7006

xtgmf]k; 3 09/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ¨ Ã່ŽŒ່າŸ §É ອŽ˜າ‹Áາ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ —Ê “¤§ໜÇ -k;|5 j ,]k; g8u [.spj 0tspkp8q ; .om5 drk]tdy f0v'-kf (ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັລາວ ຄົບຮອບ 70 ປີ 14 04 1955-14 04 2025) glf4tdy f0v'g,n v'r6 76 o 0tspkp8q ;gdu o7kf\kp xtdkf[h kosh ;pw,h -k' gxa o[h kolk,a d7u xv'fv' ໃນໄລຍະ 5 ປີຜ່ານມາ ສະ ພາບເສດຖະກິດດ້ານມະຫາພາກ ຂອງເມືອງພູຄູນ ແຂວງຫລວງພະ ບາງ ໂດຍລວມ ຍັງສືບຕໍ່ຂະຫຍາຍ ຕົວຢູ່ໃນລະດັບດີສົມຄວນ, ຊີວິດ ການເປັນຢູ່ຂອງປະຊາຊົນ ມີການ ຫັນປ່ຽນ ແລະ ມີການພັດທະນາດີ ຂຶ້ນເລື້ອຍໆ, ການຈັດຕັ້ງປະຕິບັດ ບັນດາຄາດໝາຍ ທາງດ້ານເສດ ຖະກິດມະຫາພາກ, ຄາດໝາຍດ້ານ ແຫລ່ງທຶນ ແລະ ການພັດທະນາ ຂະແໜງເສດຖະກິດ ສາມາດບັນລຸ ໄດ້ຫລາຍຄາດໝາຍ, ຜູ້ປະກອບ ການທຸລະກິດຂະໜາດນ້ອຍ-ຂະ ໜາດກາງ ສາມາດເຂົ້າເຖິງແຫລ່ງ ທຶນຫລາຍຂຶ້ນ ແລະ ການເຄື່ອນ ໄຫວ ຂອງທຸລະກິດເຫລົ່ານັ້ນ ແມ່ນ ເຂົ້າສູ່ລະບຽບກົດໝາຍ. ພື້ນຖານ ໂຄງລ່າງກໍໄດ້ຮັບການປັບປຸງຍົກ ລະດັບດີຂຶ້ນ ເປັນຕົ້ນ ເສັ້ນທາງ ຫລວງຂອງແຂວງ, ເມືອງ ແລະ ເສັ້ນທາງຊົນນະບົດ, ການຈັດສັນ ທີ່ດິນທໍາການຜະລິດ, ອອກໃບຕາ ດິນຖາວອນ ໃຫ້ປະຊາຊົນນັບມື້ນັບ ຫັນເຂົ້າສູ່ລະບຽບກົດໝາຍ. ການ ຈັດຕັ້ງປະຕິບັດບັນດາຄາດໝາຍ ສະຫັດສະວັດ ເພື່ອການພັດທະນາ (SDGs) ຫລາຍຄາດໝາຍມີ ບາດກ້າວທີ່ດີຂຶ້ນ ແລະ ຫລາຍຄາດ ໝາຍ ສາມາດບັນລຸໄດ້ຕາມແຜນ; ການຈັດຕັ້ງສະເຫລີມສະຫລອງ ບຸນປະເພນນີ ຂອງຊາດ-ຂອງເຜົ່າ ແມ່ນມີບັນຍາກາດຟົດຟື້ນ ແລະ ມີ ຫລາຍສີສັນ, ຫລາຍກິດຈະກໍາຢ່າງ ກວ້າງຂວາງ ເຊິ່ງສາມາດດຶງດູດ ນັກທ່ອງທ່ຽວໄດ້ດີພໍສົມຄວນ. ການພັດທະນາເສດຖະກິດ-ສັງ ຄົມ ຂອງເມືອງພູຄູນ ໃນ 5 ປີຜ່ານ ມາ ໄດ້ກໍານົດ 6 ເປົ້າໝາຍໃຫຍ່ ໂດຍມີແຜນວຽກຈຸດສຸມທີ່ລະອຽດ ສະເພາະເປົ້າໝາຍທີ 1 ຂະຫຍາຍ ໂຕຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງ ແລະໝັ້ນທ່ຽງໄດ້ກຳນົດແຜນວຽກ ຈຸດສຸມ ການເຕີບໂຕເສດຖະກິດມີ ຄຸນນະພາບ ແລະ ຍືນຍົງ ສາມາດ ເຮັດໃຫ້ອັດຕາການຂະຫຍາຍຕົວ ຂອງລວມຍອດຜະລິດຕະພັນພາຍ ໃນ 5 ປີຜ່ານມາ ບັນລຸສະເລ່ຍ 5,13 ຕໍ່ປີ ທຽບໃສ່ແຜນການລື່ນ ຄາດໝາຍທີ່ວາງໄວ້ ເຊິ່ງຄາດໝາຍ ແມ່ນ 4,9 ; ລວມຍອດມູນຄ່າ ຜະລິດຕະພັນພາຍໃນ (GO) ທົ່ວ ເມືອງ ບັນລຸໄດ້ 2.013 ຕື້ກວ່າກີບ ສະເລ່ຍໄດ້ 402 ຕື້ກີບຕໍ່ປີ, ສະເພາະ ປີ 2024 ບັນລຸໄດ້ 494 ຕື້ກວ່າກີບ (ຄາດໝາຍໃນປີ 2024 ແມ່ນ 446,8 ຕື້ກີບ) ໃນນີ້, ມີຂົງເຂດກະ ສິກໍາ ແລະ ປ່າໄມ້ ກວມ 71,3 , ຂົງເຂດອຸດສາຫະກໍາ-ຫັດຖະກໍາ ກວມ 15,7 ແລະຂົງເຂດການ ບໍລິການ ມູນຄ່າ 64,24 ຕື້ກີບ ກວມ 13 ; ການປ່ຽນແປງໂຄງ ປະກອບເສດຖະກິດ ແຕ່ລະຂົງເຂດ ລ້ວນແຕ່ລື່ນຄາດໝາຍ, ລວມຍອດ ຜະລິດຕະພັນພາຍໃນ ສະເລ່ຍຕໍ່ ຫົວຄົນ ໃນທ້າຍປີ 2024 ບັນລຸ ໄດ້ 17 ລ້ານກວ່າກີບຕໍ່ຄົນຕໍ່ປີ ລື່ນ ຄາດໝາຍເກືອບ 2 ລ້ານກີບ ເຊີ່ງ ຄາດໝາຍແມ່ນ 15 ລ້ານກວ່າກີບ. ດ້ວຍຄວາມສາມັກຄີປອງ ດອງ ຂອງປະຊາຊົນພາຍໃນບ້ານ ຫ້ວຍໄມ້ຊາງ ເມືອງປາກທາ ແຂວງ ບໍ່ແກ້ວ ເຮັດໃຫ້ມີຄວາມສະຫງົບ, ປະຊາຊົນຕື່ນຕົວທາງດ້ານການ ເມືອງ, ເປັນເອກະພາບ, ປະກົດການ ຫຍໍ້ທໍ້ໄດ້ຖືກແກ້ໄຂ ແລະ ອື່ນໆ. ດ້ວຍຜົນສໍາເລັດດັ່ງກ່າວ ມາໃນ ທ້າຍເດືອນມີນາຜ່ານມານີ້ ຈຶ່ງປະ ກາດຮັບຮອງບ້ານດັ່ງກ່າວເປັນ ບ້ານສາມັກຄີປອງດອງທີ່ເດີ່ນ ໂຮງຮຽນປະຖົມບ້ານ ໂດຍເປັນ ກຽດເຂົ້າຮ່ວມຂອງທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກເມືອງ, ທ່ານ ທອງຈັນ ອິນທະພອນ ຄະນະ ປະຈໍາພັກເມືອງ, ປະທານແນວ ລາວສ້າງຊາດເມືອງ ມີບັນດາ ທ່ານເລຂາຄະນະພັກຮາກຖານ, ອົງການຈັດຕັ້ງບ້ານ, ເຖົ້າແກ່ແນວ ໂຮມ, ຮອດພໍ່ແມ່ປະຊາຊົນພາຍໃນ ບ້ານເຂົ້າຮ່ວມ. ທ່ານ ຄຳດີ ຊົງ ນາຍບ້ານຫ້ວຍ ໄມ້ຊາງ ໄດ້ກ່າວວ່າ: ບ້ານຫ້ວຍໄມ້ ຊາງ ແມ່ນໜຶ່ງໃນຈຳນວນ 34 ບ້ານຂອງເມືອງປາກທາ ຕັ້ງຫ່າງ ຈາກເທສະບານເມືອງ 45 ກິໂລ ແມັດ, ມີ 4 ໜ່ວຍ, ມີ 45 ຫລັງຄາ, ມີພົນລະເມືອງທັງໝົດ 218 ຄົນ, ຍິງ 101 ຄົນ, ມີ 2 ຊົນເຜົ່າຄື: ມົ້ງ, ລາວ, ໃນນັ້ນ ເຜົ່າມົ້ງກວມເອົາ 95 ຂອງພົນລະເມືອງທັງໝົດ. ປະຊາຊົນສ່ວນໃຫຍ່ ຖືອາຊີບ ກະສິ ກໍາປູກຝັງ, ລ້ຽງສັດເປັນຕົ້ນຕໍ ແລະ ບໍລິການຄ້າຂາຍເປັນສໍາຮອງ, ສະ ເລ່ຍລາຍຮັບຂອງພໍ່ແມ່ປະຊາຊົນ ພາຍໃນບ້ານ ໄດ້ 10 ລ້ານກວ່າ ກີບ ຄົນ ປີ. ແນວໃດກໍຕາມຜ່ານຂະບວນ ການສ້າງຄອບຄົວ, ບ້ານສາມັກຄີ ປອງດອງໃນໄລຍະຜ່ານມານັ້ນ, ປະຊາຊົນພາຍໃນບ້ານມີຄວາມ ຕື່ນຕົວທາງດ້ານການເມືອງແນວ ຄິດ, ບັນດາປະກົດການຫຍໍ້ທໍ້ໄດ້ຮັບ ການແກ້ໄຂຢ່າງຂາດຕົວ, ພາຍໃນ ບ້ານມີຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍ, ປະຊາຊົນ ມີຄວາມສາມັກຄີເປັນເອກະພາບ, ຄະນະປົກຄອງບ້ານພ້ອມກັນປະຕິ ບັດຕາມແນວທາງນະໂຍບາຍຂອງ ພັກ-ລັດໄດ້ເປັນຢ່າງດີ, ມີຄອບຄົວ ໄດ້ຄະແນນດີເລີດ ໃນ 4 ມາດຖານ ມີ 15 ຄອບຄົວ ແລະ ໄດ້ຄະແນນດີ ໃນ 4 ມາດຖານ ມີ 30 ຄອບຄົວ. ໃນພິທີໄດ້ຜ່ານຂໍ້ຕົກລົງ ຂອງ ທ່ານເຈົ້າເມືອງປາກທາ ວ່າດ້ວຍ ການຢັ້ງຢືນຮັບຮອງເອົາຄອບຄົວ ສາມັກຄີປອງດອງປະຈໍາປີ 2025 ຈໍານວນ 45 ຄອບຄົວ ພ້ອມທັງ ມອບໃບຢັ້ງຢືນໂດຍແມ່ນ ທ່ານ ທອງຈັນ ອິນທະພອນ ປະທານ ແນວລາວສ້າງຊາດເມືອງ. ນອກນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າ ແຂວງບໍ່ແກ້ວ ວ່າດ້ວຍການຮັບ ຮອງເອົາບ້ານຫ້ວຍໄມ້ຊາງ ເປັນ ບ້ານສາມັກຄີປອງດອງ ພ້ອມທັງ ມອບໃບຢັ້ງຢືນຮັບໂດຍແມ່ນ ທ່ານ ຄຳດີ ຊົງ ນາຍບ້ານໆຫ້ວຍໄມ້ຊາງ ແລະ ໃຫ້ກຽດມອບໂດຍ ທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກ ເມືອງ ພ້ອມທັງມີຄໍາເຫັນໂອ້ລົມ ຕໍ່ກັບອົງການປົກຄອງບ້ານ, ຕະ ຫລອດຮອດພໍ່ແມ່ປະຊາຊົນພາຍໃນ ບ້ານ, ກ່ອນອື່ນທ່ານໄດ້ຍ້ອງຍໍຊົມ ເຊີຍອົງການຈັດຕັ້ງທຸກໆຂັ້ນ ທີ່ສາ ມາດຍາດມາໄດ້ ກ້າວສູ່ເປັນບ້ານ ສາມັກຄີປອງດອງ ແລະ ຈົ່ງພ້ອມ ກັນເອົາໃຈໃສ່ສືບຕໍ່ວຽກງານສືກ ສາອົບຮົມການເມືອງແນວຄິດເປັນ ບັນຫາສຳຄັນ, ຕິດພັນກັບວຽກ ງານປ້ອງກັນຊາດປ້ອງກັນຄວາມ ສະຫງົບສຸກຂອງບ້ານ, ຮັກສາມູນ ເຊື້ອຄວາມສາມັກຄີໃນການສ້າງ ສາພັດທະນາບ້ານຂອງຕົນ ເປັນຕົ້ນ ສ້າງເສດຖະກິດຄອບຄົວໃນການ ປູກ-ການລ້ຽງໃຫ້ກຸ້ມຢູ່ກຸ້ມກິນທັງ ຜະລິດໃຫ້ຫລາຍກາຍເປັນສິນຄ້າ, ຄອບຄົວຮັ່ງມີຜາສຸກ ທັງລຶບລ້າງ ຄວາມທຸກຍາກໃຫ້ໝົດໄປ ໃນອະ ນາຄົດ. ພ້ອມນີ້ ກໍ່ສືບຕໍ່ຮັກສາມູນ ເຊື້ອນີ້ໄວ້ໃຫ້ໝັ້ນຄົງຕະຫລອດໄປ. ຕະຫລອດໄລຍະ 70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາ ຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກ ໄຊຊະນະ ຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນ ຂວາຂອງຂອງພັກ, ເປັນກະດູກ ສັນຫລັງຂອງຊາດ ທີ່ເຕັມໄປດ້ວຍ ມູນເຊື້ອນໍ້າໃຈຮັກເຊື້ອແພງຊາດ ອັນດູດດື່ມ ມີວັດທະນະທໍາອັນດີ ງາມ ແລະ ມີຄວາມເສຍສະລະອັນ ສູງສົ່ງໃນການປະກອບສ່ວນໃນ ພາລະກໍາປະຫວັດສາດ ແລະ ເຮັດ ສໍາເລັດໜ້າທີ່ຂອງການປະຕິວັດ ປະຊາທິປະໄຕ. ນອກນັ້ນ, ຍັງໄດ້ ອອກແຮງແຂ່ງຂັນປະກອບສ່ວນ ໃນການປົກປັກຮັກສາໝາກຜົນ ຂອງການປະຕິວັດ ແລະ ປະກອບ ສ່ວນອັນສໍາຄັນ ໃນພາລະກິດ ສ້າງສາປະເທດຊາດຢ່າງສະຫງ່າ ຜ່າເຜີຍ. ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມໃຫ້ຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນ ກະດູກສັນຫລັງຂອງປະເທດຊາດ, ເ ປັນຜູ້ສືບທອດທີ່ຈົງຮັກພັກດີ ຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນ ຂະຫຍາຍເປັນການກະທໍາປະຕິວັດ ຂອງຊາວໜຸ່ມ ຊຶ່ງສາມາດຕອບ ສະໜອງໄດ້ຄວາມຮຽກຮ້ອງຕ້ອງ ການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງ ຕົນ ຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃຫ້ກ້າວ ເດີນຕາມເສັ້ນທາງສັງຄົມນິຍົມ. ການເຕີບໃຫຍ່ຂະຫຍາຍຕົວຂອງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ພາຍໃຕ້ການນໍາພາຂອງ ພັກປະຊາ ຊົນ ປະຕິວັດລາວ, ພັກໄດ້ສ້າງຕັ້ງ ອົງການຊາວໜຸ່ມຕະລຸມບອນຂຶ້ນ ໃນວັນທີ 14 ເມສາ 1955 ເພື່ອ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການປະຕິວັດ, ໃນມະຕິຄັ້ງທີ 4 ສະໄໝທີ I ຂອງ ພັກໄດ້ກໍານົດວ່າ: ຕ້ອງເອົາໃຈໃສ່ ຂົນຂວາຍຈັດຕັ້ງຊາວໜຸ່ມ, ເອົາ ວຽກງານການຈັດຕັ້ງສຶກສາອົບ ຮົມຊາວໜຸ່ມ ເປັນວຽກງານທີ່ສໍາ ຄັນອັນດັບໜຶ່ງທີ່ຈະຕ້ອງໄປກ່ອນ ອົງການຈັດຕັ້ງຊາວໜຸ່ມດັ່ງກ່າວ, ໄດ້ກາຍເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມ ປະຕິບັດ ບົດບາດເປັນກໍາລັງປະຈັນບານ. ໃນຕົ້ນປີ 1972 ກອງປະຊຸມ ໃຫຍ່ຄັ້ງທີ II ຂອງພັກ ໄດ້ໄຂຂຶ້ນ ແລະ ປ່ຽນຊື່ຈາກ ພັກປະຊາຊົນ ລາວ ມາເປັນພັກປະຊາຊົນ ປະຕິວັດ ລາວ ດ້ວຍຄວາມເຊື່ອໝັ້ນຕໍ່ພາລະ ບົດບາດຂອງຊາວໜຸ່ມ ພັກໄດ້ເຕົ້າ ໂຮມເອົາຄະນະຊາວໜຸ່ມຕະລຸມ ບອນກໍາລັງປະກອບອາວຸດ ແລະ ຄະນະຊາວໜຸ່ມລາວຮັກຊາດ ເປັນ ອົງການຈັດຕັ້ງດຽວກັນ ແລະ ໃສ່ ຊື່ວ່າ “ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ” ໃນປີ 1983. ໃນ ກອງປະຊຸມໃຫຍ່ຄັ້ງທີ I ຂອງ ຜູ້ແທນຊາວໜຸ່ມທົ່ວປະເທດ ທ່ານ ໄກສອນ ພົມວິຫານ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ນາມມະຍົດ ແລະ ຄໍາ ສັ່ງສອນວ່າ: “ຊາວໜຸ່ມຈົ່ງເປັນດັ່ງ ນົກອິນຊີ ທີ່ບໍ່ຫວັ່ນກວາ ຕໍ່ພະຍຸລົມ ແດງ ເປັນສິນໄຊຂອງຍຸກສະໄໝ ພວກເຮົາ”, ຄໍາສອນດັ່ງກ່າວນີ້ ໄດ້ສ່ອງແສງໃຫ້ພວກເຮົາເຂົ້າໃຈ ຢ່າງເລິກເຊິ່ງວ່າ: ຊາວໜຸ່ມ ຕ້ອງ ມີຄວາມຈົງຮັກພັກດີຕໍ່ພັກຕໍ່ຊາດ ແລະ ປະຊາຊົນ, ຊາວໜຸ່ມຕ້ອງມີ

RkJQdWJsaXNoZXIy MTc3MTYxMQ==