7004

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 07/04/2025 glf4tdy f{la '7q , ot3p[kp8+ z6h ,u zq o'ko c]t ,kf8tdko 8+ z6 h ]tg,u f0v'dq f\kp;j kfh ;p1kgl[8y f ໂດຍ: ແສງສະຫວັນັນ ແຫລ່ງຂໍ້ມູນຈາກ: ອົງການທ່ອງທ່ຽວ່ໍູ້ົ່່ ແຫ່ງຊາດ່ ງ zkrtg9Q k 95 f-q ,my ;ma f7;k,l;p'k,0v'8q ;g,n v'vto5 ;q ' * ກົດໝາຍວ່າດ້ວຍຢາເສບຕິດ ແມ່ນກົດໝາຍໜຶ່ງທີ່ກຳນົດຫລັກ ຖານ, ລະບຽບການ ແລະ ມາດຕະ ການກ່ຽວກັບການຄວບຄຸມ, ສະກັດ ກັ້ນ ແລະ ຕ້ານຢາເສບຕິດ ແນໃສ່ ເຮັດໃຫ້ທົ່ວສັງຄົມລາວມີຄວາມ ປອດຈາກຢາເສບຕິດເກືອດຫ້າມ, ປະຊາຊົນລາວບັນດາເຜົ່າມີສຸຂະ ພາບເຂັ້ມແຂງ ສາມາດປະກອບ ສ່ວນເປັນກຳລັງແຮງເຂົ້າໃນການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ. ແນວໃດກໍຕາມກົດ ໝາຍວ່າດ້ວຍຢາເສບຕິດມີຫລາຍ ພາກ, ໝວດ ແລະ ຫລາຍມາດຕາ ທີ່ໜ້າສົນໃຈ, ແຕ່ມື້ນີ້ “ຄໍລຳຊີວິດ ກົດໝາຍ” ຂໍຍົກເອົາພາກທີ VIII ກ່ຽວນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ມານຳສະ ເໜີໃຫ້ທ່ານຜູ້ອ່ານໄດ້ຮັບຮູ້. ຢູ່ໃນກົດໝາຍວ່າດ້ວຍຢາເສບ ຕິດ ພາກທີ VIII: ນະໂຍບາຍຕໍ່ຜູ້ມີ ຜົນງານ ແລະ ມາດຕະການຕໍ່ຜູ້ລະ ເມີດ. ໃນນັ້ນ, ໝວດທີ 1 ນະໂຍບາຍ ຕໍ່ຜູ້ມີຜົນງານ. ມາດຕາ 70. ນະໂຍບາຍຕໍ່ພະ ນັກງານ, ເຈົ້າໜ້າທີ່. ພະນັກງານ, ເຈົ້າໜ້າທີ່ ແລະ ການຈັດຕັ້ງທີ່ມີຜົນງານໃນການປະ ຕິບັດກົດໝາຍວ່າດ້ວຍຢາເສບ ຕິດເປັນຕົ້ນກ່ຽວກັບການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາ ເສບຕິດ ຈະໄດ້ຮັບການຍ້ອງຍໍ, ບຳ ເນັດ ຫລື ນະໂຍບາຍອື່ນ ຕາມທີ່ໄດ້ ກຳນົດໄວ້ໃນລະບຽບການສະເພາະ. ມາດຕາ 71. ນະໂຍບາຍຕໍ່ຜູ້ໃຫ້ ຄວາມຮ່ວມມື. ບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ ປະກອບສ່ວນເຂົ້າໃນການຄວບ ຄຸມ, ສະກັດກັ້ນ ແລະ ຕ້ານຢາເສບ ຕິດ ດ້ວຍການເຂົ້າຮ່ວມງານ, ໃຫ້ຂໍ້ ມູນ-ຂ່າວສານແລະອື່ນໆຈະໄດ້ຮັບ ການຍ້ອງຍໍ, ບຳເນັດ, ການປິ່ນປົວ ແລະ ນະໂຍບາຍອື່ນ ຢ່າງເໝາະສົມ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ການສະເພາະ. ໝວດທີ 2 ມາດຕະການຕໍ່ຜູ້ ລະເມີດ ມາດຕາ 72. ມາດຕະການຕໍ່ ຜູ້ລະເມີດ. ບຸກຄົນຫລືການຈັດຕັ້ງທີ່ໄດ້ລະ ເມີດກົດໝາຍສະບັບນີ້ ຈະຖືກປະຕິ ບັດມາດຕະການ ສຶກສາອົບຮົມ, ປະ ຕິບັດວິໄນ, ປັບໃໝ, ມາດຕະການ ທາງອາຍາ ຕາມແຕ່ລະກໍລະນີເບົາ ຫລື ໜັກ ລວມທັງການໃຊ້ແທນຄ່າ ເສຍຫາຍທາງແພ່ງ ຕາມທີ່ໄດ້ກຳ ນົດໄວ້ໃນມາດຕາ 146 ຂອງກົດ ໝາຍອາຍາ ແລະ ກົດໝາຍສະບັບນີ້. ມາດຕາ 73. ມາດຕະການ ສຶກສາອົບຮົມ. ບຸກຄົນທີ່ໄດ້ເສບຢາເສບຕິດ ຫລື ມີໄວ້ໃນຄອບຄອງເຄມີຢາງຄັນຊາ ແລະ ອະນຸພັນຕ່າງໆຂອງເຄມີຢາງ ຄັນຊາແຕ່ 0,3 ກຣາມ ລົງມາ ຖືວ່າ ເປັນຜູ້ຖືກເຄາະຮ້າຍ, ເປັນຜູ້ສ່ຽງ ຕໍ່ການຕິດຢາ, ເປັນຜູ້ຕິດຢາ ຈະ ຖືກສຶກສາອົບຮົມ ແລະ ຈະຖືກນໍາ ໄປປິ່ນປົວຢູ່ສູນປິ່ນປົວ ແລະ ຟື້ນຟູ ສຸຂະພາບຜູ້ຕິດຢາເສບຕິດ. ບຸກຄົນ, ຄອບຄົວ ຫລື ການຈັດ ຕັ້ງທີ່ບໍ່ໃຫ້ຄວາມຮ່ວມມືໃນການ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາ ເສບຕິດ ກໍຈະຖືກສຶກສາອົບຮົມ. ບຸກຄົນທີ່ໄດ້ລະເມີດກົດໝາຍສະ ບັບນີ້ ຊຶ່ງກໍ່ຄວາມເສຍຫາຍໜ້ອຍ, ຈິງໃຈລາຍງານ, ຮັບສາລະພາບ ຄວາມຜິດຂອງຕົນຕໍ່ການຈັດຕັ້ງ ແລະ ສົ່ງຊັບທີ່ໄດ້ເອົາໄປໂດຍບໍ່ຖືກ ຕ້ອງນັ້ນຄືນໃຫ້ແກ່ການຈັດຕັ້ງຢ່າງ ຄົບຖ້ວນແລ້ວ ກໍຈະໄດ້ຮັບການສຶກ ສາອົບຮົມ ແລະ ກ່າວເຕືອນ. ມາດຕາ 74. ການປະຕິບັດ ວິໄນ. ພະນັກງານ, ລັດຖະກອນ ຫລື ເຈົ້າໜ້າທີ່ ທີ່ໄດ້ລະເມີດລະບຽບ ກົດໝາຍ ກ່ຽວກັບຢາເສບຕິດ ແລະ ຂໍ້ຫ້າມ ທີ່ມີລັກສະນະເບົາບາງ ຊຶ່ງ ບໍ່ເປັນການກະທໍາຜິດທາງອາຍາ ແຕ່ບໍ່ມີຄວາມຈິງໃຈລາຍງານ, ຫລົບຫລີກຈາກຄວາມຜິດຂອງຕົນ ກໍຈະຖືກປະຕິບັດວິໄນຕາມແຕ່ລະ ກໍລະນີດັ່ງນີ້: 1. ຕິຕຽນ, ກ່າວເຕືອນຄວາມ ຜິດ ແລະ ບັນທຶກໄວ້ໃນສຳນວນເອ ກະສານຊີວະປະຫວັດ ຂອງຜູ້ກ່ຽວ. 2. ໂຈະການເລື່ອນຊັ້ນ, ຂັ້ນເງິນ ເດືອນ ແລະ ການຍ້ອງຍໍ. 3. ປົດຕໍາແໜ່ງ ຫລື ຍົກຍ້າຍໄປ ຮັບໜ້າທີ່ອື່ນ ທີ່ຕໍ່າກວ່າເກົ່າ. 4. ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ທີ່ຖືກປະຕິບັດວິໄນ ຕ້ອງສົ່ງ ຊັບສິນທີ່ຕົນໄດ້ມາ ໂດຍບໍ່ຖືກຕ້ອງ ນັ້ນຢ່າງຄົບຖ້ວນ. ມາດຕາ 75. ມາດຕະການທາງ ອາຍາ. ມາດຕະການທາງອາຍາເຄມີ ຢາງຄັນຊາ (Tetrahydrocannabinol, Hashish ) ແລະ ອະນຸ ພັນຕ່າງໆຂອງເຄມີຢາງຄັນຊາ: - ນໍ້າໜັກສຸດທິ ເກີນກວ່າ 0,3 ກຣາມ ຫາ 50 ກຣາມ ຈະຖືກລົງ ໂທດຕັດອິດສະລະພາບ ແຕ່ສອງ ປີ ຫາ ສີ່ປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 9.000.000 ກີບ. - ນ້ຳໜັກສຸດທິ ເກີນກວ່າ 50 ກຣາມ ຫາ 100 ກຣາມ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ຫ້າ ປີ ຫາເຈັດປີ ແລະ ຈະຖືກປັບ ໃໝແຕ່ 10.000.000 ກີບ ຫາ 29.000.000 ກີບ ແລະ ຈະຖືກ ຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 34 ຂອງກົດໝາຍອາຍາ. - ນໍ້າໜັກສຸດທິ ເກີນກວ່າ 100 ກຣາມ ຫາ 200 ກຣາມ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ແປດປີ ຫາ ສິບສີ່ປີ ແລະ ຈະຖືກ ປັບໃໝແຕ່ 30.000.000 ກີບ ຫາ 59.000.000 ກີບ ແລະ ຈະຖືກ ຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 34 ຂອງກົດໝາຍອາຍາ. - ນໍ້າໜັກສຸດທິ ເກີນກວ່າ 200 ກຣາມ ຫາ 500 ກຣາມ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ສິບຫ້າປີ ຫາຊາວປີ ແລະ ຈະຖືກ ປັບໃໝແຕ່ 60.000.000 ກີບ ຫາ 99.000.000 ກີບ ແລະ ຈະຖືກ ຮິບຊັບຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 34 ຂອງກົດໝາຍອາຍາ. - ນໍ້າໜັກສຸດທິ ເກີນກວ່າ 500 ກຣາມ ຈະຖືກລົງໂທດຕັດອິດສະລະ ພາບຕະຫລອດຊີວິດ ແລະ ຈະຖືກ ປັບໃໝແຕ່ 100.000.000ກີບຫາ 200.000.000 ກີບ ແລະ ຈະຖືກ ຮິບຊັບຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 34 ຂອງກົດໝາຍອາຍາ. ມາດຕາ 76. ມາດຕະການຕໍ່ຜູ້ ທີ່ອອກຢາເສບຕິດແລ້ວກັບຄືນມາ ຕິດໃໝ່. ຜູ້ທີ່ອອກຢາເສບຕິດແລ້ວ ກັບ ຄືນມາຕິດໃໝ່ ຈະຖືກລົງໂທດຕັດ ອິດສະລະພາບ ແຕ່ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 100.000 ກີບ ຫາ 300.000 ກີບ. ມາດຕາ 77. ມາດຕະການ ໂທດເພີ່ມ. ໃນການດຳເນີນຄະດີອາຍາຕໍ່ຜູ້ ກະທໍາຜິດ ກ່ຽວກັບຢາເສບຕິດ, ນອກຈາກໂທດຕົ້ນຕໍ ທີ່ໄດ້ກຳນົດ ໄວ້ໃນມາດຕາ 73 ຫາ 76 ຂອງ ກົດໝາຍສະບັບນີ້ແລ້ວ ທຸກຊັບສິນທີ່ ພົວພັນກັບການກະທຳຜິດກ່ຽວກັບ ຢາເສບຕິດ ຊຶ່ງແມ່ນຊັບສິນທີ່ຮັບ ໃຊ້ ແລະ ໄດ້ມາຈາກການກະທໍາ ຜິດເຊັ່ນ: ເງິນ, ຄຳ, ຊັບສິນມີຄ່າ, ທີ່ດິນ, ເຮືອນ, ພາຫະນະ, ອຸປະກອນ ຈະຖືກຮິບເປັນຂອງລັດ. ສຳລັບຢາເສບຕິດນັ້ນ ໃຫ້ທຳ ລາຍຖິ້ມຕາມລະບຽບກົດໝາຍ. ມາດຕາ 78. ມາດຕະການ ທາງແພ່ງ. ນອກຈາກໂທດທີ່ໄດ້ກຳນົດໄວ້ ໃນມາດຕາ 75 ຂອງກົດໝາຍສະ ບັບນີ້ແລ້ວ ຜູ້ກະທໍາຜິດ ຍັງຈະໄດ້ ໃຊ້ແທນຄ່າເສຍຫາຍຕ່າງໆເຊັ່ນ: ຄ່າປິ່ນປົວ, ຄ່າປົວແປງຈິດໃຈ, ຄ່າ ປ່ວຍການ, ຄ່າເດີນທາງ, ຄ່າກິນຢູ່ ພັກເຊົາ ແລະ ຄ່າເສຍຫາຍອື່ນຕາມ ລະບຽບກົດໝາຍ. * ຜາພະເຈົ້າ ອີກໜຶ່ງສະຖານທີ່ ທ່ອງທ່ຽວທີ່ສວຍງາມເໝາະສຳ ລັບນັັັກທ່ອງທ່ຽວທີ່ມີຄວາມສົນໃຈ ໃນການທ້າທາຍ ແລະ ຜະຈົນໄພ ຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຫ່າງຈາກເທສະ ບານເມືອງ ໄປທາງທິດເໜືອ ປະ ມານ 500 ແມັດ (ໄປທາງພູເບ້ຍ ເຈີສີແຍກແລ້ວລ້ຽວຂວາເຂົ້າໄປ ປະມານ 50 ແມັດ), ເປັນຜາຫີນ ທີ່ເກີດຈາກທຳມະຊາດທີ່ສວຍງາມ ໄດ້ໄປປິນຜາພະເຈົ້າ ເບິ່ງທັດສະນີ ຍະພາບຄວາມສວຍງາມຂອງຕົວ ເມືອງອະນຸວົງ ກໍຖືໄດ້ວ່າ ສຳກັບບໍ່ ໄດ້ມາຢ້ຽມຢາມແຂວງໄຊສົມບູນ. ໃນເມື່ອກ່ອນຊ່ວງທີ່ມີເທສະການ ບຸນກິນຈຽງ ຂອງຊົນເຜົ່າມົ້ງ ແລະ ບຸນເກີຣ ຂອງຊົນເຜົ່າກຶມມຸ ມີນັກ ທ່ອງທ່ຽວເຂົ້າມາທ່ຽວຊົມຜາພະ ເຈົ້າເປັນຈຳນວນຫລວງຫລາຍ, ດັ່ງນັ້ນ, ທ່ານ ເນັ່ງເຢລໍ ໜາວເຮີ, ພະນັກງານບຳນານ ຈຶ່ງໄດ້ເຫັນ ເຖິງຄວາມສຳຄັນຂອງວຽກງານ ການທ່ອງທ່ຽວ ແລະ ເພື່ອຕອບ ສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງນັກທ່ອງທ່ຽວ ຈຶ່ງ ໄດ້ເຂົ້າມາພັດທະນາຜາພະເຈົ້າ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ເພື່ອໃຫ້ສາມາດຮອງຮັບ ແລະ ອຳນວຍຄວາມສະດວກ ໃຫ້ແກ່ນັກ ທ່ອງທ່ຽວ ທີ່ເຂົ້າມາຢ້ຽມຊົມຜາ ພະເຈົ້າ ໂດຍການສ້າງເສັ້ນທາງ, ສ້າງຂັ້ນໄດຂຶ້ນຜາ ແລະ ສ້າງສະ ຖານທີ່ນັ່ງພັກຜ່ອນຢູ່ເທິງຜາພະ ເຈົ້າ ແລະ ເປີດບໍລິການແກ່ນັກທ່ອງ ທ່ຽວເລີ່ມແຕ່ປີ 1996 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້. ຜາພະເຈົ້າໃນສະໄໝກ່ອນ ແມ່ນ ເປັນອີກສະຖານທີ່ໜຶ່ງ ທີ່ເຈົ້າອະນຸ ວົງ ໄດ້ໃຊ້ເປັນກຳບັງລີ້ຊ້ອນ ຫລື ບ່ອນລົບໄພ ໃນການເຮັດເສິກກັບ ສະຫຍາມໃນສະໄໝນັ້ນ. ອີກຢ່າງ ໜຶ່ງ ຄົນສະໄໝກ່ອນມີຄວາມເຊື່ອ ກັນສະຖານທີ່ຜາພະເຈົ້າແຫ່ງນີ້ ເປັນສະຖານທີ່ສັກສິກ ແລະ ເປັນ ສະຖານທີ່ສັກກະລະບູຊາທາງພຸດ ທະສາສະໜາ, ເປັນສະຖານທີ່ບວງ ສວງຜີຟ້າ, ຜີແຖນ, ຜີປ່າ ແລະ ຜີດົງ ຂອງປະຊາຊົນບັນດາເຜົ່າໃນຂົງ ເຂດດັ່ງກ່າວ. ນອກນັ້ນ, ປະຊາຊົນ ຍັງເຊື່ອຖືກັນວ່າ ຖ້າຜູ້ໃດຫາກມາ ລົບລີ້ຢູ່ຜາແຫ່ງນີ້ ຈະຖືກຜີຟ້າ, ຜີ ແຖນປິດບັງ ແລະ ປົກປ້ອງຈົນບໍ່ມີ ຜູ້ໃດຊອກເຫັນ. ຍ້ອນຄວາມເຊື່ອຖື ດັ່ງກ່າວ ບວກກັບຄວາມສັກສິດ ຂອງຜາພະເຈົ້າ ເຖົ້າແກ່ອະວຸໂສ ແລະ ປະຊາຊົນ ບ້ານດັ່ງກ່າວ ຈຶ່ງ ໃສ່ຊື່ຜາແຫ່ງນີ້ວ່າ: “ຜາພະເຈົ້າ” ຈົນເຖິງທຸກວັນນີ້. ຢ່າງສະຫລັບຊັບຊ້ອນ, ລັກສະນະ ຂອງຜາ ແມ່ນເປັນຜາຫີນປູນທີ່ ຕິດຈອດເກາະກ່າຍກັນ, ຕີນຜາ ກວ້າງ, ມີຖ້ຳຂະໜາດໜ້ອຍລອດ ພື້ນ ແລະ ຈອມຜາເຈີ້ຍສູງຊັນຄ້າຍ ຄືກັບທາດ ເຊິ່ງມີຄວາມສູງປະມານ 300 ແມັດ, ມີລວງຮອບປະມານ 400 ແມັດ ແລະ ນອນຢູ່ໃນເນື້ອທີ່ 4 ເຮັກຕາ. ຜາພະເຈົ້າ ເປັນແຫລ່ງທ່ອງ ທ່ຽວໜຶ່ງທີ່ມີຊື່ສຽງຢູ່ໃນເມືອງ ອະນຸວົງ ແລະ ເປັນທີ່ໜ້າສົນໃຈ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມສົນ ໃຈໃນການທ້າທາຍ ແລະ ຜະຈົນ ໄພ, ຖືໄດ້ວ່າແຂກໄປໄທມາ ຖ້າບໍ່ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==