xtgmf]k; 3 10/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ ຫງວຽນ ມິງ ເຕີມ ່ າັ ກັ ດູ ດໍ າິ ງີ ມ ບົດສະເໜີ ົີ -k;|5j ,xP[g\n voc0o0;k0v'rad gxa odtf6 dla os]a '0v'xtgmf-kf xtmko 7ew8 lu ra ofvo z6h z6 dra oc|h oc2h o da [rk]tdy fxt8y ;a f0v']k; c]t lkprq ;ra os;Pfok,{]k; * ສະຫາຍ ຄໍາໄຕ ສີພັນດອນ ແມ່ນ ໜຶ່ງໃນການນໍາຮຸ່ນທໍາອິດ ທີ່ໄດ້ເປັນ ຫລັກແຫລ່ງ ແລະ ແກນນໍາຂອງສູນ ກາງພັກປະຊາຊົນ ປະຕິວັດລາວ, ເປັນ ລູກຊາຍດີເດັ່ນຂອງປະຊາຊົນລາວ, ເປັນນັກຮົບປະຕິວັດທີ່ເດັດດ່ຽວ, ສະ ຫາຍໄດ້ອຸທິດຕະຫລອດຊີວິດ ເພື່ອ ຊາດ, ເພື່ອຄວາມເອກະລາດ, ຄວາມ ສຸກຂອງປະຊາຊົນ ແລະ ງາມລະເລີນ ຮຸ່ງເຮືອງຂອງປະເທດລາວ ສະຫາຍ ຄໍາໄຕ ສີພັນ ກັບປະຊາຊົນຫວຽດນາມ ໃນສົງຄາມການຕໍ່ສູ້ອັນຍາວນານຂອງ ປະຊາຊົນສອງປະເທດ ແລະ ຮ່ວມກັນ ສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ. ສະຫາຍ ຄໍາໄຕ ສີພັນດອນ ເກີດໃນ ຄອບຄົວຊາວນາ ທີ່ມີນໍ້າໃຈການຕໍ່ສູ້ ປະຕິວັດ ທີ່ແຂວງຈໍາປາສັກ. ຕັ້ງແຕ່ ປີ 1946, ສະຫາຍ ຄໍາໄຕ ສີພັນດອນ ໄດ້ເຂົ້າຮ່ວມຂະບວນການຂອງພະນັກ ງານ, ຊາວໜຸ່ມ, ນັກສຶກສາ, ສ້າງຕັ້ງ ສະມາຄົມກິລາ ເພື່ອຕໍ່ສູ້ກັບພວກລ່າ ເມືອງຂຶ້ນແບບເກົ່າ ທັງໃນຮູບແບບ ເປີດເຜີຍ ແລະ ລັບ. ມາຮອດປີ 1947, ໃນເງື່ອນໄຂທີ່ລາວບໍ່ສາມາດສືບຕໍ່ ຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນແບບເກົ່າໃນ ຮູບແບບນີ້, ສະຫາຍ ຈຶ່ງໄດ້ຫາທາງ ຕິດຕໍ່ ເຂົ້າຮ່ວມກັບກໍາລັງຂອງແນວ ລາວອິດສະລະ ເຊິ່ງເປັນຈຸດເລີ່ມຕົ້ນ ຂອງເສັ້ນທາງແຫ່ງການປະຕິວັດ ຂອງເພິ່ນ. ຕັ້ງແຕ່ປາຍປີ 1948 ຫາ 1950, ສະຫາຍ ເປັນຜູ້ຕາງໜ້າຂອງ ລັດຖະບານລາວອິດສະຫລະຢູ່ພາກ ໃຕ້ ແລະ ເປັນຜູ້ຮັບຜິດຊອບການກໍ່ ສ້າງພື້ນຖານການປະຕິວັດໃນພາກໃຕ້ ຂອງລາວ. ປີ 1950-1952 ສະຫາຍ * ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມຊາວໜຸ່ມວ່າ: ເປັນ ແຂນຂວາຂອງພັກ, ເປັນກະດູກ ສັນຫລັງຂອງປະເທດຊາດ, ເປັນ ຜູ້ສືບທອດທີ່ຈົງຮັກພັກດີຂອງ ປະເທດຊາດ, ມູນເຊື້ອ ແລະ ວິລະ ກໍາຂອງຊາດ ຊຶ່ງສາມາດຕອບສະ ໜອງໄດ້ຄວາມຮຽກຮ້ອງຕ້ອງ ການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງ ຕົນ ຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃຫ້ກ້າວ ເດີນຕາມເສັ້ນທາງສັງຄົມນິຍົມ. ຕະຫລອດໄລຍະຜ່ານມາ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມີບົດບາດ ສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນ ທຸກໄຊຊະນະ ຂອງການປະຕິວັດ ຊາດ ດ້ວຍມູນເຊື້ອນໍ້າໃຈຮັກເຊື້ອ ແພງຊາດອັນດູດດື່ມ ມີວັດທະນະ ທໍາອັນດີງາມ ແລະ ມີຄວາມເສຍ ສະລະອັນສູງສົ່ງໃນການປະກອບ ສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການ ປະຕິວັດ ປະຊາທິປະໄຕ. ໃນສະພາບປັດຈຸບັນທີ່ມີຄວາມ ຫຍຸ້ງຍາກ ທັງທາງດ້ານເສດຖະ ກິດ, ສັງຄົມ ຫລື ໄພທາງທຳມະ ຊາດຕ່າງໆ ໄດ້ກະທົບຕໍ່ການສ້າງ ສາພັດທະນາປະເທດຊາດ, ສະນັ້ນ ຊາວໜຸ່ມລາວ ຜູ້ທີ່ກຳລັງວັງຊາ ເຂັ້ມແຂງ, ມີສະຕິປັນຍາອັນແຫລມ ຄົມ ແລະ ເປັນກຳລັງແຮງຂອງພັກ, ຂອງຊາດ ຍິ່ງຕ້ອງໄດ້ເພີ່ມທະວີ ຄວາມຮັບຜິດຊອບຂອງຕົນເຂົ້າ ໃນທຸກຂົງເຂດວຽກງານທີ່ໄດ້ຮັບ ມອບໝາຍໃຫ້ມີຜົນສຳເລັດຢ່າງ ຕັ້ງໜ້າ ໃຫ້ສົມກັບວ່າ ຊາວໜຸ່ມ ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງ ປະເທດຊາດ. ແນວໃດກໍດີ ເພື່ອເຮັດ ສຳເລັດໜ້າທີ່ອັນມີກຽດສະຫງ່າ ນັ້ນ ຄະນະບໍລິຫານງານຊາວໜຸ່ມ ທຸກຂັ້ນ, ສະມາຊິກຊາວໜຸ່ມທຸກ ສະຫາຍ ຕ້ອງເອົາໃຈໃສ່ສຸດຂີດໃນ ການປົກປັກຮັກສາໝາກຜົນຂອງ ການປະຕິວັດ, ສືບທອດມູນເຊື້ອອັນ ດີງາມຂອງຊາດ ແລະ ຂອງຊາວ ໜຸ່ມ; ຕັ້ງໜ້າສຶກສາອົບຮົມພະນັກ ງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີນ້ຳໃຈຮັກຊາດ; ເປັນເຈົ້າການໃນ ການເຕົ້າໂຮມຄວາມສາມັກຄີ, ປຸກ ລະດົມຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ; ພ້ອມ ນີ້ຄະນະພັກ, ອົງການປົກຄອງ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກ ຂັ້ນ ຕ້ອງສືບຕໍ່ເພີ່ມທະວີໃນການ ສຶກສາອົບຮົມ, ບຳລຸງສ້າງ ແລະ ສ້າງເງື່ອນໄຂ ເອື້ອອຳນວຍໃນ ການເຄື່ອນໄຫວພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບ ທຳຂອງ ຊາວໜຸ່ມ-ເຍົາວະຊົນລາວ ບັນດາເຜົ່າ; ຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ ແຕ່ລະຂັ້ນ ຕ້ອງ ເອົາໃຈໃສ່ປັບປຸງການຈັດຕັ້ງຂອງ ຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະ ພາບ, ຂະຫຍາຍສະມາຊິກໃຫ້ ກວ້າງຂວາງ; ຍົກສູງຄວາມຮູ້ ຄວາມສາມາດ, ຫົວຄິດປະດິດສ້າງ ທາງດ້ານວິທະຍາສາດ-ເຕັກໂນໂລ ຊີ, ປົກປ້ອງສິດຜົນປະໂຫຍດອັນ ຊອບທຳ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຂອງຊາວໜຸ່ມເຍົາວະຊົນ; ອອກແຮງແຂ່ງຂັນ ສ້າງຂະບວນການຂອງຊາວໜຸ່ມເຍົາວະຊົນ ໃຫ້ມີຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນຕິດພັນກັບການ ສຶກສາອົບຮົມ ໂດຍການສືບຕໍ່ຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດພັດທະນາ, ວຽກງານ 3 ສ້າງຂອງ ພັກ, ດ້ວຍຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນ ທັນວາ ຕິດພັນ ກັບຄໍາຂວັນທີ່ວ່າ “ບ່ອນໃດຍາກ ຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມ ມີໜ້າ ເມື່ອໃດຊາດຕ້ອງການຊາວ ໜຸ່ມຂານອາສາ”. ທັງໝົດນັ້ນແມ່ນຄາດໝາຍສູ້ ຊົນລວມຂອງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທີ່ຕ້ອງໄດ້ພ້ອມກັນສູ້ ຊົນຈັດຕັ້ງປະຕິບັດໃຫ້ບັນລຸຜົນ ໄປ ຄຽງຄູ່ກັບການຝຶກຝົນຫລໍ່ຫລອມ ຕົນເອງໃນທຸກຂົງເຂດວຽກງານ ເພື່ອໃຫ້ກາຍເປັນຜູ້ສືບທອດພາລະ ກິດປະຕິວັດຂອງຊາດ ທີ່ມີຄຸນນະ ພາບ ປະກອບສ່ວນນຳພາປະເທດ ຊາດກ້າວສູ່ຈຸດໝາຍທີ່ ພັກ-ລັດ ວາງໄວ້ຢ່າງສະຫງ່າອົງອາດ ສົມ ກັບສາຍານາມ “ຊາວໜຸ່ມເປັນ ແຂນຂວາຂອງພັກ, ເປັນກະດູກ ສັນຫລັງຂອງປະເທດຊາດ, ເປັນ ຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະ ເທດຊາດ”. ໄດ້ເປັນກໍາມະການສູນກາງແນວລາວ ອິດສະຫລະ ແລະ ຕໍ່ມາເປັນປະທານ ຄະນະກໍາມະການ ເຂດກາງ. ປີ 1954 ສະຫາຍ ໄດ້ເຂົ້າເປັນສະມາຊິກພັກ ກອມມູນິດອິນດູຈີນ ເຊິ່ງເປັນຕົ້ນ ກຳເນີດ ຂອງພັກປະຊາຊົນປະຕິວັດ ລາວ ແລະ ພັກກອມມູນິດຫວຽດນາມ ໃນປັດຈຸບັນ. ປີ 1957 ສະຫາຍໄດ້ ເຂົ້າເປັນສະມາຊິກຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ. ໃນຊຸມປີຕໍ່ມາ, ສະຫາຍ ຄໍາໄຕ ສີ ພັນດອນ ໄດ້ຢືນຄຽງບ່າຄຽງໄຫລ່ກັບ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາສະຫາຍຜູ້ ນໍາອື່ນໆ ໄດ້ທຸ່ມເທສະຕິປັນຍາ ແລະ ເຫື່ອແຮງໃນການຊີ້ນໍາ ແລະ ນໍາພາ ຂະບວນປະຕິວັດລາວ ໃຫ້ເຕີບໃຫຍ່ ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະ ຢ່າງບໍ່ຢຸດຢັ້ງໃນທຸກດ້ານ ຈົນໄດ້ຮັບ ໄຊຊະນາອັນຍິ່ງໃຫຍ່ ແລະ ສະຫງ່າ ງາມ ໃນການປົດປ່ອຍຊາດ ແລະ ສະ ຖາປານາສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ພາຍຫລັງປີ 1975, ໃນຖານະ ເປັນກໍາມະການກົມການເມືອງ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດລາວ, ສະຫາຍ ໄດ້ຮ່ວມກັບປະທານ ໄກສອນ ພົມວິ ຫານ ແລະ ຜູ້ນໍາຂອງລາວ ສືບຕໍ່ຄົ້ນ ຄວ້າ ແລະ ວາງແນວທາງນະໂຍບາຍ ໃນແຕ່ລະໄລຍະ, ລວມທັງນະໂຍບາຍ ປ່ຽນແປງໃໝ່. ພ້ອມດຽວກັນນັ້ນ, ກໍ ໄດ້ຊີ້ນໍາ-ນໍາພາການຈັດຕັ້ງຜັນຂະ ຫຍາຍມະຕິ, ແນວທາງຂອງ ພັກ ແລະ ກົດໝາຍຂອງລັດ ທີ່ສອດຄ່ອງກັບ ສະພາບຂອງປະເທດຊາດໃນແຕ່ລະ ໄລຍະ ແລະ ໄດ້ຮັບຜົນສໍາເລັດໃນ ແຕ່ລະດ້ານ, ໂດຍສະເພາະແມ່ນການ ຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດ ພາລະກິດເປັນຍຸດທະສາດ ຄືການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ໃນເດືອນສິງຫາ ປີ 1991, ກອງ ປະຊຸມເທື່ອທີ 6 ຂອງສະພາປະຊາຊົນ ສູງສຸດ ຊຸດທີ 2 ຮັບຮອງ ເອົາລັດຖະ ທໍາມະນູນ ແລະ ແຕ່ງຕັ້ງສະຫາຍເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນເດືອນພະຈິກ 1992, ກົມການ ເມືອງສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ເລືອກຕັ້ງທ່ານປະທານຄະນະ ບໍລິຫານງານສູນກາງພັກ ພາຍຫລັງ ປະທານ ໄກສອນ ພົມວິຫານ ໄດ້ເຖິງ ແກ່ ມໍລະນະກຳ. ມາຮອດປີ 1998, ທ່ານໄດ້ຮັບເລືອກຕັ້ງເປັນປະທານ ປະເທດ. ໃນຖານະເປັນການນໍາສູງສຸດ ຂອງພັກ ແລະ ລັດ, ທ່ານປະທານ ປະເທດ ຄໍາໄຕ ສີພັນດອນ ໄດ້ເປັນ ເຈົ້າການຢ່າງຕັ້ງໜ້າ ດ້ວຍຄວາມ ຮັບຜິດຊອບສູງໃນການຊີ້ນໍາ ການ ສຶກສາຄົ້ນຄວ້າທິດສະດີຂອງພັກ ເພື່ອ ກໍານົດວິໄສທັດ, ແຜນຍຸດທະສາດ, ທິດທາງ ແລະ ນະໂຍບາຍໃນການ ພັດທະນາປະເທດຊາດໃນໄລຍະຍາວ ແລະ ແຜນພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະຕາມເງື່ອນໄຂ ຂອງລະບອບໃໝ່ ເຊິ່ງເປັນກົນໄກ ເສດຖະກິດການຕະຫລາດ ທີ່ມີການ ຄຸ້ມຄອງຂອງລັດ. ໃນກອງປະຊຸມໃຫຍ່ຄັ້ງທີ VI I (2001) ຂອງພັກປະຊາຊົນປະຕິວັດ ລາວ, ທ່ານປະທານປະເທດ ຄໍາໄຕ ສີ ພັນດອນ ໄດ້ຊີ້ນໍາສະຫລຸບ 10 ປີແຫ່ງ ການປ່ຽນແປງໃໝ່ ແລະ ໄດ້ຮັບຮອງ ເອົາ 5 ບົດຮຽນ ຈາກຂະບວນການ ປ່ຽນແປງຮອບດ້ານ ທີ່ຍັງຄົງມີຄຸນຄ່າ ສະເໝີ ໃນປັດຈຸບັນນີ້. ການປະກອບ ສ່ວນທີ່ສໍາຄັນຂ້າງເທິງນັ້ນ ແມ່ນໄດ້ ມາຈາກຄວາມທຸ່ມເທສະຕິປັນຍາ, ຄວາມສະຫລາດສ່ອງໃສ ແລະ ວິໄສ ທັດ ທີ່ສ້າງສັນຂອງປະທານ ຄໍາໄຕ ສີ ພັນດອນ ໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ, ປະຊາຊົນລາວ ບັນດາເຜົ່າ ຢູ່ເຢັນເປັນສຸກໃນປັດຈຸບັນ. ນັບແຕ່ເວລາອອກພັກບຳນານ ແຕ່ ປີ 2006 ເປັນຕົ້ນມາ, ສະຫາຍ ຄໍາໄຕ ສີພັນດອນ ໄດ້ເອົາໃຈໃສ່ ແລະ ຕິດ ຕາມສະພາບການຂອງປະເທດ ແລະ ສາກົນຢ່າງສະເໝີ, ສະຫາຍສືບຕໍ່ເຮັດ ວຽກຢ່າງບໍ່ອິດເມື່ອຍ ແລະ ປະກອບ ສ່ວນເຂົ້າໃນການເຕົ້າໂຮມ ແລະ ກໍ່ ສ້າງພັກປະຊາຊົນ ປະຕິວັດລາວ ໃຫ້ ເຂັ້ມແຂງ, ກໍ່ສ້າງລັດປົກຄອງດ້ວຍ ກົດໝາຍ ໂດຍປະຊາຊົນ ແລະ ເພື່ອ ປະຊາຊົນ. ສະຫາຍ ຄໍາໄຕ ສີພັນດອນ ໄດ້ໃຊ້ເວລາເຄື່ອນໄຫວຢ້ຽມຢາມ ບັນດາທ້ອງຖິ່ນ, ກະຊວງ, ຂະແໜງ ການ ແລະ ເປັນທີ່ປຶກສາໃຫ້ແກ່ການ ນໍາພັກ-ລັດ ລາວ ໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ທິດ “3 ສ້າງ” ຄື ສ້າງແຂວງໃຫ້ເປັນຫົວໜ່ວຍ ຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ, ສ້າງບ້ານເປັນ ຫົວໜ່ວຍພັດທະນາ. ນອກຈາກນັ້ນ, ສະຫາຍ ເອົາໃຈໃສ່ຫລາຍໃນການກໍ່ ສ້າງຮາກຖານການເມືອງທີ່ໜັກແໜ້ນ; ສ້າງຟາມລ້ຽງສັດ ແລະ ປູກຝັງ, ການ ຜະລິດແບບຢ່າງ ເພື່ອປະຊາຊົນ, ສ້າງ ໂຄງການສາທາລະນະຕ່າງໆ ແລະ ສ້າງຊົນນະບົດແບບໃໝ່. ເມື່ອຫວນຄືນ ການປະກອບສ່ວນ ອັນສໍາຄັນຂອງສະຫາຍປະທານ ຄໍາໄຕ ສີພັນດອນ ຕໍ່ປະເທດຊາດ, ເຮົາສາ ມາດເວົ້າໄດ້ວ່າ ສະຫາຍແມ່ນໜຶ່ງໃນ ບັນດາການນໍາດີເດັ່ນຂອງພັກຮຸ່ນທໍາ ອິດ, ເປັນແກນນໍາສໍາຄັນຂອງຄະນະ ບໍລິຫານງານສູນກາງພັກ ທີ່ໄດ້ນໍາພາ ແລະ ນໍາພາການປະຕິວັດຊາດ ແລະ ປະຊາທິປະໄຕ ຍາດມາໄດ້ໄຊຊະນະ ຕິດຕໍ່ກັນ, ນໍາພາການປະຕິວັດລາວ ກ້າວຂຶ້ນສູ່ວັນແຫ່ງໄຊຊະນະອັນຄົບ ຖ້ວນຂອງສັງຄົມ. ແມ່ນໜຶ່ງໃນການ ນໍາຮຸ່ນທໍາອິດ ຂອງພັກ ທີ່ໄດ້ເປັນຫລັກ ແຫລ່ງ ແລະ ແກນນໍາ ຂອງສູນກາງ ພັກ ນໍາພາ-ຊີ້ນໍາ ການປະຕິວັດຊາດປະຊາທິປະໄຕ ຍາດເອົາໄຊຊະນະ ຢ່າງບໍ່ຢຸດຢັ້ງ ໄປສູ່ຄວາມໄຊຊະນະຍິ່ງ ໃຫຍ່ ແລະ ສະຫງ່າງາມ ແລະ ນໍາພາ ປະເທດລາວ ພັດທະນາ ຕາມເສັ້ນທາງ ສັງຄົມນິຍົມ ເທື່ອລະກ້າວ.
RkJQdWJsaXNoZXIy MTc3MTYxMQ==