7004

07/04/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການນຳຂັ້ນສູງພັກ-ລັດ...ັູ້ັັ ນາຍົກລັດຖະມົນຕີກຳປູເຈຍ...ົັົີູ ລັດຖະບານລາວ...ັ ກະຊວງສາທາລະນະສຸກ...ຸ ຂປລ. ໃນວັນທີ 4 ເມສາ 2025 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມອບເຄື່ອງອຸປະໂພກບໍລິໂພກ ແລະ ເງິນສົດຈຳນວນ ໜຶ່ງ ລວມມູນຄ່າທັງໝົດ 4,5 ຕື້ກີບ ໃຫ້ແກ່ລັດຖະບານມຽນມາ ເພື່ອ ຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນ ໃຫ້ປະຊາຊົນມຽນມາ ທີ່ໄດ້ຮັບຜົນ ກະທົບຈາກໄພທຳມະຊາດແຜ່ນ ດິນໄຫວຮ້າຍແຮງທີ່ກໍໃຫ້ເກີດຜົນ ເສຍຫາຍທາງດ້ານຊີວິດ ແລະ ຊັບ ສິນຢ່າງມະຫາສານ, ຕາງໜ້າຮັບ ໂດຍທ່ານ ອອງໂກ ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈຳ ສປປ ລາວ ໂດຍ ມີພາກສ່ວນກ່ຽວຂ້ອງສອງຝ່າຍ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງສົມເດັດມະຫາບໍ ວໍທິບໍດີ ຮຸນ ມາແນດ ຮອງປະທານ ພັກປະຊາຊົນກໍາປູເຈຍ, ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງ ມາວາງພວງມາລາໄວ້ອາໄລເຖິງ ດວງວິນຍານຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນ ວັນທີ 2 ເມສາ 2025. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແລະ ໃນນາມສ່ວນຕົວໄດ້ສະແດງ ຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ສົມເດັດມະຫາບໍວໍທິບໍດີ ຮຸນ ມາ ແນດທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ພັກ, ລັດກຳປູເຈຍ ເດີນທາງມາຮ່ວມ ພິທີວາງພວງມາລາໄວ້ອາໄລເຖິງ ດວງວິນຍານຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຊິ່ງເປັນການແບ່ງເບົາຄວາມ ທຸກໂສກກັບພັກ, ລັດ ແລະ ປະຊາ ຊົນລາວບັນດາເຜົ່າ, ທັງເປັນການ ສະແດງໃຫ້ເຫັນເຖິງໄມຕີຈິດມິດຕະ ພາບ ແລະ ການຮ່ວມມືຖານບ້ານພີ່ ເມືອງນ້ອງ, ບ້ານແກ່ວເມືອງດອງ ທີ່ມີມູນເຊື້ອມາແຕ່ດົນນານ ກໍຄື ການ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ກໍາປູເຈຍ. ພ້ອມນີ້, ສະ ຫາຍເລຂາທິການໃຫຍ່ ກໍໄດ້ຕາງ ໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກ, ລັດ ແລະ ປະຊາຊົນ ກຳປູເຈຍອ້າຍນ້ອງທີ່ຍາມໃດກໍໄດ້ ໃຫ້ການສະໜັບສະໜູນ ແລະ ຊ່ວຍ ເຫລືອ ສປປ ລາວ ທັງໃນພາລະກິດ ຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນ ປັດຈຸບັນ. ໃນໂອກາດນີ້, ສົມເດັດມະຫາບໍ ວໍທິບໍດີ ຮຸນ ມາແນດ ຍັງໄດ້ນຳເອົາ ສານເສົ້າສະຫລົດໃຈຂອງສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເຊນ ປະທານພັກ ປະຊາຊົນ ກໍາປູ ເຈຍ ເພື່ອມອບໃຫ້ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ. ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ໄດ້ ຕາງໜ້າພັກ, ລັດຖະບານ ແລະ ປະ ຊາຊົນກໍາປູເຈຍ ສະແດງຄວາມເສົ້າ ສະຫລົດໃຈ ແລະ ອາໄລອາວອນ ຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະ ຫາຍ ພົນເອກ ຄຳໄຕ ສີພັນດອນ ທີ່ ເປັນໜຶ່ງໃນບັນດາການນໍາຮຸ່ນທໍາອິດ ຂອງພັກປະຊາຊົນ ປະຕິວັດລາວ ທີ່ ໄດ້ເປັນຫລັກແຫລ່ງ ແລະ ແກນນໍາ ຂປລ. ໃນວັນທີ 5 ເມສາ 2025 ນີ້, ສົມເດັດມະຫາບໍວໍທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມ ດ້ວຍຄະນະໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລຕໍ່ການຈາກ ໄປຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກ, ອະດີດ ປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນການສະແດງເຖິງຄວາມ ເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ປີ 2024 ຜ່ານມາ ແລະ ພ້ອມກັນ ປຶກສາຫາລື, ຖອດຖອນບົດຮຽນ ແລະ ເອກະພາບຕໍ່ກັບແນວທາງ, ວຽກງານຈຸດສຸມ ແລະ ວິທີການ ແກ້ໄຂໃນການຈັດຕັ້ງປະຕິບັດໃນ ຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ. ໃນໄລ ຍະ 1 ປີຜ່ານມາ, ເຖິງວ່າການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ກໍຄື ການຈັດຕັ້ງ ແຜນພັດທະນາສາທາລະນະສຸກ ທັງຢູ່ສູນກາງ ແລະ ທ້ອງຖິ່ນພົບ ຂໍ້ຫຍຸ້ງຍາກຫລາຍດ້ານເປັນຕົ້ນ ດ້ານບຸກຄະລາກອນສາທາລະນະ ຂອງສູນກາງພັກທີ່ນໍາພາ-ຊີ້ນໍາ ການ ປະຕິວັດຊາດ ປະຊາທິປະໄຕ ໃນ ເມື່ອກ່ອນ ກໍຄື ໃນພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດຊາດ, ທັງຍັງແມ່ນນັກຮັກຊາດ, ນັກປະຕິ ວັດ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງ ພັກ-ຂອງຊາດ, ເປັນຜູ້ນຳທີ່ແສນ ເຄົາລົບຮັກຂອງປະຊາຊົນລາວບັນ ດາເຜົ່າ, ຕະຫລອດຊີວິດໄດ້ອຸທິດ ສະຕິປັນຍາ, ກໍາລັງວັງຊາ ເພື່ອ ພາລະກິດປະຕິວັດ, ເພື່ອການພັດ ທະນາປະເທດຊາດ ແລະ ຄວາມຢູ່ ດີກິນດີໃຫ້ແກ່ປະຊາຊົນລາວບັນດາ ເຜົ່າ. ການຈາກໄປໂດຍບໍ່ມີວັນຈະ ກັບຄືນມາຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການສູນເສຍ ອັນໃຫຍ່ຫລວງທີ່ສຸດສໍາລັບພັກ, ລັດ ແລະ ປະຊາຊົນລາວແຕ່ຍັງເປັນການ ສູນເສຍເພື່ອນມິດທີ່ສະໜິດສະໜົມ ຂອງພັກ, ລັດ ແລະ ປະຊາຊົນກຳປູ ເຈຍ ອີກດ້ວຍ; ສະແດງຄວາມເຊື່ອ ໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມ ທຸກໂສກເສຍດາຍອັນໃຫຍ່ຫລວງນີ້ ໂດຍໄວ ແລະ ສືບຕໍ່ພາລະກິດສ້າງ ສາພັດທະນາປະເທດລາວ ໃຫ້ນັບ ມື້ພັດທະນາຈະເລີນຮຸ່ງເຮືອງຍິ່ງໆ ຂຶ້ນ. ເຖິງວ່າສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ຈາກພວກເຮົາໄປແລ້ວ ກໍຕາມແຕ່ສອງປະເທດພວກເຮົາຈະ ສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະ ວີການຮ່ວມມືໃຫ້ນັບມື້ນັບແໜ້ນແຟ້ນ ແຕກດອກອອກຜົນໃຫ້ສົມກັບຄວາມ ມຸ່ງຫວັງຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ. ການນຳສອງຝ່າຍຕ່າງກໍໄດ້ສະ ແດງຄວາມຮູ້ບຸນຄຸນ ແລະ ຂອບ ໃຈຢ່າງສູງຕໍ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃນການ ສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕໍ່ພາລະກິດຕໍ່ສູ້ປົດປ່ອຍ ຊາດໃນເມື່ອກ່ອນ ກໍຄື ໃນພາລະກິດ ປົກປັກຮັກສາ ແລະ ພັດທະນາຂອງ ແຕ່ລະປະເທດໃນປັດຈຸບັນ; ຕີລາຄາ ສູງຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງສອງພັກ, ສອງລັດ ໃນ ໄລຍະຜ່ານມາ ໂດຍສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍເນື້ອໃນ ບົດບັນທຶກຂໍ້ຕົກລົງຂອງການນຳ ຂັ້ນສູງຂອງສອງຝ່າຍ ແລະ ຜັນ ຂະຫຍາຍຜົນສຳເລັດການພົບປະຜູ້ ນຳ 3 ພັກ ລາວ-ຫວຽດນາມ-ກຳ ປູເຈຍ ໃຫ້ໄດ້ຮັບຜົນເປັນຢ່າງດີ ແລະ ໄດ້ຢືນຢັນວ່າສອງຝ່າຍຈະສືບຕໍ່ປົກ ປັກຮັກສາ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ແລະ ກໍາປູເຈຍ-ລາວ ໃຫ້ນັບມືສວຍ ສົດງົດງາມ, ແຕກດອກອອກຜົນ ຍິ່ງໆຂຶ້ນ. ໃນຕອນທ້າຍ, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ສະແດງ ຄວາມຂອບໃຈໄປຍັງພະບາດສົມ ເດັດ ພະບໍຣົມມະນຽດ ໂນໂຣດົມ ສີ ຫາມຸນີ ພະມະຫາກະສັດ ແຫ່ງ ຣາ ຊະອານາຈັກກຳປູເຈຍ ທີ່ໄດ້ສົ່ງ ສານສະແດງຄວາມເສົ້າສະຫລົດໃຈ ຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ພ້ອມທັງໄດ້ຝາກ ຄວາມຢ້ຽມຢາມຖາມຂ່າວ ແລະ ຄວາມຂອບໃຈເຖິງພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາ ມຸນີ, ພະມະຫາກະສັດ ແຫ່ງ ຣາຊະ ອານາຈັກກຳປູເຈຍ, ສົມເດັດອັກ ຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ແລະ ບັນດາການນຳພັກ-ລັດ ກຳປູ ເຈຍ ແລະ ປະຊາຊົນລາວ ມີຄວາມ ຄອງຄອຍທີ່ຈະໄດ້ຕ້ອນຮັບການ ສະເດັດຢ້ຽມຢາມລັດຖະກິດ ສປປ ລາວ ຂອງພະມະຫາກະສັດແຫ່ງ ຣາຊະອານາຈັກກຳປູເຈຍ ໃນອະນາ ຄົດອັນໃກ້ນີ້. ໃນຕອນບ່າຍມື້ດຽວກັນ, ຢູ່ຫໍປະ ຊຸມແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບສົມເດັດມະ ຫາບໍວໍທິບໍດີ ຮຸນມາແນດ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຊັນດຽວກັນ. ໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າ ໃຫ້ພັກ, ລັດ, ປະຊາຊົນລາວບັນດາ ເຜົ່າ ແລະ ຄອບຄົວ ສີພັນດອນ ສະແດງຄວາມຮູ້ສຶກຊາບຊຶ້ງ ແລະ ຂອບໃຈຢ່າງຈິງໃຈມາຍັງສົມເດັດ ມະຫາບໍວໍທິບໍດີ ຮຸນ ມາແນດ ທີ່ໄດ້ ນໍາພາຄະນະຜູ້ແທນຂັ້ນສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ເດີນທາງ ມາຮ່ວມພິທີວາງພວງມາລາໄວ້ ອາໄລເຖິງດວງວິນຍານຂອງສະ ຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ພ້ອມທັງສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງ ຈິງໃຈໄປຍັງການນໍາຂັ້ນສູງ ແຫ່ງ ຣາຊະອານາຈັກກໍາປູເຈຍ ທີ່ໄດ້ສົ່ງ ສານເສົ້າສະຫລົດໃຈເຖິງຄູ່ຮ່ວມ ຕໍາແໜ່ງຝ່າຍ ສປປ ລາວ, ເຊິ່ງ ເປັນການແບ່ງເບົາຄວາມໂສກເສົ້າ ເສຍໃຈມາຍັງພັກ, ລັດ ແລະ ປະຊາ ຊົນລາວບັນດາເຜົ່າ ກໍຄື ຄອບຄົວ ສີພັນດອນ, ສິ່ງດັ່ງກ່າວນັ້ນເປັນ ການສະແດງໃຫ້ເຫັນເຖິງສາຍພົວ ພັນມິດຕະພາບທີ່ເປັນມູນເຊື້ອຖານ ບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນ ນານ ຂອງສອງປະເທດ ລາວ ແລະ ກໍາປູເຈຍ. ໃນໂອກາດດຽວກັນນີ້, ສົມເດັດ ມະຫາບໍວໍທິບໍດີ ຮຸນ ມາແນດ ໄດ້ ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນກໍາປູເຈຍ ບັນດາເຜົ່າສະ ແດງຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ການ ເຖິງແກ່ມໍລະນະກຳຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ, ພ້ອມ ທັງໄດ້ຕີລາຄາວ່າສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນຜູ້ນຳທີ່ແສນ ເຄົາລົບຮັກຂອງປະຊາຊົນລາວບັນ ດາເຜົ່າ, ເປັນໜຶ່ງໃນບັນດາການ ນໍາຮຸ່ນທຳອິດຂອງພັກປະຊາຊົນ ປະຕິວັດລາວ, ເຊິ່ງຕະຫລອດໄລຍະ ການດໍາລົງຊີວິດຂອງເພິ່ນແມ່ນຕິດ ພັນກັບການປະຕິວັດຊາດຂອງສາມ ຊາດອິນດູຈີນ ທັງເປັນສະມາຊິກພັກ ຄຸນເຖິງຄຸນງາມຄວາມດີຂອງສະ ຫາຍ ພົນເອກ ຄຳໄຕ ສີພັນດອນ ເຊິ່ງແມ່ນໜຶ່ງໃນການນຳຮຸ່ນທຳອິດ ຂອງພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາໃນການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ. ການວາງພວງມາລາ ແລະ ເຊັນ ປື້ມໄວ້ອາໄລໃນຄັ້ງນີ້, ເປັນການໄວ້ ອາໄລຢ່າງສຸດຊຶ້ງຕໍ່ການຈາກໄປ ຂອງສະຫາຍ ພົນເອກ ຄຳໄຕ ສີພັນ ດອນ ເຊິ່ງເປັນການສູນເສຍອັນຍິ່ງ ໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ລາວບັນດາເຜົ່າ, ສູນເສຍການນໍາ ຂັ້ນສູງຮຸ່ນທໍາອິດຂອງການປະຕິວັດ ລາວ, ສະຫາຍເປັນນັກປະຕິວັດລາວ, ເປັນຜູ້ອົງອາດກ້າຫານ, ໄດ້ອຸທິດ ເຫື່ອແຮງ, ສະຕິປັນຍາຂອງຕົນເພື່ອ ພາລະກິດປົດປ່ອຍຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ປັດຈຸບັນ, ເປັນຜູ້ສືບຕໍ່ນໍາພາການ ຈັດຕັ້ງປະຕິບັດແນວທາງປ່ຽນແປງ ໃໝ່ຮອບດ້ານມີຫລັກການຂອງພັກ ເຮົາ, ສະຫາຍແມ່ນນັກຮັກຊາດທີ່ ດູດດື່ມ, ແມ່ນນັກປະຕິວັດທີ່ກ້າແກ່ນ ແລະ ຜູ້ນໍາທີ່ດີເດັ່ນຂອງພັກຂອງ ຊາດເຮົາ. ຂ່າວ: ທະນູທອງ ພາບ: ພະແນກຮູບພາບ ກອມມູນິດອິນດູຈີນ ແຕ່ປີ 1954 ກໍຄື ໃນພາລະກິດແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຂອງລາວ ເຊິ່ງຍາມໃດເພິ່ນ ກໍ່ຖືສຳຄັນ ແລະ ມີຄວາມເອົາໃຈໃສ່ ໃນການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມ ສາມັກຄີຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ກໍາປູ ເຈຍ. ການຈາກໄປໂດຍບໍ່ມີວັນຈະ ກັບຄືນມາຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການສູນເສຍ ອັນໃຫຍ່ຫລວງທີ່ສຸດສໍາລັບພັກ, ລັດ ແລະ ປະຊາຊົນລາວ. ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ຂໍແບ່ງ ເບົາຄວາມເສົ້າສະຫລົດໃຈອັນສຸດ ຊຶ້ງ ແລະ ແບ່ງປັນຄວາມທຸກໂສກ ທີ່ສຸດມາຍັງພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ແລະ ເຊື່ອໝັ້ນ ວ່າ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມທຸກ ໂສກເສຍດາຍອັນໃຫຍ່ຫລວງນີ້ໂດຍ ໄວ ແລະ ສືບຕໍ່ພາລະກິດສ້າງສາ ພັດທະນາປະເທດລາວໃຫ້ນັບມື້ພັດ ທະນາຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ພ້ອມກັນນີ້, ສອງນາຍົກລັດຖະ ມົນຕີ ລາວ ແລະ ກໍາປູເຈຍ ຕ່າງກໍ ສະແດງຄວາມຮູ້ບຸນຄຸນ ແລະ ຂອບ ໃຈຢ່າງສູງຕໍ່ສອງພັກ, ລັດຖະບານ ແລະ ປະຊາຊົນສອງຊາດໃນການ ສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທັງໃນພາລະກິດ ຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດໃນ ປັດຈຸບັນ. ສອງຝາຍຕີລາຄາສູງຕໍ່ ໝາກຜົນການພົວພັນຮ່ວມມືຂອງ ສອງປະເທດ, ພ້ອມທັງສະແດງ ຄວາມຍືນຍັນຄືນທີ່ຈະຮ່ວມກັນສືບ ທອດພາລະກິດ ແລະ ອຸດົມການເພື່ອ ສືບຕໍ່ປົກປັກຮັກສາ, ຖະນຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບທີ່ເປັນມູນເຊື້ອມາແຕ່ດົນ ນານລະຫວ່າງສອງປະເທດ ລາວ ແລະ ກໍາປູເຈຍ ໃຫ້ນັບມື້ພັດທະນາ ກ້າວເຂົ້າສູ່ລວງເລິກ, ຂຽວສົດງົດ ງາມ ແລະ ໝັ້ນຄົງຂະນົງແກ່ນຊົ່ວ ກາລະນານ. ພາບ: ເກດສະໜາ ພາບ: ກົມປະຊາສໍາພັນ ຫສນຍ ສຸກ, ບັນຫາຜົນກະທົບຈາກໄພພິບັດ ທຳມະຊາດ ລວມທັງບັນຫາທາງ ດ້ານເສດຖະກິດ ກໍຄື ງົບປະມານທີ່ ຈໍາກັດ ແລະ ບັນຫາອື່ນໆ, ພາຍໃຕ້ ການນຳພາ-ຊີ້ນໍາຂອງຄະນະພັກ, ຄະນະນໍາກະຊວງສາທາລະນະ ສຸກ, ອໍານາດການປົກຄອງທ້ອງຖິ່ນ ແລະ ການນໍາພາຂອງບັນດາແຂວງ ເຮັດໃຫ້ການຈັດຕັ້ງປະຕິບັດແຜນ ພັດທະນາສາທາລະນະສຸກ ປະ ຈໍາປີ 2024 ສາມາດດໍາເນີນໄດ້ ສອດຄ່ອງກັບສະພາບເງື່ອນໄຂຕົວ ຈິງສາມາດປະຕິບັດວຽກງານຕາມ ພາລະບົດບາດ ແລະ ຄວາມຮັບ ຜິດຊອບຢູ່ແຕ່ລະບ່ອນ ໂດຍການ ສຸມໃສ່ຈັດຕັ້ງປະຕິບັດວຽກງານໄປ ຕາມແຜນງານ, ແຜນງານຍ່ອຍ ແລະ ໂຄງການຈຸດສຸມຂອງຂະ ແໜງການເຮັດໃຫ້ວຽກງານສາ ທາລະນະສຸກ ກໍຄື ລະບົບຕາໜ່າງ ສາທາລະນະສຸກ, ການບໍລິການ ປິ່ນປົວສຸຂະພາບມີການພັດທະ ນາ ແລະ ມີຄຸນນະພາບດີຂຶ້ນເທື່ອ ລະກ້າວ ໂດຍສະເພາະສາມາດ ຄວບຄຸມການລະບາດຂອງພະຍາດ ຕາມລະດູການໄດ້ເປັນຢ່າງດີ, ອັດ ຕາການເສຍຊີວິດຂອງແມ່ ແລະ ເດັກບັນລຸໄດ້ຕາມຄາດໝາຍທີ່ວາງ ໄວ້ລວມທັງພື້ນຖານໂຄງລ່າງຕາ ໜ່າງສາທາລະນະສຸກ ໄດ້ຮັບການ ຍົກລະດັບ ແລະ ປັບປຸງໃຫ້ມີຄຸນນະ ພາບດີຂຶ້ນເທື່ອລະກ້າວ. ໂອກາດນີ້, ທ່ານ ບຸນແຝງ ພູມ ມະໄລສິດ ຍັງໄດ້ຮຽກຮ້ອງມາຍັງ ບັນດາການນຳຂອງບັນດາກົມກອງ ອ້ອມຂ້າງກະຊວງສາທາລະນະ ສຸກ, ບັນດາແຂວງ, ນະຄອນຫລວງ ວຽງຈັນ ໃຫ້ເອົາໃຈໃສ່ຕິດຕາມ ເນື້ອໃນການລາຍງານໃນກອງ ປະຊຸມ ເພື່ອພ້ອມກັນປຶກສາຫາລື, ສົນທະນາແລກປ່ຽນບົດຮຽນຄໍາ ຄິດຄໍາເຫັນຢ່າງກົງໄປ-ກົງມາ ແລະ ສ້າງສັນ ເພື່ອເປັນເອກະພາບໃນ ການກໍານົດວິທີການແກ້ໄຂ ແລະ ທິດທາງແຜນການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ ໃນຕໍ່ ໜ້າໃຫ້ສອດຄ່ອງເໝາະສົມກວ່າເກົ່າ ແລະ ເຮັດໃຫ້ກອງປະຊຸມບັນລຸຕາມ ຈຸດປະສົງຄາດໝາຍຂອງແຜນການ ທີ່ວາງໄວ້. ພາບ: ອ່າຍຄຳ ເຂົ້າຮ່ວມເປັນສັກຂີພິຍານ. ໃນໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະ ແດງຄວາມເສົ້າສະຫລົດໃຈຢ່າງ ສຸດຊຶ້ງຕໍ່ລັດຖະບານມຽນມາ ກໍຄື ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກ ເຫດການແຜ່ນດິນໄຫວໃນຄັ້ງນີ້, ພ້ອມທັງສະແດງຄວາມຫວັງວ່າ ການຊ່ວຍເຫລືອໃນຄັ້ງນີ້, ຈະເປັນ ສ່ວນໜຶ່ງໃນການປະກອບສ່ວນແບ່ງ ເບົາຄວາມທຸກໂສກຂອງບັນດາຜູ້ ປະສົບໄພ ແລະ ກໍເປັນການສະແດງ ໃຫ້ເຫັນເຖິງນໍ້າໃຈມິດຕະພາບ ແລະ ຄວາມສາມັກຄີຮັກແພງຂອງປະ ຊາຊົນລາວຕໍ່ປະຊາຊົນມຽນມາ. ພ້ອມທັງສະແດງຄວາມເຊື່ອໝັ້ນ ວ່າ ພາຍໃຕ້ການນໍາພາ-ຊີ້ນໍາຂອງ ລັດຖະບານມຽນມາ ບວກກັບ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນມຽນມາ ຜູ້ປະສົບໄພ ຈະຜ່ານຜ່າວິກິດການນີ້ໄປໄດ້ດ້ວຍ ດີ ແລະ ຂໍໃຫ້ຜູ້ປະສົບໄພໃນຄັ້ງນີ້, ຈົ່ງເຂັ້ມແຂງ ແລະ ມີກຳລັງໃຈໃນ ການຕໍ່ສູ້ເພື່ອໃຫ້ກັບຄືນສູ່ສະພາບ ປົກກະຕິໂດຍໄວ. ທ່ານ ອອງໂກ ກໍໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນ ດັ່ງກ່າວ ເພື່ອຊ່ວຍເຫລືອປະຊາຊົນ ມຽນມາ ທີ່ໄດ້ຮັບຜົນກະທົບຈາກ ໄພພິບັດທາງທຳມະຊາດໃນຄັ້ງນີ້ ເຊິ່ງເປັນການສະແດງໃຫ້ເຫັນເຖິງ ນໍ້າໃຈມິດຕະພາບ ແລະ ຄວາມສາ ມັກຄີຮັກແພງລະຫວ່າງລັດຖະບານ ມຽນມາ ແລະ ລັດຖະບານ ແຫ່ງ ສປປ ລາວ ກໍຄື ປະຊາຊົນສອງຊາດ ມຽນມາ-ລາວ. ພ້ອມທັງສະແດງ ຄວາມຂອບໃຈຕໍ່ລັດຖະບານລາວ ທີ່ເຫັນໄດ້ຄວາມສຳຄັນສົ່ງທີມກູ້ ໄພ ເຂົ້າໄປຊ່ວຍເຫລືອ ເພື່ອກອບກູ້ ເອົາຜູ້ປະສົບໄພທີ່ຕິດຢູ່ຈຸດອາຄານ ຖະຫລົ່ມ. ຂ່າວ-ພາບ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==