lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 17/04/2025 xtgmf]k; 16 ou gm; lk0kc0;'v5 fq ,wgxu foe.-h sh v'dkos]a '.\j 1j k'gxa omk'dko ປິດບັ້ນຝຶກອົບຮົມ... ເຜີຍແຜ່ຄຳສັ່ງຂອງລັດຖະບານ... ນາຍົກລັດຖະມົນຕີ... ຂປລ. ບໍລິສັດສະຕາໂທລະຄົມ ຫລື ຢູນີເທວ ຜູ້ນຳທາງດ້ານເຕັກໂນ ໂລຊີການສື່ສານສາຂາແຂວງອຸດົມ ໄຊ ໄດ້ຈັດພິທີເປີດນຳໃຊ້ຫ້ອງການ ຫລັງໃໝ່ຢ່າງເປັນທາງການ ເພື່ອ ຂະຫຍາຍຄຸນນະພາບຂອງການ ບໍລິການໃນລະດັບພາກພື້ນ ໂດຍສະ ເພາະແມ່ນແຂວງອຸດົມໄຊ ໃນວັນທີ 10 ເມສາ 2025 ທີ່ຜ່ານມາ ໂດຍ ມີທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າ ແຂວງອຸດົມໄຊ, ທ່ານ ສົມຈັນ ເທບ ພາລີ, ເຈົ້າເມືອງໆໄຊ, ທ່ານ ດາວ ວີ ສີຫາເທບ ຮອງຜູ້ອໍານວຍການ ໃຫຍ່ຈັດຕັ້ງ-ບໍລິຫານບໍລິສັດສະຕາ ໂທລະຄົມ, ທ່ານ ຫງວຽນ ຮົງ ມິງ ຮອງຜູ້ອໍານວຍການໃຫຍ່ ດີຈິຕອນ ບໍລິສັດ ສະຕາໂທລະຄົມ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຫງວຽນ ເຈືອງ ມິງ ອໍານວຍການບໍລິສັດ ສະຕາໂທລະຄົມສາຂາແຂວງອຸ ດົມໄຊ ໄດ້ກ່າວໃນພິທີວ່າ: ເພື່ອ ຮັບປະກັນໃຫ້ແກ່ການພັດທະນາ ຂອງບໍລິສັດໃນອະນາຄົດຂ້າງໜ້າ ແລະ ສ້າງໄວ້ເພື່ອໃຫ້ຄົນຮຸ່ນຫລັງ, ມື້ນີ້ບໍລິສັດສະຕາໂທລະຄົມສາຂາ ແຂວງອຸດົມໄຊ ຈຶ່ງໄດ້ເປີດນຳໃຊ້ ຕຶກຫ້ອງການຫລັງໃໝ່ ລວມມູນ ຄ່າທັງໝົດ 10 ຕື້ກວ່າກີບ, ລວມ ເນື້ອທີ່ 800 ຕາເເມັດຕັ້ງຢູ່ບ້ານນາ ຫວານນ້ອຍ ເມືອງໄຊ ແຂວງອຸດົມ ໄຊ, ເປັນອາຄານຫ້ອງການທີ່ສ່ວຍ ງາມ, ທັນສະໄໝຂອງຢູນີເທວ ຢູ່ ແຂວງອຸດົມໄຊ, ເປັນການປະກອບ ສ່ວນໃນການສ້າງສາພັດທະນາຕົວ ເມືອງຂອງແຂວງ, ເປັນສັນຍະລັກ ແຫ່ງສາຍພົວພັນມິດຕະພາບແບບ ພິເສດລະຫວ່າງສອງກະຊວງປ້ອງ ກັນປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມນີ້, ທ່ານ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງ ເລິກເຊິ່ງມາຍັງການນຳພັກ-ລັດ, ບັນດາອົງການຈັດຕັ້ງ, ອຳນາດ ການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ຄະນະອຳນວຍການໃຫຍ່, ພະແນກ ການຂອງບໍລິສັດສະຕາໂທລະຄົມ ທີ່ໄດ້ສ້າງເງື່ອນໄຂອຳນວຍຄວາມ ສະດວກທຸກປະການໃຫ້ແກ່ຢູນີເທວ ສາຂາແຂວງອຸດົມໄຊ ໃຫ້ນັບມື້ນັບ ເຕີບໃຫຍ່ຂະຫຍາຍຕົວ ແລະ ເປີດ ກວ້າງບໍລິການຈົນມາຮອດທຸກມື້ນີ້. ໂອກາດນີ້, ທ່ານ ບຸນຄົງ ຫລ້າ ຈຽມພອນ ໄດ້ມີຄຳເຫັນວ່າ: ການ ນຳໃຊ້ຫ້ອງການຫລັງໃໝ່ບໍລິສັດ ສະຕາໂທລະຄົມສາຂາແຂວງອຸດົມ ໄຊ ສະແດງເຖິງການເຕີບໃຫຍ່ຂະ ຫຍາຍຕົວຂອງບໍລິສັດສະຕາໂທລະ ຄົມສາຂາແຂວງອຸດົມໄຊ ແລະ ເປັນ ການປະກອບສ່ວນໃນການສ້າງສາ ແລະ ພັດທະນາແຂວງອຸດົມໄຊ, ສຳ ນັກງານຫ້ອງການນີ້ຕັ້ງຢູ່ໃຈກາງ ເມືອງເປັນເງື່ອນໄຂສະດວກໃນ ການໃຫ້ບໍລິການປະຊາຊົນ, ເປັນ ການຍົກບົດບາດຂອງບໍລິສັດສະ ຕາໂທລະຄົມໃນການປະຕິບັດວິໄສ ທັດຂອງຕົນ. ພ້ອມນີ້ກໍໄດ້ມີພິທີການ ຕັດແຖບຜ້າເປີດນໍາໃຊ້ຫ້ອງການ ແລະ ປູກຕົ້ນໄມ້ເພື່ອຄວາມເປັນສິຣິ ມຸງຄຸນໃຫ້ກັບຫ້ອງການບໍລິສັດສະ ຕາໂທລະຄົມຈຳກັດ ສາຂາແຂວງ ອຸດົມໄຊ. ຂປລ. ໃນໄລຍະວັນທີ 1617 ເມສາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂັ້ນສູງເຂົ້າຮ່ວມກອງປະຊຸມສຸດ ຍອດຄູ່ຮ່ວມມືເພື່ອການເຕີບໂຕ ສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຄັ້ງທີ 4 ທີ່ຮ່າ ໂນ້ຍ ໃນນາມແຂກຂອງປະທານ ກໍຄື ສສ ຫວຽດນາມ ພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມມືສາກົນເພື່ອການ ຫັນປ່ຽນສີຂຽວທີ່ມີຄວາມກວມ ລວມ, ຍືນຍົງ, ນະວັດຕະກໍາ ເເລະ ມີປະຊາຊົນເປັນເເກນກາງ”, ກອງ ປະຊຸມປິ່ນອ້ອມທີ່ສໍາຄັນພ້ອມທັງ ມີແຜນເຄື່ອນໄຫວພົບປະການນຳ ຂັ້ນສູງ ແລະ ລົງຢ້ຽມຢາມສຶກສາ ເຂດການຜະລິດອຸດສາຫະກຳຂອງ ປະເທດເຈົ້າພາບ. ໃນວັນທີ16 ເມສາ2025, ທ່ານ ນາຍົກລັດຖະມົນຕີໄດ້ເຂົ້າຮ່ວມພິທີ ເປີດກອງປະຊຸມສຸດຍອດຄູ່ຮ່ວມມື ເພື່ອການເຕີບໂຕສີຂຽວ ແລະ ເປົ້າ ໝາຍສາກົນ 2030 (P4G) ຄັ້ງທີ 4 ໂດຍການເປັນປະທານຂອງທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາ ຫົວໜ້າລັດຖະບານ, ການນໍາຂັ້ນ ສູງ ແລະ ຜູ້ຕາງໜ້າທາງການຈາກ ບັນດາປະເທດ, ບັນດາອົງການ ຈັດຕັ້ງສາກົນ ແລະ ພາກທຸລະກິດ ເຂົ້າຮ່ວມຫລາຍກວ່າ 400 ທ່ານ. ພາຍຫລັງທີ່ທ່ານ ຟ້າມ ມິງ ຈິງ ໄດ້ກ່າວເປີດກອງປະຊຸມຢ່າງເປັນ ທາງການແລ້ວ; ພິເສດ, ທ່ານ ໂຕ ເລິມ ເລຂາທິການໃຫຍ່ ພັກ ກອມມູນິດຫວຽດນາມ ກໍໄດ້ກ່າວ ສູນທອນພົດເປັນທິດທາງໃຫ້ແກ່ ການປຶກສາຫາລືຕໍ່ກອງປະຊຸມໃນ ຄັ້ງນີ້. ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຮັບກຽດໃຫ້ຂຶ້ນ ກ່າວປາໄສໃນພິທີເປີດກອງປະຊຸມ ໂດຍໄດ້ຢໍ້າຄືນຄວາມເອົາໃຈໃສ່ ຂອງລັດຖະບານລາວຕໍ່ແນວຄວາມ ຄິດການເຕີບໂຕສີຂຽວເພື່ອເປັນ ແນວທາງໃນການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ ກໍຄື ການບັນລຸເປົ້າໝາຍການພັດທະນາ ແບບຍືນຍົງຄຽງຄູ່ກັບການປົກປັກ ຮັກສາສິ່ງແວດລ້ອມ. ພ້ອມທັງ ໄດ້ແຈ້ງໃຫ້ກອງປະຊຸມຮັບຊາບ ກ່ຽວກັບຍຸດທະສາດພາຍໃນຂອງ ສປປ ລາວ ແລະ ຄວາມພະຍາຍາມ ຂອງລັດຖະບານລາວໃນການຈັດ ຕັ້ງປະຕິບັດຍຸດທະສາດການເຕີບໂຕ ສີຂຽວ ແລະ ແຜນງານທີ່ກ່ຽວຂ້ອງ ໃຫ້ມີຄວາມສອດຄ່ອງກັບແຜນ ພັດທະນາແຫ່ງຊາດໂດຍລວມເຖິງ ວ່າ ສປປ ລາວ ຈະເປັນໜຶ່ງໃນປະ ເທດດ້ອຍພັດທະນາ ແລະ ບໍ່ມີຊາຍ ແດນຕິດກັບທະເລທີ່ມີຄວາມຫຍຸ້ງ ຍາກ ແລະ ຂໍ້ຈໍາກັດຫລາຍດ້ານ ກໍຕາມ. ນອກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ອະທິບາຍເພີ່ມເຕີມການ ແກ້ໄຂຂໍ້ຫຍຸ້ງຍາກ ເຊິ່ງລັດຖະ ບານລາວໄດ້ຮ່ວມກັບພາກທຸລະກິດ ແລະ ປະຊາຊົນສຸມໃສ່ພັດທະນາ ປະເທດ ໂດຍການຫັນເປັນສີຂຽວ ຕາມຍຸດທະສາດການເຕີບໂຕ ສີຂຽວຂອງ ສປປ ລາວ ເຖິງປີ 2030 ໂດຍສະເພາະການສົ່ງເສີມ ການມີສ່ວນຮ່ວມຂອງກະສິກອນ, ແກ່ນາຍ ແລະ ພົນທະຫານກອງທັບ ປະຊາຊົນລາວ ໃຫ້ມີຄວາມພ້ອມ ໃນການປະຕິບັດໜ້າທີ່ໃນສະຖານະ ການຕ່າງໆຢ່າງມີປະສິດທິພາບ ແລະ ປະສິດທິຜົນເປັນຕົ້ນການ ນຳ ໃຊ້ອາວຸດໃນສະຖານະການ ຈຳລອງການປະທະກັບສັດຕູ; ການ ໂຍນຕົວລົງມາຈາກເຮືອບິນເພື່ອ ໂຈມຕີສັດຕູ; ການນຳໃຊ້ລົດເພື່ອໄລ່ ຈັບ ແລະ ຕອບໂຕ້ການໂຈມຕີ; ການ ຕອບໂຕ້ການບຸກລຸກ, ການນຳໃຊ້ ເຕັກໂນໂລຊີ ໂດຍສະເພາະໂດນບິນ ເພື່ອສຳຫລວດ ແລະ ປະຕິບັດໜ້າທີ່ ທາງທະຫານ. ໃນໂອກາດນີ້, ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ກໍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາ ນາຍ ແລະ ພົນທະຫານທີ່ໄດ້ມີ ຄວາມເອົາໃຈໃສ່ຕໍ່ການຝຶກອົບຮົມ ຮ້ອນຕາມແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ IX (ຄະນະ 116/ນຍ), ມີ ຮອງລັດຖະມົນຕີ ກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ແບບເຊິ່ງໜ້າ; ບັນດາການນຳແຂວງ ແລະ ນະຄອນຫລວງວຽງຈັນ, ປະ ທານສະພາປະຊາຊົນແຂວງ-ນະ ຄອນຫລວງວຽງຈັນ, ພ້ອມດ້ວຍຜູ້ ຕາງໜ້າອົງການກວດກາພັກ-ລັດ, ຫ້ອງວ່າການ, ພະແນກແຜນການ ແລະ ການລົງທຶນ, ພະແນກພະລັງ ງານ ແລະ ບໍ່ແຮ່ ປະຈຳແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ ຜ່ານລະບົບກອງປະຊຸມທາງໄກ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ເນັ້ນບາງຂໍ້ທີ່ທຸກ ພາກສ່ວນ, ທຸກຂັ້ນຕ້ອງໄດ້ເອົາໃຈ ໃສ່ຕື່ມເນື່ອງຈາກຄໍາສັ່ງດັ່ງກ່າວ ໄດ້ປະກາດໃຊ້ແລ້ວເປັນເວລາ 1 ເດືອນກວ່າ ແຕ່ການປະຕິບັດຕົວຈິງ ຂອງທຸກພາກສ່ວນໂດຍສະເພາະ ອົງການປົກຄອງທ້ອງຖິ່ນການ ເຜີຍແຜ່ບໍ່ທັນທົ່ວເຖິງ, ການຈັດຕັ້ງ ປະຕິບັດບໍ່ເປັນເອກະພາບ ເຊິ່ງເຮັດ ໃຫ້ມີສະພາບການລະເມີດບັນດາຂໍ້ ຕ່າງໆທີ່ກຳນົດໃນຄຳສັ່ງ 06/ນຍ, ບັນຫາບໍ່ໄດ້ຮັບການແກ້ໄຂ ແລະ ຢູ່ບາງບ່ອນຍິ່ງເພີ່ມທະວີຄວາມ ຮ້າຍແຮງ ເຊິ່ງໄດ້ສົ່ງຜົນກະທົບ ຕໍ່ຜົນປະໂຫຍດລວມຂອງປະເທດ ຊາດ ແລະ ປະຊາຊົນ, ສັງຄົມ ແລະ ສິ່ງແວດລ້ອມ. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມກອງ ປະຊຸມໂດຍສະເພາະຜູ້ຕາງໜ້າ ຄະນະ 116/ນຍ, ຕາງໜ້າບັນດາ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ກໍໄດ້ປະກອບຄຳຄິດເຫັນ ໂດຍໄດ້ລາຍງານໃຫ້ຊາບກ່ຽວກັບ ສະພາບການຕິດຕາມ, ກວດກາ ແລະ ຄຸ້ມຄອງການຂຸດຄົ້ນແຮ່ທາດ ຕ່າງໆທີ່ຕິດພັນກັບຂະແໜງການ ແລະ ທ້ອງຖິ່ນຂອງຕົນ, ພ້ອມທັງຍົກ ໃຫ້ເຫັນດ້ານຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ສະເໜີທິດທາງປັບປຸງແກ້ໄຂໃນຕໍ່ ໜ້າບາງດ້ານເພື່ອເຮັດໃຫ້ການ ຕິດຕາມກວດກາ ແລະ ຄຸ້ມຄອງ ວຽກງານດັ່ງກ່າວ ມີປະສິດທິພາບ ຊາວຜູ້ອອກແຮງງານ ແລະ ພາກ ທຸລະກິດໃນການວຽກງານການ ພັດທະນາໂດຍຫັນມານໍາໃຊ້ເຕັກ ໂນໂລຊີທັນສະໄໝ, ການຜະລິດກະ ສິກໍາແບບຍືນຍົງ ແລະ ການນຳໃຊ້ ພະລັງງານສະອາດ. ໃນຕອນທ້າຍທ່ານນາຍົກລັດຖະ ມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນ ດາຄູ່ຮ່ວມມື ແລະ ວົງຄະນາຍາດ ສາກົນ ກໍຄື ປະເທດສະມາຊິກ ແລະ ປະເທດຄູ່ຮ່ວມຂອງຄູ່ຮ່ວມມືເພື່ອ ການເຕີບໂຕສີຂຽວ ແລະ ເປົ້າ ໝາຍສາກົນ 2030 ໃຫ້ສືບຕໍ່ເພີ່ມ ທະວີການຮ່ວມມື ແລະ ການສະ ໜັບສະໜູນເພື່ອຮັດແຄບຄວາມ ແຕກໂຕນທາງດ້ານການພັດທະນາ ແລະ ເປີດໂອກາດໃນການຖ່າຍ ທອດເຕັກໂນໂລຊີ ແລະ ນະວັດຕະ ກຳໃຫ້ປະເທດຕ່າງໆໄດ້ພັດທະນາ ໄປພ້ອມໆກັນ, ພ້ອມທັງໄດ້ຢ້ຳຄືນ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຍຸດທະສາດ ການເຕີບໂຕສີຂຽວຢ່າງສະເໝີ ຕົ້ນສະເໝີປາຍ ແລະ ຈະສືບຕໍ່ ຮ່ວມມືກັບບັນດາປະເທດ ແລະ ຄູ່ ພັດທະນາໃນການຈັດຕັ້ງປະຕິບັດ ການເຕີບໂຕສີຂຽວເພື່ອຊຸກຍູ້ການ ບັນລຸເປົ້າໝາຍການພັດທະນາແບບ ຍືນຍົງ. ຈາກນັ້ນ, ທ່ານນາຍົກລັດຖະ ມົນຕີ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ຄົບຄະນະລະດັບສູງຈັດຂຶ້ນພາຍໃຕ້ ການເປັນປະທານຂອງທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ມີບັນດາ ນາຍົກລັດຖະມົນຕີ ບັນດາປະເທດ ສະມາຊິກ P4G ການນໍາຂັ້ນສູງ ແລະ ຜູ້ຕາງໜ້າທາງການຈາກປະ ເທດຕ່າງໆເຂົ້າຮ່ວມຫລາຍກວ່າ 200 ທ່ານ ແລະ ໄດ້ຢ້ຽມຊົມການ ວາງສະແດງສິນຄ້າ, ເຕັກໂນໂລ ຊີ ແລະ ນະວັດຕະກຳ ເພື່ອສົ່ງເສີມ ການພັດທະນາຕາມທິດສີຂຽວທີ່ຈັດ ຂຶ້ນໃນໄລຍະກອງປະຊຸມດັ່ງກ່າວ. ກົນໄກຄູ່ຮ່ວມມືເພື່ອການເຕີບໂຕ ສີຂຽວ ແລະ ເປົ້າໝາຍສາກົນ 2030 ຫລື P4G ແມ່ນຂໍ້ລິເລີ່ມ ຂອງລັດຖະບານດານມາກ, ໄດ້ຖືກ ປະກາດໃນປີ 2017 ແລະ ໄດ້ຮັບ ການກໍ່ຕັ້້ງຂຶ້ນຢ່າງເປັນທາງການໃນ ປີ 2018 ໂດຍ 7 ປະເທດສະມາຊິກ ຄື: ດານມາກ, ຊີເລ, ເມັກຊິກ, ຫວຽດນາມ, ສ ເກົາຫລີ, ເອທີໂອປີ ແລະ ເຄັນຍາ ຊຶ່ງໄດ້ຮັບການຊ່ວຍ ເຫລືອຈາກບັນດາອົງການຈັດ ຕັ້ງສາກົນ. ປັດຈຸບັນ, P4G ມີ ສະມາຊິກທັງໝົດ 12 ປະເທດ. ຈຸດປະສົງຂອງການກໍ່ຕັ້ງກົນໄກ ດັ່ງກ່າວ ເພື່ອເປັນເວທີຊຸກຍູ້ການ ຮ່ວມມືຂ້າມຂະແໜງການ ກໍຄືການ ຮ່ວມມືພາກລັດ-ພາກເອກະຊົນ, ລວມທັງສົ່ງເສີມການມີສ່ວນຮ່ວມ ຂອງອົງການຈັດຕັ້ງພົນລະເຮືອນ (CSO) ແນໃສ່ລະດົມແນວຄວາມ ຄິດ ແລະ ຊອກຫາແນວທາງແບບ ໃໝ່ໃນການບັນລຸເປົ້າໝາຍການພັດ ທະນາແບບຍືນຍົງ ແລະ ພັນທະ ພາຍໃຕ້ສັນຍາປາຣີ ລວມທັງແນວ ຄວາມຄິດການເຕີບໂຕສີຂຽວ ໂດຍ ສຸມໃສ່ 5 ເປົ້າໝາຍການພັດທະນາ ແບບຍືນຍົງ (ປພຍ) ຄື: ປພຍ 2: ລຶບລ້າງຄວາມອຶດຫິວ, ປພຍ 6: ມີນໍ້າດື່ມທີ່ສະອາດ ແລະ ສຸຂະອະ ນາໄມ; ປພຍ 7: ມີພະລັງງານ ທີ່ສະອາດ ແລະ ທຸກຄົນສາມາດ ເຂົ້າເຖິງ; ປພຍ 11: ການສ້າງຕົວ ເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນ ຍົງ ແລະ ປພຍ 12: ສົ່ງເສີມການ ອຸປະໂພກບໍລິໂພກ ແລະ ການຜະລິດ ຢ່າງມີຄວາມຮັບຜິດຊອບ. ນອກ ນັ້ນ, P4G ຍັງເປັນເວທີໃນການ ຂົນຂວາຍ ແລະ ຊອກຫາແຫລ່ງທຶນ ເພື່ອສະໜອງໃຫ້ແກ່ບັນດາປະເທດ ທີ່ກໍາລັງພັດທະນາໃນການຈັດຕັ້ງ ຜັນຂະຫຍາຍນະໂຍບາຍແຫ່ງຊາດ ຂອງຕົນກ່ຽວກັບການເຕີບໂຕສີຂຽວ ແນໃສ່ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ. ກອງປະຊຸມສຸດຍອດP4Gແມ່ນ ຈັດຂຶ້ນທຸກໆ 2 ປີ (biennial), ກອງປະຊຸມ ຄັ້ງທີ 1 ແມ່ນຈັດຂຶ້ນ ໃນປີ 2018 ທີ່ດານມາກ, ຄັ້ງທີ 2 ຈັດຂຶ້ນໃນປີ 2021 ໃນຮູບແບບ ທາງໄກໂດຍການເປັນເຈົ້າພາບ ຂອງ ສ ເກົາຫລີ, ຄັ້ງທີ 3 ຈັດຂຶ້ນ ໃນປີ 2023 ທີ່ໂກລົມບີ ແລະ ຄັ້ງທີ 4 ນີ້ແມ່ນຈັດຂຶ້ນທີ່ ສສ ຫວຽດນາມ. ສປປ ລາວ ບໍ່ແມ່ນປະເທດສະມາຊິກ ຂອງ P4Gແຕ່ໄດ້ເຂົ້າຮ່ວມໃນນາມ ແຂກຂອງປະທານກອງປະຊຸມ ກໍຄື ປະເທດເຈົ້າພາບ ສສ ຫວຽດນາມ. ແລະ ປະສິດທິຜົນສູງກວ່າເກົ່າ. ໃນຕອນທ້າຍ, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ເນັ້ນຄືນຄວາມໝາຍ ຄວາມສຳຄັນຂອງຄຳສັ່ງສະບັບ ນີ້ ເຊິ່ງເປັນທິດຊີ້ນຳຂອງກົມການ ເມືອງສູນກາງພັກ ແລະ ຄະນະ ເລຂາທິການສູນກາງພັກ, ຄວາມ ເປັນເອກະພາບຂອງລັດຖະບານ, ເປັນໜ້າທີ່ ແລະ ພັນທະຂອງການ ນຳ, ພະນັກງານ, ທະຫານ, ຕຳ ຫລວດ ແລະ ປະຊາຊົນບັນດາເຜົ່າ ທີ່ຈະຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມ ງວດ. ແຕ່ເພື່ອໃຫ້ເປົ້າໝາຍຕ່າງໆ ເຂົ້າໃຈ, ຂະແໜງການ ແລະ ທ້ອງ ຖິ່ນຕ້ອງນຳເອົາຄຳສັ່ງສະບັບນີ້ ເຜີຍແຜ່ເຊື່ອມຊຶມ ໂດຍສະເພາະ ໃຫ້ບໍລິສັດທີ່ດຳເນີນທຸລະກິດແຮ່ ທາດ, ຫີນແຮ່, ຫີນຊາຍຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ, ພ້ອມກັນ ຈັດຕັ້ງປະຕິບັດເນື້ອໃນຄຳສັ່ງດັ່ງ ກ່າວທີ່ພົວພັນເຖິງບົດບາດໜ້າທີ່ ຂອງຕົນໃຫ້ເປັນຮູບປະທຳ. ສຳລັບ ໄລຍະສະເຫລີມສະຫລອງບຸນປີ ໃໝ່ລາວທີ່ຈະມາເຖິງນີ້ ອາດຈະມີ ຊ່ອງວ່າງສວຍໂອກາດລັກລອບຂຸດ ຄົ້ນ ແລະ ຂົນສົ່ງແຮ່ທາດຕ່າງໆທີ່ ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ຈຶ່ງສະ ເໜີໃຫ້ອົງການປົກຄອງທ້ອງຖິ່ນໂດຍ ສະເພາະກຳລັງ ປກຊ-ປກສ ປະຕິ ບັດໜ້າທີ່ຕິດຕາມກວດກາຢ່າງເປັນ ປົກກະຕິ ແລະ ເຂັ້ມງວດເພື່ອສະກັດ ກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆທີ່ອາດຈະເກີດຂຶ້ນ. ພາຍຫລັງ ສຳເລັດການສະເຫລີມສະຫລອງ ປີໃໝ່ລາວ ມອບໃຫ້ຂະແໜງການ ສູນກາງກ່ຽວຂ້ອງມີການເຜີຍແຜ່ ແນະນຳໃຫ້ທ້ອງຖິ່ນ ຕາມຫລັກວິຊາ ສະເພາະຂອງຕົນ ໂດຍສະເພາະ ກ່ຽວກັບການໄລ່ລຽງຄືນພັນທະລະ ຫວ່າງລັດ ແລະ ຜູ້ປະກອບການ, ການຊົດເຊີຍຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ການປັບປຸງຟື້ນຟູພື້ນ ທີ່ຄືນໃຫ້ສາມາດນຳໃຊ້ໄດ້. ອັນຮີບ ດ່ວນທີ່ສຸດໃຫ້ແຈ້ງໃຫ້ຂະແໜງການ, ທ້ອງຖິ່ນ ແລະ ສັງຄົມຊາບກ່ຽວກັບ ການແຈ້ງສິ້ນສຸດສັນຍາສຳປະທານ ໂຄງການຂຸດຄົ້ນຄຳຕົກຂ້ອນ ເພື່ອໃຫ້ ທຸກພາກສ່ວນຊ່ວຍກັນຕິດຕາມກວດ ກາ, ຖ້າພົບເຫັນບໍລິສັດໃດມີການລະ ເມີດໃຫ້ສົ່ງຂໍ້ມູນໃຫ້ຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງເພື່ອດຳເນີນ ການແກ້ໄຂ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້; ພ້ອມທັງຕີລາຄາສູງຕໍ່ການຝຶກແອບ ສິນລະປະຍຸດທະວິທີຂອງເຫລົ່າຮົບ ຕີພິເສດວ່າ: ເປັນການສືບຕໍ່ອັນສໍາ ຄັນໃນການເສີມຂະຫຍາຍຮັດແໜ້ນ ສາຍພົວພັນ ແລະ ການຮ່ວມມືທີ່ ເປັນມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ຍິ່ງໆຂຶ້ນ. ພ້ອມດຽວກັນ, ສະຫາຍ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ ຄະນະຄູຝຶກຝ່າຍລາວ ແລະ ຝ່າຍ ຣັດເຊຍ ທີ່ໄດ້ມີຄວາມອົດທົນ, ມີ ຄວາມເອົາໃຈໃສ່ ແລະ ມີຄວາມຮັບ ຜິດຊອບສູງ ໂດຍໄດ້ທຸ້ມເທເຫື່ອ ແຮງ, ສະຕິປັນຍາເຂົ້າໃນການ ຖ່າຍທອດຄວາມຮູ້ເຂົ້າໃນການ ສິດສອນທາງດ້ານເຕັກນິກ ແລະ ບົດຮຽນຕ່າງໆໃຫ້ກຳລັງຕີພິເສດ ຂອງກອງທັບປະຊາຊົນລາວ, ອັນ ໄດ້ເຮັດໃຫ້ບັນດາກໍາລັງ ກໍຄື ຜູ້ ທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ກຳ ໄດ້ ແລະ ສາມາດປະຕິບັດໄດ້ຢ່າງ ຖືກຕ້ອງ, ມີຄວາມຊໍານິຊໍານານໃນ ການນໍາໃຊ້ອາວຸດ ແລະ ພາຫະນະ ການທະຫານຢ່າງຄ່ອງແຄ້ວ ແລະ ມີປະສິດທິຜົນ, ສ້າງຄວາມເຂັ້ມ ແຂງໃຫ້ແກ່ກໍາລັງຕີພິເສດກອງທັບ ປະຊາຊົນລາວຫລາຍຂຶ້ນ. ໃນຕອນທ້າຍ, ສະຫາຍ ພັນເອກ ອີວານ ຕາໄຣເຢັບ ຜູ້ຊ່ວຍຜູ້ບັນຊາ ການທະຫານເຂດຕາເວັນອອກ ຣັດເຊຍ ກໍໄດ້ກ່າວສະແດງຄວາມ ຂອບໃຈຕໍ່ສະຫາຍຮອງນາຍົກລັດ ຖະມົນຕີ, ຮອງປະທານ, ຜູ້ປະຈຳ ການຄະນະກຳມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບສູນ ກາງ, ຮອງນາຍົກລັດຖະມົນຕີ ທີ່ ໄດ້ໃຫ້ກຽດເຂົ້າຮ່ວມຮັບຊົມ ແລະ ຕີລາຄາສູງຕໍ່ໝາກຜົນຂອງການ ຝຶກອົບຮົມການທະຫານໃນຄັ້ງນີ້ ເພື່ອເປັນການກະກຽມຄວາມພ້ອມ ໂດຍສະເພາະດ້ານຄວາມຮູ້, ຄວາມ ສາມາດຂອງກຳລັງພົນລວມທັງ ດ້ານເຕັກນິກຕ່າງໆເພື່ອປ້ອງກັນ ແລະ ຮັກສາສະຖຽນລະພາບທາງ ດ້ານການເມືອງ, ຄວາມສະຫງົບ, ປອດໄພທາງດ້ານສັງຄົມ, ປະເທດ ຊາດມີຄວາມໝັ້ນຄົງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
RkJQdWJsaXNoZXIy MTc3MTYxMQ==