glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ລູກສາວຫລ້າ xtgmf]k; 6 08/04/2025 glf4tdy f{la '7q , -u ;y f{;a fmtotme ໂດຍ: ແສງສະຫວັນ 7;k,gxa o,k0v'[5 oxu .\j ]k; s]n d5 flq 'dko Ih kodkg2 m6 m6 o goA o[= ]y dkomuj xtma [.9.sh ]6 d7h k * ປັດຈຸບັນ ຮ້ານອາຫານປະເພດ ເຄື່ອງດື່ມ ກໍາລັງໄດ້ຮັບຄວາມນິ ຍົມຈາກຜູ້ບໍລິໂພກຈໍານວນຫລວງ ຫລາຍ ເຊິ່ງແຕ່ລະຮ້ານທີ່ປະກອບ ທຸລະກິດນີ້ລ້ວນແລ້ວແຕ່ມີກົນລະ ຍຸວິທີການໃໝ່ໆໃນການດຶງດູດຈິດ ໃຈລູກຄ້າໃຫ້ເຂົ້າມາສໍາຜັດກັບ ຄວາມແຊບທີ່ມີເອກະລັກສະເພາະ ຂອງແຕ່ລະຮ້ານ ທີ່ມີຄວາມແຕກ ຕ່າງກັນ ເນື່ອງຈາກວ່າທຸລະກິດນີ້ ມີຄວາມທ້າທາຍຫລາຍ ຈຶ່ງເຮັດ ໃຫ້ຜູ້ປະກອບການ ຕ້ອງມີແນວຄິດ ສ້າງສັນສິ່ງໃໝ່ໆ ເພື່ອສ້າງຄວາມ ປະທັບໃຈ ແລະ ດຶງດູດລູກຄ້າໃຫ້ ເຂົ້າມາໃຊ້ບໍລິການໃຫ້ຫລາຍຂຶ້ນ. ເໝືອນດັ່ງຮ້ານ ທູທູນ TWO-TONE CAFÉ ກໍເປັນອີກຮ້ານໜຶ່ງທີ່ຂຶ້ນ ຊື່ເລື່ອງເຄື່ອງດ່ືມ ແລະ ເຂົ້າໜົມ ຫວານ. ທ່ານ ບຸນຍະລິດ ວັນທະນຸວົງ ເຈົ້າຂອງຮ້ານ ທູທູນ TWO-TONE CAFÉ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນທີ່ໄດ້ ມາເຮັດທຸລະກິດນີ້ ຍ້ອນຢາກມີລາຍ ໄດ້ເສີມ ເພາະວ່າຕົນເອງເຮັດຮ້ານ ຂາຍເສື້ອ ແລະ ເຄື່ອງກິລາຢູ່ແລ້ວ, ແຕ່ຍ້ອນໄລຍະໂຄວິດ-19 ເຮັດໃຫ້ ທຸລະກິດ ມີການຂະຫຍາຍຕົວຊ້າ ການຄ້າຂາຍ ກໍ່ບໍ່ໄດ້ດີເທົ່າທີ່ຄວນ ໃນຫລາຍໆດ້ານ ຈຶ່ງຕັດສິນໃຈຫາ ອາຊີບເສີມ ເພື່ອສ້າງລາຍຮັບເຂົ້າ ສູ່ຄອບຄົວຕື່ມ ຈຶ່ງໄດ້ເລືອກມາ ເຮັດຮ້ານກາເ¾ ໂດຍໄດ້ເລີ່ມສຶກສາ ກ່ຽວກັບກາເ¾ຈາກການລອງຜິດ ລອງຖືກມາເປັນເວລາດົນ ເພື່ອ ໃຫ້ໄດ້ລົດຊາດທີ່ແຊບຊ້ອຍຖືກໃຈ ລູກຄ້າ. ກ່ອນຈະມາເປີດບໍລິການ ຮ້ານກາເ¾ ປະມານ 2-3 ປີຜ່ານ ມາ ເຫັນວ່າຜົນຕອບຮັບດີຫລາຍ ເພາະແຕ່ມື້ເປີດມາຈົນເຖິງປັດຈຸ ບັນ ເວົ້າໄດ້ວ່າ ສາມາດໄປເຖິງຈຸດ ໝາຍທີ່ຕັ້ງໄວ້ໃນແຕ່ລະເດືອນ ແລະ ກໍມີລູກຄ້າໃໝ່ເຂົ້າມາເລື້ອຍໆ ເນື່ອງ ຈາກວ່າ ໄລຍະທໍາອິດທີ່ເປີດຮ້ານ ການບໍລິການຕ້ອງດີ, ລົດຊາດອາ ຫານຕ້ອງແຊບ ເພື່ອເຮັດໃຫ້ລູກຄ້າ ບອກຕໍ່ປາກຕໍ່ປາກໃຫ້ຫລາຍຄົນ ໄດ້ຮູ້. ພ້ອມດຽວກັນ, ກໍ່ມີທາງສື່ ອອນລາຍ ທີ່ໂຄສະນາ ໂດຍຜ່ານ ເນັດໄອດໍ້ ທີ່ມີຊື່ສຽງໃນປັດຈຸບັນມາ ນໍາສະເໜີຮ້ານໃຫ້, ໄລຍະທີ່ຂາຍ ທຳອິດ ແມ່ນມີ ກາເ¾, ເຂົ້າໜົມ, ແຕ່ປັດຈຸບັນ ກໍມີອາຫານຄາວ ເພີ່ມ ຂຶ້ນມາ ເພື່ອຕອບໂຈດລູກຄ້າ ກໍ່ຄື ເຂົ້າມາໃນຮ້ານ ກໍໄດ້ກິນທັງອາ ຫານຄາວ ແລະ ອາຫານຫວານ, ປັດຈຸບັນທາງຮ້ານໄດ້ເປີດສອນ ການແປຮູບກາເ¾ ໂດຍສະເພາະ ກ່ຽວກັບວິທີເຮັດກາເ¾ ສໍາລັບຄົນ ທີ່ສົນໃຈຢາກປະກອບການຮ້ານ ກາເ¾ ແລະ ມີຈໍາໜ່າຍ ອຸປະກອນ ຕ່າງໆກ່ຽວກັບການແປຮູບກາເ¾ ເພື່ອໃຫ້ນັກຮຽນທີ່ເຂົ້າມາຮຽນ ແລ້ວສົນໃຈ ທາງເຮົາຈໍາໜ່າຍ ເພື່ອ ໃຫ້ເຂົາເຈົ້ານໍາໄປຕໍ່ຍອດຕໍ່ໄປ. ທ່ານ ບຸນຍະລິດ ວັນທະນຸວົງ ເວົ້າເສີມວ່າ: ພາຍຫລັງທີ່ໄດ້ລົງ ມືເຮັດທຸລະກິດນີ້ແລ້ວເຫັນວ່າເສດ ຖະກິດດີຂຶ້ນ ສັງຄົມມີຄວາມນິຍົມ ເພີ່ມຂຶ້ນເລື້ອຍທັງຮ້ານກາເ¾ ແລະ ການບໍລິການສອນການແປຮູບ ກາເ¾. ສໍາລັບທ່ານໃດທີ່ກາຍໄປ, ກາຍ ມາແຖວ ເມືອງຈັນທະບູລີ ກໍຢ່າ ລືມແວ່ຢ້ຽມຢາມ ຮ້ານກາເ¾ທູທູນ ສະຖານທີ່ ຕັ້ງຢູ່ບ້ານທົ່ງສາງນາງ ໜ້າໂຮງຮຽນເລກ 9 ເມືອງຈັນທະ ບູລີ ນະຄອນຫລວງວຽງຈັນ. * ບຸນປີໃໝ່ລາວຫລືກຸດສົງການ ຖືເປັນບຸນປະເພນີຂອງລາວເຮົາ ທີ່ມີມາແຕ່ບູຮານນະການໄດ້ສືບ ທອດກັນມາແຕ່ສະໄໝບູຮານຈົນ ມາເຖິງປັດຈຸບັນນີ້. ພໍແຕ່ຮອດຍາມ ເດືອນສີ່ຕໍ່ໃສ່ເດືອນຫ້າລ່ວງເຂົ້າມາ ເຖິງ (ໝາຍເຖິງເດືອນລາວ) ກໍ່ ພໍດີແມ່ນໄລຍະແຫ່ງການກະກຽມ ເພື່ອສະເຫລີມສະຫລອງສົ່ງທ້າຍ ປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ (ສົ່ງ ພສ ເກົ່າ ຕ້ອນຮັບ ພສ ໃໝ່) ເຊິ່ງເປັນວັນແຫ່ງການໄຂສັງກາດ ໃໝ່ວັນຂຶ້ນປີໃໝ່ ຫລື ບາງທ້ອງຖິ່ນ ມັກນິຍົມເອີ້ນວ່າ: ກຸດສົງການ ເຊິ່ງ ເລີ່ມແຕ່ວັນທີ 14-15-16 ຂອງ ເດືອນເມສາໃນທຸກໆປີ. ວັນທີ 14 ເອີ້ນວ່າວັນສັງຂານລ່ວງ ໝາຍເຖິງ ວັນສົ່ງທ້າຍປີເກົ່າ, ວັນທີ15ວັນສັງ ຂານເນົາ ໝາຍເຖິງວັນລະຫວ່າງ ກາງ ແລະ ວັນທີ 16 ວັນສັງຂານ ຂຶ້ນປີໃໝ່ລາວ. ຄຳວ່າ bກຸດc ສົງການໃນທີ່ນີ້ ກໍຄືໝາຍເຖິງການຂາດ ຫລື ສິ້ນໄປ ຂອງວັນເດືອນປີເກົ່າ ຫລື ຂາດ ຈາກປີເກົ່າ ແລ້ວຕໍ່ໃສ່ປີໃໝ່ຈຶ່ງເອີ້ນ ວ່າ ປີໃໝ່ນັ້ນເອງ. ຕາມປະຫວັດ ຫລື ປະເພນີຂອງວັນຂຶ້ນປີໃໝ່ໄດ້ ມີການກ່າວໄວ້ດັ່ງນີ້: ກ່ອນໜ້ານີ້ ຫລາຍພັນປີຜ່ານມາແລ້ວ ໄດ້ມີບູ ລຸດຜູ້ຍິ່ງໃຫຍ່ທ່ານໜຶ່ງເຊິ່ງມີນາມ ວ່າ: ທ້າວ ທຳມະບານ ກຸມມານ ເປັນຄົນທີ່ມີສະຕິປັນຍາທີ່ແຫລມ ຄົມສະຫລຽວສະຫລາດ ແລະ ມີ ໄຫວພິບປະຕິພານທີ່ສູງສົ່ງສາມາດ ຮຽນຮູ້ຈົບໄຕເພດ (ຮູ້ໂລກທັງສາມ ຄືມະນຸດສະໂລກ, ເທວາໂລກ ແລະ ພົມມະໂລກ), ນອກຈາກນັ້ນ ກໍຍັງ ເປັນຜູ້ຮູ້ພາສາສັດນຳອີກ. ເມື່ອ ຄວາມເກັ່ງກ້າສາມາດຂອງບູລຸດ ທ່ານນີ້ຊ່າລືໄປຮອດໄປເຖິງຫູຂອງ ພະຍາກະບິນລະພົມ (ຜູ້ເປັນໃຫຍ່ ກ່ວາພົມທັງຫລາຍ) ກໍເກີດມີແນວ ຄິດຢາກລົງມາທົດສອບ ຫລື ທົດ ລອງເບິ່ງສະຕິປັນຍາຂອງ ທ້າວ ທຳມະບານ ກຸມມານ, ຢູ່ມາວັນໜຶ່ງ ພະຍາກະບິນລະພົມຈິ່ງຕັດສິນໃຈ ລົງມາເພື່ອທົດລອງເບິ່ງສະຕິປັນ ຍາຂອງທ້າວທຳມະບານກຸມມານ, ຝ່າຍພະຍາກະບິນລະພົມໄດ້ຍື່ນຄຳ ຂາດເປັນຄຳຖາມປິດສະຫນາ 3 ຂໍ້ ເພື່ອໃຫ້ ເປັນໂຈດແກ່ທ້າວທຳມະ ບານກຸມມານຄຳຖາມ 3 ຂໍ້ມີດັ່ງນີ້: 1. ຕອນເຊົ້າລາສີຂອງຄົນ ຢູ່ໃສ 2. ຕອນສວາຍລາສີຂອງຄົນ ຢູ່ໃສ 3. ຕອນຄໍ່າລາສີຂອງຄົນຢູ່ໃສ ຕໍ່ຄຳຖາມທັງ 3 ຂໍ້ນີ້ແມ່ນໃຫ້ ເວລາໃນການຄົ້ນຄິດພິຈາລະນາ 7 ວັນ ຈຶ່ງລົງມາຫາຄຳຕອບ, ແຕ່ ຝ່າຍພະຍາກະບິນລະພົມໄດ້ຕັ້ງເດີມ ພັນໄວ້ວ່າ: ຖ້າຕອບບໍ່ໄດ້ແມ່ນໃຫ້ ຕັດຄໍ ແລະ ຖ້າຕອບຖືກຕົນເອງກໍຂໍ ຍອມຕັດຄໍເຊັ່ນກັນ. ໃນເມື່ອພະຍາ ກະບິນລະພົມກັບໄປແລ້ວ, ບັນຫາ ດັ່ງກ່າວໄດ້ສ້າງຄວາມໜັກອົກໜັກ ໃຈໃຫ້ແກ່ທ້າວທຳມະບານກຸມມານ ຢ່າງມະຫາສານຢູ່ມາຮອດມື້ທີ 6 ກໍຍັງຫາຄຳຕອບບໍ່ໄດ້ ທ້າວຈຶ່ງຕັດ ສິນໃຈຍ່າງໜີອອກຈາກບ້ານ ເພື່ອ ໄປຕາຍເອົາດາບໜ້າດີກວ່າ, ດ້ວຍ ຄວາມອິດເມື່ອໂຮຍແຮງໃນການ ເດີນທາງໝົດມື້ ທ້າວຈິ່ງເຂົ້າໄປ ພັກຜ່ອນຫລັບນອນຢູ່ກ້ອງຮົ່ມຕົ້ນ ຕານຕົ້ນໜຶ່ງຢູ່ແຄມທາງ. ພໍໄກ້ ຮອດຍາມອະລຸນວັນໃໝ່ມາເຖິງ ທ້າວທຳມະບານກຸມມານ ໄດ້ຍິນ ສຽງຂອງນົກອິນຊີສອງຜົວເມຍ ທີ່ນອນຢູ່ເທິງປາຍຕົ້ນຕານ ນັ້ນ ລົມກັນວ່າ: ມື້ອື່ນເຊົ້າພວກເຮົາ ຈະໄປຫາກິນຢູ່ທາງໃດ, ນົກອິນຊີ ໂຕຜົວຕອບເມຍວ່າ: ບໍ່ຍາກມື້ອື່ນ ເຮົາຈະໄດ້ກິນຊີ້ນ ແລະ ເລືອດ ຂອງ ທ້າວ ທຳມະບານ ກຸມມານ ຢ່າງແນ່ນອນ. ເພາະວ່າລາວຕອບ ບັນຫາຂອງພະຍາກະບິນລະພົມ ບໍ່ໄດ້. ອິນຊີໂຕເມຍຖາມ ຜົວວ່າ ບັນຫານັ້ນມີຫຍັງແດ່ເຈົ້າຕອບໄດ້ ບໍ ຝ່າຍຜົວວ່າຕອບໄດ້, ບັນຫາ ມີດັ່ງນີ້: 1. ຕອນເຊົ້າລາສີຂອງຄົນແມ່ນ ຢູ່ໃບໜ້າດັ່ງນັ້ນຕື່ນນອນມາຄົນຈຶ່ງ ມັກລ້າງໜ້າເພື່ອໃຫ້ສະອາດ ແລະ ມີລາສີງົດງາມ. 2. ຕອນສວາຍລາສີຂອງຄົນ ແມ່ນຢູ່ໃນໜ້າເອິກ, ດັ່ງນັ້ນຄົນຈຶ່ງ ມັກເອົານ້ຳລ້າງໜ້າເອິກ. 3. ຕອນຄໍ່າລາສີຂອງຄົນແມ່ນ ຢູ່ຕີນດັ່ງນັ້ນຄົນຈຶ່ງມັກລ້າງຕີນ ແລ້ວຈຶ່ງເຂົ້ານອນ, ທັງນີ້ ກໍເພື່ອ ຄວາມສະອາດ ແລະ ຫ່າງໄກຈາກ ພະຍາດໂລຄາ. ເມື່ອທ້າວ ທຳມະບານ ກຸມມານ ທີ່ນອນຢູ່ໃນກ້ອງຮົ່ມຕານໄດ້ຮູ້ ຄວາມຈຶ່ງທຸກຢ່າງຈາກນົກອິນຊີ ທັງສອງຜົວ-ເມຍຄືແນວນັ້ນກໍ່ມີ ຄວາມຕື່ນເຕັ້ນ, ດີອົກດີໃຈ ແລະ ¾້າວ¾ັ່ງກັບຄືນເມືອບ້ານດ້ວຍ ຄວາມປື້ມປິຕິ, ພໍຮອດເວລານັດ ໝາຍພະຍາກະບິນລະພົມກໍລົງມາ ຕາມສັນຍາ ແລະ ທ້າວ ທຳມະບານ ກຸມມານ ກໍ່ສາມາດຕອບໄດ້ໝົດ ທຸກຂໍ້ ແລະ ຖືກກັບຄວາມຈິງ. ດັ່ງ ນັ້ນ ທັງພະຍາກະບິນລະພົມຈຶ່ງຍິນ ຍອມຕັດຄໍຕົນເອງເພື່ອເປັນການ ຖວາຍບູຊາໃນພູມປັນຍາ ຂອງທ້າວ ທຳມະບານກຸມມານ, ດັ່ງນັ້ນ ພະ ຍາກະບິນລະພົມຈຶ່ງເອີ້ນລູກສາວ ທັງ 7 ຄົນມາຫາ ແລ້ວສັ່ງໃຫ້ເອົາ ພາພານທອງຄຳມາຮອງຮັບເອົາ ຫົວຂອງພໍ່ເພື່ອເອົາໄປໄວ້ໃນຖ້ຳ ພູເຂົາໄກລາດ, ເພາະຫົວຂອງພະ ຍາກະບິນລະພົມຖ້າຕົກໃສ່ນ້ຳ, ອາ ກາດ, ແຜ່ນດິນກໍຈະເປັນພິດເປັນ ໄພສົ່ງຜົນອັນຕະລາຍຕໍ່ມວນມະ ນຸດ. ພໍເຖິງຂວບປີ(ເດືອນຫ້າລາວ) ມາຮອດ, ລູກສາວທັງ 7 ກໍຜັດປ່ຽນ ກັນ ໂຈມພາຂັນອອກມາ ເພື່ອລ້າງ ສວ່າຍ ໃຫ້ຊຸ່ມເຢັນ ແລະ ສະອາດ ເປັນປະຈຳ. ຂະນະດຽວກັນ, ບ່າວ ໄພ່ລາສະດອນ ເຫັນວ່າມີຄວາມຈົບ ງາມແທ້ ຈຶ່ງຈັດຕັ້ງກັນ ເອົານ້ຳອົບ ນ້ຳຫອມ ຫລື ນ້ຳສະອາດມາຫົດ ມາສົງ ແລະ ຈາກມູນເຫດທັງໝົດ ນີ້ ຈຶ່ງເອີ້ນກັນວ່າ:bບຸນຫົດນ້ຳc ຈົນຕາບເທົ່າເຖິງທຸກມື້ນີ້. ¥ບະ¡ບ ¥ບະ¡ບ
RkJQdWJsaXNoZXIy MTc3MTYxMQ==