lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 08/04/2025 xtgmf]k; ສານສະແດງຄວາມເສົ້າ... ນາຍົກລັດຖະມົນຕີຫວຽດນາມ... ງານຊາປະນະກິດສົບ... ເລຂາທິການໃຫຍ່... ສະຫາຍພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ. ພວກຂ້າພະເຈົ້າຂໍສົ່ງຄວາມ ອາໄລອາວອນມາຍັງຄອບຄົວໂດຍ ສະເພາະສະຫາຍສອນໄຊສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ແລະ ປະຊາຊົນລາວທຸກຖ້ວນໜ້າ. ພວກຂ້າພະເຈົ້າຂໍແບ່ງເບົາຄວາມ ໂສກເສົ້ານີ້ ໃນໄລຍະເວລາແຫ່ງ ຄວາມໂສກເສົ້າເສຍໃຈເພື່ອບັນເທົາ ຄວາມໂສກເສົ້າຂອງພວກສະຫາຍ ແລະ ຈົດຈໍາການຕໍ່ສູ້ປະຕິວັດຂອງ ອະດີດປະທານ ຄໍາໄຕ ສີພັນດອນ. ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ຟ້າມ ມິງ ຈິງ ກໍາມະ ການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ນາຍົກລັດ ຖະມົນຕີແຫ່ງ ສສຫວຽດນາມ ພ້ອມ ດ້ວຍຄະນະໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລຕໍ່ການຈາກ ໄປບໍ່ມີວັນຫວນກັບມາຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດ ປະທານຄະນະບໍລິຫານງານສູນກາງ ພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ. ການເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລຂອງສະຫາຍ ຟ້າມ ມິງ ຈິງ ພ້ອມດ້ວຍຄະນະໃນ ຄັ້ງນີ້, ເພື່ອສະແດງຄວາມໂສກເສົ້າ, ເສຍໃຈ ແລະ ອາໄລອາວອນ ຢ່າງ ສຸດຊຶ້ງຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງແມ່ນ ການສູນເສຍທີ່ໃຫຍ່ຫລວງສຳລັບ ພັກ, ລັດ, ປະຊາຊົນລາວ, ການນໍາ ແລະ ປະຊາຊົນຫວຽດນາມ ສູນ ເສຍເພື່ອນຜູ້ໃຫຍ່, ສະຫາຍທີ່ໃກ້ຊິດ, ຂປລ. ງານຊາປະນະກິດສົບ ລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນ ວັນທີ 2 ເມສາ 2025 ຈັດຂຶ້ນ ຢ່າງສົມກຽດໃນວັນທີ 7 ເມສາ 2025 ນີ້, ຢູ່ເດີ່ນພະທາດຫລວງ ວຽງຈັນ ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ສຸຣິ ຍະ ຈຶ່ງຣຸ່ງເຣືອງກິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ແຫ່ງ ຣາຊະ ອານາຈັກໄທ, ມີບັນດາການນຳ ຂັ້ນສູງພັກ, ລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນພາຍໃນນະ ຄອນ ຫລວງວຽງຈັນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນອ່ານບົດ ສະດຸດີເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງມີເນື້ອໃນບາງຕອນ ວ່າ: ຜ່ານການເຄື່ອນໄຫວປະຕິວັດ ຕະຫລອດເວລາເກືອບ 8 ທົດສະ ວັດທີ່ຜ່ານມາໄດ້ຢືນຢັນຢ່າງໜັກ ແໜ້ນວ່າສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກເຄື່ອນໄຫວປະຕິ ວັດທີ່ໂດດເດັ່ນ, ເດັດດ່ຽວໜຽວແໜ້ນ ຂອງພັກເຮົາ ເຊິ່ງຕະຫລອດໄລຍະ ແຫ່ງຊີວິດປະຕິວັດຂອງເພິ່ນຍາມໃດ ກໍມີຄວາມຟົດຟື້ນຫ້າວຫັນ, ມີຄວາມ ມຸ່ງໝັ້ນໃນອຸດົມການ, ກຳແໜ້ນແນວ ທາງນະໂຍບາຍຂອງພັກ ແລະ ມີ ວິໄສທັດແຫລມຄົມ; ເພິ່ນໄດ້ປະກອບ ສ່ວນອັນໃຫຍ່ຫລວງເຂົ້າໃນການ ຈັດຕັ້ງນໍາພາ ພາລະກິດປະຕິວັດ ຂອງພັກ ນັບແຕ່ພັກເຮົາໄດ້ຮັບການ ສ້າງຕັ້ງຂຶ້ນໃຫ້ຂະຫຍາຍຕົວເປັນ ກ້າວໆຈົນກ້າວສູ່ໄຊຊະນະຢ່າງ ສົມບູນ. ສະຫາຍ ປະທານ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດທີ່ ມີວິໄສທັດອັນກວ້າງໄກທາງການ ເມືອງ ແລະ ນັກຍຸດທະສາດການ ທະຫານທີ່ໂດດເດັ່ນ, ເປັນນັກບັນ ຊາການກອງກໍາລັງສູ້ຮົບທີ່ເດັດ ດ່ຽວໜຽວແໜ້ນ, ທັງເປັນຜູ້ສຶກ ສາອົບຮົມກໍ່ສ້າງກໍາລັງປະກອບ ອາວຸດໃຫ້ມີຄວາມສາມາດຕ້ານ ທານສັດຕູຜູ້ຮຸກຮານທີ່ມີກຳລັງ ເໜືອກວ່າເປັນຫລາຍຮ້ອຍເທົ່າ ໃຫ້ປະລາໄຊລົງ. ສະຫາຍເປັນຜູ້ ມີຄວາມສາມາດຄາດຄະເນການ ຜັນແປຂອງສະຖານະການຢ່າງ ຖືກຕ້ອງເພື່ອເປັນເຈົ້າການໃນການ ແກ້ໄຂໄວ້ລ່ວງໜ້າຢ່າງແມ່ນຢໍາ; ສະຫາຍໄດ້ເປັນເພື່ອນຮ່ວມຮົບທີ່ ໃກ້ຊິດທີ່ສຸດຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫລ່ ກັບຜູ້ນໍາຄົນອື່ນໆ ໃນການຄົ້ນຄວ້າ ກໍານົດແນວທາງແຜນນະໂຍບາຍ ໄລສະແດງຄວາມເສົ້າສະຫລົດໃຈ ແລະ ຮ່ວມພິທີຊາປະນະກິດສົບ ລະດັບຊາດຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສຂອງພັກ ປະຊາຊົນປະຕິວັດລາວທີ່ໄດ້ມໍລະນະ ກໍາໃນວັນທີ 2 ເມສາ 2025. ສະຫາຍເລຂາທິການໃຫຍ່ ປະ ທານປະເທດ ທອງລຸນ ສີສຸລິດ ໄດ້ ຕາງໜ້າໃຫ້ຄະນະບໍລິຫານງານ ສູນກາງພັກ, ສະພາແຫ່ງຊາດ, ລັດ ຖະບານ ແຫ່ງ ສປປ ລາວ, ສູນກາງ ແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ສະຫາຍ ນາຍົກ ລັດຖະມົນຕີ ຟ້າມ ມິງຈິງ ທີ່ໄດ້ນໍາ ພາຄະນະຜູ້ແທນຂັ້ນສູງພັກ, ລັດ ແລະ ຍຸດທະສາດ, ຍຸດໂທບາຍ ກໍຄື ຍຸດທະວິທີປະຕິວັດທີ່ຖືກຕ້ອງ, ສອດ ຄ່ອງໃຫ້ແກ່ການປະຕິວັດລາວ ໃນ ແຕ່ລະໄລຍະ; ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນ ດາຜູ້ນໍາຂອງພັກເຮົາທີ່ກໍາຄັນທຸງ ແຫ່ງຄວາມສາມັກຄີເປັນເອກະພາບ ຢູ່ພາຍໃນພັກ ແລະ ໃນຖັນແຖວກໍາ ລັງປະຕິວັດ ກໍຄື ປວງຊົນລາວທັງ ຊາດ, ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມ ເຄົາລົບນັບຖືແລະ ເຊື່ອໝັ້ນຈາກການ ຈັດຕັ້ງ ແລະ ເພື່ອນສະຫາຍຮ່ວມ ອຸດົມການ ແລະ ເພື່ອນຮ່ວມງານ ຕະຫລອດມາ, ທັງໄດ້ຮັບຄວາມເຄົາ ລົບນັບຖື, ເຊື່ອໝັ້ນໄວ້ວາງໃຈຢ່າງ ສູງສົ່ງຈາກປະຊາຊົນຊັ້ນຄົນຕ່າງໆ ຂອງປະເທດເຮົາ. ຄຸນສົມບັດສິນທຳປະຕິວັດອັນ ໂດດເດັ່ນ ແລະ ໜັກແໜ້ນຂອງ ສະຫາຍປະທານ ຄໍາໄຕ ສີພັນດອນ ນັ້ນ ແມ່ນລວມຍອດຢູ່ທີ່ຄວາມຈົງ ຮັກພັກດີ, ຄວາມບໍລິສຸດຜຸດຜ່ອງ ຕໍ່ພັກຕໍ່ປະເທດຊາດ; ເວລາໃດ ສະຫາຍກໍຖືຜົນປະໂຫຍດຂອງພັກ ແລະ ຂອງຊາດເໜືອກວ່າສິ່ງອື່ນໃດ, ນໍ້າໃຈຮັກຊາດອັນດູດດື່ມ, ນໍ້າໃຈ ຮັບໃຊ້ປະຊາຊົນຢ່າງບໍ່ມີຂອບເຂດ ຂອງສະຫາຍ ປະທານ ຄຳໄຕ ສີພັນດອນ ແມ່ນສະແດງອອກເຖິງ ຄວາມກ້າຫານເດັດດ່ຽວຕໍ່ສູ້ຕ້ານ ກັບສັດຕູຂອງປະເທດຊາດ ແລະ ຂອງປະຊາຊົນໃຫ້ປະລາໄຊລົງ. ອີກ ອັນໜຶ່ງທີ່ສະແດງອອກເຖິງຄວາມ ໂດດເດັ່ນຂອງຄຸນສົມບັດສິນທຳ ປະຕິວັດຂອງສະຫາຍ ປະທານ ຄຳໄຕ ສີພັນດອນ ກໍຄື ການອຸທິດ ຕົນໃຫ້ພາລະກິດປະຕິວັດ, ໃຫ້ ຄວາມເປັນເອກະລາດແຫ່ງຊາດ, ໃຫ້ແກ່ການພັດທະນາປະເທດຊາດ ແລະ ສ້າງຄວາມຢູ່ດີກິນດີໃຫ້ແກ່ ປະຊາຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍໃນ ຕະຫລອດຊີວິດຂອງເພິ່ນ; ຄວາມ ເປັນແບບຢ່າງໃນການດຳລົງຊີວິດ ທີ່ປອດໄສຂາວສະອາດ, ລຽບງ່າຍ, ປະຢັດມັດທະຍັດ, ໃກ້ຊິດມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ, ເອື້ອເຟື້ອ ເຜື່ອແຜ່ຕໍ່ເພື່ອນຮ່ວມງານ, ແຕ່ເຂັ້ມ ງວດໃນດ້ານຫລັກການ, ເຄັ່ງຄັດຕໍ່ ລະບຽບວິໄນ, ເຮັດວຽກມີປະຊາທິ ປະໄຕ ແລະ ຕົກລົງເປັນໝູ່ຄະນະ ຂອງປະທານ ຄຳໄຕ ສີພັນດອນ ນັ້ນ ຖືວ່າເປັນບົດຮຽນອັນລໍ້າຄ່າໃຫ້ຄົນ ຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປຂອງພັກ ແລະ ຂອງຊາດເຮົາ. ດ້ວຍຜົນງານຄຸນງາມຄວາມດີ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ທີ່ໄດ້ອຸທິດເຫື່ອແຮງ ສະຕິປັນຍາ ແລະ ກຳລັງວັງຊາ ໃຫ້ແກ່ພາລະກິດຕໍ່ສູ້ເພື່ອປົດປ່ອຍ ຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດຊີວິດຂອງສະຫາຍ. ສະນັ້ນ, ສະຫາຍຈຶ່ງໄດ້ຮັບການ ຍ້ອງຍໍສັນລະເສີນຈາກການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ເປັນ ຈໍານວນຫລວງຫລາຍເຊັ່ນ: ຫລຽນ ຄໍາແຫ່ງຊາດ ຈໍານວນ 2 ຫລຽນ; ຫລຽນໄຊອິດສະຫລະ ຊັ້ນ I ແລະ ຊັ້ນ II ຈໍານວນ 4 ຫລຽນ; ຫລຽນໄຊ ປະຕິວັດຊະນະເລີດ ຊັ້ນ I, ຊັ້ນ II ແລະ ຊັ້ນ III ຈໍານວນ 3 ຫລຽນ; ຫລຽນໄຊ ແຮງງານ ຊັ້ນ I, ຊັ້ນ II ແລະ ຊັ້ນ III ຈໍານວນ 19 ຫລຽນ; ຫລຽນກາ ຕໍ່ຕ້ານຝຣັ່ງ 1 ຫລຽນ; ຫລຽນກາ ຕໍ່ຕ້ານອາເມລິກາ 1 ຫລຽນ; ຫລຽນ ກາລະນຶກ 5 ປີ ແຫ່ງ ສປປ ລາວ 1 ຫລຽນ; ຫລຽນກາລະນຶກ 50 ປີ ຂອງພັກ 1 ຫລຽນ ແລະ ຫລຽນ ກາລະນຶກ 70 ປີຂອງພັກ 1 ຫລຽນ. ນອກຈາກນັ້ນ, ຍັງໄດ້ຮັບຫລຽນ ກຽດຕິຍົດລະດັບສູງ ຈາກປະເທດ ເພື່ອນມິດເປັນຈໍານວນຫລາຍ. ການຈາກໄປຂອງສະຫາຍ ປະທານ ຄໍາໄຕ ສີພັນດອນ ເປັນ ການສູນເສຍຜູ້ເປັນການນຳຍຸດທະ ສາດ, ສູນເສຍນັກການເມືອງຜູ້ປີ ຊາສາມາດ, ນັກຍຸດທະສາດການ ທະຫານຜູ້ອົງອາດກ້າແກ່ນ ແລະ ນັກພັດທະນາເສດຖະກິດ-ສັງຄົມ ຜູ້ມີຄວາມສາມາດໂດດເດັ່ນ, ນັກ ການທູດ ແລະ ການເມືອງຕ່າງປະ ເທດທີ່ແຫລມຄົມ ຂອງພັກ ແລະ ຂອງຊາດເຮົາໄປຢ່າງບໍ່ມີວັນກັບ ມາ, ແຕ່ເພິ່ນໄດ້ປະ ມູນມໍລະດົກຕົກ ທອດອັນລໍ້າຄ່າ, ຄຸນງາມຄວາມດີ ແລະ ບົດຮຽນອັນປະເສີດໄວ້ນໍາ ພວກເຮົານັ້ນ ຄື : ນໍ້າໃຈຮັກຊາດ ອັນດູດດື່ມ ແລະ ສູງສົ່ງ, ຄວາມ ຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາ ຊົນລາວບັນດາເຜົ່າ ແລະ ຕໍ່ລະບອບ ປະຊາທິປະໄຕປະຊາຊົນ; ຄວາມ ເຊື່ອໝັ້ນຕໍ່ເສັ້ນທາງກ້າວຂຶ້ນຂອງ ປະເທດຊາດ; ນໍ້າໃຈພິລະອາດຫານ ແລະ ຄວາມເສຍສະລະອັນສູງ ສົ່ງ, ຖືເອົາຜົນປະໂຫຍດລວມຂອງ ຊາດ, ຂອງປະຊາຊົນເໜືອກວ່າ ສິ່ງໃດໝົດ; ອຸທິດເຫື່ອແຮງ, ສະຕິ ປັນຍາ ເພື່ອພາລະກິດຕໍ່ສູ້ປົດປ່ອຍ ຊາດ ແລະ ພາລະກິດປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ເພື່ອຄວາມຢູ່ດີມີສຸກຂອງປະຊາຊົນ ແລະ ຄວາມຈະເລີນວັດທະນາຂອງ ປະເທດຊາດ; ບົດຮຽນພຶດຕິກໍາໃນ ການນໍາພາກໍ່ສ້າງ, ປັບປຸງກໍາລັງ ປະກອບອາວຸດປະຊາຊົນມີໄຫວພິບ, ສະຫລາດຄ່ອງແຄ້ວໃນການບັນຊາ ສູ້ຮົບ ແລະ ສູ້ຮົບມີໄຊ; ບົດຮຽນພຶດ ຕິກໍາໃນການກໍ່ສ້າງຮາກຖານການ ເມືອງ, ສ້າງບ້ານປ້ອມໝັ້ນ ແລະ ກຸ່ມ ບ້ານສູ້ຮົບຕິດລຽນ ກໍຄື ການສ້າງ ທ່າສະໜາມປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ສາມຂັ້ນ; ຄວາມ ເອົາໃຈໃສ່ ແລະ ຖືສໍາຄັນຢ່າງສະເໝີ ຕົ້ນສະເໝີປາຍຕໍ່ວຽກງານກໍ່ສ້າງ, ປັບປຸງລະບົບການເມືອງຢູ່ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ; ຄວາມເປັນ ຫລັກແຫລ່ງ ແລະ ຄັນທຸງແຫ່ງ ການເຕົ້າໂຮມຄວາມສາມັກຄີເປັນ ປຶກແຜ່ນຂອງປະຊາຊົນລາວບັນດາ ເຜົ່າ ແລະ ຊັ້ນຄົນຕ່າງໆຂອງຊາດ ລາວ; ເດັດດ່ຽວຕ້ານທຸກປະກົດການ ທີ່ຝືນກັບຫລັກການ ແລະ ລະບຽບ ວິໄນ ເພື່ອປົກປ້ອງຄວາມປອດໃສ ຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍ ໃຫ້ມີການປະພຶດປະຕິບັດທີ່ເປັນແບບ ຢ່າງນໍາໜ້າ; ການສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ ກວ້າງຂວາງ, ເລິກເຊິ່ງກັບປະເທດ ເພື່ອນມິດໃນພາກພື້ນ ແລະ ສາກົນ ດ້ວຍວິໄສທັດອັນກວ້າງໄກ ແລະ ໜັກແໜ້ນ. ສະຫາຍ ທອງລຸນ ສີສຸລິດ ຍັງ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ດວງວິນ ຍານຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ວ່າ: ຈະສືບຕໍ່ປະຕິບັດ ພາລະກິດປົກປັກຮັກສາ ແລະ ເສີມ ຂະຫຍາຍໝາກຜົນຂອງການປະຕິ ວັດທີ່ພວກເຮົາຍາດມາໄດ້ນັ້ນ ໄວ້ ຢ່າງໝັ້ນຄົງ ແລະ ຈະສືບຕໍ່ເພີ່ມທະ ວີຄວາມສາມັກຄີເປັນເອກະພາບ ພາຍໃນພັກ-ລັດ ແລະ ກໍາລັງປະ ກອບອາວຸດ ກໍຄື ຄວາມສາມັກຄີທົ່ວ ປວງຊົນລາວທັງຊາດ ແລະ ສືບຕໍ່ ພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ; ເຮັດ ໃຫ້ອຸດົມການຂອງພັກ ແລະ ຄວາມ ມຸ່ງຫວັງຂອງປະຊາຊົນທັງຊາດ ກໍຄື ຂອງສະຫາຍເອງໃຫ້ປະກົດ ຜົນເປັນຈິງ. ພ້ອມນັ້ນ ກໍຈະສືບຕໍ່ ເບິ່ງແຍງຄອບຄົວ ແລະ ຊ່ວຍເຫລືອ ກໍ່ສ້າງລູກຫລານຂອງສະຫາຍໃຫ້ ສືບຕໍ່ປະກອບສ່ວນເຂົ້າໃນການ ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາສືບຕໍ່ໄປ. ຂ່າວ: ທະນູທອງ ພາບ: ພະແນກຮູບພາບ ສະໜິດສະໜົມ, ຍາມໃດກໍປະກອບ ສ່ວນຢ່າງສຸດກຳລັງຂອງຕົນ ເພື່ອ ພາລະກິດປະຕິວັດຂອງສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງ ແລະ ສາຍພົວພັນພິເສດຫວຽດນາມ-ລາວ. ພ້ອມນີ້, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຍັງແມ່ນໜຶ່ງໃນ ການນຳຮຸ່ນທຳອິດຂອງພັກເຮົາ ທີ່ໄດ້ເປັນຫລັກແຫລ່ງ ແລະ ແກນ ນຳຂອງສູນກາງພັກນຳພາ-ຊີ້ນຳ ການປະຕິວັດຊາດ-ປະຊາທິປະໄຕ ໃນເມື່ອກ່ອນ ແລະ ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ກໍຄື ເປັນຜູ້ ນໍາໃນການຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ ຮອບດ້ານ ມີ ຫລັກການຂອງພັກເຮົາ, ສະຫາຍ ແມ່ນນັກຮັກຊາດ, ແມ່ນນັກປະຕິ ວັດ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງ ພັກ, ຂອງຊາດເຮົາ, ຕະຫລອດ ຊີວິດຂອງເພີ່ນໄດ້ອຸທິດສະຕິປັນ ຍາ, ກຳລັງວັງຊາເພື່ອພາລະກິດ ປະຕິວັດຂອງພັກເຮົາເພື່ອການພັດ ທະນາປະເທດຊາດ ແລະ ຄວາມ ຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນ ດາເຜົ່າ. ຂ່າວ: ທະນູທອງ; ພາບ: ເກດສະໜາ ແລະ ປະຊາຊົນຫວຽດນາມ ອ້າຍ ນ້ອງເດີນທາງມາຮ່ວມວາງພວງ ມາລາໄວ້ອາໄລ ແລະ ຮ່ວມພິທີ ຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງເປັນການໃຫ້ຄວາມສຳຄັນຢ່າງ ສູງ ແລະ ການບິແບ່ງຄວາມເສົ້າ ໂສກເສຍດາຍຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ທັງ ເປັນການສະແດງໃຫ້ເຫັນນໍ້າໃຈແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ລາວ-ຫວຽດນາມ ເຊິ່ງຍາມໃດການນໍາຂອງສອງ ພັກ, ສອງລັດ ກໍໄດ້ຢັ້ງຢືນໃຫ້ການ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຄຽງບ່າຄຽງໄຫລ່ກັນ ຕະຫລອດມາ. ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ທອງລຸນ ສີສຸລິດ ຍັງ ໄດ້ຕີລາຄາວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນໜຶ່ງໃນບັນດາ ສະຫາຍການນໍາຮຸ່ນທໍາອິດຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ ເປັນຫລັກແຫລ່ງ ແລະ ແກນນໍາ ຂອງສູນກາງພັກນໍາພາ-ຊີ້ນໍາ ການ ປະຕິວັດຊາດ ປະຊາທິປະໄຕ ໃນ ເມື່ອກ່ອນ ແລະ ພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ, ຕະຫລອດຊີວິດຂອງ ສະຫາຍໄດ້ອຸທິດສະຕິປັນຍາ, ກໍາລັງ ວັງຊາເພື່ອພາລະກິດປະຕິວັດ, ເພື່ອ ການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນ ລາວບັນດາເຜົ່າ. ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການນຳຜູ້ ໜື່ງທີ່ໄດ້ປະກອບສ່ວນຢ່າງໃຫຍ່ ຫລວງເຂົ້າໃນການເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບ ລາວຫວຽດນາມ, ສະຫາຍໄດ້ມີຄວາມ ຮັກແພງສະໜິດສະໜົມໃກ້ຊິດຕິດ ແທດກັບບັນດາສະຫາຍການນໍາ ຂອງພັກ, ລັດຫວຽດນາມ; ການທີ່ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງພັກ, ລັດຫວຽດນາມ ເດີນທາງ ມາວາງພວງມາລາໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນາກິດສົບຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນການໃຫ້ກຳລັງໃຈອັນແຮງກ້າ ແລະ ເປັນການບິແບ່ງຄວາມທຸກ ໂສກຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ມີຕໍ່ກັບພັກ, ລັດ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວສີພັນດອນ. ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງຈິງ ກໍໄດ້ຕາງໜ້າສູນກາງ ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະ ເທດຊາດ ຫວຽດນາມ ສະແດງຄວາມເສົ້າ ສະຫລົດໃຈ ແລະ ອາໄລອາວອນ ຢ່າງສຸດຊຶ້ງຕໍ່ການມໍລະນະກຳຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ. ການຈາກໄປຂອງສະຫາຍບໍ່ພຽງແຕ່ ເປັນການສູນເສຍອັນໃຫຍ່ຫລວງ ສຳລັບພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແຕ່ຍັງເປັນການ ສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມ ທີ່ສຸດຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນນັກຮົບປະຕິ ວັດຂອງລາວ ຜູ້ທີ່ເຄີຍຄຽງບ່າຄຽງ ໄຫລ່ຮ່ວມກັບບັນດານັກຮົບປະຕິ ວັດຂອງຫວຽດນາມ ຕໍ່ສູ້ອັນຍືດເຍື້ອ ຍາວນານ ໃນພາລະກິດແຫ່ງການຕໍ່ ສູ້ກູ້ຊາດຂອງສອງປະເທດໃນເມື່ອ ກ່ອນ. ສະຫາຍຍາມໃດກໍໄດ້ໃຫ້ການ ສະໜັບສະໜູນຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງປະຊາຊົນຫວຽດນາມ ແລະ ໄດ້ ປະກອບສ່ວນສຳຄັນຫລວງຫລາຍ ເຂົ້າໃນການເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມລາວ; ຕີລາຄາສູງຕໍ່ການອຸທິດອັນ ໃຫຍ່ຫລວງຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ໃນພາລະກິດຕໍ່ສູ້ ຍາດເອົາເອກະລາດແຫ່ງຊາດຂອງ ປະຊາຊົນລາວໃນເມື່ອກ່ອນ ກໍຄື ໃນ ພາລະກິດປ່ຽນແປງໃໝ່, ປົກປັກ ຮັກສາ, ສ້າງສາ ແລະ ພັດທະນາ ປະເທດຊາດຂອງ ສປປ ລາວ ໃນ ປັດຈຸບັນ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຂໍແບ່ງເບົາຄວາມເສົ້າ ສະຫລົດໃຈອັນສຸດຊຶ້ງ ແລະ ແບ່ງປັນ ຄວາມທຸກໂສກທີ່ສຸດມາຍັງພັກ, ລັດ, ຄະນະກຳມະການສູນກາງແນວ ລາວສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວອ້າຍນ້ອງ ແລະ ຄອບຄົວຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມ ທຸກໂສກເສຍດາຍອັນໃຫຍ່ຫລວງນີ້ ໂດຍໄວ. ສອງຝ່າຍຍັງໄດ້ຂອບໃຈຢ່າງສູງ ຕໍ່ການສະໜັບສະໜູນ, ຊ່ວຍເຫລືອ ຂອງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ໃນພາລະກິດຕໍ່ສູ້ ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນ ພາລະກິດປົກປັກຮັກສາ ແລະ ພັດ ທະນາຂອງແຕ່ລະປະເທດ ໃນປັດຈຸ ບັນ. ພ້ອມທັງຕີລາຄາສູງຕໍ່ໝາກຜົນ ຂອງການຮ່ວມມືລະຫວ່າງສອງພັກ, ສອງລັດ ໃນໄລຍະຜ່ານມາ ແລະ ຢືນ ຢັ້ນວ່າ ຈະສືບຕໍ່ຊີ້ນຳບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ສອງປະເທດ ຈັດຕັ້ງຜັນຂະຫຍາຍ ບົດບັນທຶກຂໍ້ຕົກລົງຂອງການນຳຂັ້ນ ສູງຂອງສອງພັກ ໃຫ້ມີປະສິດທິພາບ ຍິ່ງໆຂຶ້ນ; ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ແລະ ຫວຽດນາມ-ລາວ ໃຫ້ ນັບມືສວຍສົດງົດງາມຍິ່ງຂຶ້ນ. ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==