7007

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 10/04/2025 xtgmf]k; ສະຫລອງວັນສ້າງຕັ້ງ...ັ້ັ້ ລາວ-ຫວຽດນາມ... ໂທລະເລກເສົ້າສະຫລົດໃຈ...ົ້ົ ສານສະແດງຄວາມເສົ້າ...ົ້ ຂປລ. ໃນໂອກາດເຄື່ອນໄຫວ ຢ້ຽມຢາມອົງການໄອຍະການປະ ຊາຊົນສູງສຸດ ສ ກູບາ ເມື່ອບໍ່ດົນມາ ມານີ້, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າ ອົງການໄອຍະການປະຊາຊົນ ສູງສຸດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ມິເກວ ດິອາຊ-ຄາເນວ ເບີມູເດຊ ເລຂາທິການໃຫຍ່ພັກກອມມູນິດ, ປະທານປະເທດ ສ ກູບາ. ໂອກາດນີ້, ທ່ານ ໄຊຊະນະ ໂຄດ ພູທອນ ໄດ້ແຈ້ງຈຸດປະສົງຂອງ ການມາຢ້ຽມຢາມ ສ ກູບາ ໃນຄັ້ງ ນີ້, ພ້ອມທັງລາຍງານສະພາບການ ພົວພັນຮ່ວມມືຂອງສອງອົງການໄອ ຍະການປະຊາຊົນສູງສຸດຂອງສອງ ປະເທດ ໃນໄລຍະຜ່ານມາ ແລະ ແຜນການຮ່ວມມືໃນອະນາຄົດ ເຊິ່ງ ອົງການໄອຍະການປະຊາຊົນຂອງ ສປປ ລາວ ພາຍໃຕ້ການນໍາພາ-ຊີ້ ນໍາຂອງພັກປະຊາຊົນປະຕິວັດລາວ ກໍໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງ ຕົນດ້ວຍຄວາມຮັບຜິດຊອບສູງ ເປັນ ຕົ້ນແມ່ນການປະຕິບັດໜ້າທີ່ຕິດຕາມ ກວດກາການປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນ ສານ ໃຫ້ກ້າວເຂົ້າສູ່ຄຸນນະພາບ, ເຮັດໃຫ້ການພົວພັນຮ່ວມມືຂອງ ສອງອົງການໄອຍະການປະຊາຊົນ ສູງສຸດຂອງສອງປະເທດມີຄວາມ ແໜ້ນແຟ້ນ ແລະ ກ້າວເຂົ້າສູ່ລວງ ເລິກເທື່ອລະກ້າວ. ທ່ານ ມິເກວ ດິອາຊ-ຄາເນວ ເບີມູເດຊ ໄດ້ຕີລາຄາສູງຕໍ່ການມາ ຢ້ຽມຢາມໃນຄັ້ງນີ້ ແມ່ນໝາກຜົນ ຂອງການຮ່ວມມືຂອງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດ ກູບາ ທີ່ມີມູນເຊື້ອອັນດີງາມມາເປັນ ເວລາຍາວນານ ແລະ ພວມແຕກ ດອກອອກຜົນ. ພ້ອມກັນນັ້ນ, ຍັງ ຕີລາຄາສູງຕໍ່ການຮ່ວມມືຂອງ ສອງພັກ, ສອງຊາດ ລາວ-ກູບາ, ກູບາ-ລາວ ແມ່ນການພົວພັນຂອງ ຄູ່ຮ່ວມອຸດົມການສັງຄົມນິຍົມອັນ ດຽວກັນ ແລະ ສອງພັກ, ສອງ ຊາດ ແມ່ນໄດ້ຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທັງໄລຍະຕໍ່ສູ້ ປົດປ່ອຍຊາດ ແລະ ໄລຍະສ້າງສາ ພັດທະນາປະເທດຊາດ. ພ້ອມນີ້, ທ່ານປະທານປະເທດ ສ ກູບາ ຍັງ ໄດ້ແຈ້ງສະພາບການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ກູບາ ໃຫ້ຄະນະຜູ້ແທນອົງການ ໄອຍະການປະຊາຊົນສູງສຸດຂອງ ສປປ ລາວ ຮັບຊາບ, ທັງໄດ້ສະແດງ ຄວາມຂອບໃຈມາຍັງພັກ ແລະ ປະ ຊາຊົນລາວ ເຊິ່ງຍາມໃດກໍໄດ້ໃຫ້ ການສະໜັບສະໜູນການຕໍ່ສູ້ທີ່ເປັນ ທໍາຂອງພັກ ແລະ ປະຊາຊົນກູບາ ດ້ວຍດີຕະຫລອດມາ. ໃນຕອນທ້າຍ ທ່ານປະທານປະ ເທດ ສ ກູບາ ຍັງໄດ້ມີທິດຊີ້ນໍາໃຫ້ ສອງອົງການໄອຍະການປະຊາຊົນ ສູງສຸດຂອງ ສປປ ລາວ ແລະ ສ ກູບາ ຈົ່ງສືບຕໍ່ຮັດແໜ້ນການພົວພັນ ຮ່ວມມືກັນໃຫ້ແໜ້ນແຟ້ນຂຶ້ນກວ່າ ເກົ່າ ໂດຍສະເພາະແມ່ນການສືບຕໍ່ ແລກປ່ຽນບົດຮຽນດ້ານວິຊາການ ໃນຫົວຂໍ້ຕ່າງໆທີ່ສອງຝ່າຍມີຄວາມ ສົນໃຈຮ່ວມກັນ ແລະ ປະຕິບັດແຜນ ການຮ່ວມມືທີ່ສອງຝ່າຍໄດ້ກໍານົດ ຮ່ວມກັນນັ້ນໃຫ້ເກີດດອກອອກຜົນ ໃນອະນາຄົດ. ຂ່າວ-ພາບ: ອອປສ sq ;|h k vvxl csj ' lxx ]k; g7nj vows;1h P,1k, l d6 [k ເຖິງສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະນະກຳຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດ ປະທານຄະນະບໍລິຫານງານສູນກາງ ພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ2 ເມສາ 2025 ຜ່ານມາ. ເນື້ອໃນສານໄດ້ລະບຸວ່າ: ຂ້າ ພະເຈົ້າໄດ້ຮັບຂ່າວເສົ້າສະຫລົດ ໃຈວ່າ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ເຖິງແກ່ມໍລະນະກຳ, ຕາງໜ້າພັກແຮງງານເກົາຫລີ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ແລະ ປະຊາຊົນເກົາຫລີ ກໍຄື ໃນນາມ ການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ແລະ ບັນດາ ການນຳກະຊວງການເງິນ, ກະຊວງ ປ້ອງກັນປະເທດ, ສຳນັກງານຫ້ອງວ່າ ການລັດຖະບານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກອງບັນຊາການ ທະຫານນະຄອນຫລວງວຽງຈັນ. ໂອກາດນີ້, ສະຫາຍ ພົນຕີ ຮ່າ ທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ໄດ້ ສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ ການຈາກໄປຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 2 ເມສາ 2025 ຜ່ານ ມາ, ສະຫາຍໄດ້ເພີ່ມພູນຄູນສ້າງຮັດ ແໜ້ນສາຍພົວພັນຮ່ວມມື ແລະ ໃກ້ ຊິດຕິດແທດກັບພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ໃນຕະ ຫລອດໄລຍະຜ່ານມາ. ພ້ອມກັນນີ້, ສະຫາຍ ພົນຕີ ຮ່າ ທໍ້ບິ່ງ ຍັງໄດ້ກ່າວອວຍພອນປີໃໝ່ ໃຫ້ບັນດາການນຳຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມສຸກ, ນຳພາ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການສູນກາງໃຫ້ມີການ ພັດທະນາຈະເລີນຮຸ່ງເຮືອງຍິ່ງຂຶ້ນ ແລະ ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ຄວາມເອົາໃຈໃສ່, ສ້າງ ເງື່ອນໄຂອຳນວຍຄວາມສະດວກ ທຸກຢ່າງ, ຊ່ວຍເຫລືອກຳລັງຕ່າງໆ ຂອງກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ປະຕິບັດໜ້າທີ່ການຕ່າງປະເທດ ດ້ານການປ້ອງກັນຊາດຢູ່ ສປປ ລາວ ໄດ້ສຳເລັດເປັນຢ່າງດີ. ໃນ ນັ້ນ, ພາຍໃຕ້ການນຳພາ, ຊີ້ນຳ ຂອງຄະນະພັກ, ກອງບັນຊາການ ທະຫານເຂດ 4, ໃນໄລຍະຜ່ານ ມາ, ບໍລິສັດຮ່ວມມືເສດຖະກິດໄດ້ ປະຕິບັດໜ້າທີ່ຢູ່ລາວ ໂດຍປະຕິບັດ ຕາມກົດໝາຍຂອງ ສປປ ລາວຢ່າງ ເຂັ້ມງວດ, ປະຕິບັດໜ້າທີ່ເສດຖະກິດ ທີ່ຕິດພັນກັບການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ຢ່າງມີປະ ສິດທິຜົນ, ປະກອບສ່ວນເຂົ້າງົບ ປະມານໃຫ້ລັດ ສປປ ລາວ ຢ່າງ ຄົບຖ້ວນ. ໂອກາດນີ້, ພັກ-ລັດຖະບານ ແລະ ບັນດາກະຊວງ, ຂະແໜງ ການສູນກາງຂອງ ສປປ ລາວ ໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ທີ່ ເດີນທາງມາຢ້ຽມຢາມ, ສະແດງ ຄວາມເສຍໃຈຕໍ່ການຈາກໄປຂອງ ພົນເອກ ຄຳໄຕ ສີພັນດອນ, ອະດີດ ປະທານພັກ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້. ພ້ອມທັງ ລາຄາສູງຕໍ່ບົດບາດ, ຜົນງານການ ເຄື່ອນໄຫວຂອງກອງບັນຊາການ ທະຫານເຂດ 4 ໂດຍສະເພາະ ແມ່ນບໍລິສັດຮ່ວມມືເສດຖະກິດ ໃນ ການປະຕິບັດໜ້າທີ່ການທະຫານ, ວຽກງານປ້ອງກັນຊາດ ແລະ ການ ຜະລິດດຳເນີນທຸລະກິດ, ຊ່ວຍປະ ຊາຊົນລາວພັດທະນາເສດຖະກິດ, ດຳລົງຊີວິດໃຫ້ມີສະຖຽນລະພາບ ຢູ່ເຂດທ້ອງຖິ່ນທີ່ຫຍຸ້ງຍາກ, ເຂດ ຊາຍແດນ. ການນຳລັດຖະບານ, ລັງປ້ອງກັນຄວາມສະຫງົບ ວ່າ: ວັນທີ 5-12 ເມສາ 1961 ສູນກາງ ພັກ ໄດ້ດໍາເນີນກອງປະຊຸມຄົບຄະ ນະຂຶ້ນຢູ່ຄັງໄຂແຂວງຊຽງຂວາງ, ກອງປະຊຸມໄດ້ຄົ້ນຄວ້າ, ຕົກລົງ ຫລາຍບັນຫາທີ່ສໍາຄັນກ່ຽວກັບການ ປະຕິວັດຢູ່ລາວ ໃນສະເພາະໜ້າ ແລະ ຍາວນານ. ໃນນັ້ນ, ໄດ້ຕົກລົງປັບ ປຸງກໍ່ສ້າງກໍາລັງປ້ອງກັນພາຍໃນຢູ່ ຂອບເຂດທົ່ວປະເທດ ເພື່ອປົກປັກ ຮັກສາອົງການນໍາຂອງພັກ, ຂອງ ແນວລາວຮັກຊາດ, ປົກປັກຮັກສາ ຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຕົກລົງ ປ່ຽນຊື່ຈາກ “ຄະນະປ້ອງກັນພາຍ ໃນ” ມາເປັນ “ຫ້ອງການປ້ອງ ກັນຄວາມສະຫງົບສູນກາງ” ໂດຍ ແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນ ຜູ້ຊີ້ນໍາ, ບົນພື້ນຖານ ແລະ ເຫັນ ໄດ້ຄວາມສໍາຄັນຜ່ານໄລຍະປະ ຫວັດສາດດັ່ງກ່າວ, ສູນກາງພັກ, ລັດຖະບານຈຶ່ງໄດ້ຕົກລົງອອກດໍາລັດ ສະບັບເລກທີ 277/ນຍ, ລົງວັນທີ 1 ກັນຍາ 2005 ຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກໍາ ບັນດາກະຊວງ, ຂະແໜງການສູນ ກາງລາວຫວັງວ່າບັນດາຫົວໜ່ວຍ ຂອງກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ພັດທະນາ, ຂະຫຍາຍໂຄງ ການ, ຮູບແບບ, ວິທີການຈັດຕັ້ງປະ ຕິບັດທີ່ມີປະສິດທິຜົນຢູ່ບັນດາບ້ານ ກຸ່ມເປົ້າໝາຍ, ປະກອບສ່ວນຊຸກຍູ້ ການພັດທະນາເສດຖະກິດ, ສັງຄົມ ຢູ່ບັນດາທ້ອງຖິ່ນທີ່ຫຍຸ້ງຍາກ, ຊ່ວຍ ປະຊາຊົນລາວດຳລົງຊີວິດໃຫ້ມີສະ ຖຽນລະພາບ ແລະ ການພັດທະນາ ດີຂຶ້ນກວ່າເກົ່າ. ລັງປ້ອງກັນຄວາມສະຫງົບຢ່າງເປັນ ທາງການ. ການກໍາເນີດຂອງກໍາລັງປ້ອງ ກັນຄວາມສະຫງົບປະຊາຊົນລາວ ແມ່ນມີຄວາມໝາຍສໍາຄັນທາງ ດ້ານການເມືອງອັນໃຫຍ່ຫລວງ ໃນປະຫວັດສາດຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ, ກໍາລັງປ້ອງກັນ ຄວາມສະຫງົບໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນ ໄດ້ເປັນຢ່າງດີຕະຫລອດມາ; ກໍາ ລັງ ປກສ ເຮົາທັງເຄື່ອນໄຫວປ້ອງ ກັນ, ຝຶກແອບຮໍ່າຮຽນ, ປັບປຸງກໍາ ລັງ, ເພີ່ມພູນຜະລິດຜົນຫາລ້ຽງ ກຸ້ມຕົນເອງດ້ວຍການສ້າງພະລາ ທິການກັບທີ່, ທັງຂົນຂວາຍ, ກໍ່ສ້າງ ຮາກຖານ ເຊິ່ງໄດ້ຮັບຄວາມຮັກ ແພງ, ອູ້ມຊູຊ່ວຍເຫລືອຈາກປະຊາ ຊົນຕະຫລອດມາ, ເຖິງວ່າໃນເບື້ອງ ຕົ້ນກໍາລັງເຮົາຍັງອ່ອນນ້ອຍ, ການ ປະກອບອາວຸດ, ພາຫະນະຫລ້າສະ ໄໝ; ລະດັບເຕັກນິກວິທະຍາສາດບໍ່ ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງ ຕ້ອງການຂອງປະເທດຊາດ, ກໍາລັງ ປກສ ໄດ້ເດັດດ່ຽວເສີມຂະຫຍາຍ ນໍ້າໃຈຮັກຊາດ, ຮັກຄວາມເປັນ ເອກະລາດ ແລະ ຜືນແຜ່ນດິນອັນ ອຸດົມຮັ່ງມີຂອງຕົນ, ບໍ່ຍອມເປັນ ສ່ວນຕົວຂໍສະແດງຄວາມໂສກເສົ້າ ເສຍໃຈອັນສຸດຊຶ້ງມາຍັງສະຫາຍ ເລຂາທິການໃຫຍ່ ແລະ ໂດຍຜ່ານ ສະຫາຍໄປຍັງພັກ, ລັດຖະບານ, ປະຊາຊົນລາວ ແລະ ຄອບຄົວ ສີພັນດອນ. ຂ້າພະເຈົ້າເຊື່ອໝັ້ນວ່າພັກ, ລັດ ຖະບານ ແລະ ປະຊາຊົນລາວ ຈະ ຜ່ານຜ່າຄວາມທຸກໂສກຕໍ່ການສູນ ເສຍຄັ້ງນີ້ ແລະ ສືບຕໍ່ຄວາມປະ ສົງຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ພັກ-ລັດ ແລະ ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນ ຍິ່ງໃຫຍ່ກວ່າເກົ່າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຕາມທິດສັງຄົມນິຍົມ ໃຫ້ມີຄວາມຈະເລີນຮຸ່ງເຮືອງ. ຄວາມເສົ້າສະຫລົດໃຈເຖິງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະ ນະກຳຂອງທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະ ເທດ ແຫ່ງ ສປປ ລາວ. ເນື້ອໃນສານໄດ້ລະບຸວ່າ: ທ່ານ ປະທານປະເທດທີ່ນັບຖືຢ່າງສູງ ແລະ ຮັກແພງ, ຂ້າພະເຈົ້າໄດ້ ຮັບຂ່າວທີ່ແສນເສົ້າສະຫລົດໃຈ ກ່ຽວກັບການມໍລະນະກຳຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ຂ້ອຍຂ້າໃຫ້ແກ່ຊາດອື່ນ, ໄດ້ພ້ອມ ກັບກອງທັບ, ປະຊາຊົນບັນດາເຜົ່າ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະ ພັດພາຍນອກ ແລະ ລູກແຫລ້ງຕີນ ມືຂາຍຊາດ. ຕະຫລອດ 64 ປີ ແຫ່ງການກໍາ ເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງ ປກສ, ພາຍໃຕ້ການ ນໍາພາຂອງພັກປະຊາຊົນປະຕິວັດ ລາວ ແມ່ນປະຫວັດສາດແຫ່ງການ ທົດສອບອັນໃຫຍ່ຫລວງໃນການ ຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດ ເອົາຄວາມເປັນເອກະລາດແຫ່ງ ຊາດ; ຕະຫລອດໄລຍະທາງອັນ ລະອິດລະອ້ຽວ, ຫຍຸ້ງຍາກລໍາບາກ ທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນ ງານ ແລະ ໄຊຊະນະອັນສະຫງ່າ ລາສີ; ພາຍໃຕ້ການນໍາພາອັນສະ ຫລາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ກໍາລັງພວກເຮົາໄດ້ ສາມັກຄີເປັນຈິດໜຶ່ງໃຈດຽວໃນ ການປະຕິບັດໜ້າທີ່ການເມືອງ, ທັງ ປະສານສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງ, ກໍ່ສ້າງກໍາລັງ ຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ. ຜົນສໍາເລັດທີ່ກໍາລັງປ້ອງກັນ ຄວາມສະຫງົບ ຍາດມາໄດ້ໃນໄລ ຍະຜ່ານມາ, ແມ່ນການຈັດຕັ້ງປະ ຕິບັດແນວທາງຂອງພັກ-ລັດ ຖືກ ທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກໍາລັງ ປກສ, ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດ ທົນ, ເດັດດ່ຽວໜຽວແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງ ສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກໍາລັງທີ່ໄດ້ຕັ້ງໜ້າທຸ້ມເທ ເຫື່ອແຮງ, ສະຕິປັນຍາປະກອບ ສ່ວນເຂົ້າຮ່ວມຈັດຕັ້ງປະຕິບັດດ້ວຍ ຄວາມເປັນເຈົ້າການຢ່າງຕັ້ງໜ້າ, ອັນໄດ້ສະແດງໃຫ້ເຫັນວ່າ: ພາຍໃຕ້ ການນໍາພາຂອງພັກ, ກໍາລັງ ປກສ ໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອ ຂອງກໍາລັງປະກອບອາວຸດປະຕິວັດ, ຍາມໃດກໍສະໜອງຕອບຕໍ່ຄໍາຮຽກ ຮ້ອງຂອງພັກ ແລະ ປະຊາຊົນ ດ້ວຍຄວາມຈົ່ງຮັກພັກດີ, ຊື່ສັດບໍ ລິສຸດ, ຍາມໃດກໍ່ເດັດດ່ຽວໜຽວ ແໜ້ນ, ກ້າວເດີນຕາມອຸດົມການ ຂອງພັກ. ຕະຫລອດໄລຍະ 64 ປີ ກໍາລັງປ້ອງກັນຄວາມສະຫງົບ ໄດ້ ເຮັດຫລ້ອນໜ້າທີ່ອັນໃຫຍ່ຫລວງ ທີ່ພັກ ແລະ ປະຊາຊົນມອບໝາຍ ໃຫ້, ແມ່ນໄລຍະທາງທີ່ສະຫວ່າງສະ ໄຫວ ແລະ ມີກຽດສະຫງ່າເຊິ່ງເປັນ ພື້ນຖານອັນໜັກແໜ້ນໃຫ້ການກ້າວ ຂຶ້ນປັບປຸງກໍາລັງປະກອບອາວຸດ ໃຫ້ມີແບບແຜນກ້າວໄປສູ່ຄວາມ ທັນສະໄໝ ເພື່ອອະນາຄົດອັນສົດໃສ ຂອງປະເທດຊາດ ແລະ ສືບຕໍ່ເສີມ ຂະຫຍາຍມູນເຊື້ອ, ຜົນງານທີ່ຍາດ ມາໄດ້ ແລະ ສືບຕໍ່ປະຕິບັດແນວ ທາງປ່ຽນແປງໃໝ່ຂອງພັກ, ປະຕິ ບັດໜ້າທີ່ການເມືອງໃຫ້ມີໝາກ ຜົນດີກວ່າເກົ່າ, ນໍາພາກໍາລັງພວກ ເຮົາກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງ ໜັກແໜ້ນ. ໃນພິທີຜູ້ເຂົ້າຮ່ວມຍັງໄດ້ຮັບຊົມ ການສະແດງສິລະປະຈາກກອງສິ ລະປະກອນປ້ອງກັນຄວາມສະຫງົບ ທີ່ສ່ອງແສງໃຫ້ເຖິງຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ຂອງກໍາລັງ ປ້ອງກັນຄວາມສະຫງົບ ຜ່ານບົດ ເພງ, ບົດຟ້ອນທີ່ເຕັມໄປດ້ວຍຄວາມ ສວຍສົດງົດງາມ, ມ່ວນຊື່ນ ແລະ ແຝງໄປດ້ວຍຄວາມເຂັ້ມແຂງຂອງ ກໍາລັງປ້ອງກັນຄວາມສະຫງົບ. ຂໍ້ມູນ-ພາບ: ໜັງສືພິມຄວາມສະຫງົບ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເມື່ອວັນທີ 2 ເມສາ 2025 ລວມອາຍຸ 102 ປີ. ຂ້າພະເຈົ້າຂໍສະແດງຄວາມໂສກ ເສົ້າເສຍໃຈເປັນຢ່າງຍິ່ງຕໍ່ການ ມໍລະນະກຳຂອງທ່ານ ພົນເອກ ຄຳໄຕ ສີພັນດອນ ເຊິ່ງເປັນການສູນ ເສຍຜູ້ຊົງຄຸນວຸທິທາງການເມືອງ ແຫ່ງຊາດ ແລະ ວິລະບູລຸດທີ່ດີເດັ່ນ ຜູ້ໜຶ່ງຂອງປະເທດ ແລະ ປະຊາຊົນ ລາວ ຊຶ່ງໄລຍະຜ່ານມາທ່ານໄດ້ ປະກອບສ່ວນຢ່າງຕັ້ງໜ້າໃນພາລະ ກິດການສ້າງສາ ແລະ ພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ. ສົມເດັດພະຣາຊີນີ ພະຣາຊະ ມານດາ ແຫ່ງຊາດກໍາປູເຈຍ ແລະ ຂ້າພະເຈົ້າພ້ອມທັງຄະນະນຳທຸກ ຂັ້ນ ແລະ ປະຊາຊົນໃນຣາຊະອານາ ຈັກກຳປູເຈຍ ຂໍສະແດງຄວາມເສົ້າ ສະຫລົດໃຈ ແລະ ອາໄລອາວອນມາ ຍັງຄອບຄົວ ແລະ ປະຊາຊົນລາວ. ຂ້າພະເຈົ້າຂໍໃຫ້ດວງວິນຍານຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ຈົ່ງ ໄປສູ່ສຸຂະຕິດ້ວຍເທີ້ນ. ໂອກາດດຽວກັນ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈຮຸນ ເຊນ ຮັກສາການປະມຸກລັດ ແຫ່ງ ຣາຊະອານາຈັກກຳປູເຈຍ ກໍໄດ້ ສົ່ງໂທລະເລກສະແດງຄວາມເສົ້າ ສະຫລົດໃຈເຖິງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ການມໍລະນະກຳຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຊິ່ງເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າຮູ້ສຶກເສົ້າສະຫລົດໃຈ ຢ່າງສຸດຊຶ້ງທີ່ໄດ້ຮັບຂ່າວການ ຈາກໄປຂອງທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ອະດີດປະທານ ປະເທດ ແລະ ອະດີນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ທີ່ນະຄອນ ຫລວງວຽງຈັນ. ການເສຍຊີວິດ ຂອງທ່ານແມ່ນການສູນເສຍພໍ່ທີ່ ແສນເຄົາລົບຮັກຂອງທ່ານ ແລະ ປະຊາຊົນລາວທັງຊາດ, ທັງເປັນ ການສູນເສຍບຸກຄົນທາງດ້ານການ ເມືອງ ແລະ ລັດຖະບຸລຸດທີ່ດີເດັ່ນ ຂອງປະຫວັດສາດແຫ່ງຊາດລາວ ທີ່ໄດ້ປະກອບສ່ວນນຳພາການສ້າງ ສາຄວາມຈະເລີນຮຸ່ງເຮືອງ. ທ່ານ ພົນເອກ ຄຳໄຕ ສີພັນດອນ ຈະຖືກຈົດຈຳໄວ້ຕະຫລອດໄປຄື ເພື່ອນມິດທີ່ຍິ່ງໃຫຍ່ ແລະ ຄູ່ຮ່ວມມື ຂອງກຳປູເຈຍ ໃນຖານະເປັນນາຍົກ ລັດຖະມົນຕີ ແລະ ອະດີດປະທານ ປະເທດ ເຊິ່ງທ່ານໄດ້ມີບົດບາດໃນ ການສ້າງມິດຕະພາບລະຫວ່າງສອງ ປະເທດພວກເຮົາ. ການປະກອບ ສ່ວນອັນສຳຄັນຂອງທ່ານໄດ້ຮັດ ແໜ້ນສາຍພົວພັນຂອງສອງພັກພວກ ເຮົາທີ່ປະໄວ້ເປັນມໍລະດົກ ແລະ ປະຫວັດສາດອັນຍາວນານຮ່ວມກັນ ຂອງພວກເຮົາ. ໃນທາມກາງການໄວ້ອາໄລຄັ້ງ ນີ້, ໃນນາມປະຊາຊົນກຳປູເຈຍ, ຂ້າພະເຈົ້າຂໍສະແດງຄວາມເສົ້າ ສະຫລົດໃຈຢ່າງສຸດຊຶ້ງ ແລະ ຄວາມ ເຫັນອົກເຫັນໃຈມາຍັງທ່ານ ແລະ ຄອບຄົວ ກໍຄື ປະຊາຊົນລາວ ແລະ ພັກປະຊາຊົນປະຕິວັດລາວ ທີ່ໄດ້ ສູນເສຍຄັ້ງຍິ່ງໃຫຍ່, ຂໍໃຫ້ດວງ ວິນຍານຂອງທ່ານໄປສູ່ສຸຂະຕິຊົ່ວ ນິລັນດອນ. ພ້ອມກັນນີ້, ສົມເດັດ ມະຫາບໍວໍທິ ບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ກໍ ໄດ້ສົ່ງໂທລະເລກສະແດງຄວາມ ເສົ້າສະຫລົດໃຈເຖິງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ການມໍລະນະກຳຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ.

RkJQdWJsaXNoZXIy MTc3MTYxMQ==