xtgmf]k; 3 11/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສັນຍາ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ g,n v']t,k, 8A 'gxQ k.o-5 ,xu 8+ |h k9tl6h -q o ra fmtokglf4tdy f0tspkp8q ;.o]tfa [ 6% ບົດສະເໜີ * ຕາມການໃຫ້ຮູ້ຂອງທ່ານ ບົວໄລ ວິໄລວົງ ຮອງເລຂາພັກ ເມືອງລະມາມ ເມື່ອບໍ່ດົນມານີ້ວ່າ: ໃນຊຸມປີຕໍ່ໜ້າ, ເມືອງລະມາມ ຈະ ສຸມໃສ່ພັດທະນາເສດຖະກິດ ໃຫ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະ ພາບ, ໝັ້ນທ່ຽງ ແລະ ຍືນຍົງຕາມ ທິດພັດທະນາເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ; ປັບປຸງໂຄງ ສ້າງເສດຖະກິດ ໃຫ້ມີຄວາມຫລາກ ຫລາຍ ແລະ ເຂັ້ມແຂງ ຕາມທ່າ ແຮງບົ່ມຊ້ອນຂອງເມືອງ, ຮັບປະ ກັນການສ້າງຖານການຜະລິດທີ່ ເພິ່ງຕົນເອງໄດ້ໂດຍພື້ນຖານ; ພັດ ທະນາຂະແໜງກະສິກໍາ ຕິດພັນກັບ ອຸດສາຫະກໍາປຸງແຕ່ງ, ການບໍລິ ການ ເພື່ອສ້າງຄວາມຫລາກຫລາຍ ແລະ ສ້າງມູນຄ່າເພີ່ມຂອງການຜະ ລິດ; ສົ່ງເສີມການປູກ-ການລ້ຽງ ເພື່ອເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ໄດ້ມາດຕະຖານ; ຊຸກຍູ້ ສົ່ງເສີມ ແລະ ຂະຫຍາຍໂຮງງານ ອຸດສາຫະກໍາປຸງແຕ່ງ ຜະລິດຕະພັນ ກະສິກໍາ, ຫັດຖະກໍາ-ຈັກສານ, ຕໍ່າ ແຜ່ນແພຊົນເຜົ່າທີ່ເປັນເອກະລັກ ເພື່ອແປຮູບເປັນຜະລິດຕະພັນ; ຄົ້ນ ຄວ້າພັດທະນາລະບົບຖານຂໍ້ມູນ ຄຸ້ມຄອງໂຮງງານປຸງແຕ່ງກະສິ ກໍາ ດ້ວຍລະບົບທັນສະໄໝ; ສ້າງ ກົນໄກ ແລະ ຕ່ອງໂສ້ການຜະລິດ ເລີ່ມຈາກສະໜອງວັດຖຸດິບ-ການ ປຸງແຕ່ງ-ຕະຫລາດ; ກໍານົດແບ່ງ ເຂດການຜະລິດ, ຈັດຕັ້ງກຸ່ມ ແລະ ສະຫະກອນການຜະລິດວັດຖຸດິບ ຢ່າງເປັນລະບົບ ເພື່ອຮັບປະກັນ ການສະໜອງທີ່ພຽງພໍ ແລະ ຮັບປະ ກັນໄດ້ຕ່ອງໂສ້ການຜະລິດສີຂຽວ ແລະ ມີຄວາມຍືນຍົງ. ພ້ອມກັນນີ້, ຈະສຸມໃສ່ສ້າງ ຄວາມເຂັ້ມແຂງ ແລະ ຄວາມເປັນ ເຈົ້າການດ້ານການເງິນ ໂດຍສະ ເພາະການເກັບລາຍຮັບ ແລະ ຄຸ້ມ ຄອງລາຍຈ່າຍ ແລະ ສ້າງພື້ນຖານ ເຮັດໃຫ້ງົບປະມານແຫ່ງລັດຂັ້ນ ເມືອງມີຄວາມເຂັ້ມແຂງ; ຍົກສູງ ປະສິດທິຜົນການລົງທຶນຂອງລັດ, ສຸມງົບປະມານເຂົ້າໃນບັນດາໂຄງ ການຈຸດສຸມ ໂດຍສະເພາະ ໂຄງ ການພັດທະນາພື້ນຖານໂຄງລ່າງ ຄົມມະນາຄົມ, ການສຶກສາ, ສາທາ ລະນະສຸກ ແລະ ຂົງເຂດວຽກງານ ອື່ນໆ ເພື່ອຮັບປະກັນການເຊື່ອມ ໂຍງ ລະຫວ່າງ ຕົວເມືອງ ກັບຊົນ ນະບົດ, ການໄປ-ມາຫາສູ່ຂອງປະ ຊາຊົນ ແລະ ເພື່ອເປັນການຍົກລະ ດັບຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນ ພ້ອມທັງເປັນການສ້າງ ເງື່ອນໄຂສິ່ງອໍານວຍຄວາມສະ ດວກ, ດຶງດູດການລົງທຶນພາກເອ ກະຊົນ ແລະ ການລົງທຶນໂດຍກົງ ຈາກຕ່າງປະເທດ ເພື່ອພັດທະນາ ເມືອງລະມາມ ໃຫ້ຫລາຍຂຶ້ນ. ທ່ານ ບົວໄລ ວິໄລວົງ ໃຫ້ຮູ້ ຕື່ມວ່າ: ໃນປີ 2025-2029 ເພື່ອ ຮັບປະກັນໃຫ້ເສດຖະກິດຂະຫຍາຍ ຕົວ 6% ຕໍ່ປີນັ້ນ, ເມືອງລະມາມ ມີຄວາມຕ້ອງການທຶນພັດທະນາ ສະເລ່ຍຕໍ່ປີປະມານ 649,38 ຕື້ ກີບ ກວມເອົາ 56% ຂອງ GO ໃນນີ້, ການລົງທຶນຈາກງົບປະມານ ລັດ 90,91 ຕື້ກີບ ກວມເອົາ 14%; ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 129,87 ຕື້ກີບ ກວມເອົາ 20%; ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 194,81 ຕື້ກີບ ກວມ ເອົາ 30% ແລະ ການລົງທຶນສິນ ເຊື່ອຂອງທະນາຄານ 233,77 ຕື້ ກີບ ກວມເອົາ 36% ຂອງການ ລົງທຶນທັງໝົດ. ພ້ອມນັ້ນ, ການ ນໍາທຸກຂັ້ນ ພາຍໃນເມືອງ ຕ້ອງຍົກ ສູງຄວາມຮັບຜິດຊອບການເມືອງ, ເພີ່ມທະວີການປະສານງານກັບ ພາກສ່ວນກ່ຽວຂ້ອງ, ຍົກສູງການ ຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍ ກົດໝາຍໃຫ້ມີຄວາມສັກສິດ ແລະ ເອົາໃຈໃສ່ປຸກລະດົມ, ໂຄສະນາ ເຜີຍແຜ່, ນໍາພາສະມາຊິກພັກ, ພະ ນັກງານ-ລັດຖະກອນ ກໍຄື ປະຊາ ຊົນບັນດາເຜົ່າໃນທົ່ວເມືອງຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ X ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງ 5 ປີ (2025-2029) ຕາມໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອຍູ້ແຮງເຮັດໃຫ້ການພັດທະນາ ເສດຖະກິດຂອງເມືອງຂະຫຍາຍ ຕົວ ຕາມເປົ້າໝາຍແຜນການທີ່ ວາງໄວ້. ໂດຍ: ຢ່າຕົ່ງ c]h ;xu .\j .sh xvf0U gspN v * ຍັງອີກບໍ່ພຽງເທົ່າໃດມື້, ບຸນ ປີໃໝ່ລາວ ຫລື ບຸນຕຸດສົງການກໍ ໝູນວຽນມາຮອດອີກວາລະໜຶ່ງ ຊຶ່ງຫລາຍຄົນກໍໄດ້ວາງແຜນ ເພື່ອ ໄປສະເຫລີມສະຫລອງບຸນປີໃໝ່ ຕາມສະຖານທີ່ທ່ອງທ່ຽວທຳມະ ຊາດ,ວັດວາອາຮາມແລະເມືອຢາມ ບ້ານ, ໄປຢ້ຽມຢາມເຊິ່ງກັນ ແລະ ກັນຕາມຈຸດປະສົງກັນແລ້ວ, ແຕ່ ເຖິງຢ່າງໃດກໍຕາມ ສິ່ງທີ່ພວກເຮົາ ຄວນເອົາໃຈໃສ່ໃນໄລຍະບຸນປີໃໝ່ ນີ້ຄື: ຄ່ອຍໄປ ຄ່ອຍມາ ເພື່ອຫລີກ ເວັ້ນບັນຫາການເກີດອຸບັດເຫດ ທີ່ ຈະສ້າງຄວາມເສຍຫາຍແກ່ຄອບ ຄົວ. ພ້ອມນັ້ນກໍຄວນເອົາໃຈໃສ່ບັນ ຫາການປົກປັກຮັກສາສິ່ງແວດ ລ້ອມໃຫ້ສະອາດ ໂດຍບໍ່ຖິ້ມຂີ້ເຫຍື້ອ ຊະຊາຍຢູ່ສະຖານທີ່ຕ່າງໆ, ທຸກ ເສັ້ນທາງ ເພື່ອຄວາມສະອາດຢ່າງ ຈົບງາມຕະຫລອດເວລາ ທັງເປັນ ການດຶງດູດການທ່ອງທ່ຽວໃນປີ ທ່ອງທ່ຽວລາວຢ່າງຟົດຟື້ນ ແລະ ປອດຂີ້ເຫຍື້ອ. ໃນໄລຍະຜ່ານມາ ການສະ ເຫລີມສະຫລອງບຸນປີໃໝ່ ກໍເຫັນ ໄດ້ວ່າ ມີຫລາຍດ້ານທີ່ສັງຄົມສາ ມາດຈັດຕັ້ງປະຕິບັດໄດ້ເປັນຢ່າງດີ ຕາມຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາຫລາຍເຊັ່ນຄົນ ໂດຍສະເພາະການຫົດນ້ຳອວຍ ພອນເຊິ່ງກັນ ແລະ ກັນ, ການເຂົ້າ ວັດວາອາຮາມສົງພະ, ການນຸ່ງຖື ເປັນລະບຽບຮຽບຮ້ອຍຕາມປະເພ ນີລາວ ຊຶ່ງໄດ້ກາຍເປັນມູນເຊື້ອດີ ງາມໃຫ້ແກ່ລູກຫລານຂອງພວກ ເຮົາໄດ້ຈັດຕັ້ງປະຕິບັດໄປໃນອະນາ ຄົດ. ແຕ່ເຖິງຢ່າງໃດກໍດີ ຍັງມີບາງ ດ້ານກໍຕ້ອງໄດ້ເອົາໃຈໃສ່ແກ້ໄຂ ຕື່ມອີກ ເປັນຕົ້ນແມ່ນບັນຫາການ ຖິ້ມຂີ້ເຫຍື້ອຊະຊາຍຕາມຖະໜົນ ຫົນທາງ, ສະຖານທີ່ຈັດງານສະ ເຫລີມສະຫລອງ ເຖິງວ່າພາກສ່ວນ ກ່ຽວຂ້ອງໄດ້ກະກຽມຖັງຂີ້ເຫຍື້ອ ຍາຍຕາມຈຸດຕ່າງໆ, ແຕ່ກໍມີຈຳ ນວນໜຶ່ງມັກງ່າຍ ບໍ່ຄຳນຶງເຖິງ ຄວາມສະອາດຂອງສະພາບແວດ ລ້ອມ ຍັງຖິ້ມຂີ້ເຫຍື້ອຊະຊາຍຕາມ ຖະໜົນຫົນທາງ, ຈຸດຈັດງານ. ນອກ ຈາກນີ້, ໃນແຕ່ລະປີຂັ້ນເທິງ ຫລື ພາກສ່ວນກ່ຽວຂ້ອງໄດ້ມີແຈ້ງ ການອອກມາ ມີທັງຂໍ້ສົ່ງເສີມ ແລະ ຂໍ້ຫ້າມ, ແຕ່ການຈັດຕັ້ງປະຕິບັດ ຍັງມີການລະເມີດ ໂດຍສະເພາະທີ່ ຕິດພັນກັບສິ່ງແວດລ້ອມຄືໄຮ່ນ້ຳ ໃສ່ຖົງຢາງ, ປະສົມສີຂີ່ລົດແກວ່ງ ໃສ່ກັນໄປຕາມເສັ້ນທາງຕ່າງໆໃນ ຕົວເມືອງ ອັນໄດ້ສ້າງຄວາມເປິະ ເປື້ອນຕໍ່ຄົນອື່ນ, ຕໍ່ເສັ້ນທາງລວມ ຕື່ມອີກ, ດື່ມສິ່ງມືນເມົາແລ້ວຂັບຂີ່ ພາຫະນະ ແລະ ອື່ນໆ, ການໄຮ່ນ້ຳ ແກວ່ງໃສ່ກັນ ໂດຍສ່ວນຫລາຍ ແມ່ນຊຸມລູກຫລານເຈົ້າຂ້ອຍ. ດັ່ງນັ້ນ, ພວກເຮົາເປັນຜູ້ປົກຄອງ ກໍຄືຜູ້ໃຫຍ່ຄວນເປັນແບບຢ່າງທີ່ ດີໃຫ້ແກ່ເຂົາເຈົ້າ ທັງເຕືອນບໍ່ໃຫ້ ກະທຳສິ່ງບໍ່ຈົບງາມໃນໄລຍະບຸນ ປີໃໝ່. ບຸນປີໃໝ່ລາວ ແມ່ນບຸນລະດັບ ຊາດ ເຊິ່ງໃນທຸກໆປີປະຊາຊົນ ລາວພ້ອມກັນຈັດຂຶ້ນໃນລະຫວ່າງ ວັນທີ 14-16 ເດືອນເມສານີ້ ໃນ ຂອບເຂດທົ່ວປະເທດຢ່າງຟົດຟື້ນ ຕາມຮີດຄອງລາວທີ່ສືບກັນມາ. ຢ່າງໃດກໍຕາມ ການສະຫລອງປີ ໃໝ່ນອກຈາກການປົກປັກຮັກສາ ຮີດຄອງອັນດີງາມແລ້ວ, ພວກ ເຮົາຕ້ອງຄຳນຶງເຖິງຄວາມສະອາດ ໂດຍສະເພາະຕ້ອງຖືສຳຄັນການ ຈັດຕັ້ງປະຕິບັດ 6 ສ ທີ່ຂັ້ນເທິງໄດ້ ວາງອອກ ແລະ ກໍຖືເປັນຄະຕິເຕືອນ ໃຈຢູ່ຕະຫລອດເວລາ. ແນ່ນອນ ການສະຫລອງບຸນປີໃໝ່ ມັນກໍ ຫລີກເວັ້ນບໍ່ໄດ້ບັນຫາຂີ້ເຫຍື້ອ, ແຕ່ ຖ້າພວກເຮົາເອົາໃຈໃສ່ ແລະ ເກັບ ມ້ຽນຂີ້ເຫຍື້ອ, ບໍ່ຖິ້ມຊະຊາຍ, ເຈົ້າ ເກັບ ຂ້ອຍມ້ຽນ ບັນຫາຂີ້ເຫຍື້ອກໍ ບໍ່ປະກົດໃຫ້ເຫັນຢ່າງໜ້າລຳຄານ ຕາພໍປານໃດ, ເຖິງມີແຕ່ກໍບໍ່ຫລາຍ ພາບປະກອບ ເທົ່າການທີ່ບໍ່ເກັບມ້ຽນຈັກດິ້ເລີຍ. ຫວັງວ່າ ບຸນປີໃໝ່ປີນີ້ ຈະມີຄວາມ ສວຍສົດງົດງາມປອດໄພຈາກອຸບັດ ເຫດ ແລະ ປອດຂີ້ເຫຍື້ອ ເປັນຕາ ໜ້າຢູ່ ໃນທຸກສະຖານທີ່ຜັກຜ່ອນ ຍ່ອນອາລົມມີຄວາມສະອາດ, ຢູ່ ຕາມແຄມແມ່ນ້ຳທີ່ຈັດກິດຈະກຳ ສະຫລອງປີໃໝ່, ສະຖານທີ່ສາທາ ລະນະ, ນ້ຳຕົກຕາດ, ວັດວາອາ ຮາມ, ທຸກເສັ້ນທາງປອດຂີ້ເຫຍື້ອ ສະອາດງາມຕາມຄຳຂວັນ “ສ. ສະອາດ” ຢ່າງເປັນຮູບປະທຳ. ແນວໃດກໍດີຄາດວ່າບຸນປີໃໝ່ ປີນີ້, ໃນທົ່ວປະເທດຈະມີການຈັດ ຂຶ້ນຢ່າງເປັນຂະບວນຟົດຟື້ນກວ່າ ຜ່ານມາ, ແຕ່ກໍຄວນຈັດຢູ່ໃນຂອບ ເຂດພໍດີ ພໍງາມ, ປະຢັດມັດທະຍັດ ໂດຍສະເພາະແມ່ນການໃຊ້ຈ່າຍ ເງິນຄຳ, ການປະຢັດນ້ຳປະປາ ເພື່ອໃຫ້ພວກເຮົາມີນ້ຳຊົມໃຊ້ໃນ ໄລຍະດູແລ້ງນີ້ຢ່າງພຽງພໍ ແລະ ຍືນຍົງຕະຫລອດໄປ. ພິເສດອີກ ດ້ານໜຶ່ງຄືການກິນດື່ມສິ່ງມືນເມົາ ບໍ່ຄວນດື່ມຈົນເມົາເກີນຂອບເຂດ, ດື່ມແລ້ວຫ້າມຂັບຂີ່ພາຫະນະຕິດ ພັນກັບການໄປມາຕ້ອງມີສະຕິ ເພື່ອ ຫລີກເວັ້ນບັນຫາການເກີດອຸບັດ ເຫດທີ່ອາດສ້າງຄວາມເສຍຫາຍຕໍ່ ຊີວິດ ແລະ ຊັບສິນຂອງພວກເຮົາ. ດັ່ງນັ້ນ, ມື້ນີ້ ຄໍລຳ ສິ່ງແວດລ້ອມ ແລະ ຄະນະພະແນກບັນນາທິການ ໜັງສືພິມ-ວາລະສານປະເທດລາວ ຂໍຖືໂອກາດນີ້ ອວຍພອນໃຫ້ແກ່ ການນຳພັກ-ລັດ, ທະຫານ-ຕຳ ຫລວດຕະຫລອດຮອດປະຊາຊົນ ບັນດາເຜົ່າກໍຄືທ່ານຜູ້ອ່ານ ຈົ່ງມີ ສຸຂະພາບແຂງແຮງ, ມີຄວາມສຸກ ໄປພ້ອມໆກັບປີໃໝ່ປີນີ້ທຸກປະການ. * ໂອກາດສະຫລອງບຸນປີໃໝ່ ລາວ, ຕາມປະຕິທິນ ແລະ ຕາມກຳ ນົດວັນພັກທາງລັດຖະການ ວັນທີ 14-15-16 ເມສາ 2025, ຕາມ ແຈ້ງການຄຳແນະນຳຂອງລັດຖະ ບານກ່ຽວກັບການສະຫລອງບຸນ ປີໃໝ່ລາວ ແລະ ເພື່ອຮັບປະກັນໃຫ້ ການສະຫລອງປີໃໝ່ລາວເຕັມໄປ ດ້ວຍເນື້ອໃນຄວາມໝາຍ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະ ນະທຳ ແລະ ຮີດຄອງປະເພນີອັນດີ ງາມຂອງຊາດທີ່ເຄີຍປະຕິບັດສືບ ທອດກັນມາ, ຮັບປະກັບຄວາມເປັນ ລະບຽບຮຽບຮ້ອຍ, ມີຄວາມສະ ອາດຈົບງາມ, ມີຄວາມສະຫງົບປອດ ໄພ ເປັນຕົ້ນ ການຫົດສົງພະພຸດທະ ຮູບ, ພະສົງສາມະເນນ ຢູ່ຕາມວັດວາ ອາຮາມ, ການຈັດງານບາສີສູ່ຂວັນ, ການສົມມາ, ຫົດສົງ-ອວຍພອນພໍ່ ແມ່, ຜູ້ອາວຸໂສ, ການອວຍພອນໄຊ ເຊິ່ງກັນ ແລະ ກັນ ດ້ວຍຄວາມສຸພາບ ຮຽບຮ້ອຍ ແລະ ຖືກຕ້ອງຕາມຮີດ ຄອງປະເພນີອັນດີງານຂອງຊາດ ແລະ ຫົດນໍ້າກັນດ້ວຍນໍ້າສະອາດ, ນໍ້າຫອມດອກໄມ້ ດ້ວຍຄວາມສຸພາບ ຮຽບຮ້ອຍ ຮັບປະກັນຄວາມປອດ ໄພ; ການຈັດບຸນປີໃໝ່ລາວ ຢູ່ສຳນັກ ງານອົງການ, ວັດວາອາຣາມ ແລະ ສະຖານທີ່ສັກກະລະບູຊາຕ່າງໆ, ພາຍໃນຄອບຄົວ ຄວນປະຢັດມັດທະ ຍັດ, ກະທັດຮັດ, ລຽບງ່າຍ ຖືກຕ້ອງ ຕາມຮີດຄອງປະເພນີ, ຫລີກລ່ຽງ ການຊຸມນຸມ, ຊຸມແຊວ ທີ່ຈະສ້າງ ຄວາມເດືອດຮ້ອນໃຫ້ກັບຜູ້ອື່ນ ຈົນ ເກີນຂອບເຂດ ແລະ ມີສະຕິໃນການ ໃຊ້ຈ່າຍບໍ່ໃຫ້ຟູມເຟືອຍເກີນຄວາມ ຈຳເປັນ; ກິດຈະກໍາຕ່າງໆທີ່ຈັດຂຶ້ນ ໃນໄລຍະປີໃໝ່ລາວຕ້ອງເປັນກິດຈະ ກຳສົ່ງເສີມສິລະປະ-ວັດທະນະທໍາ ແລະ ພູມປັນຍາທ້ອງຖິ່ນ ຕິດພັນກັບ ເນື້ອໃນຄວາມໝາຍຂອງບຸນປີໃໝ່ ລາວ ເຊັ່ນ: ການສະແດງສິລະປະ lts]v'[5 oxu .\j .sh 8y fra oda [ Iu f7v'xtgrou c]t 0= h sh k,.ow]pt[5 oxu .\j ]k; ດົນຕີ, ການປະກວດນາງສັງຂານ, ຂະບວນແຫ່ຫວໍ, ການຈັດງານວາງ ສະແດງສິນຄ້າຜະລິດຕະພັນວັດທະ ນະທຳ, ການຈັດງານຕະຫລາດນັດ, ກິດຈະກໍາອື່ນໆ ຢູ່ບັນດາສະຖານທີ່ ສາທາລະນະ ລວມທັງຢູ່ຕາມຫາດ (ແຄມນໍ້າ) ຕ້ອງໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນ ສູນກາງ ແລະ ທ້ອງຖິ່ນ ຕາມລະບຽບ ການທີ່ກໍານົດໄວ້; ສາສະໜາສະຖານ ແລະ ບໍລິເວນອ້ອມຮອບວັດວາອາ ຮາມ ຕ້ອງກໍານົດຂອບເຂດ ແລະ ຈັດ ສັນ ໃຫ້ເປັນລະບຽບຮຽບຮ້ອຍ, ສະ ອາດຈົບງາມ ເປັນຕົ້ນ ເຂດຫົດສົງ ພະພຸດທະຮູບ, ພະສົງສາມະເນນ, ເຂດສັກກະລະບູຊາ, ເຂດຂາຍເຄື່ອງ, ເຂດບໍລິການ ແລະ ເຂດອື່ນໆ. ສໍາລັບຂໍ້ຫ້າມໃນໄລຍະຈັດງານ ບຸນປີໃໝ່ແມ່ນ ຫ້າມຫົດນໍ້າກັນດ້ວຍ ນໍ້າເປື້ອນ, ນໍ້າສີ ຫລື ນໍາໃຊ້ພາຫະ ນະ, ອຸປະກອນອື່ນໆ ເພື່ອຫົດນໍ້າຄົນ ອື່ນ ຢູ່ຕາມຖະໜົນຫົນທາງ ແລະ ສະຖານທີ່ຕ່າງໆ; ຫ້າມເສບ, ງັນ, ເຕັ້ນຟ້ອນ, ເປີດເພງທີ່ມີເນື້ອໃນບໍ່ສຸ ພາບ (ຫລໍ່ແຫລມ) ທັງເພງລາວ ແລະ ຕ່າງປະເທດ, ຕັ້ງວົງດົນຕີ ແລະ ຂາຍເຄື່ອງດື່ມທີ່ມີທາດເຫລົ້າ ຢູ່ ຕາມວັດວາອາຮາມ; ຫ້າມຕິດປ້າຍ ແນະນໍາ, ປ້າຍຫ້າມ, ປ້າຍໂຄສະນາ ຕ່າງໆ ໃສ່ພະພຸດທະຮູບ ແລະ ຈຸດ ສຳຄັນໂດດເດັ່ນຕ່າງໆ ຂອງວັດວາ ອາຮາມ, ຕັ້ງໂຕະ, ຕັ່ງ, ເຕັນຂາຍ ເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອະນຸ ຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ບົດບັງຄວາມສວຍງາມຂອງ ທິວທັດສະນີຍະພາບ ເມື່ອເວລານັກ ທ່ອງທ່ຽວມາຢ້ຽມຊົມ ແລະ ເຂົ້າ ຮ່ວມບຸນປີໃໝ່; ຫ້າມສະແດງສິ່ງລາ ມົກອະນາຈານ, ນຸ່ງເຄື່ອງບໍ່ສຸພາບ ຫລື ເຄື່ອງເປືອຍກາຍ, ປະພຶດລາມົກ ອະນາຈານໃນເວລາເຂົ້າຮ່ວມກິດຈະ ກຳຕ່າງໆໃນງານບຸນ ແລະ ມີການ ກະທໍາທີ່ບໍ່ສອດຄ່ອງກັບຮີດຄອງ ປະເພນີ ແລະ ກົດໝາຍ; ຫ້າມຈັດ ພິທີສະເຫລີມສະຫລອງມ່ວນຊື່ນ ແບບໃຫຍ່ໂຕມະໂຫລານ ທີ່ເປັນການ ຟູມເຟືອຍຊັບສິນ ແລະ ງົບປະມານ; ຫ້າມຈັດກິດຈະກຳ, ງານສະເຫລີມ ສະຫລອງປີໃໝ່ ຢູ່ຕາມຖະໜົນຫົນ ທາງ ໂດຍບໍ່ໄດ້ຮັບອະນຸຍາດ ຈາກ ພາກສ່ວນກ່ຽວຂ້ອງຕາມການແບ່ງ ຂັ້ນຄຸ້ມຄອງ; ຫ້າມສວຍໃຊ້ໂອກາດ ຍາມບຸນປີໃໝ່ ເຕົ້າໂຮມຄົນຈຳນວນ ຫລາຍໂດຍມີເປົ້າໝາຍທາງການ ເມືອງ ທີ່ຂັດຕໍ່ແນວທາງນະໂຍບາຍ, ມົ້ວສຸມຫລິ້ນການພະນັນ, ຊຸມນຸມຊຸມ ແຊວເນື່ອງນັ້ນ, ຄ້າຂາຍຢາເສບຕິດ ແລະ ຄ້າປະເວນີ; ຫ້າມເປີດເຄື່ອງ ສຽງດັງເນືອງນັນເກີນຂອບເຂດທີ່ ກໍານົດໄວ້; ຫ້າມຜິດຖຽງກັນ, ອາ ລະວາດ, ຕີກັນ ແລະ ອື່ນໆ ອັນກໍ່ໃຫ້ ເກີດຄວາມບໍ່ສະຫງົບປອດໄພ; ຫ້າມ ມີພຶດຕິກຳອື່ນໆ ທີ່ເປັນການລະເມີດ ກົດໝາຍ. ສ່ວນມາດຕະການຕໍ່ຜູ້ລະເມີດ ທຸກໆການກະທໍາ ທີ່ເປັນການລະເມີດ ຂໍ້ຫ້າມໃນຄໍາແນະນໍາສະບັບນີ້ ດ້ວຍ ການເຈດຕະນາ ຫລື ບໍ່ເຈດຕະນາ ລ້ວນແຕ່ໄດ້ຖືກສຶກສາອົບຮົມ, ກ່າວ ເຕືອນ, ປັບໄໝຕາມສະຖານການ ລະເມີດ ຫລື ດຳເນີນຄະດີ ຕໍ່ຜູ້ກະ ທຳຜິດສ່ວນບຸກຄົນ, ກຸ່ມຄົນ, ນິຕິ ບຸກຄົນ ໂດຍປະສານສົມທົບກັບທຸກ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປະຕິບັດ ຕາມກົດໝາຍ ແລະ ລະບຽບການ ກ່ຽວຂ້ອງ.
RkJQdWJsaXNoZXIy MTc3MTYxMQ==