ຂປລ. ສະຖານີຂົນສົ່ງໂດຍສານ ທາງໄກສາຍໃຕ້-ສາຍຕ່າງປະເທດ ນະຄອນຫລວງວຽງຈັນ ມີຄວາມ ລາວ ໄດ້ໃຫ້ຮູ້ວ່າ: ທ່ານ ສຸວັນທອນ ບຸບຜານຸວົງ ຫລື ນາມປາກກາ ຊາຍ ເຊໂປນ ສິລະປິນແຫ່ງຊາດສາຂາ ວັນນະກຳເປັນນັກປະພັນລາງວັນ ວັນນະກຳສ້າງສັນຍອດຢ້ຽມແຫ່ງ cs]j 'mj v'mj P;8kfg]kt{8kfIa ' rh v,.sh [= ]y dkocdj oa dmj v'mj P;w]ptxu .\j ]k; ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 11.04.2025 ປີທີ 24 ສະບັບທີ 6.163 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kxa [x5 'd+ lh k'ra d .sh xvf.l g0A ,c0' |a dc|h oK s;o7n o,6 og-N vdkog7n j vows; 0v'oa dly ]txy ocsj '-kf lk0k;a ootde ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 xtmkoxtgmf vj kolko v;prvoxu .\j ]k; rl 2568 leg]a f-5 f/b dvq [Iq ,;Pd'ko9a f8A ' .sh rtoa d'kodq ,9a f8A '{rtoa d'ko slr ຂປລ. ຊຸດຝຶກອົບຮົມວຽກງານ ຈັດຕັ້ງໃຫ້ພະນັກງານ-ລັດຖະກອນ ຂອງກົມຈັດຕັ້ງ-ພະນັກງານຫ້ອງ ວ່າການສູນກາງພັກ (ຫສພ) ໄດ້ ປິດລົງດ້ວຍຜົນສໍາເລັດພາຍຫລັງ ດຳເນີນມາແຕ່ວັນທີ 17-28 ມີນາ 2025 ຜ່ານມາ ແລະ ໄດ້ຈັດພິທີປິດ ຝຶກອົບຮົມໃນວັນທີ 9 ເມສາ 2025 ໂດຍມີຄະນະກົມ, ນັກວິທະຍາກອນ ຈາກຄະນະຈັດຕັ້ງສູນກາງພັກ, ຜູ້ ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ລັດຖະກອນກົມ ຈັດຕັ້ງ-ພະນັກງານຫ້ອງວ່າການ ສູນກາງພັກ ເຂົ້າຮ່ວມ. ທ່ານ ວັນໄຊ ແພງຊຸມມາ ຮອງ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມໃນຄັ້ງ ນີ້, ເປັນຄັ້ງທໍາອິດຖືເປັນບາດກ້າວ ສໍາຄັນ ເຊິ່ງມັນສະແດງເຖິງຄວາມ ເອົາໃຈໃສ່ຂອງຄະນະພັກ, ຄະນະ ຫ້ອງວ່າການສູນກາງພັກ ທີ່ຖືສໍາ ຄັນຕໍ່ການກໍ່ສ້າງ, ບຳລຸງ, ຍົກລະ ດັບໃຫ້ພະນັກງານ-ລັດຖະກອນ, ການນຳຫລັກແຫລ່ງຂອງຫ້ອງວ່າ ການສູນກາງພັກ ໃຫ້ນັບມື້ມີຄວາມ ເຕີບໃຫຍ່ເຂັ້ມແຂງ ຊຶ່ງຜົນສໍາເລັດ ໃນການຝຶກອົບຮົມຄັ້ງນີ້ ເປັນພຽງ ຜົນສໍາເລັດໃນເບື້ອງຕົ້ນເທົ່ານັ້ນ, ສິ່ງ ສໍາຄັນແມ່ນການນຳເອົາບົດຮຽນ ຂປລ. ປະທານສະມາຄົມນັກ ປະພັນລາວ ຮ່ວມກັບຄອບຄົວ ບຸບ ຜານຸວົງ ຈັດງານ 100 ປີ ສະດຸດີ ທ່ານສຸວັນທອນບຸບຜານຸວົງສິລະປິນ ແຫ່ງຊາດ ສາຂາວັນນະກຳໃນວັນທີ 9 ເມສາ 2025 ຢູ່ມະຫາວິທະຍາໄລ ແຫ່ງຊາດ ນະຄອນຫລວງວຽງຈັນ ເພື່ອຫວນຄືນເຖິງຊີວິດ ແລະ ຜົນ ງານດ້ານການຂີດຂຽນຂອງເພີ່ນ ໂດຍມີການນໍາພັກ-ລັດ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ນັກປະພັນ, ນັກກະວີທັງອາວຸໂສ ແລະ ໜຸ່ມນ້ອຍ ເຂົ້າຮ່ວມ. ໂອກາດນີ້, ທ່ານ ທອງໃບ ໂພທິ ສານ ປະທານສະມາຄົມນັກປະພັນ ຂປລ. ໃນວັນທີ10 ເມສາ2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ອ່ານ ສານອວຍພອນປີໃໝ່ລາວ ເນື່ອງໃນ ຂປລ. ແຫລ່ງທ່ອງທ່ຽວຕາດ ເລາະ-ຕາດຮັງ ເປັນແຫ່ງທ່ອງທ່ຽວ ທາງທໍາມະຊາດ ທີ່ສວຍງາມອີີກ ແຫ່ງໜຶ່ງຕັ້ງຢູ່ບ້ານຫົວຂົວເສັດ ເມືອງເລົ່າງາມແຂວງສາລະວັນ, ຫ່າງຈາກເທສະບານເມືອງສາລະ ວັນ 30 ກວ່າກິໂລແມັດ, ເປັນສະ ຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມ ນິຍົມຊົມຊອບຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າ ມາທ່ຽວຊົມເປັນຈຳນວນຫລາຍ ໂດຍສະເພາະໃນໄລຍະສະຫລອງ ປີໃໝ່ລາວ ພສ 2568 ທີ່ຈະມາເຖິງ ອ່ານຕໍ່ໜ້າ 2 lkoltcf'7;k,glQ klts]q f.9 ຂປລ. ໃນວັນທີ 4 ເມສາ 2025 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ຮັບສານສະແດງຄວາມເສົ້າສະຫລົດໃຈຈາກສົມເດັດພະກະ ນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມ ບໍຣົມຣາດຊະກຸມາຣີ ຕໍ່ການເຖິງແກ່ມໍລະນະກຳຂອງທ່ານ ພົນເອກ ຄຳໄຕ ສີພັນດອນ. ເນື້ອໃນສານລະບຸວ່າ: ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງກັບທ່ານ ແລະ ຄອບຄົວ ສີພັນດອນ ຕໍ່ການເຖິງແກ່ມໍລະນະ ກຳຂອງທ່ານ ພົນເອກ ຄຳໄຕ ສີພັນດອນ ເຊິ່ງເປັນບິດາອັນເປັນທີ່ແສນ ເຄົາລົບຮັກຂອງຄອບຄົວ. ຂ້າພະເຈົ້າໄດ້ມີໂອກາດຫລາຍຄັ້ງໃນການ ພົບປະ ແລະ ໂອ້ລົມກັບທ່ານ ພົນເອກ ຄຳໄຕ ສີພັນດອນ ໃນໂອກາດ ຢ້ຽມຢາມ ສປປ ລາວ ແລະ ໄດ້ມີໂອກາດຢ້ຽມຢາມບ້ານເກີດຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ທີ່ຈໍາປາສັກ. ທ່ານ ພົນເອກ ຄໍາໄຕ ສີພັນດອນ ເປັນບຸກຄົນທີ່ມີຄວາມສະຫລາດ ສ່ອງໃສ ແລະ ມີປະສົບການຊີວິດອັນກວ້າງຂວາງທຸກຄັ້ງທີ່ໄດ້ສົນ ທະ ນາໂອ້ລົມກັບທ່ານ, ຂ້າພະເຈົ້າລ້ວນແຕ່ໄດ້ຮັບ 7e0v[.90v'7v[7q ; lu ra ofvo ຂປລ. ຄອບຄົວ ສີພັນດອນ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫລືອຕໍ່ຄະນະບໍລິຫານງານສູນກາງພັກ, ສະພາ ແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງ ມະຫາຊົນທຸກຂັ້ນ, ຄະນະຮັບຜິດຊອບພິທີຊາປະນະກິດສົບລະດັບຊາດ, ພະນັກງານ, ທະຫານ, ຕະຫລວດ ຕະຫລອດຮອດຊາວໜຸ່ມ, ເຍົາວະຊົນ ແລະ ນ້ອງນັກຮຽນ, ການນໍາພັກ-ລັດປະເທດເພື່ອນມິດ, ຄະນະຜູ້ແທນຕ່າງປະເທດ, ທູຕານຸທູດ, ບັນດາອົງການຈັດຕັ້ງສາກົນ, ຄະນະພັກ-ອົງການປົກຄອງແຕ່ລະ ຂັ້ນ, ຊັ້ນຄົນຕ່າງໆ, ເພື່ອນມິດສະຫາຍ, ຍາດພີ່ນ້ອງທັງຢູ່ໃກ້ ແລະ ໄກທີ່ໄດ້ຢູ່ ຄຽງຂ້າງ, ໃຫ້ກໍາລັງໃຈ, ໃຫ້ຄວາມອົບອຸ່ນ, ແບ່ງເບົາຄວາມທຸກໂສກ ແລະ ໃຫ້ການຊ່ວຍເຫລືອທາງດ້ານວັດຖຸແລະ ຈິດໃຈຢ່າງຈິງໃຈໃນການຈັດພິທີຊາ ປະນະກິດສົບລະດັບຊາດຂອງທ່ານ ພົນເອກ ຄໍາໄຕ ສີພັນດອນ ໄດ້ດຳເນີນໄປ ຢ່າງສົມກຽດ ແລະ ສຳເລັດລຸລ່ວງໄປດ້ວຍດີ. ພວກຂ້າພະເຈົ້າຂໍຈົດຈໍາບຸນຄຸນອັນລົ້ນເຫລືອ ແລະ ໃຫຍ່ຫລວງດັ່ງກ່າວ ໄວ້ໃນຄວາມຊົງຈໍາຂອງຄອບຄົວ ສີພັນດອນ ຊົ່ວກາລະນານ. ຂໍອວຍພອນໄຊອັນປະເສີດແດ່ການນຳ, ອະດີດການນໍາພັກ-ລັດ, ເພື່ອນ ມິດສະຫາຍທັງຫລາຍທັງພາຍໃນ ແລະ ຕ່າງປະເທດ, ພີ່ນ້ອງຮ່ວມຊາດ, ຍາດພີ່ນ້ອງຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງບັນດາທ່ານທຸກປະການ. ໂອກາດສົ່ງທ້າຍປີເກົ່າ ພສ 2567 ຕ້ອນຮັບປີໃໝ່ລາວ ພສ 2568. ເນື້ອໃນສານລະບຸໄວ້ວ່າ: ພີ່ນ້ອງຮ່ວມຊາດ, ເພື່ອນມິດສະ ຫາຍທີ່ຮັກແພງທັງຫລາຍ! ໃນໂອກາດສົ່ງທ້າຍປີເກົ່າ, ປີມະ ໂລງ ພສ 2567 ແລະ ຕ້ອນຮັບປີ ໃໝ່, ປີມະເສັງ ພສ 2568 ທີ່ກຳລັງ ໝູນວຽນມາເຖິງນີ້, ຂ້າພະເຈົ້າມີ ຄວາມປິຕິຍິນດີເປັນຢ່າງຍິ່ງຕາງໜ້າ ໃຫ້ການນໍາພັກ-ລັດ ແລະ ໃນນາມ ສ່ວນຕົວຂໍສົ່ງຄວາມຢ້ຽມຢາມຖາມ ຂ່າວອັນອົບອຸ່ນ ແລະ ຄໍາອວຍພອນ ອັນປະເສີດມາຍັງພໍ່ແມ່ພີ່ນ້ອງຊາວ lt4kou lkp.8h dP,]q f 80 4h P;8,N Iv'Ia [z6h 3fplkoda [[h kow]ptxu .\j ]k; + 8ts]kflq f3oo7= dP,rh v,Iv[fh ko lt|v'ly o7h kw]ptxu .\j ]k; h ອ່ານຕໍ່ໜ້າ 2 - ເຖິງ: ທ່ານຜູ້ອ່ານໜັງສືພິມປະເທດລາວ ທີ່ນັບຖື - ເນື່ອງໃນໂອກາດວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ພສ 2568 ຊຶ່ງປີນີ້ກົງກັບວັນທີ 14-15-16 ເມສາ 2025 ເປັນມື້ພັກປີໃໝ່ລາວ. ດັ່ງນັ້ນ, ສຳນັກຂ່າວສານປະເທດລາວ, ຄະນະ ບກ ໜັງສືພິມປະເທດ ລາວ ຈຶ່ງແຈ້ງມາຍັງທ່ານຜູ້ຈອງ, ຜູ້ອ່ານ ຊາບວ່າ: ນັບແຕ່ວັນທີ 1416 ເມສາ 2025 ຈະບໍ່ໄດ້ຈັດພິມ ແລະ ຈຳໜ່າຍໜັງສືພິມປະເທດລາວ ໂດຍຈະ ສືບຕໍ່ພິມ ແລະ ຈຳໜ່າຍ ໃນວັນພະຫັດທີ17 ເມສາ 2025. ໃນໄລຍະພັກ ທ່ານສາມາດຮັບຂ່າວສານໄດ້ທາງເວັບໄຊ: www.kpl. gov.la ແລະ ທາງ Facebook: ປະເທດລາວ pathedlao ຕາມ ປົກກະຕິ. ດັ່ງນັ້ນຈຶ່ງແຈ້ງມາເພື່ອຊາບ. c9h 'ra d dkory , c]t 9e|j kp|a 'ln ry ,
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/04/2025 xtgmf]k; mk']q fw2 ]k;{9u o ltlq ,z6h 3fplkogdu o 5.000 ]h kogmnj v7q o ລຳເລັດຊຸດຝຶກອົບຮົມ... ຫວນຄືນມູນເຊື້ອ... ປະທານປະເທດ... ແຫລ່ງທ່ອງທ່ຽວ... ສະຖານີສາຍໃຕ້... ຕະຫລາດສົດໂນນຄໍ້... ສານສະແດງຄວາມເສົ້າ... ຄວາມຮູ້ ແລະ ຂໍ້ຄິດຢ່າງເລິກເຊິ່ງ. ທ່ານ ພົນເອກ ຄໍາໄຕ ສີພັນດອນ ເປັນບຸກຄົນທີ່ີມີບົດບາດສຳຄັນຢ່າງ ຍິ່ງໃນການເສີມຂະຫຍາຍຄວາມ ເຂັ້ມແຂງ ແລະ ສ້າງສາພັດທະນາ ປະເທດຊາດ, ຜົນງານ ແລະ ຄຸນ ງາມຄວາມດີທັງໝົດທີ່ທ່ານອຸທິດ ໃຫ້ແກ່ປະເທດຊາດອັນເປັນທີ່ຮັກ ຈະຖືກຈາລຶກໄວ້ຢ່າງບໍ່ມີວັນລືມ. ລາວ ທີ່ເຄົາລົບຮັກທຸກທົ່ວໜ້າໃນທົ່ວ ປະເທດ, ລວມທັງຊາວລາວທີ່ກຳລັງ ດໍາລົງຊີວິດຢູ່ຕ່າງປະເທດ ກໍຄື ເພື່ອນ ມິດຊາວຕ່າງປະເທດທີ່ກຳລັງດໍາ ລົງຊີວິດ ແລະ ປະຕິບັດວຽກງານ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກໆທ່ານມານະໂອ ກາດນີ້ດ້ວຍ. ພໍ່ແມ່ພີ່ນ້ອງ, ເພື່ອນມິດສະຫາຍ ທີ່ຮັກແພງຕະຫລອດປີຜ່ານມາ ນັ້ນ ເປັນອີກປີໜຶ່ງທີ່ປະຊາຊົນລາວ ທັງຊາດ ພວກເຮົາໄດ້ທຸ່ມເທແຮງ ກາຍ, ແຮງໃຈ ແລະ ສະຕິປັນຍາ, ສາມັກຄີເປັນຈິດໜຶ່ງໃຈດຽວຮ່ວມ ກັບພັກ, ລັດທຸກໆຂັ້ນພ້ອມກັນບຸກ ບືນປະຕິບັດບັນດາແນວທາງ, ແຜນ ນະໂຍບາຍຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດວາງ ອອກໄດ້ຮັບຜົນສໍາເລັດທີ່ເປັນຮູບປະ ທໍາຫລາຍດ້ານ, ຜ່ານຜ່າໄດ້ອຸປະສັກ ແລະ ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍນາໆ ປະການ; ປະເທດເຮົາສືບຕໍ່ຮັກສາ ໄດ້ສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມ ເປັນ ລະບຽບຮຽບຮ້ອຍ, ເສດຖະກິດ ສືບຕໍ່ຂະຫຍາຍຕົວໃນທ່ວງທ່າດີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ ຮັບການປັບປຸງ, ອິດທິພົນບົດບາດ ຂອງ ສປປ ລາວ ຕໍ່ສາກົນສືບຕໍ່ໄດ້ ຮັບການເຊີດຊູສູງເດັ່ນຂຶ້ນ. ຂ້າພະເຈົ້າຂໍຖືໂອກາດນີ້ສະແດງ ຄວາມຍ້ອງຍໍຊົມເຊີຍມາຍັງຄະນະ ພັກ, ອໍານາດການປົກຄອງແຕ່ລະ ຂັ້ນ, ສະມາຊິກພັກ, ພະນັກງານ, ກໍາ ລັງປະກອບອາວຸດ, ນັກທຸລະກິດ, ຜູ້ ປະກອບການ, ປະຊາຊົນລາວບັນດາ ເຜົ່າ ລວມທັງພີ່ນ້ອງຊາວລາວຢູ່ຕ່າງ ປະເທດທຸກທົ່ວໜ້າທີ່ໄດ້ປະກອບ ສ່ວນເຂົ້າໃນບັນດາຜົນສໍາເລັດດັ່ງທີ່ ໄດ້ກ່າວມານັ້ນ. ພ້ອມກັນນັ້ນ, ກໍຂໍ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫລືອ ອັນລໍ້າຄ່າຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ມີຕໍ່ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຢ່າງສະເໝີຕົ້ນສະເໝີ ປາຍຕະຫລອດມາ. ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫລາຍປີໃໝ່ນີ້ ເປັນ ອີກປີໜຶ່ງທີ່ສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ມີຄວາມສັບ ສົນ ເຊິ່ງຈະມີຜົນກະທົບຕໍ່ປະເທດ ແລະ ປະຊາຊົນເຮົາຢ່າງຫລີກລ້ຽງ ບໍ່ໄດ້ກໍຕາມ, ແຕ່ພວກເຮົາກໍຍັງ ເຫັນວ່າເປັນປີໜຶ່ງທີ່ພວກເຮົາຖືວ່າ ເປັນປີທີ່ມີກາລະໂອກາດ, ເຕັມໄປ ດ້ວຍຄວາມຫວັງແຫ່ງການນໍາພາ ປະເທດຊາດກ້າວໄປສູ່ອະນາຄົດທີ່ ສົດໃສ, ເປັນປີມ້ວນທ້າຍຂອງການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ເປັນ ປີແຫ່ງການສະເຫລີມສະຫລອງ ບັນດາເຫດການປະຫວັດສາດສໍາ ຄັນຂອງພັກ, ຂອງຊາດເຮົາ; ເປັນ ປີທີ່ພວກເຮົາຈະໄດ້ພ້ອມກັນອອກ ແຮງສ້າງຜົນງານ ເພື່ອຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມາເຖິງ. ພ້ອມກັນ ແລະ ພຶດຕິກຳຕົວຈິງ ໂດຍສົມທົບ ກັບການແລກປ່ຽນບົດຮຽນໃນການ ຝຶກອົບຮົມໄປຄົ້ນຄວ້າ ແລະ ໝູນໃຊ້ ເຂົ້າໃນການເຄື່ອນໄຫວວຽກງານ ຕົວຈິງ. ພ້ອມນີ້, ທ່ານຍັງໄດ້ເນັ້ນ ໃຫ້ສໍາມະນາກອນ ກໍຄື ບັນດາ ພະນັກງານ-ລັດຖະກອນ, ການ ນຳຫລັກແຫລ່ງຂອງກົມຈັດຕັ້ງພະນັກງານ ຈົ່ງພ້ອມກັນສືບຕໍ່ຜັນ ຂະຫຍາຍເນື້ອໃນ ກໍຄື ບົດຮຽນ ໃນການຝຶກອົບຮົມຄັ້ງນີ້ ເຂົ້າໃນ ການຈັດຕັ້ງປະຕິບັດວຽກງານຕົວ ຈິງຂອງຕົນຢ່າງປະດິດສ້າງ ເພື່ອ ຍົກລະດັບການເປັນເສນາທິການ ໃຫ້ແກ່ຄະນະພັກ, ຄະນະຫ້ອງ ວ່າການສູນກາງພັກ ໃນການຄົ້ນ ຄວ້າກ່ຽວກັບວຽກງານກໍ່ສ້າງພັກ, ວຽກງານພະນັກງານ ແລະ ວຽກ ງານກົງຈັກການຈັດຕັ້ງໃຫ້ມີຄວາມ ຊັດເຈນ ແລະ ມີປະສິດທິຜົນສູງ ຂຶ້ນ, ສ້າງການຫັນປ່ຽນໃໝ່ ຢ່າງ ແຂງແຮງໃນການຈັດຕັ້ງນຳພາ ຂະບວນການແຂ່ງຂັນພັດທະນາ ຕົນເອງ ແລະ ຍົກສູງຄວາມອາດ ສາມາດໃນການນຳພາ-ຊີ້ນຳ, ການ ຈັດຕັ້ງປະຕິບັດວຽກງານ, ປຸກ ລະດົມພະນັກງານ-ລັດຖະກອນທີ່ ຢູ່ໃນຄວາມຮັບຜິດຊອບຂອງຕົນ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ພ້ອມຮອບດ້ານທີ່ຈະຂົນສົ່ງຜູ້ໂດຍ ສານຈາກນະຄອນຫລວງວຽງຈັນ ໄປຍັງບັນດາແຂວງພາກໃຕ້ຂອງ ສປປ ລາວ ໃນໄລຍະສະຫລອງປີ ໃໝ່ລາວ 2025 ໂດຍຈະເພີ່ມຖ້ຽວ ລົດຈາກມື້ປົກກະຕິ 60 ກວ່າຖ້ຽວ ຕໍ່ວັນ, ເປັນ 80 ຖ້ຽວຕໍ່ວັນທັງນີ້ ກໍເພື່ອບໍ່ໃຫ້ຜູ້ໂດຍສານອັ່ງອໍ ເຊິ່ງ ສະຖານີຈະປ່ອຍລົດອອກທຸກໆ 15 ນາທີ່ຕໍ່ຄັນ. ທ່ານ ສຸກສະຫວາດ ສີສຸກ ຜູ້ ຈັດການທົ່ວໄປສະຖານີຂົນສົ່ງໂດຍ ສານສາຍທາງໄກສາຍໃຕ້-ສາຍ ຕ່າງປະເທດ ໃຫ້ສໍາພາດຕໍ່ສື່ມວນ ຊົນໃນວັນທີ 9 ເມສາ 2025 ວ່າ: ສະຖານີຂົນສົ່ງໂດຍສານທາງໄກ ສາຍໃຕ້-ສາຍຕ່າງປະເທດ ໄດ້ກະ ກຽມຄວາມພ້ອມຮອບດ້ານເປັນ ຕົ້ນການສະໜອງລົດໂດຍສານ, ດ້ານເຕັກນິກ, ຄວາມປອດໄພ ເຊິ່ງ ໄລຍະຜ່ານມາໄດ້ມີການປະຊາສໍາ ພັນໃຫ້ບັນດາຜູ້ປະກອບການແຕ່ລະ ບໍລິສັດໃນການກວດກາລົດ, ກວດ ກາເຕັກນິກລົດຂອງຕົນ ເພື່ອໃຫ້ ບໍລິການລູກຄ້າໄດ້ຢ່າງປອດໄພ ໄລຍະກະກຽມຫລິ້ນບຸນປີໃໝ່ລາວ, ນັບແຕ່ວັນທີ 11, 12, 13 ແມ່ນ ໄດ້ເພີ່ມຖ້ຽວລົດ ຈາກປົກກະຕິ 60 ກວ່າຖ້ຽວມາເປັນ 80 ກວ່າຖ້ຽວ. ເຖິງຢ່າງໃດກໍຕາມຜູ້ໂດຍສານ ທີ່ ຈະເດີນທາງນໍາລົດສາຍໃຕ້ ຕ້ອງ ເພື່ອເວລາໄວ້ລ່ວງໜ້າປະມານ 2 ຊົ່ວໂມງ ເນື່ອງຈາກ 3 ມື້ກ່ອນບຸນ ປີໃໝ່ ຈໍານວນຜູ້ໂດຍສານແມ່ນມີ ຈຳນວນຫລາຍ, ບາງຄັ້ງອາດຈະ ອອກກ່ອນເວລາທີ່ໄດ້ລະບຸໄວ້, ໃນ ກໍລະນີຫາກລົດມີຈໍານວນຜູ້ໂດຍ ສານຂຶ້ນເຕັມກໍແມ່ນອອກລົດເລີຍ. ສຳລັບການສັ່ງຈ່ອງປີ້ VIP ສາ ມາດຈ່ອງໄດ້ລ່ວງໜ້າ, ສ່ວນຜູ້ ໂດຍສານທີ່ຈະເດີນທາງດ້ວຍລົດ ທໍາມະດາແມ່ນໄປຊື້ປີ້ແລ້ວຂຶ້ນລົດ ເລີຍ, ຈໍານວນຜູ້ໂດຍສານທີ່ເຄີຍຂີ່ ລົດນໍາບໍລິສັດໃດກໍໃຫ້ສັ່ງຈ່ອງນໍາບໍ ລິສັດນັ້ນໆໄດ້. ທ່ານ ສຸກສະຫວາດ ສີສຸກ ໃຫ້ຮູ້ອີກວ່າ: ສຳລັບລາຄາປີ້ລົດ ແມ່ນລາຄາຕາມປົກກະຕິຄືເກົ່າ ທີ່ໄດ້ປະຕິບັດມາຕັ້ງແຕ່ 13/10/ 2023, ລົດເມອອກຖ້ຽວທໍາອິດ ແມ່ນເວລາ 04:00 ໂມງ ຈົນ ຮອດ 21:00 ໂມງ ຫລື ບາງ ມື້ ກໍຮອດ ເວລາ 22:00 ໂມງ. ສໍາລັບຄ່າໂດຍສານ: ວຽງຈັນສະຫວັນນະເຂດ ລົດທໍາມະດາ ລາຄາ 200.000 ກີບ, ລົດດ່ວນ VIP2 ລາຄາ 230.000 ກີບ, ລົດ ດ່ວນ VIP1 ລາຄາ 250.000 ກີບ; ວຽງຈັນ-ປາກເຊ: ລົດທໍາມະດາ ລາຄາ 270.000ກີບ, ລົດດ່ວນ VIP2 ລາຄາ 300.000 ກີບ, ລົດ ດ່ວນ VIP1 ລາຄາ 320.000 ກີບ; ລາຄາລົດທຳມະດາ ວຽງຈັນ-ປາກ ຊັນ 100.000 ກີບ, ວຽງຈັນຫລັກ 20 ລາຄາ 200.000 ກີບ, ວຽງຈັນ-ເຊໂປນ 280.000 ກີບ (ລົດດ່ວນ 1 ລາຄາ 300.000 ກີບ, ລົດດ່ວນ 2 ລາຄາ 330.000 ກີບ), ວຽງຈັນ-ເມືອງໄຊຈຳພອນ 270.000 ກີບ, ວຽງຈັນ-ນ້ຳທອນ 130.000 ພັນກີບ, ວຽງຈັນ-ວຽງ ທອງ 220.000 ກີບ, ວຽງຈັນກອງລໍ 180.000 ກີບ, ວຽງຈັນທ່າແຂກ 150.000 ກີບ (ລົດ ດ່ວນ 1 ລາຄາ 180.000 ກີບ, ລົດ ດ່ວນ 2 ລາຄາ 200.000 ກີບ), ຂປລ. ຕາມການລາຍງານ ຂອງນັກຂ່າວຈາກກຸ່ມບໍລີສັດ ກໍ່ສ້າງທາງລົດໄຟຄຸນໝິງຈໍາກັດ ໃຫ້ຮູ້ວ່າ: ມາຮອດວັນທີ 28 ມີນາ 2025 ຜ່ານມານີ້, ທາງລົດໄຟ ລາວ-ຈີນ ໄດ້ສະສົມແລ່ນລົດໄຟ ທັງໝົດ 71.000 ຄັນ ແລະ ຂົນສົ່ງ ຜູ້ໂດຍສານທັງໝົດຫລາຍກວ່າ 5.000 ລ້ານເທື່ອຄົນ. ໃນນັ້ນ, ພາກສ່ວນໃນປະເທດຈີນ ໄດ້ຂົນສົ່ງ ຜູ້ໂດຍສານທັງໝົດ 4.115 ລ້ານ ເທືອຄົນ, ພາກສ່ວນໃນປະເທດລາວ ໄດ້ຂົນສົ່ງຜູ້ໂດຍ ສານທັງໝົດ 885 ລ້ານເທື່ອຄົນ. ໃນນັ້ນ, ມີຜູ້ໂດຍສານ ຫລາຍກວ່າ 480.000 ຄົນມາຈາກ 112 ປະເທດ ແລະ ໄດ້ເດີນທາງ ຂ້າມຊາຍແດນຕາມເສັ້ນທາງລົດ ໄຟໂດຍສານສາກົນທາງລົດໄຟ ລາວ-ຈີນ. ທ່ານ Zhang Hongyun ນັກ ວິສະວະກອນຂອງພະແນກຈັດການ ໂຄງການກໍ່ສ້າງກຸ່ມບໍລິສັດທາງ ລົດໄຟຈີນບໍ່ເຕັນ-ນະຄອນຫລວງ ວຽງຈັນ ຊ່ວງສັນຍາທີ FJSGII ຂປລ. ໄລຍະສະເຫລີມສະຫລອງ ບຸນປີໃໝ່ລາວ ພສ 2568, ຕະຫລາດ ສົດໂນນຄໍ້ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ໄດ້ມີຄວາມພ້ອມ ຮອບດ້ານ ເພື່ອສະໜອງສິນຄ້າ ປະເພດຕ່າງໆໃຫ້ກັບມວນຊົນໃນ ນະຄອນຫລວງວຽງຈັນ ໄດ້ຢ່າງ ພຽງພໍ, ພ້ອມທັງໄດ້ວາງມາດຕະ ການຕ່າງໆຢ່າງເຂັ້ມງວດ ເພື່ອ ຄວບຄຸມລາຄາສິນຄ້າໃຫ້ຢູ່ໃນເກນ ປົກກະຕິ. ທ່ານ ວຽງຄໍາ ລໍວັນໄຊ ຫົວໜ້າ ຈັດສັນຕະຫລາດສົດໂນນຄໍ້ ໃຫ້ ສຳພາດໃນວັນທີ 9 ເມສາ 2025 ນີ້ວ່າ: ໄລຍະສະເຫລີມສະຫລອງບຸນ ປີໃໝ່ລາວ ພສ 2568 ທີ່ຈະມາເຖິງ ນີ້, ຕະຫລາດສົດໂນນຄໍ້ ໄດ້ມີຄວາມ ພ້ອມໃນທຸກໆດ້ານ ເພື່ອສະໜອງ ສິນຄ້າເຄື່ອງອຸປະໂພກ-ບໍລິໂພກ ປະ ເພດຕ່າງໆ ແລະ ອຳນວຍຄວາມ ສະດວກໃຫ້ກັບຜູ້ບໍລິໂພກໄດ້ຈັບ ຈ່າຍຊື້-ຂາຍສິນຄ້າ ໄດ້ຢ່າງພຽງພໍ ກັບຄວາມຕ້ອງການ. ພ້ອມທັງ, ວາງມາດຕະການຕ່າງໆຢ່າງເຂັ້ມ ງວດ ເພື່ອຄຸ້ມຄອງລາຄາສິນຄ້າບໍ່ ໃຫ້ມີການສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າຕາມອຳເພີໃຈ ໂດຍໃຫ້ຊາວຄ້າ-ຂາຍຕິດປ້າຍລາ ຄາສິນຄ້າຢ່າງຊັດເຈນ ເພື່ອບໍ່ໃຫ້ ເອົາລັດເອົາປຽບຜູ້ບໍລິໂພກ, ທັງ ເປັນການຢັ້ງຢືນໃຫ້ຜູ້ບໍລິໂພກມີ ຄວາມໝັ້ນໃຈທີ່ຈະຊື້ສິນຄ້າປະເພດ ຕ່າງໆ. ສໍາລັບຊາວຄ້າຂາຍຜູ້ໃດ ຫາກລະເມີດຕໍ່ລະບຽບການຂອງ ຕະຫລາດວາງອອກເປັນຕົ້ນສວຍ ໂອກາດຂຶ້ນລາຄາສິນຄ້າ, ປັບຕາ ຊັ່ງຊິງ ແລະ ອື່ນໆຈະຖືກປະຕິບັດ ຕາມລະບຽບທີ່ວາງໄວ້ຢ່າງເຄັ່ງຄັດ ເປັນຕົ້ນ ຖ້າກະທຳຜິດເທື່ອທຳອິດ ຈະອອກໃບແຈ້ງເຕືອນເຖິງຮ້ານ, ເທື່ອທີ່ສອງຈະເຮັດບົດບັນທຶກ ແລະ ກະທຳຜິດເທື່ອທີສາມຈະໃຫ້ຢຸດເຊົາ ກິດຈະການຊົ່ວຄາວ ແລະ ປັບໃໝ ຕາມລະບຽບການ. ພ້ອມນີ້, ຖ້າ ຊາວຄ້າຂາຍນໍາເອົາສິນຄ້າທີ່ໃກ້ຈະ ໝົດອາຍຸ ຫລື ໝົດອາຍຸມາຈໍາໜ່າຍ ໃຫ້ລູກຄ້າ, ຖ້າຫາກກວດເຫັນແມ່ນ ຈະຖືກປັບໃໝໂດຍບໍ່ໄດ້ຕັກເຕືອນ. ຢ່າງໃດກໍຕາມໃນໄລຍະສະຫລອງ ປີໃໝ່ລາວ ພສ 2568 ນີ້, ຕະຫລາດ ສົດໂນນຄໍ້ ຈະສະໜອງຊີ້ນໝູ 10 ກວ່າໂຕນ, ຊີ້ນງົວ-ຄວາຍ 4-5 ໂຕນ, ໄກ່ 3-4 ໂຕນ ຕໍ່ມື້ ແລະ ສິນ ຄ້າປະເພດອື່ນໆ ໃຫ້ໄດ້ຢ່າງພຽງພໍ ກັບຄວາມຕ້ອງການ ຂອງຜູ້ບໍລິໂພກ ໃນນະຄອນຫລວງວຽງຈັນ ເຊິ່ງຕະ ຫລາດໄດ້ເປີດໃຫ້ບໍລິການທຸກໆວັນ ເລີ່ມແຕ່ເວລາ 5:00-18:30 ໂມງ. ຂ່າວ: ທະນູທອງ ອາຊຽນ ຫລື “ຊີໄຣ” (S.E.A. Write Award) ປີ 2000, ທັງ ເປັນນັກຂຽນທີ່ມີຊື່ສຽງໃນລະດັບ ຕໍານານຂອງນັກຂຽນປະຕິວັດ ຊຶ່ງມີ ຜົນງານບົດຂຽນເປັນນະວະນິຍາຍ ທີ່ມີຊື່ສຽງ ແລະ ໄດ້ຮັບຄວາມ ນິຍົມຊົມຊອບທີ່ສຸດໃນຍຸກສົງຄາມ ປະຕິວັດປົດປ່ອຍຊາດ, ຕໍ່ສູ້ຕ້ານ ກັບຈັກກະພັດຜູ້ຮຸກຮານທັງໄດ້ຮັບ ການກ່າວຂານກັນມາຈົນເຖິງຍຸກ ປັດຈຸບັນນັ້ນ ກໍຄື ນະວະນິຍາຍປະ ຕິວັດ ເລື່ອງ “ສອງເອື້ອຍນ້ອງ” ແລະ “ກອງພັນທີສອງ” ທີ່ໄດ້ ຮັບການຈັດພິມເຜີຍແຜ່ຫລາຍຄັ້ງ ແລະ ໄດ້ຮັບການແປເປັນພາສາ ຕ່າງປະເທດຫລາຍພາສາ. ນອກ ນັ້ນ, ທ່ານຍັງມີຜົນງານເລື່ອງສັ້ນ ທີ່ໄດ້ຂຽນ ແລະ ໄດ້ລົງພິມຢູ່ໃນ ວາລະສານ ແລະ ໜັງສືພິມຕ່າງໆ. ທ່ານ ສຸວັນທອນ ບຸບຜານຸວົງ ແມ່ນ ໜຶ່ງໃນຄະນະຂົນຂວາຍກະກຽມ ສ້າງຕັ້ງສະມາຄົມນັກປະພັນລາວ ແລະ ທ່ານກໍໄດ້ຮັບການເລືອກຕັ້ງ ເປັນປະທານສະມາຄົມນັກປະພັນ ລາວ ຜູ້ທໍາອິດຂອງປະເທດຊາດ ໃນກອງປະຊຸມໃຫຍ່ຂອງສະມາຄົມ ນັກປະພັນລາວ ຄັ້ງທີ 1. ເພື່ອສືບຕໍ່ຮັກສາ ແລະ ເສີມຂະ ຫຍາຍບົດບາດ ຊື່ສຽງຂອງເພິ່ນໃຫ້ ຍືນຍົງຄົງຕົວຢູ່ໃນວົງການວັນນະ ຄະດີບ້ານເຮົາຕໍ່ໆໄປ, ໃນອະນາ ຄົດຄອບຄົວ ບຸບຜານຸວົງ ຈະສ້າງ ຕັ້ງ “ກອງທຶນສົ່ງເສີມວັນນະຄະດີ ສຸວັນທອນ ບຸບຜານຸວົງ” ເຊິ່ງກອງ ທຶນດັ່ງກ່າວ, ຈະປະຕິບັດບົດບາດ ໃນການຊຸກຍູ້ສົ່ງເສີມວັນນະຄະດີ ຂອງນັກປະພັນລາວ ໂດຍຈະຈັດ ການແຂ່ງຂັນກວດສອບບົດປະພັນ ວັນນະຄະດີ ແລະ ມອບລາງວັນ ວັນນະຄະດີປະຈຳແຕ່ລະປີ ໂດຍ ສະເພາະແມ່ນໃນຖັນແຖວນັກຂຽນ ໜຸ່ມ, ນັກຮຽນ-ນັກສຶກສາຜູ້ທີ່ຮຽນ ເກັ່ງທາງດ້ານວັນນະຄະດີທັງໃນ ລະດັບອຸດົມສຶກສາ ແລະ ມະຫາ ວິທະຍາໄລ ໂດຍສະມາຄົມນັກປະ ພັນລາວຈະສະໜັບສະໜູນແນວ ຄວາມຄິດ ແລະ ຂໍ້ລິເລີ່ມດັ່ງກ່າວ. ສ່ວນການປະຕິບັດຕົວຈິງກໍຈະໄດ້ ນັ້ນ, ເປັນປີທີ່ພວກເຮົາສືບຕໍ່ປະຕິບັດ ແນວທາງນະໂຍບາຍປ່ຽນແປງ ໃໝ່ຂອງພັກ ໃຫ້ເຂົ້າສູ່ລວງເລິກ, ປັບປຸງກົງຈັກການຈັດຕັ້ງຕາມທິດ ກະທັດຮັດ ແລະ ມີປະສິດທິຜົນ, ປະຕິບັດຫລາຍກົນໄກ, ນະໂຍບາຍ ແລະ ມາດຕະການເພື່ອແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນຂອງປະເທດ, ສືບຕໍ່ຍູ້ແຮງ ການສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ ໂດຍສົມທົບທ່າແຮງບົ່ມ ຊ້ອນພາຍໃນກັບກໍາລັງແຮງຂອງ ຍຸກສະໄໝ ເພື່ອສ້າງພື້ນຖານອັນ ໜັກແໜ້ນໃຫ້ແກ່ການພັດທະນາຢ່າງ ແຂງແຮງຕາມທິດສີຂຽວ ແລະ ຍືນ ຍົງໃນຊຸມປີຕໍ່ໆໄປ. ພໍ່ແມ່ພີ່ນ້ອງ, ເພື່ອນມິດສະຫາຍ ທີ່ຮັກແພງທັງຫລາຍອີກເທື່ອໜຶ່ງ, ຂ້າພະເຈົ້າຂໍຖືໂອກາດອັນເປັນສີຣິ ມຸງຄຸນນີ້ ສົ່ງຄໍາອວຍພອນໄຊອັນ ປະເສີດມາຍັງພໍ່ແມ່, ພີ່ນ້ອງຊາວ ລາວໃນທົ່ວປະເທດຕະຫລອດເຖິງ ພີ່ນ້ອງຄົນເຊື້ອສາຍລາວທີ່ອາໄສຢູ່ ຕ່າງປະເທດ ກໍຄື ຊາວຕ່າງປະເທດ ທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ ຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຢູ່ເຢັນເປັນສຸກ, ມີຜົນສໍາເລັດ ໃນໜ້າທີ່ວຽກງານ, ປາສະຈາກໂລກ ໄພໄຂ້ເຈັບ ແລະ ຈົ່ງພ້ອມກັນສະ ຫລອງປີໃໝ່ລາວ ດ້ວຍຄວາມເບີກ ບານມ່ວນຊື່ນ, ມີໂຊກມີໄຊ ແລະ ສະ ຫງົບປອດໄພທຸກປະການເທີ້ນ. ສະບາຍດີປີໃໝ່ ພາບ: ອ່າຍຄຳ ປຶກສາຫາລືກັບພາກສ່ວນທີ່ກ່ຽວ ຂ້ອງຕ່າງໆ ເພື່ອໃຫ້ສາມາດດໍາເນີນ ໄປຢ່າງມີໝາກຜົນ ແລະ ຖືກຕ້ອງ ຕາມລະບຽບຫລັກການຕໍ່ໄປ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ບຸນຕອມ ວຽງຈັນ-ນາກາຍ 220.000 ກີບ, ວຽງຈັນ-ສາລະວັນ 280.000 ກີບ(ລົດດ່ວນ1 ລາຄາ 320.000 ກີບ, ລົດດ່ວນ 2 ລາຄາ 350.000 ກີບ), ວຽງຈັນ-ເຊກອງ 300.000 ກີບ(ລົດດ່ວນ 1 ລາຄາ 350.000 ກີບ, ລົດດ່ວນ 2 ລາຄາ 400.000 ກີບ), ວຽງຈັນ-ອັດຕະປື350.000 ກີບ (ລົດດ່ວນ 1 ລາຄາ 400.000 ກີບ, ລົດດ່ວນ 2 ລາຄາ 450.000 ກີບ), ວຽງຈັນ-ດອນຕະລາດ 300.000 ກີບ, ວຽງຈັນ-ດອນ ໂຂງ 350.000 ກີບ, ວຽງຈັນ-ເວີນ ຄາມ 350.000 ກີບ, ວຽງຈັນຊຽງຂວາງ 200.000 ກີບ(ລົດ ດ່ວນ 1 ລາຄາ 230.000 ກີບ, ລົດ ດ່ວນ 2 ລາຄາ 250.000 ກີບ). ສາມາດສອບຖາມລາຍລະອຽດ ເບີໂທ: 020 77766651, 020 22740521. ຂ່າວ: ກິດຕາ ວຽກງານຕາມຄວາມຮັບຜິດຊອບ ຂອງຕົນໃຫ້ສູງຂຶ້ນ ເພື່ອເປັນກຳລັງ ແຮງໃຫ້ແກ່ຄະນະພັກ, ຄະນະຫ້ອງ ວ່າການສູນກາງພັກ ໃນການຈັດ ຕັ້ງປະຕິບັດບັນດາຄາດໝາຍຂອງ ກອງປະຊຸມໃຫຍ່ອົງຄະນະພັກ ຫ້ອງ ວ່າການສູນກາງພັກ, ແຜນພັດທະ ນາຫ້ອງວ່າການສູນກາງພັກ ແລະ ແຜນພັດທະນາຂອງກົມຈັດຕັ້ງພະນັກງານໃຫ້ກາຍເປັນຮູບປະ ທຳ ແລະ ບັນລຸຕາມຈຸດປະສົງຄາດ ໝາຍທີ່ວາງໄວ້. ພ້ອມນີ້, ຄະນະຮັບຜິດຊອບ ກໍຄື ຄະນະກົມ, ພະແນກ, ກົມກອງທີ່ເປັນ ເສນາທິການຊ່ວຍວຽກຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານ ສ້າງຄວາມເຂັ້ມແຂງທາງດ້ານ ການຈັດຕັ້ງ ແລະ ບຸກຄະລາກອນ ໂດຍສະເພາະແມ່ນພະນັກງານລັດຖະກອນພາຍໃນກົມຈັດຕັ້ງພະນັກງານສ້າງເງື່ອນໄຂໃຫ້ເຂົາ ເຈົ້າໄດ້ຮໍ່າຮຽນ, ແລກປ່ຽນບົດ ຮຽນທາງດ້ານທິດສະດີ ແລະ ພຶດ ຕິກຳຕົວຈິງດ້ານການນຳພາ-ຄຸ້ມ ຄອງ, ການບໍລິຫານສືບຕໍ່ປະສານ ສົມທົບກັບພາກສ່ວນອື່ນໃຫ້ຫລາຍ ຂຶ້ນກວ່າເກົ່າ ເພື່ອຍາດແຍ່ງເອົາ ບົດຮຽນ ເປັນການຍົກລະດັບຄວາມ ຮູ້, ຄວາມສາມາດຂອງບັນດາສະ ຫາຍສາມາດຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານໃນໄລຍະໃໝ່ ແນ ໃສ່ກໍ່ສ້າງພະນັກງານສືບທອດປ່ຽນ ແທນແຕ່ລະຂັ້ນໃຫ້ນັບມື້ເຂັ້ມແຂງ ແລະ ມີຄຸນນະພາບ, ຄຽງຄູ່ກັນນັ້ນ ໃຫ້ເອົາໃຈໃສ່ຕໍ່ການຄົ້ນຄວ້າ ແລະ ກຳນົດເປົ້າໝາຍໃນການເຂົ້າຮ່ວມ ຝຶກອົບຮົມແຕ່ລະຂັ້ນໃນຊຸດໜ້າ ຢ່າງແທດເໝາະ, ເພີ່ມທະວີຄວາມ ເປັນເຈົ້າການ ແລະ ຍົກສູງຄວາມ ຮັບຜິດຊອບຂອງຕົນໃນການສ້າງ ແຜນຝຶກອົບຮົມໃນຫົວຂໍ້ຕ່າງໆ ກໍຄື ແຜນບຳລຸງກໍ່ສ້າງ, ແຜນພັດທະນາ ບຸກຄະລາກອນພາຍໃນຫ້ອງວ່າ ການສູນກາງພັກ ໃຫ້ໄດ້ຮັບການຍົກ ລະດັບເປັນກ້າວໆ. ຂ່າວ: ທະນູທອງ ໄດ້ກ່າວວ່າ: ພວກເຮົາຈະໄດ້ເຮັດດີ ທີ່ສຸດ ເພື່ອດໍາເນີນການກວດກາ ແລະ ບຳລຸງຮັກສາອາຄານສະຖານີ ເພື່ອໃຫ້ຜູ້ໂດຍສານມີປະສົບການ ໃນການເດີນທາງທີ່ດີທີ່ສຸດ. ເພື່ອ ຕອບສະໜອງຄວາມຕ້ອງການໃນ ການນເດີນທາງຂອງຜູ້ໂດຍສານ ພາກສ່ວນຮັບຜິດຊອບທາງລົດໄຟ ລາວ-ຈີນ ໄດ້ຈັດສັນຄວາມເປັນ ລະບຽບດ້ານການຂົນສົ່ງໃຫ້ຢ່າງ ຖືກຕ້ອງ, ປັບປຸງຜະລິດຕະພັນ, ບໍລິການຂົນສົ່ງຜູ້ໂດຍສານໃຫ້ດີ, ໄດ້ເປີດເສັ້ນທາງທ່ອງທ່ຽວຫລາຍ ສາຍລະຫວ່າງຄຸນໝິງ-ວຽງຈັນ, ເປີດເສັ້ນທາງລົດໄຟທ່ອງທ່ຽວຂ້າມ ຊາຍແດນໃຫ້ສະບາຍຂຶ້ນ, ຂ້າມ ແມ່ນ້ຳຂອງຢ່າງສົດໃສງົດງາມ, ມີຄວາມຊື່ນໃຈໃນການເດີນທາງ ໂດຍທາງລົດໄຟ ລາວ-ຈີນ, ແຕ່ລະ ສະຖານີ ແລະ ແຕ່ລະຖ້ຽວລົດໄຟ ປະກອບມີອຸປະກອນການແປພາສາ ໃຫ້ບໍລິການທ່ອງທ່ຽວແປພາສາ, ມີ ທັງພາສາຈີນ, ພາສາລາວ, ພາສາ ອັງກິດ ແລະ ມີບໍລິການໂທລະໂຄງ ພາສາແປໃຫ້ດ້ວຍ ແລະ ການບໍລິ ການຕ່າງໆ. ນີ້, ຜູ້ພັດທະນາສະຖານທີ່ທ່ອງທ່ຽວ ແຫ່ງນີ້ ໄດ້ກຽມຄວາມພ້ອມດ້ານ ຕ່າງໆ ເພື່ອຕ້ອນຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ຽວຊົມ. ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດພັດທະນາແຫລ່ງ ທ່ອງທ່ຽວຕາດເລາະ-ຕາດຮັງ ຈໍາ ກັດ ໄດ້ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ສະຖານທີ່ທ່ອງທ່ຽວຕາດ ເລາະ-ຕາດຮັງ ມີຄວາມພ້ອມຮອບ ດ້ານ ເພື່ອຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ຽວໃນໄລຍະບຸນ ປີໃໜ່ລາວ ພສ 2568 ນີ້. ໃນສະ ຖານທີ່ທ່ອງທ່ຽວ, ນອກຈາກມີ ທຳມະຊາດ, ມີນ້ຳຕົກທີ່ສວຍງາມ ແລ້ວ, ຍັງມີສິ່ງອຳນວຍຄວາມ ສະດວກຕ່າງໆໄວ້ໃຫ້ບໍລິການແກ່ ນັກທ່ອງທ່ຽວເປັນຕົ້ນມີຮ້ານອາ ຫານ, ມີຈຸດຊົມທິວທັດ, ມີສະຖານທີ່ ພັກຜ່ອນ ແລະ ອື່ນໆ. ນອກນັ້ນ, ຍັງມີຮ້ານວາງສະແດງສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນສຳລັບ ບັນດາເມືອງພາຍໃນແຂວງສາລະ ວັນ ແລະ ຍັງມີຮ້ານວາງສະແດງ ຫລື ງານຕະຫລາດນັດໃຫ້ຊຸມຊົນ ທີ່ຢູ່ໃກ້ຄຽງ ຫລື ຕິດກັບແຫລ່ງ ທ່ອງທ່ຽວ ແລະ ມວນຊົນຊາວ ຄ້າ-ຂາຍໄດ້ນຳເອົາສິນຄ້າປະເພດ ຕ່າງໆເປັນຕົ້ນພືດຜັກ, ອາຫານການ ກິນທີ່ຫາໄດ້ຕາມທ້ອງຖິ່ນ, ຕາມ ທຳມະຊາດ ໂດຍສະເພາະເຂົ້າຫລາ ມ ແລະ ປິ້ງໄກນາປົ່ງ ມາຂາຍໃຫ້ ກັບນັກທ່ອງທ່ຽວເປັນການສ້າງ ສີສັນໃຫ້ແກ່ການທ່ອງທ່ຽວແບບປະ ຊາຊົນມີສ່ວນຮ່ວມຕື່ມອີກ. ພິເສດສຳລັບສິນຄ້າທີ່ເປັນ ເອກະລັກຂອງບັນດາເມືອງພາຍໃນ ແຂວງສາລະວັນ ໂດຍສະເພາະສິນ ຄ້າຜະລິດຕະພັນທີ່ເປັນໂອດັອບ ທີ່ ນຳເຂົ້າມາວາງຈຳໜ່າຍເປັນຕົ້ນ ສິນຄ້າປະເພດເຄື່ອງຫັດຖະກຳຕຳ ແຜ່ນແພ, ເຄື່ອງຈັກສານ, ເຄື່ອງ ທີ່ລະນຶກ ແລະ ຜະລິດຕະພັນອື່ນໆ ຈະບໍ່ໄດ້ເສຍຄ່າເຊົ່່າສະຖານທີ່ແນ ໃສ່ຊຸກຍູ້ສົ່ງເສີມ, ໂຄສະນາຜະລິດ ຕະພັນທີ່ເປັນເອກະລັກຂອງບັນດາ ເມືອງໃຫ້ເປັນທີ່ຮູ້ຈັກຂອງມວນຊົນ ກໍຄື ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ຢ່າງທົ່ວເຖິງ, ທັງເປັນການຊຸກຍູ້ການຊື້-ຂາຍສິນ ຄ້າໃຫ້ມີບັນຍາກາດຄຶກຄື້ນ. ປັດຈຸບັນ, ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ພວມໄດ້ຮັບ ການພັດທະນາຄືນໃໝ່ ໃຫ້ມີຄວາມ ສວຍງາມ ແລະ ໂດດເດັ່ນຂຶ້ນກວ່າ ເກົ່າ, ຄາດວ່າຈະໃຫ້ສໍາເລັດ 100% ແລະ ເປີດໃຫ້ບໍລິການທ່ອງທ່ຽວ ເຕັມຮູບແບບ ແລະ ເປັນທາງການ ໃນທ້າຍປີ 2025 ນີ້, ເພື່ອດຶງດູດ ເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄື ຕາດເລາະ-ຕາດຮັງ ໃຫ້ຫລາຍຂຶ້ນໃນແຕ່ລະປີ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==