7008

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນ ຂໍ້ມູນຈາກກົມໂຄສະນາການທ່ອງທ່ຽວ xtgmf]k; 6 11/04/2025 glf4tdy f{la '7q , 8kf7k c0;'-P'0;k' cs]j 'mj v'mj P;me,t-kfmu j wfh Ia [7;k,oy pq , ໂດຍ: ເກີດຂວັນໃຈ ມາລີຈັນສີ 7;k,leg]a f0v'0= h ]y g]uj , |bj 'c];|bj 'glA omk'G zt]y f8tra oxk 9kd]k; lqj 'wx16j |h k38tvksko.oxtgmf9u o gxa o7A 'mevy f * ແຂວງຊຽງຂວາງ ຂຶ້ນຊື່ລື ນາມວ່າເປັນແຂວງວິລະຊົນ, ດິນ ແດນທົ່ງໄຫຫີນທີ່ໜ້າອັດສະຈັນ ແຫ່ງໜຶ່ງຂອງລາວ, ແຂວງນີ້ປຽບ ເໝືອນວິມານທຳມະຊາດຈອມ * ນະຄອນເຊີນເຈິ້ນຂອງ ສປ ຈີນ ປະສົບຜົນສໍາເລັດຢ່າງຕໍ່ເນື່ອງໃນ ການຊຸກຍູ້ສົ່ງເສີມການຮ່ວມມືດ້ານ ການປະມົງລະຫວ່າງ ລາວ-ຈີນ ເກີດ ເປັນໜໍ່ແໜງທີ່ພົ້ນເດັ່ນ ພາຍໃຕ້ຂໍ້ ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ກາຍເປັນຜູ້ນໍາດ້ານການຄ້າສັດນໍ້າ ລະຫວ່າງລາວ-ຈີນ ເພື່ອບັນລຸຄວາມ ກ້າວໜ້າດ້ວຍຈິດວິນຍານແຫ່ງການ ບຸກເບີກນະວັດຕະກໍາທີ່ທັນສະໄໝ. ໃນວັນທີ 31 ມີນາ 2025 ຜ່ານ ມານີ້, ຕູ້ຂົນສົ່ງສິນຄ້າທີ່ບັນຈຸຜະລິດ ຕະພັນປາສະຫວາຍຄຸນນະພາບ ຊຸດທໍາ ອິດທີ່ຜະລິດຈາກຟາມລ້ຽງ ແລະ ປຸງ ແຕ່ງປາຢູ່ລາວ ໄດ້ຂົນສົ່ງໄປເຖິງທ່າ ເຮືອ ເຊີໂຄວນະຄອນເຊີນເຈິ້ນ ເຊິ່ງ ບໍ່ພຽງແຕ່ມີຄວາມໝາຍສໍາຄັນດ້ານ ການຮ່ວມມືຜະລິດສັດນໍ້າລະຫວ່າງ ລາວ-ຈີນ ໂດຍຜ່ານການກວດກາຢູ່ ດ່ານພາສີຢ່າງສົມບູນເປັນຄັ້ງທໍາອິດ ເທົ່ານັ້ນ, ຍັງເປັນຄັ້ງປະຫວັດສາດທີ່ ຜະລິດຕະພັນສັດນໍ້າຈາກລາວເຂົ້າສູ່ ຕະຫລາດຈີນໂດຍກົງອີກດ້ວຍ. ໂດຍໄດ້ຮັບການສະໜັບສະໜູນ ດອຍທີ່ງົດງາມ ແລະ ອາກາດທີ່ ໜາວເຢັນເກືອບຕະຫລອດປີ ຍ້ອນ ຕັ້ງຢູ່ເທິງພູພຽງສູງກວ່າລະດັບນ້ຳ ທະເລ 1.200 ກວ່າແມັດ ທີ່ມີສັນ ຍານາມວ່າ “ສະວິດເຊີແລນເມືອງ ລາວ”. ເມື່ອເວົ້າເຖິງສະຖານທີ່ ທ່ອງທ່ຽວແລ້ວຊຽງຂວາງ ກໍເປັນ ອີກແຂວງໜຶ່ງທີ່ມີສະຖານທີ່ທ່ອງ ທ່ຽວທາງດ້ານວັດທະນະທຳ, ປະ ຫວັດສາດ ແລະ ທຳມະຊາດ ທີ່ສ້າງ ຊື່ສຽງໃຫ້ແຂວງໂດຍສະເພາະແມ່ນ ທົ່ງໄຫຫີນ ທີ່ໄດ້ຮັບຮອງເປັນມໍລະ ດົກໂລກແຫ່ງທີ 3 ຂອງ ສປປ ລາວ. ນອກນັ້ນກໍຍັງມີບໍ່ນ້ຳຮ້ອນ, ທາດ ¼ຸ່ນ, ວັດເພຍວັດ, ຕາດຄາ ແລະ ສະ ຖານທີ່ທ່ອງທ່ຽວອື່ນໆ. ສຳລັບມື້ີ ນີ້ ຄໍລຳ “ທ່ອງທ່ຽວເມືອງລາວ” ຈະພາບັນດາທ່ານມາຮູ້ຈັກກັບຕາດ ຄາ ເຊິ່ງເປັນຕາດທີ່ມີນ້ຳໃສໄຫລ ເຢັນຕະຫລອດປີ ແລະ ເປັນອີກໜຶ່ງ ສະຖານທ່ອງທ່ຽວ ທີ່ສາມາດດຶງ ດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຫລາຍພໍສົມຄວນ. ຕາດຄາ ຕັ້ງຢູ່ບໍລິເວນເຂດບ້ານ ຄັງພະນຽນ ເມືອງໜອງແຮດ ແຂວງຊຽງຂວາງ ເຊິ່ງເສັ້ນທາງ ຈາກເທສະບານຕົວເມືອງໂພນສະ ຫວັນ ໄປຫາເມືອງໜອງແຮດ ປະ ມານ 100 ກິໂລແມັດ ແລະ ຈາກ ທາງເລກ 7 ເຂົ້າໄປອີກປະມານ 5 ກິໂລແມັດ ເຊິ່ງຄວາມໂດດເດັ່ນ ຂອງນ້ຳຕົກແຫ່ງນີ້ແມ່ນເປັນນ້ຳ ຕົກຕາດທີ່ສູງຊັນ ແລະ ຍາວໄປ ຕາມລຳນ້ຳ, ນ້ຳໃສສີຂຽວມໍລະກົດ ໄຫລຢູ່ເທິງພະລານຫີນ ທີ່ຢ່ັງຢາຍ ໄປທົ່ວບໍລິເວນຕາດ ເນື່ອງຈາກ ການໄຫລເຊາະຂອງສາຍນ້ຳເປັນ ເວລາດົນນານ ຈຶ່ງເຮັດໃຫ້ສະ ຖານທີ່ແຫ່ງນີ້ສວຍງາມຈາກທຳ ມະຊາດເປັນຜູ້ຕົບແຕ່ງ, ພາຍໃນ ບໍລິເວນຕາດອ້ອມຮອບໄປດ້ວຍ ທຳມະຊາດທີ່ສວຍສົດງົດງາມ, ມີ ຕົ້ນໄມ້ໃຫຍ່-ນ້ອຍຂຽວງາມອຸ່ນທຸ່ມ ແລະ ມີພືດພັນນາໆຊະນິດ. ນອກນັ້ນ, ຕາດຄາຍັງເປັນນ້ຳ ຕົກຕາດທີ່ມີນໍ້າໃສໄຫລເຢັນຕະ ຫລອດປີ ບໍ່ມີຍາມບົກແຫ້ງຍ້ອນ ນໍ້າຕົກຕາດດັ່ງກ່າວແມ່ນມາຈາກ ນໍ້າອອກບໍ່, ອອກຕາມຮູຜາ. ຕາດ ແຫ່ງນີ້ປະກອບດ້ວຍຫລາຍຊັ້ນ, ຊັ້ນສຸດທ້າຍມີຄວາມສູງປະມານ 40-50 ແມັດ ແຕ່ລະຊັ້ນລ້ວນແຕ່ມີ ຄວາມສວຍງາມແລະນັກທ່ອງທ່ຽວ ສາມາດຍ່າງແຕ່ລຸ່ມຂຶ້ນເທິງໄດ້. ສຳລັບທ່ານໃດທີ່ຍັງຫາສະ ຖານທີ່ ທີ່ຈະໄປຫລິ້ນໃນໄລຍະບຸນ ປີໃໝ່ລາວນີ້ ລອງໄປສຳຜັດບັນ ຍາ ກາດອັນງົດງາມ, ອາກາດອັນບໍລິ ສຸດ, ໜີຈາກບັນຫາ¼ຸ່ນຄວນໃນຕົວ ເມືອງໃຫຍ່ກໍສາມາດລອງໄປສຳ ຜັດສະຖານທີ່ດັ່ງກ່າວໄດ້. ຢ່າງເຂັ້ມແຂງຈາກຫ້ອງການພັດທະ ນາທະເລ ແລະ ຄະນະກໍາມະການພັດ ທະນາ ແລະ ປະຕິຮູບນະຄອນເຊີນເຈິ້ນ, ບໍລິສັດເຊີນເຈິ້ນຊົງຢູມາຣິນເຕັກໂນ ໂລຊີຈໍາກັດ ເຊິ່ງເປັນຕົວແທນຂອງ ວິສາຫະກິດນະຄອນເຊີນເຈິ້ນ ໄດ້ຜັນ ຂະຫຍາຍຢ່າງຕັ້ງໜ້າຕໍ່ຂໍ້ລິເລີ່ມ “ໜຶ່ງ ແລວໜຶ່ງເສັ້ນທາງ” ແລະ ເລືອກທີ່ຈະ ລົງທຶນໃນການກໍ່ສ້າງນິຄົມອຸດສາຫະ ກໍາການປະມົງປາສະຫວາຍແມ່ນໍ້າ ຂອງແຫ່ງທໍາອິດໃນລາວທີ່ມີໂຄງການ ຕັ້ງຢູ່ເມືອງໂຂງ, ແຂວງຈໍາປາສັກ. ໄລຍະຜ່ານມາ, ລາວຍັງບໍ່ທັນໄດ້ ສ້າງລະບົບການລ້ຽງສັດນໍ້າຂະໜາດ ໃຫຍ່ ແລະ ການໝູນວຽນດ້ານການ ຄ້າສັດນໍ້າຢ່າງເປັນລະບົບ, ລວມເຖິງ ຊ່ອງທາງການຄ້າສັດນ້ໍາລະຫວ່າງ ລາວ-ຈີນ ຍັງເປັນພື້ນທີ່ວ່າງເປົ່າ. ປັດຈຸບັນ ປາສະຫວາຍທີ່ລ້ຽງຢູ່ລາວ ໄດ້ສົ່ງກັບຄືນໄປປະເທດຈີນຢ່າງສໍາ ເລັດ ພາຍຫລັງທີ່ໄດ້ດໍາເນີນໂຄງການ ມາເປັນເວລາ 3 ປີ. ໃນຖານະເປັນນິຄົມ ອຸດສາຫະກໍາການປະມົງປາສະຫວາຍ ແມ່ນໍ້າຂອງແຫ່ງທໍາອິດ ແລະ ໃຫຍ່ ທີ່ສຸດໃນປະເທດລາວ ມີເນື້ອທີ່ທັງໝົດ 2.863 ເຮັກຕາ, ໂຄງການນີ້ໄດ້ຮັບ ການຕີລາຄາສູງຈາກລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນຂອງ ລາວ, ນັບແຕ່ມື້ເປີດໂຄງການເປັນຕົ້ນ ມາ, ກະຊວງກະສິກໍາ ແລະ ປ່າໄມ້ຂອງ ລາວ, ໂດຍມີກົມລ້ຽງສັດ ແລະ ການ ປະມົງ ໃຫ້ການສະໜັບສະໜູນຢ່າງ ເຕັມທີ່ ສໍາລັບການກໍ່ສ້າງ ແລະ ການ ດໍາເນີນງານຂອງນິຄົມແຫ່ງນີ້ກໍໄດ້ມີ ນະໂຍບາຍພິເສດ ລວມທັງການປະ ສານງານດ້ານອື່ນໆ. ໃນໄລຍະຜ່ານ ມາ ທ່ານນາຍົກລັດຖະມົນຕີຂອງລາວ ໄດ້ໄປຢ້ຽມຢາມໂຄງການດັ່ງກ່າວ ມາແລ້ວ 2 ຄັ້ງ ແລະ ໃຫ້ການຍ້ອງຍໍ ຊົມເຊີຍວ່າ: “ນີ້ຄືແບບຢ່າງທີ່ດີຂອງ ການຮ່ວມມືລະຫວ່າງ ລາວ-ຈີນ”. ໃນເດືອນທັນວາ 2024, ລັດຖະ ບານສອງປະເທດ ລາວ-ຈີນ ໄດ້ເຊັນ ສັນຍາຢ່າງເປັນທາງການກ່ຽວກັບຂໍ້ ກໍານົດວ່າດ້ວຍການກວດກາ ແລະ ສຸ ຂະອະນາໄມສໍາລັບຜະລິດຕະພັນສັດ ນໍ້າທີ່ສົ່ງອອກໄປປະເທດຈີນ. ຫລັງ ຈາກນັ້ນ, ກົມໃຫຍ່ພາສີຂອງຈີນກໍໄດ້ ອອກແຈ້ງການກ່ຽວກັບການກວດ ກາ ແລະ ເງື່ອນໄຂດ້ານສຸຂະອະນາໄມ ແລະ ອະນຸຍາດໃຫ້ເຂົ້າສູ່ຕະຫລາດ ຈີນ. ປາສະຫວາຍທີ່ສົ່ງໄປຮອດນະ ຄອນເຊີນເຈິ້ນໃນຄັ້ງນີ້ ມີຕົ້ນກໍາເນີດ ຈາກໂຮງງານປຸງແຕ່ງຜະລິດຕະພັນ ສັດນ້ໍາແຫ່ງທໍາອິດຂອງລາວ ພາຍໃຕ້ ໂຄງການນິຄົມອຸດສາຫະກໍາການປະ ມົງປາສະຫວາຍແມ່ນໍ້າຂອງ ທີ່ໄດ້ຮັບ ອະນຸຍາດໃຫ້ສົ່ງອອກໄປປະເທດຈີນ ດ້ວຍລະບົບການຜະລິດທີ່ທັນສະໄໝ ແລະ ມີຄຸນນະພາບສູງ. ໃນປີ 2024, ເປັນໄລຍະທໍາອິດ ຂອງໂຄງການນິຄົມອຸດສາຫະກໍາການ ປະມົງປາສະຫວາຍແມ່ນໍ້າຂອງໄດ້ກໍ່ ສ້າງສໍາເລັດ ແລະ ເລີ່ມດໍາເນີນການ, ຄາດວ່າໃນເບື້ອງຕົ້ນຈະສາມາດບັນລຸ ການຜະລິດປາສະຫວາຍ ປະມານ 20.000 ໂຕນຕໍ່ປີ ແລະ ປຸງແຕ່ງປາ ສະຫວາຍ 12.000 ໂຕນຕໍ່ປີ, ມູນຄ່າ ການຜະລິດປະມານ 330 ລ້ານຢວນ ຕໍ່ປີ (963 ຕື້ກວ່າກີບ), ຫລັງຈາກ ກໍ່ສ້າງນິຄົມດັ່ງກ່າວສໍາເລັດສົມບູນ ຄາດວ່າການປຸງແຕ່ງປາສະຫວາຍ ຈະບັນລຸຫລາຍກວ່າ 500.000 ໂຕນ ຕໍ່ປີ, ນັ້ນຈະກາຍເປັນພື້ນຖານທີ່ສໍາ ຄັນສໍາລັບການສະໜອງຜະລິດຕະພັນ ສັດນ້ໍາຂອງນະຄອນເຊີນເຈິ້ນ ເພື່ອນໍາ ສົ່ງປາສະຫວາຍທີ່ມີຄຸນນະພາບສູງສູ່ ສາທາລະນະຊົນໃນນະຄອນເຊີນເຈິ້ນ. ການຂົນສົ່ງຜະລິດຕະພັນປາສະ ຫວາຍທີ່ລ້ຽງຢູ່ລາວກັບຄືນສູ່ນະຄອນ ເຊີນເຈິ້ນຄັ້ງນີ້ ຖືເປັນຕົວຢ່າງທີ່ສໍາຄັນ ໃນການຊຸກຍູ້ສົ່ງເສີມການເປີດປະຕູ ສູ່ພາຍນອກ ແລະ ການຮ່ວມມືດ້ານ ການປະມົງສາກົນ ແລະ ເປັນເສັ້ນທາງ ໃໝ່ສໍາລັບການນໍາໃຊ້ຊັບພະຍາກອນ ການປະມົງທົ່ວໂລກ ແລະ ການໝູນ ວຽນດ້ານການຄ້າຢ່າງສົມເຫດສົມຜົນ. ໃນອະນາຄົດ, ນະຄອນເຊີນເຈິ້ນ ສປ ຈີນ ຈະສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍໂຄງ ການຮ່ວມມືທີ່ມີຄຸນນະພາບສູງໃຫ້ ຫລາຍຂຶ້ນ ແລະ ສ້າງຜົນສໍາເລັດ ໃຫຍ່ຫລວງກວ່າເກົ່າ ເພື່ອຄວາມຈະ ເລີນຮຸ່ງເຮືອງຮ່ວມກັບບັນດາປະເທດ ທີ່ເຂົ້າຮ່ວມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງ ເສັ້ນທາງ”.

RkJQdWJsaXNoZXIy MTc3MTYxMQ==