7005

xtgmf]k; 3 08/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me 64 xu csj 'dkog8u [.spj 0tspkp8q ; 0v'de]a 'xh v'da o7;k,lts'q [xt-k-q o ບົດສະເໜີ ph vo7;k,f5 \a j o vq fmq o c]t lh k'7;k,g0A ,c0'fh ;p8q ogv' 9b j 'gIa f.sh 7v[7q ;Ia j ',u ປູກຝັງ-ລ້ຽງສັດ, ໂດຍປະຕິບັດຕາມ ແນວທາງນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນະເສດຖະກິດ- ສັງຄົມຂອງເມືອງ ວາງອອກ, ຄະ ນະພັກ-ອົງການປົກຄອງເມືອງ, ຂະ ແໜງການທີ່ກ່ຽວຂ້ອງ ກໍ່ໄດ້ເອົາໃຈ ໃສ່ຊຸກຍູ້, ປຸກລະດົມຂົນຂວາຍ ປະຊາຊົນບັນດາເຜົ່າໃນທົ່ວເມືອງ ສຸມໃສ່ການຜະລິດກະສິກຳປູກຝັງ- ລ້ຽງສັດໃຫ້ກຸ້ມຕົນເອງ, ມີສ່ວນ ແຮໄວ້ ແລະ ສົ່ງເສີມໃຫ້ກະສິກອນ ຫັນມາຜະລິດກາຍເປັນສິນຄ້າໃຫ້ ຫລາຍຂຶ້ນ. ໂດຍເຫັນໄດ້ຕໍ່ແນວ ທາງຄືດັ່ງກ່າວ, ຈຶ່ງໄດ້ຕັດສິນໃຈ ຊອກຫາເນື້ອທີ່ທຳການຜະລິດກະສິ ກຳ ໃນເຂດບ້ານຄຳວົງສາ, ເບື້ອງ ຕົ້ນແມ່ນໄດ້ເຂົ້າຮ່ວມກິດຈະກໍາ ການປູກມັນຕົ້ນ ມີເນື້ອທີ່ທັງໝົດ 3 ເຮັກຕາ, ຜົນຜະລິດໄດ້ 6 ໂຕນຕໍ່ ເຮັກ, ສະເລ່ຍເປັນເງິນ 35 ລ້ານກີບ ຕໍ່ປີ ແຕ່ເຫັນວ່າຕະຫລາດເກັບຊື້ມັນ ຕົ້ນໃນເມື່ອກ່ອນບໍ່ທັນກວ້າງຂວາງ ແລະ ລາຄາບໍ່ຄ່ອຍດີ, ລາຍຮັບບໍ່ສາ ມາດຕອບສະໜອງໄດ້ຕາມຄວາມ ຕ້ອງການກັບການຊົມໃຊ້ຕົວຈິງ. ສະນັ້ນ, ຈຶ່ງໄດ້ຫັນປ່ຽນມາປູກ ອ້ອຍ ຕາມກົນໄກ 2+3 ກັບ ບໍລິສັດ ນໍ້າຕານອ້ອຍ ທີທີຊີ ອັດຕະປື ເລີ່ມ ແຕ່ປີ 2018 ເຖິງປັດຈຸບັນນີ້, ໂດຍ ຮຽນຮູ້ ແລະ ນຳໃຊ້ເຕັກນິກວິທະ ຍາສາດກະສິກຳແບບໃໝ່ເຂົ້າໃນ ການຜະລິດໃຫ້ໄດ້ຮັບປະສິດທິຜົນ ສູງ. ໃນປີ 2019 ເລີ່ມຕົ້ນປູກອ້ອຍ ໃນເນື້ອທີ່ 22 ເຮັກຕາ, ໄດ້ເອົາໃຈ ໃສ່ບົວລະບັດຮັກສາໃຫ້ຖືກຕ້ອງ ຕາມເຕັກນິກວິຊາການທີ່ແນະນຳ ໃຫ້ ເຊິ່ງໄດ້ຮັບຜົນຜະລິດປີທຳອິດ 65 ໂຕນຕໍ່ເຮັກຕາ ສະເລ່ຍເປັນ ເງິນໄດ້ 371 ລ້ານກວ່າກີບ, ເຫັນ ວ່າລາຍຮັບຈາກການຂາຍອ້ອຍ ໃນປີທຳອິດ ແມ່ນມີກຳໄລໜ້ອຍ ຍ້ອນວ່າການລົງທຶນໃນເບື້ອງຕົ້ນ ຫລາຍ ແຕ່ເຮົາກໍ່ສາມາດບົວລະບັດ ຮັກສາຕໍອ້ອຍໃໝ່ອີກໃຫ້ໄດ້ 1-2 ປີ ເພື່ອຫລຸດຜ່ອນຕົ້ນທຶນເຂົ້າໃນ ການຜະລິດ. ໂດຍລວມແລ້ວກໍ່ຍັງ ເຫັນວ່າໄດ້ຮັບຜົນດີພໍສົມຄວນຈຶ່ງ ໄດ້ຕັດສິນໃຈຂະຫຍາຍເນື້ອທີ່ປູກ ເພີ່ມອີກຈາກ 22 ເຮັກຕາ ມາເປັນ 42 ເຮັກຕາ, ມາຮອດປັດຈຸບັນຜົນ ຜະລິດ ແລະ ລາຍຮັບຈາກການ ຂາຍອ້ອຍເຫັນວ່າດີຂຶ້ນເລື້ອຍໆ, ສະແດງອອກໃນແຕ່ລະປີສາມາດ ສ້າງລາຍຮັບຈາກການປູກອ້ອຍ * ໃນວັນທີ 5 ເມສາຜ່ານມາ, ແມ່ນວັນແຫ່ງກຳເນີດກຳລັງປ້ອງ ກັນຄວາມສະຫງົບປະຊາຊົນ ຊຶ່ງປີ ນີ້ກໍຄົບຮອບ 64 ປີ (ວັນທີ 5/4/ 1961-5/4/2025). ດັ່ງທີ່ຮູ້ນໍາ ກັນແລ້ວວ່າພັກປະຊາຊົນປະຕິວັດ ລາວ ເປັນຜູ້ສ້າງຕັ້ງ ແລະ ນໍາພາ ໂດຍກົງ, ເດັດຂາດ ແລະ ຮອບດ້ານ ຕໍ່ກຳລັງປ້ອງກັນຄວາມສະຫງົບ, ເປັນກໍາລັງທີ່ແຫລມຄົມຂອງພັກ, ມີຄວາມຈົງຮັກພັກດີ ແລະ ສັດຊື່ ບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ທັງແມ່ນກໍາລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ. ການກຳເນີດຂອງກຳລັງປ້ອງ ກັນຄວາມສະຫງົບປະຊາຊົນແມ່ນ ມີຄວາມໝາຍສຳຄັນທາງດ້ານ ການເມືອງອັນໃຫຍ່ຫລວງໃນປະ ຫວັດສາດຂອງຊາດລາວ; ນັບແຕ່ ມື້ສ້າງຕັ້ງ, ກຳລັງປ້ອງກັນຄວາມ ສະຫງົບໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່, 4 ການພົວພັນໄດ້ເປັນ ຢ່າງດີທັງເຄື່ອນໄຫວປ້ອງກັນ, ຝຶກ ແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມ ພູນຜະລິດຜົນ, ສ້າງພະລາທິການ ກັບທີ່ ທັງລົງຂົນຂວາຍກໍ່ສ້າງຮາກ ຖານເຊິ່ງໄດ້ຮັບຄວາມຮັກແພງ, ອຸ້ມຊູຊ່ວຍເຫລືອຈາກປະຊາຊົນ ຕະຫລອດມາ; ເຖິງວ່າໃນເບື້ອງຕົ້ນ ກຳລັງຍັງອ່ອນນ້ອຍ, ການປະກອບ ພາຫະນະອາວຸດຫລ້າສະໄໝ, ລະ ດັບເຕັກນິກວິທະຍາສາດບໍ່ທັນສູງ ແຕ່ຍ້ອນຄວາມຮຽກຮ້ອງຕ້ອງ ການຂອງປະເທດຊາດ, ກຳລັງປ້ອງ ກັນຄວາມສະຫງົບໄດ້ເດັດດ່ຽວ ເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກ ຄວາມເປັນເອກະລາດ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຕົນ, ບໍ່ ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ ໄດ້ຮ່ວມກັບກອງທັບ ແລະ ປະຊາ ຊົນລາວບັນດາເຜົ່າຕໍ່ສູ້ຕ້ານການ ຮຸກຮານຂອງຈັກກະພັດພາຍນອກ ແລະ ລູກແຫລ່ງຕີນມືຂາຍຊາດ. ຕະຫລອດ ໄລຍະ 64 ປີ ແຫ່ງ ການກໍາເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວຂອງກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນ ພາຍໃຕ້ ການນຳພາຂອງພັກປະຊາຊົນປະ ຕິວັດລາວ ແມ່ນປະຫວັດສາດແຫ່ງ ການທົດສອບອັນໃຫຍ່ຫລວງໃນ ການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອ ຍາດເອົາຄວາມເປັນເອກະລາດ ແຫ່ງຊາດ; ຕະຫລອດໄລຍະທາງ ອັນລະອິດລະອ້ຽວ, ຫຍຸ້ງຍາກລຳ ບາກທີ່ສຸດ ນັ້ນແຕ່ກໍປ່ຽມລົ້ນໄປ ດ້ວຍຜົນງານ, ວິລະກໍາອັນສູງສົ່ງ ແລະ ໄຊຊະນະ ອັນສະຫງ່າລາສີ; ກຳລັງ ປກສ ໄດ້ສາມັກຄີເປັນຈິດ ໜຶ່ງໃຈດຽວໃນການປະຕິບັດໜ້າທີ່ ການເມືອງ, ທັງປະສານ ແລະ ຕໍ່ສູ້ ຢ່າງພິລະອາດຫານ, ຕິດພັນກັບ ການອອກແຮງປັບປຸງ, ກໍ່ສ້າງ ກຳລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ. ກຳລັງປ້ອງກັນຄວາມສະຫງົບປະ ຊາຊົນ ໄດ້ເປັນກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ຂະບວນການຮັກຊາດ ແລະ ພັດທະ ນາຕິດພັນກັບວຽກງານ 3 ສ້າງ ຢ່າງແຂງແຮງ, ເດັດດ່ຽວປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກ, ຮັກສາ ແລະ ເສີມຂະຫຍາຍທາດ ແທ້ປະຕິວັດ, ມູນເຊື້ອອັນດີງາມ ຂອງຊາດ ກໍຄືທາດແທ້, ມູນເຊື້ອ ຂອງກຳລັງປ້ອງກັນຄວາມສະ ຫງົບປະຊາຊົນ, ຝຶກຝົນຫລໍ່ຫລອມ ທັດສະນະ, ຄຸນສົມບັດສິນທຳປະ ຕິວັດ, ຕັ້ງໜ້າປັບປຸງ, ກໍ່ສ້າງກຳລັງ ຂອງຕົນໃຫ້ນັບມື້ເຂັ້ມແຂງໃນທຸກ ດ້ານ,ຮູ້ອີງໃສ່ກຳລັງແຮງສັງລວມ ຂອງທົ່ວປວງຊົນ, ຫັນກຳລັງລົງ ກໍ່ສ້າງຮາກຖານການເມືອງຢ່າງ ແຂງແຮງ, ປັບປຸງອົງການປົກຄອງ ທ້ອງຖິ່ນ, ຊ່ວຍເຫລືອປະຊາຊົນ ປັບປຸງຊີວິດການເປັນຢູ່, ເຮັດໃຫ້ ສະພາບຢູ່ຮາກຖານມີຄວາມສະ ຫງົບໂດຍພື້ນຖານ, ເຮັດໃຫ້ປະຊາ ຊົນບັນດາ ເຜົ່າເຊື່ອໝັ້ນຕໍ່ແນວທາງ ນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນ ກຳລັງປ້ອງກັນຄວາມສະຫງົບ; ສາມາດທັບມ້າງກົນອຸບາຍຍຸດທະ ສາດຫັນປ່ຽນໂດຍສັນຕິ, ການ ກໍ່ຄວາມບໍ່ສະຫງົບ, ແຊກຊຶມ ແລະ ການເຄື່ອນໄຫວເກາະຜິດ, ບຽດຢຶດ ຊາຍແດນຂອງອິດທິກຳລັງປະຕິ ການໄດ້ຢ່າງທັນການ, ຮັບປະກັນ ໃຫ້ປະເທດຊາດມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ປອດໄພໂດຍ ພື້ນຖານ. ຊົມເຊີຍວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບປະຊາຊົນ ຄົບ ຮອບ 64 ປີ ຢ່າງສຸດໃຈ! * ບໍ່ວ່າຈະປະກອບອາຊີບໃດກໍ່ ຕາມ ແມ່ນສາມາດສ້າງລາຍຮັບໄດ້ ທັງນັ້ນ ຂໍພຽງແຕ່ມີຄວາມຄິດ ເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ບວກ ໃສ່ກັບຄວາມດຸໝັ່ນ, ອົດທົນພາກ ພຽນ ກໍຈະເຮັດຄອບຄົວຮັ່ງມີພາ ສຸກໄດ້. ດັ່ງຄອບຄົວຂອງ ທ່ານ ຄໍາ ພັນ ວໍລະແສງ ອາຍຸ 54 ປີ ອາຊີບ ຊາວສວນ ຢູ່ບ້ານ ຄໍາວົງສາ ເມືອງ ພູວົງ ແຂວງອັດຕະປື ຊຶ່ງແມ່ນ ຄອບຄົວຕົວແບບໃນການປູກອ້ອຍ ຕາມກົນໄກ 2+3 ຫລື ເອີ້ນວ່າ: ການລົງທຶນແບບມີສ່ວນຮ່ວມ. ທ່ານ ຄໍາພັນ ວໍລະແສງ ໄດ້ໃຫ້ຮູ້ ວ່າ: ພາຍໃນຄອບຄົວ ມີສະມາຊິກ ທັງໝົດ 7 ຄົນ, ຍິງ 3 ຄົນ. ໃນນັ້ນ, ແຮງງານສົມບູນ 4 ຄົນ, ຍິງ 2 ຄົນ, ແຮງງານສຳຮອງ 2 ຄົນ, ຍິງ 1 ຄົນ. ໃນເມື່ອກ່ອນມີຖິ່ນຖານບ້ານ ເກີດແມ່ນຢູ່ບ້ານຫ້ວຍແຫ້ ເມືອງຈຳ ປາສັກ ແຂວງຈຳປາສັກ ແລະ ເມື່ອ ກ່ອນຄອບຄົວຂອງຂ້າພະເຈົ້າແມ່ນ ຍັງທຸກຍາກລຳບາກພໍສົມຄວນ, ມີ ອາຊີບເຮັດນາປູກເຂົ້າ ເຫັນວ່າຜົນ ຜະລິດໃນແຕ່ລະປີ ໄດ້ພໍແຕ່ກຸ້ມກິນ, ລາຍຮັບບໍ່ພຽງພໍກັບລາຍຈ່າຍ, ທີ່ພັກພາອາໄສກໍ່ເປັນເຮືອນຢ້າວ ທຳມະດາ. ມາຮອດປີ 2017 ຈຶ່ງ ໄດ້ຕັດສິນໃຈຍົກຍ້າຍຄອບຄົວມາຢູ່ ບ້ານຄຳວົງສາ ເມືອງພູວົງ ແຂວງ ອັດຕະປື ເພື່ອຊອກຫາວຽກເຮັດ ງານທຳ, ເຮັດການຜະລິດກະສິກຳ ທະນາແກ້ໄຂຊີວິດການເປັນຢູ່ຂອງ ຄອບຄົວໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ ແລະ ສິ່ງສໍາຄັນ ກໍ່ຍ້ອນຄວາມດຸໝັ່ນ, ຄວາມອົດທົນ, ແນວຄິດຕື່ນຕົວເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ຈຶ່ງ ເຮັດໃຫ້ຄອບຄົວຂອງຂ້າພະເຈົ້າ ຫລຸດພົ້ນອອກຈາກຄວາມທຸກຍາກ ໄດ້ ແລະ ໃນຕໍ່ໜ້າ ຈະສືບຕໍ່ສຶກສາ ຮຽນຮູ້ ແລະ ນຳໃຊ້ເຕັກນິກວິທະຍາ ສາດກະສິກຳສະໄໝໃໝ່, ຫັນເປັນ ກົນຈັກເຂົ້າໃນການຜະລິດຕາມເງື່ອນ ໄຂຕົວຈິງເພື່ອເພີ່ມສະມັດຖະພາບ ແລະ ຜົນຜະລິດກະສິກຳໃຫ້ສູງຂຶ້ນ. ພ້ອມນັ້ນ ກໍ່ຂໍເຊີນຊວນ ແລະ ຍິນດີ ຕ້ອນຮັບບັນດາຜູ້ທີ່ມີຄວາມສົນໃຈ ຢາກໄປສຶກສາຮຽນຮູ້ແລກປ່ຽນ ເອົາບົດຮຽນກ່ຽວກັບວິທີການສ້າງ ເສດຖະກິດຄອບຄົວ ກໍ່ຄືການປູກ ອ້ອຍໃຫ້ໄດ້ຮັບຜົນດີ ນໍາຂ້າພະເຈົ້າ ໄດ້ທຸກເວລາ. ສະເລ່ຍໄດ້ 570 ລ້ານກີບຕໍ່ປີ. ນອກຈາກລາຍຮັບຈາກການປູກ ອ້ອຍແລ້ວ ຍັງມີລາຍຮັບຈາກການ ບໍລິການເປັນຕົ້ນ ການບຸກເບີກ ສວນ, ໄຖສວນ, ຄີບອ້ອຍ, ຂົນ ອ້ອຍ ໃນປີໜຶ່ງສະເລ່ຍລາຍຮັບ ໄດ້ 256 ລ້ານກວ່າກີບຕໍ່ປີ, ລາຍ ຮັບຈາກການຂາຍມັນຕົ້ນ 270 ລ້ານກວ່າກີບຕໍ່ປີ, ລາຍຮັບຈາກ ການຂາຍສັດລ້ຽງອື່ນໆ 50 ລ້ານ ກີບຕໍ່ປີ, ລວມລາຍຮັບທັງໝົດຕົກ ຢູ່ປະມານ 1 ຕື້ກວ່າກີບຕໍ່ປີ. ປັດຈຸ ບັນນີ້ ຄອບຄົວມີເຮືອນຢູ່ຖາວອນ 3 ຫລັງ, ມີລົດກູໂບຕາ 2 ຄັນ, ລົດ ກະບະ 2 ຄັນ, ລົດ 10 ລໍ້ 1 ຄັນ, ລົດ ຄີບອ້ອຍ 1 ຄັນ, ນອກນັ້ນ ຍັງມີສັດ ລ້ຽງ ປະເພດ ງົວ 70 ໂຕ, ຄວາຍ 13 ໂຕ ແລະ ມີເຄື່ອງມືອຸປະກອນ ຮັບໃຊ້ເຂົ້າໃນການຜະລິດພຽຽພໍ, ມີລະບົບນ້ຳໂຊລາເຊວ 3 ບໍ່ນໍາໃຊ້ ເຂົ້າໃນການຫົດອ້ອຍໃນລະດູແລ້ງ. ທ່ານ ຄໍາພັນ ວໍລະແສງ ໄດ້ ກ່າວຕື່ມວ່າ: ຜົນສຳເລັດທັງໝົດ ນັ້ນ ກໍ່ຍ້ອນແນວທາງນະໂຍບາຍ ຂອງພັກ-ລັດ ກໍ່ຄື ຄວາມເອົາໃຈໃສ່ ຂອງຄະນະພັກ-ອົງການປົກຄອງ ເມືອງພູວົງ, ລວມທັງບັນດາຂະ ແໜງການຕ່າງໆທີ່ກ່ຽວຂ້ອງ ຊຶ່ງ ຍາມໃດກໍ່ໄດ້ເອົາໃຈໃສ່ຊີ້ທິດເຍືອງ ທາງ ແລະ ນຳພາ-ຊີ້ນຳ ພ້ອມທັງ ສ້າງເງື່ອນໄຂອຳນວຍຄວາມສະ ດວກໃຫ້ແກ່ປະຊາຊົນບັນດາເຜົ່າ ພາຍໃນເມືອງ ໃຫ້ໄດ້ຮັບການພັດ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==