໂດຍສະເພາະຂະ ແໜງພະລັງງານໄຟຟ້າ, ທີ່ລາວສົ່ງ ອອກໄປໄທ ແລະ ຫວຽດນາມ ອາດ ຜະເຊີນໜ້າຄວາມຕ້ອງການພະລັງ ງານຫລຸດລົງ. ນອກຈາກນີ້, ລາຄາ ສິນຄ້ານຳເຂົ້າຂອງລາວ ເຊັ່ນ: ເຄື່ອງຈັກ, ວັດຖຸດິບ, ແລະ ສິນຄ້າ ອຸປະໂພກ, ອາດສູງຂຶ້ນ ຖ້າປະເທດ ຄູ່ຄ້າຖືກກະທົບຈາກການຄ້າທີ່ຂະ ຫຍາຍຕົວຊ້າລົງ. ເລື່ອງນີ້ຈະເຮັດ ໃຫ້ຄ່າຄອງຊີບໃນລາວສູງຂຶ້ນ, ໂດຍສະເພາະສິນຄ້າທີ່ຂຶ້ນກັບການ ນຳເຂົ້າ. ການລົງທຶນຕ່າງປະເທດ ໃນລາວ, ໂດຍສະເພາະໃນຂະແໜງ ພະລັງງານ ແລະ ໂຄງລ່າງ, ກໍ່ອາດ ຫລຸດລົງ ຖ້າປະເທດຜູ້ລົງທຶນຢ່າງ ຈີນຜະເຊີນກັບຄວາມຫຍຸ້ງຍາກ ທາງເສດຖະກິດ ຊຶ່ງເລື່ອງນີ້ຈະ ສົ່ງຜົນໃຫ້ໂຄງການພັດທະນາຂອງ ລາວຊັກຊ້າລົງ ແລະ ຈະເພີ່ມຄວາມ ທຸກຍາກໃຫ້ ສປປ ລາວເພີ່ມຂຶ້ນ. ບັນດານັກວິເຄາະໄດ້ຕັ້ງຄໍາ: ຈຸດອາວະສານຍຸກໂລກາພິວັດ (GlPbali[aUiPn) ອາດຢູ່ປາຍ ນີ້ວມື ຂອງ ທ່ານ ໂດໂນທຣໍາ ປະ ທານາທິບໍດີຂອງອາເມລິກາທີ່ພວມ ລັ່ນໄກປືນ ຈິງ ຫລື ບໍ່ ດັ່ງທີ່ຮູ້ນໍາ ກັນສະຕະວັດນີ້ແມ່ນຍຸກຄໍາຂອງ ໂລກາພິວັດພາຍໃຕ້ຄວາມໝາຍທີ່ ວ່າ “ຜົນຂອງການພັດທະນາໄດ້ ຊຸກຍູ້ການເຊື່ອມໂຍງເຊື່ອມຈອດ ກັນດ້ານຂໍ້ມູນຂ່າວສານ, ການຄົມ ມະນາຄົມຂົນສົ່ງ, ການຄ້າ ແລະ ນະວັດຕະກໍາໃໝ່ ໃຫ້ຈະເລີນເຕີບ ໂຕຢ່າງຕໍ່ເນື່ອງທີ່ພົວພັນກັບການ ຂະຫຍາຍຕົວເສດຖະກິດ, ການ ເມືອງ, ເຕັກໂນໂລຊີ ແລະ ວັດ ທະນະທໍາຢ່າງສົມເຫດສົມຜົນໃນ ໂລກ” ນັ້ນອາດເຖິງການສິ້ນສຸດກໍ ວ່າໄດ້ເພາະເຫດ ການຕັ້ງກໍາແພງ ພາສີສິນຄ້ານັ້ນພວມເປັນໄພຂົ່ມ ຄູ່ ແລະ ຂູດຮີດປະເທດຕ່າງໆໄປ ທົ່ວໂລກ ບໍ່ລະເວັ້ນຮອດປະເທດ ທຸກຍາກດ້ອຍພັດທະນາ ນັ້ນບໍ່ພຽງ ເປັນພຶດຕິກໍາ ຂາດຄວາມຮັບຜິດ ຊອບ ຕໍ່ການເປັນພາວະຜູ້ນໍາທີ່ໜ້າ ເຊື່ອຖື ແຕ່ຫາກຍັງເປັນການທໍາ ລາຍລະບົບເສດຖະກິດໂລກ ໃຫ້ເສຍ ຫາຍໄປພ້ອມໆກັນ. ໃນລະຫວ່າງ ວັນທີ 4-5 ວັນຜ່ານມາໝາດໆນີ້ ພາຍໃນປະເທດສະຫະລັດອາເມ ລິກາກໍມີປະຊາຊົນນັບຫລາຍລ້ານ ຄົນໃນຈໍານວນ 50 ລັດໄດ້ອອກມາ ເດີນປະທ້ວງສະແດງຄວາມບໍ່ພໍໃຈ ຕໍ່ການຕັດສິນໃຈ ຂອງ ທ່ານ ທຣໍາ ຍ້ອນເປັນຜົນສືບເນື່ອງມາຈາກຄ່າ ຄອງຊີບແພງ, ເສດຖະກິດຕົກຕໍ່າ, ເງິນເຟີ້, ໄພວ່າງງານ ແລະ ໜີ້ ສາລະນະຂອງສະຫະລັດເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໄດ້ກະທົບປາກທ້ອງ ແລະ ການດໍາລົງຊີວິດຂອງຊາວ ອາເມລິກາພົບທາງຕັນເປັນຕົ້ນ: ເຂົ້າປາອາຫານຖີບຕົວສູງຂຶ້ນ ແລະ ຜະເຊີນຄວາມຫຍຸ້ງຍາກຂາດເຂີນ ບໍ່ເຄີຍມີມາກ່ອນ. ພາຍໃຕ້ການບັນຊາຫົວເຮືອ ໃຫຍ່ ຂອງ ທ່ານ ໂດໂນທຣໍາ ທີ່ໃຊ້ ວິທີ “ຜ່າຕັດໃຫຍ່ ຫລັງຈາກນັ້ນ ບາດແຜ ແລະ ຢາຈະຊ່ວຍໃຫ້ຄົນ ປ່ວຍຫລືຄົນເຈັບຄ່ອຍໆດີຂຶ້ນ” ເຊິ່ງ ມັນເປັນນະໂຍບາຍຂອງລາວໃນ ການສ້າງເປັນກົນໄກຕັ້ງກໍາແພງ ພາສີກີດກັ້ນການຄ້າທີ່ບໍ່ສົມເຫດບໍ່ ສົມຜົນ ແລະ ບໍ່ຍຸຕິທໍາເລີຍ. ຕົວຢ່າງ ການຕັ້ງກໍາແພງພາສີກີດກັ້ນຄ້າ ໄປທົ່ວໂລກຈາກເບື້ອງຕົ້ນເກັບ ພາສີ 10 ຂຶ້ນສູງເກີນ100 , ຕໍ່ກັບເຫດການດັ່ງກ່າວນັກວິເຄາະ ທົ່ວໂລກໃຫ້ທັດສະນະວ່າມັນເປັນ ທໍາລາຍຮ່ວງໂສ້ການຄ້າໂລກ ແລະ ຈະເຮັດໃຫ້ວົງຈອນເສດຖະກິດ ໂລກລົ້ມລະລາຍໃນອະນາຄົດອັນ ໄກ້ນີ້ ເຊິ່ງຈະສົ່ງຜົນເຮັດໃຫ້ໄພເງິນ ເຟີ້ຖີບຕົວສູງຂຶ້ນແບບກ້າວກະໂດດ, ຄ່າຄອງຊີບສູງຂຶ້ນ ແລະ ສະພາບ ຄວາມທຸກຍາກຈະສືບຕໍ່ແຜ່ລາມໄປ ທົ່ວໂລກຫລາຍຂຶ້ນ. ທ່ານ ດຣ ອະທິບ ອັດວານັນ ນັກຊ່ຽວຊານເສດຖະກິດ ແລະ ນັກ ຂຽນຈາກປະເທດໄທ, ອະດີດນັກ ສຶກສາຈາກມະຫາວິທະຍາໄລຊິ ຄາໂກ, ມະຫາວິທະຍາໄລຄາເນກິ ເມວເບີນ ໄດ້ຍົກໃຫ້ເຫັນໃນສິ່ງທີ່ ທ່ານ ທຣໍາ ເຮັດໃນປັດຈຸບັນນີ້ບໍ່ ຕ່າງຫຍັງກັບຍຸກປີ 1900 ທີ່ປະ ເທດຕ່າງໆສ້າງກໍາແພງພາສີກີດ ກັ້ນສິນຄ້າເຮັດໃຫ້ເສດຖະກິດໂລກ ທົດຖອຍ ແລະ ເສຍຫາຍຢ່າງ ໜັກ. ລາວຍັງກ່າວວ່າ ທ່ານ ທຣໍາ ອາດເປັນນັກທຸລະກິດສະຫລາດ ສຸດຍອດທີ່ຫລິ້ນເກມໄປທົ່ວໂລກ ແລະ ຫລາຍປະເທດອາດຕົກຫລຸມ ກັບດັກຂອງ ທ່ານ ທຣໍາ ທີ່ຕັ້ງກໍາ ແພງພາສີສູງກວ່າໃນຍຸກສົງຄາມ ໂລກຄັ້ງທີ 2 ເອີ້ນວ່າ: ໂຍບາຍ ປ່ວງບ້າ ນັ້ນໝາຍວ່າ ທ່ານ ທຣໍາ ບໍ່ແມ່ນຄົນໂງ່ຄື ຫລາຍທ່ານຄິດແຕ່ ເປັນນັກທຸລະກິດທີ່ປະສົບຜົນສໍາ ເລັດມາກ່ອນຈາກການເຮັດທຸລະ ກິດອະສັງຫາລິມະຊັບກາຍເປັນ ຄົນຮັ່ງມີດ້ວຍການຕໍ່ລອງ ຖ້າໃຜ ໄດ້ອ່ານບົດຄວາມເດິອາສອອບເດິ ດຽວ (5Ie "SU PG 5Ie %eal) ຈະພົບວ່າ ທ່ານ ທຣໍາ ເປັນນັກຕໍ່ ລອງການຄ້າ ແລະ ການຕະຫລາດ ທີ່ດຸເດືອດຮຸນແຮງມາຕະຫລອດ ໂດຍວິທີຂອງທ່ານ ທຣໍາ ມັກໃຊ້ ແມ່ນຕັ້ງລາຄາໃຫ້ສູງກ່ອນສະເໝີ ແລ້ວເຮັດໃຫ້ຝ່າຍກົງກັນຂ້າມມາຂໍ ຕໍ່ລອງເພື່ອຫລຸດລົງ. ສະນັ້ນ ການ ຕັ້ງກໍາແພງທີ່ສູງໃນປັດຈຸບັນກໍ ເໜືອນການ ຕັ້ງລາຄາສິນຄ້າທີ່ສູງ ເກີນເພື່ອໃຫ້ຄົນມາຕໍ່ລອງເພື່ອສະ ແຫວງຜົນປະໂຫຍດຂອງຕົນເອງ. ອີງຕາມແຫລ່ງຂ່າວຂອງຈາຍ ນາເດຍລີ (CIina EailZ) ໄດ້ ລາຍງານບົດຕອບສໍາພາດຂອງ ທ່ານ ອາເຊັມ ຮານາຟີ( "TTeN )anaGi) ເອກອັກຄະລັດຖະທູດ ອີຢິບປະຈຳຈີນໃນວັນທີ 9 ເມສາ ນີ້ວ່າ: ໂລກາພິວັດບໍ່ແມ່ນການປະ ດິດສ້າງ ຫລື ແບບແຜນວິທີໃໝ່ ແຕ່ມັນເປັນຄວາມຈິງທີ່ພວກເຮົາ ຕ້ອງຢູ່ຮ່ວມກັນກັບນຳມັນໃຫ້ໄດ້, ໂດຍເນັ້ນໜັກເຖິງຜົນປະໂຫຍດ ຂອງໂລກາພິວັດ, ການເປີດກວ້າງ ຕະຫລາດ, ການແລກປ່ຽນຄວາມ ຮູ້, ການເຄື່ອນໄຫວຂອງມະນຸດ, ທັງ ການພົວພັນດ້ານເສດຖະກິດ ແລະ ບໍ່ແມ່ນພື້ນຖານເສດຖະກິດລ້ວນໆ ແຕ່ແມ່ນສາເຫດສຳຄັນທີ່ເຮັດໃຫ້ ອີຢິບ ເຄື່ອນໄຫວຊຸກຍູ້ການຫັນ ເປັນໂລກາພິວັດ. ໃນສະພາບການ ສາກົນທີ່ສັບສົນໃນປັດຈຸບັນ, ທ່ານ )anaGi ກ່າວວ່າ ການຮ່ວມມືມີ ຄວາມສຳຄັນຫລາຍກວ່າສິ່ງອື່ນ ໃດ ແລະ ອີຢິບໜຶ່ງໃນຄູ່ຮ່ວມຊາ ຕາກໍາມວນມະນຸດໃນໂລກນີ້ກໍໄດ້ ຮັບຜົນປະໂຫຍດອັນໃຫຍ່ຫລວງ ຈາກການຮ່ວມມືສາກົນ, ໂດຍ ການເພີ່ມທະວີຄວາມເຂົ້າໃຈກັບ ວົງຄະນະຍາດສາກົນ ແລະ ການ ພົວພັນລະຫວ່າງປະຊາຊົນຢ່າງ ເລິກເຊິ່ງແມ່ນບົດບາດສຳຄັນໃນ ການພັດທະນາຂອງປະເທດ. ສື່ລາວທຽນທາມສ (5Ie -aPUiane 5iNeT ) , ເປັນໜຶ່ງໃນ ສື່ເອກະຊົນລາວເປັນພາສາອັງກິດ ໄດ້ນໍາສະເໜີຂ່າວວ່າ ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະ ມາຊິກອາຊຽນ ຖືວ່າເປັນປະເທດ ດ້ອຍພັດທະນາອາດຈະໄດ້ຮັບຜົນ ກະທົບ ແລະ ພວມຜະເຊີນໜ້າກັບ ການໃຊ້ມາດຕະການເກັບພາສີສິນ ການຄ້າຂອງ ທ່ານ ທຣໍາ,ທີ່ມີສູງ ເຖິງ 48 ປັດຈຸບັນນີ້ ລັດຖະບານ ລາວ ຍັງບໍ່ມີທ່າທີອອກຂ່າວຕອບ ໂຕ ຢ່າງເປັນທາງການ ຕໍ່ນະໂຍ ບາຍການຂຶ້ນພາສີ ຂອງ ທ່ານ ທຣໍາ , ແຕ່ເຈົ້າໜ້າທີ່ຈາກກະຊວງ ອຸດສາຫະກໍາ ແລະ ການຄ້າຂອງ ສປປ ລາວ ເວົ້າວ່າໄດ້ຕິດຕາມສະ ຖານະການຢ່າງໃກ້ຊິດ. ທ່ານ ທຣຳ ປະທານນາທິບໍດິ ສະຫະລັດອາເມລິກາ ປະກາດເກັບ ພາສີສິນຄ້ານຳເຂົ້າຈາກຫລາຍ ປະເທດທີ່ອ້າງວ່າເກີນດຸນການຄ້າ ກັບສະຫະລັດ ໃນນັ້ນມີບັນດາປະ ເທດໃນອາຊຽນທີ່ໄດ້ຮັບຜົນກະທົບ ຢ່າງໜັກປະກອບມີຄື: ກຳປູເຈຍ 49 , ລາວ 48 , ຫວຽດນາມ 46 , ມຽນມາ 44 , ໄທ 36 , ອິນໂດເນເຊຍ 32 , ມາເລເຊຍ 24 , ບຣູໄນ 24 , ຟິລິບປິນ 17 ແລະ ສິງກະໂປ 10 ເຊິ່ງ ການປະກາດຈັດເກັບພາສີດັ່ງກ່າວ ນັ້ນໄດ້ເລີ່ມຈາກຂັ້ນຕ່ຳ 10 ເຖິງ ເກີນ 100 ເຊິ່ງມີຜົນບັງຄັບໃຊ້ ນັບໃນວັນທີ 9 ເມສາ ຜ່ານມານີ້ ແລະ ສປປ ລາວ ເປັນປະເທດທີ 2 ຮອງຈາກປະເທດກໍາປູເຈຍໄດ້ຮັບ ກະທົບແຮງທີ່ສຸດໃນບັນດາ 10 ປະ ເທດສະມາຊິກອາຊຽນ. ຫລ້າສຸດ ບັນດາປະເທດສະມາຊິກອາຊຽນ ໄດ້ລາຍງານວ່າ: ຈະຈັດກອງປະ ຊຸມປຶກສາຫາລືບັນຫາການເພີ່ມພາ ສີຂອງອາເມລິກາທີ່ມີຕໍ່ອາຊຽນ ເພື່ອຮັບມືກັບສິ່ງທ້າຍທາຍໃໝ່ ພ້ອມດຽວກັນນີ້ ທ່ານ ອັນວາ ບິນ ອິບຣາຮິມ ນາຍົກລັດຖະມົນຕີມາເລ ເຊຍຢືນຢັນຕໍ່ສື່ມວນຊົນໃນວັນທີ 4 ເມສານີ້ວ່າ: ຈະປຶກສາຫາລືກັບບັນ ດາປະເທດສະມາຊິກອາຊຽນ ເພື່ອ ສົ່ງເສີມຫລັກການຍຸຕິທຳຂອງການ ຄ້າສາກົນ ແລະ ຄາດວ່າຈະປຶກສາ ຫາລືກ່ຽວກັບຜົນກະທົບຕໍ່ການຄ້າ, ການລົງທຶນ ແລະ ຄວາມໝັ້ນຄົງ ທາງດ້ານເສດຖະກິດຂອງພາກ ພື້ນ. ປັດຈຸບັນນີ້, ການຄ້າລະຫວ່າງ ອາຊຽນ ແລະ ອາເມລິກາໄດ້ບັນລຸ ປະມານ 476,8 ຕື້ໂດລາໃນປີ 2024 ໃນນັ້ນ ການສົ່ງອອກສິນຄ້າ ຂອງອາເມລິກາໄປອາຊຽນໃນ ປີ 2024 ບັນລຸ 124,6 ຕື້ໂດລາ, ເພີ່ມຂຶ້ນ 16,6 ເມື່ອທຽບໃສ່ປີ 2023, ການນຳເຂົ້າສິນຄ້າຂອງ ອາເມລິກາຈາກອາຊຽນມີເຖິງ 352,34 ຕື້ໂດລາ, ເພີ່ມຂຶ້ນ 13,4 ຕື້ ໂດລາ. 2023. ການຂາດດຸນການ ຄ້າຂອງອາເມລິກາກັບອາຊຽນ ປະມານ 227 ກວ່າຕື້ໂດລາໃນປີ 2024, ເພີ່ມຂຶ້ນ 11.6 ເມື່ອ ທຽບໃສ່ປີ 2023. ແນວໃດກໍດີ ເຖິງ ແມ່ນວ່າສະຫະລັດອາເມລິກາຂຶ້ນ ຊື່ລືນາມເປັນປະເທດມະຫະອໍາ ນາດທີ່ປຽບລົ້ນໄປດ້ວຍຄວາມເຂັ້ມ ແຂງດ້ານເສດຖະກິດ ແລະ ການ ທະຫານເປັນອັນດັບຕົ້ນໆຂອງໂລກ ກໍຕາມ ແຕ່ຖ້າຫາກວ່າໝູ່ທຸກຄົນ ໝົດໂລກນີ້ບໍ່ພໍໃຈ ແລະ ໝົດຄວາມ ເຊື່ອໝັ້ນ ເຊື່ອວ່າທຸກໆປະເທດກໍ ຈະຄ່ອຍໆຕີໂຕຫ່າງເຫີນອອກໄປ ແລະ ຕັດຂາດຍາດມິດເຊັ່ນກັນ. ຢ່າລືມວ່າໂລກໜ່ວຍນີ້ເປັນເວທີ ຢູ່ຮ່ວມກັນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ແບ່ງປັນຜົນປະໂຫຍດ ຮ່ວມກັນ, ໃຫ້ຄວາມຍຸຕິທໍາ ແລະ ສະເໜີພາບກັນ, ມີຄວາມປະນີປະ ນອມ ປອງດອງກັນ, ຮ່ວມກັນ ຮັກສາສັນຕິພາບ ແລະ ຄວາມ ສະຫງົບສຸກ, ບໍ່ແບ່ງແຍກສຽດສີ ຄົ້ນລົ້ມໂຈມຕີ ແລະ ບໍ່ຖິ້ມໃຜໄວ້ຢູ່ ເບື້ອງຫລັງ ເຊິ່ງເປັນສິ່ງທີ່ມະນຸດ ທຸກຄົນປາຖະໜາຢ່າງແທ້ຈິງ. ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນ ສັງຄົມ ບັນຫາຢາເສບຕິດ,ມົ້ວສຸມ ດື່ມນຳ້ກະທ້ອມ, ຄໍລາເຈນ, ກາ ເຟຕີ້ ສາຍປາຕີ້ ຮັບຮູ້ແລະ ເຂົ້າໃຈ ຕໍ່ການປ່ຽນແປງຂອງກຸ່ມຄົນບໍ່ດີ ສວຍໃຊ້ຊາວໜຸ່ມ-ເຍົາວະຊົນ-ອະນຸ ຊົນທີ່ເປັນໜໍ່ແໜງຂອງຊາດຮັບຮູ້, ການຜ່າຜືນລະບຽບຈາລະຈອນ ເພື່ອຫລຸດຜ່ອນເຖິງຜິດໄພ,ປຸກ ລະດົມຊາວໜຸ່ມ ເຍົາວະຊົນ ອະນຸ ຊົນ ເຂົ້າຮ່ວມຂະບວນການສຳຄັນ ຕ່າງໆຂອງຊາດຂອງພັກເຊັ່ນຂະ ບວນການຕອບບຸນແທນຄຸນ, ຊ່ວຍ ເຫລືອສັງຄົມ ເດັກນ້ອຍ, ພໍ່ແມ່ປະ ຊາຊົນຜູ້ທຸກຍາກຫ່າງໄກສອກ ຫລີກ, ຊຸກຍູ້ຊາວໜຸ່ມສ້າງອາຊີບ ມີລາຍຮັບທີ່ບໍ່ຄັດກັບລະບຽບກົດ ໝາຍ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ມີສະຕິຕໍ່ການດຳລົງຊີວິດ ແລະ ມີສະຕິຕໍ່ລະບຽບກົດໝາຍ.

RkJQdWJsaXNoZXIy MTc3MTYxMQ==