7006

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ xtgmf]k; 6 09/04/2025 glf4tdy f{la '7q , -u ;y f{;a fmtotme ຂໍ້ມູນຈາກນັກຂ່າວແຂວງວຽງຈັນ rP' 3 gfn voc0;';P'9a o fb 'f6 foa dmj v'mj P;wfh 9 clod;j k7q o dy ogza f,u zq oglpco;.fL ດັ່ງທີ່ຮູ້ນຳກັນແລ້ວວ່າແຂວງ ວຽງຈັນ ເປັນແຂວງໜຶ່ງທີ່ຂຶ້ນຊື່ ດ້ານການທ່ອງທ່ຽວ ບໍ່ວ່າ ຈະເປັນ ສະຖານທີ່ທ່ອງທ່ຽວທາງທຳມະ ຊາດ, ປະຫວັດສາດ ແລະ ວັດທະນະ ທຳ ກໍໄດ້ຮັບຄວາມນິຍົມຈາກນັກ ທ່ອງທ່ຽວທັງພາຍໃນ ແລະຕ່າງ ປະເທດ. ນັບແຕ່ເດືອນມັງກອນ ຫາ ເດືອນ ມີນາ 2025 ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວເຂົ້າ ມາທ່ຽວຊົມໄດ້ 902.057 ເທື່ອ ຄົນ ໃນນີ້, ນັກທ່ອງທ່ຽວພາຍໃນ 416.232 ເທື່ອຄົນ, ນັກທ່ອງທ່ຽວ ຕ່າງປະເທດ 485.825 ເທື່ອຄົນ, ຈຸດທ່ອງທ່ຽວທີ່ເດັ່ນປະກອບມີອ່າງ ນ້ຳງື່ມ1 ເມືອງແກ້ວອຸດົມ, ວັງວຽງ ແລະ ເມືອງເຟືອງ ສາມາດສ້າງ ລາຍຮັບທົ່ວສັງຄົມສະເລ່ຍ 754 ຕື້ກວ່າກີບ, ສິ່ງທີ່ໂດດເດັ່ນ ແລະ ນິຍົມຂອງນັກທ່ອງທ່ຽວແມ່ນກິດ ຈະກຳລ່ອງເຮືອຕາມລຳແມ່ນ້ຳ ຊອງ, ຂີ່ສະລິງ, ບອນລູນ, ພາລາມໍ ເຕີ ທີ່ເມືອງວັງວຽງ, ເຮືອນແພນ້ຳ ລີກ ເມືອງເຟືອງ ແລະ ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ. ຕາມການໃຫ້ຮູ້ຂອງທ່ານ ແສງ ແກ້ວ ສູນທະວົງສາ ຮອງຫົວໜ້າ ພະແນກ ຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງວຽງຈັນ, ຜູ້ຊີ້ນຳວຽກງານ ທ່ອງທ່ຽວແຂວງວຽງຈັນ ເມື່ອບໍ່ ດົນມານີ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ ຄະນະນຳຂອງ ພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງວຽງຈັນ ໄດ້ເອົາ ໃຈໃສ່ເປັນເຈົ້າການໃນການປະ ສານສົມທົບກັບບັນດາຂະແໜງ ການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຢ່າງຕັ້ງໜ້າໃນການຊຸກຍູ້ ສົ່ງເສີມ ແລະ ແກ້ໄຂບັນດາສິ່ງອັດ ຕັນທີ່ເປັນອຸປະສັກຕໍ່ວຽກງານພັດ ທະນາການທ່ອງທ່ຽວ ແລະ ພ້ອມ ກັນກໍານົດບັນດາກິດຈະກໍາທ່ອງ ທ່ຽວຕ່າງໆ ໃຫ້ມີຄວາມຫລາກ ຫລາຍ ເພື່ອໂຄສະນາດຶງດູດນັກ ທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ ແຂວງວຽງຈັນໃຫ້ຫລາຍຂຶ້ນ. ປັດຈຸ ບັນ ທົ່ວແຂວງວຽງຈັນ ມີຫົວໜ່ວຍ ທຸລະກິດທ່ອງທ່ຽວທີ່ໄດ້ຮັບການ ອອກອະນຸຍາດດໍາເນີນທຸລະກິດ ຖືກຕ້ອງຕາມລະບຽບກົດໝາຍ 1.053 ຫົວໜ່ວຍ ປະກອບມີ: ໂຮງແຮມ 61 ແຫ່ງ ມີ 2.129 ຫ້ອງ, ຣີສອດ 37 ແຫ່ງ ມີ 1.206 ຫ້ອງ, ເຮືອນພັກ 327 ແຫ່ງ ມີ 4.838 ຫ້ອງ, ຮ້ານອາຫານ, ຮ້ານ ກິນດື່ມ ບັນເທີງ 369 ຮ້ານ, ບໍລິສັດ ທ່ອງທ່ຽວ 39 ບໍລິສັດ ແລະ 3 ສາຂາ, ໜ່ວຍບໍລິການທ່ອງທ່ຽວ 71 ໜ່ວຍ, ແຫລ່ງທ່ອງທ່ຽວ 238 ແຫ່ງ, ເປີດບໍລິການແລ້ວ 62 ແຫ່ງ. ພ້ອມນີ້, ຍັງໄດ້ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການ ທ່ອງທ່ຽວຂອງພາກທຸລະກິດພາຍ ໃນແຂວງ ເຊິ່ງສາມາດຍາດໄດ້ ລາງວັນມາດຕະຖານການທ່ອງ ທ່ຽວອາຊຽນປະຈຳປີ 2024 ຈຳ ນວນ 6 ລາງວັນ, ຮັບຮອງເປັນ ໂຮງແຮມລະດັບ 5 ດາວ 1 ແຫ່ງ, 4 ດາວ 2 ແຫ່ງ ແລະ ຖືກຮັບຮອງ ຕາມມາດຕະຖານລາວເຊັບ 14 ຫົວໜ່ວຍ. ສຳລັບປີ 2025 ແຂວງ ວຽງຈັນ ໄດ້ວາງຄາດໝາຍດຶງດູດ ນັກທ່ອງທ່ຽວເຂົ້າມາທ່ຽວແຂວງ ບໍ່ໃຫ້ຫລຸດ 2 ລ້ານກວ່າຄົນ ແລະ ຄາດວ່າຈະສ້າງລາຍຮັບທົ່ວສັງຄົມ ບໍ່ຫລຸດ 1.820 ຕື້ກວ່າກີບ. ທ່ານຮອງຫົວໜ້າພະແນກ ຖວທ ແຂວງວຽງຈັນ ກ່າວຕື່ມວ່າ: ໃນໄລຍະຜ່ານມາ, ທາງອົງການ ປົກຄອງແຂວງ ແລະ ບັນດາເມືອງ ທັງພາກລັດ-ພາກທຸລະກິດ ແລະ ປະຊາຊົນໃນທ້ອງຖິ່ນ ໄດ້ພ້ອມ ກັນຈັດສະເຫລີມສະຫລອງປີທ່ອງ ທ່ຽວລາວ 2024 ຕິດພັນກັບເທສະ ການຂອງແຕ່ລະທ້ອງຖິ່ນເຊັ່ນ: ເທສະການສາມໝື່ນຕູບເຟືອງ ເພື່ອ ສືບສານຕໍານານຜາທໍ່ໜໍ່ຄໍາຂຶ້ນຢູ່ ເມືອງເຟືອງ, ເທສະການບຸນກະ ຫລ່ຳປີ, ເທສະການໝາກກ້ຽງ ຫວານ, ງານດົນຕີສາກົນ, ບຸນບັ້ງ ໄຟ, ບຸນຊ່ວງເຮືອ ຢູ່ເມືອງວັງວຽງ ແລະ ບຸນປະເພນີຕ່າງໆຂອງປະ ຊາຊົນບັນດາເຜົ່າຕ່າງໆ ໃນແຕ່ລະ ທ້ອງຖິ່ນເຊັ່ນ: ບຸນກິນຈຽງພີ່ນ້ອງ ເຜົ່າມົ້ງ ເຂດຫລັກ 52, ບຸນເກີຣ ພີ່ນ້ອງເຜົ່າກຶມມຸ ເມືອງຫີນເຫີບ ທັງນີ້ກໍເພື່ອເປັນການອະນຸລັກສົ່ງ ເສີມວັດທະນະທໍາຮີດຄອງປະເພນີ ຂອງປະຊາຊົນບັນດາເຜົ່າ ຕິດພັນ ກັບຂະບວນການສົ່ງເສີມການ ທ່ອງທ່ຽວ-ການຈັດຕະຫລາດນັດ ວາງສະແດງສິນຄ້າທີ່ເປັນເອກະ ລັກຂອງທ້ອງຖິ່ນ ໃຫ້ເກີດມີໜໍ່ແໜງ ການທ່ອງທ່ຽວ-ການແລກປ່ຽນ ຊື້ຂາຍ, ເຊິ່ງເຫັນວ່າໄດ້ຮັບການ ຕອບຮັບຈາກກຸ່ມນັກທ່ອງທ່ຽວ ເປັນຈຳນວນຫລວງຫລາຍ. ສະ ເພາະປີ 2024 ທີ່ຜ່ານມາ ໄດ້ມີ ນັກທ່ອງທ່ຽວເຂົ້າມາທ່ຽວແຂວງ ວຽງຈັນທັງໝົດ 1.900.119 ເທື່ອ ຄົນ ຍິງ 865.533 ຄົນ ໃນນັ້ນ, ນັກ ທ່ອງທ່ຽວພາຍໃນ 1.259.780 ເທື່ອຄົນ, ສາມາດສ້າງລາຍຮັບທົ່ວ ສັງຄົມໄດ້ 1.372 ຕື້ກວ່າກີບ. ເມື່ອເວົ້າເຖິງອາຫານກິນທີ່ມີ ລົດຊາດເຜັດແລ້ວກໍຈະຖືກຫລາຍໆ ຄົນ ໂດຍສະເພາະແມ່ນອາຫານ ປະເພດຕໍາທີ່ກິນແບບເຜັດໆຈຶ່ງວ່າ ແຊບ, ແຕ່ຫລາຍທ່ານຮູ້ບໍ່ວ່າ ການ ກິນເຜັດ ບໍ່ເປັນຜົນດີຕໍ່ສຸຂະພາບ ຂອງເຮົາ ແລະ ມື້ນີ້ ຄໍລໍາ “ສຶກສາ ຫາຄວາມຮູ້” ຈະມາສະເໜີ 4 ພະ ຍາດທີ່ເກີດຂຶ້ນ ເນື່ອງຈາກກິນອາ ຫານທີ່ເຜັດໆ ເປັນປະຈໍາ ມີດັ່ງນີ້: 1. ຖອກທ້ອງ: ເປັນພະຍາດ ທຳອິດ ຫລັງຈາກການກິນເຜັດເຊິ່ງ ແລ້ວ ທີ່ຈິງແລ້ວຄວາມເຜັດຂອງ ໝາກເຜັດບໍ່ໄດ້ເຮັດໃຫ້ເຈັບທ້ອງ ໂດຍກົງ ແຕ່ເພາະສານແຄປໄຊຊິນ ທີ່ເຮັດໃຫ້ອຸນຫະພູມໃນຮ່າງກາຍ ສູງຂຶ້ນ, ຮ່າງກາຍຈຶ່ງພະຍາຍາມ ຫລຸດອຸນຫະພູມດ້ວຍການຂັບອອກ ມາທາງເຫື່ອ ແລະ ເຮັດໃຫ້ຮູ້ສຶກ ຫິວນ້ຳ ເມື່ອດື່ມນ້ຳໄປຫລາຍໆ ສານແຄປໄຊຊິນທີ່ບໍ່ສາມາດຍ່ອຍ ໄດ້ໝົດ ຮ່າງກາຍຈຶ່ງພະຍາຍາມ ຂັບສານນີ້ອອກໄປໃຫ້ກະເພາະ ແລະ ລຳໄສ້ເຄື່ອນໄຫວຢ່າງວ່ອງ ໄວ ອາຫານທີ່ກິນເຂົ້າໄປຈະຜ່ານ ລະບົບຍ່ອຍອາຫານໄວຜິດປົກກະຕິ ເມື່ອໄປລວມກັບນ້ຳທີ່ກິນເຂົ້າໄປ ຫລາຍໆ ຈຶ່ງເປັນທີ່ມາຂອງອາ ການເຈັບທ້ອງ ຫລື ຖ່າຍເປັນນ້ຳ ນັ້ນເອງ. 2. ພະຍາດຫົວໃຈ: ກິນເຜັດ ເຮັດໃຫ້ລະບົບໝູນວຽນໃນເລືອດ ດີຂຶ້ນ, ບາງຄັ້ງກໍ່ອາດຈະດີຫລາຍ ໄປຈົນເຮັດໃຫ້ຫົວໃຈເຮັດວຽກໜັກ ຂຶ້ນ; ດັ່ງນັ້ນໃຜທີ່ກິນເຜັດຫລາຍໆ ອາດຈະເພີ່ມຄວາມສ່ຽງໃນການ ເປັນພະຍາດຫົວໃຈໄດ້ ສ່ວນໃຜ ທີ່ເປັນຫົວໃຈຢູ່ແລ້ວຄວນລະມັດ ລະວັງ ແລະ ຫລຸດລະດັບຄວາມ ເຜັດລົງ. 3. ພະຍາດກະເພາະອາຫານ: ເຊື່ອວ່າການກິນເຜັດເຮັດໃຫ້ເປັນ ພະຍາດກະເພາະອາຫານເຊິ່ງບໍ່ ເປັນຄວາມຈິງແຕ່ຢ່າງໃດ ພຽງແຕ່ ວ່າການກິນເຜັດນັ້ນຈະໄປກະຕຸ້ນ ພະຍາດກະເພາະອາຫານ ທີ່ມີຢູ່ ແລ້ວ ໃຫ້ມີອາການບໍ່ດີ, ຈາກງານ ວິໄຈທີ່ເຄີຍຕີພິມໃນວາລະສານ +ournal oG the American Medical Assonciation ໄດ້ລະ ບຸວ່າ: ຄວາມເຜັດຈາກໝາກເຜັດ ບໍ່ໄດ້ເຮັດໃຫ້ເປັນພະຍາດກະເພາະ ອາຫານ ແລະ ບໍ່ໄດ້ເຮັດໃຫ້ກະເພາະ ເປັນບາດແຜ ເພາະລຳໄສ້ ແລະ ກະເພາະບໍ່ໄດ້ຖືກທຳລາຍຈາກ ການກິນເຜັດ, ແຕ່ສ່ວນຄົນທີ່ກຳລັງ ເປັນພະຍາດກະເພາະເມື່ອກິນເຜັດ ເຂົ້າໄປສານແຄປໄຊຊິນ ເປັນກົດ ຈະໄປກະຕຸ້ນໃຫ້ຫລອດອາຫານຫົດ ເກັງ ເຮັດໃຫ້ຮູ້ສຶກຈຸກແໜ້ນ. 4. ທ້ອງອືດ ໂດຍປົກກະຕິແລ້ວ ຄວາມເຜັດຮ້ອນຈາກໝາກເຜັດຈະ ຊ່ວຍຂັບລົມ ແຕ່ເພາະວ່າສານແຄປ ໄຊຊິນເປັນກົດ ເມື່ອກິນໝາກເຜັດ ໃນປະລິມານຫລາຍໆ ຈະເຮັດໃຫ້ ມີກົດຫລາຍໃນກະເພາະອາຫານ ອາດຈະມີອາການທ້ອງອືດໄດ້ . ›າ—˜¤‹ອ— ›າ—˜¤‹ອ—

RkJQdWJsaXNoZXIy MTc3MTYxMQ==